ຫລຸມຝັງສົບຈຶ່ງບໍ່ມີໄຊຊະນະ
ຜ່ານທາງການຊົດໃຊ້ທີ່ໄຖ່ ແລະ ການຟື້ນຄືນພຣະຊົນອັນຮຸ່ງເຫລື້ອມຂອງພຣະເຢຊູຄຣິດ, ຈິດໃຈທີ່ຊອກຊ້ຳສາມາດຖືກປິ່ນປົວ, ຄວາມເຈັບປວດສາມາດກາຍເປັນຄວາມສະຫງົບ, ແລະ ຄວາມທຸກໃຈສາມາດກາຍເປັນຄວາມຫວັງໄດ້.
ໃນວັນອາທິດອີດສະເຕີທີ່ຮຸ່ງເຫລື້ອມນີ້, ລູກໆຂອງພວກເຮົາຮ້ອງເພງຢ່າງມ່ວນຊື່ນ, “ໃນລະດູໄບໄມ້ປົ່ງສີງາມ, ພຣະເຢຊູຊົງລຸກຂຶ້ນຈາກຫລຸມສົບ; ຊົງທຳລາຍສາຍຮັດແຫ່ງຄວາມຕາຍ.”1
ພວກເຮົາກະຕັນຍູສຳລັບຄວາມຮູ້ຂອງການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ. ແຕ່ຕ້ອງມີຈັກມື້ໜຶ່ງໃນຊີວິດຂອງເຮົາ, ທີ່ເຮົາຮູ້ສຶກເສຍໃຈກັບການສູນເສຍຄົນທີ່ເຮົາຮັກເປັນທີ່ສຸດຄົນໃດຄົນໜຶ່ງ. ຜ່ານການແຜ່ລະບາດໃນປະຈຸບັນທົ່ວໂລກ, ຫລາຍຄົນໃນພວກເຮົາໄດ້ສູນເສຍຄົນຮັກໄປ—ບໍ່ວ່າຈະເປັນຄົນໃນຄອບຄົວ ຫລື ໝູ່ເພື່ອນ.2 ພວກເຮົາກໍອະທິຖານເພື່ອຜູ້ທີ່ກຳລັງເປັນທຸກກັບການສູນເສຍນີ້.
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ:
“ໂດຍທີ່ບໍ່ຄຳນຶງເຖິງອາຍຸ, ເຮົາຂໍເປັນທຸກກັບຜູ້ເປັນທີ່ຮັກ ແລະ ສູນເສຍໄປ. ການໄວ້ທຸກເປັນການສະແດງຄວາມຮັກອັນບໍລິສຸດອີກຢ່າງໜຶ່ງ. …
“ແລະ ອີກຢ່າງໜຶ່ງ, ເຮົາຈະບໍ່ເຫັນຄຸນຄ່າຂອງຄວາມສຸກຢ່າງເຕັມທີ່ໃນການພົບກັນໃນຄັ້ງຕໍ່ໄປຖ້າປາດສະຈາກການພັດພາກດ້ວຍນ້ຳຕາໃນຕອນນີ້. ມີທາງດຽວທີ່ຈະສາມາດເອົາຄວາມໂສກເສົ້າອອກໄປຈາກຄວາມຕາຍໄດ້ ຄືຕ້ອງເອົາຄວາມຮັກອອກໄປຈາກຊີວິດ.”3
ເຮົາສາມາດຈິນຕະນາການເຖິງໝູ່ເພື່ອນຂອງພຣະເຢຊູ, ຜູ້ທີ່ຕິດຕາມພຣະອົງ ແລະ ປະຕິບັດສາດສະໜາກິດຕໍ່ພຣະອົງ,4 ຮູ້ສຶກເຖິງການເປັນພະຍານການສິ້ນພຣະຊົນຂອງພຣະອົງ.5 ເຮົາຮູ້ວ່າ “ເຂົາເຈົ້າໄວ້ທຸກ ແລະ ຮ້ອງໄຫ້ຢູ່.”6 ໃນມື້ຂອງການຄຶງ, ໂດຍທີ່ບໍ່ຮູ້ວ່າມີຫຍັງຈະເກີດຂຶ້ນໃນວັນອາທິດນັ້ນ, ເຂົາເຈົ້າຄົງເຕັມໄປດ້ວຍຄວາມທຸກໃຈ, ສົງໄສວ່າເຂົາເຈົ້າຈະດຳເນີນຕໍ່ໄປໄດ້ແນວໃດໂດຍປາດສະຈາກພຣະຜູ້ເປັນເຈົ້າຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າຍັງປະຕິບັດສາດສະໜາກິດຕໍ່ພຣະອົງຕໍ່ໄປເຖິງແມ່ນວ່າພຣະອົງຈະສິ້ນພຣະຊົນໄປແລ້ວກໍຕາມ.
ໂຢເຊັບແຫ່ງບ້ານອາຣິມາທາຍໄດ້ຂໍຮ້ອງໃຫ້ປີລາດມອບພຣະສົບຂອງພຣະເຢຊູໃຫ້ລາວ. ເມື່ອລາວໄດ້ເອົາພຣະສົບລົງແລ້ວ, ກໍໃຊ້ຜ້າປ່ານຢ່າງດີຫໍ່ພຣະສົບໄວ້, ນຳໄປວາງໄວ້ໃນອຸບມຸງໃໝ່ຂອງຕົນ, ແລະ ກຶ່ງກ້ອນຫີນຂະໜາດໃຫຍ່ອັດປາກອຸບມຸງໄວ້.7
ນີໂກເດມໄດ້ເອົາຢາງໄມ້ຫອມ ແລະ ອາໂລເອ ມານຳ. ລາວໄດ້ຊ່ວຍໂຢເຊັບນຳເອົາພຣະສົບລົງມາ ແລະ ເອົາຜ້າປ່ານກັບເຄື່ອງຫອມພັນພຣະສົບນັ້ນ.8
ນາງມາຣີ ໄທມັກດາລາ ແລະ ແມ່ຍິງຄົນອື່ນໆ ຕິດຕາມໂຢເຊັບ ແລະ ນີໂກເດມໄປ, ເພື່ອໄປເບິ່ງບ່ອນທີ່ພຣະສົບຂອງພຣະເຢຊູຖືກວາງໄວ້, ແລະ ຈັດຕຽມເຄື່ອງຫອມ ແລະ ນ້ຳມັນສຳລັບການສົງພຣະສົບ.9 ອີງຕາມກົດລະບຽບທີ່ເຂັ້ມງວດໃນຕອນນັ້ນ, ເຂົາເຈົ້າຕ້ອງໂຈະການຈັດຕຽມ ແລະ ການສົງພຣະສົບໄວ້ກ່ອນຍ້ອນວ່າວັນເສົາເປັນວັນຊະບາໂຕ.10 ຕໍ່ຈາກນັ້ນ, ແຕ່ຮຸ່ງເຊົ້າຂອງວັນອາທິດ, ພວກແມ່ຍິງເຫລົ່ານັ້ນໄດ້ໄປຍັງອຸບມຸງ. ຫລັງຈາກທີ່ຮູ້ວ່າພຣະສົບຂອງພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຢູ່ທີ່ນັ້ນ, ພວກນາງໄດ້ພາກັນກັບເມືອບອກພວກສາວົກ ຜູ້ທີ່ເປັນອັກຄະສາວົກຂອງພຣະເຢຊູ. ພວກອັກຄະສາວົກໄດ້ມາທີ່ອຸບມຸງພ້ອມກັບພວກນາງ ແລະ ເຫັນວ່າມັນວ່າງເປົ່າ. ທຸກຄົນໄດ້ກັບໄປໝົດຍັງເຫລືອແຕ່ນາງມາຣີ ໄທມັກດາລາ, ພ້ອມກັບຄວາມສົງໄສວ່າມີຫຍັງເກີດຂຶ້ນກັບພຣະກາຍຂອງພຣະຜູ້ຊ່ວຍໃຫ້ລອດ.11
ນາງມາຣີ ໄທມັກດາລາໄດ້ຢູ່ທີ່ອຸບມຸງຄົນດຽວ. ພຽງສອງສາມວັນກ່ອນໜ້ານີ້ເທົ່ານັ້ນ, ທີ່ນາງໄດ້ເຫັນການຕາຍທີ່ໜ້າເສົ້າຂອງເພື່ອນ ແລະ ພຣະອາຈານຂອງນາງ. ບັດນີ້ອຸບມຸງໄດ້ວ່າງເປົ່າ, ແລະ ນາງບໍ່ຮູ້ວ່າພຣະອົງຢູ່ໃສ. ມັນໜັກເກີນກວ່າທີ່ຈະຮັບໄດ້ສຳລັບນາງ, ແລະ ນາງໄດ້ຮ້ອງໄຫ້. ໃນເວລານັ້ນ, ພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວໄດ້ມາຫານາງ ແລະ ຖາມນາງວ່າ ເປັນຫຍັງຈຶ່ງຕ້ອງຮ້ອງໄຫ້ ແລະ ນາງຊອກຫາຜູ້ໃດ. ນາງຄິດວ່າແມ່ນຄົນຮັກສາສວນທີ່ລົມນຳ, ນາງໄດ້ຖາມວ່າ, ລາວໄດ້ເອົາພຣະສົບຂອງພຣະອົງໄປບໍ, ບອກໃຫ້ນາງຮູ້ແດ່ວ່ານາງຈະໄປນຳເອົາໄດ້ຢູ່ໃສ.12
ຂ້າພະເຈົ້າເຫັນພາບທີ່ພຣະຜູ້ເປັນເຈົ້າໄດ້ຍອມໃຫ້ນາງມາຣີ ໄທມັກດາລາຮ້ອງໄຫ້ເສຍໃຈ ແລະ ເພື່ອສະແດງຄວາມຮູ້ສຶກ ແລະ ຄວາມເຈັບປວດຂອງນາງ.13 ແລ້ວພຣະອົງໄດ້ເອີ້ນນາງດ້ວຍຊື່, ແລະ ນາງໄດ້ປິ່ນໜ້າມາຫາພຣະອົງ ແລະ ຈື່ພຣະອົງໄດ້. ນາງໄດ້ເຫັນພຣະຄຣິດທີ່ຟື້ນຄືນພຣະຊົນແລ້ວ ແລະ ເປັນພະຍານເຖິງການຟື້ນຄືນພຣະຊົນອັນຮຸ່ງເຫລື້ອມຂອງພຣະອົງ.14
ເຊັ່ນດຽວກັນກັບທ່ານ, ໃນຫລາຍດ້ານທີ່ຂ້າພະເຈົ້າສາມາດສົມທຽບຄວາມຮູ້ສຶກເຈັບປວດຂອງນາງມາຣີໄທມັກດາລາ ແລະ ໝູ່ເພື່ອນຂອງນາງຕອນທີ່ເຂົາເຈົ້າຮ້ອງໄຫ້ເສຍໃຈກັບການສິ້ນພຣະຊົນຂອງພຣະຜູ້ເປັນເຈົ້າຂອງເຂົາເຈົ້າ. ຕອນທີ່ຂ້າພະເຈົ້າອາຍຸເກົ້າປີ, ຂ້າພະເຈົ້າໄດ້ສູນເສຍອ້າຍຂອງຂ້າພະເຈົ້າຈາກເຫດການແຜ່ນດິນໄຫວຢ່າງຮຸນແຮງ. ຍ້ອນວ່າເຫດການໄດ້ເກີດຂຶ້ນຢ່າງບໍ່ຄາດຄິດ, ມັນໄດ້ໃຊ້ເວລາດົນເຕີບກວ່າຂ້າພະເຈົ້າຈະຮັບຄວາມຈິງໄດ້ໃນສິ່ງທີ່ໄດ້ເກີດຂຶ້ນ. ຂ້າພະເຈົ້າໃຈສະຫລາຍຈາກຄວາມໂສກເສົ້າ, ແລະ ຂ້າພະເຈົ້າໄດ້ຖາມຕົວເອງວ່າ, “ມີຫຍັງເກີດຂຶ້ນກັບອ້າຍຂອງຂ້ອຍ? ລາວຢູ່ໃສ? ລາວໄປໃສ? ຂ້ອຍຊິເຫັນລາວອີກບໍ?”
ຕອນນັ້ນຂ້າພະເຈົ້າຍັງບໍ່ທັນໄດ້ຮູ້ຈັກກ່ຽວກັບແຜນແຫ່ງຄວາມລອດຂອງພຣະເຈົ້າ, ແລະ ຂ້າພະເຈົ້າມີຄວາມປາດຖະໜາທີ່ຈະຮູ້ວ່າເຮົາມາຈາກໃສ, ຈຸດປະສົງຂອງຊີວິດແມ່ນຫຍັງ, ແລະ ມີຫຍັງຈະເກີດຂຶ້ນກັບເຮົາຫລັງຈາກເຮົາຕາຍໄປ. ເຮົາທຸກຄົນມັກຈະມີຄຳຖາມເຊັ່ນນັ້ນບໍ່ແມ່ນບໍ ເມື່ອເຮົາສູນເສຍຄົນທີ່ເຮົາຮັກໄປ ຫລື ເວລາທີ່ເຮົາຜ່ານຜ່າຄວາມລຳບາກໃນຊີວິດຂອງເຮົາ?
ສອງສາມປີຫລັງຈາກນັ້ນ, ຂ້າພະເຈົ້າໄດ້ເລີ່ມຄິດກ່ຽວກັບອ້າຍຂອງຂ້າພະເຈົ້າໃນແບບໃໝ່. ຂ້າພະເຈົ້າມັກຈິນຕະນາການວ່າລາວມາເຄາະປະຕູຂອງພວກເຮົາ. ຂ້າພະເຈົ້າກໍເປີດປະຕູ, ລາວກໍຢືນຢູ່ທີ່ນັ້ນ, ແລະ ລາວກໍໄດ້ບອກກັບຂ້າພະເຈົ້າວ່າ, “ອ້າຍຍັງບໍ່ຕາຍ. ອ້າຍຍັງມີຊີວິດຢູ່. ອ້າຍມາຫາເຈົ້າບໍ່ໄດ້, ແຕ່ວ່າອ້າຍຈະຢູ່ກັບເຈົ້າ ແລະ ຈະບໍ່ຈາກເຈົ້າໄປໃສອີກ.” ການຈິນຕະນາການດັ່ງກ່າວ, ເກືອບເປັນດັ່ງຄວາມຝັນ, ຊ່ວຍໃຫ້ຂ້າພະເຈົ້າຮັບມືກັບຄວາມເຈັບປວດ ທີ່ຂ້າພະເຈົ້າຮູ້ສຶກໃນການສູນເສຍລາວໄປ. ຄວາມຄິດທີ່ວ່າລາວຈະຢູ່ກັບຂ້າພະເຈົ້າ ໄດ້ເຂົ້າມາໃນຈິດໃຈຂອງຂ້າພະເຈົ້າຊ້ຳແລ້ວຊ້ຳອີກ. ບາງຄັ້ງຂ້າພະເຈົ້າກໍຈ້ອງເບິ່ງປະຕູ, ດ້ວຍຄວາມຫວັງວ່າລາວຈະມາເຄາະ ແລະ ຂ້າພະເຈົ້າຈະໄດ້ເຫັນລາວອີກ.
ເວລາຜ່ານໄປເກືອບ 40 ປີ, ໃນຊ່ວງເທດສະການອີດສະເຕີ, ຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ ແລະ ເລີ່ມຄິດກ່ຽວກັບອ້າຍຂອງຂ້າພະເຈົ້າ. ໃນຂະນະນັ້ນ, ມີບາງສິ່ງບາງຢ່າງໄດ້ເຂົ້າມາໃນຄວາມຄິດຂອງຂ້າພະເຈົ້າ. ຂ້າພະເຈົ້າຈື່ຕົວເອງຈິນຕະນາການວ່າລາວມາຫາຂ້າພະເຈົ້າ.
ໃນມື້ນັ້ນຂ້າພະເຈົ້າຮູ້ສຶກໄດ້ວ່າພຣະວິນຍານໄດ້ຊ່ວຍປອບໂຍນຂ້າພະເຈົ້າໃນເວລາທີ່ຍາກລຳບາກ. ຂ້າພະເຈົ້າໄດ້ຮັບພະຍານວ່າວິນຍານຂອງອ້າຍຂ້າພະເຈົ້າຍັງບໍ່ຕາຍ, ລາວຍັງມີຊີວິດຢູ່. ລາວກຳລັງກ້າວໄປສູ່ຄວາມເປັນຢູ່ນິລັນດອນຂອງລາວ. ບັດນີ້ຂ້າພະເຈົ້າຮູ້ວ່າ “ອ້າຍ [ຂອງຂ້າພະເຈົ້າ] ຈະເປັນຄືນມາຈາກຕາຍ”15 ໃນຊ່ວງເວລາອັນງົດງາມນັ້ນເມື່ອ, ເປັນຍ້ອນການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ, ເຮົາທຸກຄົນກໍຈະຟື້ນຄືນຊີວິດເຊັ່ນກັນ. ນອກເໜືອຈາກນັ້ນ, ພຣະອົງໄດ້ເຮັດໃຫ້ມັນເປັນໄປໄດ້ສຳລັບເຮົາທຸກຄົນທີ່ຈະສາມາດຢູ່ນຳກັນອີກຄັ້ງເປັນຄອບຄົວ ແລະ ມີຄວາມສຸກຊົ່ວນິລັນດອນໃນທີ່ປະທັບຂອງພຣະເຈົ້າ ຖ້າຫາກວ່າເຮົາເລືອກທີ່ຈະເຮັດ ແລະ ຮັກສາພັນທະສັນຍາອັນສັກສິດກັບພຣະອົງ.
ປະທານແນວສັນໄດ້ສິດສອນວ່າ:
“ຄວາມຕາຍເປັນອົງປະກອບທີ່ຈຳເປັນຂອງການດຳລົງຢູ່ຊົ່ວນິລັນດອນຂອງເຮົາ. ບໍ່ມີໃຜຮູ້ວ່າມັນຈະມາເມື່ອໃດ, ແຕ່ມັນຈຳເປັນໃນແຜນແຫ່ງຄວາມສຸກຂອງພຣະເຈົ້າ. ຂອບພຣະໄທສຳລັບພຣະຊົນຊີບຂອງພຣະຜູ້ເປັນເຈົ້າ, ໃນທີ່ສຸດການຟື້ນຄືນຊີວິດແມ່ນເປັນຄວາມຈິງ ແລະ ຊີວິດນິລັນດອນແມ່ນເປັນໄປໄດ້ສຳລັບມະນຸດທັງປວງ. …
“… ສຳລັບຄວາມໂສກເສົ້າຂອງຄົນຮັກທີ່ຖືກປະປ່ອຍໄວ້ຂ້າງຫລັງ … ຄວາມຕາຍໄດ້ຮັບການປອບໂຍນດ້ວຍສັດທາທີ່ໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ, ຄວາມຮັກຕໍ່ພຣະເຈົ້າ ແລະ ຕໍ່ມະນຸດທັງປວງ, ແລະ ຄວາມປາດຖະໜາຢ່າງເລິກເຊິ່ງໃນການຮັບໃຊ້. ສັດທານັ້ນ, ຄວາມຫວັງນັ້ນ, ຄວາມຮັກນັ້ນ ຈະຊ່ວຍໃຫ້ເຮົາມີຄຸນສົມບັດທີ່ຈະເຂົ້າໄປໃນທີ່ປະທັບອັນສັກສິດຂອງພຣະເຈົ້າ ແລະ, ກັບຄູ່ນິລັນດອນ ແລະ ຄອບຄົວຂອງເຮົາ, ຢູ່ກັບພຣະອົງຕະຫລອດໄປ.”16
ຂ້າພະເຈົ້າເປັນພະຍານວ່າ “ຖ້າຫາກພຣະຄຣິດບໍ່ລຸກຂຶ້ນຈາກຄວາມຕາຍ, ຫລື ວ່າເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ ເພື່ອໃຫ້ຫລຸມຝັງສົບບໍ່ມີໄຊຊະນະ, ແລະ ເພື່ອຄວາມຕາຍຈະບໍ່ມີຄວາມເຈັບປວດ, ແລ້ວຈະບໍ່ມີການຟື້ນຄືນຊີວິດເລີຍ.
“ແຕ່ມັນມີການຟື້ນຄືນຊີວິດ, ສະນັ້ນ ຫລຸມຝັງສົບຈຶ່ງບໍ່ມີໄຊຊະນະ, ແລະ ຄວາມເຈັບປວດແຫ່ງຄວາມຕາຍຈະຖືກກືນເຂົ້າໄປໃນພຣະຄຣິດ.
“ພຣະອົງເປັນແສງສະຫວ່າງ ແລະ ຊີວິດຂອງໂລກ; ແທ້ຈິງແລ້ວ, ເປັນແສງສະຫວ່າງອັນບໍ່ມີບ່ອນສິ້ນສຸດ, ຊຶ່ງຈະບໍ່ມີຄວາມມືດເລີຍ; ແທ້ຈິງແລ້ວ, ມັນເປັນຊີວິດອັນບໍ່ມີບ່ອນສິ້ນສຸດ, ຊຶ່ງຈະບໍ່ມີຄວາມຕາຍເລີຍ.”17
ພຣະເຢຊູຄຣິດເອງໄດ້ປະກາດວ່າ, “ເຮົານີ້ແຫລະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ, ທັງເປັນຊີວິດ: ຜູ້ທີ່ວາງໃຈເຊື່ອໃນເຮົາ, ເຖິງແມ່ນວ່າຕາຍໄປແລ້ວ ກໍຍັງມີຊີວິດຢູ່.”18
ຂ້າພະເຈົ້າເປັນພະຍານວ່າຜ່ານທາງການຊົດໃຊ້ທີ່ໄຖ່ ແລະ ການຟື້ນຄືນພຣະຊົນອັນຮຸ່ງເຫລື້ອມຂອງພຣະເຢຊູຄຣິດ, ຈິດໃຈທີ່ຊອກຊ້ຳສາມາດຖືກປິ່ນປົວ, ຄວາມເຈັບປວດສາມາດກາຍເປັນຄວາມສະຫງົບ, ແລະ ຄວາມທຸກໃຈສາມາດກາຍເປັນຄວາມຫວັງໄດ້. ພຣະອົງສາມາດໂອບອ້ອມເຮົາໄວ້ໃນອ້ອມແຂນແຫ່ງຄວາມເມດຕາ, ປອບໂຍນ, ໃຫ້ພະລັງ, ແລະ ປິ່ນປົວເຮົາແຕ່ລະຄົນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.