ງຽບສະຫງົບແມ
ພຣະຜູ້ຊ່ວຍໃຫ້ລອດສິດສອນເຮົາໃຫ້ຮູ້ສຶກເຖິງສັນຕິສຸກ ແລະ ຄວາມສະຫງົບແມ່ນແຕ່ໃນເວລາລົມພັດຢ່າງແຮງອ້ອມຮອບຕົວເຮົາ ແລະ ຄື້ນຟອງຂົ່ມຂູ່ໃຫ້ຄວາມຫວັງຂອງເຮົາຈົມລົງ.
ໃນຕອນທີ່ລູກໆຂອງພວກເຮົາຍັງນ້ອຍ, ຄອບຄົວຂອງພວກເຮົາໄດ້ໃຊ້ເວລາສອງສາມມື້ທີ່ທະເລສາບບ່ອນສວຍງາມແຫ່ງໜຶ່ງ. ຕອນສວຍມື້ໜຶ່ງລູກໆບາງຄົນໄດ້ໃສ່ເສື້ອຊູຊີບກ່ອນທີ່ຈະກະໂດດອອກຈາກຊານເຮືອລົງນໍ້າ. ລູກສາວຫລ້າຂອງພວກເຮົາໄດ້ເບິ່ງດ້ວຍຄວາມລັງເລໃຈ, ຕັ້ງໃຈສັງເກດເບິ່ງອ້າຍເອື້ອຍຂອງນາງ. ດ້ວຍຄວາມກ້າຫານທັງໝົດທີ່ນາງຮວບຮວມໄດ້, ນາງໄດ້ບີບດັງຂອງນາງດ້ວຍມືເບື້ອງໜຶ່ງ ແລະ ກະໂດດລົງໄປ. ນາງພົ້ນຂຶ້ນມາຢ່າງໄວວາ ແລະ ຮ້ອງຂຶ້ນດ້ວຍສຽງທີ່ຕົກໃຈວ່າ, “ຊ່ວຍຂ້ອຍແດ່! ຊ່ວຍຂ້ອຍແດ່!
ບັດນີ້, ບໍ່ໄດ້ເກີດອັນຕະລາຍຫຍັງຂຶ້ນກັບຊີວິດຂອງນາງ; ເສື້ອຊູຊີບຂອງນາງກຳລັງປະຕິບັດໜ້າທີ່ຂອງມັນ, ແລະ ນາງຟູຂຶ້ນໜ້ານໍ້າຢ່າງປອດໄພ. ພວກເຮົາສາມາດເອື້ອມມືຫານາງ ແລະ ດຶງນາງຂຶ້ນເທິງຊານເຮືອດ້ວຍຄວາມພະຍາຍາມພຽງເລັກນ້ອຍ. ແຕ່ຈາກມຸມມອງຂອງນາງ, ນາງຕ້ອງການຄວາມຊ່ວຍເຫລືອ. ບາງທີອາດເປັນຍ້ອນຄວາມເຢັນຂອງນໍ້າ ຫລື ຄວາມໃໝ່ຂອງປະສົບການ. ໃນກໍລະນີໃດກໍຕາມ, ນາງໄດ້ປີນກັບຄືນຂຶ້ນເທິງທ້າຍເຮືອ, ທີ່ເຮົາຕູ້ມນາງດ້ວຍຜ້າແພແຫ້ງ ແລະ ຊົມເຊີຍໃນຄວາມກ້າຫານຂອງນາງ.
ບໍ່ວ່າເຮົາຈະແກ່ ຫລື ໜຸ່ມ, ພວກເຮົາຫລາຍຄົນຈະ, ໃນຊ່ວງເວລາທີ່ໜັກໜ່ວງ, ເປັ່ງສຽງດ້ວຍຄຳສຸກເສີນເຊັ່ນວ່າ “ຊ່ວຍຂ້ອຍແດ່!” “ຊ່ວຍຊີວິດຂ້ານ້ອຍແດ່!” ຫລື “ກະລຸນາ, ຕອບຄຳອະທິຖານຂອງຂ້ານ້ອຍແດ່ທ້ອນ!”
ເຫດການແບບນີ້ໄດ້ເກີດຂຶ້ນກັບສາວົກຂອງພຣະເຢຊູຄຣິດ ໃນລະຫວ່າງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ. ໃນໜັງສືມາຣະໂກ ເຮົາໄດ້ອ່ານວ່າ ພຣະເຢຊູ “ໄດ້ສັ່ງສອນອີກທີ່ແຄມທະເລ: ປະຊາຊົນກຸ່ມໃຫຍ່ມາເຕົ້າໂຮມກັນ ແລ້ວມາຫາພຣະອົງ.”1 ກຸ່ມຄົນເປັນຈຳນວນຫລວງຫລາຍຈົນພຣະເຢຊູ “ຂຶ້ນໄປເທິງເຮືອ”2 ແລະ ໂອ້ລົມຈາກທາງຊານເຮືອ. ພຣະອົງໄດ້ສິດສອນຜູ້ຄົນໃນຄຳອຸປະມາຂະນະທີ່ເຂົາເຈົ້ານັ່ງຢູ່ແຄມຝັ່ງຈົນໝົດມື້.
“ແລະ … ເມື່ອເຖິງ [ຕອນຄໍ່າ] ໃນວັນດຽວກັນນັ້ນ,” ພຣະອົງໄດ້ກ່າວແກ່ພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລໄປຟາກນັ້ນເທາະ. ສະນັ້ນພວກເພິ່ນຈຶ່ງລາປະຊາຊົນ,”3 ພວກເພິ່ນໄດ້ອອກຈາກຊາຍຝັ່ງ ແລະ ກໍາລັງເດີນທາງຂ້າມນໍ້າທະເລ ຄາລີເລ. ໃນດ້ານຫລັງຂອງເຮືອ, ພຣະເຢຊູໄດ້ລົ້ມຕົວລົງ ແລະ ເຊືອບຫລັບໄປ. ບໍ່ດົນຕໍ່ມາ “ພະຍຸກໍເລີ່ມພັດມາແຮງ, ແລະ ຟອງນໍ້າຊັດເຂົ້າເຮືອ, ຈົນ [ເກືອບຈະ] ເຕັມ”4 ດ້ວຍນໍ້າ.
ສາວົກຂອງພຣະເຢຊູຫລາຍຄົນເປັນຊາວປະມົງທີ່ມີປະສົບການ ແລະ ຮູ້ຈັກວິທີຮັບມືກັບເຮືອໃນເວລາມີພະຍຸ. ເຂົາເຈົ້າເປັນທີ່ໄວ້ວາງໃຈຂອງພຣະອົງ—ແນ່ນອນ, ສາວົກ—ອັນເປັນທີ່ຮັກຂອງພຣະອົງ. ເຂົາເຈົ້າໄດ້ປະຖິ້ມວຽກງານ, ຄວາມສຸກສ່ວນຕົວ, ແລະ ຄອບຄົວເພື່ອຕິດຕາມພຣະເຢຊູ. ການຮ່ວມເດີນທາງໃນເຮືອຂອງເຂົາເຈົ້າເປັນພະຍານເຖິງສັດທາທີ່ເຂົາເຈົ້າມີຕໍ່ພຣະອົງ. ແລະ ບັດນີ້ເຮືອຂອງເຂົາເຈົ້າຢູ່ໃນລະຫວ່າງລົມພະຍຸ ແລະ ໃກ້ຈະຈົມ.
ເຮົາບໍ່ຮູ້ວ່າເຂົາເຈົ້າໄດ້ຕໍ່ສູ້ດົນປານໃດໃນຄວາມພະຍາຍາມບໍ່ໃຫ້ເຮືອຈົມໄປກັບພະຍຸ, ແຕ່ເຂົາເຈົ້າໄດ້ປຸກພຣະເຢຊູດ້ວຍນໍ້າສຽງທີ່ກັງວົນໃຈ, ວ່າ:
“ອາຈານເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍແດ່ບໍ?”5
“ພຣະອົງເຈົ້າເອີຍ, ຊ່ວຍພວກຂ້ານ້ອຍແດ່ທ້ອນ: ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.”6
ເຂົາເຈົ້າໄດ້ເອີ້ນພຣະອົງວ່າ “ອາຈານ,” ແລະ ພຣະອົງກໍເປັນເຊັ່ນນັ້ນ. ພຣະອົງຍັງເປັນ “ພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ພຣະບິດາແຫ່ງສະຫວັນ ແລະ ແຜ່ນດິນໂລກ, ພຣະຜູ້ສ້າງທຸກສິ່ງຕັ້ງແຕ່ຕົ້ນ.”7
ຈາກຈຸດທີ່ພຣະອົງຢູ່ເທິງເຮືອ, ພຣະເຢຊູໄດ້ຕື່ນຂຶ້ນມາ ແລະ ກ່າວກັບທະເລວ່າ, “ງຽບສະຫງົບແມ. ແລະ ລົມ [ກໍເຊົາ], ຟອງນໍ້າກໍສະຫງົບງຽບໄປ.”8 ຈາກນັ້ນ ພຣະເຢຊູທີ່ເປັນພຣະອາຈານທີ່ແທ້ຈິງໄດ້ສິດສອນສາວົກຂອງພຣະອົງ ດ້ວຍຄຳຖາມສອງຂໍ້ທີ່ລຽບງ່າຍແຕ່ເຕັມໄປດ້ວຍຄວາມຮັກ. ພຣະອົງໄດ້ຖາມວ່າ:
“ເປັນຫຍັງພວກເຈົ້າຈຶ່ງຢ້ານ?”9
“ສັດທາຂອງພວກເຈົ້າຢູ່ໃສ?”10
ມີແນວໂນ້ມໃນຊີວິດມະຕະ, ແມ່ນແຕ່ການລໍ້ລວງ, ເມື່ອເຮົາພົບວ່າຕົນເອງຢູ່ລະຫວ່າງການທົດລອງ, ບັນຫາ, ຫລື ຄວາມທຸກທໍລະມານ ຈົນຮ້ອງອອກມາວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງຂ້ານ້ອຍແດ່ບໍ?” ຊ່ວຍຊີວິດຂ້ານ້ອຍແດ່ທ້ອນ.” ແມ່ນແຕ່ໂຈເຊັບ ສະມິດ ໄດ້ອ້ອນວອນຈາກຄຸກທີ່ໂຫດຮ້າຍ, “ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ? ແລະ ສາລາທີ່ປົກປິດ ບ່ອນລີ້ຂອງພຣະອົງຢູ່ບ່ອນໃດ?”11
ແນ່ນອນວ່າ, ພຣະຜູ້ຊ່ວຍໃຫ້ລອດຂອງໂລກຕ້ອງເຂົ້າໃຈຂີດຈຳກັດຄວາມເປັນມະຕະຂອງເຮົາ, ເພາະພຣະອົງໄດ້ສິດສອນເຮົາໃຫ້ຮູ້ສຶກເຖິງສັນຕິສຸກ ແລະ ຄວາມສະຫງົບແມ່ນແຕ່ໃນເວລາລົມພັດຢ່າງແຮງອ້ອມຮອບຕົວເຮົາ ແລະ ຄື້ນຟອງຂົ່ມຂູ່ໃຫ້ຄວາມຫວັງຂອງເຮົາຈົມລົງ.
ເຖິງຜູ້ທີ່ຖືກທົດລອງສັດທາ, ມີສັດທາຄືເດັກນ້ອຍ, ຫລື ແມ່ນແຕ່ການໃຊ້ສັດທາຈັກໜ້ອຍໜຶ່ງ12 ພຣະເຢຊູໄດ້ເຊື້ອເຊີນ, ໂດຍກ່າວວ່າ, “ຈົ່ງມາຫາເຮົາ.”13 “ເຊື່ອໃນພຣະນາມຂອງເຮົາ.”14 “ຈົ່ງຮຽນຮູ້ຈາກເຮົາ, ແລະ ຟັງຖ້ອຍຄຳຂອງເຮົາ.”15 ພຣະອົງບັນຊາຢ່າງອ່ອນໂຍນວ່າ, “ຈົ່ງກັບໃຈ ແລະ [ຮັບ] ບັບຕິສະມາໃນນາມຂອງເຮົາ,”16 “ຮັກຊຶ່ງກັນແລະກັນ; ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ,”17 ແລະ “ລະນຶກເຖິງເຮົາຢູ່ຕະຫລອດເວລາ.”18 ເພື່ອຄວາມໝັ້ນໃຈ ພຣະເຢຊູອະທິບາຍວ່າ: “ເຮົາບອກເລື່ອງນີ້ແກ່ເຈົ້າທັງຫລາຍ ເພື່ອພວກເຈົ້າຈະມີຄວາມສະຫງົບສຸກໃນເຮົາ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ; ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”19
ຂ້າພະເຈົ້າສາມາດນຶກເຫັນພາບທີ່ສາວົກຂອງພຣະເຢຊູ ໃນເຮືອທີ່ຖືຶກຊັດດ້ວຍລົມພະຍຸ, ດ້ວຍຄວາມຈຳເປັນ, ຫຍຸ້ງຢູ່ກັບການເບິ່ງຟອງນໍ້າຊັດຂຶ້ນຊານເຮືອ ແລະ ກັບການສະນ້ຳອອກຈາກເຮືອ. ຂ້າພະເຈົ້າສາມາດນຶກເຫັນພາບທີ່ເຂົາເຈົ້າກຳລັງວຸ້ນວາຍຈ່ອງຜ້າໃບ ແລະ ພະຍາຍາມຮັກສາເຮືອນ້ອຍຂອງເຂົາເຈົ້າໄວ້. ຈຸດສຸມຂອງເຂົາເຈົ້າແມ່ນເພື່ອໃຫ້ມີຊີວິດລອດໃນຕອນນັ້ນ, ແລະ ຄຳອ້ອນວອນຂໍຄວາມຊ່ວຍເຫລືອຂອງເຂົາເຈົ້າແມ່ນສຸກເສີນດ້ວຍຄວາມຈິງໃຈ.
ພວກເຮົາຫລາຍຄົນກໍບໍ່ແຕກຕ່າງໃນວັນເວລາຂອງເຮົາ. ເຫດການທີ່ເກີດຂຶ້ນເມື່ອບໍ່ດົນມານີ້ຕະຫລອດທົ່ວໂລກ ແລະ ໃນປະເທດຂອງເຮົາ, ຊຸມຊົນ, ແລະ ຄອບຄົວຂອງເຮົາ ໄດ້ນຳການທົດລອງເທື່ອແລ້ວເທື່ອອີກທີ່ບໍ່ຄາດຝັນມາໃຫ້ເຮົາ. ໃນເວລາຂອງຄວາມວຸ້ນວາຍ ເຮົາສາມາດຮູ້ສຶກຕຶງຄຽດໃນສັດທາໃນຂີດຈຳກັດຂອງຄວາມອົດທົນ ແລະ ຄວາມເຂົ້າໃຈ. ຄື້ນຟອງແຫ່ງຄວາມຢ້ານກົວສາມາດລົບກວນເຮົາ, ເຮັດໃຫ້ເຮົາລືມພຣະກະລຸນາທິຄຸນຂອງພຣະເຈົ້າ, ດັ່ງນັ້ນທັດສະນະຄະຕິຂອງເຮົາຈຶ່ງສັ້ນລົງ ແລະ ບໍ່ມີຈຸດສຸມ. ແຕ່ຍ້ອນຄວາມຫຍຸ້ງຍາກອັນດົນນານເຫລົ່ານີ້ໃນການເດີນທາງຂອງເຮົາ ສັດທາຂອງເຮົາບໍ່ແມ່ນພຽງແຕ່ຖືກທົດສອບເທົ່ານັ້ນ ແຕ່ຍັງຈະເຂັ້ມແຂງຂຶ້ນນຳອີກ.
ບໍ່ວ່າສະຖານະການຂອງເຮົາຈະເປັນແນວໃດ, ເຮົາສາມາດພະຍາຍາມດ້ວຍຄວາມຕັ້ງໃຈເພື່ອສ້າງ ແລະ ເພີ່ມພູນສັດທາຂອງເຮົາໃນພຣະເຢຊູຄຣິດ. ມັນເຂັ້ມແຂງຂຶ້ນເມື່ອເຮົາຈື່ຈຳວ່າເຮົາເປັນລູກຂອງພຣະເຈົ້າ ແລະ ວ່າພຣະອົງຮັກເຮົາ. ສັດທາຂອງເຮົາເຕີບໂຕຂະນະທີ່ເຮົາທົດລອງພຣະຄຳຂອງພຣະເຈົ້າດ້ວຍຄວາມຫວັງ ແລະ ດ້ວຍຄວາມພາກພຽນ, ພະຍາຍາມໃຫ້ດີທີ່ສຸດໃນການເຮັດຕາມຄຳສອນຂອງພຣະຄຣິດ. ສັດທາຂອງເຮົາເພີ່ມຂຶ້ນຂະນະທີ່ເຮົາເລືອກທີ່ຈະເຊື່ອແທນທີ່ຈະສົງໄສ, ໃຫ້ອະໄພແທນທີ່ຈະຕັດສິນ, ກັບໃຈແທນທີ່ຈະຕໍ່ຕ້ານ. ສັດທາຂອງເຮົາຖືກຫລໍ່ຫລອມຂະນະທີ່ເຮົາອົດທົນເພິ່ງພາພຣະຄຸນຄວາມດີ ແລະ ພຣະເມດຕາ ແລະ ພຣະຄຸນຂອງພຣະເມຊີອາຜູ້ບໍລິສຸດ.20
“ໃນຂະນະທີ່ສັດທາບໍ່ແມ່ນຄວາມຮູ້ອັນສົມບູນ,” ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ກ່າວວ່າ, “ມັນໄດ້ນຳມາຊຶ່ງຄວາມໄວ້ວາງໃຈຢ່າງເລິກເຊິ່ງໃນພຣະເຈົ້າ, ຜູ້ຊົງມີຄວາມຮູ້ອັນສົມບູນ!”21 ແມ່ນແຕ່ໃນຊ່ວງເວລາສັບສົນວຸ້ນວາຍ, ການມີສັດທາໃນອົງພຣະເຢຊູຄຣິດແມ່ນຄວາມກ້າຫານ ແລະ ຄວາມທົນທານ. ມັນຊ່ວຍເຮົາໃຫ້ຂ້າມຜ່ານສິ່ງລົບກວນທີ່ບໍ່ສຳຄັນ. ມັນຊຸກຍູ້ເຮົາໃຫ້ດຳເນີນຕໍ່ໄປຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ສັດທາຜັກດັນເຮົາໃຫ້ຂ້າມຜ່ານຄວາມທໍ້ຖອຍ ແລະ ເຮັດໃຫ້ເຮົາປະເຊີນໜ້າກັບອະນາຄົດດ້ວຍຄວາມເຂັ້ມແຂງ ແລະ ຄວາມໝັ້ນໃຈ. ມັນກະຕຸ້ນເຮົາໃຫ້ທູນຂໍຄວາມຊ່ວຍເຫລືອ ແລະ ບັນເທົາທຸກ ຂະນະທີ່ເຮົາອະທິຖານຫາພຣະບິດາ ໃນພຣະນາມຂອງພຣະເຢຊູຄຣິດ ພຣະບຸດຂອງພຣະອົງ. ແລະ ເມື່ອຄຳອະທິຖານອ້ອນວອນເບິ່ງຄ້າຍກັບວ່າບໍ່ໄດ້ຮັບຄຳຕອບ, ສັດທາອັນແຮງກ້າຂອງເຮົາໃນພຣະເຢຊູຄຣິດຈະເຮັດໃຫ້ເຮົາມີຄວາມອົດທົນ, ຖ່ອມຕົວ, ແລະ ສາມາດກ່າວອອກມາດ້ວຍຄວາມຄາລະວະວ່າ “ຂໍເປັນໄປຕາມພຣະປະສົງຂອງພຣະອົງ.”22
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ:
“ເຮົາບໍ່ຕ້ອງການໃຫ້ຄວາມຢ້ານກົວຂອງເຮົາມາແທນທີ່ສັດທາຂອງເຮົາ. ເຮົາສາມາດເອົາຊະນະຄວາມຢ້ານກົວເຫລົ່ານັ້ນໂດຍການເສີມສ້າງສັດທາຂອງເຮົາ.
ເລີ່ມຈາກລູກໆຂອງທ່ານ. … ໃຫ້ເຂົາເຈົ້າຮູ້ສຶກເຖິງສັດທາຂອງທ່ານ, ແມ່ນແຕ່ເວລາປະເຊີນກັບການທົດລອງທີ່ສາຫັດ. ໃຫ້ສັດທາຂອງທ່ານສຸມໃສ່ຄວາມຮັກຂອງພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ແລະ ພຣະບຸດທີ່ຮັກຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າ. … ໃຫ້ສອນເດັກຊາຍ ຫລື ຍິງທີ່ມີຄ່າແຕ່ລະຄົນ ວ່າເຂົາເປັນລູກຂອງພຣະເຈົ້າ, ຖືກສ້າງໃນຮູບລັກສະນະຄ້າຍຄືພຣະອົງ, ພ້ອມດ້ວຍຈຸດປະສົງທີ່ສັກສິດ ແລະ ສັກກະຍະພາບ. ແຕ່ລະຄົນໄດ້ເກີດມາເພື່ອເອົາຊະນະການທ້າທາຍ ແລະ ພັດທະນາສັດທາ.”23
ບໍ່ດົນມານີ້ຂ້າພະເຈົ້າໄດ້ຟັງເດັກນ້ອຍອາຍຸສີ່ປີສອງຄົນ ແບ່ງປັນກ່ຽວກັບສັດທາຂອງເຂົາເຈົ້າໃນພຣະເຢຊູຄຣິດ ໃນເວລາທີ່ເຂົາເຈົ້າຕອບຄຳຖາມວ່າ “ພຣະເຢຊູຄຣິດຊ່ວຍເຫລືອພວກເຈົ້າແນວໃດ?” ເດັກນ້ອຍຜູ້ທຳອິດໄດ້ເວົ້າວ່າ, “ຂ້ານ້ອຍຮູ້ວ່າພຣະເຢຊູຮັກຂ້ານ້ອຍ ຍ້ອນວ່າພຣະອົງໄດ້ສິ້ນພຣະຊົນເພື່ອຂ້ານ້ອຍ. ພຣະອົງກໍຮັກຜູ້ໃຫຍ່ຄືກັນ.” ເດັກນ້ອຍຜູ້ທີສອງໄດ້ເວົ້າວ່າ, “ພຣະອົງຊ່ວຍຂ້ານ້ອຍເວລາທີ່ຂ້ານ້ອຍເສົ້າໃຈ ຫລື ອາລົມບໍ່ດີ. ພຣະອົງຊ່ວຍຂ້ານ້ອຍຕອນຂ້ານ້ອຍມີບັນຫາ.”
ພຣະເຢຊູໄດ້ປະກາດວ່າ, “ສະນັ້ນ, ຜູ້ໃດກໍຕາມທີ່ກັບໃຈ ແລະ ມາຫາເຮົາຄືກັນກັບເດັກນ້ອຍ, ເຮົາຈະຮັບຜູ້ນັ້ນໄວ້, ເພາະອານາຈັກຂອງພຣະເຈົ້າປະກອບດ້ວຍຄົນເຊັ່ນນັ້ນ.”24
“ເພາະວ່າ ພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.”25
ບໍ່ດົນມານີ້, ປະທານແນວສັນໄດ້ສັນຍາວ່າ “ຄວາມຢ້ານກົວຈະລົດນ້ອຍຖອຍລົງ ແລະ ສັດທາຈະມີຫລາຍຂຶ້ນກວ່າເກົ່າ” ຂະນະທີ່ເຮົາເລີ່ມ “ຕົ້ນໃໝ່ ແທ້ໆ ເພື່ອຮັບຟັງ, ເຊື່ອຟັງ, ແລະ ເອົາໃຈໃສ່ຕໍ່ພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ.26
ອ້າຍເອື້ອຍນ້ອງທັງຫລາຍ, ສະຖານະການທ້າທາຍຂອງເຮົາໃນປະຈຸບັນນີ້ ບໍ່ແມ່ນຈຸດໝາຍປາຍທາງນິລັນດອນສຸດທ້າຍຂອງເຮົາ. ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາໄດ້ຮັບເອົາພຣະນາມຂອງພຣະເຢຊູຄຣິດດ້ວຍພັນທະສັນຍາ. ເຮົາມີສັດທາໃນອຳນາດແຫ່ງການໄຖ່ຂອງພຣະອົງ ແລະ ມີຄວາມຫວັງໃນຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດລ້ຳຂອງພຣະອົງ. ເຮົາມີເຫດຜົນທີ່ຈະປິຕິຍິນດີ, ເພາະພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຮູ້ຈັກເຖິງບັນຫາ, ຄວາມເປັນຫ່ວງ, ແລະ ຄວາມໂສກເສົ້າຂອງເຮົາ. ດັ່ງທີ່ພຣະເຢຊູໄດ້ຢູ່ກັບສາວົກຂອງພຣະອົງໃນສະໄໝກ່ອນ, ພຣະອົງຍັງຢູ່ກັບເຮົາເຊັ່ນກັນ! ຂ້າພະເຈົ້າເປັນພະຍານວ່າ ພຣະອົງໄດ້ມອບພຣະຊົນຊີບຂອງພຣະອົງ ເພື່ອວ່າທ່ານ ແລະ ຂ້າພະເຈົ້າຈະບໍ່ຖືກທຳລາຍ. ຂໍໃຫ້ເຮົາຈົ່ງໄວ້ວາງໃຈໃນພຣະອົງ, ເຊື່ອຟັງພຣະບັນຍັດຂອງພຣະອົງ, ແລະ ດ້ວຍສັດທາ ໄດ້ຍິນພຣະອົງກ່າວວ່າ, “ງຽບສະຫງົບແມ.”27 ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.