ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຮັບ​ເອົາ​ອະ​ນາ​ຄົດ​ດ້ວຍ​ສັດ​ທາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ຮັບ​ເອົາ​ອະ​ນາ​ຄົດ​ດ້ວຍ​ສັດ​ທາ

ອະ​ນາ​ຄົດ​ຈະ​ຮຸ່ງ​ໂລດ​ສຳ​ລັບ​ຜູ້​ທີ່​ຕຽມ​ພ້ອມ ແລະ ຜູ້​ທີ່​ສືບ​ຕໍ່​ຕຽມ​ພ້ອມ​ທີ່​ຈະ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ມັນ​ເປັນ​ຄ່ຳ​ຄືນ​ທີ່​ໜ້າ​ຈົດ​ຈຳ​ແທ້ໆ. ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມາ​ຮ່ວມ​ກັບ​ທ່ານ​ທັງ​ຫລາຍ. ທ່ານ​ໄດ້​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າຕະ​ຫລອດ​ເວ​ລາ ລະ​ຫວ່າງ​ສອງ​ສາມ​ເດືອນ​ຜ່ານ​ມານີ້. ທ່ານມີ​ຄວາມ​ໝາຍ​ຫລາຍກວ່າ ແປດ​ລ້ານ​ຄົນ​ທີ່​ເຂັ້ມ​ແຂງ​ເທົ່າ​ນັ້ນ. ບໍ່ພຽງ​ແຕ່​ທ່ານ​ມີ ຈຳ​ນວນ ຫລວງຫລາຍ​, ແຕ່ ພະ​ລັງ​ທາງວິນ​ຍານ ກໍ​ປ່ຽນ​ແປງ​ໂລກ​ນຳ​ອີກ. ຂ້າ​ພະ​ເຈົ້າໄດ້​ເບິ່ງ​ທ່ານ​ເຮັດ​ສິ່ງນີ້​ລະ​ຫວ່າງ​ການ​ແຜ່​ລະ​ບາດ.

ທ່ານ​ບາງ​ຄົນກໍ​ໄດ້ຟ້າວ​ຊອກ​ຫາ​ອຸ​ປະ​ກອນ ຫລື ຊອກ​ຫາ​ວຽກ​ງານ​ໃໝ່​. ຫລາຍ​ຄົນ​ໄດ້​ຊ່ວຍ​ລູກ​ຮຽນ​ໜັງ​ສື​ຢູ່​ບ້ານ ແລະ ຢ້ຽມ​ຢາມຄົນ​ບ້ານ​ໃກ້​ເຮືອນ​ຄຽງ. ບາງ​ຄົນ​ໄດ້​ຕ້ອນ​ຮັບ​ຜູ້​ສອນ​ສາດ​ສະ​ໜາ​ກັບ​ບ້ານ​ກ່ອນ​ກຳ​ນົດ​ເວ​ລາ, ຂະ​ນະ​ທີ່​ບາງ​ຄົນ​ໄດ້​ປັບ​ປ່ຽນ​ບ້ານ​ເຮືອນ​ຂອງ​ທ່ານ​ໃຫ້ເປັນ​ສູນ​ຝຶກ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາ. ທ່ານໄດ້​ໃຊ້​ເທັກ​ໂນ​ໂລ​ຈີ​ເພື່ອ​ຕິດ​ຕໍ່​ຫາຄອບ​ຄົວ ແລະ ໝູ່​ເພື່ອນ, ເພື່ອປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ທີ່ຮູ້​ສຶກ​ໂດດ​ດ່ຽວ, ແລະ ໄດ້​ສຶກ​ສາ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ກັບ​ຄົນ​ອື່ນ. ທ່ານໄດ້​ພົບ​ເຫັນ​ວິ​ທີ​ໃໝ່​ທີ່​ຈະ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ວັນ​ທີ່ມີ​ຄວາມ​ສຸກ. ແລະ ທ່ານ​ໄດ້ເຮັດ​ໜ້າ​ກາກ​ປິດ​ປາກ—ຫລາຍ​ລ້ານ​ອັນ!

ດ້ວຍ​ຄວາມເຫັນ​ອົກ​ເຫັນ​ໃຈ ແລະ ຮັກ​ແພງ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ກັບ​ແມ່​ຍິງ​ຢ່າງ​ຫລວງ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ ທີ່​ໄດ້​ສູນ​ເສຍ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ໄປ. ພວກ​ເຮົາ​ຮ້ອງ​ໄຫ້​ກັບທ່ານ. ແລະ ພວກ​ເຮົາອະ​ທິ​ຖານ​ເພື່ອ​ທ່ານ. ພວກ​ເຮົາຍ້ອງ​ຍໍ ແລະ ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ທຳ​ງານ​ຢ່າງບໍ່​ອິດ​ເມື່ອຍ ເພື່ອ​ຊ່ວຍ​ເຫລືອ​ສຸ​ຂະ​ພາບ​ຂອງ​ຄົນ​ອື່ນ.

ພວກ​ເຈົ້າ ກຸ່ມ​ຍິງ​ໜຸ່ມ ກໍ​ໜ້າ​ອັດ​ສະ​ຈັນ. ເຖິງ​ແມ່ນ​ສື່​ສານມວນ​ຊົນ​ເຕັມ​ໄປ​ດ້ວຍ​ຂ່າວ​ເລື່ອງ​ການ​ຂັດ​ແຍ້ງ, ແຕ່ພວກ​ເຈົ້າ​ຫລາຍ​ຄົນ​ໄດ້​ພົບ​ເຫັນ​ວິ​ທີ​ທີ່​ຈະ​ສະ​ໜັບ​ສະ​ໜູນ ແລະ ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ກັບ​ຄົນ​ອື່ນ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານເປັນ​ວິ​ລະ​ຊົນ​ແທ້ໆ! ຂ້າ​ພະ​ເຈົ້າປະ​ຫລາດ​ໃຈ​ກັບ​ຄວາມ​ເຂັ້ມ​ແຂງ ແລະ ສັດ​ທາ​ຂອງ​ທ່ານ. ທ່ານໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ, ທ່ານ​ໄດ້​ດຳ​ເນີນ​ຕໍ່​ໄປ​ດ້ວຍ​ຄວາມ​ກ້າ​ຫານ. ຂ້າ​ພະ​ເຈົ້າຮັກ​ທ່ານ, ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ ແລະ ເຫັນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ທ່ານ​ກຳ​ລັງ​ເຮັດ​ຢູ່. ຂອບໃຈຫລາຍໆ! ອີກ​ເທື່ອ​ໜຶ່ງ, ທ່ານ​ໄດ້​ພິ​ສູດ​ວ່າ ທ່ານ​ເປັນ​ຄວາມ​ຫວັງຂອງ​ອິດ​ສະ​ຣາ​ເອນ​ແທ້ໆ!

ທ່ານ​ເປັນ​ຕົວ​ຢ່າງ​ທີ່​ປະ​ທານ​ກໍ​ດອນ ບີ ຮິງ​ລີ ຫວັງ​ໃນ​ຕົວ​ທ່ານ ເມື່ອ​ເພິ່ນນຳ​ສະ​ເໜີ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” 25 ປີ​ກ່ອນ ໃນ​ເດືອນ​ກັນ​ຍາ ປີ 1995 ຢູ່​ໃນ​ກອງ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີສົງ​ເຄາະ​ສາ​ມັນ.1 ມັນ​ສຳ​ຄັນ​ທີ່​ເພິ່ນ​ໄດ້​ເລືອກ​ສະ​ເໜີ​ການ​ປະ​ກາດນີ້​ຕໍ່​ບັນ​ດາ​ເອື້ອຍ​ນ້ອງ​ຂອງ​ສາດ​ສະ​ໜາ​ຈັກ. ໂດຍ​ການ​ເຮັດ​ສິ່ງນັ້ນ, ປະ​ທານ​ຮິງ​ລີໄດ້​ເນັ້ນ​ເຖິງ​ອິດ​ທິ​ພົນຂອງ​ຜູ້​ຍິງ​ໃນ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ບໍ່​ມີ​ສິ່ງ​ໃດ​ຈະ​ທົດ​ແທນ​ໄດ້.

ບັດ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ໃນ​ປີນີ້. ທ່ານ​ໄດ້​ເຂົ້າ​ໃກ້​ພຣະຜູ້​ເປັນ​ເຈົ້າ​ຫລາຍ​ກວ່າ​ເກົ່າບໍ, ຫລື ທ່ານ​ຮູ້​ສຶກ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ອົງ​ຫລາຍ​ກວ່າ​ເກົ່າ? ແລະ ເຫດ​ການ​ໃນ​ປະ​ຈຸ​ບັນ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ອະ​ນາ​ຄົດ?

ເປັນ​ທີ່ຍອມ​ຮັບ​ວ່າ ພຣະ​ຜູ້​ເປັນ​ເຈົ້າໄດ້​ກ່າວ​ເຖິງວັນ​ເວ​ລາ​ຂອງ​ເຮົາຢ່າງ​ໜັກ​ແໜ້ນ. ພຣະ​ອົງ​ໄດ້​ເຕືອນ​ວ່າ ໃນ​ວັນ​ເວ​ລາ​ຂອງ​ເຮົາ “ມະ​ນຸດ​ຈະ​ສະຫລົບ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ”2 ແລະ ວ່າ​ເຖິງ​ແມ່ນ​ຜູ້​ທີ່​ຖືກ​ເລືອກ​ກໍ​ຍັງ​ຕ້ອງ​ສ່ຽງ​ກັບ​ການ​ຖືກ​ຫລອກ​ລວງ.3 ພຣະ​ອົງ​ໄດ້​ບອກ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ​ ວ່າ “ສັນ​ຕິ​ສຸກ​ຈະ​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ”4 ແລະ ໄພ​ພິ​ບັດຈະ​ມາ​ສູ່​ມວນ​ມະ​ນຸດ.5

ແຕ່​ພຣະ​ຜູ້​ເປັນ​ເຈົ້າກໍ​ໄດ້​ມອບ​ພາບ​ນິ​ມິດ ໃຫ້​ເຫັນ​ວ່າ ສະ​ໄໝ​ນີ້​ໜ້າ​ອັດ​ສະ​ຈັນ​ຫລາຍ​ພຽງ​ໃດ. ພຣະ​ອົງ​ໄດ້​ດົນ​ໃຈສາດ​ສະ​ດາ​ໂຈເຊັບ ສະ​ມິດ ໃຫ້​ປະ​ກາດວ່າ “ວຽກ​ງານ​ຂອງ … ວັນ​ເວ​ລານີ້, ແມ່ນ​ຍິ່ງ​ໃຫຍ່​ທີ່​ສຸດ. … ລັດ​ສະ​ໝີ​ພາບ​ຂອງ​ວຽກ​ງານ​ນັ້ນ​ບໍ່​ອາດ​ພັນ​ລະ​ນາ​ໄດ້, ແລະ ຄວາມ​ຍິ່ງ​ໃຫຍ່​ຂອງ​ມັນ​ກໍ​ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້.”6

ບັດ​ນີ້, ຄວາມ​ຍິ່ງ​ໃຫຍ່ ອາດບໍ່​ແມ່ນ​ຄຳ​ທີ່​ທ່ານ​ຢາກ​ເລືອກເອົາ​ມາ​ບັນ​ຍາຍ​ກ່ຽວ​ກັບ​ສອງ​ສາມ​ເດືອນ​ຜ່ານ​ມານີ້! ເຮົາ ຈະ ເຮັດ​ແນວ​ໃດ​ກັບ​ຄຳ​ທຳ​ນາຍ​ທີ່​ໜັກ​ແໜ້ນ ແລະ ຄຳ​ປະ​ກາດ​ທີ່ດີ​ເລີດ​ກ່ຽວ​ກັບ​ວັນ​ເວ​ລາ​ຂອງ​ເຮົານັ້ນ? ພຣະ​ຜູ້​ເປັນ​ເ​ຈົ້າ​ໄດ້​ບອກ​ວິ​ທີ ເຖິງ​ແມ່ນລຽບ​ງ່າຍ, ແຕ່ໃຫ້​ຄວາມ​ໝັ້ນ​ໃຈ​ທີ່​ມີ​ພະ​ລັງ ທີ່​ວ່າ: “ຖ້າ​ຫາກ​ພວກ​ເຈົ້າ​ຕຽມ​ພ້ອມ ພວກ​ເຈົ້າ​ຈະ​ບໍ່​ຢ້ານ​ກົວ.”7

ເປັນຄຳສັນຍາທີ່​ປະ​ເສີດ​ແທ້ໆ! ເປັນ​ຄຳ​ສັນ​ຍາ​ທີ່​ສາ​ມາດ​ປ່ຽນ​ວິ​ທີ​ທີ່​ເຮົາ​ເບິ່ງ​ອະ​ນາ​ຄົດ​ຂອງ​ເຮົາ. ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າໄດ້​ຍິນ​ປະ​ຈັກ​ພະ​ຍານ​ທີ່​ເລິກ​ເຊິ່ງ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ ທີ່ຍອມ​ຮັບ​ວ່າ ການ​ແຜ່​ລະ​ບາດ, ພ້ອມ​ທັງ​ແຜ່ນ​ດິນ​ໄຫວ, ໄດ້​ຊ່ວຍ​ນາງ​ໃຫ້​ຮັບ​ຮູ້​ວ່າ ນາງບໍ່​ໄດ້​ຕຽມ​ພ້ອມ​ດັ່ງ​ທີ່​ຄິດ. ເມື່ອ​ຂ້າ​ພະ​ເຈົ້າ​ຖາມນາງວ່າ ມັນ​ກ່ຽວ​ກັບການ​ສະ​ສົມ​ອາ​ຫານ ຫລື ປະ​ຈັກ​ພະ​ຍານ​ຂອງ​ນາງ, ນາງຍິ້ມ ແລະ ເວົ້າ​ວ່າ, “ໂດຍ!”

ຖ້າ​ຫາກ​ການ​ຕຽມ​ພ້ອມ​ເປັນ​ສິ່ງ​ສຳ​ຄັນ​ທີ່​ຈະ​ຮັບ​ເອົາ​ຍຸກ​ສະ​ໄໝ​ນີ້ ແລະ ອະ​ນາ​ຄົດ​ຂອງ​ເຮົາ​ດ້ວຍ​ສັດ​ທາ, ເຮົາ​ຈະ​ຕຽມ​ພ້ອມ​ໃຫ້​ດີ​ທີ່​ສຸດ​ໄດ້​ແນວ​ໃດ?

ຫລາຍທົດ​ສະ​ວັດມາ​ແລ້ວ, ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊັກ​ຊວນ​ເຮົາ​ໃຫ້​ສະ​ສົມ​ອາ​ຫານ, ນ້ຳ, ແລະ ອອມ​ເງິນ ສຳ​ລັບ​ເວ​ລາຄັບ​ຂັນ. ການ​ແຜ່​ລະ​ບາດ​ໃນ​ປະ​ຈຸບັນ​ໄດ້​ເປັນ​ພະ​ຍານ​ໃຫ້​ແກ່ຄຳ​ແນະ​ນຳ​ທີ່​ສະ​ຫລາດ​ນັ້ນ. ຂ້າ​ພະ​ເຈົ້າຊັກ​ຊວນ​ທ່ານ​ໃຫ້ຕຽມ​ພ້ອມ​ທາງ​ຝ່າຍ​ໂລກ. ແຕ່​ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ຫລາຍ​ກວ່າ​ນັ້ນກ່ຽວ​ກັບ​ການ​ຕຽມ​ພ້ອມ​ທາງ​ຝ່າຍ​ວິນ​ຍານ ແລະ ທາງ​ຝ່າຍ​ອາ​ລົມ​ຂອງ​ທ່ານ.

ໃນ​ເລື່ອງນັ້ນ, ເຮົາ​ສາ​ມາດ​ຮຽນ​ຮູ້​ຢ່າງ​ຫລວງ​ຫລາຍ​ຈາກ​ນາຍ​ທັບ​ໂມ​ໂຣ​ໄນ. ໃນ​ຖາ​ນະ​ຜູ້​ບັນ​​ຊາ​ການ​ຂອງ​ກອງ​ທັບຊາວ​ນີ​ໄຟ, ເພິ່ນ​ໄດ້​ປະ​ເຊີນ​ກັບ​ສັດ​ຕູ​ທີ່​ເຂັ້ມ​ແຂງ​ກວ່າ, ມີ​ຈຳ​ນວນ​ພົນ​ຫລາຍ​ກວ່າ, ແລະ ໂຫດ​ຮ້າຍ​ກວ່າ. ສະ​ນັ້ນ, ໂມ​ໂຣ​ໄນ​ຈຶ່ງ​ໄດ້​ຕຽມ​ຜູ້​ຄົນ​ຂອງ​ເພິ່ນ​ໃນ​ສາມ​ຢ່າງ​ທີ່​ສຳ​ຄັນ.

ໜຶ່ງ, ເພິ່ນ​ໄດ້​ຊ່ວຍ​ພວກ​ເຂົາ​ສ້າງ​ບ່ອນ​ທີ່​ປອດ​ໄພ—“ບ່ອນປ້ອງ​ກັນ” ຊຶ່ງ​ເພິ່ນ​ເອີ້ນ​ມັນ​ແນວ​ນັ້ນ.8 ສອງ, ເພິ່ນ​ໄດ້​ຕຽມ “ຈິດ​ໃຈ​ຂອງ​ຜູ້​ຄົນ​ໃຫ້​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.”9 ແລະ ສາມ, ເພິ່ນ​ບໍ່​ເຄີຍ​ຢຸດ​ຕຽມ​ຜູ້​ຄົນ​ຂອງ​ເພິ່ນ—ທາງ​ຮ່າງ​ກາຍ ຫລື ທາງ​ວິນ​ຍານ.10 ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ຫລັກ​ທຳ​ສາມ​ຢ່າງນີ້.

ຫລັກ​ທຳ​ຂໍ້​ທີ​ໜຶ່ງ: ສ້າງ​ບ່ອນ​ປ້ອງ​ກັນ

ໂມ​ໂຣ​ໄນໄດ້​ປ້ອງ​ກັນ​ທຸກ​ຫົວເມືອງ​ຂອງ​ຊາວ​ນີ​ໄຟ​ດ້ວຍ​ການ​ຄູນ​ດິນ​ຂຶ້ນ, ດ້ວຍ​ປ້ອມ​ຍາມ, ແລະ ດ້ວຍ​ກຳ​ແພງ.11 ເມື່ອ​ຊາວ​ເລ​ມັນ​ມາ​ຕໍ່​ສູ້​ກັບ​ພວກ​ເຂົາ, ພວກ​ເຂົາ “ກໍ​ແປກ​ໃຈ​ຢ່າງ​ຍິ່ງ​ເພາະ​ປັນ​ຍາ​ຂອງ​ຊາວ​ນີໄຟ​ໃນ​ການ​ຕຽມ ບ່ອນ​ປ້ອງ​ກັນ​ຕົວ​ຂອງ​ພວກ​ເຂົາ.12

ໃນ​ວິ​ທີ​ທີ່​ຄ້າຍ​ຄື​ກັນ​ນີ້, ຂະ​ນະ​ທີ່ຄວາມ​ວຸ້ນ​ວາຍ​ເກີດ​ຂຶ້ນ​ຢູ່​ອ້ອມ​​ຂ້າງ ເຮົາ, ເຮົາ​ຕ້ອງ​ສ້າງ​ບ່ອນ​ທີ່ ເຮົາ ຈະ​ປອດ​ໄພ, ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ. ເມື່ອ​ບ້ານ​ເຮືອນ​ຂອງ​ທ່ານ​ກາຍ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ—ບ່ອນ​ທີ່​ພຣະ​ວິນ​​ຍານ​ສະ​ຖິດ​ຢູ່—ບ້ານ​ເຮືອນ​ຂອງ​ທ່ານ​ຈະ​ກາຍ​ເປັນ​ບ່ອນ​ປ້ອງ​ກັນ​ແນວ​ໜ້າ.

ເຊັ່ນ​ດຽວ​ກັນ, ສະ​ເຕກ​ຂອງ​ຊີ​ໂອນ ກໍ​ເປັນ “ບ່ອນ​ຫລົບ​ໄພ​ຈາກ​ພະ​ຍຸ”13 ​ເພາະ​ມັນ​ຖືກ​ນຳ​ພາ​ໂດຍ​ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ໃຊ້​ສິດ​ອຳ​ນາດ​ຂອງຖາ​ນະ​ປະ​ໂລ​ຫິດ. ຂະ​ນະ​ທີ່​ທ່ານ​ສືບ​ຕໍ່​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຜູ້​ທີ່​ຖືກອະ​ນຸ​ມັດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ນຳ​ພາ​ທ່ານ, ແລ້ວ​ທ່ານ​ຈະ​ຮູ້​ສຶກປອດ​ໄພ​ຫລາຍ​ກວ່າ​ເກົ່າ.

ພຣະ​ວິ​ຫານ—ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ເປັນ​ບ່ອນ​ປ້ອງ​ກັນ ​ທີ່​ແຕກ​ຕ່າງ​ຈາກ​ບ່ອນ​ອື່ນ. ຢູ່​ທີ່ນັ້ນ, ເອື້ອຍ​ນ້ອງ​ທັງ​ຫລາຍ ທ່ານໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ ດ້ວຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ທີ່​ທ່ານ​ໄດ້​ເຮັດ.14 ຢູ່​ທີ່ນັ້ນ, ຄອບ​ຄົວ​ຂອງ​ທ່ານ​ຖືກຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ. ແມ່ນ​ແຕ່​ໃນ​ປີນີ້, ເມື່ອ​ການ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຖືກ​ຈຳ​ກັດ​ຫລາຍ​ແທ້ໆ, ຂອງ​ປະ​ທານ​ສັກ​ສິດ​ຂອງ​ທ່ານ​ຈະ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ ຕາມ​ທີ່​ທ່ານ​ໄດ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ.

ຖ້າ​ຈະ​ເວົ້າ​ງ່າຍໆ​ແລ້ວ, ບ່ອນ​ປ້ອງ​ກັນແມ່ນ ທຸກ​ບ່ອນ ທີ່​ທ່ານ​ຮູ້​ສຶກ​ເຖິງ​ການ​ສະ​ຖິດ​ຢູ່​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຖືກ​ນຳ​ພາ​ໂດຍ​ພຣະ​ອົງ.15 ເມື່ອພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ກັບ​ທ່ານ, ທ່ານ​ສາ​ມາດ​ສິດ​ສອນ​ຄວາມ​ຈິງ, ເຖິງ​ແມ່ນ​ຈະ​ມີ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ. ແລະ​ ທ່ານ​ສາ​ມາດ​ໄຕ່​ຕອງຄຳ​ຖາມ​ຢ່າງ​ຈິງ​ໃຈກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ເປີດ​ເຜີຍ.

ຂ້າ​ພະ​ເຈົ້າ​ຂໍເຊື້ອ​ເຊີນ​ທ່ານ, ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ໃຫ້​ສ້າງ​ບ້ານ​ເຮືອນ​ທີ່​ເປັນ​ບ່ອນ​ປ້ອງ​ກັນ. ແລະ ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ອີກ ໃຫ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພັນ​ທະ​ສັນ​ຍາ ແລະ ພອນ​ຂອງ​ພຣະ​ວິ​ຫານ. ການ​ມີ​ບ່ອນ​ປ້ອງ​ກັນ​ທີ່​ທ່ານ​ສາ​ມາດລີ້​ໄພ ຈະ​ຊ່ວຍ​ທ່ານ​ໃຫ້​ຮັບ​ເອົາ​ອະ​ນາ​ຄົດ​ດ້ວຍ​ສັດ​ທາ​ໄດ້.

ຫລັກ​ທຳ​ຂໍ້​ທີ​ສອງ: ການ​ຕຽມ​ຈິດ​ໃຈ​ຂອງ​ທ່ານ​ໃຫ້​ຊື່​ສັດ​ຕໍ່​ພຣະ​ເຈົ້າ

ພວກເຮົາ​ໄດ້​ເລີ່ມ​ຕົ້ນ​ໂຄງ​ການ​ທີ່​ໃຫຍ່​ໂຕ ເພື່ອບຸ​ລະ​ນະ ແລະ ດັດ​ແປງ​ພຣະ​ວິ​ຫານ​ເຊົາ​ເລັກ​ໃຫ້​ໝັ້ນ​ຄົງ​ກວ່າ​ເກົ່າ.

ຮູບ​ພາບ
ພຣະ​ວິ​ຫານ​ເຊົາ​ເລັກ​ລະ​ຫວ່າງ​ການ​ສ້ອມ​ແປງ

ບາງ​ຄົນ​ໄດ້​ສົງ​ໄສ​ຖ້າ​ຫາກວ່າ ເຮົາ​ຄວນ​ສ້ອມ​ແປງ​ພຣະ​ວິ​ຫານ​ຢ່າງ​ຫລວງ​ຫລາຍ​ແບບ​ນັ້ນ​ຫລື​ບໍ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ຮ່ອມ​ພູ​ເມືອງ​ເຊົາ​ເລັກ​ເກີດ​ແຜ່ນ​ດິນ​ໄຫວ​ແຮງ 5.7 ໃນ​ຕົ້ນ​ປີ​ນີ້, ພຣະ​ວິ​ຫານ​ໄດ້​ສັ່ນ​ສະ​ເທື່ອນ​ຈົນ​ວ່າ ແກ​ຂອງ​ທູດ​ໂມ​ໂຣ​ໄນ​ຫລົ່ນ​ລົງ!16

ຮູບ​ພາບ
ທູດ​ໂມ​ໂຣ​ໄນປາດ​ສະ​ຈາກ​ແກ

ເຊັ່ນ​ດຽວ​ກັນ​ກັບ​ພື້ນ​ຖານ​ຂອງ​ພຣະ​ວິ​ຫານ​ເຊົາ​ເລັກ​ຕ້ອງ​ໝັ້ນ​ຄົງ​ພໍ​ທີ່​ຈະ​ຕ້ານ​ທານ​ກັບ​ໄພ​ທຳ​ມະ​ຊາດ​ໄດ້, ພື້ນ​ຖານ ທາງວິນ​ຍານ ຂອງ​ເຮົາ​ກໍ​ຕ້ອງ​ໝັ້ນ​ຄົງ​ຄື​ກັນ. ແລ້ວ, ເມື່ອແຜ່ນ​ດິນ​ໄຫວ​ທີ່​ປຽບ​ທຽບ​ໄດ້​ເກີດ​ຂຶ້ນ​ກັບ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ຕັ້ງ​ຢູ່​ຢ່າງ “ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ” ເພາະ​ສັດ​ທາ​ຂອງ​ເຮົາ.17

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ເຮົາ​ໃຫ້​ເພີ່ມ​ສັດ​ທາ​ຂອງ​ເຮົາ ໂດຍ​ການ​ສະ​ແຫວງ​ຫາ “ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ.”18 ເຮົາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ “ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.”19 ຍິ່ງ​ໄປ​ກວ່ານັ້ນ, ສັດ​ທາ​ຂອງ​ເຮົາ​ຈະ​ເພີ່ມທະ​ວີ​ຂຶ້ນ​ທຸກ​ເທື່ອ​ທີ່​ເຮົາ ໃຊ້ ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ. ນັ້ນ​ຄື​ຄວາມ​ໝາຍ​ຂອງ​ການ​ຮຽນ​ຮູ້​ໂດຍ​ສັດ​ທາ.

ຍົກ​ຕົວ​ຢ່າງ, ທຸກ​ເທື່ອ​ທີ່​ເຮົາ​ມີ​ສັດ​ທາ​ທີ່​ຈະ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ—ເຖິງ​ແມ່ນ​ວ່າ​​ຄວາມຄິດ​ເຫັນ​ທີ່​ເປັນ​ທີ່​ນິ​ຍົມ​ຈະ​ດູ​ຖູກ​ເຮົາ​ກໍ​ຕາມ—ຫລື ທຸກ​ເທື່ອ​ທີ່​ເຮົາ​ຕ້ານ​ກັບ​ການ​ບັນ​ເທີງ ຫລື ທິດ​ສະ​ດີ ທີ່​ຝ່າ​ຝືນ​ພັນ​ທະ​ສັນ​ຍາ, ເຮົາກຳ​ລັງ ໃຊ້ ສັດ​ທາ​ຂອງ​ເຮົາ, ຊຶ່ງ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ ເຂັ້ມ​ແຂງ ຫລາຍ​ຂຶ້ນ​ກວ່າ​ເກົ່າ.

ຍິ່ງ​ໄປ​ກວ່ານັ້ນ, ບໍ່​ມີ​ຫລາຍ​ສິ່ງ​ທີ່​ເຮົາ​ສາ​ມາດ​ສ້າງ​ສັດ​ທາໄດ້​ຫລາຍກວ່າ​ການ​ເຂົ້າ​ຫາ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ປະ​ຈຳ. ບໍ່​ມີ​ໜັງ​ສື​ອື່ນ​ໃດ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ພະ​ລັງ ແລະ ​ດ້ວຍຄວາມ​ແຈ່ມ​ແຈ້ງ​ເຊັ່ນ​ນັ້ນ. ບັນ​ດາ​ສາດ​ສະ​ດາ, ຕາມ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ ແລະ ໄດ້​ເລືອກ​ຄຳ​ສອນ ແລະ ຄວາມ​ຈິງ​ທີ່​ຈະ​ຊ່ວຍ ເຮົາ ໄດ້​ຫລາຍ​ທີ່​ສຸດ. ພຣະ​ຄຳ​ພີ​ມໍ​ມອນ ເປັນ ປຶ້ມ​ຄູ່​ມືຊ່ວຍ​ໃຫ້​ລອດ​ໃນ ຍຸກ​ສຸດ​ທ້າຍ ຂອງ​ເຮົາ.

ແນ່ນອນ, ເຮົາ​ຈະ​ຮູ້​ສຶກ​ປອດ​ໄພ​ຫລາຍ​ທີ່​ສຸດ ເມື່ອ​ເຮົາ​ເພິ່ງ​ອາ​ໄສ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ! ຊີ​ວິດທີ່ ປາດ​ສະ​ຈາກ ພຣະ​ເຈົ້າ ເປັນ​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ. ຊີ​ວິດ​ທີ່ ຢູ່​ກັບ ພຣະ​ເຈົ້າ ເປັນ​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫງົບ. ນີ້​ກໍເພາະ​ພອນ​ທາງວິນ​ຍານ​ທີ່​ມາ​ເຖິງ​ຄົນ​ທີ່​ຊື່​ສັດ. ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ເປັນ​ສ່ວນ​ຕົວ ເປັນ​ໜຶ່ງ​ໃນ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເຫລົ່າ​ນັ້ນ.

ພຣະ​ຜູ້​ເປັນ​ເຈົ້າໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ​ຈະ​ທູນ​ຂໍ, ເຮົາອາດ​ໄດ້​ຮັບ “ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ.”20 ຂ້າ​ພະ​ເຈົ້າສັນ​ຍາ​ວ່າ ເມື່ອ​ທ່ານ​ເພີ່ມຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ຮັບການ​ເປີດ​ເຜີຍ​ຫລາຍ​ຂຶ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ ດ້ວຍ​ການຊີ້​ນຳ​ເພີ່ມ​ເຕີມ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ ແລະ ດ້ວຍ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ທີ່ບໍ່​ມີ​ຂອບ​ເຂດ.

ຫລັກ​ທຳ​ຂໍ້​ທີ​ສາມ: ບໍ່​ເຄີຍ​ຢຸດ​ການ​ຕຽມ​ພ້ອມ

ເຖິງ​ແມ່ນ​ເມື່ອ​ທຸກ​ສິ່ງ ດີ​ຂຶ້ນ, ນາຍ​ທັບ​ໂມ​ໂຣ​ໄນ ກໍ​ຍັງ​ສືບ​ຕໍ່​ຕຽມ​ຜູ້​ຄົນ​ຂອງ​ເພິ່ນ. ເພິ່ນບໍ່​ເຄີຍ​ຢຸດ. ເພິ່ນ ບໍ່​ເຄີຍ ກາຍ​ເປັນ​ຄົນ​ທີ່​ພໍ​ໃຈແລ້ວ.

ຜູ້​ປໍ​ລະ​ປັກ​ບໍ່​ເຄີຍ​ຢຸດ​ໂຈມ​ຕີ. ສະ​ນັ້ນ, ເຮົາ​ຈຶ່ງ ບໍ່ ສາ​ມາດ​ຢຸດ​ການ​ຕຽມ​ພ້ອມ! ເມື່ອ​ເຮົາ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ຫລາຍ​ຂຶ້ນ​ເທົ່າ​ໃດ—ທາງ​ຝ່າຍ​ໂລກ, ທາງ​ຝ່າຍ​ອາ​ລົມ, ແລະ ທາງ​ຝ່າຍວິນ​ຍານ—ເຮົາ​ຈະ​ຕຽມ​ພ້ອມ​ທີ່​ຈະຕໍ່​ຕ້ານ​ກັບ​ການ​ໂຈມ​ຕີ​ທີ່ບໍ່​ຢຸດ​ຢ່ອນ​ຂອງ​ຊາ​ຕານ​ໄດ້​ຫລາຍ​ກວ່າ​ເກົ່າ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ທ່ານ​ຊ່ຽວ​ຊານ​ເລື່ອງ​ການ​ສ້າງ​ບ່ອນ​ປ້ອງ​ກັນ​ສຳ​ລັບ​ຕົວ​ເອງ ແລະ ຜູ້​ທີ່​ທ່ານ​ຮັກ. ຍິ່ງ​ໄປ​ກວ່ານັ້ນ, ທ່ານ​ມີ​ຄວາມ​ສາ​ມາດ​ອັນ​ສູງ​ສົ່ງ​ທີ່​ຈະ​ສ້າງ​ສັດ​ທາ​ໃນ​ຄົນ​ອື່ນ ໃນ​ວິ​ທີ​ທາງ​ທີ່​ໜ້າ​ສົນ​ໃຈ.21 ແລະ ທ່ານ ບໍ່​ເຄີຍ​ຢຸດ. ທ່ານໄດ້​ສະ​ແດງ​ເຖິງ​ສິ່ງ​ນັ້ນ​ອີກ​ໃນ​ປີນີ້.

ຈົ່ງ​ເຮັດ​ຕໍ່​ໄປ! ຄວາມ​ລະ​ມັດ​ລະ​ວັງ​ຂອງ​ທ່ານ​ໃນ​ການ​ປົກ​ປ້ອງ​ບ້ານ​ເຮືອນ​ຂອງ​ທ່ານ ແລະ ໃນ​ການ​ປູກ​ຝັງ​ສັດ​ທາ​ໄວ້​ໃນ​ຫົວ​ໃຈ​ຂອງ​ຄົນ​ທີ່​ທ່ານ​ຮັກ ຈະ​ເປັນ​ລາງວັນ​ສຳ​ລັບ​ຫລາຍ​ລຸ້ນ​ຄົນ​ໃນ​ພາຍ​ຂ້າງ​ໜ້າ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ມີ ຫລາຍຢ່າງ ທີ່​ເຮົາ​ລໍ​ຄອຍ! ພຣະ​ຜູ້​ເປັນ​ເຈົ້າໄດ້​ສົ່ງ​ທ່ານ​ມາ​ຢູ່​ໃນ​ໂລກ ໃນ​ເວ​ລານີ້ ເພາະ​ພຣະ​ອົງ​ຮູ້​ວ່າ ທ່ານ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ຈັດ​ການ​ກັບ​ຄວາມ​ຊັບ​ຊ້ອນ​ໃນ​ໄລ​ຍະ​ຂ້າງ​ໜ້າ​ຂອງ​ຍຸກ​ສຸດ​ທ້າຍ. ພຣະ​ອົງ​ຮູ້​ວ່າ​ທ່ານ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ ກະ​ຕື​ລື​ລົ້ນ​ທີ່​ຈະ​ຊ່ວຍ​ມັນ​ໃຫ້​ເກີດ​ເປັນ​ຈິງ.

ຂ້າ​ພະ​ເຈົ້າບໍ່​ໄດ້​ເວົ້າ​ວ່າ ວັນ​ຂ້າງ​ໜ້າ​ຈະ​ງ່າຍ, ແຕ່​ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ອະ​ນາ​ຄົດ​ຈະ​ຮຸ່ງ​ໂລດ​ສຳ​ລັບ​ຜູ້​ທີ່​ຕຽມ​ພ້ອມ ແລະ ຜູ້​ທີ່​ສືບ​ຕໍ່​ຕຽມ​ພ້ອມ ເພື່ອ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ເຮົາ​ບໍ່​ພຽງ​ແຕ່ ອົດ​ທົນ ກັບ​ສະ​ຖາ​ນະ​ການ​ໃນ​ປະ​ຈຸ​ບັນ​ນີ້​ເທົ່າ​ນັ້ນ. ຂໍ​ໃຫ້​ເຮົາຈົ່ງ ຮັບ​ເອົາອະ​ນາ​ຄົດ​ດ້ວຍ​ສັດ​ທາ! ຊ່ວງ​ເວ​ລາ​ທີ່​ປັ່ນ​ປ່ວນ​ເປັນ​ໂອ​ກາດ​ໃຫ້​ເຮົາ​ຈະ​ເລີນ​ກ້າວ​ໜ້າ​ທາງ​ວິນ​ຍານ. ມັນ​ເປັນ​ເວ​ລາ​ເມື່ອ​ອິດ​ທິ​ພົນ​ຂອງ​ເຮົາ​ສາ​ມາດ​ມີ​ພະ​ລັງ​ຫລາຍ​ກວ່າ​ເວ​ລາ​ທີ່​ສະ​ຫງົບ​ສຸກ.

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຂະ​ນະ​ທີ່​ເຮົາ​ສ້າງ​ບ່ອນ​ປ້ອງ​ກັນ, ຕຽມຈິດ​ໃຈ​ຂອງ​ເຮົາ​ໃຫ້​ຊື່​ສັດ​ຕໍ່​ພຣະ​ເຈົ້າ, ແລະ ບໍ່​ເຄີຍ​ຢຸດ​ການ​ຕຽມ​ພ້ອມ, ແລ້ວ​ພຣະ​ເຈົ້າ​ຈະ​ອວຍ​ພອນ​ເຮົາ. ພຣະ​ອົງ​ຈະ “ປົດ​ປ່ອຍ​ເຮົາ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພຣະ​ອົງ​ໄດ້​ກ່າວ​ຄວາມ​ສະຫງົບ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ, ແລະ ໄດ້​ປະທານ​ສັດທາ​ອັນ​ແຮງ​ກ້າ​ໃຫ້​ແກ່​ເຮົາ, ແລະ … ເຮັດ​ໃຫ້​ເຮົາ [ສາ​ມາດ] ມີ​ຄວາມ​ຫວັງ​ໃນ​ຄວາມ​ລອດ​ພົ້ນ​ຂອງ​ເຮົາ​ຈາກ​ພຣະ​ອົງ.”22

ເມື່ອ​ທ່ານ​ຕຽມ​ທີ່​ຈະ​ຮັບ​ເອົາ​ອະ​ນາ​ຄົດ​ດ້ວຍ​ສັດ​ທາ, ຄຳ​ສັນ​ຍາ​ເຫລົ່າ​ນີ້ ຈະ ເປັນ​ຂອງ​ທ່ານ! ຂ້າ​ພະ​ເຈົ້າເປັນ​ພະ​ຍານ​, ດ້ວຍ​ການ​ສະ​ແດງ​ຄວາມ​ຮັກ ຕໍ່ ທ່ານ ແລະ ດ້ວຍ​ຄວາມ​ໝັ້ນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ໃນ ຕົວ​ທ່ານ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org. ໃນ​ຄຳ​ປາ​ໄສ​ທີ່​ກ່າວ​ພ້ອມ​ກັບ​ການ​ປະ​ກາດນີ້, ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ຕໍ່​ບັນ​ດາ​ເອື້ອຍ​ນ້ອງວ່າ: “ຂ້າ​ພະ​ເຈົ້າຮູ້​ບຸນ​ຄຸນ​ສຳ​ລັບ​ພະ​ລັງ​ຂອງ​ທ່ານ ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ຂອງ​ທ່ານ, ສັດ​ທາ​ຂອງ​ທ່ານ, ຄວາມ​ຮັກ​ຂອງ​ທ່ານ. ຂ້າ​ພະ​ເຈົ້າຂອບ​ຄຸນ​ສຳ​ລັບ​ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ​ທີ່​ຈະ​ເດີນ​ໄປ​ໃນ​ສັດ​ທາ, ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ, ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ຕະ​ຫລອດ​ເວ​ລາ ແລະ ໃນ​ທຸກ​ສະ​ຖາ​ນະ​ການ” (“Stand Strong against the Wiles of the World,” Ensign, Nov. 1995, 98–99).

  2. ລູ​ກາ 21:26; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:26 ນຳ​ອີກ.

  3. ເບິ່ງ ມັດ​ທາຍ 24:24; ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:22.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:35.

  5. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ທຳ​ນາຍ​ວ່າ “ໃນຄາວ​ທີ່ສຸດ​ນັ້ນ​ຈະເກີດ​ຄວາມ​ລຳບາກ​ຢ່າງ​ຮ້າຍ​ແຮງ.” ສິ່ງນັ້ນ​ຈະ​ເຮັດ​ໃຫ້​ວັນ​ເວ​ລາ​ຂອງ​ເຮົາ​ມີອັນ​ຕະ​ລາຍ​ທາງ​ວິນ​ຍານ. (ເບິ່ງ 2 ຕີ​ໂມ​ທຽວ 3:1–5.)

  6. Teachings of Presidents of the Church: Joseph Smith (2007), 512.

  7. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:30.

  8. ເບິ່ງ ແອວ​ມາ 49:5; 50:4.

  9. ແອວ​ມາ 48:7.

  10. ເບິ່ງ ແອວ​ມາ 49–50.

  11. ເບິ່ງ ແອວ​ມາ 48:8.

  12. ແອວ​ມາ 49:5; ເນັ້ນ​ຄຳ​ເນີ້ງ.

  13. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:6.

  14. ເບິ່ງ Russell M. Nelson, “Spiritual Treasures,” Liahona, Nov. 2019, 76–79.

  15. ອີ​ລາຍ​ຊາ ອາ ສະ​ໂນ ໄດ້​ສິດ​ສອນ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ “ຈະ​ສ້າງຄວາມ​ເພິ່ງ​ພໍ​ໃຈ ແລະ ເຕີມ​ເຕັມ​ຄວາມ​ປາດ​ຖະ​ໜາ​ທຸກ​ຢ່າງ​ໃນ​ໃຈ​ຂອງ​ມະ​ນຸດ. … ເມື່ອ​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ນັ້ນ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເພິ່ງ​ພໍ​ໃຈ, ແລະ ຂ້າ​ພະ​ເຈົ້າ​ສາ​ມາດ​ກ່າວ​ອອກ​ມາ​ໄດ້​ວ່າ, ສິ່ງ​ທີ່​ໄຮ້​ສາ​ລະ​ໃນ​ມື້​ນັ້ນ ບໍ່​ສາ​ມາດ​ຕັນ​ທາງ​ຂ້າ​ພະ​ເຈົ້າ​ໄດ້. … ມັນ​ບໍ່​ແມ່ນ​ສິດ​ທິ​ພິ​ເສດ​ຂອງ​ເຮົາ​ບໍ ທີ່ຈະ​ມີ​ຊີ​ວິດ​ຢູ່ ເພື່ອ​ໃຫ້​ສິ່ງນີ້​ໄຫລ​ເຂົ້າ​ສູ່​ຈິດ​ວິນ​ຍານ​ຂອງ​ເຮົາ​ຕະ​ຫລອດ​ເວ​ລາ?” (ໃນ Daughters in My Kingdom: The History and Work of Relief Society [2011], 46).

  16. ເບິ່ງ Daniel Burke, “Utah Earthquake Damages Mormon Temple and Knocks Trumpet from Iconic Angel Statue,” Mar. 18, 2020, cnn.com.

  17. ໂມ​ໄຊ​ຢາ 5:15.

  18. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118; ເນັ້ນ​ຄຳ​ເນີ້ງ.

  19. ໂມ​ໂຣ​ໄນ 4:3.

  20. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61.

  21. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້ສົ່ງ​ສັນ​ຍານ​ເຖິງ​ຄວາມ​ຈິງ​ນີ້ ເມື່ອ​ເພິ່ນ​ອ້າງ​ເຖິງ​ສັດ​ທາ​ທີ່​ບໍ່​ຫວັ່ນ​ໄຫວ​ຂອງ​ຕີ​ໂມ​ທຽວ​ກັບ ຢູ​ນິ​ເກ ແມ່​ຂອງ​ລາວ, ແລະ ໂລ​ອີ ແມ່​ຕູ້​ຂອງ​ລາວ (ເບິ່ງ 2 ຕີ​ໂມ​ທຽວ 1:5).

  22. ແອວ​ມາ 58:11.

ພິມ