ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ, ແລະ ໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈ
ການກະທຳຢ່າງຍຸດຕິທຳ ໝາຍເຖິງການປະພຶດຢ່າງມີກຽດ. ເຮົາປະພຶດຢ່າງມີກຽດກັບພຣະເຈົ້າ ໂດຍການໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈ. ເຮົາປະພຶດຢ່າງມີກຽດກັບຄົນອື່ນໂດຍການສະແດງຄວາມຮັກອັນໝັ້ນຄົງ.
ໃນຖານະຜູ້ຕິດຕາມຂອງພຣະເຢຊູຄຣິດ, ແລະ ໄພ່ພົນຍຸກສຸດທ້າຍ, ເຮົາພະຍາຍາມ—ແລະ ຖືກຊຸກຍູ້ໃຫ້ພະຍາຍາມ—ເຮັດໃຫ້ດີກວ່າເກົ່າ ແລະ ເປັນຄົນດີກວ່າເກົ່າ.1 ບາງທີທ່ານເຄີຍຄິດ, ດັ່ງທີ່ຂ້າພະເຈົ້າເຄີຍຄິດວ່າ, “ເຮົາເຮັດໄດ້ຢ່າງພຽງພໍແລ້ວບໍ?” “ເຮົາຄວນເຮັດສິ່ງໃດອີກ?” ຫລື “ໃນຖານະຄົນທີ່ຂາດຕົກບົກພ່ອງ, ເຮົາຈະສາມາດເໝາະສົມທີ່ຈະ ‘ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ ໄດ້ແນວໃດ’?”2
ມີກາ ສາດສະດາໃນພຣະຄຳພີເດີມໄດ້ຖາມຄຳຖາມນີ້ວ່າ: “ເມື່ອຂ້າພະເຈົ້າມານະມັດສະການພຣະຜູ້ເປັນເຈົ້າ, ແລະ ກົ້ມຂາບຕໍ່ໜ້າພຣະເຈົ້າແຫ່ງຟ້າສະຫວັນ ຂ້າພະເຈົ້າຈະເອົາຫຍັງມາຖວາຍແກ່ພຣະອົງ?”3 ມີກາກໍໄດ້ສົງໄສຖ້າຫາກວ່າຂອງປະທານຢ່າງຫລວງຫລາຍນັ້ນຈະພຽງພໍເພື່ອຊົດເຊີຍແທນບາບຫລືບໍ່, ໂດຍກ່າວວ່າ: “ພຣະຜູ້ເປັນເຈົ້າຈະພໍໃຈບໍ ຖ້າຂ້າພະເຈົ້ານຳແກະສິບ [ພັນ] ໂຕ … ຫລື ນ້ຳມັນໝາກກອກເທດອັນບໍ່ໝົດເປັນຈັກເທື່ອມາຖວາຍ? ຂ້າພະເຈົ້າຄວນຈະຖວາຍລູກກົກ … ເພື່ອເປັນຄ່າໄຖ່ບາບຂອງຂ້າພະເຈົ້າບໍ?”4
ຄຳຕອບນັ້ນກໍຄື ບໍ່. ການກະທຳທີ່ດີກໍບໍ່ພຽງພໍ. ຄວາມລອດແມ່ນຫາເອົາບໍ່ໄດ້.5 ແມ່ນແຕ່ການເສຍສະລະຢ່າງຫລວງຫລາຍທີ່ມີກາໄດ້ແນະນຳກໍບໍ່ສາມາດໄຖ່ບາບທີ່ນ້ອຍທີ່ສຸດໄດ້. ເມື່ອປ່ອຍໃຫ້ເພິ່ງຕົວເຮົາເອງແລ້ວ, ເຮົາບໍ່ມີຄວາມຫວັງທີ່ຈະກັບຄືນໄປດຳລົງຊີວິດຢູ່ໃນທີ່ພັກຂອງພຣະເຈົ້າໄດ້.6
ປາດສະຈາກພອນທີ່ມາຈາກພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ເຮົາຈະເຮັດບໍ່ໄດ້ຢ່າງພຽງພໍ ຫລື ເປັນຄົນດີພໍໂດຍຕົວເຮົາເອງ. ຂ່າວດີກໍຄື, ເປັນເພາະ ແລະ ຜ່ານທາງພຣະເຢຊູຄຣິດ ເຮົາຈະສາມາດກາຍເປັນຄົນທີ່ດີພໍໄດ້.7 ທຸກຄົນຈະລອດຈາກຄວາມຕາຍທາງຮ່າງກາຍ ໂດຍພຣະຄຸນຂອງພຣະເຈົ້າ, ຜ່ານທາງການສິ້ນພຣະຊົນ ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ.8 ແລະ ຖ້າຫາກເຮົາຫັນຫົວໃຈຂອງເຮົາໄປຫາພຣະເຈົ້າ, ຄວາມລອດຈາກຄວາມຕາຍທາງວິນຍານກໍມີໃຫ້ທຸກຄົນ “ຜ່ານທາງການຊົດໃຊ້ຂອງ [ພຣະເຢຊູ] ຄຣິດ … ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.”9 ເຮົາສາມາດຖືກໄຖ່ຈາກບາບເພື່ອຈະຢືນຢູ່ຢ່າງສະອາດ ແລະ ບໍລິສຸດຕໍ່ພຣະພັກຂອງພຣະເຈົ້າ. ຕາມທີ່ມີກາໄດ້ອະທິບາຍວ່າ, “ບໍ່ແມ່ນດອກ [ພຣະເຈົ້າ] ໄດ້ບອກພວກເຮົາວ່າ, ແມ່ນຫຍັງເປັນສິ່ງທີ່ດີ; ສິ່ງທີ່ພຣະຜູ້ເປັນເຈົ້າຕ້ອງການຈາກພວກເຮົານັ້ນແມ່ນດັ່ງນີ້, ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ, ແລະ ໃຊ້ຊີວິດໃນຄວາມສາມັກຄີທຳກັບພຣະເຈົ້າຂອງເຈົ້າດ້ວຍຄວາມຖ່ອມໃຈ?”10
ຄຳຊີ້ນຳຂອງມີກາ ທີ່ໃຫ້ຫັນຫົວໃຈຂອງເຮົາໄປຫາພຣະເຈົ້າ ແລະ ເໝາະສົມກັບຄວາມລອດບັນຈຸດ້ວຍອົງປະກອບສາມຢ່າງທີ່ພົວພັນກັນ. ເພື່ອຈະ ເຮັດສິ່ງທີ່ຖືກຕ້ອງ ໝາຍຄວາມວ່າ ການປະຕິບັດກັບພຣະເຈົ້າ ແລະ ກັບຄົນອື່ນຢ່າງມີກຽດ. ເຮົາປະພຶດຢ່າງມີກຽດກັບພຣະເຈົ້າ ໂດຍການໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈ. ເຮົາປະພຶດຢ່າງມີກຽດກັບຄົນອື່ນໂດຍການສະແດງຄວາມຮັກອັນໝັ້ນຄົງ. ສະນັ້ນ ເພື່ອຈະ ເຮັດສິ່ງທີ່ຖືກຕ້ອງ ຄືການປະຕິບັດຕາມພຣະບັນຍັດຂໍ້ຕົ້ນ ແລະ ຂໍ້ທີສອງ, ທີ່ຈະ “ຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ … [ແລະ ຈົ່ງ] ຮັກເພື່ອນບ້ານເໝືອນຮັກຕົນເອງ.”11
ເພື່ອຈະ ເຮັດສິ່ງທີ່ຖືກຕ້ອງ ແລະ ໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈ ຄືທີ່ຈະຕັ້ງໃຈຖອນຕົວເຮົາອອກຈາກຄວາມຊົ່ວຮ້າຍ, ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ແລະ ຢຶດຖືບັນດາກົດບັນຍັດຂອງພຣະອົງຢ່າງເອົາໃຈໃສ່.12 ຄົນທ່ຽງທຳຫັນໜີຈາກບາບ ແລະ ຫັນໄປຫາພຣະເຈົ້າ, ເຮັດພັນທະສັນຍາກັບພຣະອົງ, ແລະ ຊື່ສັດຕໍ່ພັນທະສັນຍາເຫລົ່ານັ້ນ. ຄົນທ່ຽງທຳເລືອກທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ, ກັບໃຈເມື່ອເຮັດຜິດພາດ, ແລະ ພະຍາຍາມຕໍ່ໄປ.
ເມື່ອພຣະຄຣິດທີ່ຟື້ນຄືນພຣະຊົນໄດ້ໄປຢ້ຽມຢາມຊາວນີໄຟ, ພຣະອົງໄດ້ອະທິບາຍວ່າກົດທີ່ສູງກວ່າໄດ້ມາແທນກົດຂອງໂມເຊແລ້ວ. ພຣະອົງໄດ້ສິດສອນເຂົາເຈົ້າວ່າບໍ່ໃຫ້ “ຖວາຍ … ເຄື່ອງບູຊາ ແລະ … ເຄື່ອງເຜົາ” ອີກຕໍ່ໄປ ແຕ່ໃຫ້ຖວາຍ “ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ.” ພຣະອົງຍັງໄດ້ສັນຍານຳອີກວ່າ, “ແລະ ຜູ້ໃດກໍຕາມທີ່ມາຫາເຮົາດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ເຮົາຈະໃຫ້ບັບຕິສະມາແກ່ຜູ້ນັ້ນດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ.”13 ເມື່ອເຮົາຮັບເອົາ ແລະ ນຳໃຊ້ຂອງປະທານແຫ່ງພຣະວິນຍານບໍລິສຸດຫລັງຈາກການບັບຕິສະມາ, ເຮົາຈະມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນຕະຫລອດເວລາ ແລະ ໄດ້ຮັບການສິດສອນເຖິງທຸກສິ່ງທີ່ເຮົາຄວນເຮັດ,14 ລວມທັງວິທີທີ່ຈະໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈ.
ການເສຍສະລະຂອງພຣະເຢຊູຄຣິດເພື່ອບາບ ແລະ ຄວາມລອດຈາກການຕາຍທາງວິນຍານກໍມີໃຫ້ທຸກຄົນທີ່ມີໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ.15 ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດກະຕຸ້ນເຮົາໃຫ້ກັບໃຈທຸກໆວັນ ແລະ ພະຍາຍາມກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຫລາຍຂຶ້ນ. ເມື່ອເຮົາເຮັດດັ່ງນັ້ນ, ເຮົາຈະໄດ້ຮັບພະລັງແຫ່ງການຊຳລະລ້າງ, ການປິ່ນປົວ, ແລະ ຄວາມເຂັ້ມແຂງຂອງພຣະຜູ້ຊ່ວຍໃຫ້ລອດ. ເຮົາບໍ່ພຽງແຕ່ເຮັດສິ່ງທີ່ຖືກຕ້ອງ ແລະ ໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈເທົ່ານັ້ນ, ເຮົາຍັງຮຽນຮູ້ທີ່ຈະສະແດງຄວາມຮັກອັນໝັ້ນຄົງຕາມວິທີທາງທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດກະທຳນຳອີກ.
ພຣະເຈົ້າຊື່ນຊົມໃນການສະແດງຄວາມຮັກອັນໝັ້ນຄົງ ແລະ ບໍ່ລັງເລພຣະໄທທີ່ຈະໃຊ້ມັນ. ໃນຖ້ອຍຄຳຂອງມີກາຕໍ່ພຣະເຢໂຮວາ, “ບໍ່ມີພະຕົນໃດເໝືອນພຣະອົງ; ພຣະອົງຍົກການບາບ, … ສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກຂ້ານ້ອຍ,” ແລະ ຈະ “ຢຽບຢ່ຳ … ການບາບຕ່າງໆລົງໄປໃນພື້ນທະເລເລິກ.”16 ເພື່ອຈະສະແດງຄວາມຮັກອັນໝັ້ນຄົງດັ່ງທີ່ພຣະເຈົ້າກະທຳແມ່ນກ່ຽວພັນກັບການປະຕິບັດກັບຄົນອື່ນຢ່າງທ່ຽງທຳ ແລະ ບໍ່ຂົ່ມເຫັງເຂົາເຈົ້າ.
ຄວາມສຳຄັນຂອງການບໍ່ຂົ່ມເຫັງຄົນອື່ນກໍສະແດງໃຫ້ເຫັນຢູ່ໃນເລື່ອງລາວກ່ຽວກັບ ຍາທ່ານຮິນເລນ, ນັກປາດອາຈານຊາວຢິວທີ່ມີຊີວິດຢູ່ ໜຶ່ງສັດຕະວັດກ່ອນພຣະຄຣິດ. ນັກຮຽນຄົນໜຶ່ງຂອງທ່ານຮິນເລນໃຈຮ້າຍເພາະຄວາມສັບສົນຂອງໜັງສືໂທຣາ—ໜັງສືຫ້າເຫລັ້ມຂອງໂມເຊ ພ້ອມດ້ວຍບັນຍັດ 613 ຂໍ້ ແລະ ກ່ຽວພັນກັບການຂຽນຂອງອາຈານ. ນັກຮຽນຄົນນັ້ນໄດ້ທ້າທາຍທ່ານຮິນເລນໃຫ້ອະທິບາຍໜັງສືໂທຣາ ພຽງແຕ່ໂດຍການໃຊ້ເວລາທີ່ທ່ານຮິນເລນສາມາດຢືນໄດ້ດ້ວຍຕີນດຽວເທົ່ານັ້ນ. ທ່ານຮິນເລນອາດບໍ່ມີຄວາມສົມດູນດີປານໃດ ແຕ່ໄດ້ຮັບເອົາການທ້າທາຍນັ້ນ. ເພິ່ນໄດ້ອ້າງຖ້ອຍຄຳຈາກ ລະບຽບພວກເລວີ, ໂດຍກ່າວວ່າ, “ຢ່າແກ້ແຄ້ນ ຫລື ຜູກພະຍາບາດກັບຜູ້ໃດຜູ້ໜຶ່ງ ແຕ່ຈົ່ງຮັກເພື່ອນມະນຸດເໝືອນຮັກຕົນເອງ.”17 ແລ້ວທ່ານຮິນເລນໄດ້ສະຫລຸບວ່າ: “ສິ່ງທີ່ທ່ານລັງກຽດ, ຢ່າເຮັດໃສ່ເພື່ອນບ້ານຂອງທ່ານ. ນີ້ຄືຄຳສອນທັງໝົດຢູ່ໃນໂທຣາ; ນອກເໜືອໄປຈາກນັ້ນຄືຂໍ້ສັງເກດ. ອອກໄປ ແລະ ສຶກສາເຖີດ.”18
ການປະຕິບັດຢ່າງມີກຽດກັບຄົນອື່ນຢູ່ສະເໝີເປັນພາກສ່ວນຂອງການສະແດງຄວາມຮັກອັນໝັ້ນຄົງ. ຂໍໃຫ້ພິຈາລະນາການເວົ້າລົມກັນທີ່ຂ້າພະເຈົ້າໄດ້ຍິນເມື່ອຫລາຍສິບປີກ່ອນ ຢູ່ໃນພະແນກສຸກເສີນ ຢູ່ທີ່ໂຮງໝໍຈອນສ໌ ຮອບກິນສ໌ ໃນເມືອງບໍຕິໂມ ລັດມາຣີແລນ, ໃນສະຫະລັດອາເມຣິກາ. ນາຍແຈ໊ກສັນ, ເປັນຄົນໄຂ້, ເປັນຜູ້ຊາຍທີ່ສຸພາບ ແລະ ເບີກບານຄົນໜຶ່ງທີ່ພະນັກງານໂຮງໝໍຮູ້ຈັກດີ. ລາວໄດ້ໄປນອນໂຮງໝໍຜ່ານມາຫລາຍເທື່ອເພື່ອຮັບການປິ່ນປົວພະຍາດທີ່ກ່ຽວກັບເຫລົ້າສຸລາ. ເທື່ອນີ້, ນາຍແຈ໊ກສັນໄດ້ກັບຄືນມາໂຮງໝໍເພາະອາການທີ່ກວດພົບວ່າ ມ້າມເກີດອັກເສບເພາະການດື່ມເຫລົ້າ.
ໃກ້ທ້າຍເວນຂອງເພິ່ນ, ທ່ານໝໍໂຄເຮັນ, ທີ່ຂະຫຍັນ ແລະ ໜ້າຊົມເຊີຍ, ໄດ້ກວດນາຍແຈ໊ກສັນ ແລະ ໄດ້ບອກວ່າ ລາວຕ້ອງໄດ້ນອນໂຮງໝໍ. ທ່ານໝໍໂຄເຮັນໄດ້ມອບໝາຍໃຫ້ທ່ານໝໍໂຈນສ໌, ຜູ້ທີ່ຈະເຂົ້າເວນຕໍ່, ເອົານາຍແຈ໊ກສັນເຂົ້ານອນໂຮງໝໍ ແລະ ຕິດຕາມການປິ່ນປົວຂອງລາວ.
ທ່ານໝໍໂຈນສ໌ໄດ້ຮຽນຈົບຈາກໂຮງຮຽນການແພດທີ່ມີຊື່ສຽງ ແລະ ກຳລັງເລີ່ມຝຶກງານ. ມັນເປັນການຝຶກງານທີ່ຍາກລຳບາກທີ່ຂາດການນອນພັກຜ່ອນ, ຊຶ່ງເປັນເຫດໃຫ້ທ່ານໝໍໂຈນສ໌ອາລົມບໍ່ດີ. ໂດຍທີ່ໄດ້ຮັບເອົາຄົນໄຂ້ຄົນທີຫ້າເຂົ້ານອນໂຮງໝໍໃນຄືນນັ້ນ, ທ່ານໝໍໂຈນສ໌ໄດ້ຈົ່ມດັງໆໃຫ້ທ່ານໝໍໂຄເຮັນຟັງ. ເພິ່ນຮູ້ສຶກວ່າມັນບໍ່ຍຸດຕິທຳທີ່ເພິ່ນຕ້ອງໄດ້ໃຊ້ເວລາຫລາຍໆຊົ່ວໂມງເພື່ອດູແລນາຍແຈ໊ກສັນ, ເພາະວ່າ, ຖ້າຈະເວົ້າແລ້ວ, ບັນຫາຂອງລາວເກີດຈາກຕົວລາວເອງ.
ຄຳຕອບຮັບທີ່ເຫັນອົກເຫັນໃຈຂອງທ່ານໝໍໂຄເຮັນຖືກກ່າວອອກມາຄ່ອຍໆ. ເພິ່ນໄດ້ເວົ້າວ່າ, “ທ່ານໝໍໂຈນສ໌, ເຈົ້າໄດ້ມາເປັນໝໍເພື່ອດູແລຜູ້ຄົນ ແລະ ທຳງານເພື່ອປິ່ນປົວເຂົາເຈົ້າ. ເຈົ້າບໍ່ໄດ້ມາເປັນໝໍເພື່ອຕັດສິນເຂົາເຈົ້າ. ຖ້າຫາກເຈົ້າບໍ່ເຂົ້າໃຈຄວາມແຕກຕ່າງນັ້ນ, ເຈົ້າບໍ່ມີສິດທີ່ຈະໄດ້ຮັບການຝຶກງານຢູ່ທີ່ໂຮງໝໍແຫ່ງນີ້.” ຫລັງຈາກຄຳຕິເຕືອນນັ້ນ, ທ່ານໝໍໂຈນສ໌ກໍໄດ້ດູແລນາຍແຈ໊ກສັນຢ່າງພາກພຽນລະຫວ່າງທີ່ລາວນອນໂຮງໝໍ.
ນາຍແຈ໊ກສັນໄດ້ເສຍຊີວິດແລ້ວ. ທ່ານໝໍໂຈນສ໌ ແລະ ທ່ານໝໍໂຄເຮັນ ທັງສອງໄດ້ເປັນທ່ານໝໍທີ່ດີເດັ່ນ. ແຕ່ໃນຊ່ວງເວລາທີ່ສຳຄັນໃນການຝຶກງານຂອງເພິ່ນ, ທ່ານໝໍໂຈນສ໌ຕ້ອງການຄຳເຕືອນໃຈວ່າໃຫ້ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ, ແລະ ດູແລນາຍແຈ໊ກສັນໂດຍບໍ່ຕັດສິນ.19
ຕະຫລອດຫລາຍປີທີ່ຜ່ານມາ, ຂ້າພະເຈົ້າກໍໄດ້ຮັບຜົນປະໂຫຍດຈາມຄຳເຕືອນໃຈນັ້ນ. ຄວາມຮັກອັນໝັ້ນຄົງໝາຍຄວາມວ່າເຮົາບໍ່ພຽງແຕ່ຮັກຄວາມເມດຕາທີ່ພຣະເຈົ້າປະທານໃຫ້ເຮົາເທົ່ານັ້ນ; ແຕ່ເຮົາຊື່ນຊົມທີ່ພຣະເຈົ້າປະທານຄວາມເມດຕາອັນດຽວກັນນັ້ນໃຫ້ແກ່ຄົນອື່ນນຳອີກ. ແລະ ເຮົາເຮັດຕາມຕົວຢ່າງຂອງພຣະອົງ. “ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ,”20 ແລະ ເຮົາທຸກຄົນຕ້ອງການ ການປິ່ນປົວທາງວິນຍານເພື່ອຈະຖືກຊ່ວຍ ແລະ ຖືກປິ່ນປົວໃຫ້ຫາຍດີ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຈົ້າຈະບໍ່ຕ້ອງນັບຖືເນື້ອໜັງອັນໃດທີ່ສູງກວ່າເນື້ອໜັງອີກອັນໜຶ່ງ, ຫລື ວ່າຄົນຜູ້ໜຶ່ງຈະບໍ່ຄິດວ່າຕົນເອງສູງກວ່າອີກຜູ້ໜຶ່ງ.”21
ພຣະເຢຊູຄຣິດໄດ້ເປັນຕົວຢ່າງເຖິງການເຮັດສິ່ງທີ່ຖືກຕ້ອງ ແລະ ສະແດງຄວາມຮັກອັນໝັ້ນຄົງ. ພຣະອົງໄດ້ຄົບຫາກັບຄົນບາບຢ່າງເຕັມພຣະໄທ, ປະຕິບັດຕໍ່ເຂົາເຈົ້າຢ່າງມີກຽດ ແລະ ດ້ວຍຄວາມເຄົາລົບ. ພຣະອົງໄດ້ສິດສອນເຖິງຄວາມສຸກຂອງການຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ສະແຫວງຫາເພື່ອຈະຍົກຜູ້ຄົນຂຶ້ນແທນທີ່ຈະກ່າວໂທດຜູ້ຄົນທີ່ດີ້ນລົນ. ພຣະອົງໄດ້ກ່າວປະນາມຜູ້ຄົນທີ່ໄດ້ກ່າວໂທດພຣະອົງສຳລັບການປະຕິບັດສາດສະໜາກິດ ຕໍ່ຜູ້ຄົນທີ່ເຂົາເຈົ້າຕັດສິນວ່າບໍ່ມີຄ່າຄວນດີພໍ.22 ຄວາມຄິດວ່າຕົວເອງຊອບທຳແບບນີ້ເຮັດໃຫ້ພຣະອົງຂຸ່ນເຄືອງ.23
ການທີ່ຈະເປັນເໝືອນດັ່ງພຣະຄຣິດ, ຄົນຄົນນັ້ນຕ້ອງເຮັດສິ່ງທີ່ຖືກຕ້ອງ, ປະພຶດຕົນຢ່າງມີກຽດກັບພຣະເຈົ້າ ແລະ ກັບຄົນອື່ນ. ຄົນທີ່ທ່ຽງທຳແມ່ນສຸພາບໃນຄຳວາຈາ ແລະ ການກະທຳ ແລະ ຮັບຮູ້ວ່າຄວາມແຕກຕ່າງໃນມຸມມອງ ຫລື ຄວາມເຊື່ອຖືບໍ່ໄດ້ກີດກັນຄວາມເມດຕາ ແລະ ມິດຕະພາບທີ່ແທ້ຈິງ. ບຸກຄົນທີ່ເຮັດສິ່ງທີ່ຖືກຕ້ອງ “ຈະບໍ່ມີຈິດໃຈທີ່ຈະເຮັດສິ່ງອັນຕະລາຍໃຫ້ຊຶ່ງກັນແລະກັນ, ແຕ່ຢູ່ນຳກັນຢ່າງສັນຕິ.”24
ການທີ່ຈະເປັນເໝືອນດັ່ງພຣະຄຣິດ, ຄົນຄົນນັ້ນຈະສະແດງຄວາມຮັກອັນໝັ້ນຄົງ. ຄົນທີ່ສະແດງຄວາມຮັກອັນໝັ້ນຄົງບໍ່ເປັນຄົນມັກຕັດສິນ; ເຂົາເຈົ້າຈະສະແດງຄວາມເຫັນອົກເຫັນໃຈຕໍ່ຄົນອື່ນ, ໂດຍສະເພາະຕໍ່ຜູ້ຄົນທີ່ດ້ອຍໂອກາດ; ເຂົາເຈົ້າເປັນຄົນສຸພາບ, ມີເມດຕາ, ແລະ ໃຫ້ກຽດ. ບຸກຄົນເຫລົ່ານີ້ຈະປະຕິບັດຕໍ່ທຸກຄົນດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ, ບໍ່ວ່າຈະມີບຸກຄະລິກລັກສະນະດັ່ງ ເຊື້ອຊາດ, ເພດ, ສາດສະໜາ, ລົດຊະນິຍົມທາງເພດ, ສະຖານະ, ແລະ ຊົນເຜົ່າ, ຕະກຸນ, ຫລື ຄວາມແຕກຕ່າງທາງດ້ານສັນຊາດກໍຕາມ. ຄວາມຮັກເໝືອນດັ່ງພຣະຄຣິດເຂົ້າແທນທີ່ສິ່ງເຫລົ່ານີ້.
ການທີ່ຈະເປັນເໝືອນດັ່ງພຣະຄຣິດ, ຄົນຄົນນັ້ນເລືອກພຣະເຈົ້າ,25 ໃຊ້ຊີວິດກັບພຣະອົງດ້ວຍຄວາມຖ່ອມໃຈ, ສະແຫວງຫາທີ່ຈະເຮັດໃຫ້ພຣະອົງພໍພຣະໄທ, ແລະ ຮັກສາພັນທະສັນຍາກັບພຣະອົງ. ບຸກຄົນທີ່ໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈ ຈື່ຈຳສິ່ງທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດໄດ້ກະທຳເພື່ອເຂົາເຈົ້າ.
ເຮົາເຮັດໄດ້ຢ່າງພຽງພໍແລ້ວບໍ? ມີຫຍັງອີກບໍ່ທີ່ເຮົາຄວນເຮັດ? ການກະທຳທີ່ເຮົາເຮັດລົງໄປໃນການຕອບຮັບຕໍ່ຄຳຖາມເຫລົ່ານີ້ແມ່ນສຳຄັນຕໍ່ຄວາມສຸກຂອງເຮົາໃນຊີວິດນີ້ ແລະ ໃນຊີວິດນິລັນດອນ. ພຣະຜູ້ຊ່ວຍໃຫ້ລອດບໍ່ປະສົງໃຫ້ເຮົາມອງຂ້າມຄຸນຄ່າຂອງຄວາມລອດ. ແມ່ນແຕ່ຫລັງຈາກເຮົາໄດ້ເຮັດພັນທະສັນຍາສັກສິດແລ້ວ, ກໍຍັງເປັນໄປໄດ້ທີ່ເຮົາຈະ “ຕົກໄປຈາກພຣະຄຸນ ແລະ ໜີໄປຈາກພຣະເຈົ້າທີ່ຊົງພຣະຊົນຢູ່.” ສະນັ້ນ, ເຮົາຄວນ “ລະວັງ ແລະ ອະທິຖານສະເໝີ” ເພື່ອຈະຫລີກເວັ້ນຈາກການ “ຕົກໄປສູ່ການລໍ້ລວງ.”26
ໃນເວລາດຽວກັນ, ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະເຢຊູຄຣິດບໍ່ປະສົງໃຫ້ເຮົາຢຸດກ້າວໜ້າ ໂດຍຄວາມບໍ່ແນ່ນອນອັນຕໍ່ເນື່ອງ ລະຫວ່າງການເດີນທາງຂອງເຮົາໃນຊ່ວງມະຕະ, ສົງໄສຖ້າຫາກວ່າເຮົາໄດ້ເຮັດພຽງພໍແລ້ວບໍ ເພື່ອຈະລອດ ແລະ ໄດ້ຮັບຄວາມສູງສົ່ງ. ແນ່ນອນວ່າພວກພຣະອົງບໍ່ປະສົງໃຫ້ຄວາມຜິດພາດທີ່ເຮົາໄດ້ກັບໃຈແລ້ວທໍລະມານເຮົາ, ຄິດເຖິງມັນຄືກັບວ່າເປັນບາດແຜທີ່ບໍ່ເຄີຍຫາຍດີ,27 ຫລື ກັງວົນເກີນໄປວ່າເຮົາອາດຈະເຮັດຜິດພາດອີກ.
ເຮົາສາມາດປະເມີນຄວາມກ້າວໜ້າຂອງເຮົາເອງໄດ້. ເຮົາສາມາດຮູ້ໄດ້ວ່າ “ເສັ້ນທາງຂອງຊີວິດ [ທີ່ເຮົາ] ໄຕ່ຕາມຢູ່, ແມ່ນສອດຄ່ອງກັບພຣະປະສົງຂອງພຣະເຈົ້າ”28 ເມື່ອເຮົາເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ, ແລະ ໃຊ້ຊີວິດກັບພຣະເຈົ້າດ້ວຍຄວາມຖ່ອມໃຈ. ເຮົາສະສົມເອົາຄຸນລັກສະນະຂອງພຣະບິດາເທິງສະຫວັນ ແລະ ຂອງພຣະເຢຊູຄຣິດ ເຂົ້າມາຮ່ວມຢູ່ໃນລັກສະນະຂອງເຮົາ ແລະ ເຮົາຮັກຊຶ່ງກັນແລະກັນ.
ເມື່ອທ່ານເຮັດສິ່ງເຫລົ່ານີ້, ທ່ານຈະຕິດຕາມເສັ້ນທາງແຫ່ງພັນທະສັນຍາ ແລະ ເໝາະສົມທີ່ຈະ “ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ.”29 ຈິດວິນຍານຂອງທ່ານຈະເຕັມໄປດ້ວຍລັດສະໝີພາບຂອງພຣະເຈົ້າ ແລະ ດ້ວຍຄວາມສະຫວ່າງຂອງຊີວິດອັນເປັນນິດ.30 ທ່ານຈະເຕັມໄປດ້ວຍຄວາມຊື່ນຊົມທີ່ເກີນກວ່າຈະເຂົ້າໃຈໄດ້.31 ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່ ແລະ ວ່າພຣະເຢຊູຄືພຣະຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ແລະ ພຣະອົງສະເໜີມອບຄວາມເມດຕາຂອງພຣະອົງໃຫ້ທຸກຄົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊື່ນຊົມ. ທ່ານມັກຢູ່ບໍ? ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.