ຈົ່ງໝັ່ນຂໍ, ຈົ່ງໝັ່ນຊອກ, ແລະ ຈົ່ງໝັ່ນເຄາະ
ພາກສ່ວນທີ່ສຳຄັນໃນແຜນຂອງພຣະບິດາເທິງສະຫວັນແມ່ນ ການທີ່ເຮົາມີໂອກາດສື່ສານກັບພຣະອົງໄດ້ໃນທຸກເວລາທີ່ເຮົາຕ້ອງການ.
ສີ່ເດືອນແລ້ວນີ້, ໃນການສຶກສາພຣະຄຳພີຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ອ່ານກ່ຽວກັບ ພາລະກິດຂອງແອວມາໃນເມືອງອຳໂມນໄນຮາ ເມື່ອຂ້າພະເຈົ້າໄດ້ພົບກັບຄຳແນະນຳນີ້ໃນປຶ້ມ ຈົ່ງຕາມເຮົາມາ: “ດັ່ງທີ່ທ່ານໄດ້ອ່ານກ່ຽວກັບພອນທີ່ຍິ່ງໃຫຍ່ ທີ່ພຣະເຈົ້າໄດ້ມອບໃຫ້ແກ່ຜູ້ຄົນຂອງນີໄຟ (ເບິ່ງ ແອວມາ 9:19–23), ໃຫ້ທ່ານໄຕ່ຕອງເຖິງພອນທີ່ຍິ່ງໃຫຍ່ ທີ່ພຣະອົງໄດ້ປະທານໃຫ້ແກ່ທ່ານ.”1 ຂ້າພະເຈົ້າໄດ້ຕັດສິນໃຈຂຽນພອນຕ່າງໆທີ່ໄດ້ຮັບຈາກພຣະເຈົ້າ ແລະ ບັນທຶກລົງໃນ ຄູ່ມືດິຈິຕັນຂອງຂ້າພະເຈົ້າ. ໃນເວລາບໍ່ເທົ່າໃດນາທີ, ຂ້າພະເຈົ້າໄດ້ຂຽນພອນ 16 ຢ່າງລົງໃສ່.
ພອນທີ່ຍິ່ງໃຫຍ່ກວ່າໝູ່ສ່ວນຫລາຍແມ່ນພອນແຫ່ງຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງເພື່ອຂ້າພະເຈົ້າ. ຂ້າພະເຈົ້າກໍໄດ້ຂຽນພອນທີ່ຂ້າພະເຈົ້າໄດ້ເປັນຕົວແທນຂອງພຣະຜູ້ຊ່ວຍໃຫ້ລອດ ໃນການຮັບໃຊ້ເປັນຜູ້ສອນສາດສະໜາໜຸ່ມ ທີ່ປະເທດປອກຕຸຍການ ແລະ ຕໍ່ມາແມ່ນໄດ້ຮັບໃຊ້ກັບ ປາຕິເຊຍ ຄູ່ຄອງນິລັນດອນທີ່ຮັກຂອງຂ້າພະເຈົ້າ ທີ່ປະເທດບຣາຊິນ ໃນເຂດເຜີຍແຜ່ປອນໂຕອາເລເກໃຕ້, ຊຶ່ງຢູ່ທີ່ນັ້ນພວກເຮົາໄດ້ຮັບໃຊ້ຮ່ວມກັບຜູ້ສອນສາດສະໜາທີ່ເຂັ້ມແຂງ ແລະ ປະເສີດຈຳນວນ 522 ຄົນ. ເມື່ອກ່າວເຖິງປາຕິເຊຍ, ພອນຫລາຍຢ່າງທີ່ຂ້າພະເຈົ້າໄດ້ບັນທຶກໄວ້ໃນມື້ນັ້ນ ແມ່ນພອນທີ່ພວກເຮົາໄດ້ຊື່ນຊົມນຳກັນເປັນເວລາ 40 ປີຂອງການແຕ່ງງານ—ລວມທັງການຜະນຶກຂອງພວກເຮົາໃນພຣະວິຫານ ເຊົາປາໂລ ປະເທດບຣາຊິນ, ລູກທີ່ປະເສີດທັງສາມຄົນຂອງພວກເຮົາ, ຄູ່ຊີວິດຂອງເຂົາເຈົ້າ, ແລະ ຫລານອີກ 13 ຄົນຂອງພວກເຮົາ.
ຄວາມນຶກຄິດຂອງຂ້າພະເຈົ້າກໍໄດ້ຫັນກັບໄປຫາພໍ່ແມ່ທີ່ຊອບທຳຂອງຂ້າພະເຈົ້າ, ຜູ້ທີ່ລ້ຽງດູໃຫ້ຂ້າພະເຈົ້າໄດ້ເຕີບໃຫຍ່ໃນ ຫລັກທຳພຣະກິດຕິຄຸນ. ຂ້າພະເຈົ້າຍັງຈື່ໄດ້ວ່າ ໃນຕອນໜຶ່ງ ແມ່ທີ່ຮັກຂອງຂ້າພະເຈົ້າໄດ້ຄຸເຂົ່າອະທິຖານຄຽງຂ້າງກັບຂ້າພະເຈົ້າ ຕອນນັ້ນຂ້າພະເຈົ້າອາຍຸປະມານ 10 ປີ. ເພິ່ນຄົງຮູ້ສຶກວ່າ ຖ້າຄຳອະທິຖານຂອງຂ້າພະເຈົ້າຈະໄປເຖິງພຣະບິດາຜູ້ສະຖິດໃນສະຫວັນ, ແລ້ວຕ້ອງໄດ້ປັບປຸງການອະທິຖານນັ້ນ. ດັ່ງນັ້ນເພິ່ນໄດ້ເວົ້າວ່າ, “ແມ່ຈະອະທິຖານກ່ອນ, ແລະ ຫລັງຈາກແມ່ອະທິຖານແລ້ວ, ໃຫ້ລູກອະທິຖານ.” ເພິ່ນໄດ້ສືບຕໍ່ເຮັດແບບນີ້ຫລາຍຄືນ, ຈົນກວ່າເພິ່ນແນ່ໃຈວ່າຂ້າພະເຈົ້າໄດ້ຮຽນຮູ້ດ້ວຍຫລັກທຳ ແລະ ດ້ວຍການຝຶກຊ້ອມ ໃນການສື່ສານກັບພຣະບິດາເທິງສະຫວັນ. ຂ້າພະເຈົ້າຈະຮູ້ບຸນຄຸນຕະຫລອດໄປ ທີ່ເພິ່ນໄດ້ສອນຂ້າພະເຈົ້າອະທິຖານ, ເພາະຂ້າພະເຈົ້າໄດ້ຮຽນຮູ້ວ່າ ພຣະບິດາເທິງສະຫວັນໄດ້ຍິນ ແລະ ຕອບຄຳອະທິຖານຂອງຂ້າພະເຈົ້າ.
ຕາມຈິງແລ້ວ, ນັ້ນແມ່ນພອນອີກຢ່າງໜຶ່ງທີ່ຂ້າພະເຈົ້າໄດ້ຂຽນລົງໄປ—ຂອງປະທານທີ່ສາມາດໄດ້ຍິນ ແລະ ຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າ. ພາກສ່ວນທີ່ສຳຄັນໃນແຜນຂອງພຣະບິດາເທິງສະຫວັນແມ່ນ ການທີ່ເຮົາມີໂອກາດສື່ສານກັບພຣະອົງໄດ້ໃນທຸກເວລາທີ່ເຮົາຕ້ອງການ.
ການເຊື້ອເຊີນຈາກພຣະຜູ້ເປັນເຈົ້າ
ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ສະເດັດມາຢ້ຽມຢາມອາເມຣິກາຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະອົງໄດ້ກ່າວເຊື້ອເຊີນດັ່ງທີ່ພຣະອົງໄດ້ກ່າວກັບສານຸສິດຂອງພຣະອົງໃນແຂວງຄາລີເລ. ພຣະອົງໄດ້ກ່າວວ່າ:
“ຈົ່ງໝັ່ນຂໍ, ແລ້ວເຈົ້າຈະໄດ້ຮັບ; ຈົ່ງໝັ່ນຊອກ, ແລ້ວເຈົ້າຈະພົບ; ຈົ່ງໝັ່ນເຄາະ, ແລ້ວຈະມີຜູ້ໄຂປະຕູໃຫ້.
“ດ້ວຍວ່າ ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ຊອກຫາກໍຈະໄດ້ພົບ, ແລະ ທຸກຄົນທີ່ເຄາະກໍຈະມີຜູ້ໄຂໃຫ້” (3 ນີໄຟ 14:7–8; ເບິ່ງ ມັດທາຍ 7:7–8 ນຳອີກ).
ສາດສະດາຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ກໍໄດ້ໃຫ້ການເຊື້ອເຊີນທີ່ຄ້າຍຄືກັນນີ້ ໃນວັນເວລາຂອງເຮົາ. ເພິ່ນໄດ້ກ່າວວ່າ: “ຈົ່ງອະທິຖານໃນພຣະນາມຂອງພຣະເຢຊູຄຣິດ ກ່ຽວກັບບັນຫາ, ຄວາມຢ້ານກົວ, ແລະ ຄວາມອ່ອນແອຂອງທ່ານ—ແມ່ນແລ້ວ, ກ່ຽວກັບຄວາມປາດຖະໜາຂອງໃຈທ່ານ. ແລ້ວໃຫ້ຮັບຟັງ! ໃຫ້ຂຽນແນວຄິດທີ່ມາສູ່ຈິດໃຈຂອງທ່ານໄວ້. ບັນທຶກຄວາມຮູ້ສຶກຂອງທ່ານ ແລະ ເຮັດຕາມການກະຕຸ້ນທີ່ທ່ານໄດ້ຮັບ. ເມື່ອທ່ານເຮັດຕາມຂັ້ນຕອນນີ້ທຸກມື້, ທຸກເດືອນ, ທຸກປີ, ແລ້ວທ່ານຈະ ‘ເຕີບໂຕຢູ່ໃນຫລັກທຳແຫ່ງການເປີດເຜີຍ.’”2
ປະທານແນວສັນໄດ້ກ່າວຕື່ມວ່າ, “ແຕ່ໃນອະນາຄົດ, ມັນເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນ ຂອງພຣະວິນຍານບໍລິສຸດຢູ່ສະເໝີ.”3
ເປັນຫຍັງການເປີດເຜີຍຈຶ່ງສຳຄັນຫລາຍຕໍ່ຄວາມຢູ່ລອດທາງວິນຍານຂອງເຮົາ? ຍ້ອນວ່າໂລກນີ້ສາມາດເປັນບ່ອນທີ່ສັບສົນ ແລະ ວຸ້ນວາຍ, ເຕັມໄປດ້ວຍການລໍ້ລວງ ແລະ ການລົບກວນ. ການສື່ສານກັບພຣະບິດາຜູ້ສະຖິດໃນສະຫວັນຊ່ວຍເຮົາໃນການຈຳແນກສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ, ສິ່ງໃດທີ່ກ່ຽວຂ້ອງກັບແຜນຂອງພຣະຜູ້ເປັນເຈົ້າສຳລັບເຮົາ ແລະ ສິ່ງໃດທີ່ບໍ່ແມ່ນ. ໂລກນີ້ກໍສາມາດໂຫດຮ້າຍ ແລະ ໜ້າເສົ້າໃຈ. ແຕ່ວ່າຖ້າເຮົາເປີດໃຈຂອງເຮົາໃນການອະທິຖານ, ເຮົາຈະຮູ້ສຶກເຖິງການປອບໂຍນທີ່ມາຈາກພຣະບິດາຜູ້ສະຖິດໃນສະຫວັນ ແລະ ໝັ້ນໃຈວ່າພຣະອົງຮັກ ແລະ ເຫັນຄຸນຄ່າຂອງເຮົາ.
ຈົ່ງໝັ່ນຂໍ
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ “ທຸກຄົນທີ່ໝັ່ນຂໍ, ຈະໄດ້ຮັບ.” ການຂໍເປັນເລື່ອງງ່າຍໆ, ແຕ່ມີພະລັງຍ້ອນວ່າມັນເປີດເຜີຍຄວາມປາດຖະໜາ ແລະ ສັດທາຂອງເຮົາ. ເຖິງຢ່າງໃດກໍຕາມ, ຕ້ອງໃຊ້ເວລາ ແລະ ຄວາມອົດທົນໃນການຮຽນຮູ້ທີ່ຈະເຂົ້າໃຈສຸລະສຽງຂອງພຣະຜູ້ເປັນເຈົ້າ. ເຮົາຕ້ອງເອົາໃຈໃສ່ຕໍ່ຄວາມນຶກຄິດ ແລະ ຄວາມຮູ້ສຶກທີ່ເຂົ້າມາໃນຈິດໃຈ ແລະ ຫົວໃຈຂອງເຮົາ, ແລະ ເຮົາຕ້ອງຂຽນມັນລົງໄວ້, ດັ່ງທີ່ສາດສະດາໄດ້ແນະນຳໃຫ້ເຮົາເຮັດ. ການບັນທຶກຄວາມປະທັບໃຈຂອງເຮົາເປັນພາກສ່ວນໜຶ່ງ ທີ່ສຳຄັນຂອງການໄດ້ຮັບ. ມັນຊ່ວຍໃຫ້ເຮົາຈື່ຈຳ, ທົບທວນ, ແລະ ຮູ້ສຶກອີກຄັ້ງ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າກຳລັງສິດສອນເຮົາ.
ເມື່ອບໍ່ດົນມານີ້ຄົນຮັກຂອງຂ້າພະເຈົ້າໄດ້ເວົ້າວ່າ, “ຂ້ອຍເຊື່ອໃນການເປີດເຜີຍສ່ວນຕົວວ່າເປັນຄວາມຈິງ. ຂ້ອຍເຊື່ອວ່າ ພຣະວິນຍານບໍລິສຸດຈະສະແດງໃຫ້ຂ້ອຍເຫັນທຸກສິ່ງທີ່ຂ້ອຍຄວນເຮັດ.4 ມັນງ່າຍທີ່ຈະເຊື່ອເມື່ອຂ້ອຍຮູ້ສຶກຮ້ອນຮົນຢູ່ໃນຊວງເອິກຂອງຂ້ອຍ ດ້ວຍຄວາມໝັ້ນໃຈຢ່າງບໍ່ສົງໄສ.5 ແຕ່ວ່າຂ້ອຍຕ້ອງເຮັດແນວໃດໃຫ້ພຣະວິນຍານບໍລິສຸດກ່າວກັບຂ້ອຍໃນລະດັບນີ້ຕະຫລອດ?”
ເຖິງຄົນຮັກຂອງຂ້າພະເຈົ້າ ແລະ ທ່ານທຸກຄົນ, ຂ້າພະເຈົ້າຢາກບອກວ່າ ຂ້າພະເຈົ້າເອງກໍຢາກຮູ້ສຶກເຖິງຄວາມປະທັບໃຈທີ່ມີພະລັງ ຈາກພຣະວິນຍານເປັນປະຈຳ ແລະ ຢາກເຫັນໄດ້ຢ່າງຊັດເຈນເຖິງວິທີທາງ ທີ່ຈະເຮັດຕາມ. ແຕ່ຂ້າພະເຈົ້າເອງຍັງເຮັດບໍ່ໄດ້. ເຖິງຢ່າງໃດກໍຕາມ, ສິ່ງທີ່ເຮົາຮູ້ສຶກເປັນປະຈຳອາດແມ່ນສຸລະສຽງທີ່ແຜ່ວເບົາຂອງພຣະຜູ້ເປັນເຈົ້າກະຊິບຕໍ່ຈິດໃຈ ແລະ ຫົວໃຈຂອງເຮົາວ່າ: “ເຮົາຢູ່ນີ້. ເຮົາຮັກເຈົ້າ. ຈົ່ງດຳເນີນຕໍ່ໄປ; ເຮັດໃຫ້ດີທີ່ສຸດ. ເຮົາຈະຊ່ວຍເຈົ້າ.” ເຮົາບໍ່ຈຳເປັນຕ້ອງຮູ້ ຫລື ເຫັນທຸກຢ່າງຕະຫລອດເວລາ.
ສຸລະສຽງທີ່ແຜ່ວເບົານັ້ນແມ່ນການຢືນຢັນ, ການໃຫ້ກຳລັງໃຈ, ແລະ ການປອບໂຍນ—ຊຶ່ງຫລາຍຄັ້ງແມ່ນສິ່ງທີ່ເຮົາຕ້ອງການໃນມື້ນັ້ນ. ພຣະວິນຍານບໍລິສຸດມີຈິງ, ແລະ ສຸລະສຽງທີ່ປະທັບໃຈຂອງພຣະອົງກໍມີຈິງ—ບໍ່ວ່າຈະດັງກ້ອງ ຫລື ແຜ່ວເບົາ.
ຈົ່ງໝັ່ນຊອກ
ພຣະຜູ້ເປັນເຈົ້າຍັງໄດ້ໃຫ້ສັນຍາອີກວ່າ, “ຄົນທີ່ໝັ່ນຊອກ, ກໍຈະພົບ.” ການຊອກຫາ ໝາຍເຖິງຄວາມພະຍາຍາມທາງຈິດໃຈ ແລະ ທາງວິນຍານ—ໄຕ່ຕອງ, ທົດລອງ, ພະຍາຍາມ, ແລະ ສຶກສາ. ເຮົາຊອກຫາຍ້ອນວ່າເຮົາໄວ້ວາງໃຈໃນຄຳສັນຍາຂອງພຣະຜູ້ເປັນເຈົ້າ. “ດ້ວຍວ່າຜູ້ທີ່ເຂົ້າມາຫາພຣະເຈົ້ານັ້ນຕ້ອງເຊື່ອວ່າພຣະອົງຊົງພຣະຊົນຢູ່ ແລະ ຊົງໂຜດໃຫ້ບຳເໜັດແກ່ຜູ້ທີ່ສະແຫວງຫາພຣະອົງ” (ເຮັບເຣີ 11:6). ເມື່ອເຮົາຊອກຫາ, ເຮົາຍອມຮັບຢ່າງຖ່ອມໃຈວ່າ ເຮົາຍັງມີຫລາຍຢ່າງທີ່ຕ້ອງຮຽນຮູ້, ແລະ ພຣະຜູ້ເປັນເຈົ້າຈະຂະຫຍາຍຄວາມເຂົ້າໃຈຂອງເຮົາ, ກະກຽມເຮົາໃຫ້ໄດ້ຮັບຫລາຍຂຶ້ນ. “ເພາະຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຮົາຈະໃຫ້ແກ່ລູກຫລານມະນຸດເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ; … ເມື່ອເຂົາຮັບໄວ້ເຮົາຈະໃຫ້ເຂົາອີກ” (2 ນີໄຟ 28:30).
ຈົ່ງໝັ່ນເຄາະ
ທ້າຍສຸດ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ທຸກຄົນທີ່ໝັ່ນເຄາະ, ຈະມີຜູ້ໄຂປະຕູໃຫ້.” ການເຄາະໝາຍເຖິງການປະຕິບັດໃນສັດທາ. ເມື່ອເຮົາເຮັດຕາມພຣະອົງດ້ວຍຄວາມຫ້າວຫັນ, ພຣະຜູ້ເປັນເຈົ້າຈະເປີດທາງລ່ວງໜ້າໃຫ້ແກ່ເຮົາ. ມີເພງສວດທີ່ສວຍງາມເພງໜຶ່ງທີ່ສອນເຮົາໃຫ້ “ຮີບຕື່ນ ເຮັດຫລາຍຂຶ້ນຈັກໜ່ອຍ ຢ່າຄອຍຝັນແຕ່ສະຫວັນເລີດລ້ຳ. ການທຳດີເປັນສິ່ງເພີດເພີນ, ສຸກສັນເກີນຈະປຽບປານ, ເປັນພອນແຫ່ງງານໜ້າທີ່ ແລະ ຮັກ.”6 ເມື່ອບໍ່ດົນມານີ້ແອວເດີ ແກຣິດ ດັບເບິນຢູ ກອງ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ອະທິບາຍວ່າ ການເປີດເຜີຍມັກຈະມີມາໃນເວລາທີ່ເຮົາກະທຳຄວາມດີ. ເພິ່ນໄດ້ກ່າວວ່າ: “ຂະນະທີ່ເຮົາພະຍາຍາມຍື່ນມືອອກໄປຮັບໃຊ້ຄົນທີ່ຢູ່ອ້ອມຂ້າງເຮົາ, ຂ້າພະເຈົ້າຄິດວ່າພຣະຜູ້ເປັນເຈົ້າໃຫ້ຄວາມຮັກຂອງພຣະອົງແກ່ເຂົາເຈົ້າ ແລະ ແກ່ເຮົາເຊັ່ນດຽວກັນ. ຂ້າພະເຈົ້າຄິດວ່າເຮົາໄດ້ຍິນສຸລະສຽງຂອງພຣະອົງ—ເຮົາຮູ້ສຶກເຖິງພຣະອົງໃນທາງທີ່ແຕກຕ່າງກັນ—ຂະນະທີ່ເຮົາອະທິຖານຂໍຄວາມຊ່ວຍເຫລືອໃຫ້ກັບຄົນທີ່ຢູ່ອ້ອມຂ້າງເຮົາ ເພາະວ່ານັ້ນຄືໜຶ່ງໃນຄຳອະທິຖານທີ່ພຣະອົງຢາກຕອບຫລາຍທີ່ສຸດ.”7
ຕົວຢ່າງຂອງແອວມາ
ຄຳແນະນຳທີ່ລຽບງ່າຍນັ້ນ ໃນປຶ້ມ ຈົ່ງຕາມເຮົາມາ ທີ່ໃຫ້ຄິດເຖິງພອນຂອງຂ້າພະເຈົ້າ ໄດ້ນຳຄວາມຫວານຊື່ນມາສູ່ຈິດວິນຍານ ແລະ ໄດ້ໃຫ້ຄວາມຮູ້ທາງວິນຍານທີ່ບໍ່ຄາດຄິດ. ຂະນະທີ່ຂ້າພະເຈົ້າອ່ານຕໍ່ກ່ຽວກັບແອວມາ ແລະ ການປະຕິບັດສາດສະໜາກິດຂອງເພິ່ນຢູ່ໃນເມືອງອຳໂມນໄນຮາ, ຂ້າພະເຈົ້າພົບເຫັນວ່າ ແອວມາໄດ້ເປັນຕົວຢ່າງທີ່ດີໃນການໃຫ້ຄວາມໝາຍຂອງການໝັ່ນຂໍ, ໝັ່ນຊອກ, ແລະ ໝັ່ນເຄາະ. ເຮົາໄດ້ອ່ານແລ້ວວ່າ “ແອວມາກໍເຮັດວຽກຢ່າງໜັກໃນທາງວິນຍານໂດຍຕໍ່ສູ້ກັບພຣະເຈົ້າດ້ວຍການອະທິຖານຢ່າງສຸດກຳລັງເພື່ອຂໍໃຫ້ພຣະອົງທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງຜູ້ຄົນ.” ເຖິງຢ່າງໃດກໍຕາມ, ຄຳອະທິຖານນັ້ນບໍ່ໄດ້ຮັບຄຳຕອບດັ່ງທີ່ເພິ່ນຫວັງ, ແລະ ແອວມາໄດ້ຖືກຂັບໄລ່ໃຫ້ໜີອອກຈາກເມືອງໄປ. “ໂດຍຖືກຖ່ວງດຶງດ້ວຍຄວາມເສົ້າສະຫລົດໃຈ,” ແອວມາເກືອບທີ່ຈະຍອມແພ້, ເມື່ອທູດອົງໜຶ່ງໄດ້ນຳຂ່າວສານມາໃຫ້ເພິ່ນວ່າ: “ເຈົ້າເປັນສຸກແລ້ວ ແອວມາ; ສະນັ້ນ, ຈົ່ງເງີຍໜ້າຂຶ້ນ ແລະ ປິຕິຍິນດີເຖີດ, ຍ້ອນວ່າເຈົ້າມີເຫດຜົນອັນຍິ່ງໃຫຍ່ທີ່ສຸດທີ່ຈະປິຕິຍິນດີ.” ແລ້ວທູດອົງນັ້ນໄດ້ບອກໃຫ້ແອວມາກັບຄືນໄປເມືອງອຳໂມນໄນຮາ ແລະ ພະຍາຍາມອີກເທື່ອໜຶ່ງ, ແລະ ແອວມາ “ໄດ້ກັບຄືນໄປຢ່າງວ່ອງໄວ.”8
ເຮົາຮຽນຮູ້ຫຍັງແດ່ ຈາກແອວມາກ່ຽວກັບການໝັ່ນຂໍ, ການໝັ່ນຊອກ, ແລະ ການໝັ່ນເຄາະ? ເຮົາໄດ້ຮຽນຮູ້ວ່າການອະທິຖານຮຽກຮ້ອງການອອກແຮງທາງວິນຍານ, ແລະ ຈະບໍ່ໄດ້ຮັບຄຳຕອບດັ່ງທີ່ເຮົາຄາດຫວັງສະເໝີໄປ. ແຕ່ວ່າເມື່ອເຮົາຮູ້ສຶກທໍ້ແທ້ ຫລື ຖືກຖ່ວງດຶງດ້ວຍຄວາມເສົ້າສະຫລົດໃຈ, ພຣະຜູ້ເປັນເຈົ້າຈະປອບໂຍນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ເຮົາ ໃນຮູບແບບທີ່ແຕກຕ່າງກັນ. ພຣະອົງອາດຈະບໍ່ຕອບຄຳຖາມທັງໝົດ ຫລື ແກ້ໄຂບັນຫາທັງໝົດຂອງເຮົາໃນທັນທີທັນໃດ; ແຕ່ພຣະອົງຈະສະໜັບສະໜູນເຮົາໃຫ້ພະຍາຍາມຕໍ່ໄປ. ແລ້ວຖ້າຫາກເຮົາປັບແຜນຂອງເຮົາໃຫ້ສອດຄ່ອງກັບແຜນຂອງພຣະອົງຢ່າງໄວ, ພຣະອົງຈະເປີດທາງໃຫ້ເຮົາ, ຄືກັນກັບທີ່ພຣະອົງໄດ້ເຮັດໃຫ້ແອວມາ.
ຂ້າພະເຈົ້າເປັນພະຍານວ່າ ນີ້ເປັນສະໄໝແຫ່ງຄວາມສົມບູນຂອງພຣະກິດຕິຄຸນ. ເຮົາສາມາດມີຄວາມສຸກກັບພອນແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ ໃນຊີວິດຂອງເຮົາ. ເຮົາມີພຣະຄຳພີທີ່ຫາໃຊ້ໄດ້ໃນຫລາຍໆບ່ອນ. ເຮົາຖືກນຳພາໂດຍສາດສະດາ ຜູ້ທີ່ສິດສອນເຮົາເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າ ໃນວັນເວລາທີ່ຫຍຸ້ງຍາກໃນຊີວິດ. ນອກເໜືອຈາກນີ້, ເຮົາຍັງສາມາດຮັບການເປີດເຜີຍສ່ວນຕົວ ເພື່ອວ່າພຣະຜູ້ເປັນເຈົ້າຈະສາມາດປອບໂຍນ ແລະ ນຳພາເຮົາເປັນການສ່ວນຕົວ. ດັ່ງທີ່ທູດໄດ້ກ່າວກັບແອວມາ, ເຮົາມີ “ເຫດຜົນອັນຍິ່ງໃຫຍ່ທີ່ສຸດທີ່ຈະປິຕິຍິນດີ” (ແອວມາ 8:15). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.