ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ດຳ​ເນີນ​ໄປໜ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ດຳ​ເນີນ​ໄປໜ້າ

ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ດຳ​ເນີນ​ໄປ​ໜ້າເລື້ອຍໆ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງມີ ຄວາມ​ສຸກ ຫລາຍ​ແທ້ໆ ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ ຂະ​ນະ​ທີ່​ພວກ​ເຮົາ​ເປີດກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ປະ​ຈຳ​ເຄິ່ງ​ປີ ຄັ້ງ​ທີ 190 ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າ​ພະ​ເຈົ້າ​ເຂົ້າຮ່ວມກອງ​ປະ​ຊຸມ​ກັບ​ທ່ານ​ຢູ່​ໃນ​ບ້ານ​ເຮືອນ ຫລື ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ທ່ານ​ຢູ່ ເພື່ອ​ຮັບ​ຟັງ​ຂ່າວ​ສານ​ຂອງ​ບັນ​ດາ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ພ້ອມ​ທັງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆນຳ​ກັນ.

ເຮົາ​ໂຊກ​ດີ​ຫລາຍ​ພຽງ​ໃດ ທີ່​ມີ​ເທັກ​ໂນ​ໂລ​ຈີຊ່ວຍ​ເຮົາ​ໃຫ້​ເຊື່ອມ​ຕໍ່​ເຂົ້າ​ກັນ ໃນ​ການ​ຊຸມ​ນຸມ​ຄັ້ງ​ໃຫຍ່ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທົ່ວ​ໂລກ. ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ເມ​ສາ​ແລ້ວນີ້ ໄດ້​ຖືກ​ຮັບ​ຊົມ​ຫລາຍກວ່າທີ່​ຜ່ານ​ມາ, ແລະ ພວກ​ເຮົາ​ກໍ​ຫວັງ​ວ່າ ​ຈະ​ເປັນ​ແນວນັ້ນ​ອີກ.

ໃນ​ລະ​ຫວ່າງ​ສອງ​ສາມ​ເດືອນ​ຜ່ານ​ມານີ້, ການ​ແຜ່​ລະ​ບາດ​ທົ່ວ​ໂລກ, ອັກ​ຄີ​ໄພທີ່​ລຸກ​ລາມ, ແລະ ໄພ​ທຳ​ມະ​ຊາດອື່ນໆ ໄດ້​ເຮັດ​ໃຫ້​ໂລກ​ຂອງ​ເຮົາ​ຫຍຸ້ງ​ຍາກສັບ​ສົນ​ຫລາຍຂຶ້ນ. ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ກັບ​ທ່ານ​ທຸກ​ຄົນ​ທີ່​ໄດ້​ສູນ​ເສຍ​ຄົນທີ່​ຕົນຮັກ​ໄປ ລະ​ຫວ່າງ​ເວ​ລານີ້. ແລະ ຂ້າ​ພະ​ເຈົ້າກໍ​ອະ​ທິ​ຖານ​ເພື່ອ​ທຸກ​ຄົນທີ່​ທຸກ​ທໍ​ລະ​ມານ​ໃນ​ເວ​ລານີ້.

ໃນ​ຂະ​ນະ​ດຽວ​ກັນ, ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ດຳ​ເນີນ​ໄປ​ໜ້າເລື້ອຍໆ. ໃນ​ໄລ​ຍະ​ທີ່ຕ້ອງ​ໄດ້ຢູ່​ຫ່າງ​ກັນ, ຕ້ອງ​ໃສ່​ໜ້າ​ກາກ​ປິດປາກ, ແລະ ຈັດ​ການ​ປະ​ຊຸມ​ທາງ​ວິ​ດີ​ໂອຊູມ, ເຮົາ​ຍັງ​ໄດ້​ຮຽນ​ເຮັດ​ບາງ​ສິ່ງ​ທີ່​ຫຍຸ້ງ​ຍາກ ແລະ ບາງ​ສິ່ງເຮົາ​ກໍ​ເຮັດ​ໄດ້​ດີ. ເວ​ລາ​ທີ່ບໍ່​ປົກ​ກະ​ຕິ​ສາ​ມາດ​ນຳ​ລາງວັນ​ທີ່ບໍ່​ປົກ​ກະ​ຕິ​ມາ​ໃຫ້.

ຜູ້​ສອນ​ສາດ​ສະ​ໜາ ແລະ ຜູ້​ນຳເຜີຍ​ແຜ່​ຂອງ​ພວກ​ເຮົາ ກໍມີພິກ​ໄຫວ, ທົນ​ທານ, ແລະ ໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍ​ແທ້ໆ. ເຖິງ​ແມ່ນ​ວ່າ​ຜູ້​ສອນ​ສາດ​ສະ​ໜາ​ສ່ວນ​ຫລາຍ​ຈຳ​ເປັນ​ຕ້ອງ​ໄດ້​ຊອກ​ຫາ​ວິ​ທີໃໝ່ ແລະ ​ແບບ​ແຜນ​ທີ່ສ້າງ​ສັນ​ເພື່ອ​ເຮັດ​ວຽກ​ງານ​ຂອງ​ຕົນ, ແຕ່​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຄົນ​ໄດ້​ລາຍ​ງານ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ສິດ​ສອນ ຫລາຍກວ່າ ທີ່​ຜ່ານ​ມາ.

ພວກ​ເຮົາ​ຕ້ອງ​ໄດ້​ປິດ​ພຣະ​ວິ​ຫານ​ຊົ່ວ​ໄລ​ຍະ​ໜຶ່ງ, ແລະ ໂຄງ​ການ​ສ້ອມ​ແປງບາງ​ຢ່າງ​ກໍ​ຢຸດ​ສະ​ງັກ​ຊົ່ວ​ຄາວ, ແຕ່​ເວ​ລານີ້​ທັງ​ໝົດ​ໄດ້​ເລີ່ມ​ຕົ້ນ​ດຳ​ເນີນ​ໄປ​ໜ້າ. ໃນ​ປະຕິ​ທິນ​ຂອງ​ປີ 2020, ພວກ​ເຮົາ​ຄາດ​ວ່າ​ຈະ​ອຸ​ທິດ​ທີ່​ດິນສຳ​ລັບ​ພຣະ​ວິ​ຫານໃໝ່ 20 ແຫ່ງ!

ວຽກ​ງານ​ປະ​ຫວັດ​ຄອບ​ຄົວ​ກໍ​ເພີ່ມ​ທະ​ວີຂຶ້ນ​ຢ່າງ​ໄວ. ຫລາຍ​ຫວອດ ແລະ ຫລາຍ​ສະ​ເຕກ​ກໍ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ. ແລະ ພວກ​ເຮົາຍິນ​ດີ​ທີ່​ຈະ​ລາຍ​ງານ​ວ່າ ສາດ​ສະ​ໜາ​ຈັກໄດ້​ຊ່ວຍ​ເຫລືອ​ເພື່ອນ​ມະ​ນຸດສະ​ທຳ​ໃນ​ຊ່ວງ​ໄລ​ຍະ​ການ​ແຜ່​ລະ​ບາດນີ້ 895 ໂຄງ​ການ ໃນ 150 ປະ​ເທດ.

ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​​ທີ່​ເພີ່ມ​ຂຶ້ນຢູ່​ໃນ​ບ້ານ​ເຮືອນຫລາຍໆ​ແຫ່ງ ຊ່ວຍ​ໃຫ້​ມີ​ປະ​ຈັກ​ພະ​ຍານ ແລະ ມີ​ຄວາມສຳ​ພັນ​ໃນ​ຄອບ​ຄົວ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ. ແມ່​ຄົນ​ໜຶ່ງ​ໄດ້​ຂຽນ​ບອກວ່າ: “ພວກ​ເຮົາ​ຮູ້​ສຶກ​ໃກ້​ຊິດ​ກັບ​ລູກຫລານ​ຫລາຍກວ່າ​ເກົ່າ ເພາະ​ການ​ເຕົ້າ​ໂຮມ​ທາງວິດີ​ໂອ​ຊູມ ທຸກວັນ​ອາ​ທິດ. ແຕ່​ລະ​ຄົນ​ໄດ້​ປ່ຽນ​ຜຽນ​ກັນ​ໃຫ້​ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ. ການ​ອະ​ທິ​ຖານ​ສຳ​ລັບ​ຄອບ​ຄົວ​ຂອງ​ພວກ​ເຮົາ​ກໍ​ໄດ້​ປ່ຽນ​ໄປ ເພາະ​ວ່າ​ພວກ​ເຮົາ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ.”

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ທຸກ​ຄົນ​ຈະ​ໃຊ້​ເວ​ລາ​ພິ​ເສດນີ້​ເພື່ອ​ເຕີບ​ໂຕ​ທາງວິນ​ຍານ. ເຮົາ​ມາ​ຢູ່​ໃນໂລກນີ້​ເພື່ອ​ຮັບ​ການ​ທົດ​ລອງ, ເພື່ອ​ເບິ່ງ​ຖ້າ​ຫາກວ່າ​ເຮົາ​ຈະ​ເລືອກ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ກັບ​ໃຈ​ເປັນ​ປະ​ຈຳ, ຮຽນ​ຮູ້, ແລະ ກ້າວ​ໜ້າ​ຫລືບໍ່. ວິນ​ຍານ​ຂອງ​ເຮົາ​ຢາກກ້າວ​ໜ້າ. ແລະ ເຮົາເຮັດ​ສິ່ງນັ້ນ​ໄດ້​ດີ ໂດຍ​ການຍຶດ​ໝັ້ນ​ຢູ່ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ໃນ​ທຸກ​ສິ່ງ​ຢ່າງນີ້, ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະ​ເຢຊູຄຣິດ, ກໍຮັກ​ເຮົາ! ພວກ​ພຣະ​ອົງ​ຫ່ວງ​ໃຍ​ເຮົາ! ພວກ​ພຣະ​ອົງ ແລະ ເຫລົ່າ​ທູດ​ທີ່ບໍ​ລິ​ສຸດ​ຂອງ​ພວກ​ພຣະ​ອົງ ເຝົ້າ​ດູ​ແລ​ເຮົາ​ຢູ່.1 ຂ້າ​ພະ​ເຈົ້າ​ຮູ້​ວ່ານັ້ນ​ເປັນ​ຄວາມ​ຈິງ.

ຂະ​ນະ​ທີ່​ເຮົາ​ເຕົ້າ​ໂຮມ​ກັນ​ເພື່ອ​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໄດ້​ດົນ​ໃຈ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ກ່າວ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ໄຕ່​ຕອງ​ກ່ຽວ​ກັບຄຳ​ສັນ​ຍາ​ຂອງພຣະ​ຜູ້​ເປັນ​ເຈົ້າ​. ພຣະ​ອົງ​ໄດ້​ປະ​ກາດ​ວ່າ “ຜູ້​ໃດ​ກໍ​ຕາມທີ່ ຕັ້ງໃຈ​ຍຶດ​ຖື ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຊຶ່ງມີ​ຊີ​ວິດ ແລະ ມີ​ພະ​ລັງ, ຈະ​ແຍກ​ເລ່​ຫລ່ຽມ … ກົນ​ອຸ​ບາຍ​ຂອງ​ມານ​ອອກ​ໄປ, ແລະ ນຳ​ເອົາ [ສາ​ນຸ​ສິດ] ຂອງ​ພຣະ​ຄຣິດ​ໄປ​ໃນ​ທາງ​ຄັບ ແລະ ແຄບ.”2

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ ເລືອກ ທີ່​ຈະ​ຍຶດ​ຖື​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ດັ່ງ​ທີ່​ຖືກ​ປະ​ກາດ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້. ແລະ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະຮູ້​ສຶກ​ເຖິງ​ຄວາມ​ຮັກອັນ​ບໍ​ລິ​ບູນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ໃຫ້​ທ່ານ,3 ໃນ​ພຣະ​ນາມ​ອັນສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ພິມ