ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເອື້ອຍ​ນ້ອງ​ໃນ​ຊີ​ໂອນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ເອື້ອຍ​ນ້ອງ​ໃນ​ຊີ​ໂອນ

ທ່ານຈະ​ເປັນ​ພະລັງ​ທີ່​ສຳຄັນ​ໃນ​ການ​ເຕົ້າໂຮມ​ອິດສະ​ຣາເອນ ແລະ ໃນການ​ສ້າງຕັ້ງ​ຜູ້ຄົນ​ແຫ່ງ​ຊີໂອນ.

ເອື້ອຍນ້ອງ​ທີ່ຮັກ​ແພງ​ຂອງ​ຂ້າ​ພະເຈົ້າ, ຂ້າພະ​ເຈົ້າໄດ້​ຮັບພອນ​ທີ່ຈະ​ກ່າວ​ປາໄສ​ລະຫວ່າງ​ຊ່ວງ​ເວລາ​ທີ່ປະ​ເສີດນີ້ ໃນ​ປະຫວັດ​ສາດ​ຂອງໂລກ. ທຸກໆ​ວັນ, ເຮົາກໍ​ເຂົ້າໃກ້​ເວລາ​ທີ່​ຮຸ່ງໂລດ​ຫລາຍຂຶ້ນ ເມື່ອ​ພຣະຜູ້​ຊ່ວຍໃຫ້​ລອດ ພຣະເຢ​ຊູຄຣິດ ຈະສະ​ເດັດມາ​ສູ່ໂລກ​ອີກຄັ້ງ. ເຮົາຮູ້​ບາງສິ່ງ​ເຖິງເຫດ​ການທີ່​ເປັນຕາ​ຢ້ານ ທີ່ຈະ​ເກີດຂຶ້ນ​ກ່ອນການ​ສະເດັດ​ມາຂອງ​ພຣະອົງ, ແຕ່​ຫົວໃຈ​ຂອງ​ເຮົາຍັງ​ເຕັມໄປ​ດ້ວຍ​ຄວາມສຸກ ແລະ ຄວາມ​ໝັ້ນໃຈ​ນຳອີກ ເພາະການ​ຮັບຮູ້​ເຖິງຄຳ​ສັນຍາ​ທີ່ຮຸ່ງ​ໂລດ ທີ່​ຈະເກີດ​ເປັນຈິງ​ກ່ອນ​ການສະ​ເດັດກັບ​ຄືນມາ​ຂອງ​ພຣະອົງ.

ໃນຖາ​ນະ​ທິດາ​ທີ່ຮັກ​ຫອມ​ຂອງ​ພຣະບິ​ດາເທິງ​ສະຫວັນ, ແລະ ໃນຖາ​ນະ​ທິດາ​ຂອງ​ອົງພຣະ​ເຢຊູ​ຄຣິດ​ເຈົ້າ ໃນ​ອານາ​ຈັກ​ຂອງ​ພຣະອົງ,1 ທ່ານຈະ​ມີພາກ​ສ່ວນທີ່​ສຳຄັນ​ທີ່ສຸດ​ໃນຊ່ວງ​ເວລາ​ທີ່ສະ​ຫງ່າ​ລາສີ​ໃນ​ພາຍໜ້າ. ເຮົາຮູ້​ວ່າພຣະ​ຜູ້ຊ່ວຍ​ໃຫ້ລອດ​ຈະສະ​ເດັດມາ​ຫາຜູ້​ຄົນທີ່​ໄດ້ເຕົ້າ​ໂຮມກັນ ແລະ ກຽມພ້ອມ​ແລ້ວທີ່​ຈະດຳ​ລົງ​ຊີວິດ​ດັ່ງທີ່​ຜູ້ຄົນ​ໃນເມືອງ​ຂອງ​ເອນົກ​ໄດ້ເຮັດ. ຜູ້ຄົນ​ຢູ່ທີ່​ນັ້ນໄດ້​ປຸ້ມລຸມ​ກັນ​ດ້ວຍ​ສັດທາ​ໃນພຣະ​ເຢຊູ​ຄຣິດ ແລະ ໄດ້ກາຍ​ເປັນຜູ້​ຄົນທີ່​ບໍລິ​ສຸດ​ແທ້ໆ​ເມື່ອ​ເຂົາເຈົ້າ​ຖືກຮັບ​ຂຶ້ນສູ່​ສະຫວັນ.

ຕໍ່ໄປ​ນີ້ແມ່ນ​ຄຳບັນ​ຍາຍທີ່​ພຣະຜູ້​ເປັນເຈົ້າ​ໄດ້ເປີດ​ເຜີຍ ເຖິງສິ່ງ​ທີ່ຈະ​ເກີດຂຶ້ນ​ກັບຜູ້​ຄົນຂອງ​ເອນົກ ແລະ ສິ່ງທີ່​ຈະເກີດ​ຂຶ້ນໃນ​ຍຸກ​ສະໄໝ​ສຸດທ້າຍ​ຂອງ​ຄວາມ​ສົມບູນ​ແຫ່ງ​ເວລາ ນີ້:

“ແລະ ວັນ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ແຜ່ນ​ດິນ​ໂລກ​ຈະພັກ​ຜ່ອນ, ແຕ່​ກ່ອນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະມືດ​ດັບ, ແລະ ມ່ານ​ແຫ່ງ​ຄວາມ​ມືດ​ຈະ​ປົກ​ຄຸມ​ແຜ່ນ​ດິນ​ໂລກ; ແລະ ຟ້າ​ສະຫວັນ​ສັ່ນ​ສະ​ເທືອນ, ແລະ ແຜ່ນ​ດິນ​ໂລກ​ນຳ​ອີກ; ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ຈະ​ມີ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ແຕ່​ເຮົາ​ຈະຮັກ​ສາ​ຜູ້​ຄົນ​ຂອງ​ເຮົາ​ໄວ້;

“ແລະ ຄວາມ​ຊອບ​ທຳ​ຈະ​ຖືກ​ສົ່ງ​ລົງ​ມາ​ຈາກ​ສະຫວັນ; ແລະ ເຮົາ​ຈະ​ສົ່ງຄວາມ​ຈິງ​ຂຶ້ນ​ມາ ຈາກແຜ່ນ​ດິນ​ໂລກ, ເພື່ອ​ເປັນປະຈັກ​ພະຍານ​ເຖິງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ; ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ພຣະ​ອົງ​ຈາກ​ຄວາມ​ຕາຍ; ແທ້​ຈິງ​ແລ້ວ, ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ມະນຸດ​ທຸກ​ຄົນ​ນຳ​ອີກ; ແລະ ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງ​ກວາດ​ແຜ່ນ​ດິນ​ໂລກ​ດັ່ງ​ນ້ຳ​ຖ້ວມ, ເພື່ອເຕົ້າ​ໂຮມ​ຜູ້​ທີ່​ເຮົາ​ເລືອກ​ໄວ້​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ, ໄປ​ສູ່​ສະຖານ​ທີ່​ຊຶ່ງ​ເຮົາ​ຈະ​ຈັດ​ຕຽມ​ໄວ້, ເມືອງ​ບໍ​ລິ​ສຸດ, ເພື່ອ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຄາດ​ແອວ​ຂອງ​ພວກ​ເຂົາ, ແລະ ຄອຍ​ຖ້າ​ເວລາ​ແຫ່ງ ການ​ສະ​ເດັດ​ມາ​ຂອງ​ເຮົາ, ເພາະ​ວ່າ ສະຖານ​ທີ່​ນະມັດ​ສະການ​ຂອງ​ເຮົາ​ຈະ​ຢູ່ ທີ່​ນັ້ນ ແລະ ມັນ​ຈະ​ຖືກ​ເອີ້ນ​ວ່າ ຊີໂອນ, ເຢຣູ​ຊາເລັມ​ໃໝ່.

“ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອນົກ​ວ່າ: ຈາກ​ນັ້ນ​ເຈົ້າ​ກັບເມືອງ​ຂອງ​ເຈົ້າ​ທັງ​ເມືອງ​ຈະ​ພົບ​ພວກ​ເຂົາ​ຢູ່​ທີ່​ນັ້ນ, ແລະ ພວກ​ເຮົາ​ຈະ​ຮັບ​ເອົາ​ພວກ​ເຂົາ​ໄວ້​ໃນ​ຊວງ​ເອິກ​ຂອງ​ພວກ​ເຮົາ, ແລະ ພວກ​ເຂົາ​ຈະ​ໄດ້​ເຫັນ​ພວກ​ເຮົາ; ແລະ ພວກ​ເຮົາ​ຈະ​ໂອບ​ກອດ​ຄໍ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ໂອບ​ກອດ​ຄໍ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ຈູບ​ກັນ;

“ແລະ ທີ່​ປະ​ທັບ​ຂອງ​ເຮົາ​ຈະ​ຢູ່ ທີ່​ນັ້ນ ແລະ ມັນ​ຈະ​ເປັນ​ຊີໂອນ, ຊຶ່ງ​ຈະ​ອອກ​ມາ​ຈາກ​ການ​ສ້າງ​ທັງ​ປວງ​ທີ່​ເຮົາ​ໄດ້​ສ້າງ​ໄວ້; ແລະ ແຜ່ນ​ດິນ​ໂລກ​ຈະພັກ​ຜ່ອນ​ເປັນ​ເວລາ​ໜຶ່ງ​ພັນ​ປີ.”2

ເອື້ອຍນ້ອງ​ທັງ​ຫລາຍ, ລູກສາວ​ຂອງ​ທ່ານ, ຫລານ​ສາວ​ຂອງ​ທ່ານ, ແລະ ຜູ້ຍິງ​ທີ່ທ່ານ​ໄດ້​ລ້ຽງດູ​ຈະເປັນ​ຈຸດໃຈ​ກາງ​ຂອງ​ການສ້າງ​ຕັ້ງ​ສັງຄົມ​ຂອງ​ຜູ້ຄົນ ທີ່ຈະ​ເຂົ້າຮ່ວມ​ໃນສະ​ມາຄົມ​ອັນ​ຮຸ່ງໂລດ​ກັບພຣະ​ຜູ້ຊ່ວຍ​ໃຫ້ລອດ​ນັ້ນ. ທ່ານຈະ​ເປັນ​ພະລັງ​ທີ່​ສຳຄັນ​ໃນການ​ເຕົ້າໂຮມ​ອິດສະ​ຣາເອນ ແລະ ໃນ​ການສ້າງ​ຕັ້ງຜູ້​ຄົນແຫ່ງ​ຊີໂອນ ທີ່ຈະ​ອາໄສ​ຢູ່ໃນ​ເຢຣູ​ຊາເລັມ​ໃໝ່​ຢ່າງ​ສັນ​ຕິ.

ຜ່ານທາງ​ສາດສະ​ດາຂອງ​ພຣະອົງ, ພຣະ​ຜູ້ເປັນ​ເຈົ້າໄດ້​ໃຫ້​ສັນຍາ​ກັບທ່ານ. ໃນ​ສະໄໝ​ເລີ່ມຕົ້ນ​ຂອງ​ສະມາ​ຄົມສະ​ຕິສົງ​ເຄາະ, ສາດສະ​ດາ​ໂຈເຊັບ ສະມິດ ໄດ້ກ່າວ​ຕໍ່​ບັນດາ​ເອື້ອຍນ້ອງ​ວ່າ, “ຖ້າຫາກ​ທ່ານດຳ​ລົງ​ຊີວິດ​ໃຫ້​ເໝາະສົມ​ກັບ​ສິດທິ​ພິເສດ​ຂອງທ່ານ, ແລ້ວທູດ​ສະຫວັນ​ກໍຈະ​ບໍ່ຖືກ​ຢັບຢັ້ງ​ຈາກ​ການເປັນ ພັນ​ທະມິດ ຂອງ​ທ່ານ.”3

ສັກກະ​ຍະພາບ​ອັນປະ​ເສີດນັ້ນ​ຊ້ອນ​ຢູ່​ພາຍໃນ​ຕົວທ່ານ, ແລະ ທ່ານ​ກຳລັງ​ຖືກຕຽມ​ພ້ອມ.

ປະທານ​ກໍດອນ ບີ ຮິງລີ ໄດ້​ກ່າວວ່າ:

“ພວກທ່ານ​ເອື້ອຍນ້ອງ … ບໍ່ໄດ້​ຢູ່ໃນ​ລະດັບ​ທີສອງ​ໃນແຜນ​ຂອງ​ພຣະ​ບິດາ ສຳລັບ​ຄວາມສຸກ​ນິລັນ​ດອນ ແລະ ຄວາມ​ຜາສຸກ​ຂອງ​ລູກໆ​ຂອງ​ພຣະອົງ. ພວກທ່ານເປັນ​ພາກ​ສ່ວນທີ່​ສຳຄັນ​ຂອງ​ແຜນນັ້ນ.

“ຖ້າ​ບໍ່ມີ​ພວກ​ທ່ານ ແຜນນັ້ນ​ກໍຈະ​ໃຊ້ການ​ບໍ່ໄດ້. ຖ້າ​ບໍ່ມີ​ພວກທ່ານ ໂຄງ​ການ​ທັງໝົດ​ຈະເກີດ​ຂຶ້ນ​ບໍ່ໄດ້. …

“ທ່ານ​ແຕ່ລະ​ຄົນ​ເປັນ​ທິດາ​ຂອງ​ພຣະເຈົ້າ, ທີ່ໄດ້​ຮັບ​ສິດທິ​ແຫ່ງ​ສະຫວັນ​ເປັນຂອງ​ປະທານ.”4

ສາດ​ສະດາ​ໃນ​ປະຈຸ​ບັນ​ຂອງເຮົາ, ປະທານ​ຣະໂຊ ເອັມ ແນວສັນ, ໄດ້ໃຫ້​ຄຳບັນ​ຍາຍເຖິງ​ພາກສ່ວນ​ຂອງທ່ານ ໃນການ​ກະກຽມ​ສຳລັບ​ການ​ສະເດັດ​ມາຂອງ​ພຣະຜູ້​ຊ່ວຍໃຫ້​ລອດວ່າ:

“ເຮົາບໍ່​ສາມາດ​ວັດແທກ​ອິດ​ທິພົນ​ທີ່ … ຜູ້ຍິງ​ມີ, ບໍ່ພຽງ​ແຕ່​ການປະ​ຕິບັດ​ຕໍ່ຄອບຄົວ​ເທົ່ານັ້ນ ແຕ່ຕໍ່​ສາດສະ​ໜາ​ຈັກຂອງ​ພຣະຜູ້​ເປັນເຈົ້າ​ອີກດ້ວຍ, ໃນໜ້າ​ທີ່​ເປັນ ພັນ​ລະຍາ, ແມ່, ແມ່ຕູ້, ເອື້ອຍ, ນ້ອງ, ປ້າ, ນ້າ, ອາ, ນາຍຄູ, ແລະ ຜູ້ນຳ ໂດຍ​ສະເພາະ​ເປັນຕົວ​ຢ່າງ ແລະ ເປັນ​ຜູ້​ພິທັກ​ຄວາມເຊື່ອ​ຢ່າງ​ອາດຫານ.

“ສິ່ງນີ້​ເປັນ​ຄວາມຈິງ ໃນທຸກ​ສະໄໝ​ຂອງພຣະ​ກິດຕິ​ຄຸນ ນັບຕັ້ງ​ແຕ່ສະ​ໄໝ​ອາດາມ ແລະ ເອວາ ມາ. ແຕ່ວ່າ ຜູ້ຍິງ​ໃນສະໄໝ ນີ້ ຕ່າງຈາກ​ຜູ້ຍິງ​ໃນສະ​ໄໝ ໃດໆ ເພາະ​ສະໄໝ​ນີ້ແຕກ​ຕ່າງຈາກ​ສະໄໝ​ອື່ນ. ໃນສະໄໝ​ນີ້ເຂົາ​ເຈົ້າມີ​ສິດ​ທິ​ພິເສດ ແລະ ໜ້າ​ທີ່​ຮັບຜິດ​ຊອບ​ຕ່າງໆ.”5

ສະໄໝ​ນີ້ແມ່ນ​ແຕກຕ່າງ​ເພາະວ່າ​ພຣະຜູ້​ເປັນເຈົ້າ​ຈະນຳ​ພາເຮົາ​ໃຫ້ຕຽມ​ພ້ອມ ທີ່ຈະ​ເປັນເໝືອນ​ດັ່ງເມືອງ​ຂອງ​ເອນົກ. ພຣະອົງ​ໄດ້ບັນ​ຍາຍຜ່ານ​ທາງອັກ​ຄະສາ​ວົກ ແລະ ສາດ​ສະດາ​ຂອງ​ພຣະອົງ ວ່າການ​ປ່ຽນແປງ​ຕໍ່ຜູ້​ຄົນແຫ່ງ​ຊີໂອນ​ນັ້ນຈະ​ຮ່ວມດ້ວຍ​ຫຍັງແດ່.

ແອວເດີ ບະຣຸສ໌ ອາ ມັກຄອງກີ ໄດ້ສິດ​ສອນວ່າ:

“ສະໄໝ​ຂອງ [ເອນົກ] ເປັນ​ວັນ​ເວລາ​ແຫ່ງຄວາມ​ຊົ່ວຮ້າຍ ແລະ ສາມານ, ວັນ​ເວລາ​ແຫ່ງ​ຄວາມມືດ ແລະ ການ​ກະບົດ, ວັນ​ເວລາ​ແຫ່ງ​ສົງຄາມ ແລະ ການ​ເສຍຫາຍ, ວັນ​ເວລາ​ທີ່ນຳ​ໜ້າການ​ຊຳລະ​ແຜ່ນດິນ​ໂລກໃຫ້​ສະອາດ​ດ້ວຍນ້ຳ.

“ແຕ່, ເອນົກ, ເປັນຄົນ​ຊື່ສັດ. ເພິ່ນ ‘ໄດ້ເຫັນ​ພຣະຜູ້​ເປັນເຈົ້າ,’ ແລະ ໄດ້ເວົ້າ​ລົມກັບ​ພຣະອົງ ‘ໜ້າຕໍ່ໜ້າ’ ຄືກັນ​ກັບຄົນ​ຜູ້ໜຶ່ງ​ເວົ້າກັບ​ຄົນອີກ​ຜູ້ໜຶ່ງ. (ໂມ​ເຊ 7:4.) ພຣະຜູ້​ເປັນເຈົ້າ​ໄດ້ສົ່ງ​ເພິ່ນ​ອອກໄປ​ກ່າວການ​ກັບໃຈ​ຕໍ່​ຊາວໂລກ, ແລະ ມອບ​ໝາຍ​ໃຫ້ເພິ່ນ ‘ບັບຕິ​ສະມາ​ໃນພຣະ​ນາມຂອງ​ພຣະ​ບິດາ, ແລະ ຂອງ​ພຣະບຸດ, ຊຶ່ງເຕັມ​ໄປດ້ວຍ​ພຣະຄຸນ ແລະ ຄວາມຈິງ, ແລະ ຂອງ​ພຣະວິນ​ຍານບໍ​ລິສຸດ, ຊຶ່ງເປັນ​ພະຍານ​ເຖິງພຣ​ະບິດາ ແລະ ພຣະບຸດ.’ (ໂມ​ເຊ 7:11.) ເອນົກ​ໄດ້ເຮັດ​ພັນທະ​ສັນຍາ ແລະ ໄດ້ເຕົ້າ​ໂຮມກຸ່ມ​ຜູ້ຄົນ​ທີ່ເປັນ​ຜູ້ເຊື່ອ​ທີ່​ແທ້ຈິງ, ທັງໝົດ ໄດ້​ກາຍ​ເປັນ ຜູ້ຄົນ​ທີ່ຊື່​ສັດຈົນ​ວ່າ ‘ພຣະຜູ້​ເປັນເຈົ້າ​ໄດ້ສະ​ເດັດ​ລົງມາ ແລະ ດຳລົງ​ຢູ່ນຳ​ຜູ້ຄົນ​ຂອງ​ພຣະ​ອົງ, ແລະ ເຂົາເຈົ້າ​ໄດ້​ດຳລົງ​ຢູ່ໃນ​ຄວາມ​ຊອບທຳ,’ ແລະ ໄດ້ຮັບ​ພອນຈາກ​ເບື້ອງບົນ. ‘ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີໂອນ, ເພາະ​ວ່າ​ພວກ​ເຂົາ​ມີ​ໃຈດຽວ ແລະ ມີ​ຄວາມ​ຄິດ​ດຽວ, ແລະ ໄດ້​ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ; ແລະ ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ບັນ​ດາ​ພວກ​ເຂົາ.’ (ໂມ​ເຊ 7:18.) …

“ຫລັງຈາກ​ພຣະຜູ້​ເປັນເຈົ້າ​ໄດ້ເອີ້ນ​ຜູ້ຄົນ​ຂອງ​ພຣະອົງ​ວ່າ​ຊີໂອນ, ພຣະຄຳ​ພີກ່າວ​ວ່າ​ເອນົກ ‘ໄດ້ສ້າງ​ເມືອງທີ່​ເອີ້ນ​ວ່າ ເມືອງ​ບໍ​ລິ​ສຸດ, ແມ່ນ​ແຕ່ ຊີໂອນ;’ ວ່າຊີໂອນ ‘ຖືກຮັບ​ຂຶ້ນ​ສູ່​ສະຫວັນ’ ບ່ອນທີ່ ‘ພຣະເຈົ້າ​ໄດ້ຮັບ​ເອົາມັນ​ໄປໄວ້​ໃນຊວງ​ເອິກຂອງ​ພຣະອົງ​ເອງ;” ແລະ “ນັບແຕ່​ນັ້ນມາ ມີການ​ກ່າວວ່າ, ຊີໂອນ​ຫລົບໜີ​ໄປແລ້ວ.’ (ໂມ​ເຊ 7:19, 21, 69.) …

“ຊີໂອນ​ດຽວກັນ​ນີ້ທີ່​ຖືກຮັບ​ຂຶ້ນສູ່​ສະຫວັນ​ຈະກັບ​ຄືນມາ … ເມື່ອ​ພຣະຜູ້​ເປັນເຈົ້າ​ຈະນຳ​ຊີໂອນ​ກັບມາ​ອີກ, ແລະ ຜູ້ຄົນ​ທີ່​ອາໄສ​ຢູ່ຂອງ​ມັນຈະ​ເຂົ້າຮ່ວມ​ກັບເຢ​ຣູ​ຊາ​ເລັມໃໝ່, ຊຶ່ງຈະ​ຖືກສະ​ຖາປະ​ນາໃນ​ຕອນນັ້ນ.”6

ຖ້າຫາກ​ອະດີດ​ເປັນ​ຄຳນຳ, ໃນ​ເວລາ​ຂອງ​ການ​ສະເດັດ​ມາຂອງ​ພຣະຜູ້​ຊ່ວຍໃຫ້​ລອດ, ທິດາ​ຜູ້ທີ່​ຊື່ສັດ​ຕໍ່ພັນ​ທະສັນ​ຍາຂອງ​ເຂົາເຈົ້າ​ກັບ​ພຣະເຈົ້າ ຈະມີ​ຈຳນວນ​ເກີນເຄິ່ງ​ໜຶ່ງຂອງ​ຜູ້ທີ່​ພ້ອມແລ້ວ​ເພື່ອຕ້ອນ​ຮັບພຣະ​ອົງເມື່ອ​ພຣະອົງ​ສະເດັດ​ມາ. ແຕ່ບໍ່​ວ່າຈຳ​ນວນນັ້ນ​ຈະຫລາຍ​ເທົ່າໃດ​ກໍຕາມ, ສ່ວນ​ປະກອບ​ຂອງທ່ານ​ໃນການ​ສ້າງຄວາມ​ເປັນໜຶ່ງ​ດຽວກັນ ໃນບັນ​ດາຜູ້​ຄົນທີ່​ພ້ອມແລ້ວ​ສຳລັບ​ຊີໂອນ​ນັ້ນ ຈະມີ​ຫລາຍກວ່າ​ເຄິ່ງໜຶ່ງ.

ຂ້າພະ​ເຈົ້າຈະ​ບອກທ່ານ​ວ່າເປັນ​ຫຍັງຂ້າ​ພະເຈົ້າ​ເຊື່ອວ່າ​ມັນຈະ​ເປັນດັ່ງ​ນັ້ນ. ພຣະຄຳ​ພີມໍ​ມອນໃຫ້​ເລື່ອງລາວ​ເຖິງຜູ້​ຄົນແຫ່ງ​ຊີໂອນ. ທ່ານຈຳ​ໄດ້ວ່າ ຫລັງຈາກ​ເຂົາເຈົ້າ​ຖືກສິດ​ສອນ, ໄດ້ເປັນ​ທີ່ຮັກ​ຫອມ, ແລະ ໄດ້ຮັບ​ພອນຈາກ​ພຣະຜູ້​ຊ່ວຍໃຫ້​ລອດແລ້ວ​ວ່າ “ມັນບໍ່​ມີການ​ຂັດແຍ້ງ​ກັນໃນ​ແຜ່ນດິນ, ຍ້ອນວ່າ​ຄວາມຮັກ​ຂອງ​ພຣະເຈົ້າ ຊຶ່ງມີ​ຢູ່ໃນ​ໃຈຂອງ​ຜູ້ຄົນ.”7

ປະສົບ​ການຂອງ​ຂ້າພະ​ເຈົ້າໄດ້​ສອນຂ້າ​ພະເຈົ້າ​ວ່າ ທິດາ​ຂອງ​ພຣະບິ​ດາເທິງ​ສະຫວັນ​ມີພອນ​ສະຫວັນ ເພື່ອຫລຸດ​ຜ່ອນການ​ຂັດແຍ້ງ ແລະ ສົ່ງເສີມ​ຄວາມຊອບ​ທຳດ້ວຍ​ຄວາມຮັກ​ຂອງ​ເຂົາເຈົ້າ​ທີ່ມີ​ແດ່ພຣະ​ເຈົ້າ ແລະ ດ້ວຍ​ຄວາມຮັກ​ຂອງ​ພຣະເຈົ້າ​ນັ້ນ ເຂົາເຈົ້າ​ຈະນຳ​ມັນໄປ​ສູ່ຜູ້​ຄົນທີ່​ເຂົາເຈົ້າ​ຮັບໃຊ້.

ຂ້າພະ​ເຈົ້າໄດ້​ເຫັນມັນ​ໃນໄວ​ໜຸ່ມຂອງ​ຂ້າພະ​ເຈົ້າ ເມື່ອສາ​ຂາ​ນ້ອຍໆ​ຂອງ​ພວກເຮົາ​ໄດ້ປະ​ຊຸມກັນ​ຢູ່ທີ່​ບ້ານຂອງ​ຂ້າພະ​ເຈົ້າ. ອ້າຍຂອງ​ຂ້າພະ​ເຈົ້າ ແລະ ຂ້າພະ​ເຈົ້າເປັນ​ຜູ້ດຳ​ລົງຖາ​ນະປະ​ໂລຫິດ​ແຫ່ງ​ອາ​ໂຣນ​ພຽງ​ສອງ​ຄົນ, ພໍ່ຂອງ​ຂ້າພະ​ເຈົ້າກໍ​ເປັນ​ຜູ້ດຳ​ລົງຖາ​ນະປະ​ໂລຫິດ​ແຫ່ງ​ເມນຄີ​ເສເດັກ​ພຽງ​ຜູ້ດຽວ. ປະທານ​ສະມາ​ຄົມ​ສະຕີ​ສົງເຄາະ​ຂອງ​ສາຂາ​ແມ່ນ​ຜູ້​ປ່ຽນໃຈ​ເຫລື້ອມໃສ ຜູ້ທີ່​ສາມີ​ຂອງນາງ​ບໍ່ພໍ​ໃຈນຳ​ການຮັບ​ໃຊ້ຂອງ​ນາງໃນ​ສາດ​ສະໜາ​ຈັກ. ສະມາ​ຊິກ​ກໍເປັນ​ເອື້ອຍ​ນ້ອງ​ຜູ້ສູງ​ອາຍຸ​ທີ່ບໍ່​ມີຜູ້​ດຳລົງ​ຖານະ​ປະໂລ​ຫິດຢູ່​ໃນບ້ານ​ເຮືອນ. ຂ້າພະ​ເຈົ້າໄດ້​ເຫັນແມ່​ຂອງ​ຂ້າພະ​ເຈົ້າ ແລະ ເອື້ອຍ​ນ້ອງເຫລົ່າ​ນັ້ນຮັກ, ເຊີດຊູ, ແລະ ດູແລ​ກັນແລະ​ກັນຢ່າງ​ບໍ່ປ່ຽນ​ແປງ. ບັດນີ້​ຂ້າພະ​ເຈົ້າຮູ້​ແລ້ວວ່າ ຂ້າ​ພະເຈົ້າ​ໄດ້ເຫັນ​ພາບ​ແຫ່ງ​ຊີໂອນ.

ບົດຮຽນ​ຂອງ​ຂ້າພະ​ເຈົ້າພາຍ​ໃຕ້ອິດ​ທິພົນ​ຂອງຜູ້​ຍິງທີ່​ຊື່ສັດ ກໍໄດ້​ສືບຕໍ່​ຢູ່ໃນ​ສາຂາ​ນ້ອຍໆ​ຂອງ​ສາດສະ​ໜາຈັກ​ອີກແຫ່ງ​ໜຶ່ງ ໃນເມືອງ​ອາເບີ​ເຄີກີ ລັດນິວ​ແມັກ​ຊີໂກ. ຂ້າພະ​ເຈົ້າໄດ້​ເຫັນ​ພັນລະ​ຍາຂອງ​ປະທານ​ສາຂາ, ພັນລະ​ຍາຂອງ​ປະທານ​ທ້ອງຖິ່ນ, ແລະ ປະທານ​ສະມາ​ຄົມສະ​ຕີສົງ​ເຄາະ​ຕ້ອນຮັບ​ຄົນໃໝ່ ແລະ ຜູ້ປ່ຽນ​ໃຈເ​ຫລື້ອມໃສ​ທຸກໆ​ຄົນດ້ວຍ​ຄວາມ​ອົບອຸ່ນ. ວັນ​ອາທິດ​ທີ່ຂ້າ​ພະເຈົ້າ​ໄດ້ຈາກ​ເມືອງ​ອາເບີ​ເຄີກີ​ໄປ, ຫລັງຈາກ​ໄດ້ສັງ​ເກດເຫັນ​ອິດທິ​ພົນຂອງ​ບັນດາ​ເອື້ອຍ​ນ້ອງ ຢູ່ບ່ອນ​ນັ້ນເປັນ​ເວລາ​ສອງປີ, ສະເຕກ​ທຳອິດ​ກໍໄດ້​ຖືກຈັດ​ຕັ້ງຂຶ້ນ. ບັດນີ້ ພຣະຜູ້​ເປັນເຈົ້າ​ກໍໄດ້​ສ້າງ​ພຣະວິ​ຫານຢູ່​ທີ່ນັ້ນ.

ຕໍ່ມາ​ຂ້າພະ​ເຈົ້າໄດ້​ຍ້າຍໄປ​ເມືອງ​ບອສ໌ຕັນ, ບ່ອນທີ່​ຂ້າພະ​ເຈົ້າໄດ້​ຮັບໃຊ້​ໃນຝ່າຍ​ປະທານ​ທ້ອງຖິ່ນ ທີ່ຄວບ​ຄຸມ​ສາຂາ​ນ້ອຍໆ​ທີ່ກະ​ຈາຍກັນ​ຢູ່ຂ້າມ​ສອງລັດ. ໄດ້ມີ​ການ​ຂັດແຍ້ງ​ກັນຢູ່​ທີ່ນັ້ນ​ທີ່ໄດ້​ແກ້ໄຂ​ຫລາຍກວ່າ​ໜຶ່ງເທື່ອ ໂດຍຜູ້​ຍິງທີ່​ມີ​ຄວາມຮັກ ແລະ ໃຫ້​ອະໄພ ຜູ້ທີ່​ໄດ້ຊ່ວຍ​ເຮັດໃຫ້​ຫົວໃຈ​ອ່ອນລົງ. ວັນອາ​ທິດທີ່​ຂ້າພະ​ເຈົ້າໄດ້​ຈາກເມືອງ​ບອສ໌ຕັນ​ໄປ, ສະມາ​ຊິກໃນ​ຝ່າຍ​ປະທານ​ສູງສຸດ​ໄດ້ຈັດ​ຕັ້ງ​ສະເຕກ​ທຳອິດ​ຂຶ້ນໃນ​ລັດ​ມາ​ສາ​ຊູ​ເສດສ໌. ດຽວນີ້​ກໍມີ​ພຣະ​ວິຫານ​ແຫ່ງ​ໜຶ່ງ​ຢູ່ທີ່​ນັ້ນ, ໃກ້ໆ​ບ່ອນ​ທີ່​ປະທານ​ທ້ອງຖິ່ນ​ເຄີຍ​ອາໄສ​ຢູ່. ເພິ່ນຖືກ​ນຳກັບ​ມາຮ່ວມ​ສາດ​ສະໜາ​ຈັກ ແລະ ຕໍ່ມາ​ໄດ້ຖືກ​ເອີ້ນໃຫ້​ຮັບໃຊ້​ເປັນ​ປະທານ​ສະເຕກ ແລະ ແລ້ວເປັນ​ປະທານ​ເຜີຍແຜ່, ໂດຍ​ອິດທິ​ພົນຂອງ​ພັນລະ​ຍາທີ່​ຊື່ສັດ ແລະ ຮັກຫອມ.

ເອື້ອຍນ້ອງ​ທັງຫລາຍ, ທ່ານໄດ້​ຮັບພອນ​ຂອງການ​ເປັນ​ທິດາ​ຂອງ​ພຣະເຈົ້າ​ດ້ວຍຂອງ​ປະທານ​ພິເສດ. ທ່ານໄດ້​ນຳຄວາມ​ສາມາດ​ທາງ​ວິນຍານ​ມາສູ່​ຊີວິດ​ມະຕະ​ກັບທ່ານ ເພື່ອຈະ​ລ້ຽງດູ​ຄົນອື່ນ ແລະ ຍົກເຂົາ​ເຈົ້າຂຶ້ນ​ສູງກວ່າ ສູ່​ຄວາມຮັກ ແລະ ຄວາມ​ບໍລິ​ສຸດທີ່​ຈະໃຫ້​ເຂົາເຈົ້າ​ເໝາະສົມ​ທີ່ຈະ​ຢູ່ນຳ​ກັນໃນ​ສະມາ​ຄົມແຫ່ງ​ຊີໂອນ. ມັນບໍ່​ໄດ້ເປັນ​ການ​ບັງ​ເອີນ​ທີ່ສະ​ມາຄົມ​ສະຕິ​ສົງເຄາະ, ອົງການ​ພິເສດ​ທຳອິດ​ໂດຍ​ສະເພາະ ຂອງສາດ​ສະໜາ​ຈັກ ສຳລັບ​ທິດາ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ, ມີຄຳ​ຂວັນວ່າ “ຄວາມໃຈ​ບຸນ​ດຳລົງ​ຢູ່ຕະ​ຫລອດ​ໄປ.”

ຄວາມໃຈ​ບຸນຄື​ຄວາມຮັກ​ອັນບໍ​ລິສຸດ​ຂອງ​ພຣະຄຣິດ. ແລະ ມັນ​ເປັນ​ເພາະ​ສັດທາ​ໃນ​ພຣະອົງ ແລະ ຜົນກະ​ທົບຂອງ​ການຊົດ​ໃຊ້ອັນ​ບໍ່ມີ​ຂອບເຂດ​ຂອງ​ພຣະອົງ​ທີ່​ຊ່ວຍ​ໃຫ້ທ່ານ, ແລະ ຜູ້ຄົນ​ທີ່ທ່ານ​ຮັກ ແລະ ຮັບໃຊ້, ເໝາະສົມ​ກັບ​ຂອງປະ​ທານອັນ​ສູງສົ່ງ ເພື່ອຈະ​ດຳລົງ​ຢູ່ໃນ​ສັງຄົມ​ທີ່ເພິ່ງ​ປາດຖະ​ໜາ ແລະ ຊີໂອນ​ທີ່ສັນ​ຍາໄວ້. ຢູ່​ທີ່​ນັ້ນ​ທ່ານຈະ​ເປັນ​ເອື້ອຍ​ນ້ອງ​ໃນ​ຊີໂອນ, ເປັນທີ່​ຮັກຫອມ​ຂອງ​ພຣະຜູ້​ເປັນເຈົ້າ ແລະ ຜູ້ຄົນ​ທີ່ທ່ານ​ໄດ້ນຳ​ພອນ​ມາໃຫ້.

ຂ້າພະ​ເຈົ້າເປັນ​ພະຍານ​ວ່າ​ທ່ານເປັນ​ປະຊາ​ຊົນຂອງ​ອານາ​ຈັກຂອງ​ພຣະຜູ້​ເປັນເຈົ້າ​ຢູ່ເທິງ​ໂລກ. ທ່ານ​ເປັນ​ທິດາ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ທີ່​ຮັກ​ແພງ, ຜູ້ທີ່​ໄດ້ສົ່ງ​ທ່ານມາ​ສູ່ໂລກ​ດ້ວຍ​ຂອງ​ປະທານ​ພິເສດ ທີ່​ທ່ານໄດ້​ສັນຍາ​ຈະນຳ​ໃຊ້ເພື່ອ​ເປັນພອນ​ໃຫ້ແກ່​ຄົນອື່ນ. ຂ້າພະ​ເຈົ້າສັນ​ຍາກັບ​ທ່ານວ່າ ພຣະຜູ້​ເປັນເຈົ້າ​ຈະນຳ​ພາ​ທ່ານໄປ, ຜ່ານ​ທາງ​ພຣະວິນ​ຍານ​ບໍລິ​ສຸດ. ພຣະອົງ​ຈະ​ນຳ​ໜ້າ​ທ່ານໄປ ຂະນະ​ທີ່ທ່ານ​ຊ່ວຍ​ພຣະອົງ​ຕຽມ​ຜູ້ຄົນ​ຂອງ​ພຣະອົງ ໃຫ້ກາຍ​ເປັນ​ຊີໂອນ​ທີ່​ສັນຍາ​ໄວ້ຂອງ​ພຣະອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ