ຄອຍຖ້າພຣະຜູ້ເປັນເຈົ້າ
ສັດທານັ້ນໝາຍຄວາມວ່າການໄວ້ວາງໃຈໃນພຣະເຈົ້າໃນເວລາດີ ແລະ ເວລາຮ້າຍ, ແມ່ນແຕ່ຖ້າຫາກນັ້ນຮ່ວມດ້ວຍການທົນທຸກຈົນກວ່າເຮົາຈະເຫັນພຣະຫັດຂອງພຣະອົງເປີດອອກ ເພື່ອຜົນປະໂຫຍດຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເຮົາທຸກຄົນກໍຕື່ນເຕັ້ນ—ບໍ່ມີໃຜຕື່ນເຕັ້ນຫລາຍໄປກວ່າຂ້າພະເຈົ້າ—ທີ່ຈະໄດ້ຟັງຄຳປາໄສບົດສຸດທ້າຍຈາກສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ. ກອງປະຊຸມນີ້ກໍປະເສີດ, ແຕ່ມັນເປັນເທື່ອທີສອງທີ່ພະຍາດໂຄວິດ-19 ໄດ້ປ່ຽນແປງກອງປະຊຸມຂອງພວກເຮົາ. ພວກເຮົາເມື່ອຍກັບພະຍາດຕິດຕໍ່ນີ້ ຈົນພວກເຮົາຢາກດຶງຜົມຕົວເອງ. ແລະ ຕາມຈິງແລ້ວ, ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ບາງຄົນກໍໄດ້ເຮັດແນວນັ້ນແລ້ວ. ຂໍໃຫ້ຮູ້ວ່າ ພວກເຮົາອະທິຖານສະເໝີເພື່ອຜູ້ທີ່ຖືກກະທົບສະເທືອນ ບໍ່ວ່າຈະເປັນໃນທາງໃດກໍຕາມ, ໂດຍສະເພາະສຳລັບຜູ້ທີ່ສູນເສຍຄົນທີ່ເຂົາເຈົ້າຮັກໄປ. ທຸກຄົນກໍເຫັນດ້ວຍວ່າ ມັນເປັນຢູ່ດົນນານເກີນໄປແລ້ວ.
ເຮົາຈະຕ້ອງຄອຍຖ້າການບັນເທົາທຸກດົນນານເທົ່າໃດ ຈາກຄວາມຍາກລຳບາກທີ່ເກີດຂຶ້ນກັບເຮົາ? ຈະເປັນແບບໃດກັບການທົດລອງສ່ວນຕົວ ໃນຂະນະທີ່ເຮົາຄອຍຖ້າ ແລະ ຄອຍຖ້າ, ແລະ ຄວາມຊ່ວຍເຫລືອທີ່ເບິ່ງຄືວ່າມາຊ້າແທ້ໆ? ເປັນຫຍັງຈຶ່ງຊັກຊ້າເມື່ອພາລະນັ້ນເບິ່ງຄືເກີນກວ່າທີ່ເຮົາສາມາດແບກຫາບໄດ້.
ໃນເມື່ອຖາມຄຳຖາມເຫລົ່ານີ້, ເຮົາກໍສາມາດ, ຖ້າຫາກເຮົາພະຍາຍາມ, ໄດ້ຍິນສຽງຮ້ອງໄຫ້ສະທ້ອນອອກມາຈາກຄຸກມືດໃນຊ່ວງລະດູໜາວທີ່ສຸດຄັ້ງໜຶ່ງ ທີ່ຖືກບັນທຶກໄວ້ໃນສະຖານທີ່ນັ້ນ.
“ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ?” ເຮົາໄດ້ຍິນຈາກທີ່ເລິກຂອງຄຸກລີເບີຕີ. “ແລະ ສາລາທີ່ປົກປິດບ່ອນລີ້ຂອງພຣະອົງຢູ່ບ່ອນໃດ? ອີກດົນປານໃດທີ່ພຣະຫັດຂອງພຣະອົງຈະຢັ້ງໄວ້?”1 ອີກດົນປານໃດ, ໂອ້ພຣະຜູ້ເປັນເຈົ້າເອີຍ, ອີກດົນປານໃດ?
ສະນັ້ນ, ເຮົາບໍ່ໄດ້ເປັນຄົນທຳອິດ ແລະ ຈະບໍ່ເປັນຄົນສຸດທ້າຍທີ່ໄດ້ຖາມຄຳຖາມນີ້ ເມື່ອຄວາມໂສກເສົ້າເຮັດໃຫ້ເຮົາກຸ້ມໃຈ ຫລື ຄວາມເຈັບປວດໃນຫົວໃຈຂອງເຮົາຄົງຢູ່ກັບເຮົາໄປດົນນານ. ຂ້າພະເຈົ້າບໍ່ໄດ້ກ່າວເຖິງເລື່ອງການແຜ່ລະບາດ ຫລື ຄຸກ ແຕ່ກ່າວເຖິງທ່ານ, ຄອບຄົວຂອງທ່ານ, ແລະ ເພື່ອນບ້ານຂອງທ່ານທີ່ປະເຊີນໜ້າກັບການທ້າທາຍຢ່າງຫລວງຫລາຍເຊັ່ນນັ້ນ. ຂ້າພະເຈົ້າກ່າວເຖິງຄວາມໄຝ່ຝັນຂອງຫລາຍຄົນທີ່ຢາກແຕ່ງງານ ແລະ ບໍ່ໄດ້ແຕ່ງງານ ຫລື ຜູ້ທີ່ແຕ່ງງານແລ້ວ ແລະ ຫວັງຢາກໃຫ້ຄວາມສຳພັນນັ້ນດີຂຶ້ນ. ຂ້າພະເຈົ້າກ່າວເຖິງຜູ້ຄົນທີ່ຕ້ອງຮັບມືກັບບັນຫາທາງສຸຂະພາບທີ່ຮ້າຍແຮງ—ບາງທີພະຍາດທີ່ປິ່ນປົວບໍ່ໄດ້—ຫລື ຜູ້ທີ່ປະເຊີນກັບຄວາມຜິດປົກກະຕິທາງພັນທຸກຳຕະຫລອດຊີວິດທີ່ບໍ່ມີທາງປິ່ນປົວ. ຂ້າພະເຈົ້າກ່າວເຖິງການດີ້ນລົນອັນຕໍ່ເນື່ອງກັບການທ້າທາຍທາງສຸຂະພາບອາລົມ ແລະ ຈິດໃຈ ທີ່ເຮັດໃຫ້ຜູ້ທີ່ມີບັນຫານັ້ນຮູ້ສຶກໜັກໜ່ວງໃຈ, ແລະ ເຮັດໃຫ້ຫົວໃຈຂອງຜູ້ທີ່ຮັກເຂົາເຈົ້າທົນທຸກໄປກັບເຂົາເຈົ້າ. ຂ້າພະເຈົ້າກ່າວເຖິງຄົນຍາກຈົນ, ຜູ້ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ບອກວ່າບໍ່ໃຫ້ເຮົາຫລົງລືມ, ແລະ ຂ້າພະເຈົ້າກ່າວເຖິງທ່ານທີ່ຄອຍຖ້າໃຫ້ລູກກັບມາ, ບໍ່ວ່າອາຍຸເທົ່າໃດ, ຜູ້ທີ່ໄດ້ເລືອກເສັ້ນທາງທີ່ແຕກຕ່າງຈາກເສັ້ນທາງທີ່ທ່ານໄດ້ອະທິຖານໃຫ້ເຂົາເລືອກ.
ນອກເໜືອໄປຈາກນີ້, ຂ້າພະເຈົ້າຮັບຮູ້ວ່າ ແມ່ນແຕ່ຈຳນວນຫລາຍສິ່ງສ່ວນຕົວທີ່ເຮົາອາດຄອຍຖ້າ ກໍຍັງບໍ່ລວມທັງຄວາມພະຍາຍາມທີ່ຈະກ່າວເຖິງຄວາມກັງວົນທີ່ເຮົາມີເປັນສ່ວນລວມເລື່ອງເສດຖະກິດ, ການເມືອງ, ແລະ ສັງຄົມ. ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາກໍຄາດຫວັງໃຫ້ເຮົາກ່າວເຖິງບັນຫາສາທາລະນະຊົນທີ່ຮ້າຍແຮງ ແລະ ບັນຫາສ່ວນຕົວດ້ວຍ, ແຕ່ຈະມີຊ່ວງເວລາໃນຊີວິດຂອງເຮົາທີ່ແມ່ນແຕ່ຄວາມພະຍາຍາມອັນແຮງກ້າທາງວິນຍານຂອງເຮົາ, ເມື່ອເຮົາອ້ອນວອນອະທິຖານ ບໍ່ໄດ້ເກີດຜົນດັ່ງທີ່ເຮົາອ້ອນວອນຂໍ, ບໍ່ວ່າເລື່ອງທີ່ກ່ຽວກັບບັນຫາທີ່ໃຫຍ່ຫລວງຂອງໂລກ ຫລື ບັນຫາສ່ວນຕົວນ້ອຍໆຂອງເຮົາກໍຕາມ. ສະນັ້ນ ເມື່ອເຮົາອອກແຮງງານ ແລະ ຄອຍຖ້າຄຳຕອບຕໍ່ຄຳຖາມບາງຢ່າງຂອງເຮົານຳກັນ, ຂ້າພະເຈົ້າໃຫ້ຄຳສັນຍາຂອງອັກຄະສາວົກກັບທ່ານວ່າມັນຖືກໄດ້ຍິນ ແລະ ຖືກຕອບ, ເຖິງແມ່ນວ່າມັນຈະບໍ່ເກີດຂຶ້ນຕາມເວລາ ຫລື ໃນວິທີທີ່ເຮົາຕ້ອງການກໍຕາມ. ແຕ່ມັນຖືກຕອບ ສະເໝີ ຕາມເວລາ ແລະ ວິທີທາງທີ່ບິດາມານດາທີ່ຮອບຮູ້ ແລະ ເຫັນອົກເຫັນໃຈຊົ່ວນິລັນດອນຄວນຕອບ. ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ເຂົ້າໃຈວ່າ ພຣະອົງບໍ່ໄດ້ເຊືອບນອນຫລັບໄປຈັກເທື່ອ2 ເປັນຫ່ວງເລື່ອງຄວາມສຸກ ແລະ ຄວາມສູງສົ່ງຂອງລູກໆຂອງພຣະອົງເກີນກວ່າທຸກສິ່ງທັງໝົດທີ່ພຣະເຈົ້າແຫ່ງສະຫວັນຄວນເປັນຫ່ວງ. ພຣະອົງຄືຄວາມຮັກອັນບໍລິສຸດ, ເຕັມໄປດ້ວຍລັດສະໝີພາບ, ແລະ ພຣະບິດາແຫ່ງຄວາມເມດຕາຄືພຣະນາມຂອງພຣະອົງ.
“ຖ້າເປັນເຊັ່ນນັ້ນ,” ທ່ານອາດກ່າວວ່າ, “ຄວາມຮັກ ແລະ ຄວາມເມດຕາຂອງພຣະອົງບໍ່ຄວນແຍກທະເລແດງສ່ວນຕົວຂອງເຮົາອອກໄປບໍ ແລະ ປ່ອຍໃຫ້ເຮົາຍ່າງຜ່ານບັນຫາຂອງເຮົາໄປເທິງດິນແຫ້ງບໍ? ພຣະອົງບໍ່ຄວນສົ່ງນົກນາງນວນໃນສັດຕະວັດທີຊາວເອັດມາກິນຕັກກະແຕນໃນສັດຕະວັດທີຊາວເອັດທີ່ຮ້າຍກາດໃຫ້ໝົດກ້ຽງບໍ?”
ຄຳຕອບຕໍ່ຄຳຖາມດັ່ງກ່າວກໍ “ແມ່ນ, ພຣະເຈົ້າສາມາດປະທານສິ່ງມະຫັດສະຈັນໃຫ້ໄດ້ໃນທັນທີ, ແຕ່ບໍ່ວ່າໄວ ຫລື ຊ້າເຮົາກໍຮຽນຮູ້ວ່າເວລາ ແລະ ລະດູການຂອງການເດີນທາງໃນຊ່ວງມະຕະຂອງເຮົານັ້ນຂຶ້ນກັບພຣະອົງ ແລະ ພຣະອົງເທົ່ານັ້ນທີ່ຊີ້ນຳ.” ພຣະອົງຈັດຕາຕະລາງເວລານັ້ນໃຫ້ແກ່ເຮົາທຸກຄົນເປັນສ່ວນຕົວ. ສຳລັບຊາຍຄົນໜຶ່ງທີ່ຫາຍດີທັນທີຂະນະທີ່ລາວຄອຍຖ້າທີ່ຈະລົງໄປໃນສະນ້ຳເບັດຊະທາ,3 ຄົນອື່ນອີກຈະໃຊ້ເວລາ 40 ປີຢູ່ໃນຖິ່ນແຫ້ງແລ້ງກັນດານ ເພື່ອຄອຍຖ້າທີ່ຈະເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ.4 ສຳລັບນີໄຟ ແລະ ລີໄຮ ທຸກຄົນທີ່ໄດ້ຮັບການປົກປ້ອງດ້ວຍແປວໄຟ ທີ່ອ້ອມຮອບເຂົາເຈົ້າຢູ່ເພາະສັດທາຂອງເຂົາເຈົ້າ,5 ເຮົາກໍຍັງມີອະບີນາໄດ ທີ່ຖືກເຜົາຢູ່ໃນກອງໄຟເພາະສັດທາຂອງເພິ່ນ.6 ແລະ ເຮົາຈື່ຈຳວ່າເອລີຢາຄົນດຽວກັນທີ່ໄດ້ທູນຂໍໄຟຈາກສະຫວັນ ໃຫ້ລົງມາເປັນພະຍານຕໍ່ຕ້ານພວກປະໂລຫິດຂອງພະບາອານໃນທັນທີ7 ກໍແມ່ນເອລີຢາຄົນດຽວກັນທີ່ໄດ້ທົນທຸກໃນໄລຍະເວລາທີ່ບໍ່ມີຝົນເປັນເວລາຫລາຍປີ ແລະ ເປັນຜູ້, ໃນຊ່ວງເວລາໜຶ່ງ, ໄດ້ກິນອາຫານທີ່ໂຕການຳມາໃຫ້ເທົ່ານັ້ນ.8 ຕາມການຄາດຄະເນຂອງຂ້າພະເຈົ້າ, ເຮົາຈະເອີ້ນສິ່ງນັ້ນວ່າ “ເຂົ້າຄາບສຸກສັນ” ບໍ່ໄດ້ດອກ.
ແມ່ນຫຍັງຄືປະເດັນ? ປະເດັນກໍຄືວ່າ ສັດທານັ້ນໝາຍຄວາມວ່າການໄວ້ວາງໃຈໃນພຣະເຈົ້າໃນເວລາດີ ແລະ ເວລາຮ້າຍ, ແມ່ນແຕ່ຖ້າຫາກນັ້ນຮ່ວມດ້ວຍການທົນທຸກຈົນກວ່າເຮົາຈະເຫັນພຣະຫັດຂອງພຣະອົງເປີດອອກ ເພື່ອຜົນປະໂຫຍດຂອງເຮົາ.9 ສິ່ງນັ້ນກໍເປັນເລື່ອງຍາກໃນໂລກສະໄໝໃໝ່ຂອງເຮົາ ເມື່ອຫລາຍຄົນເຊື່ອວ່າສິ່ງທີ່ດີທີ່ສຸດໃນຊີວິດ ຄືການຫລີກລ້ຽງຈາກຄວາມທຸກທໍລະມານທັງໝົດ, ວ່າບໍ່ມີໃຜຄວນເຈັບປວດໃນເລື່ອງໃດເລີຍ.10 ແຕ່ຄວາມເຊື່ອນັ້ນຈະບໍ່ນຳເຮົາໄປເຖິງ “ຂະໜາດຄວາມສົມບູນຂອງພຣະຄຣິດ.”11
ດ້ວຍຄຳຂໍໂທດຕໍ່ ແອວເດີ ນຽວ ເອ ແມ໊ກສະແວວ ທີ່ບັງອາດຈະປັບປ່ຽນ ແລະ ຂະຫຍາຍສິ່ງທີ່ຄັ້ງໜຶ່ງເພິ່ນໄດ້ກ່າວ, ຂ້າພະເຈົ້າຂໍແນະນຳວ່າ “ຊີວິດຂອງຄົນເຮົາ … ຈະເຕັມໄປດ້ວຍສັດທາ ແລະ ຂາດຄວາມຕຶງຄຽດໄປພ້ອມກັນບໍ່ໄດ້.” ມັນຈະເປັນໄປບໍ່ໄດ້ “ທີ່ຈະມີຊີວິດຢ່າງໂງ່ຈ້າ,” ເວົ້າອອກມາ ຂະນະທີ່ເຮົາດື່ມນ້ຳໝາກນາວ ວ່າ, “ພຣະຜູ້ເປັນເຈົ້າເອີຍ, ຈົ່ງປະທານຄຸນນະທຳທີ່ດີທີ່ສຸດໃຫ້ແກ່ຂ້ານ້ອຍເຖີດ, ແຕ່ຢ່າປະທານຄວາມໂສກເສົ້າ, ຫລື ຄວາມເສົ້າສະຫລົດໃຈ, ຫລື ຄວາມເຈັບປວດ, ຫລື ການກົງກັນຂ້າມໃຫ້ຂ້ານ້ອຍ. ຂໍບໍ່ໃຫ້ມີຜູ້ໃດບໍ່ມັກ ຫລື ທໍລະຍົດຕໍ່ຂ້ານ້ອຍ, ແລະ ເໜືອທຸກສິ່ງ, ຢ່າໃຫ້ຂ້ານ້ອຍຮູ້ສຶກວ່າພຣະອົງ ຫລື ຜູ້ຄົນທີ່ຂ້ານ້ອຍຮັກ ປະຖິ້ມຂ້ານ້ອຍ. ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າເອີຍ, ຂໍຈົ່ງລະວັງຢ່າໃຫ້ຂ້ານ້ອຍໄດ້ຮັບປະສົບການທັງໝົດທີ່ເຮັດໃຫ້ພຣະອົງສູງສົ່ງ. ແລະ ແລ້ວ, ເມື່ອບັນຫາຜ່ານຄົນອື່ນໄປຮຽບຮ້ອຍ, ຂໍຈົ່ງໃຫ້ຂ້ານ້ອຍອອກມາ ແລະ ຢູ່ກັບພຣະອົງ, ບ່ອນທີ່ຂ້ານ້ອຍຈະສາມາດອວດອ້າງກ່ຽວກັບວ່າພະລັງ ແລະ ລັກສະນະຂອງພວກເຮົາຄ້າຍຄືກັນປານໃດ ຂະນະທີ່ຂ້ານ້ອຍດຳລົງຊີວິດຢ່າງມີຄວາມສຸກ ໃນຊີວິດທີ່ສຸກສະບາຍຂອງຊາວຄຣິດຂອງຂ້ານ້ອຍ.”12
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ການເປັນຊາວຄຣິດກໍອົບອຸ່ນດີ, ແຕ່ສ່ວນຫລາຍແລ້ວມັນກໍບໍ່ສະບາຍດີ. ເສັ້ນທາງທີ່ນຳໄປສູ່ຄວາມສັກສິດ ແລະ ຄວາມສຸກໃນຊີວິດນີ້ ແລະ ຊີວິດທີ່ຈະມາເຖິງເປັນການເດີນທາງທີ່ຍາວນານ ແລະ ບາງເທື່ອກໍຍາກລຳບາກ. ມັນຕ້ອງໃຊ້ເວລາ ແລະ ຄວາມບາກບັ່ນເພື່ອຈະກ້າວເດີນໄປ. ແຕ່, ແນ່ນອນ, ລາງວັນສຳລັບການເຮັດດັ່ງນີ້ແມ່ນຍິ່ງໃຫຍ່ແທ້. ຄວາມຈິງກໍຖືກສິດສອນຢ່າງແຈ່ມແຈ້ງ ແລະ ຊັກຊວນຢູ່ໃນ ບົດທີ 32 ຂອງໜັງສືແອວມາ ຢູ່ໃນພຣະຄຳພີມໍມອນ. ຢູ່ໃນນັ້ນ ມະຫາປະໂລຫິດທີ່ຍິ່ງໃຫຍ່ຄົນນີ້ສິດສອນວ່າ ຖ້າຫາກພຣະຄຳຂອງພຣະເຈົ້າຖືກປູກຝັງຢູ່ໃນຫົວໃຈຂອງເຮົາເປັນເມັດພືດນ້ອຍໆ, ແລະ ຖ້າຫາກເຮົາຫ່ວງໃຍພໍທີ່ຈະຫົດນ້ຳ, ເສຍຫຍ້າ, ບຳລຸງລ້ຽງ, ແລະ ຊຸກຍູ້ມັນ, ມັນຈະເກີດໝາກ ໃນອະນາຄົດ “ຊຶ່ງມີຄ່າທີ່ສຸດ, … ຊຶ່ງຫວານເໜືອກວ່າທຸກສິ່ງທີ່ຫວານ,” ຊຶ່ງການກິນໝາກໄມ້ນີ້ຈະນຳໄປສູ່ສະພາບທີ່ຈະບໍ່ກະຫາຍທັງບໍ່ຫິວອີກຕໍ່ໄປ.13
ບົດທີ່ປະເສີດນີ້ມີບົດຮຽນຫລາຍຢ່າງທີ່ຖືກສິດສອນ, ແຕ່ຈຸດໃຈກາງທັງໝົດຄືກົດແຫ່ງຄວາມຈິງທີ່ວ່າເມັດພືດຕ້ອງໄດ້ຮັບການບຳລຸງລ້ຽງ ແລະ ເຮົາຕ້ອງຄອຍຖ້າໃຫ້ມັນເຕີບໂຕ; ເຮົາ “ຄອງຄອຍ ໝາກຂອງຕົ້ນດ້ວຍຕາແຫ່ງສັດທາ.”14 ການເກັບກ່ຽວຂອງເຮົາ, ແອວມາກ່າວ, ກໍຈະເກີດຂຶ້ນ, “ໃນບໍ່ຊ້ານີ້.”15 ມັນບໍ່ປະຫລາດເລີຍທີ່ເພິ່ນຈົບຄຳສັ່ງສອນທີ່ປະເສີດຂອງເພິ່ນໂດຍກ່າວຊ້ຳສາມເທື່ອທີ່ຮຽກຮ້ອງ ຄວາມພາກພຽນ ແລະ ຄວາມອົດທົນ ໃນການບຳລຸງລ້ຽງພຣະຄຳຂອງພຣະເຈົ້າໄວ້ໃນໃຈຂອງເຮົາ,“ຄອຍຖ້າ” ດັ່ງທີ່ເພິ່ນກ່າວ, ດ້ວຍ “ຄວາມອົດກັ້ນ … ໃຫ້ຕົ້ນໄມ້ອອກຜົນໃຫ້ພວກທ່ານ.”16
ພະຍາດໂຄວິດ ແລະ ໂຣກມະເລັງ, ຄວາມສົງໄສ ແລະ ຄວາມກັງວົນໃຈ, ບັນຫາທາງການເງິນ ແລະ ການທົດລອງຂອງຄອບຄົວ. ເມື່ອໃດພາລະໜັກເຫລົ່ານີ້ຈະຜ່ານພົ້ນໄປ? ຄຳຕອບກໍແມ່ນ “ໃນບໍ່ຊ້ານີ້.”17 ແລະ ບໍ່ວ່ານັ້ນຈະເປັນໄລຍະສັ້ນ ຫລື ຍາວ ບໍ່ແມ່ນສິດຂອງເຮົາສະເໝີໄປທີ່ຈະກ່າວ, ແຕ່ໂດຍພຣະຄຸນຂອງພຣະເຈົ້າ, ພອນເຫລົ່ານັ້ນຈະມີມາສູ່ຜູ້ຄົນທີ່ຍຶດໝັ້ນຢູ່ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ບັນຫານັ້ນກໍຖືກແກ້ໄຂຢູ່ໃນສວນທີ່ເປັນສ່ວນຕົວ ແລະ ຢູ່ເທິງເນີນພູຕໍ່ສາທາລະນະຊົນຢູ່ທີ່ກຸງເຢຣູຊາເລັມດົນນານມາແລ້ວ.
ບັດນີ້ເມື່ອເຮົາໄດ້ຍິນສາດສະດາທີ່ຮັກແພງຂອງເຮົາປິດກອງປະຊຸມນີ້, ຂໍໃຫ້ເຮົາຈົ່ງຈື່ຈຳ, ຂະນະທີ່ທ່ານຣະໂຊ ແນວສັນ ໄດ້ສະແດງໃຫ້ເຫັນຕະຫລອດຊີວິດຂອງເພິ່ນ, ວ່າຜູ້ຄົນທີ່ “ຄອຍຖ້າພຣະຜູ້ເປັນເຈົ້າ ຈະໄດ້ຮັບການເສີມກຳລັງ [ແລະ] ບິນຂຶ້ນດ້ວຍປີກດັ່ງນົກອິນຊີບິນໄປ; ພວກເຂົາຈະແລ່ນໄດ້ ແລະ ບໍ່ອິດເມື່ອຍອ່ອນແຮງ; … ພວກເຂົາຈະຍ່າງໄປ ແລະ ບໍ່ອ່ອນເພຍລົງອີກ.”18 ຂ້າພະເຈົ້າອະທິຖານວ່າ “ໃນບໍ່ຊ້ານີ້”—ບໍ່ວ່າຈະໄວ ຫລື ຊ້າ—ພອນເຫລົ່ານັ້ນຈະມາສູ່ທ່ານທຸກຄົນທີ່ສະແຫວງຫາການບັນເທົາທຸກຈາກຄວາມເສົ້າສະຫລົດໃຈ ແລະ ເປັນອິດສະລະຈາກຄວາມໂສກເສົ້າຂອງທ່ານ. ຂ້າພະເຈົ້າເປັນພະຍານເຖິງຄວາມຮັກຂອງພຣະເຈົ້າ ແລະ ເຖິງການຟື້ນຟູພຣະກິດຕິຄຸນທີ່ຮຸ່ງໂລດຂອງພຣະອົງ, ຊຶ່ງເປັນຄຳຕອບຢ່າງໃດຢ່າງໜຶ່ງຕໍ່ບັນຫາທຸກຢ່າງທີ່ເຮົາປະເຊີນຢູ່ໃນຊີວິດ. ໃນພຣະນາມທີ່ໄຖ່ຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.