ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຮົາເວົ້າເຖິງພຣະຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ເຮົາເວົ້າເຖິງພຣະຄຣິດ

ຂະນະ​ທີ່ຊາວໂລກ​ກ່າວເຖິງ​ພຣະເຢຊູຄຣິດ​ໜ້ອຍລົງ, ຂໍໃຫ້ເຮົາ​ຈົ່ງກ່າວເຖິງ​ພຣະອົງ​ຫລາຍຂຶ້ນ.

ຂ້າພະເຈົ້າ​ຂໍສະແດງ​ຄວາມຮັກທີ່​ມີຕໍ່ທ່ານ, ມິດສະຫາຍ ແລະ ເພື່ອນຝູງ​ຜູ້ທີ່ເຊື່ອ​ທັງຫລາຍ. ຂ້າພະເຈົ້າ​ຂໍຊົມເຊີຍ​ສັດທາ ແລະ ຄວາມກ້າຫານ​ຂອງທ່ານ​ລະຫວ່າງຫລາຍ​ເດືອນທີ່​ຜ່ານມານີ້, ຂະນະທີ່​ການແຜ່ລະບາດ​ຕະຫລອດທົ່ວ​ໂລກໄດ້ລົບກວນ​ຊີວິດຂອງເຮົາ ແລະ ໄດ້ເອົາ​ຊີວິດຂອງ​ສະມາຊິກ​ທີ່​ລ້ຳ​ຄ່າໃນ​ຄອບຄົວ ແລະ ໝູ່ເພື່ອນ​ທີ່ຮັກ​ແພງຂອງ​ເຮົາໄປ.

ໃນຊ່ວງເວລາ​ບໍ່ແນ່ນອນນີ້, ຂ້າພະເຈົ້າໄດ້​ຮູ້ສຶກເຖິງ​ຄວາມກະ​ຕັນຍູຫລາຍ ສຳລັບ​ຄວາມ​ຮູ້ທີ່​ແນ່ວແນ່ ແລະ ແນ່ນອນວ່າ ພຣະເຢຊູ​ຄືພຣະຄຣິດ. ທ່ານ​ກໍເຄີຍຮູ້ສຶກ​ແບບນີ້ບໍ? ມີຄວາມຍາກ​ລຳບາກທີ່​ເຮັດໃຫ້ເຮົາ​ຮູ້ສຶກໜັກ​ໜ່ວງໃຈ, ແຕ່​ຢູ່ຕໍ່ໜ້າ​ເຮົາສະເໝີ​ກໍ​ມີພຣະອົງ​ທີ່ໄດ້ກ່າວ​ຢ່າງຖ່ອມຕົນ​ວ່າ, “ເຮົານີ້ແຫລະ ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ.”1 ເຖິງແມ່ນວ່າ​ບາງເທື່ອເຮົາ​ຕ້ອງອົດທົນ​ຢູ່ຫ່າງຈາກ​ຄົນອື່ນທາງ​ຮ່າງກາຍ, ແຕ່ເຮົາບໍ່​ຕ້ອງອົດທົນຢູ່​ຫ່າງໄກທາງ​ວິນຍານ ຈາກພຣະອົງ​ຜູ້ທີ່ເອີ້ນ​ບອກ​ເຮົາດ້ວຍ​ຄວາມ​ຮັກວ່າ, “ຈົ່ງ​ມາ​ຫາ​ເຮົາ.”2

ເໝືອນດັ່ງດວງ​ດາວທີ່ນຳທາງ​ໃນທ້ອງຟ້າທີ່​ແຈ້ງສະຫວ່າງ, ພຣະເຢຊູ​ຄຣິດ​ກໍສ່ອງແສງ​ເຍືອງທາງ​ໃຫ້ເຮົາ. ພຣະອົງໄດ້​ສະເດັດມາ​ສູ່ໂລກໃນ​ຄອກສັດທີ່​ຕ່ຳຕ້ອຍ. ພຣະ​ອົງ​ໄດ້​ດຳລົງ​ຊີ​ວິດ​ທີ່​ດີ​ພ້ອມ​ທຸກ​ຢ່າງ. ພຣະອົງໄດ້​ປິ່ນປົວຄົນ​ເຈັບໄຂ້ໃຫ້​ຫາຍດີ ແລະ ເຮັດໃຫ້​ຄົນຕາຍຄືນ​ມີຊີວິດ. ພຣະອົງໄດ້ເປັນ​ເພື່ອນ​ຂອງຜູ້ທີ່​ຖືກລືມໄລ. ພຣະອົງໄດ້​ສິດສອນເຮົາ​ໃຫ້ເຮັດສິ່ງດີ, ໃຫ້ເຊື່ອຟັງ, ແລະ ໃຫ້ຮັກ​ກັນແລະກັນ. ພຣະ​ອົງໄດ້​ຖືກ​ຄຶງ​ຢູ່ເທິງໄມ້​ກາງແຂນ, ຟື້ນຄືນ​ພຣະຊົນ​ຢ່າງສະຫງ່າ​ລາສີສາມ​ມື້ຕໍ່ມາ, ເພື່ອໃຫ້ເຮົາ ແລະ ຜູ້ຄົນທີ່​ເຮົາຮັກມີ​ຊີວິດຕໍ່ໄປ​ຜ່ານຫລຸມ​ຝັງສົບ. ດ້ວຍຄວາມ​ເມດຕາ ແລະ ພຣະຄຸນທີ່ຫາ​ອັນປຽບ​ບໍ່​ໄດ້, ພຣະອົງໄດ້​ຮັບເອົາບາບ ແລະ ຄວາມທຸກ​ທໍລະມານ​ຂອງເຮົາ, ນຳການໃຫ້​ອະໄພມາ​ໃຫ້ເມື່ອເຮົາ​ກັບໃຈ ແລະ ໃຫ້ຄວາມ​ສະຫງົບໃນ​ມໍລະສຸມ​ຊີວິດ. ເຮົາ​ຮັກພຣະ​ອົງ. ເຮົາ​ນະ​ມັດ​ສະ​ການພຣະ​ອົງ. ເຮົາຕິດ​ຕາມ​ພຣະ​ອົງ. ພຣະ​ອົງ​ເປັນ​ແຫລ່ງຂອງ​ຄວາມ​ໝັ້ນ​ຄົງ​ໃນ​ຊີ​ວິດ​ຂອງ​ເຮົາ.

ໜ້າສົນໃຈທີ່, ເຖິງແມ່ນວ່າ​ຄວາມເຊື່ອໝັ້ນ​ທາງວິນຍານ​ນີ້ເພີ່ມທະວີ​ຂຶ້ນພາຍໃນ​ຕົວເຮົາ, ແຕ່ຍັງມີ​ບາງຄົນຢູ່ໃນໂລກ​ທີ່ມີຄວາມ​ຮູ້ໜ້ອຍເລື່ອງ​ພຣະເຢຊູຄຣິດ, ແລະ ໃນບາງພາກ​ໃນບ່ອນທີ່​ພຣະນາມຂອງ​ພຣະອົງ​ຖືກປະກາດ​ເປັນ​ເວ​ລາ​ຫລາຍໆ​ສັດຕະວັດ​ມາແລ້ວ, ສັດທາໃນ​ພຣະເຢຊູຄຣິດ​ກໍໜ້ອຍລົງ. ໄພ່ພົນທີ່​ກ້າຫານໃນ​ເຂດເອີຣົບ​ໄດ້ເຫັນຄວາມ​ເຊື່ອຖືມີໜ້ອຍ​ລົງໃນປະເທດ​ຂອງເຂົາເຈົ້າ​ຕະຫລອດ​ຫລາຍ​ທົດ​ສະ​ວັດ​ມານີ້.3 ໜ້າ​ເສຍໃຈທີ່, ໃນສະຫະລັດ​ອາເມຣິການີ້, ຄວາມເຊື່ອ​ຖືກຳ​ລັງລົດນ້ອຍ​ຖອຍລົງ. ການ​ຄົ້ນ​ຄວ້າ​ສຶກສາເມື່ອ​ບໍ່ດົນມານີ້​ໄດ້ເປີດເຜີຍ​ວ່າ ພາຍໃນ 10 ຜ່ານມານີ້, 30 ລ້ານຄົນ​ຢູ່ໃນສະຫະລັດ​ເຊົາເຊື່ອຖືໃນ​ຄວາມເປັນ​ພຣະເຈົ້າຂອງ​ພຣະເຢຊູ​ຄຣິດ.4 ເມື່ອມອງໄປ​ເບິ່ງທົ່ວໂລກ, ການສຶກສາ​ອີກ​ຢ່າງ​ໜຶ່ງຄາດ​ຄະເນວ່າ ໃນຫລາຍ​ທົດ​ສະ​ວັດ​ຂ້າງໜ້າ, ຈຳນວນ​ຄົນ​ເປັນສອງ​ເທົ່າຈະໜີ​ໄປຈາກຄວາມ​ເຊື່ອຖືຂອງ​ຊາວຄຣິດ​ສະຕຽນ ຫລາຍກວ່າ​ຜູ້ຄົນທີ່​ຍອມຮັບ.5

ແນ່ນອນວ່າ, ເຮົາ, ນັບຖືສິດ​ທິຂອງ​ແຕ່ລະຄົນ​ທີ່ຈະເລືອກ, ແຕ່​ພຣະບິດາ​ເທິງສະຫວັນ​ຂອງເຮົາ​ໄດ້ປະ​ກາດວ່າ, “ນີ້ຄືບຸດທີ່ຮັກ​ຂອງເຮົາ: ຈົ່ງຟັງທ່ານ”6 ຂ້າພະເຈົ້າ​ເປັນພະຍານ​ວ່າ ມື້ນັ້ນຈະມາ​ເຖິງເມື່ອ​ທຸກຄົນ​ຈະຄຸເຂົ່າ​ລົງ ແລະ ທຸກຄົນ​ຈະສາລະ​ພາບວ່າ ພຣະເຢຊູ​ຄືພຣະຄຣິດ.7

ເຮົາຕ້ອງຕອບ​ຮັບແນວໃດ​ຕໍ່ໂລກທີ່​ປ່ຽນແປງ​ຂອງເຮົາ? ຂະ​ນະ​ທີ່​ບາງຄົນ​ກໍລະເລີຍ​ກັບສັດທາ​ຂອງຕົນ, ບາງ​ຄົນ​ກໍສະແຫວງ​ຫາຄວາມຈິງ. ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຮົາ​ຕ້ອງ​ເຮັດຫຍັງ​ຕື່ມອີກແດ່?

ການ​ກະ​ກຽມ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ

ສ່ວນໜຶ່ງຂອງ​ຄຳຕອບຂອງ​ເຮົາອາດມີ​ມາເມື່ອເຮົາ​ຈື່​ຈຳ​ວິ​ທີທີ່​ພຣະຜູ້ເປັນເຈົ້າ​ໄດ້ສິດສອນ ປະທານ​ຣະໂຊ ເອັມ ແນວສັນ ເປັນ​ເວ​ລາ​ຫລາຍເດືອນ ກ່ອນການ​ເອີ້ນຂອງເພິ່ນ ໃນຖານະ​ປະທານຂອງ​ສາດສະ​ໜາຈັກ. ຕອນກ່າວ​ປາໄສໜຶ່ງ​ປີກ່ອນການ​ເອີ້ນຂອງເພິ່ນ, ປະທານແນວສັນ​ໄດ້ເຊື້ອເຊີນ​ເຮົາໃຫ້ສຶກສາ​ຂໍ້ອ້າງອີງ​ຈຳນວນ 2,200 ຂໍ້ ເຖິງ​ພຣະນາມ​ຂອງ ພຣະ​ເຢ​ຊູ​ຄຣິດ ຢ່າງເລິກ​ເຊິ່ງ ຢູ່​ໃນ Topical Guide [ຄູ່​ມື​ຫົວ​ຂໍ້].8

ຮູບ​ພາບ
ປະທານ​ແນວສັນກຳ​ລັງສຶກສາພຣະຄຳພີ

ສາມເດືອນຕໍ່​ຈາກນັ້ນ, ໃນກອງປະຊຸມ​ໃຫຍ່ສາມັນ​ເດືອນເມສາ, ເພິ່ນໄດ້​ກ່າວວ່າ, ແມ່ນແຕ່​ການເປັນ​ສານຸສິດທີ່​ອຸທິດຕົນ​ເປັນເວລາ​ຫລາຍ​ທົດ​ສະ​ວັດ​ຂອງເພິ່ນ, ແຕ່ການ​ສຶກສາທີ່ເລິກເຊິ່ງນີ້​ເຖິງພຣະ​ເຢຊູຄຣິດ​ມີຜົນກະທົບ​ຕໍ່ເພິ່ນຫລາຍ​ແນວ​ໃດ. ພັນລະຍາ​ຂອງເພິ່ນ, ຊິດສະເຕີ ເວັນດີ ແນວສັນ, ໄດ້ຖາມ​ເພິ່ນກ່ຽວ​ກັບຜົນ​ກະທົບ. ເພິ່ນໄດ້​ຕອບວ່າ, “ອ້າຍເປັນ​ຄົນໃໝ່!” ເພິ່ນເປັນ​ຄົນໃໝ່​ແນວ​ໃດ? ໂດຍທີ່ມີອາຍຸ 92 ປີ, ເປັນ​ຄົນໃໝ່ໄດ້​ແນວ​ໃດ? ປະ​ທານ​ແນວ​ສັນໄດ້​ອະ​ທິບາຍວ່າ:

“ເມື່ອເຮົາ​ໃຊ້ເວລາ​ໃນການ​ຮຽນຮູ້​ກ່ຽວກັບ​ພຣະຜູ້ຊ່ວຍ​ໃຫ້ລອດ ແລະ ການເສຍ​ສະລະ​ຊົດໃຊ້ຂອງ​ພຣະອົງ, ເຮົາກໍຢາກ​ເຂົ້າຫາ [ພຣະ​ອົງ]. …

“… ຄວາມຕັ້ງ​ໃຈຂອງ​ເຮົາ [ກໍມາເປັນ] ຄວາມ​ຍຶດໝັ້ນ​ຢູ່ທີ່ພຣະ​ຜູ້ຊ່ວຍ​ໃຫ້ລອດ ແລະ ພຣະກິດ​ຕິຄຸນຂອງ​ພຣະອົງ.”9

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວວ່າ “ຈົ່ງເບິ່ງທີ່​ເຮົາ​ໃນຄວາມ​ນຶກ​ຄິດ​ທຸກ​ຢ່າງ.”10

ໃນໂລກທີ່​ມີວຽກງານ, ຄວາມກັງວົນ, ແລະ ກິດ​ຈະ​ກຳ​ອື່ນໆ​ທີ່ມີຄ່າ, ເຮົາຮັກສາ​ຫົວໃຈ, ຈິດໃຈ, ແລະ ຄວາມຄິດ​ຂອງເຮົາ​ໄວ້ທີ່​ພຣະອົງ ຜູ້ທີ່ເປັນ​ຄວາມຫວັງ ແລະ ຄວາມລອດ​ຂອງເຮົາ.

ຖ້າຫາກ​ການກັບມາ​ສຶກສາ​ກ່ຽວ​ກັບ​ພຣະຜູ້ຊ່ວຍ​ໃຫ້ລອດ​ຄືນ​ໃໝ່ໄດ້​ຊ່ວຍຕຽມ​ປະທານ​ແນວສັນ, ມັນຈະ​ບໍ່ສາມາດ​ຊ່ວຍຕຽມ​ເຮົາຄື​ກັນບໍ?

ຮູບ​ພາບ
ປະທານ​ຣະໂຊ ເອັມ ແນວສັນ

ໃນການເນັ້ນ​ເຖິງຊື່ຂອງ​ສາດສະ​ໜາຈັກ, ປະທານ​ແນວສັນ​ໄດ້ສິດສອນ​ວ່າ: “ຖ້າ​ຫາກເຮົາ … ຈະໄດ້​ຮັບ​ພະ​ລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ—ເພື່ອ​ຊຳ​ລະ ແລະ ປິ່ນ​ປົວ​ເຮົາ, ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ຂະ​ຫຍາຍ​ເຮົາ, ແລະ ໃນ​ທີ່​ສຸດ ເພື່ອນຳ​ຄວາມ​ສູງ​ສົ່ງ​ມາ​ໃຫ້​ເຮົາ—ເຮົາ​ຕ້ອງ​ຮັບ​ຮູ້​ພຣະ​ອົງ​ຢ່າງ​ແຈ່ມ​ແຈ້ງ ວ່າ​ເປັນ​ແຫລ່ງ​ຂອງ​ພະ​ລັງ​ນັ້ນ.”11 ປະ​ທານ​ແນວ​ສັນ​ໄດ້ສິດສອນ​ເຮົາວ່າ ການໃຊ້ຊື່​ແທ້ຂອງ​ສາດສະ​ໜາຈັກ​ຢ່າງສະ​ໝ່ຳ​ສະເໝີ, ບາງສິ່ງ​ທີ່ອາດເບິ່ງ​ຄືວ່າເປັນ​ເລື່ອງເລັກນ້ອຍ, ມັນບໍ່ໄດ້​ເປັນເລື່ອງ​ເລັກນ້ອຍ​ເລີຍ ແລະ ມັນຈະ​ຫລໍ່ຫລອມ​ອະນາຄົດ​ຂອງ​ໂລກ.

ຄຳ​ສັນ​ຍາ​ສຳ​ລັບ​ການ​ກະ​ກຽມ​ຂອງ​ທ່ານ

ຂ້າພະເຈົ້າ​ສັນຍາກັບ​ທ່ານວ່າ ເມື່ອທ່ານ​ຕຽມຕົວເອງ, ດັ່ງທີ່​ປະທານ​ແນວສັນ​ໄດ້ຕຽມ, ທ່ານກໍ​ຈະເປັນ​ຄົນ​ໃໝ່​ຄືກັນ, ຄິດເຖິງ​ພຣະຜູ້​ຊ່ວຍໃຫ້​ລອດຫລາຍ​ກວ່າເກົ່າ, ກ່າວເຖິງ​ພຣະອົງ​ເລື້ອຍໆ ແລະ ມີຄວາມ​ລັງເລໃຈ​ໜ້ອຍລົງ. ເມື່ອທ່ານ​ມາຮູ້ຈັກ ແລະ ຮັກ​ພຣະອົງ​ຫລາຍຂຶ້ນ, ຖ້ອຍຄຳ​ຂອງທ່ານ​ຈະຫລັ່ງໄຫລ​ມາຢ່າງ​ສະບາຍ​ກວ່າເກົ່າ, ດັ່ງທີ່​ມັນເປັນ​ເມື່ອທ່ານ​ກ່າວເຖິງ​ລູກຂອງ​ທ່ານ ຫລື ເຖິງໝູ່ເພື່ອນ​ທີ່ຮັກແພງ​ຂອງທ່ານ. ຜູ້ຄົນ​ທີ່ຟັງທ່ານ​ຢູ່ຈະ​ຮູ້ສຶກ​ຢາກ​ໂຕ້​ຖຽງ ຫລື ເມີນເສີຍ​ໜ້ອຍລົງ ແລະ ມີຄວາມ​ເຕັມໃຈ​ທີ່ຈະ​ຮຽນຮູ້​ຈາກ​ທ່ານ​ຫລາຍຂຶ້ນ.

ທ່ານ ແລະ ຂ້າ​ພະ​ເຈົ້າ​ກ່າວ​ເຖິງພຣະ​ເຢຊູຄຣິດ, ແຕ່​ບາງ​ທີເຮົາ​ຈະສາມາດ​ເຮັດໃຫ້​ໄດ້ດີກວ່າ​ເກົ່າ. ຖ້າຫາກ​ຊາວໂລກ​ຈະກ່າວ​ກ່ຽວກັບ​ພຣະອົງ​ໜ້ອຍລົງ, ໃຜລະ​ຈະກ່າວ​ກ່ຽວກັບ​ພຣະອົງ​ຫລາຍຂຶ້ນ? ເຮົານີ້ແຫລະ! ພ້ອມທັງ​ຊາວຄຣິດ​ຜູ້ອຸທິດ​ຕົນຄົນ​ອື່ນໆ!

ການ​ກ່າວ​ເຖິງ​ພຣະ​ຄຣິດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ

ຢູ່ໃນບ້ານ​ເຮືອນຂອງ​ເຮົາກໍ​ມີ​ຮູບ​ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່ບໍ? ເຮົາກ່າວ​ກັບລູກໆ​ຂອງ​ເຮົາເລື້ອຍໆ​ຢູ່ບໍ​ກ່ຽວກັບ​ຄຳອຸປະມາ​ຂອງພຣະ​ເຢຊູ? “ເລື່ອງລາວ​ຂອງພຣະ​ເຢຊູ [ເປັນ] ເໝືອນ​ສາຍລົມ​ທີ່ພັດແສງ​ໄຟແຫ່ງ​ສັດທາ​ເຂົ້າໄປ​ໃນຫົວໃຈ​ຂອງເດັກ​ນ້ອຍ.”12 ເມື່ອລູກໆ​ຂອງທ່ານ​ຖາມຄຳ​ຖາມໃດ​ໜຶ່ງ​ກັບທ່ານ, ໃຫ້ຄິດ​ຢ່າງມີ​ສະ​ຕິ​ກ່ຽວ​ກັບ​ການສິດສອນ​ສິ່ງທີ່ພຣະ​ຜູ້ຊ່ວຍ​ໃຫ້ລອດ​ໄດ້ສິດສອນ. ຍົກຕົວຢ່າງ, ຖ້າຫາກ​ລູກຂອງ​ທ່ານຖາມວ່າ, “ພໍ່ເອີຍ, ເປັນຫຍັງ​ເຮົາ​ຈຶ່ງອະ​ທິຖານ?” ທ່ານອາດ​ຕອບໄປ​ວ່າ, “ນັ້ນເປັນ​ຄຳຖາມ​ທີ່ດີເລີດ. ລູກຈຳໄດ້​ບໍເມື່ອ​ພຣະເຢຊູ​ໄດ້ອະທິ​ຖານ? ໃຫ້ເຮົາ​ມາເວົ້າ​ລົມກັນ​ກ່ຽວກັບ​ວ່າ ເປັນຫຍັງ​ພຣະອົງ​ຈຶ່ງໄດ້​ອະທິຖານ ແລະ ວິທີທີ່​ພຣະອົງ​ໄດ້ອະທິຖານ.”

“ພວກ​ເຮົາ​ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, … ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ.”13

ການ​ກ່າວ​ເຖິງ​ພຣະ​ຄຣິດ​ຢູ່​ໃນ​ໂບດ

ພຣະຄຳພີ​ຂໍ້ດຽວກັນ​ນີ້ກ່າວຕື່ມ​ອີກວ່າ “ເຮົາສັ່ງສອນ​ເລື່ອງ​ພຣະຄຣິດ.”14 ໃນພິທີ​ນະມັດ​ສະການ​ຂອງເຮົາ, ຂໍໃຫ້​ເຮົາຈົ່ງ​ເອົາໃຈໃສ່​ຕໍ່ພຣະ​ຜູ້ຊ່ວຍ​ໃຫ້ລອດ ພຣະເຢ​ຊູຄຣິດ ແລະ ຂອງ​ປະທານ​ແຫ່ງການ​ເສຍສະລະ​ຊົດໃຊ້​ຂອງ​ພຣະ​ອົງ. ນີ້ບໍ່ໄດ້​ໝາຍຄວາມ​ວ່າເຮົາ​ບໍ່ສາມາດ​ເລົ່າປະສົບ​ການຈາກ​ຊີວິດຂອງ​ເຮົາເອງ ຫລື ແບ່ງປັນ​ຄວາມ​ນຶກຄິດ​ທີ່ມາ​ຈາກ​ຄົນອື່ນ. ເຖິງແມ່ນ​ວ່າຫົວ​ຂໍ້ຂອງເຮົາ​ອາດກ່ຽວກັບ​ຄອບຄົວ ຫລື ການຮັບໃຊ້ ຫລື ພຣະວິຫານ ຫລື ການເຜີຍແຜ່​ເມື່ອບໍ່ດົນ​ມານີ້, ແຕ່ທຸກສິ່ງ​ໃນການ​ນະມັດ​ສະການ​ຂອງເຮົາ ຄວນຊີ້ໄປ​ຫາອົງ​ພຣະເຢ​ຊູຄຣິດ​ເຈົ້າ.

ເມື່ອສາມ​ສິບປີ​ກ່ອນ, ປະທານ​ດາລິນ ເອັຈ ໂອກສ໌ ໄດ້ກ່າວ​ເຖິງຈົດໝາຍ​ທີ່ເພິ່ນ​ໄດ້ຮັບ “ຈາກຊາຍ​ຄົນໜຶ່ງ ທີ່ໄດ້​ເວົ້າວ່າ ລາວໄດ້ໄປ​ຮ່ວມກອງ​ປະຊຸມ [ສິນລະລຶກ] ແລະ ໄດ້ຟັງ​ການກ່າວ​ປະຈັກ​ພະຍານ​ຈາກສິບ​ເຈັດຄົນ ແຕ່ບໍ່​ໄດ້ຍິນໃຜ​ກ່າວເຖິງ​ພຣະຜູ້​ຊ່ວຍໃຫ້​ລອດ​ຈັກຄຳ.”15 ແລ້ວ ປະທານ​ໂອກສ໌ໄດ້ກ່າວວ່າ, “ບາງທີ​ນັ້ນເປັນ​ເລື່ອງທີ່​ເສີມແຕ່ງ [ແຕ່] ຂ້າພະເຈົ້າ​ອ້າງອີງ​ມັນ ເພາະມັນ​ໃຫ້ເຫັນ​ພາບທີ່​ເຕືອນໃຈ​ເຮົາທຸກຄົນ.”16 ແລ້ວເພິ່ນ​ໄດ້ເຊື້ອເຊີນ​ເຮົາໃຫ້ກ່າວ​ເຖິງພຣະ​ເຢຊູຄຣິດ​ຫລາຍກວ່າ​ເກົ່າໃນ​ຄຳປາໄສ ແລະ ໃນການ​ສົນ​ທະ​ນາ​ຢູ່​ໃນ​ຫ້ອງ​ຮຽນ​ຂອງເຮົາ. ຂ້າພະເຈົ້າ​ໄດ້ສັງເກດ​ເຫັນວ່າ ເຮົາເອົາໃຈ​ສຸມໃສ່​ພຣະຄຣິດ​ຫລາຍຂຶ້ນ​ເລື້ອຍໆ ໃນການປະຊຸມ​​ໂບດຂອງເຮົາ. ຂໍໃຫ້ເຮົາ​ສືບຕໍ່​ຢ່າງ​ມີ​ສະ​ຕິ​ດ້ວຍ​ຄວາມ​ພະຍາຍາມ​ທີ່ເປັນທາງ​ບວກນີ້.

ການ​ກ່າວ​ເຖິງ​ພຣະ​ຄຣິດ​ກັບ​ຄົນ​ອື່ນ

ພ້ອມ​ດ້ວຍ​ຜູ້ຄົນທີ່​ຢູ່ອ້ອມຮອບ​ເຮົາ, ຂໍໃຫ້ເຮົາ​ຈົ່ງເປີດໃຈ, ເຕັມໃຈ​ທີ່ຈະເວົ້າ​ເຖິງພຣະຄຣິດ. ປະທານ​ແນວສັນ​ໄດ້ກ່າວວ່າ, “ສານຸສິດ​ທີ່ແທ້ຈິງ​ຂອງພຣະ​ເຢຊູຄຣິດ ເຕັມໃຈ​ທີ່ຈະ​ຢືນຂຶ້ນ, ກ້າເວົ້າ, ແລະ ແຕກຕ່າງ​ຈາກຄົນ​ອື່ນ​ໃນໂລກ.”17

ບາງເທື່ອ​ເຮົາຄິດວ່າ​ການເວົ້າ​ລົມກັບ​ຄົນໃດ​ຄົນໜຶ່ງ​ຕ້ອງໄດ້ຜົນ​ໃຫ້ເຂົາເຈົ້າ​ມາໂບດ ຫລື ພົບກັບ​ຜູ້ສອນ​ສາດສະໜາ. ຈົ່ງປ່ອຍໃຫ້​ພຣະຜູ້​ເປັນເຈົ້າ​ນຳພາ​ເຂົາເຈົ້າ​ຕາມທີ່​ເຂົາເຈົ້າ​ເຕັມໃຈ, ຂະນະ​ທີ່ເຮົາ​ຄິດເຖິງ​ໜ້າ​ທີ່ຮັບ​ຜິດຊອບ​ຂອງເຮົາ​ຫລາຍກວ່າ​ເກົ່າ ເພື່ອຈະ​ເປັນສຽງ​ແທນ​ພຣະອົງ, ຮອບຄອບ ແລະ ຈິງໃຈ​ກ່ຽວກັບ​ຄວາມເຊື່ອ​ຖືຂອງ​ເຮົາ. ແອວເດີ ດີເດີ ແອັຟ ອຸກດອບ ໄດ້ສິດ​ສອນເຮົາ​ວ່າ ເມື່ອມີ​ຄົນຖາມ​ເຮົາ​ກ່ຽວກັບ​ທ້າຍ​ສັບປະດາ​ຂອງເຮົາ, ເຮົາຄວນ​ເຕັມໃຈ​ທີ່ຈະຍິ້ມ ແລະ ເວົ້າວ່າ​ເຮົາມັກ​ຟັງ​ເດັກນ້ອຍ​ຊັ້ນ​ປະຖົມໄວ​ຮ້ອງເພງ ຊື່ “ເຮົາພະ​ຍາຍາມ​ເປັນເໝືອນ​ດັ່ງພຣະ​ເຢຊູ.”18 ໃຫ້ເຮົາ​ຈົ່ງກ່າວ​ເປັນພະ​ຍານເຖິງ​ສັດທາ​ຂອງເຮົາ​ໃນ​ພຣະຄຣິດ. ຖ້າມີຄົນ​ເວົ້າກ່ຽວ​ກັບບັນຫາ​ທີ່ເຂົາເຈົ້າ​ມີໃນ​ຊີວິດ​ສ່ວນຕົວ​ຂອງເຂົາເຈົ້າ, ເຮົາອາດ​ເວົ້າວ່າ, “ຈອນ, ມາຣີ, ພວກເຈົ້າ​ຮູ້ວ່າ​ຂ້ອຍເຊື່ອ​ໃນພຣະ​ເຢຊູ​ຄຣິດ. ຂ້ອຍໄດ້​ຄິດເຖິງ​ບາງສິ່ງ​ທີ່ພຣະອົງ​ໄດ້ກ່າວ​ທີ່ອາດ​ຊ່ວຍ​ພວກເຈົ້າ​ໄດ້.”

ໃຫ້ຈິງໃຈ​ໃນສື່ສານ​ມວນຊົນ​ໃນການ​ສົນທະນາ​ກ່ຽວກັບ​ຄວາມໄວ້​ວາງໃຈ​ຂອງທ່ານ​ໃນ​ພຣະຄຣິດ. ຄົນສ່ວນ​ຫລາຍຈະ​ເຄົາ​ລົບ​ຄວາມ​ເຊື່ອຖືຂອງ​ທ່ານ, ແຕ່​ຖ້າຫາກ​ມີຄົນ​ທີ່ບໍ່​ສົນໃຈຟັງ​ເມື່ອທ່ານ​ກ່າວເຖິງ​ພຣະຜູ້​ຊ່ວຍໃຫ້​ລອດ, ໃຫ້ມີ​ຄວາມກ້າ​ຫານ​ໃນ​ຄຳສັນຍາ​ຂອງ​ພຣະອົງ​ທີ່ວ່າ: “ເມື່ອຄົນ​ກ່າວ​ນິນທາ ແລະ ຂົ່ມ​ເຫັງພວກເຈົ້າ … ເພາະເຫັນ​ແກ່ເຮົາ. … ພວກເຈົ້າ​ກໍເປັນສຸກ. ເພາະພວກເຈົ້າ​ມີບຳເໜັດ​ອັນຍິ່ງໃຫຍ່​ໃນສະຫວັນ​ແລ້ວ ”19 ເຮົາເປັນ​ຫ່ວງ​ກ່ຽວກັບ​ການເປັນ​ຜູ້ຕິດຕາມ​ຂອງພຣະອົງ​ຫລາຍກວ່າ​ການຢາກໃຫ້​ຄົນອື່ນ​ມາຕິດ​ຕາມ “ມັກ​ຊອບ” ເຮົາ. ເປໂຕ​ໄດ້ແນະນຳ​ວ່າ: “ຈົ່ງມີໃຈ​ພ້ອມຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະສາມາດ​ຕອບແກ້​ຕົວໄດ້ ຕໍ່ທຸກ​ຄົນທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າມີ​ເຫດຜົນ​ປະການ​ໃດຈຶ່ງ​ມີຄວາມ​ຫວັງຢ່າງນີ້.”20 ຂໍໃຫ້​ເຮົາຈົ່ງ​ເວົ້າເຖິງ​ພຣະຄຣິດ.

ພຣະຄຳ​ພີມໍມອນ​ເປັນພະ​ຍານທີ່​ມີພະລັງ​ເຖິງພຣະ​ເຢຊູຄຣິດ. ເກືອບທຸກ​ໜ້າເປັນ​ພະຍານ​ເຖິງພຣະຜູ້​ຊ່ວຍໃຫ້​ລອດ ແລະ ພາລະ​ກິດແຫ່ງ​ສະຫວັນ​ຂອງພຣະອົງ.21 ຄວາມ​ເຂົ້າໃຈ​ເຖິງການ​ຊົດໃຊ້ ແລະ ພຣະຄຸນ​ຂອງ​ພຣະອົງ​ກໍເຕັມ​ຢູ່ໃນ​ແຕ່ລະ​ໜ້າ​ເຫລົ່ານັ້ນ. ໂດຍ​ທີ່​ຄຽງຄູ່​ໄປ​ກັບພຣະ​ຄຳ​ພີໃໝ່, ພຣະຄຳ​ພີມໍມອນ​ຊ່ວຍໃຫ້​ເຮົາເຂົ້າ​ໃຈວ່າ ເປັນຫຍັງ​ພຣະຜູ້ຊ່ວຍ​ໃຫ້ລອດ​ຈຶ່ງໄດ້​ສະເດັດມາ​ຊ່ວຍກູ້ເຮົາ ແລະ ວ່າເຮົາ​ຈະສາມາດ​ມາຫາ​ພຣະອົງ​ໄດ້ແນວໃດ.

ໝູ່ເພື່ອນ​ຊາວຄຣິດ​ຂອງເຮົາ​ບາງຄົນ, ເປັນບາງ​ຄັ້ງບາງ​ຄາວ, ກໍບໍ່ແນ່​ນອນໃຈ​ກ່ຽວກັບ​ຄວາມເຊື່ອ ແລະ ເຈດ​ຕະ​ນາ​ຂອງເຮົາ. ຂໍໃຫ້ເຮົາ​ຈົ່ງປິ​ຕິ​ຍິນ​ດີກັບ​ເຂົາເຈົ້າ​ຢ່າງຈິງໃຈ ໃນຄວາມ​ເຊື່ອ​ທີ່ເຮົາມີ​ຄືກັນ​ໃນພຣະ​ເຢຊູ​ຄຣິດ ແລະ ຂໍ້ພຣະ​ຄຳພີ​ໃນພຣະ​ຄຳ​ພີໃໝ່ ທີ່ເຮົາ​ທຸກຄົນ​ມັກຫລາຍ. ໃນຫລາຍ​ປີຂ້າງໜ້າ, ຜູ້ຄົນ​ທີ່ເຊື່ອ​ໃນພຣະ​ເຢຊູຄຣິດ​ຈະຕ້ອງ​ການມິດ​ຕະພາບ ແລະ ການສະ​ໜັບ​ສະໜູນ​ຈາກກັນ​ແລະກັນ.22

ຮູບ​ພາບ
ຄວາມສະຫວ່າງຂອງໂລກ

ຂະນະ​ທີ່ຊາວໂລກ​ກ່າວເຖິງ​ພຣະເຢຊູຄຣິດ​ໜ້ອຍລົງ, ຂໍໃຫ້ເຮົາ​ຈົ່ງກ່າວເຖິງ​ພຣະອົງ​ຫລາຍຂຶ້ນ. ເມື່ອລັກ​ສະນະທີ່​ແທ້ຈິງ​ຂອງເຮົາ ໃນຖານະ​ສານຸສິດ​ຂອງພຣະອົງ​ຖືກເປີດເຜີຍ, ຫລາຍຄົນ​ທີ່ຢູ່ອ້ອມ​ຂ້າງເຮົາ​ກໍພ້ອມ​ທີ່ຈະ​ຮັບຟັງ. ເມື່ອເຮົາ​ແບ່ງປັນ​ຄວາມ​ສະຫວ່າງ​ທີ່ເຮົາ​ໄດ້ຮັບ​ຈາກພຣະອົງ, ຄວາມສະຫວ່າງ ແລະ ອຳນາດ​ທີ່ສູງສົ່ງ​ຂອງພຣະອົງ​ຈະສ່ອງແສງ​ໃສ່ຜູ້ຄົນ​ທີ່ເຕັມໃຈ​ຈະເປີດ​ໃຈຮັບ. ພຣະເຢຊູ​ໄດ້ກ່າວວ່າ, “ເຮົາ … ມາ​ເພື່ອ [ເປັນ] ຄວາມ​ສະຫວ່າງ​ທີ່ເຂົ້າມາ​ໃນໂລກນີ້.”23

ເຊີດ​ຊູ​ຄວາມປາດ​ຖະໜາຂອງເຮົາ​ທີ່​ຈະ​ກ່າວ​ເຖິງ​ພຣະ​ຄຣິດ

ບໍ່ມີ​ຫຍັງຈະ​ເຊີດ​ຊູ​ຄວາມປາດ​ຖະໜາຂອງ​ຂ້າພະເຈົ້າ​ຫລາຍກວ່າ​ການ ທີີ່​ຈະກ່າວ​ເຖິງ​ພຣະຄຣິດ ທີ່ຈະວາດ​ພາບເຫັນ​ການສະ​ເດັດກັບ​ຄືນມາ​ຂອງພຣະອົງ. ເຖິງແມ່ນ​ວ່າເຮົາ​ບໍ່ຮູ້ວ່າ​ເມື່ອໃດ​ພຣະອົງ​ຈະສະ​ເດັດມາ, ແຕ່ເຫດ​ການຂອງ​ການສະ​ເດັດກັບ​ຄືນມາ​ຂອງພຣະອົງ​ຈະເປັນ​ເລື່ອງທີ່​ຕື່ນເຕັ້ນ! ພຣະອົງຈະ​ສະເດັດ​ລົງມາ​ໃນເມກ​ແຫ່ງ​ສະຫວັນ ໃນ​ສະຫງ່າ​ລາສີ ແລະ ລັດ​ສະໝີ​ພາບ ພ້ອມດ້ວຍ​ເຫລົ່າທູດ​ທີ່ບໍລິ​ສຸດຂອງ​ພຣະອົງ. ບໍ່ແມ່ນ​ພຽງແຕ່​ເຫລົ່າທູດ​ສອງສາມ​ອົງ, ແຕ່ເຫລົ່າ​ທູດທີ່​ບໍລິສຸດ ທັງ​ໝົດ ຂອງ​ພຣະອົງ ນີ້ບໍ່​ແມ່ນ​ເທວະດາ​ນ້ອຍແກ້ມ​ແດງທີ່ ແຕ້ມ​ໂດຍທ່ານ​ຣາຟາແອວ ຢູ່​ໃນບັດ​ວາເລັນ​ທາຍ​ຂອງເຮົາ. ນີ້ຄືເຫລົ່າ​ທູດຈາກ​ຫລາຍໆ​ສັດຕະວັດ, ເຫລົ່າທູດ​ທີ່ຖືກ​ສົ່ງມາ​ອັດປາກ​ສິງໄວ້,24 ທີ່​ໄດ້​ເປີດປະຕູຄຸກ,25 ປະກາດ​ການກຳເນີດ​ທີ່ລໍຄອຍ​ດົນນານ​ຂອງພຣະອົງ,26 ປອບໂຍນ​ພຣະອົງ​ຢູ່ທີ່​ເຄັດເຊ​ມາເນ,27 ຮັບປະ​ກັນ​ສານຸສິດ​ຂອງ​ພຣະອົງ ຕອນ​ພຣະ​ອົງ​ສະເດັດ​ຂຶ້ນ​ສະຫວັນ,28 ແລະ ຟື້ນຟູ​ພຣະກິດ​ຕິຄຸນທີ່​ຮຸ່ງໂລດ.29

ຮູບ​ພາບ
ການສະເດັດມາຄັ້ງທີສອງ

ທ່ານ​ສາ​ມາດ​ວາດ​ພາບ​ເຫັນ​ຕົວ​ເອງ​ຖືກຮັບ​ຂຶ້ນໄປ​ພົບກັບ​ພຣະອົງ​ໄດ້​ບໍ, ບໍ່ວ່າ​ຈະຢູ່​ຟາກ​ມ່ານ​ເບື້ອງນີ້ ຫລື ຟາກມ່ານ​ເບື້ອງນັ້ນ?30 ນັ້ນ​ຄື​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຕໍ່​ຜູ້​ຄົນ​ທີ່​ຊອບ​ທຳ. ປະສົບ​ການ​ທີ່​ໜ້າ​ອັດ​ສະ​ຈັນ​ນີ້​ຈະມີ​ອິດທິພົນ​ຕໍ່ຈິດ​ວິນຍານ​ຂອງເຮົາ​ຕະຫລອດໄປ.

ເຮົາກະ​ຕັນຍູ​ຫລາຍ​ສຳລັບ​ສາດສະດາ​ທີ່ຮັກແພງ​ຂອງເຮົາ, ປະທານ​ຣະໂຊ ເອັມ ແນວສັນ, ຜູ້ທີ່ໄດ້​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມປາດ​ຖະໜາ​ທີ່ຈະຮັກ​ພຣະຜູ້​ຊ່ວຍ​ໃຫ້ລອດ ແລະ ປະກາດ​ຄວາມເປັນ​ພຣະເຈົ້າ​ຂອງ​ພຣະອົງ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງພຣະ​ຫັດຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່ຢູ່​ເທິງເພິ່ນ ແລະ ຂອງ​ປະທານ​ແຫ່ງການ​ເປີດເຜີຍ​ທີ່ຊີ້ນຳ​ເພິ່ນ. ປະທານ​ແນວສັນ, ພວກເຮົາ​ພາກັນ​ລໍຖ້າ​ຄຳແນະນຳ​ຂອງທ່ານ​ຢ່າງກະ​ຕືລືລົ້ນ.

ເພື່ອນທີ່​ຮັກແພງ​ຂອງ​ຂ້າພະເຈົ້າ​ຕະຫລອດ​ທົ່ວໂລກ, ຂໍໃຫ້ເຮົາ​ຈົ່ງເວົ້າ​ເຖິງ​ພຣະຄຣິດ, ລໍຖ້າ​ຄຳສັນຍາ​ທີ່ຮຸ່ງໂລດ​ຂອງ​ພຣະ​ອົງ​ທີ່ວ່າ, “ທຸກຄົນ … ທີ່ຮັບ​ເຮົາຕໍ່​ໜ້າມະນຸດ, ເຮົາກໍ​ຈະຮັບ​ຜູ້ນັ້ນ … ຕໍ່ພຣະພັກ​ພຣະບິດາ​ຂອງເຮົາ​ໃນສະຫວັນ​ເໝືອນກັນ.”31 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ໂຢຮັນ 14:6.

  2. ມັດ​ທາຍ 11:28.

  3. ເບິ່ງ Niztan Peri-Rotem, “Religion and Fertility in Western Europe: Trends across Cohorts in Britain, France and the Netherlands,” European Journal of Population, May 2016, 231–65, ncbi.nlm.nih.gov/pmc/articles/PMC4875064.

  4. “[ຫົກສິບ​ຫ້າເປີເຊັນ] ໃນຈຳນວນ​ຜູ້ໃຫຍ່​ຊາວອາເມຣິກາ​ຊີ້ແຈງຕົວເອງ​ວ່າເປັນຊາວ​ຄິດເມື່ອ​ຖາມເຖິງ​ສາດສະໜາ​ຂອງເຂົາເຈົ້າ, ຫລຸດລົງ 12 ເປີເຊັນ​ພາຍໃນ​ສິບປີ​ທີ່ຜ່ານມາ. ໃນເວລາ​ດຽວກັນ, ຈຳນວນ​ປະຊາຊົນ​ທີ່ບໍ່ນັບ​ຖືສາດສະໜາ, ປະກອບ​ດ້ວຍຜູ້ຄົນ​ທີ່ຊີ້ແຈງ​ເອກະລັກ​ທາງດ້ານ​ສາດສະໜາ​ວ່າບໍ່ເຊື່ອ​ໃນພຣະເຈົ້າ, ບໍ່ເຊື່ອວ່າ​ມີພຣະເຈົ້າ ຫລື ‘ບໍ່ເຊື່ອ​ຫຍັງເລີຍ,’ ດຽວນີ້​ກໍມີຢູ່ 26 ເປີເຊັນ, ຂຶ້ນຈາກ 17 ເປີເຊັນໃນປີ 2009” (Pew Research Center, “In U.S., Decline of Christianity Continues at Rapid Pace,” Oct. 17, 2019, pewforum.org).

  5. ເບິ່ງ Pew Research Center, “The Future of World Religions: Population Growth Projections, 2010–2050,” Apr. 2, 2015, pewforum.org.

  6. ມາ​ຣະ​ໂກ 9:7; ລູ​ກາ 9:35; ເບິ່ງ ມັດ​ທາຍ 3:17; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17 ນຳ​ອີກ.

  7. ເບິ່ງ ຟີ​ລິບ​ປອຍ 2:9–11.

  8. ເບິ່ງ Russell M. Nelson, “Prophets, Leadership, and Divine Law” (worldwide devotional for young adults, Jan. 8, 2017), broadcasts.ChurchofJesusChrist.org.

  9. Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 40–41.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  11. Russell M. Nelson, “The Correct Name of the Church,” Liahona, Nov. 2018, 88.

  12. Neil L. Andersen, “Tell Me the Stories of Jesus,” Liahona, May 2010, 108.

  13. 2 ນີໄຟ 25:26.

  14. 2 ນີໄຟ 25:26.

  15. Dallin H. Oaks, “Another Testament of Jesus Christ” (Brigham Young University fireside, June 6, 1993), 7, speeches.byu.edu.

  16. Dallin H. Oaks, “Witnesses of Christ,” Ensign, Nov. 1990, 30.

  17. Russell M. Nelson, “Drawing the Power of Jesus Christ into Our Lives,” 40.

  18. ເບິ່ງ Dieter F. Uchtdorf, “Missionary Work: Sharing What Is in Your Heart,” Liahona, May 2019, 17; “I’m Trying to Be like Jesus,” Children’s Songbook, 78.

  19. ມັດ​ທາຍ 5:11–12.

  20. 1 ເປໂຕ 3:15.

  21. “ຂະນະທີ່ [ບັນ​ດາສາດ​ສະດາຜູ້ຂຽນ​ພຣະຄຳພີ​ມໍມອນ] ໄດ້ຂຽນ​ປະຈັກ​ພະຍານ​ຂອງພວກ​ເພິ່ນເຖິງ​ພຣະເມ​ຊີ​ອາ​ທີ່​ສັນ​ຍາ, ພວກເພິ່ນ​ໄດ້ກ່າວເຖິງ​ພຣະນາມ​ຂອງພຣະອົງ​ໂດຍສະເລ່ຍ​ທຸກໆ 1.7 ຂໍ້. [ພວກເພິ່ນ] ໄດ້ອ້າງເຖິງ​ພຣະເຢຊູ​ຄຣິດ, ຕາມພຣະ​ນາມ​ອື່ນໆອີກ 101 ພຣະ​ນາມ. … ເມື່ອ​ເຮົາຮັບ​ຮູ້​ວ່າ ຕາມ​ປົກ​ກະ​ຕິ​ແລ້ວ​ຂໍ້​ໜຶ່ງ​ຈະ​ບັນ​ຈຸ​ໜຶ່ງ​ປະ​ໂຫຍກ, ໂດຍ​ທົ່ວ​ໄປ​ແລ້ວ, ເບິ່ງ​ຄື​ວ່າ ເມື່ອ​ເຮົາ​ອ່ານ​ເຖິງ​ສອງ​ຂໍ້, ມັນ​ຈະ​ມີ​ບາງ​ສິ່ງ​ທີ່​ກ່າວ​ເຖິງ​ພຣະ​ນາມ​ຂອງ​ພຣະ​ຄຣິດ ຢູ່​ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ” (Susan Easton Black, Finding Christ through the Book of Mormon [1987], 5, 15).

    “ຂະນະ​ຄຳທີ່ວ່າ ຊົດໃຊ້ ຫລື ການຊົດໃຊ້, ໃນຮູບແບບ​ຕ່າງໆ ປະກົດ​ໃຫ້ເຫັນ​ພຽງແຕ່​ເທື່ອດຽວ​ຢູ່ໃນການ​ແປຂອງ​ພຣະຄຳພີ​ສະບັບ​ກະສັດ​ເຈມສ໌ ຢູ່ໃນ​ພຣະຄຳ​ພີໃໝ່, ແຕ່ຄຳນີ້​ປະກົດ​ໃຫ້ເຫັນ 35 ເທື່ອ​ຢູ່ໃນ​ພຣະຄຳ​ພີມໍມອນ. ໃນຖານະ​ປະຈັກພະຍານ​ອີກຢ່າງໜຶ່ງ​ເຖິງພຣະ​ເຢຊູຄຣິດ, ມັນເນັ້ນ​ເຖິງການ​ຊົດໃຊ້ຂອງ​ພຣະອົງ” (Russell M. Nelson, “The Atonement,” Ensign, Nov. 1996, 35).

  22. ຄົນທີ່ຫັນ​ໜີໄປ​ຈາກຄວາມ​ເຊື່ອຖື​ຂອງຊາວຄຣິດ​ຢູ່ໃນ​ສະຫະລັດ​ອາເມຣິກາ​ແມ່ນຄົນໜຸ່ມ. “ສະມາຊິກ​ໃນລຸ້ນທີ່​ງຽບງັນ ຫລາຍ​ກວ່າແປດ​ໃນ​ສິບ​ຄົນ (ຜູ້ຄົນ​ທີ່ເກີດ​ລະຫວ່າງປີ 1928 ແລະ 1945) ອ້າງ​ຕົວເອງ​ວ່າເປັນ​ຊາວຄຣິດ​ແມ່ນ (84%), ແລະ ສາມສ່ວນສີ່​ຂອງຈຳ​ນວນຄົນ​ທີ່ເກີດ​ຫລັງສົງຄາມ​ໂລກ​ຄັ້ງ​ທີ​ສອງແມ່ນ (76%). ກົງກັນຂ້າມ, ຈຳນວນ​ຄົນໃນ​ສັດຕະວັດ​ນີ້ພຽງແຕ່​ເຄິ່ງໜຶ່ງ (49%) ອ້າງ​ຕົວເອງວ່າ​ເປັນຊາວ​ຄ​ຣິດ; ສີ່ໃນສິບ​ຄົນ ບໍ່ນັບ​ຖືສາດ​ສະໜາ ‘ໃດໆ,’ ແລະ ໜຶ່ງ​ໃນສິບ​ຂອງຄົນ​ກຸ່ມນີ້ ນັບຖືສາດ​ສະໜາອື່ນ​ທີ່ບໍ່ແມ່ນ​ຄຣິດສະຕຽນ” (“In U.S., Decline of Christianity Continues,” pewforum.org).

  23. ໂຢ​ຮັນ 12:46.

  24. ເບິ່ງ ດາ​ນີ​ເອນ 6:22.

  25. ເບິ່ງ ກິດຈະການ 5:19.

  26. ເບິ່ງ ລູ​ກາ 2:2–14.

  27. ເບິ່ງ ລູ​ກາ 22:42–43.

  28. ເບິ່ງ ກິດ​ຈະ​ການ 1:9–11.

  29. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13; 27:12–13; 110:11–16; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–54.

  30. ເບິ່ງ 1 ເທ​ສະ​ໂລ​ນິກ 4:16–17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:96–98.

  31. ມັດ​ທາຍ 10:32.

ພິມ