ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເປັນ​ທີ່ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


14:7

ເປັນ​ທີ່ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ເວ​ລາ​ຂອງ​ຄວາມ​ຍາກ​ລຳ​ບາກ ແລະ ຄວາມ​ຜິດ​ຫວັງ​ຈະ​ບໍ່​ປ່ຽນ​ແປງ​ພຣະ​ເນດ​ທີ່​ຄອຍ​ເຝົ້າ​ດູ​ແລ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ພຣະ​ອົງທອດ​ພຣະ​ເນດ​ເບິ່ງ​ເຮົາ​ຢ່າງ​ໂປດ​ປານ, ທັງ​ອວຍ​ພອນ​ເຮົາ.

ມີມື້ໜຶ່ງ ຫລາຍ​ປີ​ມາ​ແລ້ວ, ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ ຮັບ​ໃຊ້​ຢູ່​ສາ​ຂາ​ນ້ອຍ ໃນ​ເກາະ​ອາ​ມາມິ ໂອ​ຊິ​ມະ, ປະ​ເທດ​ຍີ່​ປຸ່ນ, ຄູ່​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າຕື່ນ​ເຕັ້ນ​ຫລາຍ ເມື່ອ​ໄດ້​ຍິນ​ວ່າ ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ຈະ​ມາ​ຢ້ຽມ​ຢາມ​ອາ​ຊີ ແລະ ວ່າ​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ເມືອງ​ໂຕ​ກຽວ ເພື່ອ​ຟັງ​ສາດ​ສະ​ດາ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ເຂດ. ພ້ອມ​ດ້ວຍສະ​ມາ​ຊິກ​ຂອງ​ສາ​ຂາ, ຄູ່​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ວາງ​ແຜນ​ສຳ​ລັບ​ກອງ​ປະ​ຊຸມ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ, ຊຶ່ງ​ຕ້ອງ​ໄດ້​ນັ່ງເຮືອ 12 ຊົ່ວ​ໂມງ ຂ້າມ​ທະ​ເລຈີນ​ຕາ​ເວັນ​ອອກ​ໄປ​ຫາ​ແຜ່ນ​ດິນ​ໃຫຍ່​ຂອງ​ປະ​ເທດຍີ່​ປຸ່ນ, ຕິດ​ຕາມ​ດ້ວຍ​ການ​ຂີ່​ລົດ​ໄຟ 15 ຊົ່ວ​ໂມງ​ໄປ​ຫາ​ເມືອງ​ໂຕ​ກຽວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ້າ​ໂສກ​ເສົ້າ, ເພາະ​ມັນ​ບໍ່​ໄດ້​ເປັນ​ແນວນັ້ນ. ພວກ​ເຮົາ​ໄດ້​ຂ່າວ​ຈາກ​ປະ​ທານ​ເຜີຍ​ແຜ່​ວ່າ ຄູ່​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າກັບ​ຂ້າ​ພະ​ເຈົ້າ ຈະ​ບໍ່​ສາ​ມາດ​ໄປ​ຮ່ວມກອງ​ປະ​ຊຸມ​ຢູ່​ເມືອງໂຕ​ກຽວ ເພາະ​ໄລ​ຍະທາງ​ໄກ.

ແອວ​ເດີ ສະ​ຕີບ​ເວັນ​ສັນ ແລະ ຄູ່​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ

ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ສາ​ຂາ​ນ້ອຍ​ຂອງ​ພວກ​ເຮົາຂຶ້ນ​ເຮືອ​ໄປ​ເມືອງ​ໂຕ​ກຽວ, ພວກ​ເຮົາ​ໄດ້​ຖືກ​ປະ​ໄວ້​ຢູ່​ເກາະ. ມື້​ຕໍ່​ມາ​ເບິ່ງ​ຄື​ວ່າມິດ​ງຽບ ແລະ ວ່າງ​ເປົ່າ. ພວກ​ເຮົາ​ຈັດກອງ​ປະ​ຊຸມ​ສິນ​ລະ​ລຶກ​ເອງ​ຢູ່​ໃນ​ຕຶກ​ໂບດ​ຫລັງ​ນ້ອຍ, ຂະ​ນະ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ຜູ້​ສອນ​ສາດ​ສະ​ໜາ​ຢູ່​​ປະ​ເທດຍີ່​ປຸ່ນ​ໄປ​ຮ່ວມກອງ​ປະ​ຊຸມ.

ກອງ​ປະ​ຊຸມ​ເຂດ​ອາ​ຊີ

ຂ້າ​ພະ​ເຈົ້າ​ຜິດ​ຫວັງ​ໜັກ​ກວ່າ​ເກົ່າ ເມື່ອ​ໄດ້​ຟັງ​ສະ​ມາ​ຊິກ​ຂອງ​ສາ​ຂາ​ກັບ​ມາ​ຈາກກອງ​ປະ​ຊຸມ ໃນ​ຫລາຍມື້​ຕໍ່​ມາ ແລ້ວລາຍ​ງານ​ວ່າ ປະ​ທານ​ຄິມ​ໂບ ໄດ້​ປະ​ກາດ​ເຖິງ​ການ​ສ້າງ​ພຣະ​ວິ​ຫານ​ຢູ່​ເມືອງໂຕ​ກຽວ. ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ຂະ​ນະ​ທີ່​ເຂົາ​ເຈົ້າ​ບອກ​ກ່າວ​ກ່ຽວ​ກັບຄວາມ​ຝັນ​ທີ່​ເກີດ​ເປັນ​ຈິງ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເວົ້າ​ວ່າ, ຕອນ​ໄດ້​ຍິນ​ການ​ປະ​ກາດ​ເລື່ອງ​ພຣະ​ວິ​ຫານ, ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາບໍ່​ສາ​ມາດ​ລະງັບ​ຄວາມຮູ້​ສຶກ​ໄວ້​ໄດ້ ແລະ ພາ​ກັນຕົບ​ມື​ແບບບໍ່​ຮູ້​ສຶກ​ຕົວ.

ປະ​ທານ​ຄິມ​ໂບປະ​ກາດ​ເລື່ອງ​ພຣະ​ວິ​ຫານ​ຢູ່​ເມືອງ​ໂຕ​ກຽວ

ຫລາຍ​ປີ​ໄດ້​ຜ່ານ​ໄປ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ຄວາມ​ຜິດ​ຫວັງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ ຈາກ​ການບໍ່​ໄດ້​ໄປ​ຮ່ວມກອງ​ປະ​ຊຸມ​ແຫ່ງ​ປະ​ຫວັດ​ສາດນັ້ນ.

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ສະ​ທ້ອນ​ຄິດ​ເຖິງ​ປະ​ສົບ​ການນີ້, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຄົນ​ອື່ນ​ປະ​ເຊີນ​ກັບ​ຄວາມ​ຜິດ​ຫວັງ ແລະ ຄວາມ​ໂສກ​ເສົ້າ—ຢ່າງ​ໜັກໜ່ວງ ແລະ ເຈັບ​ປວດ ຫລາຍກວ່າຂ້າ​ພະ​ເຈົ້າ​ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ—ຍ້ອນການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ໃນ​ຕົ້ນ​ປີນີ້, ຂະ​ນະ​ທີ່​ການ​ແຜ່​ລະ​ບາດ​ກຳ​ລັງ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ, ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ຂໍ​ໃຫ້ “ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ພວກ​ເຮົາ​ສະ​ແດງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ພວກ​ເຮົາດ້ວຍ​ຄວາມ​ຊື່​ສັດ ທີ່​ຈະ​ເປັນ​ພົນ​ລະ​ເມືອງ​ດີ ແລະ ເປັນ​ເພື່ອນ​ບ້ານ​ທີ່​ດີ”1 ແລະ ຈະ “ໃຊ້​ຄວາມ​ລະມັດ​ລະວັງ​ຢ່າງຫລວງ​ຫລາຍ.”2 ດັ່ງ​ນັ້ນ, ພວກ​ເຮົາ​ຈຶ່ງ​ໄດ້ໂຈະ​ການ​ຊຸມ​ນຸມ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ, ຜູ້​ສອນ​ສາດ​ສະ​ໜາ​ເກືອບ​ເຄິ່ງ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ສົ່ງ​ກັບ​ບ້ານ, ແລະ ພຣະ​ວິ​ຫານ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ​ກໍ​ຖືກ​ສັ່ງ​ໃຫ້​ປິດ. ພວກ​ທ່ານຫລາຍ​ພັນ​ຄົນ​ໄດ້​ຕຽມ​ໄປ​ພຣະ​ວິ​ຫານ ເພື່ອ​​ຮັບ​ເອົາພິ​ທີ​ການ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່—ລວມ​ທັງ​ການຜະ​ນຶກ​ໃນ​ພຣະ​ວິ​ຫານ. ພວກ​ທ່ານ​ບາງ​ຄົນ​ກໍ​ໄດ້​ສຳ​ເລັດ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ທ່ານ​ກ່ອນ​ເວ​ລາ ຫລື ຖືກ​ປົດ​ຊົ່ວ​ຄາວ ແລະ ຮັບ​ການມອບ​ໝາຍ​ໃໝ່.

ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ເດີນ​ທາງ​ກັບ​ບ້ານ​ທ່າມ​ກາງ​ພະ​ຍາດ​ໂຄວິດ

ໃນ​ຊ່ວງ​ເວ​ລາດັ່ງ​ກ່າວ, ຝ່າຍຜູ້​ນຳ​ລັດ​ຖະ​ບານ ແລະ ​ຝ່າຍການ​ສຶກ​ສາ​ໄດ້​ປິດ​ໂຮງ​ຮຽນ—​ຊຶ່ງ​ນຳ​ຜົນ​ສະ​ທ້ອນ​ທີ່​ຕ້ອງ​ປັບ​ປ່ຽນ​ການ​ຮັບ​ປະ​ລິນ​ຍາ ແລະ ບັງ​ຄັບ​ໃຫ້ຍົກ​ເລີກ​ການຫລິ້ນ​ກິ​ລາ, ການ​ເຂົ້າ​ສັງ​ຄົມ, ງານ​ວັດ​ທະ​ນະ​ທຳ, ແລະ ການ​ສຶກ​ສາ ແລະ ກິດ​ຈະ​ກຳ​ຕ່າງໆ. ພວກ​ທ່ານ​ຫລາຍ​ຄົນ​ໄດ້​ກະ​ກຽມ​ສຳ​ລັບ​ລາຍ​ການ ແຕ່​ໃນ​ທີ່​ສຸດ​ກໍບໍ່​ໄດ້​ໄປ​ຮ່ວມ, ການສະ​ແດງທີ່ບໍ່​ໄດ້​ໄປຊົມ, ແລະ ການ​ແຂ່ງ​ຂັນ​ກິ​ລາ​ທີ່ບໍ່​ໄດ້ຫລິ້ນ.

ສິ່ງ​ທີ່​ໜ້າ​ໂສກ​ເສົ້າ​ຫລາຍກວ່ານັ້ນ​ແມ່ນ​ຄອບ​ຄົວ​ທີ່​ໄດ້​ສູນ​ເສຍ​ຄົນ​ຮັກ​ໄປ​ໃນ​ຊ່ວງ​ເວ​ລານີ້, ຊຶ່ງ​ຫລາຍ​ຄົນ​ບໍ່​ສາ​ມາດ​ຈັດ​ພິ​ທີ​ສົ່ງ​ສະ​ການ ຫລື ໄປ​ຮ່ວມ​ການ​ເຕົ້າ​ໂຮມ​ອື່ນໆເພື່ອ​ໃຫ້​ກຳ​ລັງ​ໃຈ​ດັ່ງ​ທີ່​ເຂົາ​ເຈົ້າໄດ້​ຄາດ​ຫວັງ.

ສະ​ຫລຸບ​ແລ້ວ, ພວກ​ທ່ານ​ຫລາຍໆ​ຄົນ​ໄດ້​ປະ​ເຊີນ​ກັບ​ຄວາມ​ຜິດ​ຫວັງ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ທໍ້​ຖອຍ ທີ່​ເຈັບ​ປວດ​ໃຈ. ສະ​ນັ້ນ ເຮົາ​ຈະ​ປິ່ນ​ປົວ, ອົດ​ທົນ, ແລະ ດຳ​ເນີນ​ໄປ​ໜ້າ ເມື່ອ​ຫລາຍ​ສິ່ງ​ພັງ​ທະ​ລາຍໄດ້​ແນວ​ໃດ?

ສາດ​ສະ​ດາ​ນີ​ໄຟ​ໄດ້​ເລີ່ມ​ຕົ້ນ​ແກະ​ສະຫລັກ​ອັກ​ຂະ​ລະ​ໃສ່​ໃນ​ແຜ່ນ​ຈາ​ລຶກ​ນ້ອຍ ຕອນ​ເພິ່ນບັນ​ລຸ​ວຸດ​ທິ​ພາ​ວະ​ແລ້ວ. ເມື່ອ​ເພິ່ນ​ຫວນ​ຄິດ​ຄືນ​ຫລັງ​ເຖິງ​ຊີ​ວິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ, ເພິ່ນ​ໄດ້​ບັນ​ທຶກ​ການ​ສະ​ທ້ອນ​ຄິດ​ທີ່​ສຳ​ຄັນ ໄວ້​ຢູ່​ໃນ​ຂໍ້​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ຄຳ​ນີ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຫລັກ​ທຳ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ເຮົາ​ພິ​ຈາ​ລະ​ນາ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​​ຂອງ​ເພິ່ນ ທີ່​ຮູ້​ຈັກ​ກັນ​ດີ, “ຂ້າ​ພະ​ເຈົ້າ, ນີ​ໄຟ, ທີ່​ໄດ້​ເກີດ​ຈາກ​ບິດາ​ມານ​ດາ​ຜູ້​ປະ​ເສີດ … ,” ເພິ່ນ​ຂຽນ, “ແລະ ໂດຍ​ທີ່​ເຫັນ​ຄວາມ​ທຸກ​ຫລາຍ​ຢ່າງ​ໃນ​ວັນ​ເວ​ລາ​ຂອງຂ້າ​ພະ​ເຈົ້າ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂດຍ​ເປັນ​ທີ່ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ”3

ໃນ​ຖາ​ນະ​ນັກ​ຮຽນ​ຂອງພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ຄຸ້ນ​ເຄີຍ​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ​ຫລາຍ​ຢ່າງ​ທີ່​ນີ​ໄຟ​ກ່າວ​ເຖິງ. ແຕ່​ການ​ຮັບ​ຮູ້​ດັ່ງ​ຕໍ່​ໄປ​ນີ້​ເຖິງ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ເພິ່ນ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ, ນີ​ໄຟ​ໄດ້​ບອກ​ເຖິງ​ທັດ​ສະ​ນະ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເພິ່ນ ທີ່​ໄດ້ຮັບ​ການ​ໂປດ​ປານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ເພິ່ນ. ເວ​ລາ​ຂອງ​ຄວາມ​ຍາກ​ລຳ​ບາກ ແລະ ຄວາມ​ຜິດ​ຫວັງ​ຈະ​ບໍ່​ປ່ຽນ​ແປງ​ພຣະ​ເນດ​ທີ່​ຄອຍ​ເຝົ້າ​ດູ​ແລ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ພຣະ​ອົງທອດ​ພຣະ​ເນດ​ເບິ່ງ​ເຮົາ​ຢ່າງ​ໂປດ​ປານ, ທັງ​ອວຍ​ພອນ​ເຮົາ.

ການ​ປະ​ຊຸມ​ເຜີຍ​ແຜ່​ທາງ​ອອນ​ລາຍ
ການ​ປະ​ຊຸມ​ເຜີຍ​ແຜ່​ທາງ​ອອນ​ລາຍ​ນຳ​ແອວ​ເດີ ແລະ ຊິດ​ສະ​ເຕີ ສະ​ຕີບ​ເວັນ​ສັນ
ການ​ປະ​ຊຸມ​ເຜີຍ​ແຜ່​ທາງ​ອອນ​ລາຍ​ນຳ​ແອວ​ເດີ ແລະ ຊິດ​ສະ​ເຕີ ສະ​ຕີບ​ເວັນ​ສັນ

ເມື່ອບໍ່​ດົນ​ມານີ້ ລີ​ຊາ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ປະ​ມານ 600 ຄົນ​ທາງ​ອອນ​ລາຍ ຢູ່​ປະ​ເທດ​ອົດ​ສະ​ຕຣາ​ລີ, ຊຶ່ງ​ເກືອບ​ທຸກ​ຄົນ​ຕ້ອງ​ໄດ້​ກັກ​ຕົວ ຫລື ຈຳ​ກັດ​ຂອບ​ເຂດ​ກ່ຽວ​ເນື່ອງ​ກັບ​ພະ​ຍາດ​ໂຄວິດ-19, ຫລາຍ​ຄົນ​ໄດ້​ທຳ​ງານ​ຈາກ​ທີ່​ພັກ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ໄດ້​ພິ​ຈາ​ລະ​ນານຳ​ກັນ​ກ່ຽວ​ກັບ​ບຸກ​ຄົນ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່, ພຣະ​ຄຳ​ພີ​ມໍ​ມອນ, ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ພວກ​ເພິ່ນ. ທຸກ​ຄົນ​ຖືກ​ນິ​ຍາມ​ໂດຍ​ສິ່ງ​ທີ່​ພວກ​ເພິ່ນ​ສາ​ມາດ​ເຮັດ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຫລາຍກວ່າ​ສິ່ງ​ທີ່​ພວກ​ເພິ່ນ​ບໍ່​ສາ​ມາດ​ເຮັດ ໃນ​ຊ່ວງ​ເວ​ລາ​ທີ່​ຖືກ​ກັກ​ຕົວ ແລະ ຈຳ​ກັດ​ນັ້ນ.

ພວກ​ເຮົາ​ໄດ້​ອ່ານ​ກ່ຽວ​ກັບ​ໂປ​ໂລ ແລະ ຊີ​ລາ, ຜູ້​ຊຶ່ງ, ຂະ​ນະ​ທີ່​ຖືກ​ກັກ​ຂັງ ແລະ ຕີນ​ຖືກ​ລ່າມ​ໄວ້, ໄດ້​ອະ​ທິ​ຖານ, ຮ້ອງ​ເພງ, ສິດ​ສອນ, ເປັນ​ພະ​ຍານ—ແມ່ນ​ແຕ່​ໃຫ້​ບັບ​ຕິ​ສະ​ມາ​ແກ່​ນັກ​ໂທດ.4

ແລະ ອີກ​ເທື່ອ​ໜຶ່ງ, ຢູ່​ໃນ​ກຸງ​ໂຣມ, ໂປ​ໂລ​ຖືກ​ກັກ​ຕົວບໍ່​ໃຫ້​ອອກ​ເຮືອນ​ເປັນ​ເວ​ລາ​ສອງ​ປີ ຊຶ່ງ​ໃນຊ່ວງ​ໄລ​ຍະນັ້ນ ເພິ່ນ​ໄດ້​ສືບ​ຕໍ່ “ອະ​ທິ​ບາຍ ແລະ ເປັນ​ພະ​ຍານ​ເຖິງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ,”5 “ສິດ​ສອນ​ເລື່ອງ​ກ່ຽວ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”6

ນີ​ໄຟ ແລະ ລີ​ໄຮ, ພວກ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ, ຜູ້​ຊຶ່ງ​ຫລັງ​ຈາກ​ໄດ້​ຖືກ​ຂົ່ມ​ເຫັງ ແລະ ຖືກ​ຈັບ​ເຂົ້າ​ຄຸກ ໄດ້​ຖືກ​ຫຸ້ມ​ລ້ອມ​ດ້ວຍ​ໄຟ​ປົກ​ປ້ອງ ຂະ​ນະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ “ເປັນ​ສຽງ​ອ່ອນ​ຫວານ … ໄດ້​ສຽບ​ແທງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ທຸກດວງ [ຂອງ​ຜູ້​ກັກ​ຂັງ​ພວກ​ເພິ່ນ].”7

ແອວ​ມາ ແລະ ແອມ​ມິວ​ເລັກ ໃນ​ເມືອງ​ອຳ​ໂມນ​ໄນ​ຮາ, ຜູ້​ໄດ້​ພົບ​ເຫັນ​ວ່າ ຫລາຍ​ຄົນ “ໄດ້​ເຊື່ອ … ແລະ ຄົ້ນ​ຄວ້າ​ພຣະ​ຄຳ​ພີ,”8 ເຖິງ​ແມ່ນ​ວ່າ​ພວກ​ເພິ່ນ​ຖືກເຍາະ​ເຍີ້ຍ ແລະ ອົດ​ຫິວ, ເປືອຍ​ເປົ່າ, ຖືກ​ມັດ​ໄວ້​ຢູ່​ໃນ​ຄຸກກໍ​ຕາມ.9

ໂຈເຊັບ ສະມິດ ຢູ່​ໃນ​ຄຸກ​ລີເບີຕີ

ແລະ ໃນ​ທີ່​ສຸດ ສ່ວນ​ໂຈ​ເຊັບ ສະ​ມິດ, ຜູ້​ຊຶ່ງ, ຂະ​ນະ​ທີ່ອ່ອນ​ເພຍ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ, ຮູ້​ສຶກ​ຖືກ​ປະ​ຖິ້ມ ແລະ ລືມ​ໄລ, ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າວ່າ, “ສິ່ງ​ເຫລົ່າ​ນີ້ … ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ”10 ແລະ “ພຣະ​ເຈົ້າ​ຈະ​ຢູ່​ກັບ​ເຈົ້າ​ຕະ​ຫລອດ​ການ.”11

ທຸກ​ຄົນ​ຮູ້​ເຖິງ​ສິ່ງ​ທີ່​ນີ​ໄຟ​ຮູ້ ທີ່​ວ່າ: ໂດຍ​ທີ່​ເຫັນ​ຄວາມ​ທຸກ​ຫລາຍ​ຢ່າງ​ໃນ​ວັນ​ເວ​ລາ​ຂອງ​ພວກ​ເພິ່ນ, ພວກ​ເພິ່ນ​ກໍ​ຍັງເປັນ​ທີ່ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຢູ່.

ເຮົາ​ກໍ​ສາ​ມາດ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ທັງ​ສາດ​ສະ​ໜາ​ຈັກ ວ່າ​ເຮົາ ເປັນ​ທີ່ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ ໃນ​ຊ່ວງ​ໄລ​ຍະ​ທີ່​ທ້າ​ທາຍ ຊຶ່ງເຮົາ​ປະ​ເຊີນ​ຫລາຍ​ເດືອນ​ຜ່ານ​ມານີ້. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າກ່າວ​ເຖິງ​ຕົວ​ຢ່າງ​ເຫລົ່າ​ນີ້, ຂໍ​ໃຫ້ມັນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ແກ່ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ການ​ນຳ​ພາ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ, ຜູ້​ໄດ້​ກະ​ກຽມ​ເຮົາ​ດ້ວຍ​ການ​ປ່ຽນ​ແປງ​ບາງ​ຢ່າງ ກ່ອນ​ມີການ​ແຜ່​ລະ​ບາດ​ເກີດ​ຂຶ້ນ, ຊຶ່ງຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ການ​ທ້າ​ທາຍ​ທີ່​ມາ​ເຖິງ.

ໜຶ່ງ, ​ເຮັດ​ໃຫ້​ບ້ານ​ກາຍ​ເປັນ​ສູນ​ກາງ​ຫລາຍ​ຂຶ້ນ ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ.

ເມື່ອ​ສອງ​ປີ​ກ່ອນ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ເຮົາມັກ​ຄິດກ່ຽວ​ກັບ​ສາດ​ສະ​ໜາ​ຈັກວ່າ​ເປັນ ບາງ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໂບດ, ທີ່​ສະ​ໜັບ​ສະ​ໜູນ​ໂດຍ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ທີ່​ບ້ານ. ເຮົາ​ຕ້ອງ​ໄດ້​ປັບ​ຕົວ​ເຂົ້າ​ກັບ​ແບບ​ແຜນນີ້. … ສາດ​ສະ​ໜາ​ຈັກ​ທີ່ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຕຶກ​ໂບດ … ຂອງ​ເຮົາ.”12 ມັນ​ເປັນ​ການ​ປ່ຽນ​ແປງ​ຂອງ​ສາດ​ສະ​ດາ​ແທ້ໆ! ການ​ເຮັດ​ໃຫ້ບ້ານ​ເຮືອນ​ເປັນ​ສູນ​ກາງ​ການ​ຮຽນ​ຮູ້ ໄດ້​ຖືກ​ປະ​ຕິ​ບັດ​ຂະ​ນະ​ທີ່​ຕຶກ​ໂບດ​ປິດ​ຢູ່. ແມ່ນ​ແຕ່​ເມື່ອ​ໂລກ​ເລີ່ມ​ກັບ​ຄືນ​ສູ່​ສະ​ພາບ​ເດີມ ແລະ ເຮົາ​ກໍ​ເລີ່ມ​ກັບ​ໄປ​ໂບດ, ແຕ່​ເຮົາ​ຄວນ​ຮັກ​ສາ​ແບບ​ແຜນ​ທີ່​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ​ການ​ສຶກ​ສາ ແລະ ການ​ຮຽນ​ຮູ້ພຣະ​ກິດ​ຕິ​ຄຸນ​ ຊຶ່ງພັດທະ​ນາ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດນີ້.

ຕົວ​ຢ່າງ​ທີ​ສອງ​ກ່ຽວ​ກັບການ​ເປັນ​ທີ່​ໂປດ​ປາດ​ຂອງພຣະ​ຜູ້​ເປັນ​ເຈົ້າ​ແມ່ນ ການປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ວິ​ທີ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ.

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ໃນ​ປີ 2018, ປະ​ທານ​ແນວ​ສັນ​ໄດ້​ນຳ​ສະ​ເໜີ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເພື່ອ​ປ່ຽນ “ວິ​ທີ​ທີ່​ເຮົາ​ຈະ​ໄດ້​ດູ​ແລ​ກັນ​ແລະ​ກັນ.”13 ການ​ແຜ່​ລະ​ບາດ​ໄດ້ໃຫ້​ໂອ​ກາດ​ຢ່າງ​ຫລວງ​ຫລາຍ ເພື່ອປັບ​ປຸງ​ຄວາມ​ຊຳ​ນານ​ດ້ານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ. ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ກຸ່ມ​ຍິງ​ໜຸ່ມ ແລະ ກຸ່ມ​ຊາຍ​ໜຸ່ມ, ແລະ ຄົນ​ອື່ນໆ​ໄດ້​ເອື້ອມອອກ​ໄປ ເພື່ອຕິດ​ຕໍ່​ຫາ, ເວົ້າ​ລົມ​ນຳ, ຊ່ວຍ​ທຳ​ຄວາມ​ສະ​ອາດ​ເດີ່ນ​ບ້ານ, ເຮັດ​ອາ​ຫານ, ສົ່ງ​ຂ່າວ​ສານ​ທາງ​ເທັກ​ໂນໂລ​ຈີ, ແລະ ຈັດ​ຫາ​ສິນ​ລະ​ລຶກ​ໃຫ້​ແກ່​ຜູ້​ທີ່​ຕ້ອງ​ການ. ສາດ​ສະ​ໜາ​ຈັກເອງ​ກໍ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຕໍ່​ຄົນ​ອື່ນ ໃນ​ຊ່ວງ​ໄລ​ຍະ​ການ​ແຜ່​ລະ​ບາດນີ້ ດ້ວຍ​ການ​ບໍ​ລິ​ຈາກ​ສິນ​ຄ້າ​ຢ່າງ​ຫລວງ​ຫລາຍ​ດັ່ງ​ທີ່ບໍ່​ເຄີຍ​ເຮັດ​ມາ​ກ່ອນ ໃຫ້​ແກ່​ທະ​ນາ​ຄານ​ອາ​ຫານ, ບ້ານ​ພັກຄົນ​ອະ​ນາ​ຖາ, ແລະ ຫ້ອງ​ການ​ຊ່ວຍ​ເຫລືອ​ຊາວ​ອົບ​ພະ​ຍົບ ແລະ ໂຄງ​ການ​ຕ່າງໆທົ່ວ​ໂລກ ທີ່​ຊ່ວຍ​ເຫລືອ​ຜູ້​ຄົນໃນ​ເຂດ​ທີ່​ມີ​ຄວາມ​ອຶດ​ຢາກ​ຫລາຍ​ທີ່​ສຸດ. ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ກໍ​ໄດ້​ຕອບ​ຮັບ​ການ​ທ້າ​ທາຍ ໂດຍ​ການ​ເຮັດໜ້າ​ກາກ​ປິດ​ປາກໃຫ້​ພະ​ນັກ​ງານ​ແພດ​ໝໍ.

ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ
ການ​ເຮັດ​ໜ້າ​ກາກ​ປິດ​ປາກ

ຕົວ​ຢ່າງ​ສຸດ​ທ້າຍ​ຂອງ​ການ​ໄດ້​ຮັບ​ພອນ​ລະ​ຫວ່າງ​ທີ່​ມີ​ຄວາມ​ຍາກ​ລຳ​ບາກ​ແມ່ນ ການ​ພົບ​ເຫັນ​ຄວາມ​ສຸກ​ສຸດຍອດ​ໃນ​ການ​ກັບ​ຄືນ​ໄປ​ເຮັດ​ພິ​ທີ​ການພຣະ​ວິ​ຫານ.

ຊິດ​ສະ​ເຕີ ເຄດ​ລິນ ພາມ​ເມີ

ສິ່ງນີ້​ອະ​ທິ​ບາຍ​ໄດ້​ດີ​ທີ່​ສຸດ​ກັບ​ເລື່ອງ​ລາວ. ຕອນ​ຊິດສະ​ເຕີ ເຄດ​ລິນ ພາມ​ເມີ ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ເຜີຍ​ແຜ່ ເດືອນ​ເມ​ສາ​ແລ້ວນີ້, ນາງ​ຕື່ນ​ເຕັ້ນ​ຫລາຍ​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ ແຕ່​ຮູ້​ສຶກວ່າ ການ​ໄປ​ພຣະ​ວິ​ຫານ​ເພື່ອ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ນາງ​ ແລະ ເຮັດ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ກໍ​ມີ​ຄວາມ​ສຳ​ຄັນ​ເທົ່າໆ​ກັນ. ບໍ່​ດົນ​ຫລັງ​ຈາກ​ທີ່​ນາງ​ໄດ້​ເຮັດ​ນັດ​ໝາຍ​ເພື່ອ​ຮັບ​ເອົາຂອງ​ປະ​ທານ​ສັກ​ສິດ​ຂອງ​ນາງ, ກໍ​ໄດ້​ຍິນ​ການ​ປະ​ກາດ​ວ່າ ພຣະ​ວິ​ຫານ​ທຸກ​ແຫ່ງ​ຈະ​ປິດ ເນື່ອງ​ຈາກ​ການ​ແຜ່​ລະ​ບາດ​ທົ່ວ​ໂລກ. ຫລັງ​ຈາກ​ໄດ້​ຮັບ​ຂ່າວ​ທີ່​ເຈັບປວດ​ໃຈ​ນີ້, ແລ້ວ​ນາງກໍ​ໄດ້​ຍິນ​ຂ່າວ​ອີກວ່າ ນາງ​ຈະ​ໄດ້​ເຂົ້າ​ຮ່ວມ​ສູນ​ຝຶກ​ອົບ​ຮົມ​ຜູ້ສອນ​ສາດ​ສະ​ໜາ (MTC) ທາງ​ອອນ​ລາຍ​ຈາກ​ເຮືອນ​ຂອງ​ນາງ. ເຖິງ​ແມ່ນ​ຜິດ​ຫວັງ​ໃນ​ເລື່ອງ​ເຫລົ່າ​ນີ້, ແຕ່​ນາງ​ເຄດ​ລິນ​ຍັງ​ຄິດ​ໃນ​ທາງບວກ​ຢູ່ຄື​ເກົ່າ.

ຊິດ​ສະ​ເຕີ ເຄດ​ລິນ ພາມ​ເມີ ແລະ ສູນ ເອັມ​ທີ​ຊີ ທີ່​ບ້ານ

ໃນ​ຊ່ວງ​ໄລ​ຍະ​ຫລາຍ​ເດືອນ​ເຫລົ່າ​ນັ້ນ, ຊິດ​ສະ​ເຕີ ພາມ​ເມີ ບໍ່​ເຄີຍ​ສູນ​ເສຍ​ຄວາມຫວັງ​ທີ່​ຈະ​ໄປ​ພຣະ​ວິ​ຫານ. ຄອບ​ຄົວ​ຂອງ​ນາງ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ວິ​ຫານ​ເປີດ​ກ່ອນ​ທີ່​ນາງຕ້ອງອອກ​ໄປເຜີຍ​ແຜ່. ນາງ​ເຄດ​ລິນ​ໄດ້​ເລີ່ມ​ຕົ້ນ​ການ​ຝຶກ​ອົບ​ຮົມ​ເຜີຍ​ແຜ່​ສາດ​ສະ​ໜາ​ຂອງ​ນາງ​ຢູ່​ທີ່​ບ້ານ ໃນ​ຕອນ​ເຊົ້າ​ໂດຍ​ການ​ເວົ້າ​ວ່າ, “ມື້ນີ້​ເປັນ​ມື້​ອັດ​ສະ​ຈັນ ທີ່​ພຣະ​ວິ​ຫານ​ຈະ​ເປີດ​ຄືນ​ໃໝ່​ບໍ?”

ໃນ​ວັນ​ທີ 10 ເດືອນ​ສິງ​ຫາ, ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ປະ​ກາດ​ວ່າ ພຣະ​ວິ​ຫານ​ຂອງ​ນາງ​ເຄດ​ລິນ​ຈະເປີດ​ເຮັດ​ພິ​ທີ​ການ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່ ໃນ​ມື້​ທີ່​ນາງ​ຈະ​ອອກ​ເດີນ​ທາງແຕ່​ເຊົ້າໆ​ໄປ​ສອນ​ສາດ​ສະ​ໜາ. ນາງ​ຄົງ​ບໍ່​ມີ​ເວ​ລາ​ໄປ​ພຣະ​ວິ​ຫານ ຢ້ານ​ວ່າ​ຊິ​ຕົກ​ຍົນ. ໂດຍ​ທີ່​ມີ​ຄວາມ​ຫວັງ​ເລັກ​ນ້ອຍ, ຄອບ​ຄົວ​ຂອງ​ນາງ​ໄດ້​ຕິດ​ຕໍ່​ຫາ​ປະ​ທານ​ພຣະ​ວິ​ຫານ, ໄມ​ໂກ ວາ​ລິງ​ກາ, ລອງ​ເບິ່ງວ່າ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ​ຊິ​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ມະ​ຫັດ​ສະ​ຈັນ​ຫລືບໍ່. ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ຕອບ!

ຄອບ​ຄົວ​ພາມ​ເມີ​ຢູ່​ທີ່ພຣະ​ວິ​ຫານ

ເວ​ລາ 2:00 ໂມງ​ເຊົ້າ, ກ່ອນ​ນາງ​ຂຶ້ນ​ຍົນ, ຊິດ​ສະ​ເຕີ ພາມ​ເມີ ແລະ ຄອບ​ຄົວ​ຂອງ​ນາງ, ດ້ວຍ​ນ້ຳ​ຕາ, ໄດ້ທັກ​ທາຍ​ກັບ​ປະ​ທານ​ພຣະ​ວິ​ຫານ​ຜູ້ຍິ້ມ​ຕ້ອນ​ຮັບ ຢູ່​ທີ່​ປະ​ຕູ​ພຣະ​ວິ​ຫານ, ເວົ້າ​ວ່າ, “ສະ​ບາຍ​ດີ, ຄອບ​ຄົວ​ພາມ​ເມີ. ຂໍ​ຕ້ອນ​ຮັບ​ສູ່​ພຣະ​ວິ​ຫານ!” ເມື່ອ​ນາງ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ, ເຂົາ​ເຈົ້າ​ກໍ​ຟ້າວ​ອອກ​ໄປ ເພາະ​ຄອບ​ຄົວ​ໜຶ່ງ​ອີກ​ກຳ​ລັງ​ລໍ​ຖ້າ​ຢູ່​ທີ່​ປະ​ຕູພຣະ​ວິ​ຫານ. ເຂົາ​ເຈົ້າ​ໄດ້​ຂັບ​ລົດ​ຕົງໄປ​ຫາ​ສະ​ໜາມ​ບິນ ໃກ້​ເວ​ລາ​ຂຶ້ນ​ຍົນ​ພໍ​ດີ ເພື່ອ​ອອກ​ເດີນ​ທາງ​ໄປຫາ​ສະ​ໜາມ​ເຜີຍ​ແຜ່​ຂອງ​ນາງ.

ຊິດ​ສະ​ເຕີ ພາມ​ເມີ ຢູ່​ທີ່​ສະ​ໜາມ​ບິນ

ພິ​ທີ​ການ​ພຣະ​ວິ​ຫານ​ທີ່​ເຮົາ​ບໍ່​ໄດ້​ເຮັດ​ເປັນ​ເວ​ລາ​ຫລາຍ​ເດືອນ ເບິ່ງ​ຄື​ວ່າ​ຫວານ​ຊື່ນ​ຫລາຍກວ່າ​ທີ່​ຜ່ານ​ມາ ຂະ​ນະ​ທີ່ພຣະ​ວິ​ຫານ​ຕະ​ຫລອດ​ທົ່ວ​ໂລກ​ເລີ່ມ​ຕົ້ນ​ເປີດ​ຄືນ​ເປັນ​ໄລ​ຍະ ໄລ​ຍະ​ໄປ.

ສຸດ​ທ້າຍນີ້, ຂໍ​ໃຫ້​ທ່ານ​ຈົ່ງ​ຟັງ​ຖ້ອຍ​ຄຳ ທີ່​ຊຸກ​ຍູ້, ໃຫ້​ຄວາມກະ​ຕື​ລື​ລົ້ນ, ແລະ ເຊີດ​ຊູ​ໃຈ ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ບໍ່​ມີ​ໃຜ​ຄິດ​ໄດ້​ວ່າ ເພິ່ນ​ໄດ້​ຂຽນ​ມັນ​ໃນ​ຍາມ​ທຸກ​ທໍ​ລະ​ມານ ແລະ ໂດດ​ດ່ຽວ, ຖືກ​ບັງ​ຄັບ ແລະ ຈຳ​ກັດ ຢູ່​ໃນ​ເຮືອນ ຢູ່ເມືອງ​ນາ​ວູ, ລີ້​ຊ່ອນ​ຕົວ​ຈາກ​ຜູ້​ທີ່​ກຳ​ລັງ​ຊອກ​ຫາ​ຈັບ​ເພິ່ນ​ຢ່າງ​ຜິດ​ກົດ​ໝາຍ:

“ບັດ​ນີ້, ພວກ​ເຮົາ​ໄດ້​ຍິນ​ຫຍັງ​ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ເຮົາ​ໄດ້​ຮັບ? ສຽງ​ແຫ່ງ​ຄວາມ​ຍິນ​ດີ! ສຽງ​ແຫ່ງ​ຄວາມ​ເມດ​ຕາ​ຈາກ​ສະ​ຫວັນ; ແລະ ສຽງ​ແຫ່ງ​ຄວາມ​ຈິງ​ອອກ​ຈາກ​ແຜ່ນ​ດິນ​ໂລກ; ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ສຳ​ລັບ​ຄົນ​ຕາຍ; ສຽງ​ແຫ່ງ​ຄວາມ​ຍິນ​ດີ​ສຳ​ລັບ​ຄົນ​ເປັນ ແລະ ຄົນ​ຕາຍ; ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່. …

“… ພວກເຮົາ​ຈະບໍ່ກ້າວ​ຕໍ່ໄປໃນ​ອຸດົມການ​ອັນຍິ່ງໃຫຍ່​ເຊັ່ນນີ້ບໍ? ກ້າວໄປໜ້າ ແລະ ບໍ່ຖອຍກັບ. ຈົ່ງກ້າ​ຫານ, … ແລະ ກ້າວຕໍ່ໄປ, ຕໍ່ໄປເຖິງໄຊຊະນະ! ໃຫ້​ໃຈ​ຂອງ​ພວກ​ທ່ານປິ​ຕິ​ຍິນ​ດີ​ເຖີດ, ແລະ ດີ​ໃຈ​ຢ່າງ​ຍິ່ງ. ໃຫ້​ແຜ່ນ​ດິນ​ໂລກ​ເປັ່ງ​ສຽງ​ຮ້ອງ​ເພງ​ເຖີດ.”14

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ໃນ​ມື້​ໜຶ່ງ, ທ່ານ​ແຕ່​ລະ​ຄົນ​ຈະ​ຫວນ​ຄິດ​ຄືນ​ຫລັງ​ກ່ຽວ​ກັບ​ເຫດ​ການ​ທີ່​ຖືກ​ຍົກ​ເລີກ, ຄວາມ​ໂສກ​ເສົ້າ, ຄວາມ​ຜິດ​ຫວັງ, ແລະ ຄວາມ​ໂດດ​ດ່ຽວ ໃນຊ່ວງ​ເວ​ລາ​ທີ່​ທ້າ​ທາຍ ຊຶ່ງ​ເຮົາ​ກຳ​ລັງ​ຜ່ານ​ຜ່າ, ແລະ ຈະ​ເຫັນ​ວ່າ​ສິ່ງ​ເຫລົ່າ​ນັ້ນ​ຖືກລົບ​ເລືອນ​ດ້ວຍ​ພອນ​ທີ່​ເລີດກວ່າ ແລະ ການ​ມີ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຫລາຍກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ໃນ​ຊີ​ວິດນີ້, ແລະ ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ, ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ທ່ານ, ເມືອງອຳ​ໂມນ​ໄນ​ຮາຂອງ​ທ່ານ, ຄຸກ​ລີ​ເບີ​ຕີ​ຂອງ​ທ່ານ, ຈະ​ຖືກ​ອຸ​ທິດ​ຖວາຍ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທ່ານ.15 ຂ້າ​ພະ​ເຈົ້າ​ອະ​ທິ​ຖານ, ຮ່ວມ​ກັບ​ນີ​ໄຟ, ວ່າ​ເຮົາ​ສາ​ມາດ​ຮັບ​ຮູ້​ຄວາມ​ທຸກ​ຍາກ​ລຳ​ບາກ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ຂະ​ນະ​ທີ່ໃນ​ເວ​ລາ​ດຽວ​ກັນ ຮູ້​ວ່າ​ເຮົາ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ຂໍ​ຈົບ​ດ້ວຍ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້ທີ່​ເຄີຍ​ປະ​ສົບ​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ ແລະ ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຊົດ​ໃຊ້ນິ​ລັນ​ດອນ​ຂອງ​ພຣະ​ອົງ ແມ່ນ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ທັງ​ປວງ.16 ພຣະ​ອົງ​ເຂົ້າ​ໃຈ​ຄວາມ​ໂສກ​ເສົ້າ, ຄວາມ​ເຈັບ​ປວດ, ແລະ ຄວາມ​ໝົດ​ຫວັງ​ຂອງ​ເຮົາ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຜູ້ໄຖ່, ຜູ້​ໃຫ້ຄວາມ​ຫວັງ, ຜູ້​ປອບ​ໂຍນ, ແລະ ຜູ້​ປົດ​ປ່ອຍ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ອາແມນ.