ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ

ໃນ​ວິ​ທີ​ທາງ​ຂອງ​ເຮົາ​ເອງ, ເຮົາ​ສາ​ມາດກາຍເປັນພາກສ່ວນ​ໃນ​ການ​ບັນ​ລຸ​ຄຳ​ທຳ​ນາຍ ແລະ ຄຳ​ສັນ​ຍາຂອງ​ພຣະ​ຜູ້​ເປັນ​ເຈົ້າ—ພາກ​ສ່ວນ​ທີ່​ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ໂລກ.

​ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າໄດ້ດຳເນີນພິທີການຜະນຶກຢູ່ໃນພຣະວິຫານແຫ່ງໜຶ່ງ, ໂດຍປະຕິບັດຕາມກົດປ້ອງກັນ​ພະ​ຍາດ​ໂຄວິດ-19. ເຈົ້າສາວ ແລະ ເຈົ້າບ່າວ, ຊຶ່ງທັງສອງ​ເຄີຍເປັນ​ຜູ້ສອນສາດ​ສະໜາ​ທີ່ຊື່ສັດ, ມີພໍ່ແມ່ ແລະ ອ້າຍເອື້ອຍນ້ອງ​ຂອງເຂົາເຈົ້າ​ມາຮ່ວມດ້ວຍ. ມັນບໍ່ໄດ້ເປັນ​ເລື່ອງງ່າຍ! ເຈົ້າສາວເປັນ​ລູກຜູ້ທີເກົ້າ​ໃນຈຳນວນ​ລູກສິບຄົນ. ອ້າຍເອື້ອຍນ້ອງ​ຂອງນາງນັ່ງ​ຢູ່ຫ່າງກັນຕາມ​ລຳດັບ, ຈາກໃຫຍ່ສຸດ​ຫານ້ອຍສຸດ.

ຄອບຄົວເຂົາເຈົ້າ​ພະຍາຍາມເປັນ​ເພື່ອນບ້ານທີ່ດີ ບໍ່ວ່າເຂົາເຈົ້າ​ຈະອາໄສຢູ່​ບ່ອນໃດກໍຕາມ. ແຕ່ຊຸມຊົນ​ບ່ອນໜຶ່ງ​ບໍ່ຕ້ອນຮັບ​ເຂົາເຈົ້າ—ເພາະແມ່​ຂອງເຈົ້າສາວ​ໄດ້ເວົ້າວ່າ ຄອບຄົວ​ຂອງເຂົາເຈົ້າ​ເປັນສະມາຊິກ​ຂອງສາດສະໜາຈັກ​ຂອງພຣະ​ເຢຊູຄຣິດແຫ່ງ​ໄພ່ພົນ​ຍຸກສຸດທ້າຍ.

ຄອບຄົວໄດ້ເຮັດ​ທຸກສິ່ງເພື່ອ​ຜູກມິດ​ຢູ່ທີ່ໂຮງຮຽນ, ປະກອບສ່ວນ ແລະ ຢາກຖືກຍອມຮັບ, ແຕ່ກໍບໍ່ໄດ້ຜົນ. ຄອບຄົວໄດ້​ອະທິຖານ​ຢ່າງພາກພຽນ​ຂໍໃຫ້ໃຈຂອງ​ຜູ້ຄົນອ່ອນລົງ.

ຄືນໜຶ່ງ, ຄອບຄົວ​ຮູ້ສຶກວ່າ ຄຳອະທິຖານ​ຂອງເຂົາເຈົ້າ​ໄດ້ຮັບຄຳຕອບ, ແຕ່ໃນວິທີທາງ​ທີ່ບໍ່ຄາດຄິດ. ເຮືອນຂອງເຂົາເຈົ້າ​ເກີດໄຟໄໝ້ຈົນ​ໝົດກ້ຽງ. ແຕ່ສິ່ງອື່ນອີກ​ໄດ້ເກີດຂຶ້ນ. ໄຟນັ້ນໄດ້ເຮັດ​ໃຫ້ເພື່ອນບ້ານໃຈ​ອ່ອນລົງ.

ເພື່ອນບ້ານ ແລະ ໂຮງຮຽນຂອງ​ເຂົາເຈົ້າໄດ້​ທ້ອນໂຮມ​ເຄື່ອງນຸ່ງຫົ່ມ, ເກີບ, ແລະ ສິ່ງອື່ນໆທີ່​ຈຳເປັນສຳລັບ​ຄອບຄົວທີ່ສູນເສຍ​ທຸກຢ່າງ. ຄວາມເມດຕາໄດ້ເປີດຄວາມເຂົ້າໃຈ. ມັນບໍ່ໄດ້ເປັນ​ວິທີທີ່​ຄອບຄົວ​ຫວັງໄວ້ ຫລື ຄາດໝາຍ​ໃຫ້ຄຳອະທິຖານ​ຂອງເຂົາເຈົ້າ​ໄດ້ຮັບຄຳຕອບ​ແບບນັ້ນ. ເຖິງຢ່າງໃດ​ກໍຕາມ, ເຂົາເຈົ້າໄດ້​ສະແດງຄວາມ​ກະຕັນຍູຕໍ່ສິ່ງ​ທີ່ເຂົາເຈົ້າໄດ້ຮຽນຮູ້ ຜ່ານທາງ​ປະສົບການ ແລະ ຄຳຕອບທີ່​ບໍ່ຄາດຄິດ ຕໍ່ຄຳອະທິຖານ​ທີ່ຈິງໃຈນັ້ນ.

ແທ້ຈິງແລ້ວ, ສຳລັບຜູ້ທີ່​ມີໃຈທີ່ຊື່ສັດ ແລະ ມີຕາທີ່​ຫລຽວເຫັນໄດ້, ຄວາມເມດຕາ​ທີ່ລະອຽດອ່ອນຂອງ​ພຣະຜູ້ເປັນເຈົ້າ ຈະສະແດງ​ໃຫ້ປະຈັກ​ໃນທ່າມກາງ​ການທ້າທາຍ​ໃນຊີວິດ. ການປະເຊີນກັບ​ການທ້າທາຍ ແລະ ການເສຍ​ສະລະດ້ວຍ​ສັດທາ ຈະນຳພອນ​ຂອງສະຫວັນ​ມາໃຫ້. ໃນຊ່ວງ​ມະຕະນີ້, ບາງຄັ້ງເຮົາ​ອາດສູນເສຍ ຫລື ລໍຖ້າບາງສິ່ງ, ແຕ່ໃນທີ່ສຸດ ເຮົາຈະພົບເຫັນ​ສິ່ງທີ່ສຳຄັນ​ກວ່າໝູ່ໝົດ.1 ນັ້ນຄືຄຳສັນ​ຍາຂອງພຣະອົງ.2

ການປະກາດ​ຕໍ່ໂລກເນື່ອງ​ໃນວາລະ​ຄົບຮອບ 200 ປີຂອງເຮົາ ເລີ່ມຕົ້ນດ້ວຍ​ຄຳສັນຍາ​ລວມອັນ​ເລິກເຊິ່ງວ່າ “ພຣະເຈົ້າຮັກ​ລູກໆຂອງພຣະອົງ ໃນທຸກປະຊາຊາດ​ຂອງໂລກ.”3 ຕໍ່ເຮົາແຕ່ລະຄົນ​ໃນທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ,4 ພຣະເຈົ້າສັນຍາ, ເຮັດພັນທະສັນຍາ, ແລະ ເຊື້ອເຊີນເຮົາ​ໃຫ້ມາຮັບເອົາ​ຄວາມສຸກ ແລະ ຄວາມດີງາມຢ່າງ​ອຸດົມສົມບູນ.

ຄວາມຮັກຂອງ​ພຣະເຈົ້າສຳລັບ​ທຸກຄົນຖືກຢືນຢັນ​ຢູ່ໃນຕະຫລອດ​ທົ່ວພຣະຄຳພີ.5 ຄວາມຮັກນັ້ນ​ແມ່ນລວມ​ຢູ່ໃນພັນທະສັນຍາ​ຂອງອັບຣາຮາມ, ການເຕົ້າໂຮມ​ລູກໆຂອງພຣະອົງ​ທີ່ກະຈັດກະຈາຍ,6 ແລະ ກ່ຽວຂ້ອງກັບ​ແຜນແຫ່ງຄວາມ​ສຸກຂອງພຣະອົງ ໃນຊີວິດຂອງເຮົາ.

ຢູ່ໃນຄອບຄົວ​ແຫ່ງສັດທາ ບໍ່ຄວນມີຄົນແປກໜ້າ, ບໍ່ມີຄົນຕ່າງດ້າວ,7 ບໍ່ມີຄົນຮັ່ງມີ ແລະ ບໍ່​ມີຄົນຍາກຈົນ,8 ບໍ່ມີ “ຄົນໃດ” ຢູ່ນອກ. ໂດຍທີ່ “ເປັນພົນລະເມືອງ​ອັນດຽວກັນ​ກັບໄພ່ພົນ,”9 ເຮົາຖືກເຊື້ອເຊີນ​ໃຫ້ປ່ຽນແປງ​ໂລກ ໃຫ້ດີຂຶ້ນກວ່າເກົ່າ, ຈາກຂ້າງໃນ​ຫາຂ້າງນອກ, ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະຄຸ້ມ.

ສິ່ງນີ້ເກີດຂຶ້ນ​ເມື່ອເຮົາດຳລົງ​ຊີວິດ ແລະ ແບ່ງປັນ​ພຣະກິດຕິຄຸນ. ໃນຕົ້ນສະໄໝນີ້, ສາດສະດາໂຈເຊັບ​ໄດ້ຮັບຄຳທຳນາຍ​ທີ່ອັດສະຈັນວ່າ ພຣະບິດາເທິງ​ສະຫວັນປາດຖະໜາ​ໃຫ້ທຸກຄົນຄົ້ນ​ພົບເຫັນຄວາມຮັກ​ຂອງພຣະເຈົ້າ ແລະ ມີປະສົບການ​ກັບອຳນາດຂອງ​ພຣະອົງ ເພື່ອເຕີບໂຕ ແລະ ປ່ຽນແປງ.

ຮູບ​ພາບ
ເຮືອນ​ຂອງ​ຄອບ​ຄົວ​ສະມິດ

ຄຳທຳນາຍນັ້ນໄດ້​ຮັບຢູ່ບ່ອນນີ້, ຢູ່ໃນເຮືອນ​ໄມ້ທ່ອນຂອງ​ຄອບຄົວສະມິດ ໃນເມືອງພາໄມຣາ, ລັດນິວຢອກ.10

ຮູບ​ພາບ
ແອວ​ເດີ ແລະ ຊິດ​ສະ​ເຕີ ກອງ ຢູ່​ໃນ​ເຮືອນ​ຂອງ​ຄອບ​ຄົວ​ສະ​ມິດ

ໄດ້​ສ້າງ​ສຳ​ເລັດ​ໃນ​ປີ 1998, ເຮືອນ​ຂອງ​ຄອບ​ຄົວ​ສະ​ມິດ​ໄດ້​ຖືກ​ສ້າງ​ຂຶ້ນໃໝ່​ເທິງ​ພື້ນ​ຖານດັ້ງ​ເດີມ. ຫ້ອງນອນຊັ້ນ​ເທິງມີຄວາມ​ກວ້າງເທົ່າກັບ​ຫ້ອງເກົ່າ 18 ຄູນ 30 ຄູນ 10 ຟຸດ (5.5 ຄູນ 9 ຄູນ 3 ແມັດ) ບ່ອນທີ່​ໂມໂຣໄນ ຜູ້ສົ່ງຂ່າວທີ່​ສະຫງ່າລາສີຈາກ​ພຣະເຈົ້າ ໄດ້ມາຫາ​ຊາຍໜຸ່ມ​ໂຈເຊັບ ໃນຄືນນັ້ນ ເມື່ອວັນທີ 21 ເດືອນກັນຍາ, 1823.11

ທ່ານຄົງຈື່ໄດ້​ເຖິງສິ່ງທີ່​ສາດສະດາ​ໂຈເຊັບ​ບອກເລົ່າ:

“[ໂມໂຣໄນ] ໄດ້ເອີ້ນຊື່​ຂ້າພະເຈົ້າ ແລະ ໄດ້ເວົ້າວ່າ … ພຣະເຈົ້າມີວຽກງານ​ໃຫ້ຂ້າພະເຈົ້າເຮັດ; ແລະ ບອກວ່າຊື່ຂອງ​ຂ້າພະເຈົ້າ​ຈະມີຢູ່ທັງ​ທາງດີ ແລະ ທາງຊົ່ວ ໃນບັນດາ​ທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ. …

“[ໂມ​ໂຣ​ໄນ] ໄດ້ບອກວ່າ ມັນມີ​ໜັງສື​ເຫລັ້ມໜຶ່ງ​ຝັງຢູ່, … ວ່າຄວາມສົມບູນ​ຂອງພຣະກິດ​ຕິຄຸນອັນ​ເປັນນິດ ມີຢູ່ໃນ​ໜັງສືນັ້ນ.”12

ໃນບ່ອນນີ້ ເຮົາຢຸດ​ບຶດໜຶ່ງ. ເຮົານະມັດ​ສະການພຣະເຈົ້າ ພຣະບິດາ​ນິລັນດອນ ແລະ ພຣະບຸດ​ຂອງພຣະອົງ, ພຣະເຢຊູຄຣິດ, ບໍ່ແມ່ນ​ສາດສະດາ​ໂຈເຊັບ ຫລື ມະນຸດຊາຍ ຫລື ຍິງຄົນໃດ.

ແຕ່ໃຫ້​ພິຈາລະນາ​ວິທີທີ່​ຄຳທຳນາຍ​ທີ່ພຣະເຈົ້າ​ປະທານໃຫ້​ຜູ້ຮັບໃຊ້ຂອງ​ພຣະອົງ ເພື່ອບັນລຸ​ຄວາມສຳເລັດ.13 ບາງຢ່າງໄດ້​ສຳເລັດໄວ, ບາງຢ່າງ​ໄດ້ສຳເລັດຊ້າ, ແຕ່ທຸກຢ່າງ​ຈະສຳເລັດ.14 ເມື່ອເຮົາ​ເຊື່ອຟັງ​ວິນຍານ​ແຫ່ງການ​ທຳ​ນາຍຂອງ​ພຣະຜູ້ເປັນເຈົ້າ, ໃນ​ວິ​ທີ​ຂອງ​ເຮົາເອງ, ເຮົາ​ສາ​ມາດກາຍ​ເປັນພາກສ່ວນ​ຂອງ​ການ​ບັນ​ລຸ​ຄຳ​ທຳ​ນາຍ ແລະ ຄຳ​ສັນ​ຍາຂອງ​ພຣະ​ອົງ—ພາກ​ສ່ວນ​ທີ່​ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ໂລກ.

ໃນ​ປີ 1823, ໂຈເຊັບ​ມີອາຍຸ 17 ປີ ທີ່ບໍ່ມີໃຜ​ຮູ້ຈັກຫລາຍ ຜູ້ອາໄສ​ຢູ່ໃນ​ໝູ່ບ້ານນ້ອຍ, ໃນປະເທດ​ທີ່ຫາກໍ​ໄດ້ຮັບ​ເອກະລາດ​ໃໝ່ໆ. ຍົກເວັ້ນແຕ່​ວ່າມັນເປັນ​ຄວາມຈິງ, ເພິ່ນຈະ​ສາມາດວາດ​ພາບໄດ້​ແນວໃດວ່າ ເພິ່ນຈະເປັນ​ເຄື່ອງມືໃນ​ພຣະຫັດຂອງ​ພຣະເຈົ້າ ແລະ ແປພຣະຄຳ​ພີສັກສິດ​ໂດຍຂອງປະທານ​ຂອງພຣະເຈົ້າ ທີ່ຜູ້ຄົນ​ຮູ້ຈັກໃນ​ທຸກບ່ອນ ໃນເວລານີ້?

ແຕ່ເປັນ​ເພາະວ່າມັນ​ເປັນຄວາມຈິງ, ທ່ານ ແລະ ຂ້າພະເຈົ້າ​ຈຶ່ງເປັນ​ພະຍານວ່າ ຄຳທຳນາຍນັ້ນ​ກຳລັງເກີດ​ເປັນຈິງ ແມ່ນແຕ່ເຮົາ​ກໍໄດ້ຖືກ​ເຊື້ອເຊີນ​ໃຫ້ຊ່ວຍ​ບັນລຸມັນ.

ອ້າຍເອື້ອຍ​ນ້ອງທັງຫລາຍ, ຕະຫລອດ​ທົ່ວໂລກ, ເຮົາແຕ່ລະຄົນ​ກຳລັງມີ​ພາກສ່ວນ​ໃນກອງ​ປະຊຸມໃຫຍ່​ສາມັນ ເດືອນຕຸລາ ປີ 2020 ໃນບັນດາ​ທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ ຕາມຄຳທຳນາຍ.

ປະຈຸບັນນີ້, ສະມາຊິກ​ຂອງສາດ​ສະໜາຈັກ​ຂອງພຣະ​ເຢຊູຄຣິດ​ແຫ່ງໄພ່ພົນ​ຍຸກສຸດທ້າຍ ອາໄສຢູ່ໃນ 196 ປະເທດ ແລະ ອາ​ນາ​ເຂດ, ມີສະເຕກ​ຂອງສາດ​ສະໜາຈັກຢູ່ 3,446 ແຫ່ງ ໃນ 90 ປະເທດ.15 ເຮົາເປັນ​ຕົວແທນ​ໃຫ້ທັງ​ພູມີພາກ ແລະ ສູນກາງ​ແຫ່ງພະລັງ.

ໃນປີ 1823, ມີໃຜແດ່​ທີ່ວາດພາບວ່າ ໃນປີ 2020 ຈະມີສາມ​ປະເທດທີ່​ມີສະມາຊິກ​ຂອງສາດສະ​ໜາຈັກ ຫລາຍກວ່າ​ໜຶ່ງລ້ານຄົນ—ສະຫະລັດ​ອາເມຣິກາ, ແມັກຊິໂກ, ແລະ ບຣາຊິນ?

ຫລື 23 ປະ​ເທດ, ມີສະມາຊິກ​ຂອງສາດ​ສະໜາຈັກ​ຫລາຍກວ່າ 100,000 ຄົນ—ສາມປະເທດ​ໃນອາເມ​ຣິກາເໜືອ, ສິບ​ສີ່ປະເທດ​ໃນອາເມຣິ​ກາກາງ ແລະ ໃຕ້, ໜຶ່ງປະເທດ​ໃນເອີຣົບ, ສີ່ປະເທດ​ໃນອາຊີ, ແລະ ໜຶ່ງປະເທດ​ໃນອາຟຣິກາ?16

ປະທານຣະໂຊ ເອັມ ແນວສັນ ເອີ້ນພຣະຄຳພີ​ມໍມອນ​ວ່າເປັນ “ສິ່ງປະຕິຫານ​ທີ່ໜ້າອັດສະຈັນ.”17 ພະຍານຂອງ​ມັນໃຫ້ຖ້ອຍຄຳວ່າ, “ຂໍໃຫ້ເປັນທີ່​ຮູ້ຈັກແກ່​ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.”18 ມື້ນີ້, ກອງປະຊຸມ​ໃຫຍ່ສາມັນ​ມີເຖິງ 100 ພາສາ. ປະທານແນວສັນ​ໄດ້ເປັນ​ພະຍານເຖິງ​ພຣະເຢຊູຄຣິດ ແລະ ການຟື້ນຟູ​ພຣະກິດ​ຕິຄຸນຂອງ​ພຣະອົງໃນ 138 ປະເທດ, ແລະ ຈະມີຫລາຍ​ກວ່ານີ້ອີກ.

ເລີ່ມຕົ້ນດ້ວຍ​ພຣະຄຳ​ພີມໍມອນ 5,000 ຫົວ ທີ່ຈັດພິມໃນປີ 1830, ບັດນີ້​ພຣະຄຳພີ​ມໍມອນ​ຄົບຊຸດ ຫລື ບາງຈຳນວນ​ໄດ້ຖືກຈັດ​ພິມປະມານ 192 ລ້ານຫົວ ໃນ 112 ພາສາ. ພຣະ​ຄຳ​ພີ​ມໍ​ມອນໃນ​ພາ​ສາ​ຕ່າງໆຢ່າງ​ຫລວງ​ຫລາຍ ກໍ​ມີໃນຮູບແບບ​ດິຈິຕັນ​ນຳອີກ. ໃນປະຈຸບັນ ພຣະຄຳພີ​ມໍມອນ​ໃນ​ພາ​ສາ​ຕ່າງໆ ແມ່ນຮ່ວມດ້ວຍ 23 ພາສາທີ່ເວົ້າ​ຫລາຍທີ່ສຸດ​ຢູ່ໃນໂລກ ໂດຍປະຊາກອນ 50 ລ້ານຄົນ ຫລື ຫລາຍກວ່ານັ້ນ, ທັງພາສາແມ່ ລວມທັງໝົດ​ແລ້ວມີເຖິງ 4.1 ພັນລ້ານຄົນ.19

ໂດຍວິທີ​ທີ່ເລັກນ້ອຍ ແລະ ລຽບງ່າຍ—ຊຶ່ງໃນນັ້ນເຮົາ​ແຕ່ລະຄົນ​ໄດ້ຖືກເຊື້ອເຊີນ​ໃຫ້ມີສ່ວນຮ່ວມ—ຈະນຳສິ່ງ​ຍິ່ງໃຫຍ່ມາ.

ຍົກຕົວຢ່າງ, ໃນກອງ​ປະຊຸມສະເຕກ​ແຫ່ງໜຶ່ງໃນ​ເມືອງມອນໂຣ, ລັດຢູທາ, ມີປະຊາຊົນ 2,200 ຄົນ​ອາ​ໄສ​ຢູ່​ທີ່ນັ້ນ, ຂ້າພະເຈົ້າ​ຖາມວ່າ ມີຈັກຄົນ​ທີ່ໄດ້ໄປ​ຮັບໃຊ້ເຜີຍແຜ່. ເກືອບໝົດ​ທຸກຄົນ​ຍົກມືຂຶ້ນ. ຫລາຍປີ​ບໍ່ດົນມານີ້, ຈາກສະເຕກ​ແຫ່ງດຽວກັນນັ້ນ, ມີຜູ້ໄປສອນ​ສາດສະໜາ 564 ຄົນ ໃນ 50 ລັດ ຂອງ​ສະຫະລັດ ແລະ ໃນ 53 ປະເທດ—ທຸກທະວີບ ຍົກເວັ້ນແຕ່ ແອນຕາກຕິກາ.

ເມື່ອກ່າວເຖິງ ແອນຕາກຕິກາ, ແມ່ນແຕ່​ໃນເມືອງ ອູຊົວຍາ ໃນສົ້ນໃຕ້ສຸດ​ຂອງປະເທດ​ອາກຊັງຕິນ, ຂ້າພະເຈົ້າ​ກໍໄດ້ເຫັນ​ຄຳທຳນາຍ​ກຳລັງເກີດ​ເປັນຈິງ ຂະນະທີ່​ຜູ້ສອນ​ສາດສະໜາ​ຂອງເຮົາ ແບ່ງປັນ​ພຣະກິດຕິຄຸນ​ຂອງພຣະເຢຊູຄຣິດ​ໃນບ່ອນທີ່ເອີ້ນວ່າ “ທີ່ສຸດຂອງ​ແຜ່ນດິນໂລກ.”20

ຮູບ​ພາບ
ພາບ​ຈິນ​ຕະ​ນາ​ການ​ຈາກ​ປຶ້ມ Saints [ໄພ່​ພົນ]

ພາບຈິນ​ຕະນາການ​ຢູ່ເທິງໜ້າ​ປົກຂອງປຶ້ມ Saints21 ສີ່ສະບັບ ພັນລະນາເຖິງ​ຄວາມຜູກພັນ​ທົ່ວໂລກຂອງ​ໝາກຜົນຈາກ​ການດຳລົງ​ຊີວິດຕາມ​ພຣະກິດຕິຄຸນ ຂອງໄພ່ພົນ​ໃນທຸກແຫ່ງຫົນ. ປະຫວັດສາດ​ຂອງສາດ​ສະໜາຈັກ​ຂອງເຮົາຍຶດຕິດ​ຢູ່ກັບ​ປະຈັກພະຍານ ແລະ ການດຳລົງ​ຊີວິດຕາມ​ພຣະກິດຕິຄຸນ​ຂອງສະມາຊິກ​ແຕ່ລະຄົນ, ລວມທັງ ນາງແມຣີ ວິດເມີ, ຍິງທີ່ຊື່ສັດ​ຄົນໜຶ່ງ ຜູ້ທີ່​ໂມໂຣໄນ​ໄດ້ເອົາ​ແຜ່ນຈາລຶກ​ພຣະຄຳພີມໍມອນ​ໃຫ້ເບິ່ງ.22

ຮູບ​ພາບ
ວາ​ລະ​ສານ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ

ເລີ່ມຕົ້ນໃນ​ເດືອນ​ມັງກອນ ປີ 2021, ວາລະສານ​ທົ່ວໂລກ​ສາມຊະນິດ​ໃໝ່ Friend, For the Strength of Youth, ແລະ Liahona—ເຊື້ອເຊີນ​ທຸກຄົນ​ໃຫ້ເຂົ້າ​ຮ່ວມ ແລະ ແບ່ງປັນ​ປະສົບການ ແລະ ປະຈັກພະຍານ ໃນຊຸມຊົນ​ທົ່ວໂລກ​ແຫ່ງສັດທາ​ຂອງເຮົາ.23

ອ້າຍເອື້ອຍນ້ອງ​ທັງຫລາຍ, ເມື່ອເຮົາ​ມີສັດທາ​ຫລາຍຂຶ້ນໃນ​ພຣະບິດາເທິງ​ສະຫວັນ ແລະ ພຣະເຢຊູຄຣິດ, ຮັບເອົາພອນ​ທີ່ພົບເຫັນ​ຢູ່ໃນພຣະກິດຕິຄຸນ​ທີ່ຖືກຟື້ນຟູ ແລະ ໃນພັນທະສັນຍາ​ທີ່ສັກສິດ, ແລະ ສຶກສາ, ໄຕ່ຕອງ, ແລະ ແບ່ງປັນ​ການຟື້ນຟູ​ທີ່ກຳລັງ​ດຳເນີນຢູ່, ເຮົາກໍໄດ້​ເປັນພາກສ່ວນ​ໃນການບັນລຸ​ຄຳທຳນາຍນັ້ນ.

ເຮົາປ່ຽນແປງ​ຕົວເອງ ແລະ ໂລກ ໃນແບບແຜນ​ຂອງພຣະ​ກິດຕິຄຸນ​ທີ່ເປັນພອນ​ໃຫ້ແກ່​ຊີວິດ ໃນທຸກ​ແຫ່ງຫົນ.

ຍິງຊາວ​ອາຟຣິກາ​ຄົນໜຶ່ງ ເວົ້າວ່າ, “ການຮັບ​ໃຊ້ໃນ​ຖານະປະໂລຫິດ​ຂອງສາມີຂ້ອຍ ໄດ້ເຮັດໃຫ້​ລາວມີຄວາມ​ອົດທົນ ແລະ ມີເມດຕາ​ຫລາຍກວ່າເກົ່າ. ແລະ ຂ້ອຍກໍກາຍ​ເປັນພັນລະຍາ ແລະ ແມ່ທີ່ດີ​ກວ່າເກົ່າ.”

ຜູ້ປຶກສາ​ທຸລະກິດ​ລະຫວ່າງ​ປະເທດທີ່​ໜ້ານັບຖື​ໃນປະຈຸບັນນີ້ ທີ່ອາໄສ​ຢູ່ອາເມຣິກາ​ກາງ ເວົ້າວ່າ ກ່ອນລາວໄດ້​ພົບເຫັນ​ພຣະກິດ​ຕິຄຸນທີ່​ຖືກຟື້ນຟູ​ຂອງພຣະເຈົ້າ, ລາວໄດ້ໃຊ້​ຊີວິດຢ່າງບໍ່​ມີຈຸດໝາຍ​ປາຍທາງຢູ່ຕາມ​ຖະໜົນ. ບັດນີ້ ລາວກັບ​ຄອບຄົວ​ຂອງ​ລາວໄດ້ພົບ​ເຫັນ​ເອກະລັກ, ຈຸດປະສົງ, ແລະ ຄວາມເຂັ້ມແຂງ.

ຊາຍໜຸ່ມ​ຄົນໜຶ່ງ​ຢູ່ອາເມຣິກາ​ໃຕ້ ໄດ້ລ້ຽງໄກ່​ເພື່ອຂາຍໄຂ່ ທ້ອນ​ເງິນ​ຊື້ປ່ອງຢ້ຽມ​ໃສ່ເຮືອນ​ທີ່ຄອບຄົວ​ກຳລັງສ້າງ. ລາວຈ່າຍເງິນ​ສ່ວນສິບກ່ອນ. ມັນຈະເປັນ​ແບບວ່າ ລາວເຫັນ​ປ່ອງຢ້ຽມສະຫວັນ​ເປີດແທ້ໆ.

ໃນສີ່ຊີກໂລກ, ຊຸມ​ຊົນ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ຄອບຄົວ​ຊາວອິນ​ເດຍແດງ​ປູກຕົ້ນ​ກຸຫລາບທີ່​ສວຍງາມ​ຢູ່ໃນຖິ່ນແຫ້ງ​ແລ້ງກັນດານ, ເປັນເຄື່ອງໝາຍ​ເຖິງສັດທາ​ໃນພຣະກິດ​ຕິຄຸນ ແລະ ການກຸ້ມ​ຕົນເອງ.

ຜູ້ລອດ​ຊີວິດຈາກ​ສົງຄາມກາງ​ເມືອງທີ່ຂົມຂື່ນ, ຊາຍຄົນໜຶ່ງ​ໃນອາຊີ​ຕາເວັນອອກ​ສ່ຽງໃຕ້ ໝົດຫວັງ​ກັບຊີວິດ​ທີ່ບໍ່ມີ​ຄວາມໝາຍ. ລາວໄດ້ພົບ​ຄວາມຫວັງ​ໃນຄວາມຝັນ ຊຶ່ງໃນນັ້ນ​ເພື່ອນນັກຮຽນ​ໃນອະດີດ​ຂອງລາວ​ຢືນຈັບຖາດ​ສິນລະລຶກຢູ່ ແລະ ເປັນພະຍານ​ເຖິງພິທີ​ການຊ່ວຍ​ໃຫ້ລອດ ແລະ ການຊົດໃຊ້​ຂອງພຣະ​ເຢຊູຄຣິດ.

ພຣະບິດາ​ເທິງສະຫວັນ​ເຊື້ອເຊີນ​ເຮົາໃນທຸກ​ແຫ່ງຫົນ​ໃຫ້ມາ​ຮູ້ສຶກເຖິງ​ຄວາມຮັກ​ຂອງພຣະອົງ, ເພື່ອຮຽນຮູ້ ແລະ ເຕີບໂຕ​ຜ່ານທາງ​ການສຶກສາ, ການງານ​ທີ່ມີກຽດ, ການຮັບໃຊ້​ເລື່ອງການ​ກຸ້ມຕົນເອງ, ແລະ ແບບແຜນ​ຂອງຄວາມ​ດີງາມ ແລະ ຄວາມສຸກ ທີ່ເຮົາພົບ​ເຫັນຢູ່ໃນ​ສາດສະໜາຈັກ​ທີ່ຖືກຟື້ນຟູ​ຂອງພຣະອົງ.

ເມື່ອເຮົາໄວ້​ວາງໃຈ​ໃນພຣະເຈົ້າ, ບາງເທື່ອຜ່ານ​ທາງການ​ອ້ອນວອນ​ຢູ່ໃນ​ຄວາມມືດ, ໃນຄວາມ​ໂດດດ່ຽວ, ໃນເວລາ​ທີ່ບໍ່ແນ່ນອນ​ທີ່ສຸດ, ເຮົາຮຽນ​ຮູ້ວ່າ ພຣະອົງ​ຮູ້ຈັກເຮົາ ແລະ ຮັກເຮົາ​ຫລາຍກວ່າ​ທີ່ເຮົາ​ຮູ້ຈັກ ຫລື ຮັກຕົນເອງ.

ນີ້ຄືເຫດຜົນ​ທີ່ເຮົາຕ້ອງ​ການຄວາມ​ຊ່ວຍເຫລືອ​ຈາກພຣະເຈົ້າ ເພື່ອສ້າງ​ຄວາມຍຸດຕິທຳ, ຄວາມສະ​ເໝີພາບ, ຄວາມຖືກຕ້ອງ, ແລະ ຄວາມສະ​ຫງົບສຸກ ໃນບ້ານເຮືອນ ແລະ ໃນຊຸມຊົນ​ຂອງເຮົາ. ເລື່ອງລາວ​ທີ່ແທ້ຈິງ, ທີ່ເລິກເຊິ່ງ, ທີ່ແນ່ນອນ​ທີ່ສຸດ, ສະຖານທີ່, ແລະ ຄວາມ​ຮູ້ສຶກເປັນ​ພາກສ່ວນ​ຂອງເຮົາ ເກີດຂຶ້ນ​ເມື່ອເຮົາຮູ້ສຶກ​ເຖິງຄວາມຮັກ​ທີ່ໄຖ່ຂອງ​ພຣະເຈົ້າ, ເມື່ອເຮົາ​ສະແຫວງຫາ​ພຣະຄຸນ ແລະ ການມະຫັດ​ສະຈັນຜ່ານ​ທາງການຊົດໃຊ້​ຂອງພຣະບຸດ​ຂອງພຣະອົງ, ແລະ ເມື່ອເຮົາ​ສະຖາປະນາ​ຄວາມສຳພັນ​ອັນເປັນນິດ ໂດຍການ​ເຮັດພັນທະ​ສັນຍາທີ່​ສັກສິດ.

ຄວາມດີງາມ ແລະ ຄວາມຮູ້ຈາກ​ສາດສະໜາ​ແມ່ນສິ່ງທີ່​ຕ້ອງການ​ໃນໂລກ​ປະຈຸບັນທີ່​ລຸງລັງ, ຟົດນັນ, ແລະ ເຕັມໄປ​ດ້ວຍ​ມົນລະພິດ. ນອກຈາກ​ນີ້ແລ້ວ ເຮົາຈະ​ສົດຊື່ນ, ດົນໃຈ, ແລະ ເພີ່ມຄວາມ​ຮູ້ໃຫ້ແກ່​ຈິດວິນຍານຂອງ​ມະນຸດໄດ້​ແນວໃດ?24

ຮູບ​ພາບ
ການ​ປູກ​ຕົ້ນ​ໄມ້​ຢູ່​ປະ​ເທດ​ໄຮ​ຕີ
ຮູບ​ພາບ
ການ​ປູກ​ຕົ້ນ​ໄມ້​ຢູ່​ປະ​ເທດ​ໄຮ​ຕີ
ຮູບ​ພາບ
ການ​ປູກ​ຕົ້ນ​ໄມ້​ຢູ່​ປະ​ເທດ​ໄຮ​ຕີ

ການປູກ​ຕົ້ນໄມ້​ຢູ່ປະເທດ​ໄຮຕີ ເປັນຕົວ​ຢ່າງໜຶ່ງ​ໃນຫລາຍຮ້ອຍ​ຕົວຢ່າງ ທີ່ຜູ້ຄົນ​ຮ່ວມມືກັນ​ເຮັດສິ່ງທີ່ດີ. ຊຸມຊົນໃນ​ທ້ອງຖິ່ນ, ລວມທັງ​ສະມາຊິກ​ຂອງສາດສະ​ໜາຈັກ 1,800 ຄົນ, ໄດ້ບໍລິຈາກ​ຕົ້ນໄມ້, ໄດ້ເຕົ້າໂຮມ​ກັນເພື່ອ​ປູກຕົ້ນໄມ້​ເກືອບເຖິງ 25,000 ຕົ້ນ.25 ໂຄງການ​ຫລາຍປີ ເພື່ອປູກຕົ້ນໄມ້ ໄດ້ປູກ 121,000 ຕົ້ນແລ້ວ. ມີແຜນການ​ທີ່ຈະປູກ​ຕົ້ນໄມ້ຕື່ມ​ອີກຫລາຍ​ສິບພັນຕົ້ນ.

ຄວາມສາມັກ​ຄີກັນນີ້ ໄດ້ສ້າງຮົ່ມ, ອະນຸ​ລັກດິນ, ແລະ ປ້ອງກັນ​ອຸ​ທົກ​ກະ​ໄພໃນ​ອະນາຄົດ. ມັນເສີມ​ຄວາມງາມ​ໃຫ້ແກ່​ໝູ່ບ້ານ, ເສີມສ້າງ​ຊຸມຊົນ, ໃຫ້ລົດຊາດ​ທີ່ເພິ່ງ​ພໍໃຈ, ແລະ ບຳລຸງ​ລ້ຽງຈິດ​ວິນຍານ. ຖ້າຫາກ​ທ່ານຖາມ​ຄົນໄຮຕີວ່າ ແມ່ນໃຜ​ຊິເກັບໝາກ​ໄມ້ຈາກຕົ້ນ​ໄມ້ເຫລົ່ານັ້ນ, ເຂົາເຈົ້າ​ຈະຕອບວ່າ, “ໃຜກໍຕາມ​ທີ່ຢາກກິນ.”

ແປດສິບ​ເປີເຊັນ​ຂອງ​ປະຊາກອນ​ໂລກ ນັບຖື​ສາດສະໜາ.26 ຊຸມຊົນທີ່​ນັບຖື​ສາດສະໜາ​ຈະພ້ອມສະເໝີ​ເພື່ອຮັບມື​ກັບໄພ​ທຳມະຊາດ, ຕະຫລອດທັງ​ຄວາມ​ຕ້ອງການ​ທີ່ບໍ່ສິ້ນສຸດ​ເລື່ອງອາຫານ, ທີ່ພັກອາໄສ, ການສຶກສາ, ການອ່ານ​ອອກຂຽນໄດ້, ແລະ ການຝຶກງານ. ຕະຫລອດ​ທົ່ວໂລກ, ສະມາຊິກ​ຂອງເຮົາ, ໝູ່ເພື່ອນ, ແລະ ສາດສະໜາ​ຈັກຊ່ວຍເຫລືອ​ຊຸມຊົນ​ລ້ຽງດູຊາວ​ອົບພະຍົບ ແລະ ຈັດຫານ້ຳ, ເຄື່ອງອະນາໄມ, ອຸປະກອນ​ສຳລັບ​ຄົນພິການ, ແລະ ການຮັກ​ສາສາຍຕາ—ເທື່ອລະຄົນ, ເທື່ອລະ​ໝູ່ບ້ານ, ເທື່ອລະຕົ້ນ.27 ໃນທຸກບ່ອນ, ເຮົາສະແຫວງ​ຫາທີ່ຈະ​ເປັນພໍ່ແມ່​ທີ່ດີ ແລະ ເປັນພົນລະ​ເມືອງທີ່ດີ, ປະກອບ​ສ່ວນໃນ​ຄຸ້ມບ້ານ ແລະ ສັງຄົມ, ລວມທັງ​ອົງການໃຈ​ບຸນຂອງ​ໄພ່ພົນຍຸກ​ສຸດທ້າຍ.28

ພຣະເຈົ້າ​ມອບອຳ​ເພີໃຈ​ດ້ານສິນທຳ—ແລະ ຄວາມຮັບ​ຜິດຊອບດ້ານ​ສິນທຳ​ໃຫ້ເຮົາ. ພຣະຜູ້​ເປັນເຈົ້າ​ປະກາດວ່າ, “ເຮົາ, ອົງພຣະ​ຜູ້ເປັນເຈົ້າ, ເຮັດໃຫ້​ພວກເຈົ້າ​ເປັນອິດສະລະ, ສະນັ້ນ ພວກເຈົ້າ​ຈຶ່ງເປັນ​ອິດສະລະ​ແທ້ໆ.”29 ໃນການ​ປະກາດ “ການປົດປ່ອຍ​ແກ່ຊະເລີຍເສິກ,”30 ພຣະຜູ້ເປັນເຈົ້າ​ສັນຍາວ່າ ການຊົດໃຊ້ ແລະ ເສັ້ນທາງ​ພຣະກິດຕິຄຸນ​ຂອງພຣະອົງ ສາມາດເຮັດ​ໃຫ້ສາຍຮັດ​ຝ່າຍໂລກ ແລະ ຝ່າຍວິນຍານ​ຫລຸດອອກໄດ້.31 ດ້ວຍຄວາມ​ເມດຕາ, ສິດເສລີພາບ​ໃນການໄຖ່ນີ້ ຖືກມອບ​ໃຫ້ແກ່ຜູ້​ທີ່ຜ່ານຊ່ວງ​ມະຕະ​ໄປແລ້ວ.

ເມື່ອຫລາຍ​ປີກ່ອນ, ຄຸນພໍ່​ຄົນໜຶ່ງ​ຢູ່ໃນ​ອາເມ​ຣິກາ​ກາງ ໄດ້ບອກ​ຂ້າພະເຈົ້າວ່າ ເພິ່ນໄດ້ຖືກ​ມອບໝາຍ​ໃຫ້ສຶກສາ​ເລື່ອງ “ການບັບ​ຕິສະມາ​ແທນຄົນ​ຕາຍຂອງ​ຊາວມໍມອນ.” “ມັນເບິ່ງ​ຄືວ່າ​ຖືກຕ້ອງ,” ຄຸນພໍ່ເວົ້າ, “ທີ່ພຣະເຈົ້າ​ສະເໜີ​ໂອກາດໃຫ້​ແກ່ທຸກ​ຄົນເພື່ອ​ຮັບບັບ​ຕິສະມາ, ບໍ່ສຳຄັນ​ວ່າເມື່ອໃດ ຫລື ເຂົາເຈົ້າ​ອາໄສຢູ່ໃສ, ຍົກ​ເວັ້ນ​ແຕ່​ເດັກ​ນ້ອຍ, ຜູ້ ‘ມີ​ຊີ​ວິດ​ຢູ່​ກັບ​ພຣະ​ຄຣິດ.’32 ອັກຄະສາ​ວົກໂປໂລ,” ຄຸນພໍ່ໄດ້ສັງ​ເກດເຫັນວ່າ, “ກ່າວເຖິງ​ຄົນຕາຍ​ທີ່ກຳລັງ​ລໍຖ້າຮັບ​ບັບຕິສະມາ ແລະ ການຟື້ນ​ຄືນຊີວິດ.”33 ພິທີການ​ກະທຳແທນ​ຢູ່ໃນພຣະວິຫານ​ສັນຍາກັບ “ທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ” ເພື່ອມະນຸດ​ຈະບໍ່ຕ້ອງ “ຄົງເປັນ​ທາດຄວາມ​ຕາຍ, ນະລົກ, ຫລື ຫລຸມສົບ.”34

ຂະນະທີ່​ເຮົາຄົ້ນ​ພົບພຣະເຈົ້າ, ບາງເທື່ອ​ຄຳຕອບທີ່​ບໍ່ຄາດຄິດ​ຕໍ່ຄຳອະ​ທິຖານ ອາດພາເຮົາ​ໜີຜ່າຍ​ຈາກຫົນທາງ, ພາເຮົາໄປ​ຫາຊຸມຊົນ, ຂັບໄລ່​ຄວາມມືດ​ອອກໄປ​ຈາກຈິດ​ວິນຍານ​ຂອງເຮົາ, ແລະ ນຳພາ​ເຮົາໄປ​ຫາບ່ອນ​ຫລົບໄພ​ທາງວິນຍານ ແລະ ເປັນພາກ​ສ່ວນໃນ​ຄວາມດີ​ງາມແຫ່ງ​ພັນທະ​ສັນຍາ ແລະ ຄວາມຮັກ​ທີ່ຍືນຍົງ​ຂອງພຣະອົງ.

ສິ່ງຍິ່ງໃຫຍ່​ມັກຈະ​ເລີ່ມຕົ້ນ​ຈາກສິ່ງ​ເລັກນ້ອຍ, ແຕ່ການ​ມະຫັດສະຈັນ​ຂອງພຣະເຈົ້າ​ສະແດງໃຫ້​ປະຈັກໃນ​ແຕ່ລະວັນ. ເຮົາຮູ້ສຶກ​ຂອບຄຸນ​ຫລາຍ​ຂະໜາດໃດ​ສຳລັບຂອງ​ປະທານແຫ່ງ​ພຣະວິນ​ຍານ​ບໍລິສຸດ​ທີ່ສູງສົ່ງ, ສຳລັບ​ການຊົດໃຊ້​ຂອງພຣະ​ເຢຊູຄຣິດ, ແລະ ຄຳສອນ​ທີ່ຖືກ​ເປີດເຜີຍ, ພິທີການ, ແລະ ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່ພົບເຫັນ​ຢູ່ໃນສາດ​ສະໜາຈັກ​ທີ່ຖືກຟື້ນ​ຟູຂອງ​ພຣະອົງ ທີ່ເອີ້ນຕາມ​ພຣະນາມ​ຂອງພຣະອົງ.

ຂໍໃຫ້ເຮົາ​ຈົ່ງຮັບເອົາ​ຄຳເຊື້ອເຊີນ​ຂອງພຣະເຈົ້າ​ດ້ວຍຄວາມ​ຊື່ນຊົມ ເພື່ອຮັບ ແລະ ຊ່ວຍບັນລຸ​ຄຳສັນຍາ ແລະ ຄຳທຳນາຍ​ຂອງພຣະອົງ ເພື່ອເປັນພອນ​ໃຫ້ແກ່ທຸກ​ປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ, ຂ້າພະເຈົ້າ​ອະທິຖານ​ໃນພຣະນາມ​ອັນສັກສິດ ແລະ ບໍລິສຸດ​ຂອງພຣະ​ເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “All your losses will be made up to you in the resurrection, provided you continue faithful” (Teachings of Presidents of the Church: Joseph Smith [2007], 51).

  2. ເບິ່ງ ໂມ​ໄຊ​ຢາ 2:41.

  3. ການຟື້ນຟູ​ຄວາມສົມ​ບູນແຫ່ງ​ພຣະກິດ​ຕິຄຸນຂອງ​ພຣະເຢ​ຊູຄຣິດ: ການປະກາດ​ຕໍ່ໂລກ​ເນື່ອງໃນ​ວາລະຄົບ​ຮອບສອງ​ຮ້ອຍປີ,” ChurchofJesusChrist.org; ເບິ່ງ, ຍົກ​ຕົວ​ຢ່າງ, ແອວ​ມາ 26:37.

  4. ເບິ່ງ ພຣະ​ນິມິດ 14:6; 1 ນີ​ໄຟ 19:17; 22:28; 2 ນີ​ໄຟ 30:8; ໂມ​ໄຊ​ຢາ 3:20; 15:28; ແອວ​ມາ 37:4–6; 3 ນີ​ໄຟ 28:29; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:58; 133:37.

  5. ເບິ່ງ ໂຢ​ຮັນ 3:16–17; 15:12; ໂຣມ 8:35, 38–39.

  6. ເບິ່ງ 1 ນີ​ໄຟ 22:3, 9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:24–25, 69, 71; 64:42.

  7. ເບິ່ງ ເອ​ເຟ​ໂຊ 2:19.

  8. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:14–17.

  9. ເອ​ເຟ​ໂຊ 2:19.

  10. ປະມານ​ສອງຮ້ອຍ​ແມັດຈາກ​ປະຕູຫລັງ​ບ້ານຂອງ​ຄອບຄົວ​ສະມິດ ມີປ່າໄມ້​ບ່ອນໜຶ່ງ, ຊຶ່ງກາຍ​ເປັນປ່າສັກສິດ​ຂອງພວກເຮົາ “ໃນຕອນເຊົ້າ​ທີ່ສວຍງາມ, ອາກາດ​ແຈ່ມໃສດີ​ຂອງມື້ໜຶ່ງ, ໃນຕົ້ນລະດູ​ໃບໄມ້ປົ່ງຂອງ​ປີໜຶ່ງພັນ​ແປດຮ້ອຍ​ຊາວ” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:14).

  11. ການໄດ້​ຢູ່ໃນ​ສະຖານ​ທີ່ແທ້ໆ ທີ່ເຫດການ​ແຫ່ງປະຫວັດ​ສາດໄດ້​ເກີດຂຶ້ນ ສາມາດ​ເຊື່ອມຕໍ່​ເວລາ ແລະ ສະຖານ​ທີ່ເຂົ້າກັນ​ຢ່າງມີ​ພະລັງໄດ້. ແຕ່ປະຈັກ​ພະຍານ​ຂອງເຮົາ​ເຖິງເຫດການ​ທີ່ສັກສິດ ທີ່ກ່ຽວຂ້ອງ​ກັບການ​ມາປະກົດ​ຂອງ​ໂມໂຣໄນ​ຕໍ່​ສາດສະດາ​ໜຸ່ມ​ໂຈເຊັບ ແມ່ນ​ເປັນທາງ​ວິນຍານ.

  12. ໂຈເຊັບ ສະມິດ—ປະຫວັດ 1:33–34.

  13. ເບິ່ງ ອາ​ໂມດ 3:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38.

  14. ເບິ່ງ ແອວ​ມາ 37:6; ຄຳ​ສອນ​ແລະ ພັນ​ທະ​ສັນ​ຍາ 64:33.

  15. ສະ​ຖິ​ຕິ​ຂອງ​ສາດ​ສະ​ໜາ​ຈັກ ລົງ​ວັນ​ທີ 3 ເດືອນ​ກັນ​ຍາ, 2020; “nations and territories [ປະ​ຊາ​ຊາດ ແລະ ອາ​ນາ​ເຂດ]” ລວມ​ທັງ​ກວມ, ພອດ​ໂຕ ຣິ​ໂກ, ແລະ ອາ​ເມ​ຣິ​ກາ​ຊາ​ມົວ.

  16. 23 ປະ​ເທດ​ແມ່ນ ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ແມັກ​ຊິ​ໂກ, ບຣາ​ຊິນ, ຟິ​ລິບ​ປິນ, ເປ​ຣູ , ຊີ​ເລ, ອາກ​ຊັງ​ຕິນ, ກົວ​ເຕ​ມາ​ລາ, ເອກວາດໍ, ໂບ​ລີ​ວີ, ໂກ​ໂລມ​ບີ, ກາ​ນາ​ດາ, ອັງ​ກິດ, ຮົງ​ດູ​ຣັດ, ນີ​ເຊ​ຣີ, ເວ​ເນ​ຊູ​ເອ​ລາ, ອົດ​ສະ​ຕຣາ​ລີ, ໂດ​ມິ​ນິ​ກັນ, ຍີ່​ປຸ່ນ, ແອນ​ຊານວາ​ດໍ, ນູ​ແວນ​ເຊ​ລັງ, ອູ​ຣູກວາຍ, ແລະ ນິ​ກາ​ຣາກວາ. ອົດ​ສະຕຣາ​ລີ ແລະ ນູ​ແວນ​ເຊ​ລັງ ລວມ​ຢູ່​ໃນ​ສີ່​ປະ​ເທດ​ໃນ​ອາ​ຊີ ທີ່​ມີ​ສະ​ມາ​ຊິກ​ຫລາຍກວ່າ 100,000 ຄົນ. ປຣາກວາຍ ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ 96,000 ​ຄົນ ແລະ ອາດ​ເປັນ​ປະ​ເທດ​ໜຶ່ງ​ອີກ​ທີ່​ຈະ​ຖືກ​ລວມ​ຢູ່​ໃນ​ກຸ່ມ​ທີ່​ມີ​ສະ​ມາ​ຊິກຫລາຍກວ່າ 100,000 ຄົນ.

  17. Russell M. Nelson, “The Book of Mormon: A Miraculous Miracle” (ຄຳປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍແຜ່​ຊຸດ​ໃໝ່, ວັນ​ທີ 23 ເດືອນ​ມິ​ຖຸ​ນາ, 2016).

  18. ປະຈັກ​ພະຍານ​ຂອງພະ​ຍານ​ສາມຄົນ” ແລະ “ປະຈັກ​ພະຍານ​ຂອງ​ພະຍານ​ແປດຄົນ,” ພຣະ​ຄຳ​ພີ​ມໍ​ມອນ.

  19. ການແປ​ເພີ່ມ​ເຕີມ​ສືບ​ຕໍ່​ເປັນຄຳສັນ​ຍາວ່າ ຊາຍ ແລະ ຍິງທຸກ​ຄົນຈະ “ໄດ້ຍິນ​ຄວາມສົມ​ບູນຂອງ​ພຣະກິດ​ຕິຄຸນ​ໃນຄຳ​ວາຈາ ແລະ … ໃນພາສາ [ຂອງເຂົາເອງ]” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:11).

  20. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:1.

  21. ຫົວ​ຂໍ້ຂອງປຶ້ມ Saints ສີ່ເຫລັ້ມ ມາຈາກ​ປະຈັກພະຍານ​ທີ່ດົນໃຈ ປະກາດ​ເຖິງສາດ​ສະດາ​ໂຈເຊັບ ຢູ່ໃນ​ຈົດໝາຍ​ຂອງທ່ານ​ເວັນເວີດ—The Standard of Truth; No Unhallowed Hand; Boldly, Nobly and Independent; ແລະ Sounded in Every Ear.

  22. ເບິ່ງ Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), 70–71.

  23. ເບິ່ງ ຈົດໝາຍ​ຈາກຝ່າຍ​ປະທານ​ສູງສຸດ, ວັນທີ 14 ເດືອນສິງຫາ, 2020.

  24. ເບິ່ງ Gerrit W. Gong, “Seven Ways Religious Inputs and Values Contribute to Practical, Principle-Based Policy Approaches” (address given at the G20 Interfaith Forum, June 8, 2019), newsroom.ChurchofJesusChrist.org.

  25. ເບິ່ງ Jason Swensen, “LDS Church Celebrates 30 Years in Haiti by Planting Thousands of Trees,” Deseret News, May 1, 2013, deseretnews.com.

  26. ເບິ່ງ Pew Research Center, “The Global Religious Landscape,” Dec. 18, 2012, pewforum.org. “ການສຶກສາ​ຂໍ້ມູນ​ປະຊາກອນ​ໂລກຢ່າງ​ກວ້າງຂວາງ ຫລາຍກວ່າ 230 ປະເທດ ແລະ ອາ​ນາ​ເຂດ … ປະເມີນວ່າ​ມີຜູ້ໃຫຍ່ ແລະ ເດັກນ້ອຍ​ຕະຫລອດ​ທົ່ວໂລກ 5.8 ພັນລ້ານ​ຄົນທີ່​ນັບຖືສາດ​ສະໜາ, ເປັນຕົວ​ແທນ 84% ໃນປີ 2010 ຂອງປະຊາ​ກອນໂລກ 6.9 ພັນລ້ານຄົນ.”

  27. ຄຸນນະທຳ ແລະ ຄຸນຄ່າ​ທາງສາດ​ສະໜາ​ຍຶດໝັ້ນ ແລະ ເສີມສ້າງ​ປະຊາສັງຄົມ; ດົນໃຈ​ຊຸມຊົນ, ມີສ່ວນຮ່ວມ​ນຳປະຊາຊົນ, ທຳງານ​ທາງສັງຄົມ, ຮັບໃຊ້, ແລະ ອາສາ​ສະໝັກ; ແລະ ສົ່ງເສີມ​ຄວາມຍຸດ​ຕິທຳ, ການກັບ​ຄືນດີກັນ, ແລະ ການໃຫ້​ອະໄພ, ລວມທັງ​ການຊ່ວຍ​ເຮົາໃຫ້​ຮູ້ວ່າ ເຮົາຄວນ​ຍຶດໝັ້ນ ແລະ ປ່ອຍວາງ​ເມື່ອໃດ ແລະ ດ້ວຍວິທີໃດ, ຮູ້ວ່າເມື່ອໃດ ແລະ ແມ່ນຫຍັງ​ທີ່ເຮົາຄວນ​ຈື່ຈຳ ແລະ ລືມໄປ.

  28. ນອກເໜືອ​ໄປຈາກ​ການປະກອບ​ສ່ວນຂອງ​ເຂົາເຈົ້າ​ຕໍ່ໂຄງການ​ໃຈບຸນຂອງ​ໄພ່ພົນ​ຍຸກສຸດທ້າຍ​ແລ້ວ (ເບິ່ງ latterdaysaintcharities.org), ຊຶ່ງຮັບໃຊ້​ເປັນມື​ຊ່ວຍເຫລືອ​ມະນຸດ​ສະທຳ​ຂອງສາດ​ສະໜາຈັກ, ສະມາຊິກ​ຂອງສາດ​ສະໜາຈັກ​ຂອງພຣະ​ເຢຊູຄຣິດ​ແຫ່ງໄພ່ພົນ​ຍຸກສຸດທ້າຍ ໄດ້ຮ່ວມ​ມືກັບ​ເພື່ອນບ້ານ ແລະ ຊຸມຊົມ ໃນການ​ສະລະ​ເວລາ ແລະ ຊັບສິນ ຜ່ານທາງ​ການຮັບໃຊ້​ໃນໂຄງການ JustServe ຫລື Helping Hands (ເບິ່ງ justserve.org ແລະ ChurchofJesusChrist.org/topics/humanitarian-service/helping-hands) ແລະ ຜ່ານທາງ​ການບໍ​ລິຈາກ ແລະ ການບໍ​ລິຈາກ​ຖືສິນ​ອົດເຂົ້າ (ເບິ່ງ “Fasting and Fast Offerings,” Gospel Topics, topics.ChurchofJesusChrist.org). ແຕ່ລະໂຄງ​ການເຫລົ່ານີ້​ອີງຕໍ່ຄວາມ​ເພື່ອແຜ່​ຢ່າງຫລວງ​ຫລາຍຂອງ​ສະມາຊິກ​ຂອງສາດ​ສະໜາຈັກ ແລະ ໝູ່ເພື່ອນ ເພື່ອເປັນພອນ​ໃຫ້ແກ່​ຫລາຍພັນ​ຄົນຕະຫລອດ​ທົ່ວໂລກ.

  29. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:8.

  30. ເອ​ຊາ​ຢາ 61:1; ເບິ່ງ ໂຢ​ຮັນ 8:36; ຄາ​ລາ​ເຕຍ 5:1; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:86 ນຳ​ອີກ.

  31. ຄວາມຫວັງ​ໃນເສລີພາບ​ນີ້ລວມທັງ​ຜູ້ທີ່ສະແຫວງ​ຫາທີ່​ຈະເອົາ​ຊະນະນິ​ໄສທີ່​ອ່ອນແອ ຫລື ການຕິດແສດ, ການປະພຶດ​ທີ່ເອົາຊະນະ​ຕົວເອງ, ຄວາມຮູ້​ສຶກຜິດ​ຂອງຫລາຍ​ລຸ້ນຄົນ, ຫລື ຄວາມໂສກ​ເສົ້າໃດໆ.

  32. ໂມ​ໂຣ​ໄນ 8:12; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:10 ນຳ​ອີກ.

  33. ເບິ່ງ 1 ໂກ​ຣິນ​ໂທ 15:29.

  34. “While of These Emblems We Partake,” Hymns, no. 173, verse 3.

ພິມ