ຈົ່ງຮັກສັດຕູຂອງເຈົ້າ
ການທີ່ຮູ້ວ່າເຮົາທຸກຄົນເປັນລູກຂອງພຣະເຈົ້າ ຊ່ວຍເຮົາໃຫ້ມີວິໄສທັດ ເຖິງຄວາມມີຄ່າ ແລະ ຄວາມສາມາດຂອງທຸກຄົນທີ່ຈະເອົາຊະນະຄວາມອະຄະຕິໄດ້.
ຄຳສອນຂອງພຣະຜູ້ເປັນເຈົ້າແມ່ນສຳລັບນິລັນດອນ ແລະ ສຳລັບລູກຂອງພຣະອົງທຸກຄົນ. ໃນຂ່າວສານນີ້ ຂ້າພະເຈົ້າຈະໃຫ້ບາງຕົວຢ່າງຈາກສະຫະລັດອາເມຣິກາ, ແຕ່ຫລັກທຳທີ່ຂ້າພະເຈົ້າສິດສອນແມ່ນໃຊ້ໄດ້ໃນທຸກບ່ອນ.
ເຮົາມີຊີວິດຢູ່ໃນວັນເວລາຂອງຄວາມຄຽດແຄ້ນ ແລະ ຄວາມກຽດຊັງ ໃນຄວາມສຳພັນທາງການເມືອງ ແລະ ນະໂຍບາຍ. ເຮົາໄດ້ເຫັນມັນໃນລະດູແລ້ງປີນີ້ ເມື່ອຜູ້ຄົນໄດ້ເລີ່ມຕົ້ນຈາກການເດີນປະທ້ວງແບບສະຫງົບ ກາຍເປັນການປະທ້ວງແບບທຳລາຍ. ເຮົາໄດ້ເຫັນມັນໃນບັນດາຜູ້ແທນທີ່ຊອກຫາຫາງສຽງເພື່ອຂຶ້ນເປັນຜູ້ນຳບ້ານເມືອງ. ໜ້າເສຍໃຈທີ່ບາງສ່ວນເຫລົ່ານີ້ໄດ້ແຜ່ກະຈາຍເຂົ້າໄປໃນຂ່າວທາງການເມືອງ ແລະ ມີການອ້າງອີງທີ່ບໍ່ສຸພາບໃນການປະຊຸມໂບດຂອງພວກເຮົາ.
ໃນລັດຖະບານປະຊາທິປະໄຕ, ເຮົາຈະມີຄວາມແຕກຕ່າງເລື່ອງການເລືອກຜູ້ແທນ ແລະ ນະໂຍບາຍ. ເຖິງຢ່າງໃດກໍຕາມ, ໃນຖານະຜູ້ຕິດຕາມພຣະຄຣິດ ເຮົາບໍ່ຄວນໃຊ້ຄວາມຄຽດແຄ້ນ ແລະ ຄວາມກຽດຊັງໃນເລື່ອງການເມືອງທີ່ຖືກນຳມາໂຕ້ວາທີ ຫລື ການກ່າວປະນາມ ໃນຫລາຍໆບ່ອນ.
ຕໍ່ໄປນີ້ແມ່ນຄຳສອນຢ່າງໜຶ່ງຂອງພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງອາດຮູ້ຈັກກັນດີ ແຕ່ບໍ່ຖືກນຳໃຊ້ຫລາຍປານໃດ:
“ເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ຈົ່ງຮັກເພື່ອນບ້ານຂອງເຈົ້າ ແລະ ກຽດຊັງສັດຕູຂອງເຈົ້າ.
“ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຈົ່ງຮັກສັດຕູຂອງເຈົ້າ, ຈົ່ງໃຫ້ພອນແກ່ຄົນທີ່ປ້ອຍດ່າເຈົ້າ, ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງເຈົ້າ, ແລະ ອະທິຖານເພື່ອຜູ້ທີ່ໃຊ້ເຈົ້າຢ່າງໝິ່ນປະໝາດ ແລະ ຂົ່ມເຫັງເຈົ້າ” (ມັດທາຍ 5:43–44).1
ເປັນເວລາຫລາຍລຸ້ນຄົນ, ຊາວຢິວໄດ້ຖືກສິດສອນໃຫ້ກຽດຊັງສັດຕູຂອງພວກເຂົາ, ແລະ ແລ້ວພວກເຂົາໄດ້ຮັບທຸກທໍລະມານ ພາຍໃຕ້ການປົກຄອງຂອງຊາວໂຣມ. ແຕ່ພຣະເຢຊູໄດ້ສິດສອນພວກເຂົາວ່າ, “ໃຫ້ເຈົ້າທັງຫລາຍຮັກສັດຕູຂອງເຈົ້າ” ແລະ “ເຮັດດີຕໍ່ຜູ້ທີ່ … ໃຊ້ເຈົ້າຢ່າງໝິ່ນປະໝາດ.”
ນີ້ຊ່າງເປັນຄຳສອນທີ່ປະຕິຮູບກ່ຽວກັບຄວາມສຳພັນສ່ວນຕົວ ແລະ ທາງການເມືອງ! ແຕ່ນັ້ນເປັນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາບັນຊາ. ໃນພຣະຄຳພີມໍມອນ ເຮົາອ່ານວ່າ, “ເພາະຕາມຈິງ, ຕາມຈິງແລ້ວເຮົາກ່າວກັບພວກເຈົ້າ, ຜູ້ທີ່ມີວິນຍານແຫ່ງການຂັດແຍ້ງນັ້ນບໍ່ໄດ້ມາຈາກເຮົາ, ແຕ່ມາຈາກມານ, ຜູ້ເປັນບິດາຂອງການຂັດແຍ້ງ ແລະ ມັນໄດ້ຍຸຍົງໃຈຂອງມະນຸດໃຫ້ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ” (3 ນີໄຟ 11:29).
ການຮັກສັດຕູ ແລະ ຜູ້ປໍລະປັກຂອງເຮົາແມ່ນບໍ່ໄດ້ເປັນເລື່ອງງ່າຍ. “ເຮົາສ່ວນຫລາຍຍັງຂຶ້ນບໍ່ເຖິງລະດັບຂອງ … ຄວາມຮັກ ແລະ ການໃຫ້ອະໄພ,” ນັ້ນເທື່ອ ປະທານກໍດອນ ບີ ຮິງລີ ໄດ້ສັງເກດ, ໂດຍກ່າວຕື່ມວ່າ “ມັນຮຽກຮ້ອງການບັງຄັບຕົນເອງ ທີ່ເກືອບເກີນຄວາມສາມາດຂອງເຮົາ.”2 ແຕ່ມັນຄົງເປັນສິ່ງຈຳເປັນ, ເພາະມັນເປັນພາກສ່ວນໜຶ່ງໃນພຣະບັນຍັດສອງປະການຂອງພຣະຜູ້ຊ່ວຍໃຫ້ລອດວ່າ “ຈົ່ງຮັກອົງພຣະຜູ້ເປັນເຈົ້າ” ແລະ “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ” (ມັດທາຍ 22:37, 39). ແລະ ມັນຈະຕ້ອງເປັນໄປໄດ້, ເພາະພຣະອົງໄດ້ສິດສອນອີກວ່າ, “ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ” (ມັດທາຍ 7:7).3
ເຮົາຈະຮັກສາພຣະບັນຍັດທີ່ສູງສົ່ງເຫລົ່ານີ້ໄດ້ແນວໃດ ໃນໂລກທີ່ເຮົາຂຶ້ນກັບກົດໝາຍຂອງມະນຸດ? ໂຊກດີທີ່ເຮົາມີຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດເອງ ເຖິງວິທີທີ່ເຮັດໃຫ້ກົດນິລັນດອນຂອງພຣະອົງສົມດູນກັບກົດຂອງມະນຸດ. ເມື່ອຜູ້ປໍລະປັກພະຍາຍາມເຮັດໃຫ້ພຣະອົງຂ້ອງຄາຄຳຖາມ ກ່ຽວກັບວ່າຊາວຢິວຄວນຈ່າຍພາສີໃຫ້ຊາວໂຣມຫລືບໍ່, ພຣະອົງໄດ້ຊີ້ໃສ່ຮູບຂອງກາຍຊາຢູ່ໃນເງິນຫລຽນ ແລະ ປະກາດວ່າ, “ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ, ແລະ ສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ” (ລູກາ 20:25).4
ສະນັ້ນ, ເຮົາຈະຕ້ອງເຮັດຕາມກົດຂອງມະນຸດ (ຄືນຖວາຍແກ່ກາຍຊາ) ເພື່ອຈະໄດ້ໃຊ້ຊີວິດແບບສະຫງົບສຸກ ພາຍໃຕ້ກົດໝາຍບ້ານເມືອງ, ແລະ ເຮົາເຮັດຕາມກົດຂອງພຣະເຈົ້າ ໃນຈຸດໝາຍປາຍທາງນິລັນດອນຂອງເຮົາ. ແຕ່ເຮົາຈະເຮັດສິ່ງນັ້ນໄດ້ແນວໃດ—ໂດຍສະເພາະຕ້ອງຮຽນຮັກຜູ້ປໍລະປັກ ແລະ ສັດຕູຂອງເຮົາ?
ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ວ່າບໍ່ໃຫ້ “ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ” ເປັນຂັ້ນຕອນທຳອິດທີ່ດີ. ມານຄືບິດາຂອງການຂັດແຍ້ງ ແລະ ມັນລໍ້ລວງມະນຸດໃຫ້ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ. ມັນສະໜັບສະໜູນການຕໍ່ຕ້ານ ແລະ ຄວາມກຽດຊັງໃນບັນດາຜູ້ຄົນ ແລະ ພາຍໃນກຸ່ມ, ລວມທັງຄອບຄົວ. ປະທານທອມມັສ ແອັສ ມອນສັນ ໄດ້ສິດສອນວ່າ ຄວາມຄຽດແຄ້ນແມ່ນ “ເຄື່ອງມືຂອງຊາຕານ,” ເພາະວ່າ “ຄວາມຄຽດແຄ້ນຄືການຍອມຕໍ່ອິດທິພົນຂອງຊາຕານ. ບໍ່ມີໃຜສາມາດ ເຮັດໃຫ້ ເຮົາຄຽດແຄ້ນໄດ້. ມັນເປັນການເລືອກຂອງເຮົາເອງ.”5 ຄວາມຄຽດແຄ້ນຄືວິທີທີ່ເຮັດໃຫ້ມີການແຕກແຍກ ແລະ ການຕໍ່ຕ້ານ. ເຮົາຈະມີໃຈຮັກຜູ້ປໍລະປັກ ເມື່ອເຮົາຫລີກລ້ຽງຈາກຄວາມຄຽດແຄ້ນ ແລະ ການຕໍ່ຕ້ານຄົນທີ່ເຮົາບໍ່ເຫັນດ້ວຍ. ມັນຍັງຊ່ວຍໄດ້ ຖ້າຫາກເຮົາເຕັມໃຈທີ່ຈະຮຽນຮູ້ຈາກເຂົາເຈົ້າ.
ໃນຈຳນວນວິທີຕ່າງໆເພື່ອພັດທະນາຄວາມຮູ້ສຶກໃຫ້ຮັກຄົນອື່ນ ມີວິທີໜຶ່ງທີ່ງ່າຍໆ ຢູ່ໃນເພງທີ່ເກົ່າແກ່ເພງໜຶ່ງ. ເມື່ອເຮົາພະຍາຍາມເຂົ້າໃຈ ແລະ ຢາກເວົ້າເຖິງຜູ້ຄົນທີ່ນັບຖືວັດທະນະທຳທີ່ແຕກຕ່າງ, ເຮົາພະຍາຍາມຮູ້ຈັກເຂົາເຈົ້າກ່ອນ. ໃນຫລາຍກໍລະນີຈົນນັບບໍ່ຖ້ວນ, ຄວາມສົງໄສຄົນແປກໜ້າ ຫລື ແມ່ນແຕ່ການເປັນສັດຕູກັນ ກໍຍັງປ່ຽນເປັນໝູ່ເພື່ອນກັນໄດ້ ເມື່ອທັງສອງຝ່າຍມີຄວາມເຂົ້າໃຈ ແລະ ນັບຖືກັນ.6
ສິ່ງຊ່ວຍເຫລືອທີ່ດີເລີດກວ່າ ໃນການຮຽນຮູ້ທີ່ຈະຮັກຜູ້ປໍລະປັກ ແລະ ສັດຕູຂອງເຮົາ ແມ່ນການເຂົ້າໃຈພະລັງຂອງຄວາມຮັກ. ຕໍ່ໄປນີ້ແມ່ນສາມຢ່າງໃນຄຳສອນຂອງສາດສະດາກ່ຽວກັບເລື່ອງນີ້.
ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ “ມີຄຳກ່າວໄວ້ວ່າ ຄວາມຮັກນຳພາໄປສູ່ຄວາມຮັກຫລາຍຍິ່ງຂຶ້ນ. ຂໍໃຫ້ເຮົາຈົ່ງຖອກເທຄວາມຮັກ—ສະແດງຄວາມເມດຕາຕໍ່ມະນຸດທັງປວງ.”7
ປະທານຮາວເວີດ ດັບເບິນຢູ ຮັນເທີ ໄດ້ສິດສອນວ່າ: “ໂລກທີ່ເຮົາອາໄສຢູ່ນີ້ ຈະເປັນປະໂຫຍດຫລາຍກວ່າ ຖ້າຫາກຊາຍ ແລະ ຍິງໃນທຸກແຫ່ງຫົນ ໃຊ້ຄວາມຮັກອັນບໍລິສຸດຂອງພຣະຄຣິດ, ຊຶ່ງເປັນຄວາມດີງາມ, ຄວາມອ່ອນນ້ອມ, ແລະ ຄວາມຕ່ຳຕ້ອຍ. ປາດສະຈາກຄວາມອິດສາບັງບຽດ ຫລື ຄວາມທະນົງຕົວ. … ບໍ່ສະແຫວງຫາສິ່ງໃດຕອບແທນ. … ບໍ່ມີບ່ອນສຳລັບຄວາມບ້າຄັ່ງ, ຄວາມກຽດຊັງ, ຫລື ຄວາມຮຸນແຮງ. … ມີແຕ່ຊຸກຍູ້ຜູ້ຄົນທີ່ແຕກຕ່າງກັນໃຫ້ຢູ່ນຳກັນໃນຄວາມຮັກດັ່ງທີ່ພຣະຄຣິດສິດສອນ ບໍ່ຄຳນຶງເຖິງຄວາມເຊື່ອຖືເລື່ອງສາດສະໜາ, ເຊື້ອຊາດ, ສັນຊາດ, ຖານະການເງິນ, ການສຶກສາ, ຫລື ວັດທະນະທຳ.”8
ແລະ ປະທານຣະໂຊ ເອັມ ແນວສັນ ໄດ້ຊັກຊວນເຮົາໃຫ້ “ຂະຫຍາຍວົງລ້ອມແຫ່ງຄວາມຮັກຂອງເຮົາ ເພື່ອຮັບເອົາຄອບຄົວມະນຸດຊາດທັງປວງ.”9
ພາກສ່ວນທີ່ສຳຄັນຂອງການຮັກສັດຕູຂອງເຮົາ ຄືການຄືນຖວາຍແກ່ກາຍຊາ ໂດຍການຮັກສາກົດໝາຍຂອງປະເທດຕ່າງໆຂອງເຮົາ. ເຖິງແມ່ນວ່າຄຳສອນຂອງພຣະເຢຊູຄຣິດເປັນຄຳສອນທີ່ປະຕິຮູບ, ແຕ່ພຣະອົງບໍ່ໄດ້ສິດສອນເລື່ອງການປະຕິວັດ ຫລື ການເຮັດຜິດກົດໝາຍ. ພຣະອົງໄດ້ສິດສອນວິທີອື່ນທີ່ດີກວ່າ. ການເປີດເຜີຍສະໄໝໃໝ່ກໍສິດສອນຢ່າງດຽວກັນນີ້:
“ຢ່າໃຫ້ມະນຸດຄົນໃດຝ່າຝືນ ກົດໝາຍຂອງແຜ່ນດິນ, ເພາະຄົນທີ່ຮັກສາກົດຂອງພຣະເຈົ້າ ບໍ່ຈຳເປັນຕ້ອງຝ່າຝືນກົດໝາຍຂອງແຜ່ນດິນ.
“ດັ່ງນັ້ນ, ຈົ່ງຂຶ້ນຢູ່ກັບອຳນາດທີ່ດຳລົງຢູ່” (ຄຳສອນ ແລະ ພັນທະສັນຍາ 58:21–22).
ແລະ ຫລັກແຫ່ງຄວາມເຊື່ອຂອງເຮົາ, ຊຶ່ງຂຽນໂດຍສາດສະດາໂຈເຊັບ ສະມິດ ຫລັງຈາກທີ່ໄພ່ພົນໄດ້ຮັບທຸກທໍລະມານກັບການຂົ່ມເຫັງຢ່າງໜັກ ຈາກເຈົ້າໜ້າທີ່ຢູ່ໃນລັດມີເຊີຣີ, ປະກາດວ່າ, “ພວກເຮົາເຊື່ອໃນການຂຶ້ນຢູ່ກັບກະສັດ, ປະທານາທິບໍດີ, ຜູ້ປົກຄອງ, ແລະ ຜູ້ພິພາກສາ ໃນການເຮັດຕາມ, ໃນການຍົກຍ້ອງ, ແລະ ໃນການສະໜັບສະໜູນກົດໝາຍ” (ຫລັກແຫ່ງຄວາມເຊື່ອ 1:12).
ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ເຮົາເຫັນດ້ວຍກັບທຸກສິ່ງທີ່ກະທຳໄປດ້ວຍອຳນາດທາງກົດໝາຍ. ມັນໝາຍຄວາມວ່າ ເຮົາເຊື່ອຟັງກົດໝາຍ ແລະ ໃຊ້ວິທີສະຫງົບເພື່ອປ່ຽນແປງມັນ. ມັນກໍໝາຍຄວາມວ່າ ເຮົາຍອມຮັບຜົນຂອງການເລືອກຕັ້ງດ້ວຍຄວາມສະຫງົບ. ເຮົາຈະບໍ່ມີພາກສ່ວນໃນການຂົ່ມຂູ່ທີ່ຮຸນແຮງ ໂດຍຜູ້ທີ່ຜິດຫວັງກັບຜົນທີ່ອອກມານັ້ນ.10 ໃນສັງຄົມປະຊາທິປະໄຕ ເຮົາມີໂອກາດສະເໝີ ແລະ ມີໜ້າທີ່ ທີ່ຈະຄົງຢູ່ຕໍ່ໄປດ້ວຍຄວາມສະຫງົບ ຈົນກວ່າຈະເຖິງການເລືອກຕັ້ງເທື່ອຕໍ່ໄປ.
ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ໃຫ້ຮັກສັດຕູຂອງເຮົາ ແມ່ນອີງຕາມຄວາມຈິງແທ້ທີ່ມະນຸດທຸກຄົນເປັນລູກທີ່ຮັກຂອງພຣະເຈົ້າ. ຫລັກທຳນິລັນດອນນັ້ນ ແລະ ຫລັກທຳຂັ້ນພື້ນຖານບາງຢ່າງຂອງກົດໝາຍ ໄດ້ຖືກທົດສອບໃນການປະທ້ວງເມື່ອບໍ່ດົນມານີ້ ໃນຫລາຍຕົວເມືອງຂອງອາເມຣິກາ.
ໃນຄວາມຄິດໜຶ່ງອີກ, ບາງຄົນເບິ່ງຄືລືມໄປວ່າ ຂໍ້ທຳອິດໃນລັດຖະທຳມະນູນຂອງສະຫະລັດອາເມຣິກາແມ່ນ ການຮັບປະກັນ “ສິດທິຂອງປະຊາຊົນທີ່ຈະລວມຕົວໂດຍສັນຕິ, ແລະ ຮຽກຮ້ອງລັດຖະບານໃຫ້ແກ້ໄຂບັນຫາ.” ນັ້ນຄືວິທີທີ່ຖືກອະນຸຍາດໃຫ້ແຈ້ງບອກປະຊາຊົນໃຫ້ຮູ້ຈັກ ແລະ ໃຫ້ເອົາໃຈໃສ່ຕໍ່ຄວາມບໍ່ຍຸດຕິທຳ ຢູ່ໃນມະຕິ ຫລື ການບໍລິຫານຂອງກົດໝາຍ. ແລະ ກໍເຄີຍມີຄວາມບໍ່ຍຸດຕິທຳ. ໃນການກະທຳສາທາລະນະ ແລະ ໃນການປະພຶດສ່ວນຕົວຂອງເຮົາ, ເຮົາພົບເຫັນການຈຳແນກເຊື້ອຊາດ ແລະ ການຮ້ອງທຸກທີ່ກ່ຽວຂ້ອງ. ໃນບົດຂຽນສ່ວນຕົວທີ່ຊັກຊວນ, ບາດຫລວງເທຣີຊາ ເອ ເດຍ ຂອງສະມາຄົມແຫ່ງຊາດເພື່ອຄວາມກ້າວໜ້າຂອງຄົນຜິວດຳ (NAACP) ໄດ້ເຕືອນເຮົາວ່າ “ການຈຳແນກເຊື້ອຊາດເຕີບໂຕຂຶ້ນຈາກຄວາມກຽດຊັງ, ການກົດຂີ່, ການສົມຮູ້ຮ່ວມຄິດ, ການເສີຍເມີຍ, ຄວາມບໍ່ເອົາໃຈໃສ່ ແລະ ຄວາມມິດງຽບ.”11 ໃນຖານະພົນລະເມືອງ ແລະ ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາຕ້ອງເຮັດໃຫ້ດີກວ່າເກົ່າເພື່ອຊ່ວຍກຳຈັດການຈຳແນກເຊື້ອຊາດ.
ໃນຄວາມຄິດອີກຢ່າງໜຶ່ງ, ຜູ້ຄົນຈຳນວນນ້ອຍທີ່ເຂົ້າຮ່ວມ ແລະ ສະໜັບສະໜູນການປະທ້ວງເຫລົ່ານີ້ ແລະ ເຮັດສິ່ງທີ່ຜິດກົດໝາຍ ລືມໄປວ່າ ການປະທ້ວງທີ່ລັດຖະທຳມະນູນປົກປ້ອງ ຕ້ອງເປັນການປະທ້ວງ ຢ່າງສະຫງົບ. ຜູ້ປະທ້ວງບໍ່ມີສິດທີ່ຈະທຳລາຍ, ທຳຄວາມເສຍຫາຍໃນສະຖານທີ່ຕ່າງໆ, ຫລື ຂະໂມຍຊັບສິນ ຫລື ຕໍ່ຕ້ານເຈົ້າໜ້າທີ່ຕຳຫລວດ. ລັດຖະທຳມະນູນ ແລະ ກົດໝາຍບໍ່ໄດ້ລະບຸການຊັກຊວນໃຫ້ປະຕິວັດ ຫລື ອະນາທິປະໄຕ. ເຮົາທຸກຄົນ—ຕຳຫລວດ, ຜູ້ປະທ້ວງ, ຜູ້ສະໜັບສະໜູນ, ແລະ ຜູ້ຊົມ—ຄວນເຂົ້າໃຈຂອບເຂດຂອງສິດທິ ແລະ ຄວາມສຳຄັນໃນໜ້າທີ່ຂອງເຮົາ ທີ່ຈະຢູ່ໃນຂອບເຂດຂອງກົດໝາຍໃນປະຈຸບັນ. ອັບຣາຮາມ ລິງກັນ ໄດ້ເວົ້າຖືກທີ່ວ່າ: “ບໍ່ມີການຮ້ອງທຸກໃດທີ່ຖືກແກ້ໄຂຢ່າງເໝາະສົມໂດຍກົດຂອງກຸ່ມອັນຕະພານ.”12 ການແກ້ໄຂບັນຫາໂດຍກຸ່ມອັນຕະພານ ແມ່ນການແກ້ໄຂໂດຍວິທີທີ່ຜິດກົດໝາຍ. ນັ້ນຄືອະນາທິປະໄຕ, ຄືການປົກຄອງທີ່ບໍ່ມີປະສິດທິພາບ ແລະ ບໍ່ມີເຈົ້າໜ້າທີ່ຕຳຫລວດເປັນທາງການ, ຊຶ່ງມັນຕໍ່ຕ້ານ ແທນທີ່ຈະປົກປ້ອງສິດທິຂອງບຸກຄົນ.
ເຫດຜົນຢ່າງໜຶ່ງທີ່ການປະທ້ວງເມື່ອບໍ່ດົນມານີ້ ໃນສະຫະລັດອາເມຣິກາ ເຮັດໃຫ້ຜູ້ຄົນຢ່າງຫລວງຫລາຍຕົກຕະລຶງຄື ການສູ້ຮົບ ແລະ ການເຮັດຜິດກົດໝາຍ ທີ່ເກີດກັບຊົນເຜົ່າຕ່າງໆໃນປະເທດອື່ນ ຊຶ່ງບໍ່ຄວນເກີດຂຶ້ນຢູ່ໃນສະຫະລັດອາເມຣິກາເລີຍ. ປະເທດນີ້ຄວນເຮັດໃຫ້ດີຂຶ້ນ ເລື່ອງການກຳຈັດການຈຳແນກເຊື້ອຊາດ, ຊຶ່ງບໍ່ພຽງແຕ່ຈຳແນກຄົນອາເມຣິກາດຳເທົ່ານັ້ນ, ຊຶ່ງເຫັນໄດ້ຢ່າງແຈ້ງຊັດໃນການປະທ້ວງເມື່ອບໍ່ດົນມານີ້, ວ່າມີການຈຳແນກຄົນລາຕິນ, ຄົນເອເຊຍ, ແລະ ຜູ້ຄົນກຸ່ມອື່ນໆນຳອີກ. ປະຫວັດສາດຂອງປະເທດນີ້ເລື່ອງການຈຳແນກເຊື້ອຊາດ ບໍ່ແມ່ນເລື່ອງທີ່ສະບາຍໃຈ, ແລະ ເຮົາຄວນເຮັດໃຫ້ດີກວ່ານີ້.
ສະຫະລັດອາເມຣິກາໄດ້ຖືກສ້າງຕັ້ງຂຶ້ນດ້ວຍຊາວອົບພະຍົບຈາກປະຊາຊາດຕ່າງໆ ແລະ ຫລາຍຊົນເຜົ່າ. ຈຸດປະສົງທີ່ເອກະພາບຂອງມັນ ບໍ່ແມ່ນເພື່ອສ້າງຕັ້ງສາດສະໜາໃດໜຶ່ງໂດຍສະເພາະ ຫລື ເພື່ອເຮັດໃຫ້ວັດທະນະທຳໃດໜຶ່ງ ຫລື ຄວາມຈົງຮັກພັກດີຂອງບັນດາປະເທດເກົ່າເສື່ອມໂຊມ. ຜູ້ຄົນທີ່ສ້າງຕັ້ງສະຫະລັດໄດ້ສະແຫວງຫາຄວາມເປັນເອກະພາບໃນລັດຖະທຳມະນູນ ແລະ ກົດໝາຍ. ແຕ່ກໍບໍ່ໄດ້ໝາຍຄວາມວ່າ ເອກະສານທີ່ເປັນເອກະພາບຂອງເຮົາ ຫລື ຄວາມເຂົ້າໃຈໃນເວລານັ້ນ ແລະ ໃນປະຈຸບັນ ເຖິງຄວາມໝາຍຂອງມັນແມ່ນສົມບູນແບບ. ປະຫວັດສາດໃນສອງສັດຕະວັດຂອງສະຫະລັດອາເມຣິກາ ສະແດງໃຫ້ເຫັນເຖິງຄວາມຈຳເປັນທີ່ຈະປັບປຸງ, ດັ່ງເຊັ່ນສິດທິໃນການອອກສຽງຂອງຜູ້ຍິງ ແລະ, ໂດຍສະເພາະ, ການຍົກເລີກຂ້າທາດ, ລວມທັງກົດໝາຍທີ່ຮັບປະກັນວ່າ ຜູ້ທີ່ເຄີຍເປັນຂ້າທາດ ໄດ້ຮັບເງື່ອນໄຂທັງໝົດຂອງຄວາມເປັນອິດສະລະ.
ເມື່ອບໍ່ດົນມານີ້ ນັກປາດອາຈານສອງທ່ານທີ່ມະຫາວິທະຍາໄລ ແຢ່ວ ໄດ້ເຕືອນເຮົາວ່າ:
“ໃນຄວາມບົກພ່ອງທັງໝົດຂອງມັນ, ສະຫະລັດອາເມຣິກາພ້ອມທີ່ຈະເຮັດໃຫ້ສັງຄົມທີ່ຫລາກຫລາຍ ແລະ ແຕກແຍກ ກາຍເປັນນ້ຳໜຶ່ງໃຈດຽວກັນໄດ້. …
“… ປະຊາຊົນບໍ່ຈຳເປັນຕ້ອງເລືອກລະຫວ່າງເອກະລັກປະຈຳຊາດ ແລະ ຄວາມຫລາກຫລາຍທາງວັດທະນະທຳ. ອາເມຣິກາສາມາດມີໄດ້ທັງສອງຢ່າງ. ແຕ່ສຳຄັນຄືຄວາມຮັກຊາດຕາມລັດຖະທຳມະນູນ. ເຮົາຕ້ອງສາມັກຄີກັນ ໂດຍລັດຖະທຳມະນູນ ແລະ ຜ່ານທາງລັດຖະທຳມະນູນ, ໂດຍບໍ່ຄຳນຶງເຖິງຄວາມຂັດແຍ້ງທາງອຸດົມການ.”13
ຫລາຍປີມາແລ້ວ, ເລຂາທິການຕ່າງປະເທດຂອງປະເທດອັງກິດຄົນໜຶ່ງ ໄດ້ໃຫ້ຄຳແນະນຳທີ່ສຳຄັນ ໃນການປຶກສາຫາລືກັນ ໃນສະພາວ່າ: “ພວກເຮົາບໍ່ມີ ພັນທະມິດ ທີ່ຕາຍຕົວ ແລະ ພວກເຮົາກໍບໍ່ມີ ສັດຕູ ຕະຫລອດໄປ. ຄວາມສົນໃຈ ຂອງພວກເຮົາແມ່ນຕາຍຕົວ ແລະ ຕະຫລອດໄປ, ແລະ ຄວາມສົນໃຈເຫລົ່ານີ້ ຄືໜ້າທີ່ຂອງພວກເຮົາ ທີ່ຈະປະຕິບັດຕາມ.”14
ນັ້ນຄືເຫດຜົນ ທາງໂລກ ເພື່ອປະຕິບັດຕາມຄວາມສົນໃຈທີ່ “ຕາຍຕົວ ແລະ ຕະຫລອດໄປ” ໃນເລື່ອງການເມືອງ. ນອກເໜືອຈາກນີ້, ຄຳສອນຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ຍັງສິດສອນເຮົາເຖິງຄວາມສົນໃຈນິລັນດອນອີກຢ່າງໜຶ່ງທີ່ນຳພາເຮົາ ນັ້ນຄືຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ຜູ້ໄດ້ດົນໃຈໃຫ້ສ້າງລັດຖະທຳມະນູນຂອງສະຫະລັດອະເມຣິກາ ແລະ ກົດໝາຍພື້ນຖານຂອງຫລາຍໆປະເທດຂອງເຮົາຂຶ້ນມາ. ຈົ່ງມີຄວາມຈົງຮັກພັກດີຕໍ່ກົດໝາຍ ແທນ “ພັນທະມິດ” ທີ່ຊົ່ວຄາວ ຊຶ່ງເປັນວິທີທີ່ດີທີ່ສຸດ ໃນການຮັກຜູ້ປໍລະປັກ ແລະ ສັດຕູຂອງເຮົາ ຂະນະທີ່ເຮົາສະແຫວງຫາຄວາມເປັນອັນໜຶ່ງອັນດຽວກັນໃນຄວາມແຕກຕ່າງ.
ການທີ່ຮູ້ວ່າເຮົາທຸກຄົນເປັນລູກຂອງພຣະເຈົ້າ ຊ່ວຍເຮົາໃຫ້ມີວິໄສທັດທີ່ສູງສົ່ງ ເຖິງຄວາມມີຄ່າ ແລະ ຄວາມປາດຖະໜາ ແລະ ຄວາມສາມາດຂອງທຸກຄົນທີ່ຈະເອົາຊະນະອະຄະຕິ ແລະ ການຈຳແນກເຊື້ອຊາດ. ໃນໄລຍະຫລາຍປີທີ່ໄດ້ອາໄສຢູ່ໃນຫລາຍບ່ອນໃນປະເທດນີ້ ພຣະຜູ້ເປັນເຈົ້າໄດ້ສິດສອນຂ້າພະເຈົ້າວ່າ ມັນເປັນໄປໄດ້ ທີ່ຈະເຊື່ອຟັງ ແລະ ສະແຫວງຫາທີ່ຈະປັບປຸງກົດໝາຍບ້ານເມືອງ ແລະ ຮັກຜູ້ປໍລະປັກ ແລະ ສັດຕູຂອງເຮົານຳອີກ. ເຖິງແມ່ນມັນບໍ່ໄດ້ເປັນເລື່ອງງ່າຍ, ແຕ່ມັນກໍເປັນໄປໄດ້ ດ້ວຍຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າຂອງເຮົາ,ພຣະເຢຊູຄຣິດ. ພຣະອົງໄດ້ມອບພຣະບັນຍັດຂໍ້ນີ້ ເພື່ອໃຫ້ຮັກ, ແລະ ພຣະອົງສັນຍາວ່າຈະຊ່ວຍເຫລືອເຮົາ ເມື່ອເຮົາສະແຫວງຫາທີ່ຈະເຊື່ອຟັງພຣະບັນຍັດ. ຂ້າພະເຈົ້າເປັນພະຍານວ່າ ເຮົາເປັນທີ່ຮັກ ແລະ ຈະໄດ້ຮັບຄວາມຊ່ວຍເຫລືອຈາກພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.