ວັດທະນະທຳຂອງພຣະຄຣິດ
ເຮົາສາມາດທະນຸຖະໜອມວັດທະນະທຳໃນໂລກຂອງເຮົາ ແລະ ກໍສາມາດເຂົ້າຮ່ວມວັດທະນະທຳນິລັນດອນ ຊຶ່ງມາຈາກພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ໂລກທີ່ເຮົາອາໄສຢູ່ ແລະ ແບ່ງປັນໃຫ້ກັນສະຫງ່າງາມແທ້ໆ, ເປັນບ້ານເຮືອນຂອງຜູ້ຄົນ, ພາສາ, ປະເພນີ, ແລະ ປະຫວັດສາດທີ່ແຕກຕ່າງກັນ—ກະຈັດກະຈາຍກັນຢູ່ຫລາຍຮ້ອຍປະເທດ ແລະ ມີເປັນຫລາຍພັນກຸ່ມ, ຕ່າງກໍອຸດົມໄປດ້ວຍວັດທະນະທຳ. ມວນມະນຸດມີຫລາຍສິ່ງທີ່ເປັນໜ້າປາບປື້ມ ແລະ ສະເຫລີມສະຫລອງ. ເຖິງແມ່ນການປະພຶດທີ່ຮຽນຮູ້—ຈາກວັດທະນະທຳທີ່ເຮົາເຕີບໂຕມາ—ສາມາດເປັນພະລັງອັນຍິ່ງໃຫຍ່ໃນຊີວິດຂອງເຮົາໄດ້, ແຕ່ມັນກໍຍັງສາມາດກາຍເປັນອຸປະສັກອັນໃຫຍ່ໂຕໄດ້ຄືອີກ.
ອາດເບິ່ງຄືວ່າ ວັດທະນະທຳ ຖືກຝັງແໜ້ນຢູ່ໃນຄວາມຄິດ ແລະ ການປະພຶດຂອງເຮົາ ຈົນວ່າເປັນໄປບໍ່ໄດ້ທີ່ຈະປ່ຽນແປງ. ແທ້ຈິງແລ້ວ, ເຮົາຮູ້ສຶກວ່າ ມັນບົ່ງບອກກ່ຽວກັບຕົວເຮົາເອງ ແລະ ຈາກສິ່ງນັ້ນເຮົາຮູ້ຈັກເອກະລັກຂອງຕົວເອງ. ມັນສາມາດເປັນອິດທິພົນທີ່ມີພະລັງ ຈົນວ່າເຮົາບໍ່ສາມາດຫລຽວເຫັນຄວາມອ່ອນແອ ຫລື ຄວາມບົກພ່ອງໃນວັດທະນະທຳຂອງເຮົາເອງ, ຊຶ່ງເປັນການຍາກທີ່ຈະປະຖິ້ມປະເພນີຂອງບັນພະບຸລຸດຂອງເຮົາ. ການຫລົງໄຫລຫລາຍເກີນໄປກັບເອກະລັກທາງວັດທະນະທຳຂອງຕົນ ອາດນຳໄປສູ່ການປະຕິເສດສິ່ງທີ່ກຸ້ມຄ່າ ແມ່ນແຕ່—ແນວຄິດຈາກສະຫວັນ—ຄຸນລັກສະນະ, ແລະ ການປະພຶດ.
ຂ້າພະເຈົ້າຮູ້ຈັກຊາຍທີ່ດີຄົນໜຶ່ງບໍ່ຫລາຍປີຜ່ານມານີ້, ຜູ້ໄດ້ສະແດງໃຫ້ເຫັນຫລັກທຳສາກົນຂອງວັດທະນະທຳສາຍຕາສັ້ນ. ຂ້າພະເຈົ້າໄດ້ພົບເຫັນລາວເທື່ອທຳອິດຢູ່ປະເທດສິງກະໂປ ຕອນຂ້າພະເຈົ້າໄດ້ຖືກມອບໝາຍໃຫ້ເປັນຄູສອນປະຈຳບ້ານຂອງລາວ. ລາວເປັນອາຈານຝ່າຍພາສາສັນສະກິດ ແລະ ພາສາທະມິນ, ແລະ ລາວມາຈາກພາກໃຕ້ຂອງປະເທດອິນເດຍ. ພັນລະຍາທີ່ດີ ແລະ ລູກຊາຍສອງຄົນຂອງລາວເປັນສະມາຊິກຂອງສາດສະໜາຈັກ, ແຕ່ລາວບໍ່ໄດ້ເຂົ້າຮ່ວມ ຫລື ຮັບຟັງຄຳສອນເລື່ອງພຣະກິດຕິຄຸນ. ລາວດີໃຈກັບຄວາມກ້າວໜ້າຂອງພັນລະຍາ ແລະ ລູກຊາຍຂອງລາວ ແລະ ກໍສະໜັບສະໜູນເຂົາເຈົ້າຢ່າງເຕັມທີ່ໃນຄວາມເຂົ້າໃຈ ແລະ ໜ້າທີ່ຮັບຜິດຊອບຂອງເຂົາເຈົ້າໃນສາດສະໜາຈັກ.
ເມື່ອຂ້າພະເຈົ້າສະເໜີສິດສອນພຣະກິດຕິຄຸນ ແລະ ແບ່ງປັນຄວາມເຊື່ອຖືໃຫ້ກັບລາວ, ໃນຕອນຕົ້ນລາວກໍປະຕິເສດທັນທີ. ເປັນເວລາດົນນານ ຂ້າພະເຈົ້າຈຶ່ງເຂົ້າໃຈເຫດຜົນ ທີ່ວ່າ: ຖ້າຫາກລາວເຮັດແນວນັ້ນ, ລາວຈະກາຍເປັນຄົນທໍລະຍົດຕໍ່ອະດີດ, ຕໍ່ຜູ້ຄົນ, ແລະ ຕໍ່ປະຫວັດສາດຂອງລາວ! ຕາມຄວາມຄິດຂອງລາວແລ້ວ, ລາວຈະຕ້ອງປະຕິເສດທຸກຢ່າງທີ່ເຄີຍເປັນມາ, ທຸກຢ່າງທີ່ຄອບຄົວໄດ້ສິດສອນລາວໃຫ້ເປັນ, ປະຕິເສດມໍລະດົກຂອງຄົນອິນເດຍ. ສອງສາມເດືອນຈາກນັ້ນ, ພວກເຮົາຈຶ່ງສາມາດເວົ້າລົ້ມກັນກ່ຽວກັບເລື່ອງເຫລົ່ານີ້. ຂ້າພະເຈົ້າຕົກໃຈ (ແຕ່ກໍບໍ່ໄດ້ປະຫລາດໃຈ!) ກັບວິທີທີ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ ສາມາດເປີດຕາຂອງລາວ ເພື່ອໃຫ້ເຫັນທັດສະນະທີ່ແຕກຕ່າງ.
ໃນວັດທະນະທຳທີ່ມະນຸດສ້າງຂຶ້ນມາ ມັນຈະມີທັງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ, ເສີມສ້າງ ແລະ ທຳລາຍ ປົນຢູ່ນຳກັນ.
ບັນຫາຢ່າງຫລວງຫລາຍໃນໂລກຂອງເຮົາ ແມ່ນເກີດຈາກການປະທະກັນລະຫວ່າງຄວາມຄິດ ແລະ ປະເພນີທີ່ແຕກຕ່າງ ຊຶ່ງເກີດຈາກວັດທະນະທຳຂອງເຂົາເຈົ້າເອງ. ແຕ່ຄວາມຂັດແຍ້ງ ແລະ ຄວາມວຸ້ນວາຍ ທັງໝົດ ຈະຫາຍໄປຢ່າງໄວ ຖ້າຫາກຊາວໂລກພຽງແຕ່ຍອມຮັບເອົາວັດທະນະທຳດັ້ງເດີມຂອງຕົນ, ອັນທີ່ເຮົາໄດ້ຮັບເອົາເມື່ອບໍ່ດົນມານີ້. ວັດທະນະທຳນີ້ມີຢູ່ໃນຊີວິດກ່ອນຊ່ວງມະຕະຂອງເຮົາ. ມັນເປັນວັດທະນະທຳຂອງອາດາມ ແລະ ເອນົກ. ມັນເປັນວັດທະນະທຳທີ່ຕັ້ງຂຶ້ນຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ໃນເວລາອັນຮຸ່ງໂລດ, ແລະ ມັນມີໃຫ້ສຳລັບຜູ້ຍິງ ແລະ ຜູ້ຊາຍທຸກຄົນ ໃນວັນເວລາຂອງເຮົານຳອີກ. ມັນປະເສີດ. ມັນເປັນວັດທະນະທຳທີ່ຍິ່ງໃຫຍ່ທີ່ສຸດ ແລະ ມາຈາກແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດ, ສ້າງຂຶ້ນໂດຍພຣະເຈົ້າ ແລະ ສະໜັບສະໜູນໂດຍພຣະຄຣິດ. ມັນສ້າງຄວາມສາມັກຄີ ແທນທີ່ຈະແບ່ງແຍກ. ມັນປິ່ນປົວແທນທີ່ຈະທຳຮ້າຍ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດສິດສອນເຮົາວ່າ ຊີວິດມີຈຸດປະສົງ. ການເປັນຢູ່ຂອງເຮົາ ບໍ່ແມ່ນອຸປະຕິເຫດ ຫລື ຄວາມຜິດພາດຄັ້ງໃຫຍ່ທີ່ພຣະເຈົ້າໄດ້ສ້າງຂຶ້ນ! ມັນມີເຫດຜົນທີ່ເຮົາມາຢູ່ນີ້.
ວັດທະນະທຳນີ້ແມ່ນຮາກຖານຂອງປະຈັກພະຍານທີ່ວ່າ ພຣະບິດາເທິງສະຫວັນມີຢູ່ແທ້ໆ, ພຣະອົງມີຈິງ ແລະ ຮັກເຮົາແຕ່ລະຄົນ. ເຮົາທຸກຄົນເປັນ “ວຽກງານ ແລະ ລັດສະໝີພາບ [ຂອງພຣະອົງ].”1 ວັດທະນະທຳນີ້ ສະໜັບສະໜູນແນວຄິດຂອງຄວາມມີຄ່າທີ່ເທົ່າທຽມກັນ. ມັນບໍ່ຮັບຮູ້ເລື່ອງຖານະ ຫລື ຊົນຊັ້ນ. ແທ້ຈິງແລ້ວ, ເຮົາທຸກຄົນເປັນອ້າຍເອື້ອຍນ້ອງກັນ, ເປັນລູກໆທາງວິນຍານຂອງບິດາມານດາໃນສະຫວັນຂອງເຮົາ—ແທ້ໆ. ມັນບໍ່ມີອະຄະຕິ ຫລື ຄວາມຄິດວ່າ “ພວກເຮົາ ແຕກຕ່າງຈາກ ພວກເຂົາ” ໃນວັດທະນະທຳທີ່ຍິ່ງໃຫຍ່ທີ່ສຸດ. ເຮົາທຸກຄົນເປັນ “ພວກເຮົາ.” ເຮົາທຸກຄົນເປັນ “ພວກເຂົາ.” ເຮົາເຊື່ອວ່າເຮົາມີໜ້າທີ່ຮັບຜິດຊອບ ແລະ ມີຄວາມຮັບຜິດຊອບຕໍ່ຕົວເອງ, ຕໍ່ກັນແລະກັນ, ຕໍ່ສາດສະໜາຈັກ, ແລະ ຕໍ່ໂລກຂອງເຮົາ. ໜ້າທີ່ຮັບຜິດຊອບ ແລະ ການມີຄວາມຮັບຜິດຊອບ ເປັນພາກສ່ວນທີ່ສຳຄັນໃນການເຕີບໂຕຂອງເຮົາ.
ຄວາມໃຈບຸນ, ຄວາມຫ່ວງໃຍທີ່ແທ້ຈິງເໝືອນດັ່ງພຣະຄຣິດ, ເປັນຮາກຖານທີ່ໝັ້ນຄົງຂອງວັດທະນະທຳນີ້. ເຮົາຮູ້ສຶກເປັນຫ່ວງເປັນໃຍແທ້ໆກັບຄວາມຕ້ອງການຂອງເພື່ອນມະນຸດດ້ວຍກັນ, ທາງໂລກ ແລະ ທາງວິນຍານ, ແລະ ກໍໄດ້ປະຕິບັດຕາມຄວາມຮູ້ສຶກເຫລົ່ານັ້ນ. ສິ່ງນີ້ຂັບໄລ່ຄວາມອະຄະຕິ ແລະ ຄວາມກຽດຊັງ.
ເຮົາຊື່ນຊົມກັບວັດທະນະທຳແຫ່ງການທຳນາຍ, ເອົາໃຈໃສ່ຕໍ່ພຣະຄຳຂອງພຣະເຈົ້າ ທີ່ບັນດາສາດສະດາໄດ້ຮັບ (ແລະ ຢືນຢັນດ້ວຍຕົວເອງກັບແຕ່ລະຢ່າງ ຜ່ານທາງພຣະວິນຍານບໍລິສຸດ). ມວນມະນຸດທັງປວງສາມາດຮູ້ໄດ້ເຖິງພຣະປະສົງ ແລະ ພຣະດຳລັດຂອງພຣະເຈົ້າ.
ວັດທະນະທຳນີ້ສະໜັບສະໜູນຫລັກທຳແຫ່ງອຳເພີໃຈ. ຄວາມສາມາດທີ່ຈະເລືອກແມ່ນສຳຄັນຫລາຍແທ້ໆ ຕໍ່ຄວາມກ້າວໜ້າ ແລະ ຄວາມສຸກຂອງເຮົາ. ການເລືອກທີ່ສະຫລາດແມ່ນສຳຄັນ.
ມັນເປັນວັດທະນະທຳແຫ່ງການຮຽນຮູ້ ແລະ ການສຶກສາ. ເຮົາສະແຫວງຫາຄວາມຮູ້ ແລະ ສະຕິປັນຍາ ແລະ ສິ່ງທີ່ດີທີ່ສຸດໃນທຸກຢ່າງ.
ມັນເປັນວັດທະນະທຳແຫ່ງສັດທາ ແລະ ການເຊື່ອຟັງ. ສັດທາໃນພຣະເຢຊູຄຣິດ ແມ່ນຫລັກທຳຂໍ້ທຳອິດຂອງວັດທະນະທຳຂອງເຮົາ, ແລະ ການເຊື່ອຟັງຕໍ່ຄຳສອນ ແລະ ພຣະບັນຍັດຂອງພຣະອົງແມ່ນຜົນທີ່ໄດ້ຮັບ. ສິ່ງເຫລົ່ານີ້ນຳໄປສູ່ການເປັນນາຍຕົວເອງ.
ມັນເປັນວັດທະນະທຳແຫ່ງການອະທິຖານ. ເຮົາເຊື່ອວ່າພຣະເຈົ້າຈະບໍ່ພຽງແຕ່ໄດ້ຍິນເຮົາເທົ່ານັ້ນ ແຕ່ຈະຊ່ວຍເຫລືອເຮົານຳອີກ.
ມັນເປັນວັດທະນະທຳແຫ່ງພັນທະສັນຍາ ແລະ ພິທີການ, ມາດຕະຖານສິນທຳສູງ, ການເສຍສະລະ, ການໃຫ້ອະໄພ ແລະ ການກັບໃຈ, ແລະ ການດູແລວິຫານທີ່ເປັນຮ່າງກາຍຂອງເຮົາ. ທັງໝົດນີ້ເປັນພະຍານເຖິງຄຳໝັ້ນສັນຍາຂອງເຮົາຕໍ່ພຣະເຈົ້າ.
ມັນເປັນວັດທະນະທຳແຫ່ງການປົກຄອງໂດຍຖານະປະໂລຫິດ, ສິດອຳນາດທີ່ຈະກະທຳໃນພຣະນາມຂອງພຣະເຈົ້າ, ອຳນາດຂອງພຣະເຈົ້າທີ່ຈະເປັນພອນໃຫ້ແກ່ລູກໆຂອງພຣະອົງ. ມັນໃຫ້ຄວາມຮູ້ ແລະ ຊ່ວຍແຕ່ລະຄົນໃຫ້ເປັນຄົນດີກວ່າເກົ່າ, ເປັນຜູ້ນຳ, ເປັນແມ່, ເປັນພໍ່, ແລະ ເປັນຄູ່ກັນທີ່ດີກວ່າເກົ່າ—ແລະ ມັນຊຳລະບ້ານເຮືອນໃຫ້ສະອາດ.
ມັນມີການມະຫັດສະຈັນຢ່າງຫລວງຫລາຍຢູ່ໃນ, ວັດທະນະທຳທີ່ເກົ່າແກ່ທີ່ສຸດ, ນີ້ເກີດຂຶ້ນໂດຍສັດທາໃນພຣະເຢຊູຄຣິດ, ອຳນາດຂອງຖານະປະໂລຫິດ, ການອະທິຖານ, ການພັດທະນາຕົນ, ການປ່ຽນໃຈເຫລື້ອມໃສຢ່າງແທ້ຈິງ, ແລະ ການໃຫ້ອະໄພ.
ມັນເປັນວັດທະນະທຳແຫ່ງວຽກງານເຜີຍແຜ່. ຄຸນຄ່າຂອງຈິດວິນຍານແມ່ນຍິ່ງໃຫຍ່.
ໃນວັດທະນະທຳຂອງພຣະຄຣິດ, ຜູ້ຍິງຖືກຍົກຂຶ້ນເຖິງຖານະທີ່ເໝາະສົມ ແລະ ນິລັນດອນຂອງເຂົາເຈົ້າ. ເຂົາເຈົ້າບໍ່ໄດ້ຢູ່ໃຕ້ການບັງຄັບຂອງຜູ້ຊາຍ, ຄືກັນກັບຫລາຍໆວັດທະນະທຳຢູ່ໃນໂລກທຸກວັນນີ້, ແຕ່ເປັນຫຸ້ນສ່ວນເຕັມທີ່ ແລະ ສະເໝີພາບໃນໂລກນີ້ ແລະ ໃນໂລກທີ່ຈະມາເຖິງ.
ວັດທະນະທຳນີ້ຢືນຢັນຄວາມສັກສິດຂອງຄອບຄົວ. ຄອບຄົວເປັນໜ່ວຍພື້ນຖານແຫ່ງນິລັນດອນ. ຄວາມສົມບູນແບບຂອງຄອບຄົວແມ່ນກຸ້ມຄ່າທີ່ຈະເສຍສະລະເພື່ອຍ້ອນວ່າ, ຕາມການສິດສອນ, “ບໍ່ມີຄວາມສຳເລັດໃດ ທີ່ສາມາດຊົດເຊີຍຄວາມລົ້ມເຫລວໃນບ້ານເຮືອນໄດ້.”2 ວຽກງານອັນດີເດັ່ນທີ່ສຸດ ແມ່ນສຳເລັດຢູ່ໃນບ້ານເຮືອນ ແລະ ຄວາມສຸກອັນສຸດຍອດກໍບັນລຸຢູ່ໃນບ້ານເຮືອນ.
ໃນວັດທະນະທຳຂອງພຣະຄຣິດ, ມັນມີທັດສະນະ—ແລະ ຈຸດສຸມ ແລະ ການຊີ້ນຳນິລັນດອນ. ວັດທະນະທຳນີ້ກ່ຽວຂ້ອງກັບສິ່ງທີ່ກຸ້ມຄ່າອັນຍາວນານ! ມັນມາຈາກພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊຶ່ງເປັນນິລັນດອນ, ແລະ ອະທິບາຍເຫດຜົນ, ຈຸດປະສົງ, ແລະ ຈຸດໝາຍປາຍທາງ ເລື່ອງການເປັນຢູ່ຂອງເຮົາ. (ມັນກ່ຽວກັບທຸກຄົນ, ບໍ່ຍົກເວັ້ນຜູ້ໃດ.) ເພາະວັດທະນະທຳນີ້ຄືຜົນຈາກການປະຕິບັດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ, ມັນຈຶ່ງຊ່ວຍເປັນຫວ້ານຢາ ຊຶ່ງໂລກເຮົາຕ້ອງການຫລາຍທີ່ສຸດ.
ການທີ່ຈະເປັນພາກສ່ວນໃນການດຳລົງຊີວິດທີ່ສູງສັກນີ້ ຊ່າງປະເສີດແທ້ໆ! ເພື່ອຈະໄດ້ເປັນພາກສ່ວນໃນ, ວັດທະນະທຳທີ່ຍິ່ງໃຫຍ່ທີ່ສຸດ, ນີ້ຈະຮຽກຮ້ອງການປ່ຽນແປງ. ບັນດາສາດສະດາໄດ້ສິດສອນວ່າ ຈຳເປັນຕ້ອງປະຖິ້ມວັດທະນະທຳໃດກໍຕາມທີ່ບໍ່ສອດຄ່ອງກັບວັດທະນະທຳຂອງພຣະຄຣິດ. ແຕ່ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງປະຖິ້ມ ທຸກສິ່ງທຸກຢ່າງ. ບັນດາສາດສະດາກໍໄດ້ເນັ້ນອີກວ່າ ເຮົາຖືກເຊື້ອເຊີນ, ທຸກໆຄົນ, ໃຫ້ເອົາສັດທາ ແລະ ພອນສະຫວັນ ແລະ ຄວາມຮູ້ຂອງເຮົາມານຳ—ທຸກສິ່ງທີ່ດີໃນຊີວິດຂອງເຮົາ ແລະ ໃນວັດທະນະທຳຂອງເຮົາ—ມານຳ ດ້ວຍ ແລະ ອະນຸຍາດໃຫ້ສາດສະໜາຈັກ “ຕື່ມເຕີມ” ຜ່ານທາງຂ່າວສານຂອງພຣະກິດຕິຄຸນ.3
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍບໍ່ແມ່ນສັງຄົມຂອງພາກຕາເວັນຕົກ ຫລື ວັດທະນະທຳທີ່ແປກປະຫລາດຂອງຄົນອາເມຣິກາ. ມັນເປັນສາດສະໜາຈັກຂອງທົ່ວໂລກ, ຊຶ່ງມີເປົ້າໝາຍໃຫ້ເປັນແນວນັ້ນຢູ່ແລ້ວ. ຍິ່ງກວ່ານັ້ນອີກ, ມັນມາຈາກສະຫວັນ. ສະມາຊິກໃໝ່ຈາກທົ່ວໂລກໄດ້ນຳຄວາມເຂັ້ມແຂງ, ຄວາມແຕກຕ່າງ, ແລະ ຄວາມຕື່ນເຕັ້ນ ມາໃຫ້ຄອບຄົວທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວຂອງເຮົາ. ໄພ່ພົນຍຸກສຸດທ້າຍໃນທຸກແຫ່ງຫົນຍັງສະເຫລີມສະຫລອງ ແລະ ໃຫ້ກຽດແກ່ມໍລະດົກ ແລະ ວິລະຊົນຂອງຕົວເອງຢູ່ຄືເກົ່າ, ແຕ່ບັດນີ້ ເຂົາເຈົ້າໄດ້ເປັນພາກສ່ວນຂອງບາງສິ່ງທີ່ຍິ່ງໃຫຍ່ຫລາຍທີ່ສຸດ. ວັດທະນະທຳຂອງພຣະຄຣິດຊ່ວຍເຮົາໃຫ້ເຫັນຕົວເອງວ່າເຮົາເປັນໃຜແທ້ໆ, ແລະ ເມື່ອເຫັນດ້ວຍຕາແຫ່ງນິລັນດອນ, ລວມດ້ວຍຄວາມຊອບທຳ, ມັນຈະເພີ່ມຄວາມສາມາດ ເພື່ອບັນລຸແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່.
ສະນັ້ນ ມີຫຍັງເກີດຂຶ້ນກັບເພື່ອນຂອງຂ້າພະເຈົ້າ? ລາວໄດ້ຮັບເອົາບົດຮຽນ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກ. ນັບແຕ່ນັ້ນມາຄອບຄົວຂອງລາວໄດ້ຜະນຶກເຂົ້າກັນສຳລັບການເວລາ ແລະ ຊົ່ວນິລັນດອນ ຢູ່ໃນພຣະວິຫານຊິດນີ ອົດສະຕຣາລີ. ລາວໄດ້ປະຖິ້ມໜ້ອຍໜຶ່ງ—ແລະ ໄດ້ຮັບສັກກະຍະພາບສຳລັບທຸກສິ່ງທຸກຢ່າງ. ລາວຄົ້ນພົບວ່າ ລາວຍັງສາມາດສະເຫລີມສະຫລອງປະຫວັດສາດຂອງລາວ, ຍັງພູມໃຈກັບບັນພະບຸລຸດຂອງລາວ, ດົນຕີ ແລະ ການຟ້ອນລຳ ແລະ ວັນນະຄະດີຂອງລາວ, ແລະ ອາຫານການກິນຂອງລາວ, ແລະ ປະເທດຊາດ ແລະ ຜູ້ຄົນຂອງລາວ. ລາວພົບວ່າ ມັນບໍ່ມີບັນຫາເລີຍທີ່ຈະເຊື່ອມຕໍ່ວັດທະນະທຳອັນດີງາມຂອງລາວເຂົ້າກັບວັດທະນະທຳທີ່ຍິ່ງໃຫຍ່ທີ່ສຸດ. ລາວພົບເຫັນວ່າ ການນຳສິ່ງທີ່ສອດຄ່ອງກັບຄວາມຈິງ ແລະ ຄວາມຊອບທຳ ຈາກຊີວິດເກົ່າຂອງລາວມາສູ່ສິ່ງໃໝ່ນີ້ ເປັນການເພີ່ມພູນການເປັນສະມາຊິກຂອງລາວກັບໄພ່ພົນ ແລະ ປຸ້ມລຸມເປັນອັນໜຶ່ງດຽວກັນໃນສັງຄົມແຫ່ງສະຫວັນ.
ແນ່ນອນ, ເຮົາສາມາດທະນຸຖະໜອມວັດທະນະທຳໃນໂລກຂອງເຮົາ ແລະ ກໍຍັງສາມາດເຂົ້າຮ່ວມວັດທະນະທຳເກົ່າແກ່ທີ່ສຸດ—ດັ້ງເດີມ, ສຸດຍອດ, ແລະ ນິລັນດອນ ຊຶ່ງມາຈາກພຣະກິດຕິຄຸນຂອງພຣະເຢຊູຄຣິດ. ມັນຊ່າງເປັນມໍລະດົກທີ່ໜ້າອັດສະຈັນໃຈແທ້ໆ ທີ່ເຮົາທຸກຄົນໄດ້ແບ່ງປັນໃຫ້ກັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.