ສັງຄົມແບບຍືນຍົງ
ຖ້າຫາກພວກເຮົາ ແລະ ເພື່ອນບ້ານມີຈຳນວນຫລາຍພໍ ທີ່ພະຍາຍາມນຳພາຊີວິດຂອງຕົນ ໂດຍຄວາມຈິງຂອງພຣະເຈົ້າ, ແລ້ວຄຸນນະທຳທາງສິນທຳທີ່ຈຳເປັນ ຈະມີຢູ່ໃນທຸກສັງຄົມ.
ສຽງເພງມ່ວນອອນຊອນຫລາຍເຖິງພຣະຜູ້ຊ່ວຍໃຫ້ລອດທີ່ສະຫງ່າງາມ.
ໃນປີ 2015 ສະຫະປະຊາຊາດໄດ້ຮັບຮູ້ສິ່ງທີ່ເອີ້ນວ່າ “ແຜນການພັດທະນາແບບຍືນຍົງ 2030.” ມັນໄດ້ຖືກບັນຍາຍວ່າເປັນ “ການແບ່ງປັນໂຄງຮ່າງສຳລັບຄວາມສະຫງົບສຸກ ແລະ ຄວາມຈະເລີນກ້າວໜ້າສຳລັບຜູ້ຄົນ ແລະ ດວງໂລກ, ໃນເວລານີ້ ແລະ ໃນອະນາຄົດ.” ແຜນການພັດທະນາແບບຍືນຍົງຮ່ວມດ້ວຍຈຸດເປົ້າໝາຍ 17 ຢ່າງໃຫ້ບັນລຸກ່ອນປີ 2030, ດັ່ງເຊັ່ນ: ບໍ່ມີຄວາມທຸກຍາກ, ບໍ່ມີຄວາມຫິວໂຫຍ, ມີການສຶກສາທີ່ດີ, ມີຄວາມສະເໝີພາບທາງເພດ, ມີນ້ຳສະອາດ ແລະ ສຸຂາອະນາໄມ, ແລະ ມີການງານທີ່ເໝາະສົມ.1
ແນວຄິດເລື່ອງການພັດທະນາແບບຍືນຍົງເປັນໜ້າສົນໃຈ ແລະ ສຳຄັນ. ເຖິງຢ່າງໃດກໍຕາມ, ສິ່ງທີ່ສຸກເສີນຫລາຍກວ່າ ແມ່ນຄຳຖາມອັນກວ້າງຂວາງກວ່າກ່ຽວກັບ ສັງຄົມແບບຍືນຍົງ. ແມ່ນຫຍັງຄືພື້ນຖານທີ່ຈະຄ້ຳຈູນສັງຄົມທີ່ຈະເລີນຮຸ່ງເຮືອງ, ສັງຄົມທີ່ສົ່ງເສີມຄວາມສຸກ, ຄວາມກ້າວໜ້າ, ຄວາມສະຫງົບ, ແລະ ຄວາມຜາສຸກຂອງປະຊາຊົນ? ພຣະຄຳພີໄດ້ບັນທຶກຢ່າງໜ້ອຍສອງສັງຄົມທີ່ຈະເລີນຮຸ່ງເຮືອງເຊັ່ນນັ້ນ. ເຮົາສາມາດຮຽນຮູ້ຫຍັງແດ່ຈາກພວກເຂົາ?
ໃນສະໄໝບູຮານ, ເອນົກທີ່ເປັນປິຕຸ ແລະ ສາດສະດາໄດ້ສັ່ງສອນຄວາມຊອບທຳ ແລະ “ສ້າງເມືອງທີ່ເອີ້ນວ່າເມືອງບໍລິສຸດ, ແມ່ນແຕ່ ຊີໂອນ.”2 ພຣະຄຳພີລາຍງານວ່າ “ພຣະຜູ້ເປັນເຈົ້າໄດ້ເອີ້ນຜູ້ຄົນຂອງພຣະອົງວ່າ ຊີໂອນ, ເພາະວ່າພວກເຂົາມີໃຈດຽວ ແລະ ມີຄວາມຄິດດຽວ, ແລະ ໄດ້ດຳລົງຢູ່ໃນຄວາມຊອບທຳ; ແລະ ບໍ່ມີຄົນຍາກຈົນໃນບັນດາພວກເຂົາ.”3
“ແລະ ພຣະຜູ້ເປັນເຈົ້າໄດ້ອວຍພອນແຜ່ນດິນ, ແລະ ພວກເຂົາໄດ້ຮັບພອນຢູ່ເທິງພູ, ແລະ ເທິງບ່ອນສູງ, ແລະ ຈະເລີນຮຸ່ງເຮືອງ.”4
ຜູ້ຄົນໃນສັດຕະວັດທີໜຶ່ງ ແລະ ທີສອງ ຢູ່ໃນຊີກໂລກເບື້ອງຕາເວັນຕົກ ຮູ້ກັນດີວ່າເປັນຊາວນີໄຟ ແລະ ຊາວເລມັນ ໄດ້ເປັນຕົວຢ່າງທີ່ດີເລື່ອງສັງຄົມທີ່ຈະເລີນຮຸ່ງເຮືອງ. ຫລັງຈາກພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນໄດ້ປະຕິບັດສາດສະໜາກິດຢ່າງໜ້າອັດສະຈັນໃນບັນດາພວກເຂົາແລ້ວ, “ພວກເຂົາໄດ້ເດີນໄປຕາມພຣະບັນຍັດ ຊຶ່ງພວກເຂົາໄດ້ຮັບຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ໂດຍການຖືສິນອົດເຂົ້າ ແລະ ການອະທິຖານ, ແລະ ການຊຸມນຸມກັນເລື້ອຍໆເພື່ອອະທິຖານ ແລະ ເພື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ. …
“ແລະ ມັນບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງ, ບໍ່ມີການວຸ້ນວາຍ, ບໍ່ມີການໂສເພນີ, ບໍ່ມີການເວົ້າຕົວະ, ບໍ່ມີການຄາດຕະກຳ, ບໍ່ມີການປະພຶດລາມົກຢ່າງໃດເລີຍ; ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.”5
ສັງຄົມຢູ່ໃນສອງຕົວຢ່າງເຫລົ່ານີ້ໄດ້ຖືກຄ້ຳຈູນດ້ວຍພອນຈາກສະຫວັນ ໂດຍຕົວຢ່າງຂອງຄວາມອຸທິດຕົນຂອງພວກເຂົາຕໍ່ພຣະບັນຍັດສອງປະການ ທີ່ວ່າ: “ຈົ່ງຮັກພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍຄວາມຄິດ” ແລະ “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”6 ພວກເຂົາໄດ້ເຊື່ອຟັງພຣະເຈົ້າໃນຊີວິດສ່ວນຕົວ, ແລະ ພວກເຂົາໄດ້ດູແລຄວາມຜາສຸກຝ່າຍຮ່າງກາຍ ແລະ ຝ່າຍວິນຍານຂອງກັນແລະກັນ. ຕາມຖ້ອຍຄຳຢູ່ໃນ ຄຳສອນ ແລະ ພັນທະສັນຍາ, ພວກເຂົາເປັນສັງຄົມທີ່ “ທຸກຄົນສົນໃຈກັບຄວາມຢູ່ເຢັນເປັນສຸກຂອງເພື່ອນມະນຸດດ້ວຍກັນ, ແລະ ເຮັດທຸກສິ່ງທັງປວງ ເພາະການທີ່ເຫັນແກ່ລັດສະໝີພາບຂອງພຣະເຈົ້າແຕ່ຢ່າງດຽວ.”7
ແຕ່ໜ້າເສຍໃຈ, ດັ່ງທີ່ແອວເດີ ຄວິນຕິນ ແອວ ຄຸມ ໄດ້ກ່າວມື້ເຊົ້ານີ້, ສັງຄົມສົມບູນແບບທີ່ໄດ້ຖືກບັນຍາຍຢູ່ໃນ 4 ນີໄຟ ຂອງພຣະຄຳພີມໍມອນ ບໍ່ໄດ້ຍືນຍົງກາຍສັດຕະວັດທີສອງ. ຄວາມຍືນຍົງບໍ່ສາມາດຮັບປະກັນໄດ້, ແລະ ສັງຄົມທີ່ຈະເລີນກ້າວໜ້າກໍສາມາດລົ້ມເຫລວໄດ້ເມື່ອເວລາຜ່ານໄປ ຖ້າຫາກພວກເຂົາປະຖິ້ມຄຸນນະທຳທີ່ສຳຄັນ ທີ່ຄ້ຳຈູນຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພວກເຂົາ. ໃນກໍລະນີນີ້, ການຍອມຕໍ່ການລໍ້ລວງຂອງມານ, ຜູ້ຄົນ “ເລີ່ມແບ່ງຊັ້ນວັນນະກັນ; ແລະ ພວກເຂົາເລີ່ມສ້າງສາດສະໜາຈັກຂອງຕົນເອງຂຶ້ນ ເພື່ອຫາຜົນປະໂຫຍດ, ແລະ ເລີ່ມປະຕິເສດສາດສະໜາຈັກທີ່ແທ້ຈິງຂອງພຣະຄຣິດ.”8
“ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອສາມຮ້ອຍປີຜ່ານໄປ, ທັງຜູ້ຄົນຂອງນີໄຟ ແລະ ຜູ້ຄົນຂອງເລມັນກັບມາເປັນຄົນຊົ່ວຫລາຍຂຶ້ນເທົ່າໆກັນ.”9
ເມື່ອເຖິງທ້າຍສັດຕະວັດທີສາມ, ຫລາຍລ້ານຄົນໄດ້ຕາຍໄປໃນສົງຄາມທີ່ຂ້າກັນເອງ, ແລະ ຄັ້ງໜຶ່ງເຄີຍເປັນປະຊາຊາດທີ່ກົມກຽວກັນ ໄດ້ກາຍເປັນເຜົ່າທີ່ເຮັດສົງຄາມ.
ການສະທ້ອນຄິດກ່ຽວກັບເລື່ອງນີ້ ແລະ ຕົວຢ່າງອື່ນໆຂອງສັງຄົມທີ່ເຄີຍຈະເລີນຮຸ່ງເຮືອງ ຊຶ່ງຕໍ່ມາໄດ້ລົ້ມເຫລວ, ຂ້າພະເຈົ້າຄິດວ່າ ເມື່ອຜູ້ຄົນຫັນໜີຈາກຄວາມຮັບຜິດຊອບຕໍ່ພຣະເຈົ້າ ແລະ ເລີ່ມຕົ້ນໄວ້ວາງໃຈໃນ “ແຂນແຫ່ງເນື້ອໜັງ,” ແລ້ວໄພພິບັດຈະເກີດຂຶ້ນ. ການໄວ້ວາງໃຈໃນແຂນແຫ່ງເນື້ອໜັງ ຄືການບໍ່ສົນໃຈກັບພຣະຜູ້ສ້າງສິດທິຂອງມະນຸດ ແລະ ກຽດສັກສີຂອງມະນຸດ ແລະ ເຫັນແກ່ຄວາມຮັ່ງມີ, ອຳນາດ, ແລະ ຄຳສັນລະເສີນຂອງໂລກ (ຂະນະທີ່ສ່ວນຫລາຍຈະເຍາະເຍີ້ຍ ແລະ ຂົ່ມເຫັງຜູ້ທີ່ເຮັດຕາມມາດຕະຖານທີ່ແຕກຕ່າງ). ໃນຂະນະດຽວກັນ, ຄົນໃນສັງຄົມທີ່ຍືນຍົງຈະສະແຫວງຫາ, ດັ່ງທີ່ກະສັດເບັນຢາມິນ ໄດ້ກ່າວໄວ້ວ່າ “ຈະເລີນຮຸ່ງເຮືອງ ແລະ ໃນລັດສະໝີພາບຂອງພຣະອົງຜູ້ສ້າງ [ພວກເຂົາ], ຫລື ໃນຄວາມຮູ້ເຖິງສິ່ງທີ່ທ່ຽງທຳ ແລະ ຈິງ.”10
ສະຖາບັນຄອບຄົວ ແລະ ສາດສະໜາເປັນພາກສ່ວນທີ່ສຳຄັນ ສຳລັບການໃຫ້ຄຸນນະທຳແກ່ບຸກຄົນ ແລະ ຊຸມຊົນ ເພື່ອຄ້ຳຈູນສັງຄົມແບບຍືນຍົງນັ້ນ. ຄຸນນະທຳເຫລົ່ານີ້, ຊຶ່ງມີຮາກຖານຈາກພຣະຄຳພີ, ແມ່ນຮ່ວມດ້ວຍຄວາມຊື່ສັດ, ໜ້າທີ່ຮັບຜິດຊອບ ແລະ ຄວາມຮັບຜິດຊອບ, ຄວາມເຫັນອົກເຫັນໃຈ, ການແຕ່ງງານ ແລະ ຄວາມຊື່ສັດໃນການແຕ່ງງານ, ການເຄົາລົບຄົນອື່ນ ແລະ ຊັບສິນຂອງຄົນອື່ນ, ການຮັບໃຊ້, ແລະ ຄວາມຈຳເປັນ ແລະ ກຽດສັກສີຂອງການງານ, ໃນບັນດາສິ່ງອື່ນໆ.
ອະດີດບັນນາທິການໃຫຍ່ຊື່ ເຈີຣາດ ເບກເກີ ໄດ້ຂຽນບົດຄວາມສັ້ນ ໃນຕົ້ນປີນີ້ ຢູ່ໃນໜັງສືພິມ The Wall Street Journal ເພື່ອເປັນການໃຫ້ກຽດແກ່ທ່ານ ແຟເດີຣິກ ເບກເກີ ພໍ່ຂອງເພິ່ນ, ເນື່ອງໃນໂອກາດວັນເກີດ ຄົບຮອບ 100 ປີຂອງພໍ່ເພິ່ນ. ທ່ານເບກເກີໄດ້ຄາດເດົາກ່ຽວກັບເຫດຜົນທີ່ພໍ່ຂອງເພິ່ນມີອາຍຸຍືນຍາວ ແຕ່ແລ້ວໄດ້ຕື່ມຄວາມຄິດດັ່ງຕໍ່ໄປນີ້:
“ຂະນະທີ່ເຮົາທຸກຄົນຢາກຮູ້ເຖິງເຄັດລັບຂອງການມີຊີວິດທີ່ຍືນຍາວ, ແຕ່ຂ້າພະເຈົ້າຮູ້ສຶກເລື້ອຍໆວ່າ ມັນຈະດີກວ່າ ຖ້າຫາກເຮົາໃຊ້ເວລາກັບການຊອກຫາສິ່ງທີ່ເຮັດໃຫ້ຊີວິດດີຂຶ້ນ, ບໍ່ວ່າເຮົາຈະມີເວລາໜ້ອຍຫລາຍປານໃດກໍຕາມຢູ່ໃນໂລກນີ້. ກ່ຽວກັບເລື່ອງນີ້, ຂ້າພະເຈົ້າແນ່ໃຈວ່າ ຂ້າພະເຈົ້າຮູ້ຈັກເຄັດລັບຂອງພໍ່ຂອງຂ້າພະເຈົ້າ.
“ເພິ່ນເປັນຄົນສະໄໝຕອນຊີວິດຖືກກຳນົດໂດຍໜ້າທີ່ເປັນຫລັກ, ບໍ່ແມ່ນໂດຍສິດທິ, ໂດຍໜ້າທີ່ຮັບຜິດຊອບຕໍ່ສັງຄົມ, ບໍ່ແມ່ນໂດຍສິດທິພິເສດສ່ວນຕົວ. ຫລັກທຳຕົ້ນຕໍທີ່ເປັນແຮງດົນໃຈຕະຫລອດສັດຕະວັດຂອງເພິ່ນ ຄືຄວາມຮູ້ສຶກຮັບຜິດຊອບ—ຕໍ່ຄອບຄົວ, ຕໍ່ພຣະເຈົ້າ, ແລະ ຕໍ່ປະເທດຊາດ.
“ໃນສະໄໝທີ່ເຕັມໄປດ້ວຍຄອບຄົວແຕກສະຫລາຍ, ພໍ່ຂອງຂ້າພະເຈົ້າໄດ້ອຸທິດຕົນເປັນສາມີແກ່ພັນລະຍາຂອງເພິ່ນເປັນເວລາ 46 ປີ, ເປັນພໍ່ຕາມໜ້າທີ່ຕໍ່ລູກຫົກຄົນ. ບໍ່ເຄີຍມີເທື່ອໃດທີ່ເພິ່ນເອົາໃຈໃສ່ຫລາຍໄປກວ່າ ແລະ ສຳຄັນກວ່າຕອນທີ່ພໍ່ແມ່ຂອງຂ້າພະເຈົ້າໄດ້ຮັບທຸກທໍລະມານກັບການສູນເສຍລູກຄົນໜຶ່ງໄປຢ່າງບໍ່ຄາດຄິດ. …
“ແລະ ໃນສະໄໝທີ່ຜູ້ຄົນເລີ່ມສົງໄສເລື່ອງສາດສະໜາ, ພໍ່ຂອງຂ້າພະເຈົ້າໄດ້ໃຊ້ຊີວິດເປັນຊາວກາໂຕລິກທີ່ຈິງໃຈ ແລະ ຊື່ສັດ, ດ້ວຍຄວາມເຊື່ອທີ່ບໍ່ຫວັ່ນໄຫວ ໃນຄຳສັນຍາຂອງພຣະຄຣິດ. ແນ່ນອນ, ບາງເທື່ອຂ້າພະເຈົ້າກໍຄິດວ່າ ເພິ່ນມີອາຍຸຍືນຍາວ ເພາະເພິ່ນໄດ້ຕຽມຕົວເອງກ່ອນຕາຍ ຫລາຍກວ່າທຸກຄົນທີ່ຂ້າພະເຈົ້າເຄີຍພົບເຫັນ.
“ຂ້າພະເຈົ້າໂຊກດີຫລາຍ—ໄດ້ຮັບການສຶກສາທີ່ດີ, ມີຄອບຄົວທີ່ດີ, ປະສົບຄວາມສຳເລັດບາງຢ່າງໃນໂລກ ທີ່ຂ້າພະເຈົ້າບໍ່ສົມຄວນໄດ້ຮັບ. ເຖິງແມ່ນວ່າຂ້າພະເຈົ້າຮູ້ສຶກພູມໃຈ ແລະ ຮູ້ບຸນຄຸນຫລາຍປານໃດກໍຕາມ, ແຕ່ກໍບໍ່ເທົ່າກັບຄວາມພູມໃຈ ແລະ ຄວາມຮູ້ບຸນຄຸນທີ່ຂ້າພະເຈົ້າມີຕໍ່ຊາຍຜູ້ທີ່, ບໍ່ເຄີຍເອະອະ ຫລື ໃຈຮ້າຍໄວ, ບໍ່ເຄີຍຄິດຢາກໄດ້ລາງວັນ ຫລື ແມ່ນແຕ່ຊື່ສຽງ, ແຕ່ໄດ້ໃຊ້ຊີວິດ—ເປັນເວລາໜຶ່ງສັດຕະວັດ—ຢູ່ກັບໜ້າທີ່, ຢູ່ກັບຄວາມຮັບຜິດຊອບ ແລະ, ໃນທີ່ສຸດ, ມີຄວາມສຸກກັບການໃຊ້ຊີວິດໃນຄຸນນະທຳ.”11
ຄວາມສຳຄັນທາງສາດສະໜາ ແລະ ຄວາມເຊື່ອທາງສາດສະໜາເຫັນໄດ້ວ່ານັບມື້ນັບຫລຸດນ້ອຍຖອຍລົງໃນຫລາຍປີບໍ່ດົນມານີ້. ຫລາຍຄົນຄິດວ່າ ຄວາມເຊື່ອ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າແມ່ນບໍ່ຈຳເປັນສຳລັບຄວາມຊື່ສັດທາງສິນທຳໃນຕົວບຸກຄົນ ຫລື ໃນສັງຄົມທຸກວັນນີ້ຂອງໂລກ.12 ຂ້າພະເຈົ້າຄິດວ່າທຸກຄົນກໍຄົງເຫັນດ້ວຍວ່າ ຜູ້ທີ່ບໍ່ມີສາດສະໜາກໍສາມາດ, ແລະ ສ່ວນຫລາຍ, ກໍເປັນຄົນດີ, ເປັນຄົນມີສິນທຳໄດ້. ເຖິງຢ່າງໃດກໍຕາມ, ມີໃຜແດ່ທີ່ບໍ່ເຫັນດ້ວຍ, ວ່າສິ່ງນີ້ໄດ້ເກີດຂຶ້ນປາດສະຈາກອິດທິພົນຂອງສະຫວັນ. ຂ້າພະເຈົ້າອ້າງເຖິງຄວາມສະຫວ່າງຂອງພຣະຄຣິດ. ພຣະຜູ້ຊ່ວຍໃຫ້ລອດໄດ້ປະກາດວ່າ, “ເຮົາຄື ຄວາມສະຫວ່າງທີ່ແທ້ຈິງ ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທຸກຄົນທີ່ມາສູ່ໂລກ.”13 ບໍ່ວ່າຈະຮັບຮູ້ ຫລື ບໍ່ຮັບຮູ້ກໍຕາມ, ຊາຍ, ຍິງ, ແລະ ເດັກນ້ອຍທຸກຄົນທີ່ເຊື່ອ ຫລື ບໍ່ເຊື່ອໃນພຣະເຈົ້າ, ໃນທຸກບ່ອນ, ແລະ ໃນທຸກເວລາ ເຕັມໄປດ້ວຍຄວາມສະຫວ່າງຂອງພຣະຄຣິດ ແລະ ສະນັ້ນ ຈຶ່ງມີຄວາມຮູ້ສຶກຖືກຜິດ ທີ່ພວກເຂົາເອີ້ນວ່າ ຄວາມສຳນຶກ.14
ເຖິງຢ່າງໃດກໍຕາມ, ເມື່ອການປ່ຽນແປງສ່ວນຕົວ ແລະ ສັງຄົມແຍກຄຸນນະທຳຂອງຜູ້ຄົນອອກຈາກຄວາມຮູ້ສຶກຮັບຜິດຊອບຕໍ່ພຣະເຈົ້າ ມັນກໍຄືກັນກັບການຕັດຕົ້ນໄມ້ອອກຈາກຮາກຂອງມັນ. ການພຽງແຕ່ເພິ່ງອາໄສວັດທະນະທຳ ແລະ ປະເພນີເທົ່ານັ້ນແມ່ນບໍ່ພຽງພໍຕໍ່ການຄ້ຳຈູນຄຸນນະທຳໃນສັງຄົມ. ເມື່ອບຸກຄົນໃດທີ່ບໍ່ມີພຣະເຈົ້າເໜືອກວ່າຕົວເອງ ແລະ ບໍ່ສະແຫວງຫາສິ່ງທີ່ດີກວ່າຄວາມພໍໃຈຂອງຕົນ ແລະ ການເລືອກຂອງຕົນ, ແລ້ວຜົນກະທົບຈະສະແດງໃຫ້ປະຈັກ ເມື່ອເຖິງເວລາທີ່ເໝາະສົມ.
ຍົກຕົວຢ່າງ, ສັງຄົມທີ່ການຍິນຍອມເຫັນດີຂອງບຸກຄົນເປັນພຽງຂໍ້ຈຳກັດດຽວໃນກິດຈະກຳທາງເພດ ຄືສັງຄົມທີ່ເສື່ອມໂຊມ. ການຫລິ້ນຊູ້, ການມົ້ວສຸມສຳພັນເພດ, ການມີລູກນອກການແຕ່ງງານ,15 ແລະ ການເລືອກແທ້ງລູກ ເປັນຕົວຢ່າງຂອງຜົນສະທ້ອນທີ່ຂົມຂື່ນຈາກການປະຕິວັດເລື່ອງຄວາມສຳພັນທາງເພດອັນຕໍ່ເນື່ອງ. ຜົນສະທ້ອນຢ່າງອື່ນທີ່ຕໍ່ຕ້ານກັບສັງຄົມແບບຍືນຍົງທີ່ມີຄຸນນະພາບດີ ແມ່ນຮ່ວມດ້ວຍຈຳນວນເດັກນ້ອຍທີ່ຖືກລ້ຽງດູໃນຄວາມຍາກຈົນ ແລະ ປາດສະຈາກອິດທິພົນທາງບວກຂອງພໍ່, ບາງເທື່ອໃນຫລາຍລຸ້ນຄົນ, ແມ່ຍິງຕ້ອງຮັບພາລະດ້ວຍຕົວເອງ ແທນທີ່ຈະຕ້ອງຊ່ວຍກັນເຮັດໜ້າທີ່ຮັບຜິດຊອບ, ຂາດການສຶກສາຫລາຍທີ່ສຸດ ດັ່ງເຊັ່ນໂຮງຮຽນ, ເຊັ່ນດຽວກັບສະຖາບັນອື່ນໆ, ທີ່ຊົດເຊີຍຄວາມລົ້ມເຫລວໃນບ້ານເຮືອນ.16 ນອກເໜືອໄປຈາກພະຍາດສະພາບທາງສັງຄົມເຫລົ່ານີ້ແລ້ວ ກໍຍັງມີຄວາມເຈັບປວດໃຈ ແລະ ຄວາມໝົດຫວັງຈົນນັບບໍ່ຖ້ວນ—ຄວາມພິນາດທາງຈິດໃຈ ແລະ ທາງອາລົມ ຈະເກີດກັບທັງຜູ້ຮູ້ສຶກຜິດ ແລະ ຜູ້ບໍ່ມີຄວາມຜິດ.
ນີໄຟປະກາດວ່າ:
“ວິບັດແກ່ຜູ້ທີ່ເຊື່ອຟັງກົດເກນຂອງມະນຸດ ແລະ ປະຕິເສດອຳນາດຂອງພຣະເຈົ້າ, ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ! …
“… ວິບັດແກ່ຄົນທັງຫລາຍທີ່ຕົວສັ່ນ ແລະ ໃຈຮ້າຍຍ້ອນວ່າຄວາມຈິງຂອງພຣະເຈົ້າ!”17
ກົງກັນຂ້າມ, ຂ່າວສານທີ່ໜ້າຊື່ນຊົນຂອງພວກເຮົາຕໍ່ລູກໆຂອງພວກເຮົາ ແລະ ຕໍ່ມວນມະນຸດແມ່ນວ່າ “ຄວາມຈິງຂອງພຣະເຈົ້າ” ຊີ້ໃຫ້ໄປຫາເສັ້ນທາງທີ່ດີກວ່າ, ຫລື ດັ່ງທີ່ໂປໂລໄດ້ກ່າວວ່າ, “ທາງອັນດີຫລາຍກວ່ານັ້ນ,”18 ທາງທີ່ພາໄປຫາຄວາມຜາສຸກສ່ວນຕົວ ແລະ ຂອງຊຸມຊົນໃນເວລານີ້ ແລະ ຄວາມສະຫງົບສຸກ ແລະ ຄວາມຊື່ນຊົມໃນພາຍຂ້າງໜ້າ.
ຄວາມຈິງຂອງພຣະເຈົ້າ ອ້າງເຖິງຄວາມຈິງຕົ້ນຕໍທີ່ຢູ່ໃນແຜນແຫ່ງຄວາມສຸກຂອງພຣະອົງສຳລັບລູກໆຂອງພຣະອົງ. ຄວາມຈິງເຫລົ່ານີ້ແມ່ນວ່າ ພຣະເຈົ້າຊົງພຣະຊົນຢູ່, ວ່າພຣະອົງເປັນພຣະບິດາເທິງສະຫວັນຂອງວິນຍານຂອງເຮົາ; ວ່າມັນເປັນການສະແດງໃຫ້ປະຈັກເຖິງຄວາມຮັກຂອງພຣະອົງ, ພຣະອົງຈຶ່ງໄດ້ມອບພຣະບັນຍັດໃຫ້ແກ່ເຮົາ ທີ່ນຳພາເຮົາໄປສູ່ຄວາມສຸກອັນເຕັມປ່ຽມກັບພຣະອົງ; ວ່າພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ ແລະ ເປັນພຣະຜູ້ໄຖ່ຂອງເຮົາ; ວ່າພຣະອົງໄດ້ຮັບທຸກທໍລະມານ ແລະ ໄດ້ສິ້ນພຣະຊົນ ເພື່ອຊົດໃຊ້ແທນບາບ ໃນເງື່ອນໄຂຂອງການກັບໃຈຂອງເຮົາ; ວ່າພຣະອົງໄດ້ຟື້ນຊີບຈາກຄວາມຕາຍ, ຊຶ່ງນຳການຟື້ນຄືນຊີວິດມາໃຫ້ມະນຸດຊາດ; ແລະ ວ່າເຮົາທຸກຄົນຈະຢືນຢູ່ຕໍ່ພຣະພັກຂອງພຣະອົງ ເພື່ອຮັບການພິພາກສາ, ນັ້ນຄື, ເພື່ອລາຍງານຊີວິດຂອງເຮົາ.19
ເກົ້າປີນັບແຕ່ຖືກເອີ້ນວ່າ “ການປົກຄອງຂອງຜູ້ຕັດສິນ” ໃນພຣະຄຳພີມໍມອນ, ສາດສະດາແອວມາໄດ້ລາອອກຈາກຕຳແໜ່ງຂອງເພິ່ນໃນຖານະເປັນຫົວໜ້າຜູ້ຕັດສິນ ເພື່ອໄປຮັບໃຊ້ເປັນຜູ້ນຳພາສາດສະໜາຈັກເຕັມເວລາ. ຈຸດປະສົງຂອງເພິ່ນແມ່ນເພື່ອຈັດການກັບຄວາມທະນົງຕົວ, ການຂົ່ມເຫັງ, ແລະ ຄວາມໂລບ ທີ່ເພີ່ມທະວີຂຶ້ນໃນບັນດາຜູ້ຄົນ ແລະ ໂດຍສະເພາະໃນບັນດາສະມາຊິກຂອງສາດສະໜາຈັກ.20 ດັ່ງທີ່ແອວເດີ ສະຕີບເວັນ ດີ ນາດໍ ຄັ້ງໜຶ່ງໄດ້ສັງເກດວ່າ, “ການຕັດສິນໃຈທີ່ດົນໃຈ [ຂອງແອວມາ] ແມ່ນການບໍ່ໃຊ້ເວລາຫລາຍກວ່ານັ້ນ ພະຍາຍາມເຮັດ ແລະ ຕັ້ງກົດລະບຽບຫລາຍຕື່ມອີກ ເພື່ອປ່ຽນແປງການປະພຶດຂອງຜູ້ຄົນຂອງເພິ່ນ, ແຕ່ເພື່ອກ່າວກັບພວກເຂົາເຖິງພຣະຄຳຂອງພຣະເຈົ້າ, ເພື່ອສິດສອນຄຳສອນ ແລະ ໃຫ້ຄວາມເຂົ້າໃຈເຖິງແຜນແຫ່ງການໄຖ່ຂອງພວກເຂົາ ນຳພາພວກເຂົາໄປສູ່ການປ່ຽນແປງການປະພຶດຂອງພວກເຂົາເອງ.”21
ມີຫລາຍສິ່ງທີ່ເຮົາສາມາດເຮັດໄດ້ ໃນຖານະເພື່ອນບ້ານ ແລະ ເພື່ອນຮ່ວມຊາດທີ່ມີສ່ວນຮ່ວມເພື່ອຄວາມຍືນຍົງ ແລະ ຄວາມສຳເລັດຜົນຂອງສັງຄົມທີ່ເຮົາອາໄສຢູ່, ແລະ ແນ່ນອນການຮັບໃຊ້ຂັ້ນພື້ນຖານ ແລະ ຍືນຍາວຫລາຍທີ່ສຸດຂອງເຮົາ ຄືການສິດສອນ ແລະ ດຳລົງຊີວິດຕາມຄວາມຈິງ ທີ່ມີຢູ່ໃນແຜນແຫ່ງການໄຖ່ອັນຍິ່ງໃຫຍ່ຂອງພຣະເຈົ້າ. ດັ່ງທີ່ກ່າວຢູ່ໃນເນື້ອເພງສວດເພງນີ້ວ່າ:
ສັດທາຂອງບັນພະບຸລຸດ, ເຮົາຈະຮັກສາ
ທັງເພື່ອນພ້ອງ ໃນຄວາມຂັດແຍ້ງທັງຫລາຍ,
ທັງສັ່ງສອນຄວາມຮັກຕາມທີ່ຮູ້ຈັກ,
ດ້ວຍຖ້ອຍຄຳ ແລະ ຊີວິດທີ່ດີງາມ.22
ຖ້າຫາກພວກເຮົາ ແລະ ເພື່ອນບ້ານມີຈຳນວນຫລາຍພໍ ທີ່ພະຍາຍາມຕັດສິນໃຈ ແລະ ນຳພາຊີວິດຂອງຕົນ ໂດຍຄວາມຈິງຂອງພຣະເຈົ້າ, ແລ້ວຄຸນນະທຳທາງສິນທຳທີ່ຈຳເປັນ ຈະມີຢູ່ໃນທຸກສັງຄົມ.
ໃນຄວາມຮັກຂອງພຣະອົງ, ພຣະບິດາເທິງສະຫວັນໄດ້ມອບພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ, ໃຫ້ເຮົາ ເພື່ອວ່າເຮົາຈະມີຊີວິດອັນເປັນນິດ.23
“[ພຣະເຢຊູຄຣິດ] ຍ່ອມຈະບໍ່ກະທຳສິ່ງໃດນອກຈາກມັນຈະເປັນຜົນປະໂຫຍດແກ່ໂລກ; ເພາະພຣະອົງຮັກໂລກຈົນຍອມສະລະຊີວິດຂອງພຣະອົງ ເພື່ອຈະໄດ້ພາມະນຸດທັງປວງມາຫາພຣະອົງ. ດັ່ງນັ້ນ, ພຣະອົງຈຶ່ງບໍ່ບັນຊາຜູ້ໃດວ່າ ພວກເຂົາຈະບໍ່ໄດ້ຮັບສ່ວນຄວາມລອດຈາກພຣະອົງ.
“ຈົ່ງເບິ່ງ, ພຣະອົງໄດ້ຮ້ອງບອກຜູ້ໃດບໍວ່າ: ຈົ່ງໄປຈາກເຮົາ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ບໍ່ເລີຍ; ແຕ່ພຣະອົງກ່າວວ່າ: ເຈົ້າທັງຫລາຍທີ່ສຸດຂອງແຜ່ນດິນໂລກຈົ່ງມາຫາເຮົາເຖີດ, ຈົ່ງຊື້ນົມ ແລະ ນ້ຳເຜິ້ງ, ໂດຍປາດສະຈາກເງິນ ແລະ ປາດສະຈາກລາຄາ.”24
ໃນເລື່ອງນີ້ພວກເຮົາປະກາດ “ດ້ວຍໃຈທີ່ນອບນ້ອມ, ດ້ວຍວິນຍານຂອງຄວາມອ່ອນໂຍນ,”25 ແລະ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.