ພຣະເຈົ້າຈະເຮັດບາງສິ່ງທີ່ບໍ່ອາດຄິດໄດ້
ພຣະເຈົ້າໄດ້ຕຽມລູກໆຂອງພຣະອົງ ແລະ ສາດສະໜາຈັກຂອງພຣະອົງໄວ້ສຳລັບວັນເວລານີ້.
ບໍ່ດົນຫລັງຈາກໄດ້ມາເຖິງຫ່ອມພູເມືອງເຊົາເລັກ, ໄພ່ພົນຍຸກສຸດທ້າຍໄດ້ເລີ່ມຕົ້ນສ້າງພຣະວິຫານທີ່ສັກສິດຂອງເຂົາເຈົ້າ. ເຂົາເຈົ້າຮູ້ສຶກວ່າ ໃນທີ່ສຸດເຂົາເຈົ້າໄດ້ພົບເຫັນບ່ອນທີ່ເຂົາເຈົ້າສາມາດນະມັດສະການພຣະເຈົ້າດ້ວຍຄວາມສະຫງົບ ແລະ ເປັນອິດສະລະຈາກການຂົ່ມເຫັງ.
ເຖິງຢ່າງໃດກໍຕາມ, ເມື່ອພື້ນຖານພຣະວິຫານໃກ້ຈະສຳເລັດ, ກອງທັບທະຫານສະຫະລັດໄດ້ເດີນທັບມາ ເພື່ອມາຕັ້ງລັດຖະບານໃໝ່ແບບບັງຄັບ.
ໂດຍທີ່ຜູ້ນຳຂອງສາດສະໜາຈັກບໍ່ຮູ້ວ່າກອງທັບທະຫານຈະຮຸນແຮງຂະໜາດໃດ, ບຣິກຳ ຢັງ ຈຶ່ງໄດ້ສັ່ງໃຫ້ໄພ່ພົນຍົກຍ້າຍອອກໜີ ແລະ ຖົມພື້ນຖານຂອງພຣະວິຫານ.
ຂ້າພະເຈົ້າແນ່ໃຈວ່າ ຄົງມີສະມາຊິກຂອງສາດສະໜາຈັກບາງຄົນສົງໄສວ່າ ເປັນຫຍັງຄວາມພະຍາຍາມຂອງເຂົາເຈົ້າທີ່ຈະສ້າງພຣະວິຫານ ຈຶ່ງຖືກລົບກວນສະເໝີມາ.
ໃນທີ່ສຸດ, ສິ່ງອັນຕະລາຍໄດ້ຜ່ານພົ້ນໄປ, ແລະ ພື້ນຖານຂອງພຣະວິຫານໄດ້ຖືກຂຸດຄົ້ນຂຶ້ນໃໝ່ ແລະ ສຳຫລວດກວດກາ. ໃນເວລານັ້ນເອງທີ່ນັກກໍ່ສ້າງຜູ້ບຸກເບີກພົບເຫັນວ່າ ຫີນຊາຍແທ່ງດັ້ງເດີມບາງຈຳນວນແຕກແຫງ, ເຮັດໃຫ້ແທ່ງຫີນເຫລົ່ານັ້ນບໍ່ເໝາະສົມສຳລັບພື້ນຖານ.
ແລ້ວຈາກນັ້ນ, ທ່ານບຣິກຳໄດ້ໃຫ້ເຂົາເຈົ້າສ້ອມແປງພື້ນຖານ ເພື່ອໃຫ້ມັນສາມາດຄ້ຳຈູນນ້ຳໜັກຂອງຝາຫີນກະແຣນນິດ1 ທີ່ສະຫງ່າງາມຂອງພຣະວິຫານເຊົາເລັກໄດ້.2 ໃນທີ່ສຸດ, ໄພ່ພົນກໍສາມາດຮ້ອງເພງສວດຊື່ວ່າ “ພື້ນໝັ້ນຄົງໜັກໜາ”3 ແລະ ຮູ້ວ່າພຣະວິຫານທີ່ສັກສິດຂອງເຂົາເຈົ້າໄດ້ຖືກສ້າງຂຶ້ນເທິງພື້ນຖານທີ່ແຂງແກ່ນ ທີ່ຈະທົນທານຊົ່ວຫລາຍລຸ້ນຄົນ.
ເລື່ອງນີ້ສາມາດສິດສອນເຮົາເຖິງວິທີທີ່ພຣະເຈົ້າໃຊ້ຄວາມຍາກລຳບາກ ເພື່ອບັນລຸຈຸດປະສົງຂອງພຣະອົງ.
ການແຜ່ລະບາດທົ່ວໂລກ
ຖ້າຫາກຟັງແລ້ວອາດຄຸ້ນຫູ ກ່ຽວກັບສະຖານະການເປັນຢູ່ໃນປະຈຸບັນຂອງເຮົາ, ແຕ່ກໍເປັນຄວາມຈິງ.
ຂ້າພະເຈົ້າແນ່ໃຈວ່າ ຜູ້ທີ່ໄດ້ຍິນສຽງ ຫລື ໄດ້ອ່ານຂ່າວສານຂອງຂ້າພະເຈົ້າ ເຄີຍຖືກກະທົບກະເທືອນໂດຍການແຜ່ລະບາດທົ່ວໂລກນີ້.
ຕໍ່ຜູ້ທີ່ເປັນທຸກເພາະການສູນເສຍຄອບຄົວ ແລະ ໝູ່ເພື່ອນ, ພວກເຮົາກໍເປັນທຸກກັບພວກທ່ານຄືກັນ. ພວກເຮົາຂໍອ້ອນວອນໃຫ້ພຣະບິດາເທິງສະຫວັນຈົ່ງໃຫ້ກຳລັງໃຈ ແລະ ປອບໂຍນທ່ານດ້ວຍເທີ້ນ.
ຜົນສະທ້ອນອັນຍາວນານຂອງໂຣກໄວຣັສນີ້ ແມ່ນເກີນກວ່າສຸຂະພາບຮ່າງກາຍ. ຫລາຍຄອບຄົວໄດ້ສູນເສຍລາຍຮັບ ແລະ ປະເຊີນກັບຄວາມອຶດຫິວ, ຄວາມບໍ່ແນ່ນອນ, ແລະ ຄວາມຢ້ານກົວ. ພວກເຮົາຂໍຊົມເຊີຍຫລາຍໆຄົນທີ່ບໍ່ເຫັນແກ່ຕົວ ພະຍາຍາມກີດກັນການແຜ່ລາມຂອງພະຍາດນີ້. ພວກເຮົາຖ່ອມຕົວເມື່ອໄດ້ເຫັນການເສຍສະລະທີ່ງຽບໆ ແລະ ຄວາມພະຍາຍາມທີ່ດີເດັ່ນຂອງຜູ້ສ່ຽງຄວາມປອດໄພຂອງຕົນເພື່ອຊ່ວຍເຫລືອ, ປິ່ນປົວ, ແລະ ໃຫ້ກຳລັງໃຈແກ່ຄົນທີ່ຕ້ອງການຄວາມຊ່ວຍເຫລືອ. ພວກເຮົາເຕັມໄປດ້ວຍຄວາມຮູ້ບຸນຄຸນຕໍ່ຄວາມດີງາມ ແລະ ຄວາມເຫັນອົກເຫັນໃຈຂອງທ່ານ.
ພວກເຮົາອະທິຖານຢ່າງແຮງກ້າວ່າ ພຣະເຈົ້າຈະເປີດປະຕູສະຫວັນ ແລະ ຕື່ມເຕັມຊີວິດຂອງທ່ານດ້ວຍພອນນິລັນດອນຂອງພຣະເຈົ້າ.
ເຮົາແມ່ນເມັດພືດ
ມີຫລາຍຢ່າງທີ່ເຮົາຍັງບໍ່ຮູ້ກ່ຽວກັບໂຣກໄວຣັສນີ້. ແຕ່ຖ້າຫາກມີສິ່ງໜຶ່ງທີ່ຂ້າພະເຈົ້າຮູ້ແນ່, ຄົງເປັນວ່າໂຣກໄວຣັສນີ້ບໍ່ໄດ້ເຮັດໃຫ້ພຣະບິດາເທິງສະຫວັນແປກພຣະໄທແນວໃດ. ພຣະອົງບໍ່ໄດ້ເກນກອງທັບເຫລົ່າທູດເພີ່ມເຕີມ, ຈັດການປະຊຸມແບບສຸກເສີນ, ຫລື ປ່ຽນແປງແຫລ່ງຕ່າງໆຈາກພະແນກການສ້າງໂລກ ໃຫ້ຈັດການກັບຄວາມຕ້ອງການທີ່ບໍ່ຄາດຄິດ.
ຂ່າວສານຂອງຂ້າພະເຈົ້າໃນມື້ນີ້ແມ່ນວ່າ ເຖິງແມ່ນການແຜ່ລະບາດນີ້ບໍ່ໄດ້ເປັນສິ່ງທີ່ເຮົາຕ້ອງການ ຫລື ຄາດໝາຍ, ແຕ່ພຣະເຈົ້າໄດ້ຕຽມລູກໆຂອງພຣະອົງ ແລະ ສາດສະໜາຈັກຂອງພຣະອົງໄວ້ສຳລັບວັນເວລານີ້.
ເຮົາຈະອົດທົນກັບມັນໄດ້. ແຕ່ເຮົາຈະຕ້ອງເຮັດຫລາຍກວ່າພຽງແຕ່ກັດແຂ້ວ, ຍຶດໝັ້ນ, ແລະ ລໍຖ້າໃຫ້ສະຖານະການກັບຄືນສູ່ສະພາບເດີມ. ເຮົາຈະຕ້ອງມຸ້ງໜ້າ, ແລະ ເຮົາຈະດີຂຶ້ນເພາະການນີ້.
ເມື່ອເບິ່ງແລ້ວ, ເຮົາແມ່ນເມັດພືດ. ແລະ ກ່ອນທີ່ເມັດພືດຈະເຕີບໃຫຍ່ຂຶ້ນໄດ້, ມັນຕ້ອງຖືກຝັງໄວ້ກ່ອນ. ປະຈັກພະຍານຂອງຂ້າພະເຈົ້າຄື ເຖິງແມ່ນວ່າບາງເທື່ອເຮົາອາດຮູ້ສຶກຖືກຝັງໄວ້ໂດຍການທົດລອງໃນຊີວິດ ຫລື ຫຸ້ມລ້ອມດ້ວຍຄວາມມືດທາງອາລົມ, ແຕ່ຄວາມຮັກຂອງພຣະເຈົ້າ ແລະ ພອນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ ຈະກໍ່ໃຫ້ເກີດບາງສິ່ງທີ່ບໍ່ອາດຄິດໄດ້.
ພອນທີ່ມາຈາກຄວາມຍາກລຳບາກ
ທຸກໆສະໄໝຈະປະເຊີນກັບການທົດລອງ ແລະ ຄວາມຍາກລຳບາກຂອງມັນເອງ.
ເອນົກ ແລະ ຜູ້ຄົນຂອງເພິ່ນໄດ້ມີຊີວິດຢູ່ໃນວັນເວລາທີ່ມີຄວາມຊົ່ວຮ້າຍ, ສົງຄາມ, ແລະ ການນອງເລືອດ. “ແຕ່ພຣະຜູ້ເປັນເຈົ້າໄດ້ມາ ແລະ ສະຖິດຢູ່ກັບຜູ້ຄົນຂອງພຣະອົງ.” ພຣະອົງມີບາງສິ່ງທີ່ບໍ່ອາດຄິດໄດ້ສຳລັບພວກເຂົາ. ພຣະອົງໄດ້ຊ່ວຍພວກເຂົາຈັດຕັ້ງຊີໂອນຂຶ້ນ—ເປັນຜູ້ຄົນທີ່ “ມີໃຈດຽວ ແລະ ມີຄວາມຄິດດຽວ” ຜູ້ທີ່ “ດຳລົງຢູ່ໃນຄວາມຊອບທຳ.”4
ຊາຍໜຸ່ມໂຢເຊັບ, ລູກຊາຍຂອງຢາໂຄບ, ໄດ້ຖືກໂຍນລົງໃນນ້ຳສ້າງທີ່ບໍ່ມີນ້ຳ, ຖືກຂາຍໄປເປັນທາດ, ຖືກທໍລະຍົດ, ແລະ ຖືກປະຖິ້ມ.5 ໂຢເຊັບອາດສົງໄສວ່າພຣະເຈົ້າຄົງລືມເພິ່ນແລ້ວ. ພຣະເຈົ້າໄດ້ມີບາງສິ່ງທີ່ບໍ່ອາດຄິດໄດ້ສຳລັບໂຢເຊັບ. ພຣະອົງໄດ້ໃຊ້ຊ່ວງໄລຍະນີ້ຂອງການທົດລອງເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ລັກສະນະຂອງໂຢເຊັບ ແລະ ໃຫ້ເພິ່ນຢູ່ໃນຕຳແໜ່ງທີ່ສາມາດຊ່ວຍຊີວິດຄອບຄົວຂອງເພິ່ນໄດ້.6
ໃຫ້ຄິດກ່ຽວກັບສາດສະດາໂຈເຊັບ ສະມິດ ຂະນະທີ່ຖືກຂັງຢູ່ໃນຄຸກລີເບີຕີ, ເຖິງວິທີທີ່ເພິ່ນໄດ້ອ້ອນວອນຂໍຄວາມບັນເທົາໃຫ້ແກ່ໄພ່ພົນທີ່ຮັບທຸກທໍລະມານ. ເພິ່ນອາດສົງໄສວ່າ ຊີໂອນຖືກສະຖາປະນາຂຶ້ນໄດ້ແນວໃດ ໃນທ່າມກາງສະຖານະການເຫລົ່ານັ້ນ. ແຕ່ພຣະຜູ້ເປັນເຈົ້າໄດ້ກ່າວຄວາມສະຫງົບຕໍ່ເພິ່ນ, ແລະ ການເປີດເຜີຍທີ່ໄດ້ຮັບຫລັງຈາກນັ້ນ ໄດ້ນຳຄວາມສະຫງົບມາສູ່ໄພ່ພົນ—ແລະ ມັນກໍໄດ້ສືບຕໍ່ນຳຄວາມສະຫງົບມາສູ່ທ່ານ ແລະ ຂ້າພະເຈົ້າ.7
ມີຈັກເທື່ອແລ້ວ ໃນຕອນຕົ້ນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ທີ່ໄພ່ພົນເຄີຍໝົດຫວັງ ແລະ ສົງໄສວ່າ ພຣະເຈົ້າຄົງລືມພວກເຂົາແລ້ວ? ແຕ່ຜ່ານທາງການຂົ່ມເຫັງ, ສິ່ງອັນຕະລາຍ, ແລະ ການທຳລາຍລ້າງຜານ, ບາງເທື່ອອົງພຣະຜູ້ເປັນເຈົ້າແຫ່ງອິດສະຣາເອນກໍມີບາງສິ່ງອື່ນອີກສຳລັບຝູງນ້ອຍຂອງພຣະອົງ. ບາງສິ່ງທີ່ບໍ່ອາດຄິດໄດ້.
ເຮົາຮຽນຮູ້ຫຍັງແດ່ຈາກຕົວຢ່າງເຫລົ່ານີ້—ແລະ ຫລາຍຮ້ອຍຕົວຢ່າງອື່ນອີກຢູ່ໃນພຣະຄຳພີ?
ທຳອິດ, ຄົນຊອບທຳບໍ່ໄດ້ຖືກຍົກເວັ້ນຈາກການເດີນຜ່ານຮ່ອມພູອັນມືດໜາ. ເຮົາທຸກຄົນຕ້ອງຜ່ານຜ່າຊ່ວງເວລາທີ່ຫຍຸ້ງຍາກ, ເພາະວ່າເວລາຂອງຄວາມຍາກລຳບາກນີ້ແຫລະ ທີ່ເຮົາຈະໄດ້ຮຽນຮູ້ຫລັກທຳທີ່ເສີມສ້າງລັກສະນະຂອງເຮົາ ແລະ ເຮັດໃຫ້ເຮົາເຂົ້າໃກ້ພຣະເຈົ້າຫລາຍຍິ່ງຂຶ້ນ.
ທີສອງ, ພຣະບິດາເທິງສະຫວັນຂອງເຮົາຮູ້ວ່າເຮົາຮັບທຸກທໍລະມານ, ແລະ ຍ້ອນວ່າເຮົາເປັນລູກຂອງພຣະອົງ, ພຣະອົງຈະບໍ່ປະຖິ້ມເຮົາ.8
ໃຫ້ຄິດກ່ຽວກັບພຣະຜູ້ຊ່ວຍໃຫ້ລອດຜູ້ເຫັນອົກເຫັນໃຈ, ທີ່ໄດ້ໃຊ້ເວລາເກືອບຕະຫລອດຊີວິດຂອງພຣະອົງໃນການປະຕິບັດຕໍ່ຄົນເຈັບປ່ວຍ, ຄົນເປົ່າປ່ຽວ, ຄົນທີ່ສົງໄສ, ຄົນທີ່ໝົດຫວັງ.9 ທ່ານຄິດວ່າພຣະອົງຫ່ວງໃຍທ່ານໜ້ອຍກວ່ານັ້ນບໍໃນທຸກວັນນີ້?
ເພື່ອນທີ່ຮັກແພງ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າເອີຍ, ພຣະເຈົ້າຈະເຝົ້າດູແລ ແລະ ລ້ຽງດູທ່ານ ລະຫວ່າງຊ່ວງເວລາທີ່ບໍ່ແນ່ນອນ ແລະ ມີຄວາມຢ້ານກົວນີ້. ພຣະອົງຮູ້ຈັກທ່ານ. ພຣະອົງໄດ້ຍິນຄຳອ້ອນວອນຂອງທ່ານ. ພຣະອົງຊື່ສັດ ແລະ ເພິ່ງອາໄສໄດ້. ພຣະອົງຈະບັນລຸຄຳສັນຍາຂອງພຣະອົງ.
ພຣະອົງມີບາງສິ່ງທີ່ບໍ່ອາດຄິດໄດ້ສຳລັບທ່ານໂດຍສະເພາະ ແລະ ສຳລັບສາດສະໜາຈັກເປັນກຸ່ມໃຫຍ່—ນັ້ນຄື ງານແປກປະຫລາດ ແລະ ອັດສະຈັນ.
ເຮົາຂອບພຣະໄທສຳລັບສາດສະດາ
ວັນທີ່ດີທີ່ສຸດຍັງຢູ່ຂ້າງໜ້າ, ບໍ່ແມ່ນຢູ່ຂ້າງຫລັງເຮົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ມອບການເປີດເຜີຍ ສະໄໝໃໝ່ ໃຫ້ແກ່ເຮົາ! ປາດສະຈາກມັນ, ເຮົາຄົງຮູ້ສຶກວ່າຊີວິດຄືກັນກັບຍົນທີ່ບິນເຊີ່ນໄປເຊີ່ນມາ ເພື່ອລໍຖ້າໃຫ້ນ້ຳໝອກຫາຍໄປ ຈຶ່ງຈະໄດ້ບິນລົງເດີ່ນຢ່າງປອດໄພ. ຈຸດປະສົງຂອງພຣະຜູ້ເປັນເຈົ້າສຳລັບເຮົາແມ່ນສູງກວ່ານັ້ນອີກ. ຍ້ອນວ່ານີ້ແມ່ນສາດສະໜາຈັກຂອງພຣະຄຣິດທີ່ຊົງພຣະຊົນຢູ່, ແລະ ຍ້ອນວ່າພຣະອົງຊີ້ນຳບັນດາສາດສະດາຂອງພຣະອົງ, ເຮົາຈຶ່ງມຸ້ງໜ້າ ແລະ ສູງຂຶ້ນໄປເລື້ອຍໆ ຫາບ່ອນທີ່ເຮົາບໍ່ເຄີຍໄປ, ເຖິງບ່ອນທີ່ເຮົາບໍ່ອາດຄິດໄດ້!
ບັດນີ້, ມັນບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ປະເຊີນກັບຄວາມປັ່ນປ່ວນ ໃນການບິນຜ່ານຊ່ວງມະຕະຂອງເຮົາ. ມັນບໍ່ໄດ້ໝາຍຄວາມວ່າ ອຸປະກອນຈະບໍ່ຢຸດທຳງານ, ເຄື່ອງຈັກຈະບໍ່ເພງພັງ, ຫລື ອາກາດຈະບໍ່ຮ້າຍແຮງ. ຕາມຈິງແລ້ວ, ສິ່ງຕ່າງໆອາດຈະຮ້າຍແຮງກວ່າ ກ່ອນມັນຈະດີຂຶ້ນ.
ໃນຖານະນັກບິນສູ້ຮົບ ແລະ ກັບຕັນສາຍການບິນ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອຂ້າພະເຈົ້າບໍ່ສາມາດເລືອກທີ່ຈະຫລີກເວັ້ນຈາກຄວາມຍາກລຳບາກທີ່ຂ້າພະເຈົ້າປະເຊີນຂະນະທີ່ຂັບຍົນຢູ່, ແຕ່ຂ້າພະເຈົ້າສາມາດເລືອກທີ່ຈະຕຽມພ້ອມ ແລະ ເລືອກທີ່ຈະຮັບມືກັນມັນໄດ້. ສິ່ງທີ່ຕ້ອງເຮັດລະຫວ່າງວິກິດການຄື ໃຫ້ສະຫງົບໃຈ ແລະ ຕັ້ງສະຕິໃຫ້ດີ.
ເຮົາຈະເຮັດສິ່ງນີ້ໄດ້ແນວໃດ?
ເຮົາສູ້ໜ້າກັບຄວາມຈິງ ແລະ ຄືນສູ່ຂັ້ນພື້ນຖານ, ຄືນສູ່ຫລັກທຳພຣະກິດຕິຄຸນຂັ້ນພື້ນຖານ, ຄືນສູ່ສິ່ງທີ່ສຳຄັນກວ່າໝູ່ໝົດ. ທ່ານເພີ່ມຄວາມເຂັ້ມແຂງໃຫ້ແກ່ການປະພຶດທາງສາດສະໜາສ່ວນຕົວ—ເຊັ່ນການອະທິຖານ ແລະ ການສຶກສາພຣະຄຳພີ ແລະ ການຮັກສາພຣະບັນຍັດຂອງພຣະເຈົ້າ. ທ່ານຕັດສິນໃຈອີງຕາມການປະຕິບັດທີ່ຖືກຕ້ອງຫລາຍທີ່ສຸດ.
ເອົາໃຈໃສ່ຕໍ່ສິ່ງທີ່ທ່ານສາມາດເຮັດ ບໍ່ແມ່ນສິ່ງທີ່ທ່ານບໍ່ສາມາດເຮັດ.
ທ່ານສຳລວມສັດທາຂອງທ່ານ. ແລະ ໃຫ້ລໍຖ້າຟັງຄຳຊີ້ນຳຈາກພຣະຜູ້ເປັນເຈົ້າ ແລະ ຈາກສາດສະດາຂອງພຣະອົງ ເພື່ອນຳພາທ່ານໄປຫາບ່ອນປອດໄພ.
ຈົ່ງຈື່ຈຳໄວ້ວ່າ, ນີ້ຄືສາດສະໜາຈັກຂອງພຣະເຢຊູຄຣິດ—ພຣະອົງເປັນຜູ້ນຳພາ.
ໃຫ້ຄິດກ່ຽວກັບຄວາມກ້າວໜ້າທີ່ດົນໃຈ ຊຶ່ງໄດ້ເກີດຂຶ້ນໃນທົດສະວັດທີ່ຜ່ານມາ. ຕໍ່ໄປນີ້ແມ່ນສອງສາມຕົວຢ່າງ:
-
ສິນລະລຶກໄດ້ຖືກເນັ້ນຄືນໃໝ່ ໃຫ້ເປັນຈຸດໃຈກາງຂອງການນະມັດສະການໃນວັນຊະບາໂຕຂອງເຮົາ.
-
ປຶ້ມ ຈົ່ງຕາມເຮົາມາ ຖືກຈັດໄວ້ເພື່ອຊ່ວຍໃຫ້ບ້ານເຮືອນເປັນສູນກາງ, ໂດຍມີສາດສະໜາຈັກເປັນເຄື່ອງມືສະໜັບສະໜູນ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ບຸກຄົນ ແລະ ຄອບຄົວ.
-
ພວກເຮົາເລີ່ມຕົ້ນການປະຕິບັດສາດສະໜາກິດຕໍ່ທຸກຄົນໃນວິທີທາງທີ່ສູງກວ່າ ແລະ ສັກສິດກວ່າ.
-
ການໃຊ້ເທັກໂນໂລຈີໃນການແບ່ງປັນພຣະກິດຕິຄຸນ ແລະ ເຮັດວຽກງານຂອງພຣະຜູ້ເປັນເຈົ້າ ໄດ້ຂະຫຍາຍອອກກວ້າງຕະຫລອດທົ່ວສາດສະໜາຈັກ.
ແມ່ນແຕ່ກອງປະຊຸມໃຫຍ່ສາມັນພາກນີ້ ກໍຄົງເປັນໄປບໍ່ໄດ້ຖ້າປາດສະຈາກເທັກໂນໂລຈີທີ່ດີເລີດເຫລົ່ານີ້.
ອ້າຍເອື້ອຍນ້ອງທັງຫລາຍ, ໂດຍທີ່ມີພຣະຄຣິດນຳພາ, ສິ່ງຕ່າງໆຈະດີຂຶ້ນ; ມັນຈະເປັນແບບບໍ່ອາດຄິດໄດ້.
ວຽກງານເຕົ້າໂຮມອິດສະຣາເອນດຳເນີນໄປໜ້າ
ທຳອິດອາດເບິ່ງຄືວ່າ ການແຜ່ລະບາດທົ່ວໂລກເປັນສິ່ງກີດກັນວຽກງານຂອງພຣະຜູ້ເປັນເຈົ້າ. ຍົກຕົວຢ່າງ, ແບບແຜນຂອງການແບ່ງປັນພຣະກິດຕິຄຸນດັ້ງເດີມ ກໍບໍ່ສາມາດເຮັດອີກແລ້ວ. ເຖິງຢ່າງໃດກໍຕາມ, ການແຜ່ລະບາດໄດ້ເປີດເຜີຍວິທີທາງໃໝ່ ແລະ ສ້າງສັນກວ່າເກົ່າ ເລື່ອງການເອື້ອມອອກໄປຫາຜູ້ມີໃຈບໍລິສຸດ. ວຽກງານເຕົ້າໂຮມອິດສະຣາເອນກໍມີຫລາຍຂຶ້ນດ້ວຍພະລັງ ແລະ ຄວາມກະຕືລືລົ້ນ. ມັນມີເລື່ອງເລົ່າຫລາຍພັນເລື່ອງທີ່ຢືນຢັນກ່ຽວກັບສິ່ງນີ້.
ເພື່ອນທີ່ດີຄົນໜຶ່ງຜູ້ອາໄສຢູ່ປະເທດນອກແວທີ່ສວຍງາມ ໄດ້ຂຽນຫາແຮຣີແອດ ແລະ ຂ້າພະເຈົ້າກ່ຽວກັບການບັບຕິສະມາທີ່ມີຫລາຍກວ່າເກົ່າ ເມື່ອບໍ່ດົນມານີ້. “ໃນບ່ອນທີ່ໜ່ວຍສາດສະໜາຈັກຍັງນ້ອຍຢູ່,” ລາວຂຽນ, “ກິ່ງງ່ານ້ອຍຈະກາຍເປັນສາຂາ, ແລະ ສາຂາຈະກາຍເປັນຫວອດ!!”
ຢູ່ປະເທດເລັດເວຍ, ຜູ້ຍິງຄົນໜຶ່ງທີ່ໄດ້ພົບເຫັນສາດສະໜາຈັກໂດຍການເປີດເບິ່ງຂ່າວໂຄສະນາຢູ່ໃນອິນເຕີເນັດ ມີຄວາມຕື່ນເຕັ້ນຫລາຍທີ່ໄດ້ຮຽນຮູ້ກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ເຖິງຂະໜາດທີ່ນາງໄດ້ໄປຫາບ່ອນນັດພົບໜຶ່ງຊົ່ວໂມງລ່ວງໜ້າ, ແລະ ກ່ອນທີ່ຜູ້ສອນສາດສະໜາຈົບບົດຮຽນທຳອິດ, ນາງໄດ້ຖາມກ່ຽວກັບວັນທີ່ຈະຮັບບັບຕິສະມາແລ້ວ.
ຢູ່ທີ່ເອີຣົບຕາເວັນອອກ, ຜູ້ຍິງຄົນໜຶ່ງທີ່ໄດ້ຮັບໂທລະສັບຈາກຜູ້ສອນສາດສະໜາ ເວົ້າອອກມາວ່າ, “ຊິດສະເຕີ, ເປັນຫຍັງພວກເຈົ້າຈຶ່ງບໍ່ໂທມາໄວກວ່ານີ້? ຂ້ອຍໄດ້ລໍຖ້າພວກເຈົ້າຢູ່!”
ຜູ້ສອນສາດສະໜາຂອງພວກເຮົາຫລາຍຄົນ ກໍຫຍຸ້ງຫລາຍກວ່າທີ່ຜ່ານມາ. ຫລາຍຄົນໄດ້ສິດສອນຜູ້ຄົນຫລາຍກວ່າທີ່ຜ່ານມາ. ມັນມີການຕິດຕໍ່ຫລາຍກວ່າເກົ່າລະຫວ່າງສະມາຊິກ ແລະ ຜູ້ສອນສາດສະໜາ.
ຕາມຈິງແລ້ວ, ພວກເຮົາກໍເມື່ອຍກັບການເຂົ້າຫາແບບເກົ່າ ຈົນວ່າການແຜ່ລະບາດໄດ້ເປີດຕາພວກເຮົາ. ບາງທີພວກເຮົາກຳລັງສ້າງສາດ້ວຍຫີນຊາຍ ຂະນະທີ່ຫີນກະແຣນນິດມີໃຫ້ໃຊ້ຢູ່ແລ້ວ. ດ້ວຍຄວາມຈຳເປັນ, ເວລານີ້ພວກເຮົາໄດ້ຮຽນຮູ້ວິທີທີ່ຈະໃຊ້ແບບແຜນຕ່າງໆ, ລວມທັງເທັກໂນໂລຈີ, ເພື່ອເຊື້ອເຊີນຜູ້ຄົນ—ແບບທຳມະດາ ແລະ ແບບທຳມະຊາດ—ໃຫ້ມາເບິ່ງເອົາ, ມາຊ່ວຍເຫລືອ, ແລະ ມາເຂົ້າຮ່ວມ.
ວຽກງານຂອງພຣະອົງ, ວິທີທາງຂອງພຣະອົງ
ນີ້ຄືວຽກງານຂອງພຣະຜູ້ເປັນເຈົ້າ. ພຣະອົງເຊື້ອເຊີນເຮົາໃຫ້ຊອກຫາທາງຂອງພຣະອົງເພື່ອເຮັດມັນ, ແລະ ມັນອາດຈະແຕກຕ່າງຈາກປະສົບການໃນອະດີດຂອງເຮົາ.
ສິ່ງນີ້ໄດ້ເກີດກັບຊີໂມນເປໂຕ ແລະ ສານຸສິດຄົນອື່ນໆ ຜູ້ໄປຫາປາຢູ່ໃນທະເລຕີເບເຣຍ.
“ໃນຄືນນັ້ນພວກເພິ່ນບໍ່ໄດ້ປາຈັກໂຕ.
“ເມື່ອຮຸ່ງເຊົ້າ [ມາ] ພຣະເຢຊູຢືນຢູ່ແຄມຝັ່ງ. …
“ພຣະອົງບອກພວກເພິ່ນວ່າ, ຈົ່ງຖິ້ມມອງລົງໄປ [ເບື້ອງໜຶ່ງອີກ] ຂອງເຮືອ, ແລ້ວພວກເຈົ້າຈະໄດ້ປາ.”
ພວກເພິ່ນກໍໄດ້ຖິ້ມມອງລົງໄປເບື້ອງໜຶ່ງອີກ ແລະ “ຖືກປາຫລາຍຈົນດຶງມອງຂຶ້ນບໍ່ໄດ້.”10
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ ແລະ ຈະສືບຕໍ່ເປີດເຜີຍພຣະຫັດທີ່ຊົງລິດອຳນາດຍິ່ງໃຫຍ່ຂອງພຣະອົງ. ວັນເວລາຈະມາເຖິງເມື່ອເຮົາຫວນຄິດຄືນຫລັງ ແລະ ຮູ້ວ່າລະຫວ່າງຄວາມຍາກລຳບາກນີ້, ພຣະເຈົ້າໄດ້ຊ່ວຍເຫລືອເຮົາໃຫ້ພົບເຫັນວິທີທາງທີ່ດີກວ່າ—ວິທີທາງຂອງພຣະອົງ—ເພື່ອເສີມສ້າງອານາຈັກຂອງພຣະອົງຢູ່ໃນພື້ນຖານທີ່ໝັ້ນຄົງ.
ຂ້າພະເຈົ້າເປັນພະຍານວ່າ ນີ້ຄືວຽກງານຂອງພຣະເຈົ້າ ແລະ ພຣະອົງຈະສືບຕໍ່ເຮັດຫລາຍສິ່ງທີ່ບໍ່ອາດຄິດໄດ້ ໃນບັນດາລູກໆຂອງພຣະອົງ, ຜູ້ຄົນຂອງພຣະອົງ. ເຮົາຢູ່ໃນພຣະຫັດ ທີ່ໄດ້ຮັບການດູແລ ແລະ ເຫັນອົກເຫັນໃຈຂອງພຣະອົງ.
ຂ້າພະເຈົ້າເປັນພະຍານວ່າ ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາຂອງພຣະເຈົ້າໃນວັນເວລາຂອງເຮົາ.
ໃນຖານະອັກຄະສາວົກຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຂໍເຊື້ອເຊີນ ແລະ ອວຍພອນທ່ານ ໃຫ້ “ເຮັດທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດຂອງ [ທ່ານ] ຢ່າງເບີກບານມ່ວນຊື່ນ; ແລະ ຈາກນັ້ນຂໍໃຫ້ [ທ່ານ] ຈົ່ງຢືນຢູ່ຊື່ໆ, ດ້ວຍຄວາມໝັ້ນໃຈທີ່ສຸດ, ເພື່ອເຫັນຄວາມລອດຂອງພຣະເຈົ້າ, ແລະ ເພື່ອພຣະອົງຈະເປີດເຜີຍແຂນຂອງພຣະອົງ.”11 ແລະ ຂ້າພະເຈົ້າສັນຍາວ່າ ພຣະຜູ້ເປັນເຈົ້າຈະກໍ່ໃຫ້ເກີດສິ່ງທີ່ບໍ່ອາດຄິດໄດ້ ຈາກການອອກແຮງງານຢ່າງຊອບທຳຂອງທ່ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.