ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ສະ​ແຫວງ​ຫາ​ພຣະ​ຄຣິດ​ໃນ​ທຸກ​ຄວາມ​ຄິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ຈົ່ງ​ສະ​ແຫວງ​ຫາ​ພຣະ​ຄຣິດ​ໃນ​ທຸກ​ຄວາມ​ຄິດ

ການ​ຕໍ່​ສູ້​ກັບ​ການ​ລໍ້​ລວງ​ຈະ​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ຄວາມ​ຊື່​ສັດ​ຕະ​ຫລອດ​ຊີ​ວິດ. ແຕ່​ຈົ່ງ​ຮູ້​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ ໃນ​ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ​ຂອງ​ເຮົາ.

ໃນ​ກະ​ວີເພງ​ສວດ​​ສັນ​ລະ​ເສີນ​ຂອງ​ເພິ່ນ, ຜູ້​ຂຽນ​ເພງສັນ​ລະ​ເສີນ​ໄດ້​ປະ​ກາດ​ວ່າ:

“ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ໄດ້​ກວດ​ເບິ່ງ​ຂ້າ​ນ້ອຍ, ແລະ ຮູ້​ຈັກ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ.

“ພຣະ​ອົງ​ຮູ້​ທຸກໆ​ສິ່ງ​ທີ່​ຂ້າ​ນ້ອຍ​ກະ​ທຳ​ໄປ, ເຖິງວ່າ​ຢູ່​ໄກ ພຣະ​ອົງເຂົ້າ​ໃຈ​ຄວາມ​ນຶກ​ຄິດ​ຂອງ​ຂ້າ​ນ້ອຍ​ໄດ້.

“ພຣະ​ອົງ​ເຫັນ​ຂ້າ​ນ້ອຍ​ຕອນກຳ​ລັງ​ເຮັດ​ວຽກ​ງານ ຫລື ພັກ​ຜ່ອນ, ແລະ ຮູ້​ຈັກ​ການ​ກະ​ທຳ​ທຸກ​ຢ່າງ​ຂອງ​ຂ້າ​ນ້ອຍ​ໄດ້.”1

ໃນ​ຄຳ​ກະ​ວີ​ທີ່ເທົ່າ​ທຽມ​ທາງ​ຄວາມ​ໝາຍນີ້, ຜູ້​ຂຽນ​ເພງສັນ​ລະ​ເສີນ ໄດ້​ກ່າວສັນ​ລະ​ເສີນ​ຄຸນ​ລັກ​ສະ​ນະ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເລື່ອງ​ຄວາມ​ຮອບ​ຮູ້​ທຸກ​ຢ່າງ ເພາະ​ວ່າ​ພຣະ​ອົງ​ຮູ້​ທຸກໆ​ດ້ານ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ.2 ໂດຍ​ທີ່​ຮູ້ວ່າ​ທຸກສິ່ງ​ຢ່າງນັ້ນ​ຈຳ​ເປັນ​ຕໍ່​ເຮົາ​ໃນ​ຊີ​ວິດນີ້, ພຣະຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ເຊື້ອ​ເຊີນ​ເຮົາ​ໃຫ້​ສະ​ແຫວງ​ຫາ​ພຣະ​ອົງ​ໃນ​ທຸກ​ຄວາມ​ຄິດ ແລະ ໃຫ້​ຕິດ​ຕາມ​ພຣະ​ອົງ​ດ້ວຍ​ສຸດ​ໃຈ.3 ສິ່ງນີ້​ໃຫ້​ຄຳ​ສັນ​ຍາ​ວ່າ ເຮົາ​ສາ​ມາດ​ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ ແລະ ການ​ນຳ​ພາ​ຂອງ​ພຣະ​ອົງ​ກີດ​ກັນ​ອິດ​ທິ​ພົນ​ຂອງ​ຄວາມ​ມືດ​ໃນ​ຊີ​ວິດ​ຂອງ​ເຮົາ.4

ການ​ສະ​ແຫວງ​ຫາ​ພຣະ​ຄຣິດ​ໃນ​ທຸກ​ຄວາມ​ຄິດ ແລະ ການ​ຕິດ​ຕາມ​ພຣະ​ອົງ​ດ້ວຍ​ສຸດ​ໃຈ ຮຽກ​ຮ້ອງ​ໃຫ້​ເຮົາ​ປັບ​ຈິດ​ໃຈ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ຂອງ​ພຣະ​ອົງ.5 ພຣະ​ຄຳ​ພີ​ອ້າງ​ເຖິງ​ການ​ປັບ​ຈິດ​ໃຈນີ້ ວ່າ​ເປັນ “[ການ] ຕັ້ງ​ໝັ້ນ​ຢູ່​ໃນພຣະ​ຜູ້​ເປັນ​ເຈົ້າ.”6 ການ​ເຮັດ​ສິ່ງນີ້ຖືວ່າ​ເຮົາ​ສືບ​ຕໍ່​ດຳ​ລົງ​ຊີ​ວິດ​ໃຫ້​ສອດຄ່ອງ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງພຣະ​ຄຣິດ ແລະ ເອົາ​ໃຈ​ໃສ່ກັບ​ສິ່ງ​ທີ່​ດີ​ທຸກໆ​ວັນ.7 ພຽງ​ແຕ່​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ບັນ​ລຸ “ສັນຕິ​ສຸກ​​ທີ່​ມາ​ຈາກພຣະ​ເຈົ້າ, ຊຶ່ງ​ເກີນ​ຄວາມ​ເຂົ້າ​ໃຈ” ແລະ ຈະ “ເຝົ້າ​ຮັກ​ສາ​ຈິດ​ໃຈ ແລະ ຄວາມ​ຄິດ [ຂອງ​ເຮົາ] ຜ່ານ​ທາງພຣະ​ເຢ​ຊູ​ຄຣິດ.”8 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ​ໄດ້ແນະ​ນຳ​ພວກ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເດືອນ​ກຸມ​ພາ ປີ 1831 ວ່າ, “ຈົ່ງ​ສະ​ສົມ​ເລື່ອງ​ເຫລົ່າ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ເຈົ້າ, ແລະ ໃຫ້​ຄວາມ​ນອບ​ນ້ອມ​ຊົ່ວ​ນິ​ລັນ​ດອນ​ຢູ່​ໃນ​ຈິດ​ໃຈ​ຂອງ​ພວກ​ເຈົ້າ.”9

ເຖິງແມ່ນວ່າເຮົາສືບຕໍ່ພະຍາຍາມສະແຫວງຫາພຣະຜູ້ເປັນເຈົ້າ, ແຕ່ຄວາມຄິດທີ່ບໍ່ເໝາະສົມກໍຍັງ ແຊກຊຶມເຂົ້າສູ່ຈິດໃຈຂອງເຮົາຢູ່. ເມື່ອ​ເຮົາ​ຄິດ ຫລື ໃຫ້​ຄວາມ​ຄິດນັ້ນ​ຢູ່​ກັບ​ເຮົາ, ມັນຈະມີອຳນາດປັບປ່ຽນຄວາມປາດຖະໜາຂອງໃຈເຮົາ ແລະ ນຳພາເຮົາໄປສູ່ຜູ້ທີ່ເຮົາຈະກາຍເປັນໃນຊີວິດນີ້ ແລະ ສິ່ງທີ່ເຮົາຈະໄດ້ຮັບເປັນມູນມໍລະດົກ ຊົ່ວນິລັນດອນ.10 ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ຄັ້ງ​ໜຶ່ງ​ເຄີຍ​ເນັ້ນ​ຫລັກ​ທຳ​ຂໍ້​ນີ້ວ່າ, “ຄວາມ​ປາດ​ຖະ​ໜາ … ເປັນ​ສິ່ງ​ກຳ​ນົດ​ຜົນທີ່​ອອກ​ມາ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ລວມ​ທັງເປັນ​ຫຍັງ ‘ຫລາຍ​ຄົນ​ຖືກ​ເອີ້ນ, ແຕ່​ໜ້ອຍ​ຄົນ​ຖືກ​ເລືອກ.’”11

ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ແລະ ສະ​ໄໝໃໝ່ ໄດ້​ເຕືອນ​ເຮົາ​ສະ​ເໝີ ເລື່ອງ​ການຕ້ານ​ທານ​ກັບ​ການ​ລໍ້​ລວງ ເພື່ອຫລີກ​ລ້ຽງ​ຈາກ​ການ​ສູນ​ເສຍ​ແຮງ​ທ່ວງດຶງ​ທາງວິນ​ຍານ ແລະ ຊີ​ວິດເກີດ​ສັບ​ສົນ, ງົງ​​ງັນ, ແລະ ທໍ້​ແທ້.

ໃນ​ການ​ເວົ້າ​ແບບ​ປຽບ​ທຽບ​, ການຍອມ​ຕໍ່​ການ​ລໍ້​ລວງ​ແມ່ນ​ຄື​ກັນ​ກັບ​ການ​ເຂົ້າ​ໄປ​ໃກ້​ແມ່​ເຫລັກ​ພ້ອມ​ກັບ​ໂລ​ຫະ. ພະ​ລັງ​ລຶກ​ລັບ​ຂອງ​ແມ່​ເຫລັກ​ຈະ​ດຶງ​ດູດ​ເອົາ​ໂລ​ຫະ​ເຂົ້າ​ໄປ​ຕິດ​ຢູ່​ກັບ​ມັນ. ແມ່​ເຫລັກ​ບໍ່ສາ​ມາດ​ດຶງ​ດູດ​ໂລ​ຫະ ຖ້າ​ຫາກ​ໂລ​ຫະ​ຢູ່​ຫ່າງໄກ​ຈາກ​ມັນ. ສະ​ນັ້ນ, ຄື​ກັນ​ກັບ​ແມ່​ເຫລັກ​ບໍ່​ສາ​ມາດ​ດຶງ​ດູດ​ໂລ​ຫະ​ທີ່​ຢູ່​ຫ່າງ​ໄກ​ຈາກ​ມັນ, ເມື່ອເຮົາ​ຫລີກ​ລ້ຽງ​ຈາກ​ການ​ລໍ້​ລວງ, ມັນ​ຈະ​ສະ​ຫລາຍ​ໄປ ຫລື ບໍ່​ມີ​ພະ​ລັງ​ຄວບ​ຄຸມ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຮົາ ແລະ, ໃນ​ທີ່​ສຸດ, ບໍ່ສາ​ມາດ​ຄວບ​ຄຸມ​ການ​ປະ​ພຶດ​ຂອງ​ເຮົາ​ໄດ້.

ຄຳປຽບ​ທຽບ​ນີ້​ເຕືອນຂ້າ​ພະ​ເຈົ້າ​ເຖິງ​ປະ​ສົບ​ການ​ໜຶ່ງ​ທີ່​ສະ​ມາ​ຊິກ​ທີ່ຊື່​ສັດ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ ດົນ​ນານ​ມາ​ແລ້ວ. ສະ​ມາ​ຊິກ​ຄົນ​ນີ້​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເມື່ອນາງ​ຕື່ນ​ຂຶ້ນ​ໃນ​ເຊົ້າ​ມື້​ໜຶ່ງ, ຄວາມ​ຄິດ​ທີ່ບໍ່​ດີ ທີ່​ນາງບໍ່​ເຄີຍ​ຄິດ​ມາ​ກ່ອນ ແລະ ບໍ່​ນຶກບໍ່​ຝັນ​ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ນາງ. ເຖິງ​ແມ່ນ​ມັນ​ເຮັດ​ໃຫ້​ນາງ​ຕົກ​ຕະ​ລຶງ, ແຕ່​ນາງ​ກໍ​ໄດ້​ຕ້ານ​ມັນ​ທັນ​ທີ, ໂດຍ​ການ​ເວົ້າ​ວ່າ, “ບໍ່!” ແລະ ໄດ້​ຄິດ​ກ່ຽວ​ກັບ​ເລື່ອງ​ອື່ນ ເພື່ອ​ປ່ຽນ​ຄວາມ​ຄິດ​ທີ່ບໍ່​ເພິ່ງ​ປາດ​ຖະ​ໜານັ້ນ. ນາງ​ບອກຂ້າ​ພະ​ເຈົ້າ​ວ່າ ເມື່ອ​ນາງ​ໃຊ້​ອຳ​ເພີ​ໃຈໃນ​ທາງ​ທີ່​ຊອບ​ທຳ, ຄວາມ​ຄິດບໍ່​ດີ​ນັ້ນ, ໄດ້​ຫາຍ​ໜີ​ຢ່າງ​ໄວ.

ເມື່ອ​ໂມ​ໂຣ​ໄນໄດ້​ເອີ້ນ​ໃຫ້​ຜູ້​ຄົນເຊື່ອ​ໃນ​ພຣະ​ຄຣິດ ແລະ ກັບ​ໃຈ, ເພິ່ນ​ໄດ້​ເຕືອນ​ພວກ​ເຂົາ​ໃຫ້​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດດ້ວຍ​ສຸດ​ໃຈ, ປົດ​ເປື້ອງຕົວ​ອອກ​ຈາກ​ຄວາມບໍ່​ສະ​ອາດ​ທຸກ​ຢ່າງ. ຍິ່ງ​ໄປ​ກວ່ານັ້ນ, ໂມ​ໂຣ​ໄນ​ຍັງ​ໄດ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ທູນ​ຕໍ່​ພຣະ​ເຈົ້າ, ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່ບໍ່​ປ່ຽນ​ແປງ, ຂໍ​ໃຫ້​ພວກ​ເຂົາ​ບໍ່​ຕົກ​ໄປ​ສູ່​ການ​ລໍ້​ລວງ.12 ການ​ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ເຮົາ ຮຽກ​ຮ້ອງ​ຫລາຍກວ່າ​ພຽງ​ແຕ່​ເຊື່ອ; ມັນ​ຮຽກ​ຮ້ອງໃຫ້​ປັບ​ປ່ຽນ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຮົາໃຫ້​ເຂົ້າ​ກັບ​ຫລັກ​ທຳແຫ່ງ​ສະ​ຫວັນ​ເຫລົ່າ​ນີ້ນຳ​ອີກ. ການປັບ​ປ່ຽນ​ເຊັ່ນ​ນັ້ນ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ທຸກວັນ, ນອກ​ເໜືອ​ໄປ​ຈາກ​ການ​ເພິ່ງ​ອາ​ໄສ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພາະ​ວ່າ​ຄວາມ​ໂນ້ມ​ອຽງ​ຂອງ​ຄວາມ​ເປັນ​ມະ​ຕະຂອງ​ເຮົາ ຈະບໍ່​ສູນ​ຫາຍໄປ​ເອງ. ການ​ຕໍ່​ສູ້​ກັບ​ການ​ລໍ້​ລວງ​ຈະ​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ຄວາມ​ຊື່​ສັດ​ຕະ​ຫລອດ​ຊີ​ວິດ. ແຕ່​ຈົ່ງ​ຮູ້​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ ໃນ​ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ​ຂອງ​ເຮົາ ແລະ ສັນ​ຍາ​ຈະ​ປະ​ທານ​ພອນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຫ້​ເຮົາ ຖ້າ​ຫາກ​ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

ໃນ​ໄລ​ຍະ​ໜຶ່ງ​ຕອນ​ໂຈ​ເຊັບ ສະ​ມິດ ແລະ ໝູ່​ເພື່ອນຜູ້​ບຸກ​ເບີກ​ທີ່​ຢູ່​ໃນ​ຄຸກລີ​ເບີ​ຕີ​ກັບ​ເພິ່ນ ບໍ່ມີ​ອິດ​ສະ​ລະ​ທີ່​ຈະ​ເຮັດ​ສິ່ງ​ໃດ ນອກ​ຈາກ​ພຽງ​ແຕ່​ຄິດ​ເທົ່າ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ ແລະ ສັນ​ຍາ​ກັບ​ພວກ​ເພິ່ນ ຊຶ່ງກ່ຽວ​ພັນ​ກັບ​ເຮົາ​ຄື​ກັນ ທີ່​ວ່າ:

“ໃຫ້​ອຸ​ທອນ​ຂອງ​ເຈົ້າ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ​ຕໍ່​ມະນຸດ​ທັງ​ປວງ​ນຳ​ອີກ, ແລະ ຕໍ່​ຄອບ​ຄົວ​ແຫ່ງ​ສັດທາ, ແລະ ໃຫ້ຄຸນ​ນະ​ທຳ​ປະດັບ ຄວາມ​ນຶກ​ຄິດ​ຂອງ​ເຈົ້າ​ຢ່າງ​ບໍ່​ເສື່ອມ​ຄາຍ; ເມື່ອ​ນັ້ນ​ຄວາມ​ໝັ້ນ​ໃຈ​ຂອງເຈົ້າຈະ​ແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; …

“ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ຂອງ​ເຈົ້າສະເໝີ, ແລະ ໄມ້​ຄ້ອນ​ເທົ້າ​ແຫ່ງ​ອຳນາດ​ຂອງ​ເຈົ້າ ຈະ​ເປັນ​ໄມ້​ຄ້ອນ​ເທົ້າ​ອັນ​ບໍ່​ປ່ຽນ​ແປງ​ແຫ່ງ​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງ.”13

ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ຄວາມ​ຄິດ​ທີ່​ບໍ​ລິ​ສຸດ​ຈະ​ສືບ​ຕໍ່​ປະ​ດັບ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຮົາ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ບໍ​ລິ​ສຸດ​ຈະ​ນຳ​ພາ​ເຮົາເຮັດສິ່ງ​ທີ່​ຊອບ​ທຳ.

ໂມ​ໂຣ​ໄນ​ຍັງ​ໄດ້​ຕັກ​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນບໍ່​ໃຫ້​ຖືກຄວບ​ຄຸມ​ໂດຍ​ກິ​ເລດ​ຕັນ​ຫາ​ຂອງ​ຕົນ​ເອງ​ນຳ​ອີກ.14 ຄຳ​ວ່າ ກິ​ເລດ​ຕັນ​ຫາ ແມ່ນ​ຄວາມ​ປາດ​ຖະ​ໜາ​ທີ່​ຮຸນ​ແຮງ ແລະ ບໍ່​ເໝາະ​ສົມ​ສຳ​ລັບ​ບາງ​ສິ່ງ​ບາງ​ຢ່າງ.15 ມັນ​ລວມ​ດ້ວຍ​ຄວາມ​ຄິດ​ທີ່​ມືດ​ມົນ ຫລື ຄວາມ​ປາດ​ຖະ​ໜາ​ທີ່​ຊົ່ວ​ຮ້າຍ ອັນ​ທີ່​ເຮັດ​ໃຫ້​ບຸກ​ຄົນ​ເອົາ​ໃຈ​ໃສ່​ກັບ​ການ​ເຮັດ​ບາງ​ສິ່ງ​ແບບ​ເຫັນ​ແກ່​ຕົວ ຫລື ສະ​ແຫວງ​ຫາ​ສິ່ງ​ທີ່​ເປັນ​ຂອງ​ໂລກ ແທນ​ທີ່ຈະ​ສະ​ແຫວງ​ຫາ​ສິ່ງ​ທີ່​ດີ, ການ​ມີເມດ​ຕາ, ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ, ອື່ນໆ. ມັນ​ມັກ​ສະ​ແດງ​ໃຫ້​ປະ​ຈັກຜ່ານ​ທາງ​ຄວາມ​ຮູ້​ສຶກ​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຂອງ​ຈິດ​ວິນ​ຍານ. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້ຊີ້ບອກ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ບາງ​ຢ່າງ​ເຫລົ່າ​ນີ້, ດັ່ງ​ເຊັ່ນ, ຄວາມ​ສົກ​ກະ​ປົກ, ຄວາມ​ບ້າ​ຕັນ​ຫາ, … ຄວາມ​ກຽດ​ຊັງ, … ຄວາມ​ໂມ​ໂຫ, ຄວາມ​ຂັດ​ແຍ້ງ, … ຄວາມ​ອິດ​ສາ​ບັງ​ບຽດ, … ແລະ ອື່ນໆ​ທີ່​ຄື​ກັນ​ນີ້.”16 ນອກ​ເໜືອ​ໄປ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທຸກ​ດ້ານ​ຂອງ​ກິ​ເລດ​ຕັນ​ຫາ​ແລ້ວ, ເຮົາ​ບໍ່​ຄວນ​ລືມ​ສັດ​ຕູ​ທີ່​ໃຊ້​ມັນ​ເປັນ​ອາ​ວຸດ​ທີ່​ລຶກ​ລັບ ແລະ ລໍ້​ລວງ​ຕ້ານ​ເຮົາ ເມື່ອ​ມັນ​ພະ​ຍາ​ຍາມ​ລໍ້​ລວງ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່ບໍ່​ຖືກ​ຕ້ອງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ເພິ່ງ​ອາ​ໄສ​ຫີນສີ​ລາ​ແຫ່ງ​ຄວາມ​ລອດ, ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ເຮົາ, ແລະ ດ້ວຍ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ໂມ​ໂຣ​ໄນ, ແລ້ວເຮົາ​ຈະ​ສາ​ມາດ​ບັງ​ຄັບ​ຄວາມ​ຄິດ​ຂອງ​ເຮົາ​ໄດ້​ຫລາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ໝັ້ນ​ໃຈ​ໄດ້​ວ່າ ການ​ໃຫຍ່​ເຕັມ​ຕົວ​ທາງວິນ​ຍານ​ຂອງ​ເຮົາ​ຈະ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ, ປ່ຽນ​ແປງ​ຫົວ​ໃຈ​ຂອງ​ເຮົາ, ເຮັດ​ໃຫ້​ເຮົາ​ເປັນ​ເໝືອນ​ດັ່ງພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນກວ່າ​ເກົ່າ. ພ້ອມນີ້, ອິດ​ທິ​ພົນ​ຂອງພຣະ​ວິນ​ຍານ​ບໍ​ລິ​ສຸດຈະ​ແຮງ​ກ້າ​ຫລາຍກວ່າ​ເກົ່າ ແລະ ມີ​ສືບ​ຕໍ່​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ. ການ​ລໍ້​ລວງ​ຂອງ​ສັດ​ຕູ ຈະ​ເສື່​ອມພະ​ລັງ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ໃນ​ທີ່​ສຸດ​ເຮົາ​ຈະ​ມີ​ຄວາມ​ສຸກ ແລະ ມີຊີ​ວິດ​ທີ່ບໍ​ລິ​ສຸດ ແລະ ອຸ​ທິດ​ຕົນ​ຫລາຍກວ່າເກົ່າ.

ບໍ່​ວ່າ​ຜູ້​ໃດ​ກໍ​ຕາມ, ເປັນ​ດ້ວຍເຫດ​ໃດ​ກໍ​ຕາມ, ທີ່​ໄດ້ຕົກ​ໄປ​ສູ່​ການ​ລໍ້ລວງ ແລະ ເຮັດສິ່ງ​ທີ່ບໍ່​ຊອບ​ທຳ, ຂ້າ​ພະ​ເຈົ້າ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ມີ​ທາງ​ກັບ​ມາ​ຢູ່, ມີ​ຄວາມ​ຫວັງ​ຢູ່ ໃນ​ພຣະ​ຄຣິດ. ສອງ​ສາມ​ປີຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ເວົ້າ​ລົມ​ກັບ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ໜຶ່ງ ຜູ້​ມີ​ບັນ​ຫາ​ໃນ​ຊີ​ວິດ​ຫລາຍ​ທີ່​ສຸດ ຫລັງ​ຈາກ​ທີ່​ລາວ​ໄດ້​ທຳ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ. ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ​ລາວ, ກໍ​ເຫັນຄວາມ​ໂສກ​ເສົ້າ​ຢູ່​ໃນ​ສາຍ​ຕາ​ຂອງ​ລາວ, ແຕ່​ຍັງ​ເຫັນ​ຄວາມ​ຫວັງ​ທີ່​ແຈ່ມ​ໃສ​ຢູ່​ໃນ​ໃບ​ໜ້າ​ຂອງ​ລາວ​ຢູ່. ສິ່ງ​ເຫລົ່າ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຖ່ອມ​ຕົວ ແລະ ໃຈທີ່​ປ່ຽນ​ແປງ. ລາວ​ໄດ້​ເປັນ​ຊາວ​ຄຣິດທີ່​ອຸ​ທິດ​ຕົນ​ມາ​ຕະ​ຫລອດ ແລະ ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ໄດ້​ເກີດ​ມີ​ຄວາມ​ຄິດ​ທີ່ບໍ່​ເໝາະ​ສົມ​ຢ່າງ​ໜຶ່ງ, ຊຶ່ງ​ພາໃຫ້​ຄິດ​ຢ່າງ​ອື່ນໆ​ອີກ. ເມື່ອ​ລາວຍອມ​ຕໍ່​ຄວາມ​ຄິດ​ເຫລົ່າ​ນັ້ນ​ຫລາຍຂຶ້ນ​ເທົ່າ​ໃດ, ມັນ​ກໍ​ສຸມ​ຢູ່​ໃນ​ຈິດ​ໃຈ​ຂອງ​ລາວ​ຫລາຍ​ຍິ່ງ​ຂຶ້ນ​ເທົ່າ​ນັ້ນ ແລະ ລາມ​ເຂົ້າ​ເຖິງ​ຫົວ​ໃຈ. ໃນ​ທີ່​ສຸດ ​ລາວ​ກໍ​ໄດ້​ເຮັດ​ຕາມ​ຄວາມ​ປາດ​ຖະ​ໜາ​ເຫລົ່າ​ນັ້ນ, ຊຶ່ງ​ນຳ​ພາ​ລາວ​ໃຫ້​ຕໍ່​ຕ້ານ​ທຸກ​ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ລາວ. ລາວບອກ​ຂ້າ​ພະ​ເຈົ້າ​ວ່າ ຖ້າ​ຫາກ​ລາວ​ໄດ້​ກຳ​ຈັດ​ຄວາມ​ຄິດ​ທີ່​ໂງ່​ຈ້າ​ແຕ່​ຕອນ​ຕົ້ນ, ລາວ​ຄົງ​ບໍ່​ກາຍ​ເປັນ​ເຫຍື່ອ ແລະ ອ່ອນ​ໄຫວ​ຕໍ່​ການ​ລໍ້​ລວງ​ຂອງ​ສັດ​ຕູ—ການ​ລໍ້​ລວງ​ທີ່​ນຳ​ຄວາມ​ໂສກ​ເສົ້າ​ຫລາຍ​ທີ່​ສຸດ​ມາ​ສູ່​ຊີ​ວິດ​ຂອງ​ລາວ, ຢ່າງ​ໜ້ອຍ​ໃນຊົ່ວ​ໄລ​ຍະ​ໜຶ່ງ.

ແຕ່​ຍັງ​ໂຊກ​ດີ​ຢູ່, ຄື​ກັນ​ກັບ​ລູກ​ຊາຍ​ທີ່​ເສຍ ໃນ​ຄຳ​ອຸ​ປະ​ມາ​ຢູ່​ໃນ​ພຣະ​ທຳ​ລູ​ກາ, “ລາວ​ສຳ​ນຶກ​ໄດ້” ແລະ ຕື່ນ​ຈາກ​ການຝັນ​ຮ້າຍ.17 ລາວ​ໄດ້​ເລີ່ມ​ຕົ້ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ອີກ ແລະ ສຳ​ນຶກ​ຜິດ ແລະ ປາດ​ຖະ​ໜາ​ທີ່​ຈະ​ກັບ​ຄືນ​ມາ​ຫາຝູງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ມື້ນັ້ນ ພວກ​ເຮົາ​ທັງ​ສອງ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສຳ​ລັບ​ພວກ​ເຮົາ. ໃນ​ທ້າຍ​ການ​ພົບ​ປະ​ຂອງ​ພວກ​ເຂົາ, ພວກ​ເຮົາ​ທັງ​ສອງ​ໄດ້​ນ້ຳ​ຕາ​ໄຫລ, ແລະ ຈົນ​ເຖິງມື້ນີ້, ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ຄວາມ​ສຸກ​ຢູ່​ເທິງ​ໃບ​ໜ້າ​ຂອງ​ລາວ ຂະ​ນະ​ທີ່​ລາວ​ເດີນ​ອອກ​ຈາກ​ຫ້ອງ​ການ​ຂອງ​ຂ້າ​ພະ​ເຈົ້າ​ໄປ.

ພີ່​ນ້ອງ​ເອີຍ, ເມື່ອ​ເຮົາ​ຫລີກລ້ຽງ​ຈາກ​ການ​ລໍ້​ລວງ​ອັນ​ເລັກ​ນ້ອຍ, ຊຶ່ງ​ມັກ​ຈະ​ມາ​ເຖິງ​ແບບບໍ່​ຮູ້​ສຶກ​ຕົວໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວ​ເຮົາຈະ​ສາ​ມາດ​ຫລີກ​ເວັ້ນ​ຈາກ​ການ​ລ່ວງ​ລະ​ເມີດ​ທີ່​ຮ້າຍ​ແຮງ ໄດ້​ດີກວ່າ​ເກົ່າ. ດັ່ງ​ທີ່​ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ກ່າວ​ວ່າ: “ໜ້ອຍ​ເທື່ອ​ທີ່​ຜູ້​ຄົນ​ລ່ວງ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ ປາດ​ສະ​ຈາກ​ການຍອມ​ຕໍ່ບາບອັນ​ເລັກໆ​ນ້ອຍໆ​ກ່ອນ, ຊຶ່ງ​ເປີດ​ປະ​ຕູ​ໃຫ້​ກວ້າງ​ອອກຫລາຍ​ຍິ່ງ​ຂຶ້ນ. … ‘ທົ່ງ​ທີ່​ສະ​ອາດ [ຈະ​ບໍ່] [ເຕັມ​ໄປ​ດ້ວຍ] ຫຍ້າ​ໃນ​ທັນ​ທີ​ທັນ​ໃດ.’”18

ຂະ​ນະ​ທີ່​ກະ​ກຽມ​ເພື່ອ​ບັນ​ລຸ​ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ​ຕົວ​ຢ່າງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຕໍ່​ຕ້ານ​ທັນ​ທີ​ກັບ​ທຸກ​ສິ່ງ​ທີ່​ອາດ​ຂັດ​ຂວາງ​ເຮົາ​ຈາກ​ການບັນ​ລຸ​ຈຸດ​ປະ​ສົງ​ນິ​ລັນ​ດອນ​ຂອງ​ເຮົາ. ຫລັງ​ຈາກ​ທີ່​ສັດ​ຕູ​ໂຈມ​ຕີບໍ່​ສຳ​ເລັດ​ຫລາຍ​ເທື່ອ, ພະ​ຍາ​ຍາມ​ກີດກັນ​ພຣະ​ອົງ ຈາກ​ພາ​ລະ​ກິດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຂັບ​ໄລ່​ມານຮ້າຍ ຢ່າງ​ເດັດ​ຂາດ ໂດຍ​ກ່າວ​ວ່າ: “ຈົ່ງ​ໜີ​ໄປ, ອ້າຍ​ຊາ​ຕານ. … ແລ້ວ​ມານ​ຮ້າຍ​ກໍ​ໄດ້​ໜີ​ໄປ​ຈາກ​ພຣະ​ອົງ, ແລະ ມີ​ເຫລົ່າ​ທູດ​ມາ​ບົວ​ລະ​ບັດ​ຮັບ​ໃຊ້​ພຣະ​ອົງ.”19

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານຄິດ​ອອກ​ບໍ​ວ່າ ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ຖ້າ​ຫາກ​ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ແລະ ຄວາມກ້າຫານ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກ່າວ​ວ່າ, “ບໍ່” ແລະ “ຈົ່ງ​ໜີ​ໄປ” ກັບ​ຄວາມ​ຄິດ​ທີ່ບໍ່ດີ​ງາມ ໃນ​ນາ​ທີ​ທີ່​ມັນ​ເຂົ້າມາ​ສູ່​ຈິດ​ໃຈ​ຂອງ​ເຮົາ? ແມ່ນ​ຫຍັງ​ຄື​ຜົນ​ກະ​ທົບຂອງ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ? ຜົນ​ຂອງ​ການ​ກະ​ທຳ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນກວ່າ​ເກົ່າ ແລະ ປ່ອຍ​ໃຫ້​ອິດ​ທິ​ພົນ​ອັນ​ຕໍ່​ເນື່ອງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ​ໄດ້​ແນວ​ໃດ? ຂ້າ​ພະ​ເຈົ້າ​ຮູ້​ວ່າ ໂດຍການເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ, ເຮົາ​ຈະ​ຫລີກ​ເວັ້ນ​ຈາກ​ຄວາມ​ໂສກ​ເສົ້າ ແລະ ການ​ປະ​ພຶດ​ທີ່ບໍ່​ເພິ່ງ​ປາດ​ຖະ​ໜາ​ຫລາຍ​ຢ່າງ ທີ່​ອາດ​ເຮັດ​ໃຫ້​ເກີດ​ບັນ​ຫາ​ໃນ​ຄອບ​ຄົວ ແລະ ມີການ​ຜິດ​ຖຽງ​ກັນ, ຄວາມ​ຮູ້​ສຶກ ແລະ ຄວາມ​ໂນ້ມ​ອຽງ​ໃນ​ທາງ​ລົບ, ການ​ກະ​ທຳ​ທີ່ບໍ່​ຍຸດ​ຕິ​ທຳ ແລະ ການ​ຂົ່ມ​ເຫັງ, ​ການຕົກ​ເປັນ​ທາດ​ຂອງ​ການ​ຕິດ​ແສດ​ທີ່​ຊົ່ວ​ຮ້າຍ, ແລະ ທຸກ​ສິ່ງ​ອື່ນ​ອີກ​ທີ່​ຕໍ່​ຕ້ານ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ໃນ​ຂ່າວ​ສານ​ແຫ່ງ​ປະ​ຫວັດ​ສາດ ແລະ ປະ​ທັບ​ໃຈ​ຂອງ​ເພິ່ນ ຈາກ​ເດືອນ​ເມ​ສາ​ປີນີ້, ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສັນ​ຍາ​ວ່າ ທຸກ​ຄົນ​ທີ່​ເຕັມ​ໃຈ “ຟັງ​ພຣະ​ອົງ”—ຟັງ ພຣະ​ເຢ​ຊູຄຣິດ—ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ “ຈະ​ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ​ເພີ່ມ​ເຕີມ ທີ່​ຈະ​ສາ​ມາດ​ປະ​ເຊີນ​ກັບ​ການ​ລໍ້​ລວງ, ການດີ້ນ​ລົນ, ແລະ ຄວາມ​ອ່ອນ​ແອ​ໄດ້” ແລະ ວ່າເຮົາ​ຈະ​ຮູ້​ສຶກ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນກວ່າ​ເກົ່າ, ແມ່ນ​ແຕ່​ໃນ​ໄລ​ຍະ​ທີ່​ມີ​ຄວາມ​ປັ່ນ​ປ່ວນຫລາຍ​ຂຶ້ນ​ໃນ​ປະ​ຈຸ​ບັນນີ້.20

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ຄຳ​ສັນ​ຍາ​ທີ່ມອບ​ໃຫ້​ໂດຍ​ສາດ​ສະ​ດາ​ຂອງ​ເຮົາ ແມ່ນ​ມາ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໂດຍ​ກົງ. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ເຮົາທຸກ​ຄົນ​ໃຫ້ “ຟັງ​ພຣະ​ອົງ” ໃນ​ທຸກ​ຄວາມ​ຄິດ ແລະ ຕິດ​ຕາມ​ພຣະ​ອົງ​ດ້ວຍ​ສຸດ​ໃຈ ເພື່ອ​ຮັບ​ເອົາ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ກ້າ​ຫານ ທີ່​ຈະ​ກ່າວ​ວ່າ, “ບໍ່” ແລະ “ຈົ່ງ​ໜີ​ໄປ” ຕໍ່​ທຸກ​ສິ່ງ​ທີ່​ອາດ​ນຳ​ຄວາມ​ໂສກ​ເສົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງຢ່າງ​ຫລວງ​ຫລາຍ​ມາ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ແລະ ປອບ​ໂຍນ​ເຮົາ, ແລະ ເຮົາ​ຈະ​ກາຍ​ເປັນ​ບຸກ​ຄົນ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ.21

ຂ້າ​ພະ​ເຈົ້າ​ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ ພຣະເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່ ແລະ ວ່າ​ຜ່ານ​ທາງ​ພຣະ​ອົງ, ເຮົາ​ອາດໄດ້​ຮັບ​ໄຊ​ຊະ​ນະ​ເໜືອ​ອິດ​ທິ​ພົນ​ທີ່​ຊົ່ວ​ຮ້າຍ​ຂອງ​ສັດ​ຕູ ແລະ ເໝາະ​ສົມ​ທີ່​ຈະ​ອາ​ໄສ​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊົ່ວ​ນິ​ລັນ​ດອນ ແລະ ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ດ້ວຍ​ຄວາມ​ຮັກ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ ແລະ ຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ສະຫງ່າ​ງາມ​ຂອງ​ເຮົາ, ຊຶ່ງ​ຂ້າ​ພະ​ເຈົ້າຍ້ອງ​ຍໍ, ໃຫ້​ກຽດ, ແລະ ສັນ​ລະ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ. ຂ້າ​ພະ​ເຈົ້າ​ກ່າວ​ສິ່ງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ