ຖືກທົດສອບ, ຖືກພິສູດ, ແລະ ຖືກຫລໍ່ຫລອມໃຫ້ດີຂຶ້ນ
ພອນທີ່ຍິ່ງໃຫຍ່ທີ່ສຸດທີ່ຈະມີມາເມື່ອເຮົາພິສູດຕົວເອງວ່າ ຊື່ສັດຕໍ່ພັນທະສັນຍາຂອງເຮົາລະຫວ່າງການທົດລອງຂອງເຮົາ ຈະເປັນການປ່ຽນແປງທຳມະຊາດຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກະຕັນຍູສຳລັບໂອກາດທີ່ຈະໄດ້ກ່າວກັບທ່ານໃນມື້ນີ້. ຂ້າພະເຈົ້າຫວັງຈະໃຫ້ກຳລັງໃຈທ່ານເມື່ອຊີວິດເບິ່ງຄືວ່າຍາກລຳບາກ ແລະ ບໍ່ແນ່ນອນເປັນພິເສດ. ສຳລັບທ່ານບາງຄົນ, ເວລານັ້ນແມ່ນດຽວນີ້. ຖ້າຍັງບໍ່ແມ່ນເທື່ອ, ເວລາດັ່ງກ່າວກໍຈະມາເຖິງ.
ນັ້ນບໍ່ໄດ້ແມ່ນມຸມມອງໃນແງ່ຮ້າຍ. ມັນເປັນຄວາມຈິງ—ແຕ່ໃນແງ່ບວກ—ເພາະມັນເປັນຈຸດປະສົງຂອງພຣະເຈົ້າໃນການສ້າງໂລກນີ້. ຈຸດປະສົງນັ້ນແມ່ນຈະໃຫ້ໂອກາດແກ່ລູກໆຂອງພຣະອົງ ເພື່ອພິສູດຕົນເອງວ່າສາມາດ ແລະ ເຕັມໃຈທີ່ຈະເລືອກສິ່ງດີເມື່ອມັນຍາກ. ໃນການເຮັດເຊັ່ນນັ້ນ, ທຳມະຊາດຂອງເຂົາເຈົ້າຈະຖືກປ່ຽນແປງ ແລະ ເຂົາເຈົ້າຈະສາມາດກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ພຣະອົງຮູ້ວ່ານັ້ນຈະຮຽກຮ້ອງສັດທາທີ່ບໍ່ສັ່ນສະເທືອນໃນພຣະອົງ.
ຫລາຍໆສິ່ງທີ່ຂ້າພະເຈົ້າຮູ້ ກໍໄດ້ມາຈາກຄອບຄົວຂອງຂ້າພະເຈົ້າ. ຕອນຂ້າພະເຈົ້າມີອາຍຸປະມານແປດປີ, ແມ່ຜູ້ສະຫລາດຂອງຂ້າພະເຈົ້າໄດ້ບອກໃຫ້ອ້າຍ ແລະ ຂ້າພະເຈົ້າຫລົກຫຍ້າກັບເພິ່ນຢູ່ໃນສວນຫລັງບ້ານຂອງຄອບຄົວ. ບັດນີ້, ນັ້ນອາດເບິ່ງຄືວ່າເປັນວຽກທີ່ງ່າຍດາຍ, ແຕ່ພວກເຮົາໄດ້ອາໄສຢູ່ໃນລັດນິວເຈີຊີ. ຝົນຕົກເລື້ອຍໆ. ຂີ້ດິນເປັນດິນໜຽວທີ່ໜັກໆ. ຫຍ້າກໍໄດ້ໃຫຍ່ໄວກວ່າຜັກ.
ຂ້າພະເຈົ້າຈຳຄວາມຫງຸດຫງິດຂອງຕົນໄດ້ເມື່ອໃບຫຍ້າຂາດໃນມື, ແລະ ຮາກຂອງມັນກໍຕິດຢູ່ໃນຂີ້ຕົມ. ບໍ່ດົນແມ່ ແລະ ອ້າຍຂອງຂ້າພະເຈົ້າກໍໄດ້ຫລົກໄປແລ້ວຢູ່ໃນແຖວຂອງພວກເພິ່ນ. ເມື່ອຂ້າພະເຈົ້າໄດ້ພະຍາຍາມຫລາຍເທົ່າໃດ, ຂ້າພະເຈົ້າຍິ່ງຊ້າຫລາຍເທົ່ານັ້ນ.
“ມັນຍາກໂພດ!” ຂ້າພະເຈົ້າໄດ້ຮ້ອງຂຶ້ນ.
ແທນທີ່ຈະເຫັນອົກເຫັນໃຈ, ແມ່ຂອງຂ້າພະເຈົ້າໄດ້ຍິ້ມ ແລະ ໄດ້ເວົ້າວ່າ, “ໂອ້, ຮາວເອີຍ, ແນ່ນອນວ່າມັນຍາກ. ມັນຄວນຈະຍາກ. ຊີວິດເປັນການທົດສອບ.”
ໃນວິນາທີນັ້ນ, ຂ້າພະເຈົ້າໄດ້ຮູ້ວ່າ ຄຳເວົ້າຂອງເພິ່ນເປັນຄວາມຈິງ ແລະ ຈະສືບຕໍ່ເປັນຄວາມຈິງໃນອະນາຄົດຂອງຂ້າພະເຈົ້າ.
ເຫດຜົນຂອງຮອຍຍິ້ມທີ່ເຕັມໄປດ້ວຍຄວາມຮັກຂອງແມ່ກໍແຈ່ມແຈ້ງຂຶ້ນຫລາຍປີຕໍ່ຈາກນັ້ນ ເມື່ອຂ້າພະເຈົ້າໄດ້ອ່ານເຖິງພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ ກ່າວເຖິງຈຸດປະສົງຂອງພວກພຣະອົງ ໃນການສ້າງໂລກນີ້ ແລະ ການປະທານໃຫ້ລູກໆທາງວິນຍານມີໂອກາດ ຊຶ່ງເປັນຊີວິດມະຕະ:
“ແລະ ພວກເຮົາຈະພິສູດພວກເຂົາໂດຍວິທີນີ້, ເພື່ອເບິ່ງວ່າພວກເຂົາຈະເຮັດທຸກສິ່ງທັງປວງ ສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຈະບັນຊາພວກເຂົາຫລືບໍ່;
“ແລະ ຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາຈະໄດ້ຮັບເພີ່ມເຕີມ; ແລະ ຜູ້ທີ່ບໍ່ຮັກສາສະພາວະທຳອິດຂອງພວກເຂົາຈະບໍ່ມີລັດສະໝີພາບໃນອານາຈັກດຽວກັບຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາ; ແລະ ຜູ້ທີ່ຮັກສາສະພາວະທີສອງຂອງພວກເຂົາຈະມີລັດສະໝີພາບເພີ່ມເຕີມໃສ່ເທິງຫົວຂອງພວກເຂົາຕະຫລອດການ ແລະ ຕະຫລອດໄປ.”1
ທ່ານ ແລະ ຂ້າພະເຈົ້າໄດ້ຮັບເອົາການເຊື້ອເຊີນທີ່ຈະຖືກທົດສອບ ແລະ ຖືກພິສູດວ່າເຮົາຈະເລືອກທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າຫລືບໍ່ ເມື່ອເຮົາບໍ່ໄດ້ຢູ່ໃນທີ່ປະທັບຂອງພຣະບິດາເທິງສະຫວັນອີກຕໍ່ໄປ.
ແມ່ນແຕ່ດ້ວຍການເຊື້ອເຊີນດ້ວຍຄວາມຮັກຈາກພຣະບິດາເທິງສະຫວັນຂອງເຮົາ, ລູຊິເຟີຍັງໄດ້ຊັກຊວນໜຶ່ງສ່ວນສາມຂອງລູກໆທາງວິນຍານໃຫ້ຕິດຕາມມັນ ແລະ ປະຕິເສດແຜນຂອງພຣະບິດາສຳລັບການເຕີບໂຕ ແລະ ຄວາມສຸກນິລັນດອນຂອງເຮົາ. ເພາະການກະບົດຂອງຊາຕານ, ມັນຖືກຂັບໄລ່ອອກໄປພ້ອມດ້ວຍຜູ້ຕິດຕາມຂອງມັນ. ບັດນີ້ ມັນພະຍາຍາມທີ່ຈະເຮັດໃຫ້ຫລາຍໆຄົນເທົ່າທີ່ມັນຈະເຮັດໄດ້ ໃຫ້ຫັນໜີໄປຈາກພຣະເຈົ້າລະຫວ່າງຊີວິດມະຕະນີ້.
ເຮົາຜູ້ທີ່ໄດ້ຮັບເອົາແຜນກໍໄດ້ເຮັດໄປເພາະສັດທາຂອງເຮົາໃນພຣະເຢຊູຄຣິດ, ທີ່ໄດ້ສະເໜີເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ເຮົາຕ້ອງໄດ້ເຊື່ອໃນເວລານັ້ນວ່າ ບໍ່ວ່າເຮົາຈະມີຄວາມອ່ອນແອໃດໆໃນຊີວິດມະຕະ ແລະ ບໍ່ວ່າຈະມີພະລັງຊົ່ວຮ້າຍໃດໆຕໍ່ຕ້ານເຮົາກໍຕາມ, ພະລັງແຫ່ງຄວາມດີກໍຍິ່ງຈະມີຫລາຍຂຶ້ນ.
ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຮູ້ຈັກ ແລະ ຮັກທ່ານ. ພວກພຣະອົງປະສົງໃຫ້ທ່ານກັບຄືນໄປຫາພວກພຣະອົງ ແລະ ກາຍເປັນເໝືອນດັ່ງພວກພຣະອົງ. ຄວາມສຳເລັດຂອງທ່ານຄືຄວາມສຳເລັດຂອງພວກພຣະອົງ. ທ່ານໄດ້ຮູ້ສຶກເຖິງຄວາມຮັກນັ້ນຖືກຢືນຢັນໂດຍພຣະວິນຍານບໍລິສຸດ ເມື່ອທ່ານໄດ້ອ່ານ ຫລື ໄດ້ຍິນຖ້ອຍຄຳເຫລົ່ານີ້ວ່າ: “ນີ້ຄືວຽກງານຂອງເຮົາ ແລະ ລັດສະໝີພາບຂອງເຮົາ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”2
ພຣະເຈົ້າມີອຳນາດເພື່ອຈະເຮັດໃຫ້ເສັ້ນທາງຂອງເຮົາງ່າຍຂຶ້ນ. ພຣະອົງໄດ້ປະທານ ແປ້ງມານາ ໃຫ້ແກ່ລູກຫລານຂອງອິດສະຣາເອນ ຕອນເຂົາເຈົ້າເດີນຊັດເຊພະເນຈອນໄປຫາແຜ່ນດິນແຫ່ງຄຳສັນຍາ. ໃນການປະຕິບັດສາດສະໜາກິດຂອງພຣະອົງ, ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍຫາຍດີ, ໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ, ແລະ ສັ່ງໃຫ້ຟອງນ້ຳງຽບສະຫງົບລົງ. ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະອົງໄດ້ເປີດ “ຄຸກໃຫ້ແກ່ຜູ້ທີ່ຖືກມັດໄວ້.”3
ແຕ່ສາດສະດາໂຈເຊັບ ສະມິດ, ໜຶ່ງໃນບັນດາສາດສະດາຜູ້ຍິ່ງໃຫຍ່ທີ່ສຸດຂອງພຣະອົງ, ໄດ້ທົນທຸກຢູ່ໃນຄຸກ ແລະ ຖືກສິດສອນບົດຮຽນທີ່ເຮົາທຸກຄົນກໍໄດ້ຮັບຜົນປະໂຫຍດ ແລະ ຕ້ອງການໃນການທົດສອບສັດທາອັນຕໍ່ເນື່ອງຂອງເຮົາວ່າ: “ແລະ ຖ້າຫາກເຈົ້າຖືກໂຍນລົງໄປໃນຫລຸມ, ຫລື ໃນມືຂອງຄາດຕະກອນ, ແລະ ຖືກຕັດສິນປະຫານຊີວິດ; ຖ້າຫາກເຈົ້າຖືກໂຍນລົງໄປໃນເຫວເລິກ; ຖ້າຫາກຄື້ນໃຫຍ່ຊັດກະໜ່ຳເຈົ້າ; ຖ້າຫາກພະຍຸຮ້າຍກາຍເປັນສັດຕູຂອງເຈົ້າ; ຖ້າຫາກຟ້າສະຫວັນເຕົ້າໂຮມຄວາມມືດ, ແລະ ທາດທັງປວງຮ່ວມກັນຕັນທາງເຈົ້າ; ແລະ ເໜືອທຸກສິ່ງອື່ນໝົດ, ຖ້າຫາກປາກນະລົກຈະເປີດກວ້າງງັບເອົາເຈົ້າ, ເຈົ້າຈົ່ງຮູ້ໄວ້ເຖີດ, ລູກຂອງພໍ່, ວ່າສິ່ງທັງໝົດເຫລົ່ານີ້ຈະເປັນປະສົບການໃຫ້ແກ່ເຈົ້າ, ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເຈົ້າ.”4
ທ່ານອາດສົງໄສຢ່າງມີເຫດຜົນວ່າ ເປັນຫຍັງພຣະເຈົ້າອົງທີ່ເຕັມໄປດ້ວຍຄວາມຮັກ ແລະ ພະລັງຈຶ່ງປ່ອຍໃຫ້ການທົດສອບມະຕະຂອງເຮົາຍາກຫລາຍແທ້ໆ. ມັນເປັນເພາະພຣະອົງຮູ້ວ່າເຮົາຕ້ອງເຕີບໂຕໃນຄວາມສະອາດທາງວິນຍານ ແລະ ທາງຮ່າງກາຍ ເພື່ອຈະສາມາດຢູ່ໄດ້ໃນທີ່ປະທັບຂອງພຣະອົງເປັນຄອບຄົວຕະຫລອດໄປ. ເພື່ອເຮັດໃຫ້ສິ່ງນັ້ນເປັນໄປໄດ້, ພຣະບິດາເທິງສະຫວັນໄດ້ປະທານພຣະຜູ້ຊ່ວຍໃຫ້ລອດໃຫ້ແກ່ເຮົາ ແລະ ອຳນາດທີ່ຈະເລືອກເພື່ອຕົວເຮົາເອງໂດຍສັດທາ ທີ່ຈະຮັກສາພຣະບັນຍັດຂອງພຣະອົງ ແລະ ກັບໃຈ ແລະ ມາຫາພຣະອົງ.
ໃນຈຸດໃຈກາງຂອງແຜນແຫ່ງຄວາມສຸກຂອງພຣະບິດາ ພຣະອົງປະສົງໃຫ້ເຮົາກາຍເປັນເໝືອນດັ່ງພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດຫລາຍຂຶ້ນ. ໃນທຸກສິ່ງ, ຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດເປັນການນຳພາທີ່ດີທີ່ສຸດຂອງເຮົາ. ພຣະອົງບໍ່ໄດ້ຖືກຍົກເວັ້ນຈາກການຕ້ອງພິສູດຕົວພຣະອົງເອງ. ພຣະອົງໄດ້ທົນທຸກເພື່ອລູກຂອງພຣະບິດາເທິງສະຫວັນທຸກໆຄົນ, ຈ່າຍຄ່າບາບທັງໝົດຂອງເຂົາເຈົ້າ. ພຣະອົງໄດ້ຮູ້ສຶກເຖິງຄວາມທຸກທໍລະມານຂອງທຸກຄົນທັງປວງທີ່ໄດ້ມາ ແລະ ຈະມາສູ່ຊີວິດມະຕະ.
ເມື່ອທ່ານສົງໄສວ່າທ່ານສາມາດທົນທຸກຕໍ່ຄວາມເຈັບປວດໄດ້ດີເທົ່າໃດ, ໃຫ້ທ່ານຈື່ຈຳພຣະອົງ. ພຣະອົງໄດ້ທົນທຸກທໍລະມານຕໍ່ສິ່ງທີ່ທ່ານໄດ້ທົນ ເພື່ອວ່າພຣະອົງຈະຮູ້ວ່າຈະຍົກທ່ານຂຶ້ນໄດ້ແນວໃດ. ພຣະອົງອາດບໍ່ເອົາພາລະໜັກອອກໄປ, ແຕ່ພຣະອົງຈະປະທານພະລັງ, ການປອບໂຍນ, ແລະ ຄວາມຫວັງໃຫ້ແກ່ທ່ານ. ພຣະອົງຮູ້ຈັກເສັ້ນທາງໄປ. ພຣະອົງໄດ້ດື່ມຈາກຈອກທີ່ຂົ່ມຂື່ນ. ພຣະອົງໄດ້ອົດທົນຕໍ່ຄວາມທຸກທໍລະມານຂອງທຸກຄົນທັງປວງ.
ທ່ານກຳລັງຖືກບຳລຸງລ້ຽງ ແລະ ຖືກປອບໂຍນໂດຍພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກ, ທີ່ຮູ້ຈັກວ່າຈະຊ່ວຍເຫລືອທ່ານໄດ້ແນວໃດໃນການທົດສອບຂອງທ່ານ. ແອວມາໄດ້ສິດສອນວ່າ:
“ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງທຸກຢ່າງ; ແລະ ນີ້ກໍເພື່ອຄຳເວົ້າຈະໄດ້ສຳເລັດຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ.
“ແລະ ພຣະອົງຈະຮັບເອົາຄວາມຕາຍ, ເພື່ອພຣະອົງຈະໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຊຶ່ງຜູກມັດຜູ້ຄົນຂອງພຣະອົງຫລຸດອອກ; ແລະ ພຣະອົງຈະຮັບເອົາຄວາມບົກພ່ອງຂອງພວກເຂົາ ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາ, ຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງວ່າ ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ.”5
ວິທີໜຶ່ງທີ່ພຣະອົງຈະຊ່ວຍເຫລືອທ່ານຈະເປັນການເຊື້ອເຊີນທ່ານ ໃຫ້ລະນຶກເຖິງພຣະອົງຕະຫລອດເວລາ ແລະ ມາຫາພຣະອົງ. ພຣະອົງໄດ້ຊຸກຍູ້ເຮົາວ່າ:
“ຈົ່ງມາຫາເຮົາທຸກຄົນທີ່ອິດເມື່ອຍຈາກການແບກຫາບພາລະໜັກ ແລະ ເຮົາຈະໃຫ້ພວກທ່ານໄດ້ພັກຜ່ອນ.
“ຈົ່ງຮັບເອົາແອກຂອງເຮົາແບກໄວ້, ແລະ ຮຽນຮູ້ຈາກເຮົາ; ເພາະວ່າເຮົາມີໃຈສຸພາບ ແລະ ອ່ອນຫວານ: ແລະ ພວກທ່ານຈະໄດ້ພົບການພັກຜ່ອນ.”6
ຫົນທາງທີ່ຈະມາຫາພຣະອົງແມ່ນທີ່ຈະຊື່ນຊົມດ້ວຍພຣະຄຳຂອງພຣະອົງ, ໃຊ້ສັດທາທີ່ນຳໄປສູ່ການກັບໃຈ, ເລືອກຮັບບັບຕິສະມາ ແລະ ການຢືນຢັນໂດຍຜູ້ຮັບໃຊ້ທີ່ໄດ້ຮັບສິດອຳນາດຂອງພຣະອົງ, ແລະ ແລ້ວຮັກສາພັນທະສັນຍາຂອງທ່ານກັບພຣະເຈົ້າ. ພຣະອົງສົ່ງພຣະວິນຍານບໍລິສຸດມາເປັນເພື່ອນ, ຜູ້ປອບໂຍນ, ແລະ ຜູ້ນຳພາຂອງທ່ານ.
ເມື່ອທ່ານດຳລົງຊີວິດຢ່າງມີຄ່າຄວນສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ພຣະຜູ້ເປັນເຈົ້າສາມາດຊີ້ນຳທ່ານໄປສູ່ຄວາມປອດໄພ ແມ່ນແຕ່ເມື່ອທ່ານບໍ່ສາມາດຫລຽວເຫັນເສັ້ນທາງນັ້ນ. ສຳລັບຂ້າພະເຈົ້າ, ສ່ວນຫລາຍພຣະອົງໄດ້ສະແດງຂັ້ນຕອນທີ່ຈະກະທຳຕໍ່ໄປ. ໜ້ອຍໜັກໜ້ອຍໜາທີ່ພຣະອົງໄດ້ໃຫ້ຂ້າພະເຈົ້າເຫັນອະນາຄົດໄກໆ, ແຕ່ຄວາມເຫັນເປັນບາງຄັ້ງບາງຄາວກໍຊີ້ນຳສິ່ງທີ່ຂ້າພະເຈົ້າເລືອກທີ່ຈະເຮັດໃນຊີວິດປະຈຳວັນ.
ພຣະຜູ້ເປັນເຈົ້າໄດ້ອະທິບາຍວ່າ:
“ພວກເຈົ້າບໍ່ສາມາດຫລຽວເຫັນແຜນການຂອງພຣະເຈົ້າຂອງພວກເຈົ້າດ້ວຍຕາທຳມະຊາດຂອງພວກເຈົ້າໃນເວລານີ້ກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນພາຍໜ້າ, ແລະ ລັດສະໝີພາບທີ່ຈະຕາມມາ … ຫລັງຈາກຄວາມທຸກຍາກລຳບາກຢ່າງຫລວງຫລາຍ.
“ພອນຈະມາເຖິງຫລັງຈາກຄວາມທຸກຍາກລຳບາກຢ່າງຫລວງຫລາຍ.”7
ພອນທີ່ຍິ່ງໃຫຍ່ທີ່ສຸດທີ່ຈະມີມາເມື່ອເຮົາພິສູດຕົວເອງວ່າ ຊື່ສັດຕໍ່ພັນທະສັນຍາຂອງເຮົາລະຫວ່າງການທົດລອງຂອງເຮົາ ຈະເປັນການປ່ຽນແປງທຳມະຊາດຂອງເຮົາ. ໂດຍການເລືອກທີ່ຈະຮັກສາພັນທະສັນຍາຂອງເຮົາ, ອຳນາດຂອງພຣະເຢຊູຄຣິດ ແລະ ພອນຂອງການຊົດໃຊ້ຂອງພຣະອົງກໍສາມາດມີຜົນໃນຕົວເຮົາ. ຫົວໃຈຂອງເຮົາສາມາດອ່ອນລົງໄດ້ເພື່ອຈະຮັກ, ໃຫ້ອະໄພ, ແລະ ເຊື້ອເຊີນຄົນອື່ນໃຫ້ມາຫາພຣະຜູ້ຊ່ວຍໃຫ້ລອດ. ຄວາມໝັ້ນໃຈຂອງເຮົາໃນພຣະຜູ້ເປັນເຈົ້າກໍຈະມີຫລາຍຂຶ້ນ. ຄວາມຢ້ານກົວຂອງເຮົາກໍຈະມີໜ້ອຍລົງ.
ບັດນີ້, ແມ່ນແຕ່ດ້ວຍພອນທີ່ຖືກສັນຍາໄວ້ຜ່ານຄວາມທຸກຍາກລຳບາກ, ເຮົາກໍບໍ່ໄດ້ສະແຫວງຫາຄວາມທຸກຍາກລຳບາກ. ໃນປະສົບການຂອງຊ່ວງມະຕະ, ເຮົາຈະມີໂອກາດຢ່າງຫລວງຫລາຍທີ່ຈະພິສູດຕົວເອງ, ເພື່ອຜ່ານຜ່າການທົດສອບທີ່ຍາກພໍ ເພື່ອຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະບິດາເທິງສະຫວັນຂອງເຮົາຫລາຍຂຶ້ນ.
ນອກເໜືອໄປຈາກນີ້, ເຮົາຕ້ອງສັງເກດເຫັນຄວາມທຸກຍາກລຳບາກຂອງຄົນອື່ນ ແລະ ພະຍາຍາມທີ່ຈະຊ່ວຍເຂົາເຈົ້າ. ສິ່ງນັ້ນຈະເປັນເລື່ອງຍາກເປັນພິເສດ ເມື່ອເຮົາເອງກໍຖືກທົດລອງຢູ່ຢ່າງໜັກໜ່ວງ. ແຕ່ເຮົາຈະຄົ້ນພົບເຫັນວ່າ ເມື່ອເຮົາຊ່ວຍແບກຫາບພາລະໜັກຂອງຄົນອື່ນ, ແມ່ນແຕ່ເລັກນ້ອຍ, ຫລັງຂອງເຮົາກໍໄດ້ຮັບຄວາມເຂັ້ມແຂງ ແລະ ເຮົາຮູ້ສຶກເຖິງຄວາມສະຫວ່າງຢູ່ໃນຄວາມມືດ.
ໃນເລື່ອງນີ້, ພຣະຜູ້ເປັນເຈົ້າເປັນຕົວຢ່າງຂອງເຮົາ. ຢູ່ເທິງໄມ້ກາງແຂນຢູ່ທີ່ເນີນພູກະໂຫລກຫົວ, ໂດຍທີ່ໄດ້ທົນທຸກກັບຄວາມເຈັບປວດທີ່ແສນສາຫັດທີ່ພຣະອົງຈະຕາຍຖ້າຫາກວ່າ ພຣະອົງບໍ່ໄດ້ເປັນພຣະບຸດທີ່ຖືກຳເນີດຂອງພຣະເຈົ້າ, ພຣະອົງໄດ້ຫລຽວເບິ່ງຜູ້ປະຫານຂອງພຣະອົງ ແລະ ໄດ້ກ່າວຕໍ່ພຣະບິດາຂອງພຣະອົງວ່າ, “ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ.”8 ຂະນະທີ່ທົນທຸກເພື່ອທຸກຄົນທີ່ຈະມີຊີວິດຢູ່, ພຣະອົງໄດ້ຫລຽວເບິ່ງໂຢຮັນ ແລະ ແມ່ທີ່ໂສກເສົ້າຂອງພຣະອົງເອງ, ຈາກໄມ້ກາງແຂນ, ແລະ ໄດ້ປະຕິບັດສາດສະໜາກິດຕໍ່ນາງໃນການທົດລອງຂອງນາງ:
“ເມື່ອພຣະເຢຊູຫລຽວເຫັນຜູ້ເປັນແມ່ ພ້ອມທັງສາວົກຜູ້ທີ່ພຣະອົງຮັກຢືນຢູ່ທີ່ນັ້ນ, ພຣະອົງຈຶ່ງເວົ້າຕໍ່ແມ່ຂອງພຣະອົງວ່າ, “ນາງເອີຍ ນີ້ແຫລະ ຄືລູກຊາຍຂອງເຈົ້າ!
“ແລ້ວພຣະອົງກໍກ່າວແກ່ສາວົກຄົນນັ້ນວ່າ, ນາງຄືແມ່ຂອງເຈົ້າ! ນັບຕັ້ງແຕ່ນັ້ນມາ ສາວົກຄົນນີ້ກໍຮັບເອົານາງມາຣີໄປຢູ່ໃນເຮືອນຂອງຕົນ.”9
ໂດຍການກະທຳຂອງພຣະອົງໃນວັນທີ່ສັກສິດທີ່ສຸດ, ພຣະອົງໄດ້ອາສາສະລະພຣະຊົນຊີບຂອງພຣະອົງເພື່ອເຮົາແຕ່ລະຄົນ, ສະເໜີຈະປະທານບໍ່ພຽງແຕ່ຄວາມຊ່ວຍເຫລືອໃນຊີວິດນີ້ເທົ່ານັ້ນ ແຕ່ໃນຊີວິດນິລັນດອນໃນວັນເວລາທີ່ຈະມາເຖິງນຳອີກ.
ຂ້າພະເຈົ້າໄດ້ເຫັນຜູ້ຄົນກ້າວໄປໜ້າໄດ້ດີ ຜ່ານການພິສູດວ່າຊື່ສັດລະຫວ່າງການທົດລອງທີ່ຮ້າຍແຮງ. ຕະຫລອດທົ່ວສາດສະໜາຈັກໃນທຸກວັນນີ້ກໍມີຕົວຢ່າງ ຢ່າງຫລວງຫລາຍ. ຄວາມຍາກລຳບາກຜັກດັນຜູ້ຄົນໃຫ້ຄຸເຂົ່າລົງອະທິຖານ. ດ້ວຍຄວາມອົດທົນທີ່ຊື່ສັດ ແລະ ຄວາມພະຍາຍາມຂອງເຂົາເຈົ້າ, ເຂົາເຈົ້າກໍກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະບິດາເທິງສະຫວັນຂອງເຮົາຫລາຍຂຶ້ນ.
ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນອີກບົດໜຶ່ງຈາກແມ່ຂອງຂ້າພະເຈົ້າ. ຕອນຍັງນ້ອຍ, ເພິ່ນເປັນໂຣກຄໍຕີບ ແລະ ເກືອບຕາຍ. ຕໍ່ມາເພິ່ນໄດ້ເປັນໂຣກໄຂສັນຫລັງອັກເສບ. ພໍ່ຂອງເພິ່ນໄດ້ເສຍຊີວິດຕອນຍັງໜຸ່ມ, ແລະ ສະນັ້ນແມ່ຂອງຂ້າພະເຈົ້າ ແລະ ອ້າຍນ້ອງຂອງເພິ່ນຈຶ່ງໄດ້ຊ່ວຍເຫລືອແມ່ຂອງພວກເພິ່ນ.
ຕະຫລອດຊີວິດຂອງເພິ່ນ, ເພິ່ນໄດ້ຮູ້ສຶກເຖິງຜົນສະທ້ອນຂອງການທົດລອງຈາກຄວາມເຈັບປ່ວຍ. ໃນຊ່ວງ 10 ປີສຸດທ້າຍໃນຊີວິດຂອງເພິ່ນ, ເພິ່ນຕ້ອງໄດ້ຮັບການຜ່າຕັດຫລາຍເທື່ອ. ແຕ່ຕະຫລອດທຸກສິ່ງທີ່ຜ່ານມາ, ເພິ່ນໄດ້ພິສູດວ່າຊື່ສັດຕໍ່ພຣະຜູ້ເປັນເຈົ້າ, ແມ່ນແຕ່ຕອນນອນປ່ວຍຢູ່ຄາຕຽງ. ຮູບແຜ່ນດຽວຢູ່ເທິງຝາໃນຫ້ອງນອນຂອງເພິ່ນ ແມ່ນຮູບຂອງພຣະຜູ້ຊ່ວຍໃຫ້ລອດ. ຄຳສຸດທ້າຍທີ່ເພິ່ນໄດ້ເວົ້າກັບຂ້າພະເຈົ້າກ່ອນເພິ່ນເສຍຊີວິດແມ່ນ: “ຮາວເອີຍ, ຟັງແລ້ວ ຄືກັບວ່າເຈົ້າຊິເປັນໄຂ້ຫວັດ. ເຈົ້າຕ້ອງດູແລຕົວເອງໃຫ້ດີເດີ.”
ຢູ່ທີ່ງານສົ່ງສະການຂອງເພິ່ນ ຜູ້ກ່າວປາໄສຄົນສຸດທ້າຍແມ່ນ ແອວເດີ ສະເປັນເຊີ ດັບບັນຢູ ຄິມໂບ. ຫລັງຈາກໄດ້ກ່າວກ່ຽວກັບການທົດລອງ ແລະ ຄວາມຊື່ສັດຂອງແມ່, ເພິ່ນໄດ້ກ່າວວ່າ: “ທ່ານບາງຄົນອາດສົງໄສວ່າເປັນຫຍັງ ນາງມິວດະແຣດ ຕ້ອງທົນທຸກຫລາຍເປັນເວລາຍາວນານ. ຂ້າພະເຈົ້າຈະບອກທ່ານວ່າເປັນຫຍັງ. ມັນເປັນເພາະພຣະຜູ້ເປັນເຈົ້າປະສົງຈະຫລໍ່ຫລອມນາງໃຫ້ດີຂຶ້ນ.”
ຂ້າພະເຈົ້າຂໍສະແດງຄວາມກະຕັນຍູສຳລັບສະມາຊິກທີ່ຊື່ສັດ ຂອງສາດສະໜາຈັກຢ່າງຫລວງຫລາຍ ຜູ້ທີ່ແບກຫາບພາລະໜັກດ້ວຍສັດທາທີ່ໝັ້ນຄົງ ແລະ ຜູ້ທີ່ຊ່ວຍເຫລືອຄົນອື່ນແບກຫາບພາລະຂອງເຂົາເຈົ້າ ຂະນະທີ່ພຣະຜູ້ເປັນເຈົ້າສະແຫວງຫາທີ່ຈະຫລໍ່ຫລອມເຂົາເຈົ້າໃຫ້ດີຂຶ້ນ. ຂ້າພະເຈົ້າຂໍສະແດງຄວາມຮັກ ແລະ ຄວາມຊົມເຊີຍສຳລັບຜູ້ດູແລ ແລະ ຜູ້ນຳຕະຫລອດທົ່ວໂລກນຳອີກ ຜູ້ທີ່ຮັບໃຊ້ຄົນອື່ນຂະນະທີ່ເຂົາເຈົ້າ ແລະ ຄອບຄົວອົດທົນຕໍ່ການຫລໍ່ຫລອມໃຫ້ດີຂຶ້ນ.
ຂ້າພະເຈົ້າເປັນພະຍານວ່າເຮົາເປັນລູກຂອງພຣະບິດາເທິງສະຫວັນ, ຜູ້ທີ່ຮັກເຮົາ. ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງ ປະທານຣະໂຊ ເອັມ ແນວສັນ ທີ່ມີໃຫ້ເຮົາທຸກຄົນ. ເພິ່ນເປັນສາດສະດາຂອງພຣະຜູ້ເປັນເຈົ້າຢູ່ໃນໂລກ ໃນເວລານີ້. ຂ້າພະເຈົ້າເປັນພະຍານ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.