ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ດັ່ງນັ້ນ ຈົ່ງເຝົ້າລະວັງ, ແລະ ອະທິຖານ​ຢູ່ທຸກເວລາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ດັ່ງນັ້ນ ຈົ່ງເຝົ້າລະວັງ, ແລະ ອະທິຖານ​ຢູ່ທຸກເວລາ

ມື້ນີ້ ຂ້າພະເຈົ້າ​ຈະຂະຫຍາຍ​ການເຊື້ອເຊີນ​ຕໍ່ທຸກຄົນ ຈາກທຸກໆ​ປະເທດ​ຕະຫລອດ​ທົ່ວໂລກ​ໃຫ້ອະທິຖານ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ລະ​ຫວ່າງ​ອາ​ທິດ​ສຸດ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ສາ​ນຸ​ສິດ​ໃຫ້ “ເຝົ້າລະວັງ, ແລະ ອະທິຖານ​ຢູ່ທຸກເວລາ, ເພື່ອວ່າ ພວກເຈົ້າ​ຈະມີກຳລັງ​ພົ້ນຈາກ​ເຫດການ​ທຸກຢ່າງ ທີ່ໃກ້​ຈະເກີດ​ຂຶ້ນນັ້ນ, ແລະ ຢືນຢູ່ຕໍ່​ໜ້າບຸດ​ມະນຸດໄດ້.”1

ໃນບັນດາ “ເຫດການ​ທຸກຢ່າງ ທີ່ໃກ້​ຈະເກີດ​ຂຶ້ນນັ້ນ” ກ່ອນການ​ສະເດັດ​ມາຄັ້ງ​ທີສອງ​ຂອງພຣະອົງ​ແມ່ນ “ສົງ​ຄາມ ແລະ ຂ່າວ​ເລົ່າ​ລື​ເລື່ອງ​ສົງຄາມ[,] … ການອຶດຢາກ, ໂຣກ​ລະ​ບາດ, ແລະ ແຜ່ນດິນໄຫວ, ຈະເກີດຂຶ້ນ​ໃນທຸກ​ແຫ່ງຫົນ.”2

ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ແລະ ທຸກສິ່ງທັງ​ປວງຈະ​ຢູ່ໃນ​ຄວາມສັບ​ສົນ​ວຸ້ນວາຍ; … ເພາະຄວາມ​ຢ້ານກົວ​ຈະມາ​ສູ່ທຸກ​ຜູ້ຄົນ.”3

ແນ່ນອນ, ເຮົາມີ​ຊີວິດ​ຢູ່ໃນ​ຊ່ວງເວລາ​ທີ່ ທຸກສິ່ງ​ຢູ່ໃນ​ຄວາມສັບ​ສົນ​ວຸ້ນວາຍ. ຫລາຍຄົນ​ຢ້ານກົວ​ອະນາຄົດ, ແລະ ຫລາຍຄົນ​ກໍໄດ້​ຫັນໄປ​ຈາກ​ສັດທາ​ຂອງຕົນ​ໃນພຣະເຈົ້າ ແລະ ພຣະບຸດ​ຂອງ​ພຣະອົງ, ພຣະເຢຊູ​ຄຣິດ.

ສື່ຂ່າວ​ກໍເຕັມ​ໄປດ້ວຍ​ເລື່ອງລາວ​ຂອງຄວາມ​ຮຸນແຮງ. ຄວາມດູຖູກ​ທາງສິນ​ທຳກໍ​ຖືກພິມ​ອອກມາ​ໃນອິນ​ເຕີເນັດ. ປ່າຊ້າ, ຕຶກໂບດ, ມັດ​ສະ​ຍິດ, ທຳມະ​ສາລາ, ແລະ ສະຖານ​ທີ່ສາດ​ສະໜາ​ຫລາຍແຫ່ງ​ກໍຖືກ​ທຳລາຍ.

ການແຜ່​ລະບາດ​ຕະຫລອດ​ທົ່ວໂລກ​ກໍເຂົ້າ​ເຖິງທຸກໆ​ມຸມຂອງ​ແຜ່ນດິນ​ໂລກ: ຫລາຍລ້ານ​ຄົນກໍໄດ້​ຕິດເຊື້ອໂຣກ, ຫລາຍກວ່າ​ໜຶ່ງ​ລ້ານຄົນ​ກໍໄດ້ເສຍ​ຊີວິດ. ພິທີຮັບ​ປະລິນຍາ​ຂອງໂຮງຮຽນ, ການນະ​ມັດສະການ​ຢູ່ທີ່ໂບດ, ພິທີສົມ​ຣົດ, ການ​ຮັບ​ໃຊ້​ເຜີຍແຜ່, ແລະ ກິດຈະກຳ​ອື່ນໆ​ທີ່ສຳຄັນ​ໃນຊີວິດ​ກໍຖືກ​ລົບກວນ. ນອກເໜືອ​ຈາກນັ້ນ, ຜູ້ຄົນ​ເປັນຈຳ​ນວນນັບ​ບໍ່ຖ້ວນ​ກໍຖືກ​ປະຖິ້ມ​ໃຫ້ຢູ່​ຄົນດຽວ ແລະ ໂດດດ່ຽວ.

ບັນຫາ​ທາງເສດ​ຖະກິດ​ໄດ້ກໍ່ໃຫ້​ເກີດການ​ທ້າທາຍ​ສຳລັບ​ຫລາຍໆ​ຄົນ, ໂດຍສະເພາະ​ຜູ້ຄົນ​ທີ່ອ່ອນແອ​ທີ່ສຸດ​ໃນບັນດາ​ລູກໆ​ຂອງ​ພຣະບິດາ​ເທິງສະຫວັນ​ຂອງເຮົາ.

ເຮົາໄດ້​ເຫັນຜູ້ຄົນ​ນຳໃຊ້​ສິດທິ​ຢ່າງກະ​ຕືລື​ລົ້ນ ເພື່ອປະທ້ວງ​ຢ່າງສັນຕິ, ແລະ ໄດ້ເຫັນ​ກຸ່ມອັນ​ຕະພານ​ທີ່ຄຽດແຄ້ນ​ກໍ່ການ​ຮ້າຍ.

ໃນເວລາ​ດຽວກັນ​ນັ້ນ, ເຮົາຍັງ​ເຫັນການ​ຄັດແຍ້ງ​ຕະຫລອດ​ທົ່ວໂລກ​ຢູ່ຕໍ່ໄປ.

ຂ້າພະເຈົ້າ​ຄິດເຖິງ​ພວກທ່ານ​ເລື້ອຍໆ ຜູ້ທີ່​ທົນທຸກ​ທໍລະມານ, ກັງວົນ, ຢ້ານກົວ, ຫລື ຮູ້ສຶກ​ວ່າໂດດ​ດ່ຽວ. ຂ້າພະເຈົ້າ​ຮັບຮອງ​ທ່ານແຕ່​ລະຄົນ​ວ່າ ພຣະຜູ້​ເປັນເຈົ້າ​ຮູ້ຈັກ​ທ່ານ, ວ່າພຣະອົງ​ຮັບຮູ້​ເຖິງຄວາມ​ກັງວົນ ແລະ ຄວາມເຈັບ​ປວດ, ແລະ ວ່າ​ພຣະອົງ​ຮັກທ່ານ—ຢ່າງໃກ້ຊິດ, ເປັນສ່ວນຕົວ, ຢ່າງເລິກ​ເຊິ່ງ ແລະ ຕະຫລອດ​ໄປ.

ແຕ່ລະຄືນ​ເມື່ອຂ້າ​ພະເຈົ້າ​ອະທິຖານ, ຂ້າພະເຈົ້າ​ທູນຂໍ​ພຣະຜູ້​ເປັນເຈົ້າ​ໃຫ້ອວຍ​ພອນ​ທຸກຄົນ ທີ່ໜັກ​ໜ່ວງໃຈ​ດ້ວຍຄວາມ​ໂສກເສົ້າ, ຄວາມ​ເຈັບປວດ, ຄວາມ​ໂດດດ່ຽວ, ແລະ ຄວາມ​ເສົ້າໃຈ. ຂ້າພະເຈົ້າ​ຮູ້ວ່າ​ຜູ້ນຳ​ຄົນອື່ນໆ​ຂອງສາດ​ສະໜາ​ຈັກກໍ​ກ່າວຄຳ​ອະທິຖານ​ອັນດຽວ​ກັນນັ້ນ. ຫົວໃຈ​ຂອງ​ພວກເຮົາ, ເປັນສ່ວນ​ບຸກຄົນ ແລະ ສ່ວນລວມ, ກໍເອື້ອມ​ອອກໄປ​ຫາທ່ານ, ແລະ ຄຳອະ​ທິຖານ​ຂອງ​ພວກເຮົາ​ກໍຂຶ້ນ​ໄປເຖິງ​ພຣະເຈົ້າ​ເພື່ອທ່ານ.

ຂ້າພະເຈົ້າ​ໄດ້ໃຊ້​ເວລາ​ຫລາຍວັນ​ເມື່ອປີ​ແລ້ວນີ້ ໃນພາກ​ຕາເວັນ​ອອກສ່ຽງ​ເໜືອ​ຂອງສະ​ຫະ​ລັດອາເມຣິກາ ເພື່ອ​ຢ້ຽມຢາມ​ສະຖານ​ທີ່ຕ່າງໆ​ໃນປະຫວັດ​ສາດ​ຂອງ​ອາເມ​ຣິກາ ແລະ ສາດ​ສະໜາ​ຈັກ, ໄປຮ່ວມ​ກອງປະ​ຊຸມນຳ​ຜູ້ສອນ​ສາດສະໜາ ແລະ ສະມາຊິກ​ຂອງເຮົາ, ແລະ ຢ້ຽມຢາມ​ຜູ້ນຳ​ລັດຖະ​ບານ ແລະ ທຸລະ​ກິດນຳ​ອີກ.

ໃນວັນ​ອາທິດ, ວັນທີ 20 ເດືອນ​ຕຸລາ, ຂ້າພະເຈົ້າ​ໄດ້ກ່າວ​ປາໄສ​ຕໍ່ຜູ້ຄົນ​ກຸ່ມໃຫຍ່​ໃກ້ເມືອງ​ບອສ໌ຕັນ, ລັດມາ​ສາ​ຊູ​ເສດສ໌. ຂະນະທີ່​ຂ້າພະເຈົ້າ​ກຳລັງ​ກ່າວ​ປາໄສ​ຢູ່ນັ້ນ, ຂ້າພະເຈົ້າ​ໄດ້ຖືກ​ກະ​ຕຸ້ນ​ໃຫ້ກ່າວ​ວ່າ, “ຂ້າພະເຈົ້າ​ຂໍອ້ອນ​ວອນກັບ​ທ່ານ … ໃຫ້​ອະທິຖານ​ເພື່ອ​ປະເທດ​ນີ້, ເພື່ອ​ຜູ້ນຳ​ຂອງເຮົາ, ເພື່ອ​ຜູ້ຄົນ​ຂອງເຮົາ, ແລະ ເພື່ອ​ຄອບຄົວ​ທີ່ອາໄສ​ຢູ່ໃນ​ປະເທດ​ທີ່ຍິ່ງໃຫຍ່​ນີ້ ທີ່​ພຣະເຈົ້າ​ໄດ້ຈັດ​ຕັ້ງຂຶ້ນ.”4

ຂ້າພະເຈົ້າ​ໄດ້ກ່າວ​ນຳອີກວ່າ ອາເມຣິກາ ແລະ ຫລາຍໆ​ປະເທດ​ຢູ່ໃນໂລກ, ເມື່ອ​ເວລາ​ຜ່ານມາ, ຈະໄປ​ເຖິງຈຸດ​ທີ່ຕ້ອງ​ຕັດສິນ​ໃຈລົງ​ມືເຮັດ​ບາງຢ່າງ​ທີ່ຈຳ​ເປັນ ແລະ ຕ້ອງການ ການ​ອະທິຖານ​ຂອງເຮົາ.5

ຄຳອ້ອນ​ວອນຂອງ​ຂ້າພະເຈົ້າ​ບໍ່ໄດ້​ຢູ່ໃນ​ຄຳປາໄສ​ຂອງ​ຂ້າພະເຈົ້າ​ທີ່ໄດ້​ຕຽມໄວ້​ແລ້ວ. ຖ້ອຍຄຳ​ເຫລົ່ານັ້ນ​ໄດ້ມາ​ສູ່ຂ້າ​ພະເຈົ້າ ເມື່ອ​ຂ້າພະເຈົ້າ​ໄດ້ຮູ້​ສຶກເຖິງ​ພຣະວິນ​ຍານ​ກະຕຸ້ນ ຂ້າພະເຈົ້າ​ໃຫ້ເຊື້ອ​ເຊີນ​ຜູ້ທີ່​ຢູ່ທີ່​ນັ້ນໃຫ້​ອະທິຖານ​ເພື່ອ​ປະເທດ ແລະ ຜູ້ນຳ​ຂອງ​ເຂົາເຈົ້າ.

ມື້ນີ້ ຂ້າພະເຈົ້າ​ຈະຂະຫຍາຍ​ການເຊື້ອເຊີນ​ຕໍ່ທຸກຄົນ ຈາກທຸກໆ​ປະເທດ​ຕະຫລອດ​ທົ່ວໂລກ​ໃຫ້ອະທິຖານ. ບໍ່ວ່າ​ທ່ານຈະ​ອະທິຖານ​ແນວໃດ ຫລື ເຖິງ​ຜູ້ໃດ, ຂໍໃຫ້ໃຊ້​ສັດທາ​ຂອງທ່ານ—ບໍ່ວ່າ​ທ່ານເຊື່ອ​ຖືສາດ​ສະໜາ​ໃດກໍຕາມ—ແລະ ໃຫ້ອະ​ທິຖານ​ເພື່ອປະ​ເທດຂອງ​ທ່ານ ແລະ ເພື່ອ​ຜູ້ນຳ​ໃນ​ປະເທດ​ຂອງທ່ານ. ດັ່ງທີ່​ຂ້າພະເຈົ້າ​ໄດ້ກ່າວ​ໃນເດືອນ​ຕຸລາ​ປີແລ້ວ​ນີ້ ໃນລັດ​ມາ​ສາ​ຊູ​ເສດສ໌, ໃນເວລາ​ນີ້ເຮົາ​ຢືນຢູ່ໃນ​ຊ່ວງເວລາ​ທີ່ຕ້ອງ​ຕັດສິນ​ໃຈລົງ​ມືເຮັດ​ບາງຢ່າງ​ທີ່ສຳຄັນ​ໃນ​ປະຫວັດ​ສາດ, ແລະ ປະເທດ​ທັງຫລາຍ​ຂອງ​ແຜ່ນດິນ​ໂລກຕ້ອງ​ການ ການ​ດົນໃຈ ແລະ ການຊີ້​ນຳຈາກ​ສະຫວັນ​ຫລາຍ​ແທ້ໆ. ນີ້ບໍ່​ແມ່ນ​ກ່ຽວກັບ​ເລື່ອງການ​ເມືອງ ຫລື ນະໂຍ​ບາຍ. ນີ້ແມ່ນ​ກ່ຽວກັບ​ຄວາມ​ສະຫງົບ ແລະ ການປິ່ນປົວ​ທີ່ມາ​ສູ່ຈິດ​ວິນຍານ​ຂອງ​ບຸກຄົນ ແລະ ຈິດວິນ​ຍານຂອງ​ປະເທດ​ຊາດ​ນຳອີກ—ນະຄອນ, ເມືອງ, ແລະ ໝູ່ບ້ານ​ຂອງ​ເຂົາເຈົ້າ—ຜ່ານ​ທາງອົງ​ສັນ​ຕິລາດ ແລະ ແຫລ່ງ​ຂອງການ​ປິ່ນປົວ​ທັງໝົດ, ອົງ​ພຣະເຢ​ຊູຄຣິດ​ເຈົ້າ.

ລະຫວ່າງ​ສາມສີ່​ເດືອນ​ຜ່ານ​ມານີ້ ຂ້າພະເຈົ້າ​ໄດ້ຮັບ​ຄວາມ​ປະທັບ​ໃຈທີ່ມາ​ສູ່ຂ້າພະເຈົ້າ​ວ່າ ວິທີທີ່​ດີທີ່ສຸດ​ທີ່ຈະຊ່ວຍ​ສະພາບ​ການຂອງ​ໂລກໃນ​ປະຈຸບັນ​ແມ່ນ ໃຫ້ຜູ້ຄົນ​ທັງປວງ​ເພິ່ງອາໄສ​ພຣະເຈົ້າ​ຫລາຍຂຶ້ນ ແລະ ຫັນຫົວ​ໃຈຂອງ​ເຮົາມາຫາ​ພຣະອົງ ຜ່ານທາງ​ການອະທິ​ຖານທີ່​ຈິງໃຈ. ການຖ່ອມ​ຕົວຂອງ​ເຮົາ ແລະ ການ​ສະແຫວງ​ຫາການ​ດົນໃຈ​ຈາກ​ສະຫວັນ ເພື່ອ​ຈະອົດ​ທົນຕໍ່ ແລະ ເອົາຊະນະ​ສິ່ງທີ່​ຢູ່ຕໍ່​ໜ້າເຮົາ ຈະເປັນ​ວິທີທີ່​ປອດໄພ ແລະ ແນ່ນອນ​ທີ່ສຸດ ເພື່ອຈະ​ກ້າວໄປ​ໜ້າດ້ວຍ​ຄວາມໝັ້ນ​ໃຈ ຜ່ານຜ່າ​ວັນເວລາ​ທີ່ຍາກ​ລຳບາກ​ເຫລົ່າ​ນີ້.

ພຣະຄຳພີ​ເນັ້ນໃຫ້​ເຫັນຄຳ​ອະທິຖານ​ທີ່ພຣະ​ເຢຊູ​ໄດ້ກ່າວ ລວມທັງ​ຄຳສອນ​ຂອງ​ພຣະອົງ​ກ່ຽວກັບ​ການອະ​ທິຖານ ລະຫວ່າງ​ການປະ​ຕິບັດ​ສາດສະ​ໜາກິດ​ຂອງ​ພຣະອົງ​ໃນຊ່ວງ​ມະຕະ. ທ່ານ​ຄົງ​ຈື່ຈຳ​ຄຳອະ​ທິຖານ​ຂອງພຣະ​ຜູ້ເປັນ​ເຈົ້າ ທີ່ວ່າ:

“ຂ້າແດ່​ພຣະບິດາ​ເຈົ້າ ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້ສະ​ຖິດຢູ່​ໃນ​ສະຫວັນ, ຂໍໃຫ້​ພຣະນາມ​ຂອງພຣະອົງ​ເປັນທີ່​ເຄົາລົບ​ບູຊາ.

“ອານາຈັກ​ຂອງພຣະອົງ​ຕັ້ງຢູ່ ຂໍໃຫ້ພຣະ​ປະສົງ​ຂອງ​ພຣະອົງ​ເປັນໄປ​ໃນແຜ່ນ​ດິນໂລກ, ເໝືອນດັ່ງ​ທີ່ເປັນ​ໄປໃນ​ສະຫວັນ.

“ຂໍຊົງໂຜດ​ປະທານ​ເຂົ້າຈີ່​ປະຈຳວັນ​ໃຫ້ແກ່​ຂ້ານ້ອຍ​ທັງຫລາຍ​ໃນກາລະ​ວັນນີ້.

“ແລະ ຂໍຈົ່ງໂຜດ​ຍົກໂທດ​ໃຫ້ຂ້ານ້ອຍ, ເໝືອນດັ່ງ​ທີ່ຂ້ານ້ອຍ​ໄດ້ຍົກໂທດ​ໃຫ້ຜູ້ທີ່​ເຮັດຜິດ​ຕໍ່ຂ້ານ້ອຍ.

“ແລະ ຂໍຢ່າພາ​ຂ້ານ້ອຍເຂົ້າ​ໄປໃນການ​ທົດລອງ, ແຕ່ຂໍ​ຊົງໂຜດ​ໃຫ້ພົ້ນຈາກ​ການຊົ່ວຮ້າຍ: ເຫດວ່າ​ຣາຊາ​ອານາຈັກ, ແລະ ອຳນາດ, ແລະ ລັດສະໝີ​ພາບກໍ​ເປັນຂອງ​ພຣະອົງ, ສືບໆ​ໄປເປັນນິດ. ອາແມນ.”6

ການອະ​ທິຖານ​ທີ່ເຈາະຈົງ​ສວຍງາມນີ້, ທີ່ຖືກ​ກ່າວຊ້ຳ​ເລື້ອຍໆ​ຕະຫລອດ​ທົ່ວສາດ​ສະໜາ​ຊາວຄຣິດ​ສະຕຽນ, ເຮັດໃຫ້​ແຈ່ມແຈ້ງ​ວ່າມັນຖືກ​ຕ້ອງທີ່ຈະ​ອ້ອນວອນ “ພຣະບິດາ​ເຈົ້າ ຂອງ​ພວກຂ້ານ້ອຍ​ທັງຫລາຍ ຜູ້ສະຖິດ​ຢູ່ໃນສະຫວັນ” ໂດຍກົງ ສຳລັບ​ຄຳຕອບ​ຕໍ່ສິ່ງທີ່​ເຮັດໃຫ້​ເຮົາ​ໜັກໃຈ. ດັ່ງນັ້ນ, ຂໍໃຫ້​ເຮົາຈົ່ງ​ອະທິຖານ​ເພື່ອທູນ​ຂໍການ​ຊີ້ນຳ​ຈາກສະຫວັນ.

ຂ້າພະເຈົ້າ​ຂໍເຊື້ອເຊີນ​ທ່ານໃຫ້​ອະທິຖານ​ຢູ່ທຸກເວລາ.7 ອະທິຖານ​ເພື່ອຄອບຄົວ​ຂອງທ່ານ. ອະທິຖານ​ເພື່ອຜູ້ນຳ​ຂອງປະເທດ​ທັງປວງ. ອະທິຖານ​ເພື່ອຜູ້ຄົນ​ທີ່ກ້າຫານ ຜູ້ທີ່ອອກ​ໜ້າຢູ່ໃນ​ການສູ້ຮົບ​ໃນປະຈຸບັນ ຕໍ່ຕ້ານ​ການແຜ່ລະບາດ​ທາງດ້ານ​ສັງຄົມ, ສິ່ງແວດລ້ອມ, ການເມືອງ, ແລະ ທາງດ້ານ​ຊີວະພາບ ທີ່ກະທົບ​ກະເທືອນ​ຜູ້ຄົນຕະ​ຫລອດ​ທົ່ວໂລກ: ຄົນຮັ່ງມີ ແລະ ຄົນຍາກ​ຈົນ, ຄົນໜຸ່ມ ແລະ ຄົນແກ່.

ພຣະຜູ້ຊ່ວຍ​ໃຫ້ລອດ​ໄດ້ສິດສອນ​ເຮົາບໍ່ໃຫ້​ຈຳກັດ​ຜູ້ຄົນ​ທີ່ເຮົາ​ອະທິຖານ​ເພື່ອ. ພຣະອົງ​ໄດ້ກ່າວ​ວ່າ, “ຈົ່ງຮັກ​ສັດຕູ​ຂອງເຈົ້າ, ຈົ່ງໃຫ້​ພອນແກ່​ຄົນທີ່​ປ້ອຍດ່າ​ເຈົ້າ, ຈົ່ງເຮັດດີ​ຕໍ່ຜູ້ທີ່​ກຽດຊັງ​ເຈົ້າ, ແລະ ອະທິຖານ​ເພື່ອຜູ້ທີ່​ໃຊ້ເຈົ້າຢ່າງ​ໝິ່ນ​ປະໝາດ ແລະ ຂົ່ມເຫັງ​ເຈົ້າ.”8

ຢູ່ເທິງ​ໄມ້ກາງ​ແຂນ​ທີ່ພູ​ກະ​ໂຫລກ​ຫົວ, ບ່ອນທີ່​ພຣະເຢຊູ​ໄດ້ສິ້ນ​ພຣະຊົນ​ເພື່ອບາບ​ຂອງເຮົາ, ພຣະອົງ​ໄດ້ປະຕິບັດ​ຕາມທີ່​ພຣະອົງ​ໄດ້ສິດສອນ ເມື່ອພຣະອົງ​ໄດ້ອະທິຖານ​ວ່າ, “ພຣະບິດາ​ເຈົ້າເອີຍ, ໂຜດຍົກ​ໂທດໃຫ້​ພວກເຂົາ​ດ້ວຍເຖີດ; ເພາະ​ພວກເຂົາ​ບໍ່ຮູ້​ຈັກວ່າ ພວກເຂົາ​ກຳລັງ​ເຮັດຫຍັງ.”9

ການ​ອະທິຖານ​ຢ່າງຈິງໃຈ​ເພື່ອຜູ້ຄົນ​ທີ່ອາດ​ຖືວ່າ​ເປັນສັດຕູ​ຂອງເຮົາ ສະແດງ​ໃຫ້ເຫັນ​ຄວາມເຊື່ອ​ຂອງເຮົາ​ວ່າ ພຣະເຈົ້າ​ສາມາດ​ປ່ຽນຫົວໃຈ​ຂອງເຮົາ ແລະ ຫົວໃຈ​ຂອງຄົນອື່ນ. ການອະ​ທິຖານ​ດັ່ງກ່າວ ຄວນເພີ່ມ​ຄວາມເຂັ້ມ​ແຂງໃຫ້​ຄວາມຕັ້ງ​ໃຈຂອງເຮົາ ເພື່ອຈະເຮັດ​ການປ່ຽນແປງ​ໃດໆກໍຕາມ ທີ່ຈຳເປັນ​ໃນຊີວິດ​ຂອງເຮົາເອງ, ຂອງຄອບຄົວ, ແລະ ຂອງ​ຊຸມຊົນ​ຂອງເຮົາ.

ບໍ່ວ່າ​ທ່ານ​ອາໄສ​ຢູ່ໃສ, ບໍ່ວ່າ​ທ່ານເວົ້າ​ພາສາໃດ, ຫລື ວ່າທ່ານ​ຈະປະເຊີນ​ກັບການ​ທ້າທາຍ​ໃດໆ​ກໍຕາມ, ພຣະເຈົ້າ​ໄດ້ຍິນ ແລະ ຕອບຄຳ​ອະທິຖານ​ຂອງທ່ານ ໃນວິທີ​ທາງ ແລະ ໃນເວລາ​ຂອງ​ພຣະອົງ. ເພາະເຮົາ​ເປັນລູກ​ຂອງ​ພຣະອົງ, ເຮົາ​ສາມາດ​ເຂົ້າເຝົ້າ​ພຣະອົງ ເພື່ອ​ສະແຫວງ​ຫາຄວາມ​ຊ່ວຍເຫລືອ, ການປອບ​ໂຍນ, ແລະ ຄວາມ​ປາດຖະໜາ​ໃໝ່ ທີ່ຈະສ້າງ​ຄວາມແຕກ​ຕ່າງທີ່​ເປັນທາງ​ບວກຢູ່​ໃນໂລກ.

ການອະ​ທິຖານ​ເພື່ອຄວາມ​ຍຸດຕິທຳ, ຄວາມ​ສະຫງົບ, ເພື່ອຄົນ​ຍາກຈົນ, ແລະ ຄົນ​ເຈັບໄຂ້​ໄດ້ປ່ວຍ ສ່ວນຫລາຍ​ແລ້ວຈະ​ບໍ່ພຽງ​ພໍ. ຫລັງຈາກ​ເຮົາ ຄຸເຂົ່າ ລົງ​ໃນການ​ອະທິຖານ, ເຮົາຕ້ອງ​ລຸກຂຶ້ນ​ຈາກການ​ຄຸເຂົ່າ ແລະ ເຮັດສິ່ງ​ທີ່ເຮົາ​ເຮັດໄດ້—ເພື່ອຊ່ວຍ​ທັງຕົວ​ເຮົາເອງ ແລະ ຄົນອື່ນ.10

ພຣະຄຳ​ພີກໍ​ເຕັມໄປ​ດ້ວຍຕົວ​ຢ່າງຂອງ​ຜູ້ຄົນ​ແຫ່ງ​ສັດທາ ຜູ້ທີ່​ໄດ້ຮ່ວມ​ການອະ​ທິຖານ​ເຂົ້າກັບ​ການກະ​ທຳ ເພື່ອ​ສ້າງຄວາມ​ແຕກຕ່າງ​ໃນ​ຊີວິດ​ຂອງເຂົາ​ເຈົ້າເອງ ແລະ ໃນ​ຊີວິດ​ຂອງຄົນ​ອື່ນ. ໃນພຣະ​ຄຳພີ​ມໍມອນ, ຍົກຕົວ​ຢ່າງ, ເຮົາອ່ານ​ກ່ຽວກັບ​ເອໂນດ. ສັງເກດ​ເຫັນໄດ້​ວ່າ “ປະມານ​ໜຶ່ງສ່ວນ​ສາມຂອງ​ໜັງສື​ສັ້ນໆ​ຂອງເພິ່ນ​ບັນຍາຍ​ເຖິງການ​ອະທິຖານ ຫລື ລຳດັບ​ຂອງການ​ອະທິຖານ, ແລະ ທັງໝົດ​ກໍບອກ​ເຖິງສິ່ງ​ທີ່ເພິ່ນໄດ້​ເຮັດຍ້ອນ​ຄຳຕອບ​ທີ່ເພິ່ນ​ໄດ້ຮັບ.”11

ເຮົາມີ​ຕົວຢ່າງ ຢ່າງ​ຫລວງຫລາຍ​ເຖິງວິ​ທີ​ທີ່ ການ​ອະທິຖານ​ໄດ້ສ້າງ​ຄວາມແຕກ​ຕ່າງ​ແນວໃດ ໃນປະຫວັດ​ສາດ​ຂອງສາດ​ສະໜາຈັກ​ຂອງ​ເຮົາເອງ, ເລີ່ມຕົ້ນ​ດ້ວຍການ​ອະທິ​ຖານອອກ​ສຽງຄັ້ງ​ທຳອິດ​ຂອງ ໂຈເຊັບ ສະມິດ ຢູ່ໃນ​ປ່າໃກ້​ບ້ານໄມ້​ທ່ອນຂອງ​ພໍ່ແມ່​ຂອງ​ເພິ່ນ ໃນ​ລະດູ​ໃບໄມ້​ປົ່ງ​ຂອງປີ 1820. ໂດຍການ​ສະແຫວງ​ຫາການ​ໃຫ້​ອະໄພ ແລະ ການ​ຊີ້ນຳ​ທາງ​ວິນຍານ, ຄຳ​ອະທິຖານ​ຂອງ ໂຈເຊັບ ໄດ້ເປີດ​ຟ້າສະ​ຫວັນ. ໃນວັນ​ເວລາ​ນີ້ ເຮົາເປັນ​ຜູ້ໄດ້​ຮັບຜົນ​ປະໂຫຍດ​ຈາກ ສາດສະ​ດາ​ໂຈເຊັບ ສະມິດ ແລະ ຈາກຊາຍ ແລະ ຍິງ​ໄພ່ພົນ​ຍຸກສຸດ​ທ້າຍທີ່​ຊື່ສັດ ຜູ້ທີ່​ໄດ້ອະ​ທິຖານ ແລະ ໄດ້ລົງ​ມືກະ​ທຳເພື່ອ​ຊ່ວຍສະ​ຖາປະ​ນາ ສາດສະ​ໜາຈັກ​ຂອງ​ພຣະເຢຊູ​ຄຣິດ​ແຫ່ງໄພ່​ພົນຍຸກ​ສຸດທ້າຍ.

ຂ້າພະເຈົ້າ​ຄິດເລື້ອຍໆ​ເຖິງການ​ອະທິຖານ​ຂອງ​ຜູ້ຍິງ​ທີ່ຊື່ສັດ​ດັ່ງເຊັ່ນ ແມຣີ ຟຽວດິງ ສະມິດ, ຜູ້ທີ່​ດ້ວຍຄວາມ​ຊ່ວຍເຫລືອ​ຂອງ​ພຣະເຈົ້າ, ໄດ້ນຳ​ພາຄອບ​ຄົວຂອງ​ນາງ​ຢ່າງ​ອາດຫານ ໜີຈາກ​ການຂົ່ມ​ເຫັງທີ່​ຮ້າຍແຮງ​ໃນລັດ​ອິ​ລິນອຍ ມາສູ່​ຄວາມປອດ​ໄພຢູ່​ໃນຮ່ອມ​ພູນີ້, ບ່ອນທີ່​ຄອບຄົວ​ຂອງ​ນາງໄດ້​ຈະເລີນ​ຮຸ່ງເຮືອງ​ທັງທາງ​ດ້ານ​ວິນຍານ ແລະ ທາງໂລກ. ຫລັງຈາກ​ໄດ້ຄຸເຂົ່າ​ອະທິຖານ​ຢ່າງຈິງໃຈ, ແລ້ວນາງ​ໄດ້ເຮັດ​ວຽກໜັກ​ເພື່ອເອົາ​ຊະນະ​ການທ້າທາຍ​ຂອງນາງ ແລະ ເປັນພອນ​ໃຫ້ແກ່​ຄອບຄົວ​ຂອງນາງ.

ການອະ​ທິຖານ​ຈະຍົກ​ເຮົາຂຶ້ນ ແລະ ນຳເຮົາ​ມາຮ່ວມ​ກັນໃນ​ຖານະ​ສ່ວນ​ບຸກຄົນ, ຄອບຄົວ, ສາດສະ​ໜາຈັກ, ແລະ ໃນຖານະ​ຊາວໂລກ. ການອະ​ທິຖານ​ຈະມີ​ອິດທິ​ພົນຕໍ່​ນັກວິ​ທະຍາ​ສາດ ແລະ ຊ່ວຍ​ເຂົາເຈົ້າ​ໄປສູ່ການ​ຄົ້ນພົບ​ຢາວັກຊີນ​ປ້ອງກັນ​ໂຣກ ແລະ ຢາອື່ນໆ​ທີ່ຈະຢຸດ​ຕິການ​ແຜ່ລະ​ບາດນີ້. ການອະ​ທິຖານ​ຈະປອບ​ໂຍນຜູ້​ຄົນທີ່ໄດ້​ສູນເສຍ​ຄົນທີ່​ເຂົາເຈົ້າ​ຮັກ​ໄປ. ມັນຈະນຳ​ພາເຮົາ​ໃຫ້ຮູ້​ສິ່ງທີ່​ຈະເຮັດ​ເພື່ອປ້ອງ​ກັນຕົວ​ເຮົາເອງ.

ອ້າຍເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ຂໍຊັກຊວນ​ທ່ານໃຫ້​ເອົາໃຈ​ໃສ່​ຄຳໝັ້ນ​ສັນຍາ​ຂອງທ່ານ ຕໍ່​ການອະທິ​ຖານ​ຫລາຍຂຶ້ນ. ຂ້າພະເຈົ້າ​ຂໍຊັກຊວນ​ທ່ານໃຫ້​ອະທິຖານ​ຢູ່ໃນ​ຫ້ອງນອນ​ຂອງທ່ານ, ໃນການ​ເລາະຍ່າງ​ຂອງທ່ານ, ໃນບ້ານ​ເຮືອນ​ຂອງທ່ານ, ໃນຫວອດ​ຂອງທ່ານ, ແລະ ໃນໃຈ​ຂອງທ່ານ​ສະເໝີ​ໄປ.12

ໃນຖານະ​ເປັນ​ຜູ້ຕາງ​ໜ້າໃຫ້​ຜູ້ນຳ​ຂອງສາດ​ສະໜາ​ຈັກຂອງ​ພຣະເຢຊູ​ຄຣິດ​ແຫ່ງໄພ່​ພົນຍຸກ​ສຸດທ້າຍ, ຂ້າພະເຈົ້າ​ຂໍຂອບໃຈ​ທ່ານ​ສຳລັບ​ການ​ອະທິຖານ​ຂອງທ່ານ​ເພື່ອ​ພວກເຮົາ. ຂ້າພະເຈົ້າ​ຂໍຊັກຊວນ​ທ່ານໃຫ້​ສືບຕໍ່​ອະທິຖານ ເພື່ອ​ວ່າເຮົາ​ຈະໄດ້ຮັບ​ການດົນໃຈ ແລະ ການເປີດ​ເຜີຍ ທີ່ຈະນຳ​ພາສາດ​ສະໜາ​ຈັກໃຫ້​ຜ່ານຜ່າ​ຊ່ວງເວລາ​ທີ່ຍາກ​ລຳບາກນີ້.

ການອະທິ​ຖານ​ສາມາດ​ປ່ຽນແປງ​ຊີວິດ​ຂອງເຮົາ​ໄດ້. ເມື່ອໄດ້​ຮັບແຮງ​ຈູງໃຈ​ຈາກການ​ອະທິຖານ​ທີ່ຈິງໃຈ, ເຮົາສາມາດ​ປັບປຸງ​ຕົວໃຫ້​ດີຂຶ້ນ ແລະ ຊ່ວຍຄົນ​ອື່ນໃຫ້​ເຮັດແບບ​ດຽວກັນ.

ຂ້າພະເຈົ້າ​ຮູ້ພະລັງ​ຂອງການ​ອະທິຖານ​ຈາກປະສົບ​ການ​ຂອງ​ຂ້າພະເຈົ້າ​ເອງ. ເມື່ອບໍ່​ດົນມາ​ນີ້ ຂ້າພະເຈົ້າ​ໄດ້ຢູ່​ຄົນດຽວ​ໃນຫ້ອງ​ທຳງານ. ມືຂອງ​ຂ້າພະເຈົ້າ​ຫາກໍ​ໄດ້ຮັບ​ການປິ່ນ​ປົວທາງ​ການແພດ. ມັນຊ້ຳ​ດຳຂຽວ, ໄຄ່ບວມ, ແລະ ມັນ​ເຈັບປວດ​ຫລາຍ. ຂະນະ​ທີ່ຂ້າ​ພະເຈົ້າ​ນັ່ງຢູ່ໂຕະ, ຂ້າພະເຈົ້າ​ບໍ່ສາມາດ​ເອົາໃຈ​ໃສ່​ວຽກງານ​ທີ່ສຳຄັນ ແລະ ຈຳເປັນ​ເພາະ​ຄວາມເຈັບ​ປວດໄດ້​ລົບກວນ​ຂ້າພະເຈົ້າ.

ຂ້າພະເຈົ້າ​ໄດ້ຄຸ​ເຂົ່າ ແລະ ທູນຂໍ​ພຣະຜູ້​ເປັນເຈົ້າ​ໃຫ້ຊ່ວຍ​ຂ້າພະເຈົ້າ​ຕັ້ງໃຈ ເພື່ອວ່າ​ຂ້າພະເຈົ້າ​ຈະສາມາດ​ສຳເລັດ​ວຽກງານ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ໄດ້ຢືນຂຶ້ນ ແລະ ກັບຄືນ​ໄປຫາ​ກອງເຈ້ຍ​ຢຸ່ເທິງ​ໂຕະ​ຂອງ​ຂ້າພະເຈົ້າ. ເກືອບໃນ​ທັນທີ, ຄວາມ​ແຈ່ມແຈ້ງ ແລະ ຄວາມຕັ້ງ​ໃຈກໍ​ໄດ້ມາ​ສູ່ຈິດໃຈ​ຂອງ​ຂ້າພະເຈົ້າ, ແລະ ຂ້າພະເຈົ້າ​ກໍສາມາດ​ສຳເລັດ​ວຽກງານ​ທີ່ຮີບ​ດ່ວນຂອງ​ຂ້າພະເຈົ້າ​ໄດ້.

ສະພາບ​ການທີ່​ວຸ້ນວາຍ​ຂອງໂລກ​ໃນປະຈຸບັນ​ນີ້ ອາດເບິ່ງ​ຄືວ່າເປັນ​ຕາຢ້ານ ເມື່ອເຮົາ​ພິຈາລະນາ​ເຖິງບັນຫາ ແລະ ການ​ທ້າທາຍ​ຢ່າງຫລວງ​ຫລາຍ. ແຕ່ມັນ​ເປັນປະ​ຈັກພະຍານ​ອັນແຮງ​ກ້າຂອງ​ຂ້າພະເຈົ້າ​ວ່າ ຖ້າຫາກ​ເຮົາຈະ​ອະທິຖານ ແລະ ທູນຂໍ​ພອນ ແລະ ການ​ຊີ້​ນຳ​ທີ່​ຈຳ​ເປັນ​ຈາກ​ພຣະບິດາ​ເທິງສະຫວັນ, ເຮົາຈະ​ຮູ້ຈັກ​ວ່າ ເຮົາຈະ​ສາມາດ​ເປັນພອນ​ໃຫ້ແກ່​ຄອບຄົວ​ຂອງເຮົາ, ເພື່ອນບ້ານ, ຊຸມຊົນຂອງເຮົາ, ແລະ ແມ່ນແຕ່​ປະເທດທີ່​ເຮົາອາໄສ​ຢູ່ໄດ້​ແນວໃດ.

ພຣະຜູ້​ຊ່ວຍໃຫ້​ລອດໄດ້​ອະທິຖານ ແລະ ແລ້ວ​ພຣະອົງ “ໄດ້ໄປ​ທຸກຫົນ​ທຸກແຫ່ງ​ເຮັດຄຸນງາມ​ຄວາມດີ”13 ໂດຍການ​ໃຫ້ອາຫານ​ຄົນທີ່​ຍາກຈົນ, ໃຫ້ຄວາມ​ກ້າຫານ ແລະ ການຊ່ວຍ​ເຫລືອຄົນ​ທີ່ຂັດສົນ, ແລະ ເອື້ອມ​ອອກໄປ​ດ້ວຍ​ຄວາມຮັກ, ໃຫ້ອະໄພ,ໃຫ້ຄວາມ​ສະຫງົບ, ແລະ ໃຫ້ການ​ພັກຜ່ອນ​ແກ່ທຸກຄົນ​ທີ່ມາຫາ​ພຣະອົງ. ພຣະອົງສືບ​ຕໍ່ເອື້ອມອອກ​ມາຫາເຮົາ.

ຂ້າພະເຈົ້າ​ຂໍເຊື້ອເຊີນ​ສະມາຊິກ​ຂອງສາດ​ສະໜາຈັກ​ທຸກຄົນ, ພ້ອມທັງ​ເພື່ອນບ້ານ ແລະ ໝູ່ເພື່ອນ​ຈາກສາດ​ສະໜາ​ອື່ນຕະຫລອດ​ທົ່ວໂລກ, ໃຫ້ເຮັດດັ່ງ​ທີ່ພຣະ​ຜູ້ຊ່ວຍ​ໃຫ້ລອດ​ໄດ້ແນະນຳ​ສານຸສິດ​ຂອງພຣະອົງ​ວ່າ: “ດັ່ງນັ້ນ ຈົ່ງເຝົ້າ​ລະວັງ, ແລະ ອະທິ​ຖານຢູ່​ທຸກ​ເວລາ,” ເພື່ອ​ຄວາມ​ສະຫງົບ, ເພື່ອ​ການປອບ​ໂຍນ, ເພື່ອ​ຄວາມ​ປອດໄພ, ແລະ ເພື່ອໂອກາດ​ທີ່ຈະ​ຮັບໃຊ້​ກັນ​ແລະກັນ.14

ພະລັງ​ແຫ່ງການ​ອະທິຖານ​ຊ່າງ​ຍິ່ງໃຫຍ່, ແລະ ການ​ອະທິຖານ​ດ້ວຍ​ສັດທາ​ຂອງເຮົາ ໃນພຣະເຈົ້າ ແລະ ພຣະບຸດ​ທີ່ຮັກ​ຂອງພຣະອົງ​ກໍເປັນສິ່ງ​ທີ່ຕ້ອງ​ການຫລາຍ​ແທ້ໆ! ຂໍໃຫ້​ເຮົາຈົ່ງ​ຈື່ຈຳ ແລະ ຮູ້ບຸນ​ຄຸນພະ​ລັງຂອງ​ການອະ​ທິຖານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາເມນ.

ພິມ