ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອຳ​ນາດ​ແຫ່ງການ​ປິ່ນປົວ​ຈາກການ​ຊົດໃຊ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ອຳ​ນາດ​ແຫ່ງການ​ປິ່ນປົວ​ຈາກການ​ຊົດໃຊ້

ເມື່ອ​ເຮົາ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ການ​ກັບ​ໃຈ, ແລະ ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ, ແລ້ວ​ຄວາມ​ແຕກ​ຫັກຂອງ​ເຮົາ—ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ໃດ—ສາ​ມາດ​ຖືກ​ເຮັດ​ໃຫ້​ດີ​ຄືນ.

ນັບແຕ່​ເລີ່ມຕົ້ນ​ປີນີ້ມາ, ເຮົາໄດ້ຮັບ​ມືກັບເຫດ​ການທີ່ບໍ່​ຄາດຄິດ​ຫລາຍເຫດ​ການທີ່​ເກີດ​ຂຶ້ນ. ການສູນເສຍ​ຊີວິດ ແລະ ລາຍຮັບ​ອັນເນື່ອງ​ມາຈາກ​ການແຜ່ລະ​ບາດ​ທົ່ວໂລກ ຊຶ່ງໄດ້ສົ່ງ​ຜົນສະທ້ອນ​ທີ່ໜ້າ​ເປັນຫ່ວງ​ໃຫ້ກັບ​ຊຸມຊົນ ແລະ ເສດ​ຖະກິດ.

ແຜ່ນດິນ​ໄຫວ, ອັກຄີໄພ, ແລະ ອຸ​ທົກ​ກະ​ໄພໃນ​ຫລາຍພາກ​ທົ່ວໂລກ, ພ້ອມທັງ​ສະພາບອາກາດ​ທີ່ສົ່ງຜົນເສຍ​ຫາຍ​ຫລາຍຢ່າງ, ເຮັດໃຫ້​ຜູ້ຄົນ​ຮູ້ສຶກ​ບໍ່ໄດ້ຮັບ​ການ​ຊ່ວຍເຫລືອ, ໝົດຫວັງ, ແລະ ໃຈສະ​ຫລາຍ, ກັງວົນ​ວ່າຊີວິດ​ຂອງເຂົາເຈົ້າ​ຈະກັບ​ມາເປັນ​ຄືເກົ່າ​ຫລືບໍ່.

ຂ້າພະເຈົ້າ​ຂໍເລົ່າເລື່ອງ​ສ່ວນຕົວ​ເລື່ອງ​ໜຶ່ງກ່ຽວກັບ​ຄວາມ​ແຕກ​ຫັກ.

ໃນຕອນ​ທີ່ລູກໆ​ຂອງຂ້າ​ພະເຈົ້າ​ຍັງນ້ອຍ, ເຂົາເຈົ້າ​ຕັດສິນໃຈ​ວ່າຢາກ​ຮຽນ​ຫລິ້ນປີ​ອາໂນ. ສາມີຂອງ​ຂ້າພະເຈົ້າ, ລູດີ, ແລະ ຂ້າພະເຈົ້າ​ປາດຖະໜາ​ຈັດຫາ​ໂອກາດ​ນີ້ໃຫ້​ລູກໆ​ຂອງ​ພວກເຮົາ, ແຕ່ວ່າ​ພວກເຮົາ​ບໍ່ມີປີ​ອາໂນ. ພວກເຮົາ​ບໍ່ມີເງິນ​ພຽງພໍ​ທີ່ຈະຊື້​ປີ​ອາໂນ​ໃໝ່, ດັ່ງນັ້ນ​ອ້າຍລູດີ​ຈຶ່ງເລີ່ມ​ຊອກຫາ​ຊື້​ປີ​ອາໂນ​ເກົ່າ.

ບຸນຄຣິດ​ສະມາດ​ປີນັ້ນ, ລາວໄດ້​ເຮັດໃຫ້​ພວກເຮົາ​ຕົກຕະລຶງ​ກັບ​ປີ​ອາໂນ​ໜ່ວຍ​ໜຶ່ງ, ແລະ ເວລາຜ່ານໄປ​ຫລາຍປີ, ລູກໆ​ຂອງ​ພວກເຮົາ​ກໍໄດ້ຮຽນ​ຫລິ້ນມັນ.

ຮູບ​ພາບ
ປີ​ອາ​ໂນເກົ່າ

ເມື່ອ​ພວກ​ລູກຊາຍ​ຂອງພວກເຮົາ​ເຕີບໃຫຍ່​ຂຶ້ນ ແລະ ອອກ​ເຮືອນ​ໄປ, ປີ​ອາໂນ​ເກົ່າມີ​ແຕ່​ສະສົມ​ຂີ້ຝຸ່ນ, ດັ່ງນັ້ນ​ພວກເຮົາ​ຈຶ່ງຂາຍ​ມັນ. ສອງສາມ​ປີຜ່ານ​ໄປ, ແລະ ພວກເຮົາ​ສະສົມ​ເງິນໄດ້​ຈຳນວນໜຶ່ງ. ມີມື້ໜຶ່ງ​ອ້າຍ​ລູດີໄດ້​ເວົ້າວ່າ, “ຂ້ອຍຄິດ​ວ່າເຖິງ​ເວລາທີ່​ພວກເຮົາ​ຈະຊື້​ປີ​ອາໂນ​ໜ່ວຍ​ໃໝ່ແລ້ວ.”

ຂ້າພະເຈົ້າ​ຖາມວ່າ, “ເປັນຫຍັງ​ພວກເຮົາ​ຕ້ອງຢາກ​ຊື້​ປີ​ອາໂນ​ໜ່ວຍໃໝ່, ເມື່ອເຮົາ​ທັງສອງຄົນ​ບໍ່ໄດ້ຫລິ້ນ​ເປັນ?”

ລາວຕອບ​ວ່າ, “ໂອ, ແຕ່​ພວກເຮົາ​ສາມາດ​ຊື້ປີ​ອາໂນທີ່​ຫລິ້ນເອງ​ໄດ້! ໂດຍການ​ໃຊ້​ໄອ​ແພດ, ເຈົ້າສາມາດ​ໂປແກມ​ປີ​ອາໂນ​ໃຫ້ຫລິ້ນ​ເພງໄດ້​ຫລາຍກວ່າ 4,000 ເພງ, ລວມທັງ ເພງສວດ, ເພງຂອງ​ກຸ່ມນັກ​ຮ້ອງປະສານ​ສຽງ ແທ​ໂບ​ແນໂກ, ເພງເດັກ​ປະຖົມໄວ​ທັງ​ໝົດ, ແລະ ເພງອື່ນ​ອີກ​ຫລາຍໆ​ເພງ.”

ຖ້າ​ຈະ​ເວົ້າ​ແລ້ວ, ອ້າຍລູດີ​ເປັນພະ​ນັກງານ​ຂາຍເກັ່ງ​ແທ້ໆ.

ຮູບ​ພາບ
ປີ​ອາ​ໂນໃໝ່

ພວກເຮົາ​ໄດ້ຊື້ປີ​ອາໂນ​ໃໝ່ທີ່ງາມ, ແລະ ສອງສາມ​ມື້ຕໍ່ມາ, ຜູ້ຊາຍ​ຮູບຮ່າງ​ໃຫຍ່, ແຂງແຮງ​ສອງຄົນ​ໄດ້ມາສົ່ງ​ມັນທີ່ບ້ານ​ຂອງ​ພວກເຮົາ.

ຂ້າພະເຈົ້າ​ໄດ້ບອກ​ບ່ອນທີ່​ໃຫ້ເອົາ​ມັນ​ໄປວາງ ແລະ ກໍໄດ້​ຫຍັບອອກ​ຈາກທາງ.

ຮູບ​ພາບ
ການ​ຍ້າຍ​ປີ​ອາ​ໂນ

ມັນເປັນປີ​ອາໂນລຸ້ນ ເບບີ​ແກຣນ ທີ່ໜັກ, ແລະ ເພື່ອໃຫ້​ຜ່ານ​ປະຕູໄດ້, ເຂົາເຈົ້າ​ໄດ້ເອົາ​ຂາຕັ້ງ​ອອກ ແລະ ພະຍາຍາມ​ງ່ຽງຂ້າງ​ປີ​ອາໂນໃສ່​ເທິງລໍ້ຂົນ​ເຄື່ອງທີ່​ເຂົາເຈົ້າ​ໄດ້ນຳ​ມາພ້ອມ.

ເຮືອນຂອງ​ພວກເຮົາ​ຕັ້ງຢູ່ເນີນ​ຄ້ອຍເລັກ​ນ້ອຍ, ແລະ ໂຊກບໍ່​ດີທີ່ໃນ​ເຊົ້າມື້ນັ້ນ​ຫິມະ​ໄດ້ຕົກ, ເຮັດໃຫ້​ດິນປຽກ ແລະ ມື່ນ. ທ່ານສາ​ມາດເບິ່ງ​ເຫັນໄດ້​ບໍວ່າຈະ​ເປັນແນວ​ໃດຕໍ່?

ໃນຂະນະ​ທີ່ພວກ​ຜູ້ຊາຍ​ກຳລັງ​ຍູ້ປີ​ອາໂນ​ຂຶ້ນຄ້ອຍ, ມັນໄດ້​ໄຫລອອກ, ແລະ ຂ້າພະເຈົ້າ​ໄດ້ຍິນສຽງ​ຕົກຢ່າງແຮງ. ປີ​ອາໂນ​ໄດ້ຕົກອອກ​ຈາກລໍ້​ຂົນເຄື່ອງ ແລະ ຕຳກັບ​ພື້ນດິນ​ຢ່າງແຮງ​ຈົນເກີດ​ເປັນຮອຍ​ຫລຸບໃຫຍ່​ໃນເດີ່ນຫຍ້າ​ຂອງພວກເຮົາ.

ຂ້າພະເຈົ້າໄດ້​ເວົ້າ​ຂຶ້ນວ່າ, “ໂອຍ, ຕາຍແລ້ວ. ພວກເຈົ້າ​ບໍ່ເປັນ​ຫຍັງບໍ?”

ໂຊກດີທີ່​ຊາຍທັງ​ສອງຄົນ​ນັ້ນບໍ່​ເປັນຫຍັງ.

ເຂົາເຈົ້າແນມ​ເບິ່ງກັນ ຕາຕັ້ງ​ດ້ວຍຄວາມ​ຕົກໃຈ, ແລ້ວໄດ້​ຫລຽວ​ເບິ່ງ​ຂ້າພະເຈົ້າ ແລະ ເວົ້າວ່າ, “ພວກເຮົາ​ຂໍໂທດ​ຫລາຍໆ. ພວກເຮົາ​ຊິເອົາມັນ​ກັບຄືນ​ໄປຮ້ານ ແລະ ໃຫ້ຜູ້​ຈັດການ​ຂອງ​ພວກເຮົາ​ໂທຫາເຈົ້າ​ເດີ.”

ບໍ່ດົນ​ຜູ້ຈັດ​ການໄດ້​ລົມກັບ​ອ້າຍລູດີ​ເພື່ອຈັດແຈງ​ຂົນສົ່ງ​ປີ​ອາໂນ​ໜ່ວຍໃໝ່. ອ້າຍລູດີ​ເປັນຄົນ​ໃຈດີ ແລະ ໃຫ້ອະໄພ ແລະ ໄດ້ບອກ​ກັບຜູ້ຈັດ​ການໄປວ່າ​ບໍ່ເປັນຫຍັງ ຖ້າຫາກ​ວ່າເຂົາເຈົ້າ​ພຽງແຕ່​ສ້ອມແປງ​ບ່ອນເປ່ເພ ແລະ ເອົາປີ​ອາໂນ​ໜ່ວຍເກົ່າ​ກັບຄືນ​ມາກໍໄດ້, ແຕ່ຜູ້​ຈັດການ​ຍັງປະ​ຕິເສດ​ຢາກໃຫ້​ພວກເຮົາ​ເອົາໜ່ວຍ​ໃໝ່.

ອ້າຍລູດີ​ໄດ້ຕອບ​ກັບໄປ, ໂດຍເວົ້າວ່າ, “ຄົງບໍ່​ເປັນຫຍັງ​ຫລາຍ​ຕີ້. ພຽງແຕ່​ສ້ອມແປງ​ມັນ ແລະ ເອົາມັນ​ກັບຄືນ​ມາສົ່ງ​ກໍໄດ້.”

ຜູ້ຈັດການ​ໄດ້ເວົ້າ​ວ່າ, “ໄມ້ແຕກ, ແລະ ເມື່ອ​ໄມ້ແຕກ, ສຽງຂອງ​ມັນກໍບໍ່​ຄືເກົ່າ. ເຈົ້າຈະຕ້ອງ​ເອົາປີ​ອາໂນ​ໜ່ວຍ​ໃໝ່.”

ເອື້ອຍອ້າຍ​ນ້ອງທັງ​ຫລາຍ, ບໍ່ແມ່ນ​ເຮົາທຸກຄົນ​ເປັນຄ້າຍ​ຄືກັບ​ປີ​ອາໂນ​ນີ້ບໍ, ເວລາ​ເປ່ເພ​ເລັກນ້ອຍ, ມີຮອຍ​ແຕກ, ແລະ ໄດ້​ຮັບ​ຄວາມ​ເສຍ​ຫາ, ກໍຮູ້ສຶກ​ຄືກັບ​ວ່າເຮົາ​ຈະບໍ່ສາ​ມາດກັບ​ມາເປັນຄື​ເກົ່າໄດ້​ອີກຄັ້ງ? ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເຮົາ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ການ​ກັບ​ໃຈ, ແລະ ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ, ແລ້ວຄວາມ​ແຕກຫັກ​ຂອງ​ເຮົາ—ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ໃດ—ສາ​ມາດ​ຖືກ​ເຮັດ​ໃຫ້​ດີ​ຄືນ. ຂັ້ນ​ຕອນນີ້, ຊຶ່ງ​ເຊື້ອ​ເຊີນ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ, ບໍ່​ພຽງ​ແຕ່​ຟື້ນ​ຟູ​ສິ່ງ​ທີ່​ເຄີຍ​ເປັນ​ມາ​ກ່ອນ ແຕ່​ຍັງ​ເຮັດ​ໃຫ້​ເຮົາ​ດີ​ຂຶ້ນກວ່າ​ເກົ່າ​ນຳ​ອີກ. ຂ້າພະເຈົ້າ​ຮູ້ວ່າ​ຜ່ານທາງ​ພຣະຜູ້​ຊ່ວຍໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ເຮົາທຸກ​ຄົນສາ​ມາດ​ຖືກສ້ອມ​ແຊມ, ຖືກເຮັດ​ໃຫ້ດີ​ຄືນ, ແລະ ຖືກເຮັດ​ໃຫ້ມີ​ສຽງທີ່​ມ່ວນ​ອອນ​ຊອນ, ຄືກັນ​ກັບປີ​ອາໂນ​ໜ່ວຍໃໝ່.

ປະທານ​ຣະໂຊ ເອັມ ແນວສັນ ໄດ້ສິດ​ສອນວ່າ: “ເມື່ອການ​ທົດລອງ​ທີ່ແສນ​ເຈັບປວດ​ມາເຖິງ​ເຮົາ, ມັນແມ່ນ​ເວລາ​ທີ່ເຮົາ​ຕ້ອງມີສັດ​ທາຫລາຍ​ຂຶ້ນໃນ​ພຣະເຈົ້າ, ເຮັດວຽກ​ໜັກ, ແລະ ຮັບໃຊ້​ຄົນອື່ນ. ຈາກນັ້ນ​ພຣະອົງ​ຈະປິ່ນປົວ​ຫົວໃຈ​ທີ່ຊອກຊໍ້າ​ຂອງເຮົາ. ພຣະອົງ​ຈະ​ປະທານ​ຄວາມ​ສະ​ຫງົບ ແລະ ການປອບ​ໂຍນສ່ວນ​ຕົວໃຫ້​ກັບເຮົາ. ຂອງປະທານ​ທີ່ຍິ່ງໃຫຍ່​ເຫລົ່ານັ້ນ​ຈະບໍ່ຖືກ​ທຳລາຍໄດ້, ແມ່ນແຕ່​ຄວາມຕາຍ.”1

ພຣະເຢ​ຊູໄດ້​ກ່າວວ່າ:

“ຈົ່ງ​ມາ​ຫາ​ເຮົາ, ທຸກ​ຄົນ​ທີ່​ອິດ​ເມື່ອຍ​ຈາກ​ການ​ແບກ​ຫາບ​ພາ​ລະ​ໜັກ, ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າໄດ້​ພັກ​ຜ່ອນ.

“ຈົ່ງເອົາແອກ​ຂອງເຮົາ​ແບກໄວ້, ແລ້ວຮຽນ​ຮູ້ຈາກເຮົາ; ເພາະວ່າ​ເຮົາເປັນ​ຜູ້ມີໃຈ​ອ່ອນ​ສຸພາບ ແລະ ຖ່ອມລົງ: ແລ້ວຈິດໃຈ​ຂອງພວກ​ເຈົ້າ ຈະໄດ້​ພົບຄວາມ​ເຊົາເມື່ອຍ.

“ດ້ວຍວ່າ​ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ, ແລະ ພາລະ​ຂອງ​ເຮົາກໍ​ເບົາ” (ມັດທາຍ 11:28–30).

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ.

ເພື່ອສ້ອມ​ແປງ​ຄວາມແຕກ​ຫັກ​ໃຫ້​ດີ​ຄືນ​ໂດຍການ​ມາຫາ​ພຣະອົງ, ເຮົາຕ້ອງ​ມີສັດທາ​ໃນພຣະ​ເຢຊູ​ຄຣິດ. “ການມີສັດ​ທາໃນ​ພຣະເຢ​ຊູຄຣິດ​ໝາຍເຖິງ​ການເພິ່ງ​ອາໄສ​ພຣະອົງ​ຢ່າງເຕັມ​ທີ່—ໄວ້ວາງ​ໃຈໃນ​ອຳນາດ​ທີ່ບໍ່ມີ​ຂອບເຂດ … ແລະ ຄວາມຮັກ​ຂອງ​ພຣະ​ອົງ. ມັນລວມ​ທັງຄວາມ​ເຊື່ອໃນ​ຄຳສອນ​ຂອງພຣະອົງ. ໝາຍເຖິງ​ເຊື່ອ ທັງໆທີ່ເຮົາບໍ່ເຂົ້າໃຈທຸກສິ່ງ, ແຕ່ພຣະອົງເຂົ້າໃຈ. ຍ້ອນວ່າ​ພຣະອົງ​ໄດ້ປະສົບ​ກັບຄວາມ​ເຈັບປວດ, ຄວາມທຸກ​ທໍລະມານ, ແລະ ຄວາມບົກ​ຜ່ອງທັງ​ໝົດ​ຂອງ​ເຮົາ, ພຣະອົງ​ຮູ້ວິທີ​ຊ່ວຍເຫລືອ​ເຮົາໃຫ້​ສາ​ມາດ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ໃນແຕ່​ລະວັນ​ຂອງເຮົາ​ໄດ້.”2

ຂະນະທີ່​ເຮົາມາ​ຫາ​ພຣະອົງ, “ເຮົາສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມສຸກ, ຄວາມ​ສະ​ຫງົບ, ແລະ ການ​ປອບໂຍນ. [ຄວາມຫຍຸ້ງ​ຍາກ ແລະ ການ​ທ້າທາຍ] ທຸກ​ຢ່າງ​ໃນຊີວິດ ສາມາດ​ຖືກ​ແກ້​ໄຂ​ໃຫ້​ຖືກຕ້ອງ​ໄດ້ ຜ່ານທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.”3 ພຣະອົງ​ແນະນຳ​ເຮົາວ່າ, “ຈົ່ງເບິ່ງ​ທີ່ເຮົາໃນ​ຄວາມນຶກ​ຄິດ​ທຸກຢ່າງ; ຢ່າສົງໄສ, ຢ່າ​ສູ່ຢ້ານ.”(ຄຳສອນ ແລະ ພັນທະ​ສັນຍາ 6:36).

ໃນພຣະຄຳ​ພີມໍມອນ ເມື່ອ​ແອວມາ ແລະ ຜູ້ຄົນ​ຂອງເພິ່ນ​ແບກພາ​ລະອັນ​ໜັກໜ່ວງ​ເທິງບ່າ​ຂອງ​ເຂົາເຈົ້າ ຈົນເກືອບ​ຈະທົນ​ບໍ່ໄຫວ, ຜູ້ຄົນ​ໄດ້ອ້ອນ​ວອນຂໍ​ຄວາມຊ່ວຍ​ເຫລືອ. ພຣະຜູ້​ເປັນເຈົ້າ​ບໍ່ໄດ້​ຍົກເອົາ​ພາລະ​ໜັກ​ໜ່ວງ​ຂອງ​ເຂົາເຈົ້າ​ອອກໄປ​ທັງໝົດ; ແຕ່ພຣະອົງ​ໄດ້ໃຫ້ຄຳ​ສັນຍາກັບ​ເຂົາເຈົ້າວ່າ:

“ແລະ ເຮົາຈະ​ໃຫ້ພາລະ​ແບກຫາບ​ຢູ່ບ່າຂອງ​ພວກເຈົ້າ​ເບົາບາງ​ລົງຈົນ​ວ່າພວກເຈົ້າ​ບໍ່ຮູ້ສຶກ​ວ່າ ມີຫຍັງ​ຢູ່ເທິງ​ຫລັງເລີຍ, ເຖິງແມ່ນ​ໃນຂະນະ​ທີ່ພວກເຈົ້າ​ເປັນທາດ; ແລະ ເລື່ອງນີ້ເຮົາ​ຈະເຮັດໄປ​ເພື່ອພວກເຈົ້າ​ຈະໄດ້ຢືນ​ເປັນພະຍານ​ໃຫ້ເຮົາ​ໃນພາຍໜ້າ, ແລະ ເພື່ອ​ພວກເຈົ້າ​ຈະຮູ້ຈັກ​ຢ່າງແນ່ນອນ​ວ່າ ເຮົາຄື ອົງພຣະ​ຜູ້ເປັນ​ເຈົ້າ, ໄດ້ມາ​ຢ້ຽມຢາມ​ຜູ້ຄົນຂອງ​ເຮົາໃນ​ຄວາມທຸກ​ຂອງ​ພວກເຂົາ.

“ແລະ ເຫດການ​ໄດ້ບັງເກີດ​ຂຶ້ນຄື ພາລະ​ແບກຫາບ​ຊຶ່ງຢູ່​ເທິງບ່າ​ຂອງແອວມາ​ກັບພີ່ນ້ອງ​ຂອງເພິ່ນ ຖືກເຮັດ​ໃຫ້ເບົາ​ບາງລົງ; ແທ້ຈິງ​ແລ້ວ, ພຣະຜູ້​ເປັນເຈົ້າ​ໄດ້ເພີ່ມ​ພະລັງ​ໃຫ້​ພວກເຂົາ ເພື່ອພວກ​ເຂົາຈະໄດ້​ທົນຕໍ່​ພາລະ​ແບກ​ຫາບ​ຢ່າງງ່າຍ​ດາຍ, ແລະ ພວກເຂົາ​ໄດ້ຍອມ​ຮັບຢ່າງ​ເບີກບານ​ມ່ວນຊື່ນ ແລະ ດ້ວຍຄວາມ​ອົດທົນ​ຕໍ່ພຣະ​ປະສົງ​ທັງໝົດ​ຂອງພຣະ​ຜູ້ເປັນ​ເຈົ້າ” (ໂມໄຊຢາ 24:15).

ຈາກຄວາມ​ສາມາດ​ຂອງພຣະ​ຜູ້ຊ່ວຍ​ໃຫ້ລອດ​ໃນການ​ປິ່ນປົວ ແລະ ແບ່ງເບົາ​ພາລະ​ຂອງເຮົາ, ແອວ​ເດີ ແທດ ອາ ຄາລິດ​ສະເຕີ ໄດ້​ສິດສອນ​ວ່າ:

“ພອນຢ່າງ​ໜຶ່ງຈາກ​ການ​ຊົດ​ໃຊ້ນັ້ນຄື ເຮົາສາມາດ​ໄດ້ຮັບ​ອຳນາດ​ແຫ່ງການ​ຊ່ວຍເຫລືອ​ຂອງພຣະ​ຜູ້ຊ່ວຍ​ໃຫ້ລອດ. ເອຊາຢາ​ໄດ້ເວົ້າ​ຄືນຫລາຍ​ເທື່ອເຖິງ​ອິດທິ​ພົນຂອງ​ການ​ປິ່ນປົວ, ການເຮັດ​ໃຫ້​ສະຫງົບ​ຂອງພຣະ​ຜູ້ເປັນ​ເຈົ້າ. ເພິ່ນໄດ້​ເປັນພະ​ຍານເຖິງ​ພຣະຜູ້​ຊ່ວຍໃຫ້​ລອດໄດ້​ຊ່ວຍ ‘ຄົນ​ຍາກຈົນ​ທີ່ປົບມາ​ຫາ​ພຣະອົງ ແລະ ໄດ້ມີ​ຄວາມປອດ​ໄພໃນ​ຄາວ​ເດືອດຮ້ອນ’ (ເອຊາຢາ 25:4). ເຖິງຜູ້​ທີ່ເສົ້າ​ສະຫລົດ​ໃຈ, ເອຊາຢາ​ໄດ້ປະ​ກາດວ່າ ພຣະຜູ້​ຊ່ວຍໃຫ້​ລອດຄອບ​ຄອງ​ອຳນາດ ‘ໃນການ​ອອຍໃຈ​ຜູ້ເສົ້າ​ໂສກ’ (ເອຊາຢາ 61:2), ແລະ ‘ພຣະອົງ​ຈະເຊັດ​ນໍ້າຕາ​ໃຫ້ກັບ​ໝົດ​ທຸກຄົນ’ (ເອຊາຢາ 25:8; ເບິ່ງ ພຣະນິມິດ 7:17); ‘ຟື້ນຟູ​ຈິດວິນຍານ​ທີ່​ຖ່ອມໃຈ’ (ເອຊາຢາ 57:15); ແລະ ປິ່ນປົວ​ຄົນລະ​ທົມໃຈ’ (ເອຊາຢາ 61:1; ເບິ່ງ ລູກາ 4:18; ເພງສັນລະເສີນ 147:3 ນຳ​ອີກ). ອຳນາດ​ແຫ່ງການ​ຊ່ວຍເຫລືອ​ຂອງພຣະອົງ​ໄດ້ຂະຫຍາຍ​ກວ້າງເຖິງ​ຂັ້ນທີ່​ພຣະອົງ​ສາມາດ​ແລກປ່ຽນ ‘ໃຫ້ຊົມ​ຊື່ນຍິນ​ດີແທນ​ທີ່ຈະ​ໂສກເສົ້າ, ຮ້ອງເພງ​ສັນລະ​ເສີນພຣະ​ເຈົ້າໃດ ແທນທີ່​ຈະເສົ້າ​ໂສກເສຍ​ໃຈຢູ່​ເລື້ອຍໆ’ (ເອຊາຢາ 61:3).

“ໂອ, ຊ່າງ​ເປັນຄວາມ​ຫວັງໃນ​ຄຳສັນ​ຍາເຫລົ່າ​ນັ້ນ! … ພຣະວິນ​ຍານຂອງ​ພຣະອົງ​ປິ່ນປົວ; ເຮັດໃຫ້​ດີຂຶ້ນ; ປອບໂຍນ; ເປົ່າລົມ​ຫາຍໃຈ​ໃຫ້ກັບ​ຫົວໃຈ​ທີ່ໝົດ​ຫວັງເພື່ອ​ຈະມີ​ຊີວິດ​ໃໝ່. ມີອຳນາດ​ໃນການ​ປ່ຽນແປງ​ສິ່ງທີ່​ບໍ່ຈົບ​ງາມ ແລະ ໂຫດຮ້າຍ ແລະ ບໍ່ມີ​ຄຸນຄ່າ​ທັງ​ໝົດ​ໃນ​ຊີວິດ ມາເປັນ​ບາງສິ່ງ​ບາງຢ່າງ​ທີ່ມີ​ຄຸນຄ່າ​ສູງ ແລະ ຮຸ່ງເຮືອງ​ເຫລືອງ​ເຫລື້ອມ. ພຣະອົງ​ມີອຳນາດ​ໃນການ​ປ່ຽນແປງ​ຈາກ​ຂີ້ເທົ່າ​ຂອງຄວາມ​ເປັນ​ມະຕະ ໃຫ້ກາຍ​ເປັນຄວາມ​ສວຍງາມ​ຊົ່ວນິ​ລັນດອນ​ໄດ້.”4

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢຊູ​ຄຣິດ​ຄື​ພຣະຜູ້​ຊ່ວຍ​ໃຫ້ລອດ, ພຣະ​ຜູ້ໄຖ່​ຂອງ​ເຮົາ, ພຣະອາ​ຈານແຫ່ງ​ການ​​ປິ່ນປົວ, ເພື່ອນ​ຜູ້ຊື່​ສັດ​ຂອງເຮົາ ທີ່​ເຮົາ​ຮັກ. ຖ້າວ່າ​ເຮົາຫັນ​ມາຫາ​ພຣະອົງ, ພຣະອົງ​ຈະ​ປິ່ນປົວ​ເຮົາ ແລະ ເຮັດ​ໃຫ້ເຮົາ​ຫາຍ​ດີ​ອີກ​ຄັ້ງ. ຂ້າພະເຈົ້າ​ເປັນພະ​ຍານວ່າ ນີ້ແມ່ນ​ສາດສະ​ໜາຈັກ​ຂອງ​ພຣະອົງ ແລະ ພຣະອົງ​ກຳລັງ​ກຽມພ້ອມ​ທີ່ຈະກັບ​ຄືນມາ​ສູ່ໂລກ​ນີ້ອີກ​ຄັ້ງ ເພື່ອ​ປົກຄອງ​ດ້ວຍ​ອຳນາດ ແລະ ລັດສະ​ໝີພາບ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Jesus Christ—the Master Healer,” Liahona, Nov. 2005, 87.

  2. Faith in Jesus Christ,” Gospel Topics, topics.ChurchofJesusChrist.org.

  3. ຈົ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການຮັບໃຊ້ຂອງຜູ້ສອນສາດສະໜາ, 55, ChurchofJesusChrist.org.

  4. Tad R. Callister, The Infinite Atonement (2000), 206-7.

ພິມ