ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ!
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ!

ພຣະ​ເຈົ້າ​ໄດ້​ສົ່ງ​ເຮົາ​ມາ​ທີ່​ນີ້, ໃນ​ເວ​ລາ​ນີ້, ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ.

ໃນ​ປີ 1978, ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຢູ່​ກາງ​ສະ​ໜາມ​ກິ​ລາ​ຟຸດ​ບານ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຊົມ 65,000 ຄົນ. ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ​ແມ່ນ​ຄູ່​ແຂ່ງ​ຕົວ​ໃຫຍ່ໆ​ຫລາຍ​ຄົນ ຜູ້​ທີ່​ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ຢາກ​ບິດ​ຫົວ​ຂອງ​ຂ້າ​ພະ​ເຈົ້າ​ອອກ. ນັ້ນ​ເປັນ​ເກມ​ເທື່ອ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຕຳ​ແໜ່ງ​ກອງ​ຫລັງຢູ່​ໃນ​ທີມ​ຟຸດ​ບານ​ແຫ່ງ​ຊາດ, ແລະ ພວກ​ເຮົາ​ກຳ​ລັງ​ຫລິ້ນ​ແຂ່ງ​ກັບ​ທີມ​ຊະ​ນະ​ເລີດ​ຂອງ​ຊຸບ​ເປີ​ໂບ. ຕາມ​ຄວາມ​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ສົງ​ໄສ​ຢູ່​ວ່າ​ຂ້າ​ພະ​ເຈົ້າ​ເກັ່ງ​ພໍ​ທີ່​ຈະ​ຢູ່​ໃນ​ສະ​ໜາມ​ຫລື​ບໍ່. ຂ້າ​ພະ​ເຈົ້າ​ໄດ້​ກ້າວ​ກັບ​ຫລັງ​ເພື່ອ​ຈະ​ດຶກ​ບານ​ໄປ​ໃຫ້​ເພື່ອນ​ຮ່ວມ​ທີມ​ເປັນ​ເທື່ອ​ທຳ​ອິດ, ແລະ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ດຶກ​ບານ​ນັ້ນ​ໄປ, ຂ້າ​ພະ​ເຈົ້າ​ຖືກ​ປະ​ທະ​ແຮງ​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຖືກ​ປະ​ທະ​ມາ​ກ່ອນ. ໃນ​ວິ​ນາ​ທີ​ນັ້ນ, ຕອນ​ນອນ​ຢູ່​ໃຕ້​ກອງ​ນັກ​ກິ​ລາ​ຕົວ​ໃຫຍ່ໆ​ເຫລົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເຮັດ​ຫຍັງ​ຢູ່. ຂ້າ​ພະ​ເຈົ້າ​ຕ້ອງ​ເລືອກ​ເຮັດ​ບາງ​ຢ່າງ. ຂ້າ​ພະ​ເຈົ້າ​ຈະ​ປ່ອຍ​ໃຫ້​ຄວາມ​ສົງ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ເອົາ​ຊະ​ນະ​ຂ້າ​ພະ​ເຈົ້າ​ບໍ ຫລື ວ່າ​ຂ້າ​ພະ​ເຈົ້າ​ຈະ​ຊອກ​ຫາ​ຄວາມ​ກ້າ​ຫານ ແລະ ພະ​ລັງ​ທີ່​ຈະ​ແຂ່ງ​ຕໍ່​ໄປ?

ການ​ລົງ​ສະ​ໜາມ​ເທື່ອ​ທຳ​ອິດ

Associated Press

ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັບ​ຮູ້​ເລີຍ​ໃນ​ເວ​ລາ​ນັ້ນ​ວ່າ ປະ​ສົບ​ການ​ນີ້​ຈະ​ກະ​ກຽມ​ຂ້າ​ພະ​ເຈົ້າ​ສຳ​ລັບ​ໂອ​ກາດ​ຕ່າງໆ​ໃນ​ອະ​ນາ​ຄົດ​ແນວ​ໃດ. ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຮຽນ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ເຂັ້ມ​ແຂງ ແລະ ກ້າ​ຫານ​ໄດ້​ເມື່ອ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ທີ່​ຫຍຸ້ງ​ຍາກ.

ເກມ​ຟຸດ​ບານ​ອາດ​ບໍ່​ສຳ​ຄັນ​ເທົ່າ​ກັບ​ການ​ທ້າ​ທາຍ​ທີ່​ທ່ານ​ຈະ​ໄດ້​ປະ​ເຊີນ. ໃນ​ຫລາຍໆ​ກໍ​ລະ​ນີ, ສະ​ໜາມ​ກິ​ລາ​ຈະ​ບໍ່​ເຕັມ​ໄປ​ດ້ວຍ​ຜູ້​ຊົມ. ແຕ່​ການ​ຕັດ​ສິນ​ໃຈ​ທີ່​ກ້າ​ຫານ​ຂອງ​ທ່ານ​ຈະ​ມີ​ຄວາມ​ສຳ​ຄັນ​ຊົ່ວ​ນິ​ລັນ​ດອນ.

ບາງ​ທີ​ເຮົາ​ຈະ​ຮູ້​ສຶກ​ວ່າ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ໄດ້. ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ເຫັນ​ເຮົາ​ວ່າ​ເປັນ​ຜູ້​ສ້າງ​ອາ​ນາ​ຈັກ​ທີ່​ກ້າ​ຫານ​ຂອງ​ພຣະ​ອົງ. ເພາະ​ເຫດ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ເຮົາ​ມາ​ທີ່​ນີ້​ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ. ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ!

ຂໍ​ຈົ່ງ​ຟັງ​ສິ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ ບໍ່​ດົນ​ຫລັງ​ຈາກ​ເພິ່ນ​ໄດ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ວ່າ: “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຈະ​ສະ​ແດງ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ນັບ​ຈາກ​ເວ​ລາ​ນີ້​ໄປ ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ອີກ. ເຮົາ​ຈະ​ໄດ້​ເຫັນ​ການ​ມະ​ຫັດ​ສະ​ຈັນ ທີ່​ບົ່ງ​ບອກ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຄວບ​ຄຸມ​ສາດ​ສະ​ໜາ​ຈັກ​ນີ້ ໃນ​ຄວາມ​ສະ​ຫງ່າ​ລາ​ສີ ແລະ ດ້ວຍ​ລັດ​ສະ​ໝີ​ພາບ” (“Revelation for the Church, Revelation for Our Lives,” Liahona, May 2018, 96).

ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ? ສິ່ງ​ບົ່ງ​ບອກ​ທີ່​ໜ້າ​ອັດ​ສະ​ຈັນ? ສະ​ພາບ​ການ​ນັ້ນ​ຈະ​ເປັນ​ແບບ​ໃດ? ເຮົາ​ຈະ​ມີ​ບົດ​ບາດ​ໃດ​ແດ່, ແລະ ເຮົາ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ແນວ​ໃດ? ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຄຳ​ຕອບ​ທັງ​ໝົດ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ຕຽມ​ຕົວ​ໃຫ້​ພ້ອມ! ການ​ນຳ​ໃຊ້​ອຳ​ນາດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ​ບໍ່​ເຄີຍ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຫລາຍ​ກວ່າ​ໃນ​ເວ​ລາ​ນີ້.

ເຮົາ​ເຊື່ອ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ບໍ? ເຮົາ​ຈະ​ພົບ​ເຫັນ ແລະ ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ​ໄດ້​ບໍ? ແນ່​ນອນ, ເຮົາ​ເຮັດ​ໄດ້, ແລະ ແນ່​ນອນ, ເຮົາ​ຕ້ອງ​ເຮັດ, ເພາະ​ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ!

ເມື່ອ​ເຮົາ​ໄດ້​ຍິນ​ເລື່ອງ​ລາວ​ຂອງ​ຜູ້​ຮັບ​ໃຊ້​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ຜູ້​ທີ່​ມາ​ກ່ອນ​ເຮົາ—ດັ່ງ​ເຊັ່ນ​ໂມ​ເຊ, ມາ​ຣີ, ໂມ​ໂຣ​ໄນ, ແອວ​ມາ, ເອ​ສະ​ເທີ, ໂຢ​ເຊັບ, ແລະ ອີກ​ຫລາຍໆ​ຄົນ—ພວກ​ເພິ່ນ​ເບິ່ງ​ຄື​ວ່າ​ສຳ​ຄັນ ແລະ ໜ້າ​ຕື່ນ​ເຕັ້ນ​ຫລາຍ​ກວ່າ​ຄົນ​ທຳ​ມະ​ດາ. ແຕ່​ພວກ​ເພິ່ນ​ບໍ່​ໄດ້​ແຕກ​ຕ່າງ​ຫຍັງ​ຈາກ​ເຮົາ. ພວກ​ເພິ່ນ​ກໍ​ເປັນ​ຄົນ​ທຳ​ມະ​ດາ ຜູ້​ທີ່​ໄດ້​ປະ​ສົບ​ກັບ​ການ​ທ້າ​ທາຍ. ພວກ​ເພິ່ນ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເພິ່ນ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ເວ​ລາ​ທີ່​ສຳ​ຄັນ. ແລະ, ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ພວກ​ເພິ່ນ​ໄດ້​ປະ​ຕິ​ບັດ​ວຽກ​ງານ​ທີ່​ຖືກ​ຮຽກ​ຮ້ອງ​ໃນ​ວັນ​ເວ​ລາ​ຂອງ​ພວກ​ເພິ່ນ.

ສາດ​ສະ​ດາ​ໂຢ​ຊວຍ

Goodsalt

ຂໍ​ໃຫ້​ພິ​ຈາ​ລະ​ນາ​ເລື່ອງ​ໂຢ​ຊວຍ ວິ​ລະ​ບຸ​ລຸດ​ໃນ​ພຣະ​ຄຳ​ພີ​ເດີມ. ເພິ່ນ​ໄດ້​ເປັນ​ຜູ້​ຕິດ​ຕາມ​ທີ່​ອຸ​ທິດ​ຕົນ​ຂອງ​ໂມ​ເຊ, ໜຶ່ງ​ໃນ​ບັນ​ດາ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ຫລັງ​ຈາກ​ໂມ​ເຊ​ໄດ້​ຈາກ​ໄປ​ແລ້ວ, ນັ້ນ​ໄດ້​ເປັນ​ເວ​ລາ​ຂອງ​ໂຢ​ຊວຍ. ເພິ່ນ​ຕ້ອງ​ໄດ້​ນຳ​ພາ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ເພິ່ນ​ຈະ​ເຮັດ​ໄດ້​ແນວ​ໃດ? ໂຢ​ຊວຍ​ໄດ້​ເກີດ​ມາ ແລະ ຖືກ​ລ້ຽງ​ດູ​ໃນ​ການ​ເປັນ​ຂ້າ​ທາດ​ຢູ່​ປະ​ເທດ​ເອ​ຢິບ. ເພິ່ນ​ບໍ່​ໄດ້​ມີ​ປຶ້ມ​ຄູ່​ມີ ຫລື ວິ​ດີ​ໂອ​ສິດ​ສອນ​ເພື່ອ​ຊ່ວຍ​ເພິ່ນ. ເພິ່ນ​ບໍ່​ໄດ້​ມີ ແມ່ນ​ແຕ່​ມື​ຖື​ທີ່​ທັນ​ສະ​ໄໝ! ແຕ່​ເພິ່ນ​ໄດ້​ຮັບ​ຄຳ​ສັນ​ຍາ​ນີ້​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ:

“ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມ​ເຊ, ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ: ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ.

“ສະ​ນັ້ນ ຈົ່ງ​ມີ​ໃຈ​ເດັດ​ດ່ຽວ ແລະ ກ້າ​ຫານ” (ໂຢ​ຊວຍ 1:5–6).

ຕອນ​ຂ້າ​ພະ​ເຈົ້າ​ເປັນ​ສາ​ວົກ​ເຈັດ​ສິບ​ຄົນ​ໃໝ່ ແລະ ຂາດ​ປະ​ສົບ​ການ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​ທີ່​ຮີບ​ດ່ວນ​ຈາກ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ, ຖາມ​ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ສາດ​ສະ​ດາ​ໃນ​ການ​ຢ້ຽມ​ຢາມ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຢູ່​ໂຮງ​ໝໍ—ໂດຍ​ທັນ​ທີ ຊິ​ໄດ້​ບໍ. ຊື່​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນ​ແມ່ນ ແຊກ. ລາວ​ກຳ​ລັງ​ກະ​ກຽມ​ຈະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ ແຕ່​ໄດ້​ປະ​ສົບ​ອຸ​ປະ​ຕິ​ເຫດ ແລະ ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ​ຢູ່​ທີ່​ຫົວ​ຂອງ​ລາວ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂັບ​ລົດ​ໄປ​ຫາ​ໂຮງ​ໝໍ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ຢ່າງ​ວ່ອງ​ໄວ​ວ່າ​ຈະ​ເວົ້າ ແລະ ເຮັດ​ຫຍັງ​ແດ່. ທຸ​ລະ​ແທນ​ສາດ​ສະ​ດາ—ນີ້​ເປັນ​ເລື່ອງ​ຈິງ​ແທ້​ບໍ? ຂ້າ​ພະ​ເຈົ້າ​ຈະ​ປະ​ເຊີນ​ຫຍັງ​ແດ່? ຂ້າ​ພະ​ເຈົ້າ​ຈະ​ຊ່ວຍ​ຊາຍ​ໜຸ່ມ​ຄົນ​ນີ້​ໄດ້​ແນວ​ໃດ? ຂ້າ​ພະ​ເຈົ້າ​ມີ​ສັດ​ທາ​ພຽງ​ພໍ​ບໍ? ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ ແລະ ຄວາມ​ຮູ້​ທີ່​ວ່າ​ຂ້າ​ພະ​ເຈົ້າ​ມີ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ​ໄດ້​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເອົາ​ໃຈ​ໃສ່.

ຕອນ​ຂ້າ​ພະ​ເຈົ້າ​ໄປ​ເຖິງ, ທ້າວ​ແຊກ​ໄດ້​ນອນ​ຢູ່​ເທິງ​ຕຽງ​ໂຮງ​ໝໍ. ຜູ້​ຮັບ​ສົ່ງ​ກໍ​ພ້ອມ​ທີ່​ຈະ​ເອົາ​ລາວ​ໄປ​ສົ່ງ​ເຂົ້າ​ຫ້ອງ​ຜ່າ​ຕັດ​ໄວໆ ເພື່ອ​ວ່າ​ທ່ານ​ໝໍ​ຈະ​ລົດ​ຜ່ອນ​ຄວາມ​ກົດ​ດັນ​ໃນ​ສະ​ໝອງ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ແມ່​ຜູ້​ທີ່​ຫລັ່ງ​ນ້ຳ​ຕາ ແລະ ໝູ່​ໜຸ່ມ​ທີ່​ຢ້ານ​ກົວ​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້ໆ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຢ່າງ​ແຈ່ມ​ແຈ້ງ​ວ່າ​ທ້າວ​ແຊກ​ຕ້ອງ​ການ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ໝູ່​ຂອງ​ລາວ​ຫາ​ກໍ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຂໍ​ໃຫ້​ລາວ​ຊ່ວຍ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຕອນ​ພວກ​ເຮົາ​ໄດ້​ໃຫ້​ພອນ​ທ້າວ​ແຊກ​ດ້ວຍ​ຄວາມ​ຖ່ອມ​ຕົນ. ແລ້ວ​ລາວ​ກໍ​ຖືກ​ພາ​ໄປ​ຮັບ​ການ​ຜ່າ​ຕັດ, ແລະ ຄວາມ​ຮູ້​ສຶກ​ຂອງ​ຄວາມ​ສະ​ຫງົບ​ກໍ​ໄດ້​ຢືນ​ຢັນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຈັດ​ການ​ທຸກ​ສິ່ງ​ຕາມ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ອົງ.

ພະ​ນັກ​ງານ​ແພດ​ໝໍ​ໄດ້​ທຳ​ການ​ສ່ອງ​ໄຟ​ຟ້າ​ອີກ​ເທື່ອ​ໜຶ່ງ​ກ່ອນ​ເລີ່ມ​ຜ່າ​ຕັດ. ເຂົາ​ເຈົ້າ​ໄດ້​ພົບ​ເຫັນ, ດ້ວຍ​ຄວາມ​ແປກ​ໃຈ​ວ່າ, ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ຜ່າ​ຕັດ.

ຫລັງ​ຈາກ​ການ​ບຳ​ບັດ​ຢ່າງ​ຫລວງ​ຫລາຍ, ທ້າວ​ແຊກ​ກໍ​ຮຽນ​ຍ່າງ ແລະ ເວົ້າ​ໄດ້​ອີກ. ລາວ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ດ້ວຍ​ຄວາມ​ສຳ​ເລັດ​ຜົນ ແລະ ດຽວ​ນີ້​ກໍ​ກຳ​ລັງ​ສ້າງ​ຄອບ​ຄົວ​ທີ່​ສວຍ​ງາມ.

ແນ່​ນອນ, ນັ້ນ​ຈະ​ບໍ່​ເປັນ​ຜົນ​ທີ່​ຈະ​ໄດ້​ຮັບ​ສະ​ເໝີ​ໄປ. ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ອື່ນໆ​ດ້ວຍ​ສັດ​ທາ​ເທົ່າ​ກັນ, ແລະ ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ໃຫ້​ການ​ປິ່ນ​ປົວ​ຫາຍ​ດີ​ຄົບ​ຖ້ວນ​ໃນ​ຊີ​ວິດ​ນີ້. ເຮົາ​ໄວ້​ວາງ​ໃຈ​ໃນ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ ແລະ ປະ​ຜົນ​ທີ່​ຈະ​ໄດ້​ຮັບ​ນັ້ນ​ໄວ້​ກັບ​ພຣະ​ອົງ. ເຮົາ​ຈະ​ບໍ່​ສາ​ມາດ​ເລືອກ​ຜົນ​ທີ່​ຈະ​ໄດ້​ຮັບ​ຈາກ​ການ​ກະ​ທຳ​ຂອງ​ເຮົາ​ສະ​ເໝີ​ໄປ, ແຕ່​ເຮົາ​ສາ​ມາດ​ເລືອກ​ໄດ້​ວ່າ​ຈະ​ຕຽມ​ຕົວ​ໃຫ້​ພ້ອມ​ເພື່ອ​ຈະ​ລົງ​ມື​ປະ​ຕິ​ບັດ.

ທ່ານ​ອາດ​ບໍ່​ຖືກ​ຂໍ​ຮ້ອງ​ໃຫ້​ໄປ​ເປັນ​ຜູ້​ຕາງ​ໜ້າ​ຝ່າຍ​ປະ​ທານ​ສູງ​ສຸດ​ໃນ​ສະ​ຖາ​ນະ​ການ​ຄໍ​ຂາດ​ບາດ​ຕາຍ​ແບບ​ນີ້. ແຕ່​ເຮົາ​ຖືກ​ຂໍ​ຮ້ອງ​ໃຫ້​ເຮັດ​ສິ່ງ​ທີ່​ປ່ຽນ​ແປງ​ຊີ​ວິດ ໃນ​ຖາ​ນະ​ຜູ້​ຕາງ​ໜ້າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ຈະ​ບໍ່​ປະ​ຖິ້ມ​ເຮົາ. ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ!

ເປ​ໂຕ, ຫົວ​ໜ້າ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄດ້​ຢູ່​ໃນ​ເຮືອ​ທີ່​ທະ​ເລ ຕອນ​ເພິ່ນ​ເຫັນ​ພຣະ​ເຢ​ຊູ​ຍ່າງ​ເທິງ​ໜ້າ​ນ້ຳ. ເພິ່ນ​ຢາກ​ໄປ​ຫາ​ພຣະ​ອົງ, ແລະ ພຣະ​ອົງ​ກໍ​ໄດ້​ກ່າວ​ວ່າ, “ມາ​ແມ.” ດ້ວຍ​ຄວາມ​ກ້າ​ຫານ ແລະ ຢ່າງ​ມະ​ຫັດ​ສະ​ຈັນ, ເປ​ໂຕ​ໄດ້​ອອກ​ຈາກ​ຄວາມ​ປອດ​ໄພ​ຂອງ​ເຮືອ​ໄປ ແລະ ໄດ້​ເລີ່ມ​ຍ່າງ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ເມື່ອ​ເປ​ໂຕ​ເອົາ​ໃຈ​ໃສ່​ລົມ​ທີ່​ພັດ​ມາ​ແຮງ, ສັດ​ທາ​ຂອງ​ເພິ່ນ​ກໍ​ຫວັ່ນ​ໄຫວ. “ແຕ່​ເມື່ອ​ເປ​ໂຕ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ, ແລະ ກຳ​ລັງ​ຈົມ​ລົງ, ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ຊ່ວຍ​ຂ້າ​ນ້ອຍ​ແດ່​ທ້ອນ. ໃນ​ທັນ​ໃດ​ນັ້ນ, ພຣະ​ເຢ​ຊູ​ກໍ​ເດ່​ພຣະ​ຫັດ​ອອກ​ໄປ​ຈັບ​ລາວ​ໄວ້.” (ເບິ່ງ ມັດ​ທາຍ 14:22–33.)

ພຣະ​ເຢ​ຊູ​ເດ່​ພຣະ​ຫັດ​ອອກ​ໄປ

ເມື່ອ​ລົມ​ພັດ​ມາ​ແຮງ​ໃນ​ຊີ​ວິດ​ຂອງ​ເຮົາ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຮົາ​ຢູ່​ໃສ? ຂໍ​ໃຫ້​ຈຳ​ໄວ້​ວ່າ, ມີ​ແຫລ່ງ​ແຫ່ງ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ກ້າ​ຫານ​ທີ່​ເພິ່ງ​ອາ​ໄສ​ໄດ້​ສະ​ເໝີ​ໄປ. ແຂນ​ຂອງ​ພຣະ​ເຢ​ຊູ​ເດ່​ອອກ​ມາ​ຫາ​ເຮົາ, ດັ່ງ​ທີ່​ໄດ້​ເດ່​ອອກ​ໄປ​ຫາ​ເປ​ໂຕ. ເມື່ອ​ເຮົາ​ເອື້ອມ​ອອກ​ໄປ​ຫາ​ພຣະ​ອົງ, ພຣະ​ອົງ​ຈະ​ຊ່ວຍ​ກູ້​ຊີ​ວິດ​ເຮົາ​ດ້ວຍ​ຄວາມ​ຮັກ. ເຮົາ​ເປັນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຢ່າ​ຢ້ານ​ກົວ​ເລີຍ: ເຮົາ​ໄດ້​ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ, ພວກ​ເຈົ້າ​ເປັນ​ຂອງ​ເຮົາ, ຈຶ່ງ​ເອີ້ນ​ພວກ​ເຈົ້າ​ຕາມ​ຊື່” (​ເອ​ຊາ​ຢາ 43:1). ພຣະ​ອົງ​ຈະ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ທ່ານ ຖ້າ​ຫາກ​ທ່ານ​ປ່ອຍ​ໃຫ້​ພຣະ​ອົງ​ກະ​ທຳ​ດັ່ງ​ນັ້ນ. ການ​ເລືອກ​ເປັນ​ຂອງ​ທ່ານ. (ເບິ່ງ Russell M. Nelson, “Let God Prevail,” Liahona, Nov. 2020, 92–95.)

ໃນ​ບັ້ນ​ທ້າຍ​ຂອງ​ຊີ​ວິດ​ເພິ່ນ, ໂຢ​ຊວຍ​ໄດ້​ອ້ອນ​ວອນ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ວ່າ, “ຈົ່ງ​ຕັດ​ສິນ​ໃຈ​ໃນ​ມື້​ນີ້​ວ່າ ພວກ​ເຈົ້າ​ຈະ​ບົວ​ລະ​ບັດ​ຮັບ​ໃຊ້​ຜູ້​ໃດ; … ສ່ວນ​ຂ້າ​ພະ​ເຈົ້າ​ກັບ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ພວກ​ເຮົາ​ຈະ​ບົວ​ລະ​ບັດ​ຮັບ​ໃຊ້​ພຣະ​ເຈົ້າ” (ໂຢ​ຊວຍ 24:15). ເປັນ​ເພາະ​ການ​ເລືອກ​ຂອງ​ເພິ່ນ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ, ໂຢ​ຊວຍ​ຈຶ່ງ​ກາຍ​ເປັນ​ຜູ້​ນຳ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ. ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ! ແລະ ການ​ເລືອກ​ຂອງ​ເຮົາ​ຈະ​ກຳ​ນົດ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ (ເບິ່ງ Thomas S. Monson, “Decisions Determine Destiny” [Brigham Young University fireside, Nov. 6, 2005], speeches.byu.edu).

ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ເປັນ​ອະ​ທິ​ການ, ພວກ​ເຮົາ​ໄດ້​ມີ​ຄຳ​ຂວັນ​ໃນ​ຫວອດ​ຂອງ​ພວກ​ເຮົາ: ການ​ເລືອກ​ທີ່​ດີ​ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້—ຊົ່ວ​ນິ​ລັນ​ດອນ. ຊາວ​ໜຸ່ມ​ຈະ​ຍ່າງ​ຜ່ານ​ຂ້າ​ພະ​ເຈົ້າ​ໃນ​ຫ້ອງ​ໂຖງ ແລະ ກ່າວ​ວ່າ, “ອະ​ທິ​ການ, ຂ້າ​ນ້ອຍ​ກຳ​ລັງ​ເລືອກ​ສິ່ງ​ດີ!” ນັ້ນ​ແຫລະ​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ອະ​ທິ​ການ!

“ການ​ເລືອກ​ສິ່ງ​ດີ” ໝາຍ​ເຖິງ​ຫຍັງ? ຄັ້ງ​ໜຶ່ງ​ມີ​ຄົນ​ຖາມ​ພຣະ​ເຢ​ຊູ​ວ່າ, “ອາ​ຈານ​ເອີຍ, ໃນ​ກົດ​ບັນ​ຍັດ ແມ່ນ​ຂໍ້​ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?” ພຣະ​ອົງ​ໄດ້​ຕອບ​ວ່າ:

“ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ ແມ່ນ​ກົດ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ.

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມັດ​ທາຍ 22:37–39).

ຂ້າ​ພະ​ເຈົ້າ​ບໍ່​ຮູ້​ເລື່ອງ​ຂອງ​ທ່ານ, ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ອ່ານ​ກົດ​ບັນ​ຍັດ​ຂໍ້​ຍິ່ງ​ໃຫຍ່​ສອງ​ຂໍ້​ນີ້, ຂ້າ​ພະ​ເຈົ້າ​ເຫັນ​ຂໍ້​ທີ​ສາມ​ຊ້ອນ​ຢູ່, ທີ່​ເປັນ​ກົດ​ບັນ​ຍັດ​ແນະ​ນຳ: ຈົ່ງ​ຮັກ​ຕົນ​ເອງ.

ທ່ານ​ເຄີຍ​ຄິດ​ເຖິງ​ການ​ຮັກ​ຕົນ​ເອງ​ວ່າ​ເປັນ​ກົດ​ບັນ​ຍັດ​ບໍ? ເຮົາ​ຈະ​ສາ​ມາດ​ຮັກ​ພຣະ​ເຈົ້າ ແລະ ຮັກ​ລູກໆ​ຂອງ​ພຣະ​ອົງ​ໄດ້​ແທ້ໆ​ບໍ ຖ້າ​ຫາກ​ເຮົາ​ບໍ່​ຮັກ​ຕົນ​ເອງ?

ເມື່ອ​ບໍ່​ດົນ​ມາ​ນີ້ ຜູ້​ນຳ​ທີ່​ສະ​ຫລາດ​ຄົນ​ໜຶ່ງ​ໄດ້​ໃຫ້​ຄຳ​ແນະ​ນຳ​ແກ່​ຊາຍ​ຄົນ​ໜຶ່ງ ຜູ້​ທີ່​ກຳ​ລັງ​ພະ​ຍາ​ຍາມ​ເອົາ​ຊະ​ນະ​ການ​ເລືອກ​ທີ່​ທຳ​ລາຍ. ຊາຍ​ຄົນ​ນັ້ນ​ຮູ້​ສຶກ​ອັບ​ອາຍ, ສົງ​ໄສ​ວ່າ​ລາວ​ມີ​ຄຸນ​ຄ່າ​ດີ​ພໍ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ຄົນ​ໃດ​ບໍ.

ຜູ້​ນຳ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ເຈົ້າ, ຮັກ​ເຈົ້າ, ແລະ ເພິ່ງ​ພໍ​ໃຈ [ໃນ] ຕົວ​ເຈົ້າ ແລະ ບາດ​ກ້າວ​ທີ່​ເຈົ້າ​ກຳ​ລັງ​ກ້າວ​ເດີນ​ໄປ​ຢູ່.” ແຕ່​ແລ້ວ​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “[ເຈົ້າ] ຕ້ອງ​ໄດ້​ຍິນ​ກົດ​ບັນ​ຍັດ​ທີ່​ໃຫ້​ຮັກ​ຕົນ​ເອງ ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ [ຂອງ​ພຣະ​ເຈົ້າ] ແລະ ຮັກ​ຄົນ​ອື່ນ.”

ເມື່ອ​ຊາຍ​ຄົນ​ນີ້​ໄດ້​ຍິນ​ຄຳ​ແນະ​ນຳ​ນັ້ນ, ລາວ​ໄດ້​ຮູ້​ສຶກ​ບາງ​ສິ່ງ​ທີ່​ລາວ​ບໍ່​ເຄີຍ​ໄດ້​ຮູ້​ສຶກ​ມາ​ກ່ອນ. ຕໍ່​ມາ​ລາວ​ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ໄດ້​ໃຊ້​ເວ​ລາ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ ພະ​ຍາ​ຍາມ​ຊອກ​ຫາ​ຄວາມ​ສະ​ຫງົບ ແລະ ການ​ຍອມ​ຮັບ. ຂ້າ​ນ້ອຍ​ໄດ້​ຊອກ​ຫາ​ສິ່ງ​ເຫລົ່າ​ນັ້ນ​ໃນ​ຫລາຍໆ​ບ່ອນ​ທີ່​ຜິດ. ພຽງ​ແຕ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ພົບ​ການ​ປອບ​ໂຍນ. ຂ້າ​ນ້ອຍ​ຮູ້​ວ່າ​ພວກ​ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ນ້ອຍ​ຮັກ​ຕົວ​ເອງ; ມັນ​ເປັນ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຂ້າ​ນ້ອຍ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ​ທີ່​ມີ​ໃຫ້​ຂ້າ​ນ້ອຍ.”

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປະ​ສົງ​ໃຫ້​ເຮົາ​ຮັກ​ຕົວ​ເຮົາ​ເອງ—ບໍ່​ແມ່ນ​ເພື່ອ​ວ່າ​ຈະ​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ ຫລື ເຫັນ​ແກ່​ຕົວ, ແຕ່​ເພື່ອ​ວ່າ​ຈະ​ເຫັນ​ຕົວ​ເອງ​ໃນ​ທັດ​ສະ​ນະ​ທີ່​ພຣະ​ອົງ​ເຫັນ​ເຮົາ: ເຮົາ​ເປັນ​ລູກ​ທີ່​ຖະ​ໜອມ​ຮັກ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ເຊື່ອ​ແນວ​ນີ້​ແທ້ໆ, ແລ້ວ​ຄວາມ​ຮັກ​ທີ່​ເຮົາ​ມີ​ແດ່​ພຣະ​ເຈົ້າ​ກໍ​ຈະ​ເພີ່ມ​ທະ​ວີ​ຂຶ້ນ. ເມື່ອ​ເຮົາ​ເບິ່ງ​ຕົວ​ເອງ​ດ້ວຍ​ຄວາມ​ເຄົາ​ລົບ​ທີ່​ຈິງ​ໃຈ, ແລ້ວ​ຫົວ​ໃຈ​ຂອງ​ເຮົາ​ຈະ​ເປີດ​ອອກ​ກວ້າງ​ເພື່ອ​ຈະ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ໃນ​ວິ​ທີ​ທາງ​ນັ້ນ​ຄື​ກັນ. ເມື່ອ​ເຮົາ​ຮັບ​ຮູ້​ຄຸນ​ຄ່າ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຍິ່ງ​ຈະ​ເຂົ້າ​ໃຈ​ຄວາມ​ຈິງ​ແຫ່ງ​ສະ​ຫວັນ​ນີ້​ຫລາຍ​ຂຶ້ນ​ເທົ່າ​ນັ້ນ: ວ່າ​ພຣະ​ເຈົ້າ​ໄດ້​ສົ່ງ​ເຮົາ​ມາ​ທີ່​ນີ້, ໃນ​ເວ​ລາ​ນີ້, ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ນີ້, ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ເປັນ​ໄປ​ໄດ້ ດ້ວຍ​ພອນ​ສະ​ຫວັນ ແລະ ຂອງ​ປະ​ທານ​ທີ່​ເຮົາ​ມີ​ຢູ່. ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ! (ເບິ່ງ Russell M. Nelson, “Becoming True Millennials” [worldwide devotional for young adults, Jan. 10, 2016], broadcasts.ChurchofJesusChrist.org.)

ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ ສາດ​ສະ​ດາ​ທຸກ​ທ່ານ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ “ໄດ້​ມຸ້ງ​ຫາ​ດ້ວຍ​ຄວາມ​ຄາດ​ຫວັງ​ທີ່​ປ່ຽມ​ດ້ວຍ​ຄວາມ​ສຸກ ເຖິງ​ວັນ​ເວ​ລາ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່; … ພວກ​ເພິ່ນ​ໄດ້​ຮ້ອງ​ເພງ ແລະ ໄດ້​ບັນ​ທຶກ ແລະ ໄດ້​ທຳ​ນາຍ​ເຖິງ​ວັນ​ເວ​ລາ​ຂອງ​ເຮົາ​ນີ້; … ເຮົາ​ເປັນ​ຜູ້​ຄົນ​ທີ່​ໂປດ​ປານ​ທີ່​ພຣະ​ເຈົ້າ [ໄດ້​ເລືອກ] ເພື່ອ​ກໍ່​ໃຫ້​ເກີດ​ລັດ​ສະ​ໝີ​ພາບ​ໃນ​ຍຸກ​ສຸດ​ທ້າຍ” (Teachings of Presidents of the Church: Joseph Smith [2007], 186).

ຂະ​ນະ​ທີ່​ທ່ານ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ປະ​ຈຳ​ວັນ​ຂອງ​ທ່ານ, ຂໍ​ໃຫ້​ຈື່​ຈຳ​ຄຳ​ຮັບ​ຮອງ​ນີ້​ທີ່ ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສະ​ເໜີ​ວ່າ: “ທ່ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫລາຍ​ຢ່າງ, ແຕ່​ມັນ​ຈະ​ເປັນ​ປະ​ສົບ​ການ​ທີ່​ຮຸ່ງ​ໂລດ ແລະ ປະ​ສົບ​ຜົນ​ສຳ​ເລັດ. … ໄຊ​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​ຮອບ​ສຸດ​ທ້າຍ​ນີ້​ຖືກ​ປະ​ກາດ​ອອກ​ໄປ​ແລ້ວ. ໄຊ​ຊະ​ນະ​ນັ້ນ​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ປຶ້ມ​ບັນ​ທຶກ​ຮຽບ​ຮ້ອຍ​ແລ້ວ … , ໃນ​ພຣະ​ຄຳ​ພີ!” (“Be Not Afraid, Only Believe” [address to Church Educational System religious educators, Feb. 6, 2015], broadcasts.ChurchofJesusChrist.org).

ໃນ​ທ້າຍ​ອາ​ທິດ​ເທດ​ສະ​ການ​ອີດ​ສະ​ເຕີ​ທີ່​ສວຍ​ງາມ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ເຊື້ອ​ເຊີນ ວ່າ​ເຮົາ​ທຸກ​ຄົນ​ຈະ​ອະ​ທິ​ຖານ​ເພື່ອ​ຮັບ​ຮູ້ ແລະ ຮັບ​ເອົາ​ບົດ​ບາດ​ຂອງ​ຕົນ ຂະ​ນະ​ທີ່​ເຮົາ​ກຽມ​ພ້ອມ​ສຳ​ລັບ​ວັນ​ທີ່​ຮຸ່ງ​ໂລດ ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເດັດ​ມາ​ອີກ​ຄັ້ງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຮົາ​ຫລາຍ​ກວ່າ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ໄດ້, ແລະ ພຣະ​ອົງ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ! ແລະ ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ເດີ່ນ​ຟຸດ​ບານ, ໃນ​ຫ້ອງ​ໂຮງ​ໝໍ, ຫລື ຢູ່​ໃນ​ບ່ອນ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໄດ້—ເພາະ​ນີ້​ແມ່ນ​ວັນ​ເວ​ລາ​ຂອງ​ເຮົາ! ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.