ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຍັງມີເຂົ້າກິນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ຍັງມີເຂົ້າກິນ

ຂະນະ​ທີ່ເຮົາ​ສະແຫວງ​ຫາທີ່​ຈະຕຽມ​ພ້ອມທາງ​ຝ່າຍໂລກ, ເຮົາສາ​ມາດ​ປະເຊີນ​ກັບການ​ທົດລອງ ໃນຊີວິດ​ດ້ວຍ​ຄວາມ​ໝັ້ນໃຈ​ຫລາຍຂຶ້ນ.

ກ່ອນການ​ຈຳກັດ​ເລື່ອງ​ການເດີນ​ທາງທີ່​ໄດ້ເກີດ​ຂຶ້ນໂດຍ​ການແຜ່​ລະບາດ​ໃນປະ​ຈຸບັນ, ຂ້າພະ​ເຈົ້າໄດ້​ກັບບ້ານ​ຈາກໜ້າ​ທີ່ມອບ​ໝາຍຢູ່​ຕ່າງປະ​ເທດ, ເພາະມີ​ບັນຫາ​ກັບຕາ​ຕະລາງ​ເດີນທາງ, ກໍເລີຍ​ໄດ້ມີ​ການລໍ​ຖ້າຖ້ຽວ​ບິນໃນ​ວັນ​ອາທິດ. ຂ້າພະເຈົ້າ​ໄດ້ມີ​ເວລາ​ລະຫວ່າງ​ລໍ​ຖ້າ​ຖ້ຽວບິນ ເພື່ອ​ຈະໄປ​ຮ່ວມກອງ​ປະຊຸມ​ສິນລະ​ລຶກໃນ​ທ້ອງຖິ່ນ, ບ່ອນທີ່​ຂ້າພະ​ເຈົ້າສາ​ມາດແບ່ງ​ປັບຂ່າວ​ສານ​ສັ້ນໆ​ນຳ​ອີກ. ຫລັງຈາກ​ກອງ​ປະຊຸມ, ມັກຄະ​ນາຍົກ​ທີ່ກະ​ຕືລື​ລົ້ນຄົນ​ໜຶ່ງໄດ້​ມາຫາ​ຂ້າພະ​ເຈົ້າ ແລະ ໄດ້ຖາມ​ຖ້າຫາກ​ວ່າຂ້າ​ພະເຈົ້າ​ຮູ້ຈັກ​ປະທານ​ແນວສັນ ແລະ ຖ້າຫາກ​ວ່າຂ້າ​ພະເຈົ້າ​ເຄີຍມີ​ໂອກາດ​ຈັບມື​ເພິ່ນ. ຂ້າພະ​ເຈົ້າໄດ້​ຕອບວ່າ​ຂ້າພະ​ເຈົ້າຮູ້​ຈັກເພິ່ນ, ວ່າຂ້າ​ພະເຈົ້າ​ເຄີຍໄດ້​ຈັບມື​ເພິ່ນ, ແລະ ວ່າ, ໃນຖາ​ນະສະ​ມາຊິກ​ໃນຝ່າຍ​ອະທິ​ການ​ຄວບຄຸມ, ຂ້າພະ​ເຈົ້າໄດ້​ພົບກັບ​ປະທານ​ແນວສັນ ແລະ ທີ່ປຶກ​ສາຂອງ​ເພິ່ນອາ​ທິດລະ​ສອງເທື່ອ.

ແລ້ວມັກ​ຄະນາ​ຍົກໜຸ່ມ​ຄົນນັ້ນ​ກໍໄດ້​ນັ່ງລົງ​ໃນຕັ່ງ, ໄດ້ຍົກ​ມືຂຶ້ນ​ໃນອາ​ກາດ, ແລະ ໄດ້ຮ້ອງ​ຂຶ້ນວ່າ, “ນີ້ເປັນ​ວັນທີ່​ດີ​ທີ່ສຸດ​ໃນ​ຊີວິດ​ຂອງ​ຂ້າ​ນ້ອຍ!” ອ້າຍເອື້ອຍ​ນ້ອງທັງ​ຫລາຍ, ຂ້າພະ​ເຈົ້າອາດ​ບໍ່ຍົກ​ມືຂອງ​ຂ້າພະ​ເຈົ້າຂຶ້ນ​ໃນ​ອາກາດ ແລະ ຮ້ອງ​ອອກມາ, ແຕ່ຂ້າ​ພະເຈົ້າ​ກະຕັນ​ຍູຊົ່ວ​ນິລັນ​ດອນສຳ​ລັບສາດ​ສະດາ​ທີ່ມີ​ຊີວິດ​ຢູ່ ແລະ ສຳລັບ​ການ​ຊີ້ນຳ​ທີ່ເຮົາ​ໄດ້ຮັບ​ຈາກບັນ​ດາສາດ​ສະດາ, ຜູ້ພະ​ຍາກອນ, ແລະ ຜູ້ເປີດ​ເຜີຍ, ໂດຍ​ສະເພາະ​ໃນຊ່ວງ​ເວລາ​ທີ່ທ້າ​ທາຍ​ເຫລົ່ານີ້.

ນັບຕັ້ງ​ແຕ່ການ​ເລີ່ມຕົ້ນ​ຂອງ​ເວລາ, ພຣະຜູ້​ເປັນເຈົ້າ​ໄດ້ປະ​ທານການ​ຊີ້ນຳ ເພື່ອຊ່ວຍ​ຜູ້ຄົນ​ຂອງພຣະ​ອົງໃຫ້​ຕຽມພ້ອມ​ທາງຝ່າຍ​ວິນຍານ ແລະ ຝ່າຍໂລກ ເພື່ອຮັບ​ມືກັບ​ໄພ​ພິບັດ ແລະ ການ​ທົດ​ລອງທີ່​ພຣະອົງ​ຮູ້ວ່າ​ຈະເກີດ​ຂຶ້ນ ເພາະ​ເປັນພາກ​ສ່ວນຂອງ​ປະສົບ​ການ​ມະຕະນີ້. ໄພພິ​ບັດ​ເຫລົ່ານີ້​ອາດເປັບ​ແບບສ່ວນ​ຕົວ ຫລື ແບບ​ທົ່ວໄປ, ແຕ່ການ​ຊີ້ນຳ​ຂອງພຣະ​ຜູ້ເປັນ​ເຈົ້າຈະ​ໃຫ້ການ​ປົກປ້ອງ ແລະ ການ​ສະໜັບ​ສະໜູນ​ເທົ່າທີ່​ເຮົາ​ເຊື່ອຟັງ ແລະ ກະທຳ​ຕາມຄຳ​ແນະນຳ​ຂອງ​ພຣະອົງ. ຕົວຢ່າງ​ທີ່ດີ​ຢ່າງໜຶ່ງ​ກໍມີ​ໃຫ້ຢູ່​ໃນ​ເລື່ອງລາວ​ຈາກໜັງ​ສືປະ​ຖົມມະ​ການ, ບ່ອນທີ່​ເຮົາຮຽນ​ຮູ້ເຖິງ ໂຢເຊັບ​ແຫ່ງ​ເອຢິບ ແລະ ການແກ້​ຄວາມຝັນ​ທີ່​ດົນໃຈ​ຂອງເພິ່ນ​ໃຫ້ແກ່​ກະສັດ​ຟາຣາ​ໂອ.

“ໂຢເຊັບ​ຕອບ​ຟາ​ຣາ​ໂອ​ວ່າ, … ພຣະເຈົ້າ​ໄດ້ບອກ​ທ່ານໃຫ້​ຮູ້ເຖິງ​ສິ່ງທີ່​ພຣະອົງ​ຈະໃຫ້​ບັງເກີດ​ຂຶ້ນ. …

“ຢູ່ໃນ​ທົ່ວດິນ​ແດນຂອງ​ປະເທດ​ເອຢິບ ຈະມີ​ຄວາມ​ອຸດົມ​ສົມບູນ​ເປັນ​ເວລາ​ເຈັດປີ:

“ຫລັງຈາກ​ນັ້ນ ຈະມີ​ການອຶດ​ຢາກ​ເກີດຂຶ້ນ​ເປັນ​ເວລາ​ເຈັດປີ​ອີກ ແລະ ປີແຫ່ງ​ຄວາມ​ອຸດົມ​ສົມບູນ​ໃນປະ​ເທດ​ເອຢິບ​ຈະຖືກ​ລຶບໄປ ຍ້ອນວ່າ​ຄວາມອຶດ​ຢາກຈະ​ທຳລາຍ​ປະເທດ.”1

ຟາຣາ​ໂອ ໄດ້ຮັບ​ຟັງ​ໂຢເຊັບ, ໄດ້ຕອບ​ຮັບຕໍ່​ສິ່ງທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້ເພິ່ນ​ເຫັນໃນ​ຄວາມຝັນ, ແລະ ໃນທັນ​ທີກໍ​ໄດ້ຈັດ​ຕຽມ​ສຳລັບ​ສິ່ງທີ່​ຈະເກີດ​ຂຶ້ນ. ແລ້ວ​ພຣະຄຳ​ພີບັນ​ທຶກວ່າ:

“ໃນໄລ​ຍະເຈັດ​ປີທີ່​ອຸດົມ​ສົມບູນ​ນັ້ນ ທີ່ດິນ​ກໍຜະ​ລິດຜົນ​ລະປູກ​ໄດ້ຢ່າງ​ຫລວງຫລາຍ.

“ໂຢເຊັບ​ເກັບ ແລະ ຮິບໂຮມ​ອາຫານ​ທຸກໆ​ຊະນິດ​ໄວ້ຕາມ​ເມືອງ​ຕ່າງໆ​ສຳ​ລັບ​ເຈັດ​ປີ. …

“ແລະ ໂຢ​ເຊັບໄດ້​ຮິບໂຮມ​ເຂົ້າໄວ້​ຢ່າງຫລວງ​ຫລາຍ ດັ່ງເມັດ​ດິນຊາຍ​ທີ່ແຄມ​ທະເລ, … ຈົນບໍ່​ມີໃຜ​ສາມາດ​ຈະຊັ່ງ​ຕວງໄດ້.”2

ເມື່ອເວ​ລາເຈັດ​ປີຂອງ​ຄວາມ​ອຸດົມ​ສົມບູນ​ໄດ້ຜ່ານ​ໄປ, ເຮົາໄດ້​ຖືກ​ບອກວ່າ “ຄວາມອຶດ​ຢາກເປັນ​ເວລາ​ເຈັດປີ​ກໍ​ເກີດຂຶ້ນ ຕາມທີ່​ໂຢເຊັບ​ໄດ້ກ່າວ​ໄວ້​ລ່ວງໜ້າ: ຢູ່ໃນ​ປະເທດ​ອື່ນບໍ່​ມີເຂົ້າ​ກິນແລ້ວ; ແຕ່ຢູ່​ໃນ​ປະເທດ​ເອຢິບ​ຍັງມີ​ເຂົ້າກິນ​ທົ່ວ​ປະເທດ.”3

ໃນເວລາ​ນີ້ເຮົາ​ໄດ້ຮັບ​ພອນທີ່​ຖືກນຳ​ພາໂດຍ​ສາດ​ສະດາ ຜູ້ທີ່​ເຂົ້າໃຈ​ຄວາມ​ຕ້ອງການ ໃຫ້ເຮົາ​ຕຽມພ້ອມ​ເພື່ອຮັບ​ມືກັບ​ໄພ​ພິບັດ “ທີ່ຈະ​ມາເຖິງ”4 ແລະ ຜູ້ທີ່​ຮັບຮູ້​ຂໍ້​ກຳນົດ ຫລື ຂໍ້ຈຳກັດ​ທີ່ເຮົາ​ອາດ​ປະເຊີນ​ໃນຄວາມ​ພະຍາ​ຍາມ​ທີ່ຈະ​ເຮັດຕາມ​ຄຳແນະນຳ​ຂອງ​ພວກເພິ່ນ.

ມີຄວາມ​ເຂົ້າໃຈ​ຢ່າງແຈ່ມ​ແຈ້ງດີ​ວ່າ ຜົນກະ​ທົບຂອງ​ພະ​ຍາດ​ໂຄວິດ-19, ລວມທັງ​ໄພພິ​ບັດທຳ​ມະຊາດ​ທີ່ຮ້າຍ​ແຮງ, ບໍ່ລະ​ເວັ້ນ​ຜູ້ໃດ ແລະ ຂ້າມ​ຜ່ານ​ຊົນເຜົ່າ, ສັງຄົມ, ແລະ ຂອບເຂດ​ສາດສະ​ໜາໃນ​ທຸກໆ​ທະວີບ. ຜູ້ຄົນ​ໄດ້ສູນ​ເສຍ​ການງານ ແລະ ລາຍ​ຮັບ​ກໍໄດ້​ຫລຸດ​ຜ່ອນລົງ ຂະນະ​ທີ່ໂອ​ກາດຈະ​ທຳງານ​ກໍຖືກ​ກະທົບ​ກະເທືອນ ໂດຍ​ການຕົກ​ງານ ແລະ ຄວາມ​ສາມາດ​ທີ່ຈະ​ທຳງານ ກໍຖືກ​ກະທົບ​ກະເທືອນ​ໂດຍການ​ທ້າທາຍ​ທາງສຸ​ຂະພາບ ແລະ ທາງກົດ​ໝາຍ.

ຕໍ່​ທຸກໆ​ຄົນທີ່​ຖືກກະ​ທົບກະ​ເທືອນ, ພວກເຮົາ​ຂໍສະ​ແດງ​ຄວາມ​ເຂົ້າໃຈ ແລະ ຄວາມຫ່ວງ​ໃຍສຳ​ລັບສະ​ພາບການ​ຂອງທ່ານ, ພ້ອມທັງ​ຄວາມເຊື່ອ​ໝັ້ນວ່າ ວັນ​ເວລາ​ທີ່​ດີກວ່າ​ຍັງຢູ່​ຂ້າງໜ້າ. ທ່ານໄດ້​ຮັບພອນ​ທີ່ມີ​ອະທິ​ການ ແລະ ປະທານ​ສາຂາ ຜູ້ທີ່​ຊອກຫາ​ສະມາ​ຊິກໃນ​ໜ່ວຍຂອງ​ພວກ​ເພິ່ນທີ່​ມີຄວາມ​ຕ້ອງການ​ທາງຝ່າຍ​ໂລກ ແລະ ພວກ​ເພິ່ນ​ເຂົ້າເຖິງ​ເຄື່ອງມື ແລະ ແຫລ່ງ​ຕ່າງໆ​ທີ່​ສາມາດ​ຊ່ວຍທ່ານ​ໃຫ້ປັບ​ຊີວິດ​ຂອງທ່ານ​ຄືນໃໝ່ ແລະ ວາງທ່ານ​ໄວ້ຢູ່​ໃນເສັ້ນ​ທາງສູ່​ການກຸ້ມ​ຕົນເອງ ຂະນະ​ທີ່ທ່ານ​ນຳໃຊ້​ຫລັກທຳ​ແຫ່ງການ​ຕຽມພ້ອມ.

ໃນ​ສະພາບ​ແວດລ້ອມ​ໃນວັນ​ເວລາ​ນີ້, ດ້ວຍການ​ແຜ່ລະ​ບາດທີ່​ໄດ້ທຳ​ລາຍເສດ​ຖະກິດ​ທັງໝົດ ຕະ​ຫລອດ​ທັງ​ຊີວິດ​ສ່ວນຕົວ, ມັນຈະ​ບໍ່ສອດ​ຄ່ອງກັບ​ພຣະຜູ້​ຊ່ວຍໃຫ້​ລອດທີ່​ເຫັນອົກ​ເຫັນໃຈ ທີ່ຈະ​ເມີນເສີຍ​ກັບຄວາມ​ເປັນຈິງ​ວ່າ ຫລາຍຄົນ​ກຳລັງ​ດີ້ນລົນ​ຢູ່ ແລະ ຂໍຮ້ອງ​ໃຫ້ເຂົາ​ເຈົ້າເລີ່ມ​ສະສົມ​ອາຫານ ແລະ ເງິນ​ເພື່ອອະ​ນາຄົດ. ເຖິງຢ່າງ​ໃດກໍ​ຕາມ, ນັ້ນບໍ່​ໄດ້ໝາຍ​ຄວາມວ່າ ເຮົາຄວນ​ເມີນເສີຍ​ກັບຫລັກ​ທຳແຫ່ງ​ການຕຽມ​ພ້ອມຕະ​ຫລອດໄປ—ພຽງແຕ່​ວ່າຫລັກ​ທຳເຫລົ່າ​ນີ້ຄວນ​ຖືກນຳ​ໃຊ້ “ດ້ວຍ​ປັນຍາ ແລະ ເປັນ​ລະບຽບ”5 ເພື່ອວ່າ​ໃນອະ​ນາຄົດ​ເຮົາອາດ​ກ່າວອອກ​ມາ​ໄດ້, ດັ່ງທີ່​ໂຢເຊັບ​ແຫ່ງເອ​ຢິບ​ໄດ້​ກ່າວວ່າ, “ຍັງມີ​ເຂົ້າກິນ.”6

ພຣະຜູ້​ເປັນເຈົ້າ​ບໍ່ຄາດ​ຫວັງໃຫ້​ເຮົາເຮັດ​ຫລາຍເກີນ​ກວ່າທີ່​ເຮົາ​ສາມາດ, ແຕ່​ພຣະອົງ​ຄາດຫວັງ​ໃຫ້ເຮົາ​ເຮັດສິ່ງ​ທີ່ເຮົາ​ເຮັດໄດ້, ເມື່ອເຮົາ​ສາມາດ​ເຮັດໄດ້. ດັ່ງ​ທີ່​ປະທານ​ແນວສັນ​ໄດ້ເຕືອນ​ໃຈເຮົາ​ຢູ່ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ຜ່ານມາ​ນີ້ວ່າ “ພຣະຜູ້​ເປັນເຈົ້າ​ມັກຄວາມ​ພະຍາ​ຍາມ.”7

ຮູບ​ພາບ
ປຶ້ມ​ການ​ເງິນ​ສ່ວນ​ຕົວ​ໃນ​ພາ​ສາ​ຕ່າງໆ

ຜູ້ນຳ​ໃນສາດ​ສະໜາ​ຈັກໄດ້​ຊຸກຍູ້​ໄພ່ພົນ​ຍຸກສຸດ​ທ້າຍ​ເລື້ອຍໆ​ວ່າໃຫ້ “ກະກຽມ​ສຳລັບ​ຄວາມຍາກ​ລຳບາກ​ໃນ​ຊີວິດ ໂດຍການ​ມີ​ສະບຽງ​ອາຫານ ແລະ ນ້ຳທີ່​ຈຳເປັນ ແລະ ມີເງິນ​ໃນສ່ວນ​ເກັບອອມ.”8 ໃນເວລາ​ດຽວກັນ, ເຮົາຖືກ​ຊຸກຍູ້​ໃຫ້ “ສະຫລາດ” ແລະ “ບໍ່ໃຫ້​ເຮັດເກີນ​ຄວນ”9 ໃນຄວາມ​ພະຍາ​ຍາມຂອງ​ເຮົາທີ່​ຈະຈັດ​ຕຽມການ​ສະສົມ​ສະ​ບຽງ​ອາຫານ​ຢູ່ທີ່​ບ້ານ ແລະ ການເກັບ​ອອມເງິນ. ແຫລ່ງຊ່ວຍ​ເຫລືອເປັນ​ປຶ້ມນ້ອຍ ຊື່ວ່າ Personal Finances for Self-Reliance [ການ​ເງິນ​ສ່ວນ​ຕົວ​ສຳ​ລັບການ​ກຸ້ມ​ຕົນ​ເອງ], ຈັດພິມ​ໃນປີ 2017 ແລະ ໃນເວລາ​ນີ້ມີ​ໃຫ້ຢູ່​ໃນ​ເວບໄຊ້​ຂອງສາດ​ສະໜາ​ຈັກໃນ 36 ພາສາ, ເລີ່ມດ້ວຍ​ຂ່າວສານ​ຈາກຝ່າຍ​ປະທານ​ສູງສຸດ, ຊຶ່ງ​ກ່າວວ່າ:

“ພຣະຜູ້​ເປັນເຈົ້າ​ໄດ້ປະ​ກາດວ່າ, ‘ມັນເປັນ​ຈຸດປະ​ສົງຂອງ​ເຮົາທີ່​ຈະຈັດ​ຫາໃຫ້​ໄພ່ພົນ​ຂອງເຮົາ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:15]. ການເປີດ​ເຜີຍນີ້​ແມ່ນ​ຄຳສັນ​ຍາຈາກ​ພຣະຜູ້​ເປັນເຈົ້າ​ວ່າ ພຣະອົງ​ຈະຈັດ​ຫາພອນ​ທາງຝ່າຍ​ໂລກໃຫ້ ແລະ ຈະເປີດ​ປະຕູ​ສະຫວັນ​ຂອງການ​ກຸ້ມຕົນ​ເອງ. …

“… ການ​ຍອມຮັບ ແລະ ການດຳ​ລົງຊີ​ວິດຕາມ​ຫລັກທຳ​ເຫລົ່າ​ນີ້ ຈະຊ່ວຍ​ໃຫ້ທ່ານ​ໄດ້ຮັບ​ພອນທາງ​ຝ່າຍໂລກ​ທີ່ພຣະ​ຜູ້ເປັນ​ເຈົ້າໄດ້​ສັນຍາ​ໄວ້.

“ພວກເຮົາ​ຂໍເຊື້ອ​ເຊີນທ່ານ​ໃຫ້​ສຶກສາ ແລະ ນຳ​ໃຊ້ຫລັກ​ທຳ​ເຫລົ່ານີ້​ຢ່າງພາກ​ພຽນ ແລະ ສິດສອນ​ມັນໃຫ້​ແກ່ສະ​ມາຊິກ​ໃນຄອບ​ຄົວຂອງ​ທ່ານ. ຂະນະ​ທີ່ທ່ານ​ເຮັດ​ດັ່ງນັ້ນ, ຊີວິດ​ຂອງທ່ານ​ຈະໄດ້​ຮັບພອນ … [ເພາະ] ທ່ານເປັນ​ລູກຂອງ​ພຣະ​ບິດາ​ຜູ້ສະ​ຖິດໃນ​ສະຫວັນ​ຂອງເຮົາ. ພຣະອົງ​ຮັກທ່ານ ແລະ ຈະບໍ່​ປະຖິ້ມ​ທ່ານ​ຈັກເທື່ອ. ພຣະອົງ​ຮູ້ຈັກ​ທ່ານ ແລະ ພ້ອມ​ທີ່ຈະ​ປະທານ​ພອນທາງ​ຝ່າຍ​ວິນຍານ ແລະ ທາງ​ຝ່າຍໂລກ​ຂອງການ​ກຸ້ມຕົນ​ເອງໃຫ້​ແກ່ທ່ານ.”10

ແຫລ່ງຊ່ວຍ​ເຫລືອນີ້​ແມ່ນຮ່ວມ​ດ້ວຍບົດ​ຕ່າງໆ ທີ່ຈັດ​ຂຶ້ນໂດຍ​ສະເພາະ ເພື່ອ​ການສ້າງ ແລະ ການ​ດຳລົງ​ຊີວິດ​ພາຍໃນ​ງົບ​ປະມານ, ການປົກ​ປ້ອງ​ຄອບຄົວ​ຂອງ​ທ່ານເພື່ອ​ຮັບມື​ກັບຄວາມ​ຍາກ​ລຳບາກ, ການ​ບໍລິ​ຫານວິ​ກິດ​ການເງິນ, ການລົງ​ທຶນເພື່ອ​ອະນາ​ຄົດ ແລະ, ຫລາຍ​ຢ່າງ​ອື່ນ​ອີກກໍ​ມີໃຫ້​ທຸກຄົນ​ຢູ່ທີ່​ເວບໄຊ້​ຂອງສາດ​ສະໜາ​ຈັກ ຫລື ຜ່ານ​ຜູ້ນຳ​ໃນທ້ອງ​ຖິ່ນຂອງ​ທ່ານ.

ເມື່ອ​ພິຈາ​ລະນາ​ຫລັກທຳ​ແຫ່ງການ​ຕຽມພ້ອມ, ເຮົາສາ​ມາດ​ກັບໄປ​ເບິ່ງ ໂຢເຊັບ​ແຫ່ງ​ເອຢິບ ສຳລັບ​ການ​ດົນໃຈ. ການຮູ້​ຈັກສິ່ງ​ທີ່ຈະ​ເກີດຂຶ້ນ​ຈະບໍ່​ພຽງພໍ​ທີ່ຈະ​ພາເຂົາ​ເຈົ້າໃຫ້​ຜ່ານພົ້ນ​ປີແຫ່ງ “ການອຶດ​ຢາກ” ໂດຍບໍ່​ໄດ້ເສຍ​ສະລະ​ໃນ​ລະດັບ​ໃດລະ​ຫວ່າງປີ​ທີ່ອຸ​ດົມສົມ​ບູນ. ແທນທີ່​ຈະ​ບໍລິ​ໂພກ​ທຸກສິ່ງ​ທີ່ລາດ​ຊະດອນ​ຂອງ​ກະສັດ​ຟາຣາ​ໂອໄດ້​ເກັບກ່ຽວ, ກໍມີ​ການຈັດ​ອັດຕາ​ກຳນົດ ແລະ ໄດ້ປະ​ຕິບັດ​ຕາມ, ເພື່ອໃຫ້​ໄດ້ມີ​ພໍຢູ່​ພໍກິນ​ສຳລັບ​ຄວາມ​ຕ້ອງການ​ໃນເວ​ລານັ້ນ, ພ້ອມທັງ​ຄວາມຕ້ອງ​ການໃນ​ອະນາ​ຄົດຂອງ​ເຂົາເຈົ້າ​ນຳອີກ. ມັນບໍ່​ພຽງພໍ​ທີ່ຈະ​ຮູ້ວ່າ​ຊ່ວງ​ເວລາ​ທີ່ທ້າ​ທາຍຈະ​ມາເຖິງ. ເຂົາເຈົ້າ​ຕ້ອງໄດ້​ລົງມື​ປະຕິ​ບັດ, ແລະ ຍ້ອນ​ຄວາມ​ພະຍາ​ຍາມຂອງ​ເຂົາເຈົ້າ, ຈຶ່ງ “ຍັງມີ​ເຂົ້າກິນ.”11

ເລື່ອງນີ້​ນຳມາ​ເຖິງຄຳ​ຖາມທີ່​ສຳຄັນ​ວ່າ: “ດັ່ງນັ້ນ, ຕ້ອງເຮັດ​ຫຍັງ?” ຈຸດເລີ່ມ​ຕົ້ນທີ່​ດີແມ່ນ​ທີ່ຈະ​ເຂົ້າໃຈ​ວ່າ ທຸກສິ່ງ​ເປັນທາງ​ຝ່າຍ​ວິນຍານ​ສຳລັບ​ພຣະຜູ້​ເປັນເຈົ້າ, “ແລະ ບໍ່ມີ​ຈັກເທື່ອ” ທີ່​ພຣະອົງ​ໄດ້ມອບ “ກົດທີ່​ເປັນທາງ​ຝ່າຍໂລກ” ໃຫ້​ແກ່ເຮົາ.”12 ແລ້ວ, ທຸກສິ່ງ​ທັງໝົດ, ກໍຊີ້​ໄປທີ່​ພຣະເຢ​ຊູຄຣິດ ທີ່ເປັນ​ພື້ນຖານ​ທີ່ເຮົາ​ຕ້ອງສ້າງ​ຂຶ້ນເທິງ​ນັ້ນ ແມ່ນ​ແຕ່ການ​ຕຽມພ້ອມ​ທາງ​ຝ່າຍໂລກ.

ການຕຽມ​ພ້ອມທາງ​ຝ່າຍໂລກ ແລະ ການ​ເປັນຄົນ​ກຸ້ມຕົນ​ເອງໝາຍ​ຄວາມວ່າ “ການ​ເຊື່ອວ່າ ຜ່ານທາງ​ພຣະຄຸນ, ຫລື ອຳນາດ​ທີ່ເຮັດ​ໃຫ້​ສາມາດ, ຂອງ​ພຣະເຢ​ຊູຄຣິດ ແລະ ຄວາມ​ພະຍາ​ຍາມຂອງ​ເຮົາເອງ, ເຮົາຈະ​ສາມາດ​ມີ​ທຸກສິ່ງ​ທີ່ເປັນ​ທາງ​ຝ່າຍ​ວິນຍານ ແລະ ທາງ​ຝ່າຍໂລກ​ທີ່ຈຳ​ເປັນຕໍ່​ຊີວິດ ທີ່ເຮົາ​ຕ້ອງການ​ສຳລັບ​ຕົວເຮົາ​ເອງ ແລະ ຄອບຄົວ​ຂອງເຮົາ.”13

ພື້ນຖານ​ທາງຝ່າຍ​ວິນຍານ​ອີກ​ດ້ານອື່ນ ສຳລັບ​ການຕຽມ​ພ້ອມທາງ​ຝ່າຍໂລກ​ແມ່ນຮ່ວມ​ດ້ວຍການ​ກະທຳ “ດ້ວຍ​ປັນຍາ ແລະ ເປັນ​ລະບຽບ,”14 ຊຶ່ງໝາຍ​ເຖິງ ການສະ​ສົມ​ອາຫານ​ເທື່ອລະ​ເລັກເທື່ອ​ລະນ້ອຍ ແລະ ການເກັບ​ອອມເງິນ​ເປັນ​ເວລາ​ດົນນານ, ຕະ​ຫລອດ​ທັງ ການ​ຍອມຮັບ “ເລື່ອງເລັກ​ນ້ອຍ ແລະ ງ່າຍໆ,”15 ຊຶ່ງ​ເປັນການ​ສະແດງ​ສັດທາ​ວ່າ ພຣະຜູ້​ເປັນເຈົ້າ​ຈະຂະ​ຫຍາຍຄວາມ​ພະຍາ​ຍາມ​ເລັກໆ​ນ້ອຍໆ​ແຕ່​ສະໝ່ຳ​ສະເໝີ​ຂອງເຮົາ.

ໂດຍມີ​ພື້ນຖານ​ທາງຝ່າຍ​ວິນຍານ​ທີ່ຄົງ​ຢູ່, ແລ້ວເຮົາ​ຈະສາ​ມາດນຳ​ໃຊ້ສ່ວນ​ປະກອບ​ສຳຄັນ ຂອງການ​ຕຽມພ້ອມ​ທາງຝ່າຍ​ໂລກ​ສອງຢ່າງ—ການ​ບໍລິ​ຫານ​ການເງິນ ແລະ ການ​ສະສົມ​ອາ​ຫານ​ຢູ່ທີ່​ບ້ານ ດ້ວຍ​ຄວາມ​ສຳ​ເລັດ​ຜົນ.

ຫລັກທຳ​ສຳຄັນ​ເພື່ອ​ບໍລິ​ຫານ​ການເງິນ​ຂອງທ່ານ ແມ່ນຮ່ວມ​ດ້ວຍການ​ຈ່າຍເງິນ​ສ່ວນສິບ ແລະ ເງິນ​ບໍລິ​ຈາກ, ການ​ກຳຈັດ ແລະ ການ​ຫລີກລ້ຽງ​ໜີ້ສິນ, ການກະ​ກຽມ ແລະ ການໃຊ້​ຈ່າຍພາຍ​ໃນງົບ​ປະມານ, ແລະ ການ​ເກັບອອມ​ເພື່ອ​ອະນາ​ຄົດ.

ຫລັກທຳ​ສຳຄັນ​ຂອງການ​ສະສົມ​ທີ່ບ້ານ ແມ່ນ​ຮ່ວມດ້ວຍ​ການສະ​ສົມອາ​ຫານ, ສະສົມ​ນ້ຳ, ແລະ ສະ​ສົມ​ສິ່ງຂອງ​ຢ່າງອື່ນ​ທີ່ຈຳ​ເປັນ ອີງຕາມ​ຄວາມ​ຕ້ອງການ​ຂອງຕົນ ແລະ ຄອບຄົວ, ທັງໝົດ​ເປັນເພາະ “ສາງເລົ້າ​ທີ່ດີ​ທີ່ສຸດ”16 ແມ່ນ​ບ້ານເຮືອນ, ຊຶ່ງ​ຈະກາຍ​ເປັນ “ສາງ​ສຳຮອງ​ທີ່ເຂົ້າ​ເຖິງໄດ້​ດີທີ່​ສຸດໃນ​ຍາມ​ຈຳ​ເປັນ.”17

ເມື່ອເຮົາ​ຍອມຮັບ​ເອົາຫລັກ​ທຳທາງ​ຝ່າຍວິນ​ຍານ ແລະ ສະແຫວງ​ຫາການ​ດົນໃຈ​ຈາກ​ພຣະຜູ້​ເປັນເຈົ້າ ເຮົາ​ຈະ​ຖືກ​ນຳ​ພາ​ໃຫ້​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ, ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ຄອບ​ຄົວ, ແລະ ຮູ້​ຈັກວິ​ທີ​ທີ່​ຈະ​ນຳ​ໃຊ້​ຫລັກ​ທຳ​ທີ່​ສຳ​ຄັນ​ເລື່ອງ​ການ​ກະ​ກຽມ​ທາງວິນ​ຍານ. ຂັ້ນຕອນ​ທີ່ສຳ​ຄັນທີ່​ສຸດທັງ​ໝົດແມ່ນ​ທີ່ຈະ​ເລີ່ມຕົ້ນ.

ແອວເດີ ແບ໊ດນາ ໄດ້ສິດ​ສອນຫລັກ​ທຳຂໍ້​ນີ້ ເມື່ອເພິ່ນ​ໄດ້ກ່າວ​ວ່າ: “ການລົງ​ມືກະ​ທຳຄື​ການໃຊ້​ສັດທາ. … ສັດທາ​ທີ່ແທ້​ຈິງຄື​ການເອົາ​ໃຈໃສ່​ຕໍ່ອົງ​ພຣະເຢ​ຊູຄຣິດ​ເຈົ້າ ແລະ ຈະນຳ​ໄປສູ່​ການປະ​ຕິບັດ​ທີ່ຊອບ​ທຳ​ສະເໝີ.”18

ອ້າຍເອື້ອຍ​ນ້ອງ​ທັງຫລາຍ, ໃນໂລກ​ທີ່ນັບ​ມື້ນັບ​ປ່ຽນແປງ, ເຮົາຕ້ອງ​ຕຽມພ້ອມ​ສຳລັບ​ຄວາມບໍ່​ແນ່ນອນ. ແມ່ນແຕ່​ດ້ວຍວັນ​ເວລາ​ທີ່ດີ​ກວ່າໃນ​ພາຍຂ້າງ​ໜ້າ, ເຮົາຮູ້​ວ່າສະ​ພາບການ​ທີ່ຂຶ້ນໆ​ລົງໆ​ທາງຝ່າຍ​ໂລກຂອງ​ຊີວິດ​ມະຕະ​ຈະຄົງ​ຢູ່ຕໍ່​ໄປ. ຂະນະ​ທີ່ເຮົາ​ສະແຫວງ​ຫາເພື່ອ​ຕຽມພ້ອມ​ທາງ​ຝ່າຍໂລກ, ເຮົາສາ​ມາດ​ປະເຊີນ​ໜ້າກັບ​ຄວາມຍາກ​ລຳບາກ​ຂອງ​ຊີວິດ​ດ້ວຍຄວາມ​ໝັ້ນໃຈ​ຫລາຍຂຶ້ນ​ໄດ້, ດ້ວຍ​ຄວາມ​ສະຫງົບ​ຢູ່ໃນ​ຫົວໃຈ​ເຮົາ, ແລະ ເໝືອນດັ່ງ​ໂຢເຊັບ​ແຫ່ງເອຢິບ, ເຮົາຈະ​ກ່າວໄດ້, ແມ່ນແຕ່​ໃນສະ​ຖານະ​ການທີ່​ມີຄວາມ​ກົດດັນ​ວ່າ, “ຍັງມີ​ເຂົ້າກິນ.”19 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ