ໃຈຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງດຽວກັນ
ໃນຈຸດເລີ່ມຕົ້ນ 200 ປີໃນປະຫວັດສາດຂອງສາດສະໜາຈັກຂອງເຮົາ, ຂໍໃຫ້ເຮົາຈົ່ງສັນຍາກັບຕົວເອງທີ່ຈະດຳລົງຊີວິດຢ່າງຊອບທຳ ແລະ ເປັນອັນໜຶ່ງດຽວກັນ ດັ່ງທີ່ບໍ່ເຄີຍເປັນມາກ່ອນ.
ຄວາມຊອບທຳ ແລະ ຄວາມເປັນອັນໜຶ່ງດຽວກັນ ມີຄວາມສຳຄັນຫລາຍທີ່ສຸດ.1 ເມື່ອຜູ້ຄົນຮັກພຣະເຈົ້າດ້ວຍສຸດໃຈ ແລະ ພະຍາຍາມດ້ວຍຄວາມຊອບທຳເພື່ອກາຍເປັນເໝືອນດັ່ງພຣະອົງ, ແລ້ວມັນຈະມີຄວາມຜິດຖຽງກັນ ແລະ ການຂັດແຍ້ງໃນສັງຄົມໜ້ອຍລົງ. ມັນຈະມີຄວາມເປັນອັນໜຶ່ງດຽວກັນຫລາຍກວ່າເກົ່າ. ຂ້າພະເຈົ້າມັກເລື່ອງລາວທີ່ເປັນຕົວຢ່າງກ່ຽວກັບເລື່ອງນີ້.
ຕອນຍັງໜຸ່ມ ແລະ ບໍ່ໄດ້ນັບຖືສາດສະໜາພວກເຮົາ, ພົນເອກທອມມັສ ແອວ ເຄນ ໄດ້ຊ່ວຍເຫລືອ ແລະ ປ້ອງກັນໄພ່ພົນ ຂະນະທີ່ເຂົາເຈົ້າຖືກສັ່ງໃຫ້ໜີຈາກເມືອງນາວູ. ເພິ່ນໄດ້ເປັນຜູ້ເວົ້າແກ້ແທນສາດສະໜາຈັກເປັນເວລາຫລາຍປີ.2
ໃນປີ 1872, ນາຍພົນເຄນ ແລະ ນາງເອລີຊາເບັດ ວູດ ເຄນ ພັນລະຍາທີ່ສະຫລາດຂອງເພິ່ນ, ພ້ອມດ້ວຍລູກຊາຍສອງຄົນ ໄດ້ເດີນທາງຈາກບ້ານຂອງພວກເພິ່ນຢູ່ລັດເພັນໂຊເວເນຍ ໄປຫາເມືອງເຊົາເລັກ. ພວກເພິ່ນໄດ້ເດີນທາງໄປກັບບຣິກຳ ຢັງ ແລະ ເພື່ອນຮ່ວມງານຂອງເພິ່ນ ໄປເມືອງເຊັ້ນຈອດ, ລັດຢູທາ. ນາງເອລີຊາເບັດໄດ້ໄປຢ້ຽມຢາມລັດຢູທາເທື່ອທຳອິດ ດ້ວຍຄວາມຄິດທີ່ແຕກຕ່າງກ່ຽວກັບຜູ້ຍິງ. ນາງປະຫລາດໃຈກັບສິ່ງທີ່ນາງໄດ້ຮຽນຮູ້. ຍົກຕົວຢ່າງ, ນາງພົບເຫັນວ່າ ການງານທີ່ຜູ້ຍິງສາມາດເຮັດໄດ້ເພື່ອຫາລ້ຽງຄອບຄົວ ກໍເປີດຕໍ່ເຂົາເຈົ້າ.3 ນາງກໍໄດ້ພົບເຫັນອີກວ່າ ສະມາຊິກຂອງສາດສະໜາຈັກຕ້ອນຮັບ ແລະ ເຂົ້າໃຈຊາວອິນເດຍແດງເປັນຢ່າງດີ.4
ລະຫວ່າງການເດີນທາງນັ້ນ ພວກເພິ່ນໄດ້ພັກເຊົາຢູ່ເມືອງຟຽວມໍ ໃນບ້ານຂອງທ່ານທອມມັສ ອາ ແລະ ນາງມາທຽວດາ ໂຣບິສັນ ຄິງ.5
ນາງເອລີຊາເບັດໄດ້ຂຽນວ່າ ຂະນະທີ່ນາງມາທຽວດາກຳລັງຈັດຕຽມອາຫານໃຫ້ປະທານຢັງ ແລະ ກຸ່ມຄະນະຂອງເພິ່ນຢູ່ນັ້ນ, ຊາວອິນເດຍແດງຫ້າຄົນໄດ້ເຂົ້າມາໃນຫ້ອງ. ເຖິງແມ່ນວ່າບໍ່ໄດ້ຖືກຮັບເຊີນ, ແຕ່ກໍເຫັນໄດ້ວ່າ ເຂົາເຈົ້າໄດ້ມາຮ່ວມຮັບປະທານອາຫານນຳ. ຊິດສະເຕີ ຄິງ ໄດ້ເວົ້າລົມກັບເຂົາເຈົ້າ “ໃນພາສາຂອງເຂົາເຈົ້າ.” ເຂົາເຈົ້າໄດ້ນັ່ງລົງເທິງຜ້າຫົ່ມ ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ. ນາງເອລີຊາເບັດໄດ້ຖາມລູກຄົນໜຶ່ງຂອງຄອບຄົວຄິງວ່າ, “ແມ່ເຈົ້າເວົ້າຫຍັງກັບພວກຜູ້ຊາຍເຫລົ່ານັ້ນ?”
ລູກຊາຍຂອງນາງມາທຽວດາໄດ້ຕອບວ່າ “ແມ່ເວົ້າວ່າ ‘ຄົນແປກໜ້າເຫລົ່ານີ້ມາກ່ອນ, ແລະ ຂ້ອຍໄດ້ເຮັດອາຫານພໍແຕ່ສຳລັບເຂົາເຈົ້າເທົ່ານັ້ນ, ແຕ່ອາຫານຂອງພວກເຈົ້າກຳລັງຈັດຕຽມຢູ່, ແລະ ຂ້ອຍຊິເອີ້ນພວກເຈົ້າ ທັນທີທີ່ຂ້ອຍເຮັດແລ້ວ.’”
ນາງເອລີຊາເບັດໄດ້ຖາມວ່າ, “ລາວຊິເຮັດແນວນັ້ນແທ້ໆບໍ, ຫລື ຊິເອົາອາຫານເຫລືອໃຫ້ເຂົາເຈົ້າກິນ?”6
ລູກຊາຍຂອງນາງມາທຽວດາໄດ້ຕອບວ່າ, “ແມ່ຊິແຕ່ງອາຫານແບບດຽວກັນໃຫ້ເຂົາເຈົ້ານັ່ງກິນຢູ່ເທິງໂຕະ.”
ແລະ ນາງກໍໄດ້ເຮັດແນວນັ້ນ, ແລະ “ເຂົາເຈົ້າກໍໄດ້ກິນແບບສຸພາບຮຽບຮ້ອຍດີ.” ນາງເອລີຊາເບັດໄດ້ອະທິບາຍວ່າ ເຈົ້າພາບຜູ້ນີ້ ໄດ້ຄະແນນ 100 ເປີເຊັນ ຕາມຄວາມຄິດຄວາມເຫັນຂອງນາງ.7 ຄວາມເປັນອັນໜຶ່ງດຽວກັນຈະເພີ່ມພູນຂຶ້ນເມື່ອຜູ້ຄົນຖືກປະຕິບັດຕໍ່ແບບໄດ້ຮັບກຽດ ແລະ ໄດ້ຮັບຄວາມນັບຖື, ເຖິງແມ່ນວ່າເຂົາເຈົ້າແຕກຕ່າງໃນການປະກົດພາຍນອກກໍຕາມ.
ໃນຖານະຜູ້ນຳ, ເຮົາບໍ່ໄດ້ຢູ່ພາຍໃຕ້ພາບລວງຕາທີ່ວ່າ ໃນອະດີດ ຄວາມສຳພັນທັງໝົດແມ່ນດີເລີດ, ການປະຕິບັດທັງໝົດແມ່ນເປັນເໝືອນດັ່ງພຣະຄຣິດ, ຫລື ການຕັດສິນໃຈທັງໝົດແມ່ນຖືກຕ້ອງ. ເຖິງຢ່າງໃດກໍຕາມ, ຄວາມເຊື່ອຖືຂອງເຮົາສິດສອນວ່າ ເຮົາທຸກຄົນເປັນລູກຂອງພຣະບິດາຜູ້ສະຖິດໃນສະຫວັນ ແລະ ເຮົານະມັດສະການພຣະອົງ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຜູ້ທີ່ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຄວາມປາດຖະໜາຂອງເຮົາແມ່ນວ່າ ຫົວໃຈຂອງເຮົາ ແລະ ຄວາມຄິດຂອງເຮົາຈະຜູກພັນເຂົ້າກັນໃນຄວາມຊອບທຳ ແລະ ຄວາມເປັນອັນໜຶ່ງດຽວກັນ, ແລະ ວ່າເຮົາຈະເປັນໜຶ່ງກັບພວກພຣະອົງ.8
ຄວາມຊອບທຳ ເປັນຄຳສັບທີ່ມີຄວາມໝາຍກວ້າງຂວາງ ແຕ່ແນ່ນອນທີ່ສຸດ ມັນຮ່ວມດ້ວຍການດຳລົງຊີວິດຕາມພຣະບັນຍັດຂອງພຣະເຈົ້າ.9 ມັນຊ່ວຍເຮົາໃຫ້ເໝາະສົມສຳລັບພິທີການທີ່ສັກສິດ ຊຶ່ງບັນຈຸຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ແລະ ຊ່ວຍໃຫ້ເຮົາມີພຣະວິນຍານເພື່ອຊີ້ນຳຊີວິດຂອງເຮົາ.10
ການເປັນຄົນຊອບທຳບໍ່ໄດ້ຂຶ້ນກັບວ່າ ເຮົາແຕ່ລະຄົນຕ້ອງມີພອນທຸກປະການໃນຊີວິດຂອງເຮົາໃນເວລານີ້. ເຮົາອາດບໍ່ໄດ້ແຕ່ງງານ ຫລື ມີລູກ ຫລື ໄດ້ຮັບພອນຢ່າງອື່ນທີ່ປາດຖະໜາໃນເວລານີ້. ແຕ່ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຄົນຊອບທຳທີ່ຊື່ສັດ “ຈະໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ.”11
ຄວາມເປັນອັນໜຶ່ງດຽວກັນ ກໍເປັນຄຳສັບທີ່ມີຄວາມໝາຍກວ້າງຂວາງຄືກັນ ແຕ່ທີ່ແນ່ນອນ ມັນເປັນຕົວຢ່າງຂອງພຣະບັນຍັດທີ່ຍິ່ງໃຫຍ່ຂໍ້ຕົ້ນ ແລະ ຂໍ້ທີສອງ ຄືໃຫ້ຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງເຮົາ.12 ມັນສະແດງເຖິງຜູ້ຄົນຊີໂອນ ທີ່ມີໃຈດຽວ ແລະ ມີຄວາມຄິດດຽວ ແລະ “ຜູກພັນເຂົ້າກັນໃນຄວາມເປັນອັນໜຶ່ງດຽວກັນ.”13
ພາກສ່ວນໃນຂ່າວສານຂອງຂ້າພະເຈົ້າແມ່ນສິ່ງກົງກັນຂ້າມ ແລະ ບົດຮຽນຈາກພຣະຄຳພີທີ່ສັກສິດ.
ມັນເປັນເວລາ 200 ປີ ຜ່ານມາແລ້ວ ນັບແຕ່ພຣະບິດາ ແລະ ພຣະບຸດຂອງພຣະອົງໄດ້ມາປະກົດເປັນເທື່ອທຳອິດ ແລະ ໄດ້ເລີ່ມຕົ້ນການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນປີ 1820. ເລື່ອງລາວໃນ 4 ນີໄຟ ໃນພຣະຄຳພີມໍມອນ ແມ່ນລວມທັງເລື່ອງລາວທີ່ຄ້າຍຄືກັນໃນໄລຍະ 200 ປີ ຫລັງຈາກພຣະຜູ້ຊ່ວຍໃຫ້ລອດໄດ້ມາປະກົດ ແລະ ສະຖາປະນາສາດສະໜາຈັກຂອງພຣະອົງຂຶ້ນໃນອາເມຣິກາສະໄໝບູຮານ.
ບັນທຶກປະຫວັດສາດທີ່ເຮົາອ່ານຢູ່ໃນ 4 ນີໄຟ ບັນຍາຍເຖິງຜູ້ຄົນທີ່ບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງກັນ, ບໍ່ມີການວຸ້ນວາຍ, ບໍ່ມີການເວົ້າຕົວະ, ບໍ່ມີການຄາດຕະກຳ, ຫລື ມີກິເລດຕັນຫາແນວໃດ. ຍ້ອນຄວາມຊອບທຳນີ້ ບັນທຶກກ່າວວ່າ “ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.”14
ກ່ຽວກັບການເປັນອັນໜຶ່ງດຽວກັນ, 4 ນີໄຟ ອ່ານວ່າ, “ມັນບໍ່ມີການຂັດແຍ້ງກັນໃນແຜ່ນດິນ, ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.”15
ແຕ່ໜ້າເສຍໃຈ, ຫລັງຈາກນັ້ນ 4 ນີໄຟ ບັນຍາຍເຖິງການປ່ຽນແປງທີ່ເປັນຕາຢ້ານ ຊຶ່ງເລີ່ມຕົ້ນໃນ “ປີທີສອງຮ້ອຍໜຶ່ງ,”16 ເມື່ອຄວາມຊົ່ວຮ້າຍ ແລະ ການແຕກແຍກໄດ້ທຳລາຍຄວາມຊອບທຳ ແລະ ຄວາມເປັນອັນໜຶ່ງດຽວກັນ. ລະດັບຂອງຄວາມເສື່ອມໂຊມທີ່ເກີດຂຶ້ນໃນເວລາຕໍ່ມາ ແມ່ນຊົ່ວຮ້າຍຫລາຍທີ່ສຸດ ຈົນໃນທີ່ສຸດສາດສະດາມໍມອນທີ່ຍິ່ງໃຫຍ່ໄດ້ຄ້ຳຄວນຕໍ່ ໂມໂຣໄນ ລູກຊາຍຂອງເພິ່ນວ່າ:
“ແຕ່ວ່າ ໂອ້ ລູກຂອງພໍ່, ເປັນໄປໄດ້ແນວໃດທີ່ຜູ້ຄົນເຫລົ່ານີ້ມີຄວາມເບີກບານຢູ່ກັບຄວາມໜ້າກຽດຊັງເຖິງຂະໜາດນີ້—
“ພວກເຮົາຈະຫວັງໄດ້ແນວໃດວ່າ ພຣະເຈົ້າຈະຢັບຢັ້ງພຣະຫັດໃນການພິພາກສາລົງໂທດພວກເຮົາ?”17
ໃນສະໄໝນີ້, ເຖິງແມ່ນວ່າເຮົາມີຊີວິດຢູ່ໃນວັນເວລາພິເສດ, ແຕ່ໂລກບໍ່ໄດ້ຮັບພອນດ້ວຍຄວາມຊອບທຳ ແລະ ຄວາມເປັນອັນໜຶ່ງດຽວກັນ ດັ່ງທີ່ບັນຍາຍຢູ່ໃນ 4 ນີໄຟ. ແນ່ນອນ, ເຮົາມີຊີວິດຢູ່ໃນຊ່ວງເວລາທີ່ມີການແບ່ງແຍກທີ່ແຂງແກ່ນພິເສດ. ເຖິງຢ່າງໃດກໍຕາມ, ຫລາຍລ້ານຄົນທີ່ໄດ້ຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ສັນຍາກັບຕົວເອງວ່າ ຈະບັນລຸທັງຄວາມຊອບທຳ ແລະ ຄວາມເປັນອັນໜຶ່ງດຽວກັນ. ເຮົາທຸກຄົນຮູ້ຈັກສິ່ງທີ່ເຮົາສາມາດເຮັດໃຫ້ດີກວ່າເກົ່າ, ແລະ ນັ້ນຄືການທ້າທາຍໃນທຸກວັນນີ້. ເຮົາສາມາດເປັນພະລັງຊຸກຍູ້ ແລະ ເປັນພອນໃຫ້ແກ່ສັງຄົມທັງໝົດ. ໃນຈຸດເລີ່ມຕົ້ນ 200 ປີໃນປະຫວັດສາດຂອງສາດສະໜາຈັກຂອງເຮົາ, ຂໍໃຫ້ເຮົາຈົ່ງສັນຍາກັບຕົວເອງໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ທີ່ຈະດຳລົງຊີວິດຢ່າງຊອບທຳ ແລະ ເປັນອັນໜຶ່ງດຽວກັນ ດັ່ງທີ່ບໍ່ເຄີຍເປັນມາກ່ອນ. ປະທານຣະໂຊ ເອັມ ແນວສັນ ໄດ້ຂໍໃຫ້ເຮົາ “ສະແດງຄວາມສຸພາບ, ຄວາມປອງດອງທາງເຊື້ອຊາດ ແລະ ຊົນເຜົ່າ ແລະ ເຄົາລົບຊຶ່ງກັນແລະກັນ.”18 ນີ້ໝາຍເຖິງການຮັກກັນແລະກັນ ແລະ ຮັກພຣະເຈົ້າ ແລະ ຮັບຮູ້ທຸກຄົນວ່າເປັນອ້າຍເອື້ອຍນ້ອງກັນ ແລະ ຜູ້ຄົນຊີໂອນຢ່າງແທ້ຈິງ.
ດ້ວຍຄຳສອນທີ່ລວມທຸກຢ່າງ, ເຮົາສາມາດເປັນອັນໜຶ່ງດຽວກັນໃນທ່າມກາງຄວາມແຕກແຍກ ແລະ ສະຫລອງຄວາມແຕກຕ່າງໄດ້. ຄວາມເປັນອັນໜຶ່ງດຽວກັນ ແລະ ຄວາມແຕກຕ່າງບໍ່ແມ່ນສິ່ງກົງກັນຂ້າມ. ເຮົາສາມາດບັນລຸຄວາມເປັນອັນໜຶ່ງດຽວກັນໄດ້ ຂະນະທີ່ເຮົາສົ່ງເສີມບັນຍາກາດຂອງການລວມກັນ ແລະ ນັບຖືຄວາມແຕກຕ່າງ. ລະຫວ່າງໄລຍະທີ່ຂ້າພະເຈົ້າໄດ້ຮັບໃຊ້ໃນຝ່າຍປະທານສະເຕກຢູ່ເມືອງແຊນແຟນຊິດສະໂກ ລັດແຄລີໂຟເນຍ, ພວກເຮົາມີພາສາສະເປນ, ຕົງກາ, ຊາມົວ, ຕາກາລອກ, ແລະ ຈີນແມນດາລິນ ທີ່ເວົ້າກັນຢູ່ໃນໂບດ. ຫວອດພາສາອັງກິດຂອງພວກເຮົາມີຜູ້ຄົນຫລາກຫລາຍຊົນຊາດ ແລະ ຫລາກຫລາຍວັດທະນະທຳປົນຢູ່ນຳກັນ. ມັນເຕັມໄປດ້ວຍຄວາມຮັກ, ຄວາມຊອບທຳ, ແລະ ຄວາມເປັນອັນໜຶ່ງດຽວກັນ.
ຫວອດ ແລະ ສາຂາໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໄດ້ຖືກຈັດຕັ້ງຂຶ້ນຕາມພູມີພາກ ຫລື ພາສາ,19 ແຕ່ບໍ່ແມ່ນຕາມເຊື້ອຊາດ ຫລື ວັດທະນະທຳ. ບັນທຶກສະມາຊິກກະພາບບໍ່ມີການແຈ້ງບອກເຊື້ອຊາດ.
ໃນຕອນຕົ້ນຂອງພຣະຄຳພີມໍມອນ, ປະມານ 550 ປີກ່ອນການກຳເນີດຂອງພຣະຄຣິດ, ເຮົາໄດ້ຖືກສິດສອນເລື່ອງພຣະບັນຍັດຂັ້ນພື້ນຖານກ່ຽວກັບຄວາມສຳພັນລະຫວ່າງລູກໆຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນ. ທຸກຄົນຈະຕ້ອງຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ແລະ ທຸກຄົນຈະຖືກເຊື້ອເຊີນໃຫ້ຮັບເອົາພຣະກະລຸນາທິຄຸນຂອງພຣະຜູ້ເປັນເຈົ້າ; “ແລະ ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ, ບໍ່ວ່າດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ; ແລະ ພຣະອົງລະນຶກເຖິງຄົນທີ່ບໍ່ມີສາດສະໜານຳອີກ; ແລະ ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ, ທັງຊາວຢິວ ແລະ ຄົນຕ່າງຊາດ.”20
ການປະຕິບັດສາດສະໜາກິດ ແລະ ຂ່າວສານຂອງພຣະຜູ້ຊ່ວຍໃຫ້ລອດ ໄດ້ຖືກປະກາດຢ່າງສະໝ່ຳສະເໝີວ່າທຸກຊົນຊາດ ແລະ ຜູ້ຄົນທຸກຜິວພັນເປັນລູກຂອງພຣະເຈົ້າ. ເຮົາທຸກຄົນເປັນອ້າຍເອື້ອຍນ້ອງກັນ. ໃນຄຳສອນຂອງເຮົາ, ເຮົາເຊື່ອວ່າ ໃນປະເທດທີ່ເລີ່ມຕົ້ນການຟື້ນຟູ, ສະຫະລັດອາເມຣິກາ, ລັດຖະທຳມະນູນຂອງສະຫະລັດ21 ແລະ ເອກະສານທີ່ກ່ຽວຂ້ອງ,22 ໄດ້ຖືກຂຽນຂຶ້ນໂດຍກຸ່ມຜູ້ຊາຍທີ່ຂາດຕົກບົກພ່ອງ, ແຕ່ໄດ້ຮັບການດົນໃຈຈາກພຣະເຈົ້າ ເພື່ອໃຫ້ເປັນພອນແກ່ຜູ້ຄົນທັງປວງ. ເມື່ອເຮົາອ່ານຢູ່ໃນ ຄຳສອນ ແລະ ພັນທະສັນຍາ, ຄຳສອນເຫລົ່ານີ້ແມ່ນ “ຖືກຈັດຕັ້ງຂຶ້ນ, ແລະ ຄວນຖືກຮັກສາໄວ້ເພື່ອສິດທິ ແລະ ການຄຸ້ມຄອງ ເນື້ອໜັງທັງປວງ, ຕາມຫລັກທຳທີ່ທ່ຽງທຳ ແລະ ສັກສິດ.”23 ຫລັກທຳສອງຢ່າງເຫລົ່ານີ້ແມ່ນອຳເພີໃຈ ແລະ ຄວາມຮັບຜິດຊອບຕໍ່ບາບຂອງຕົນເອງ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ:
“ສະນັ້ນ, ມັນຈຶ່ງບໍ່ຖືກຕ້ອງທີ່ມະນຸດຄົນໃດຈະຢູ່ໃນຄວາມເປັນທາດຂອງຄົນອື່ນ.
“ແລະ ເພື່ອຈຸດປະສົງນີ້ ເຮົາຈຶ່ງໄດ້ຈັດຕັ້ງລັດຖະທຳມະນູນຂອງແຜ່ນດິນນີ້, ໂດຍມືຂອງຄົນທີ່ສະຫລາດ ຊຶ່ງເຮົາໄດ້ຍົກຂຶ້ນເພື່ອຈຸດປະສົງນີ້ເອງ, ແລະ ໄດ້ໄຖ່ແຜ່ນດິນໂດຍການນອງເລືອດ.”24
ການເປີດເຜີຍນີ້ໄດ້ຮັບໃນປີ 1833 ຕອນໄພ່ພົນໃນລັດມີເຊີຣີໄດ້ຮັບທຸກທໍລະມານກັບການຖືກຂົ່ມເຫັງຢ່າງໜັກ. ຫົວຂໍ້ພາກ ຄຳສອນ ແລະ ພັນທະສັນຍາ ພາກທີ 101 ພາກສ່ວນໜຶ່ງອ່ານວ່າ: “ກຸ່ມອັນຕະພານໄດ້ຂັບໄລ່ເຂົາເຈົ້າອອກຈາກບ້ານເຮືອນຂອງເຂົາເຈົ້າໃນເຂດແຈ໊ກສັນ. … ການຂູ່ເຂັນ [ສະມາຊິກ] ຂອງສາດສະໜາຈັກແມ່ນມີຫລາຍ.”25
ມັນເປັນເວລາທີ່ມີຄວາມຕຶງຄຽດໃນຫລາຍວິທີທາງ. ຊາວມີເຊີຣີຫລາຍຄົນຄິດວ່າຊາວອິນເດຍແດງເປັນສັດຕູທີ່ບໍ່ຢຸດຢ່ອນ ແລະ ຢາກກຳຈັດເຂົາເຈົ້າຈາກແຜ່ນດິນ. ນອກເໜືອຈາກນັ້ນ, ຜູ້ທີ່ມາຕັ້ງຖິ່ນຖານຢູ່ລັດມີເຊີຣີຫລາຍຄົນ ໄດ້ເປັນເຈົ້າຂອງຂ້າທາດ ແລະ ຮູ້ສຶກຖືກຂົ່ມຂູ່ໂດຍຜູ້ທີ່ຕໍ່ຕ້ານກັບການເປັນຂ້າທາດ.
ກົງກັນຂ້າມ, ຄຳສອນຂອງພວກເຮົານັບຖືຊາວອິນເດຍແດງ, ແລະ ຄວາມປາດຖະໜາຂອງເຮົາຢາກສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ກັບເຂົາເຈົ້າ. ກ່ຽວກັບການເປັນຂ້າທາດ, ພຣະຄຳພີຂອງພວກເຮົາໄດ້ກ່າວຢ່າງແຈ່ມແຈ້ງວ່າ ບໍ່ມີໃຜຄວນເປັນຂ້າທາດຂອງຄົນອື່ນ.26
ໃນທີ່ສຸດ, ໄພ່ພົນໄດ້ຖືກຂັບໄລ່ຢ່າງຮຸນແຮງອອກຈາກລັດມີເຊີຣີ27 ແລະ ແລ້ວຖືກບັງຄັບໃຫ້ຍ້າຍໄປຫາພາກຕາເວັນຕົກ.28 ໄພ່ພົນໄດ້ຈະເລີນຮຸ່ງເຮືອງ ແລະ ພົບສັນຕິສຸກທີ່ມາກັບຄວາມຊອບທຳ, ຄວາມເປັນອັນໜຶ່ງດຽວກັນ, ແລະ ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຂ້າພະເຈົ້າປິຕິຍິນດີໃນຄຳອະທິຖານເພື່ອຄົນອື່ນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ມີບັນທຶກຢູ່ໃນພຣະທຳໂຢຮັນ. ພຣະຜູ້ຊ່ວຍໃຫ້ລອດຮັບຮູ້ວ່າ ພຣະບິດາໄດ້ສົ່ງພຣະອົງມາ ແລະ ວ່າພຣະອົງ, ພຣະຜູ້ຊ່ວຍໃຫ້ລອດ, ໄດ້ສຳເລັດວຽກງານທີ່ພຣະອົງໄດ້ຖືກສົ່ງມາໃຫ້ເຮັດ. ພຣະອົງໄດ້ອະທິຖານເພື່ອສານຸສິດຂອງພຣະອົງ ແລະ ເພື່ອຜູ້ທີ່ຈະເຊື່ອໃນພຣະຄຣິດ: “ຂໍໂຜດໃຫ້ພວກເຂົາທັງໝົດເປັນອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າເອີຍ, ຂໍໃຫ້ພວກເຂົາຢູ່ໃນເຮົາທັງສອງເໝືອນກັນ, ເໝືອນດັ່ງພຣະອົງສະຖິດຢູ່ໃນຂ້ານ້ອຍ ແລະ ຂ້ານ້ອຍຢູ່ໃນພຣະອົງ.”29 ຄວາມເປັນອັນໜຶ່ງອັນດຽວກັນຄືສິ່ງທີ່ພຣະຄຣິດໄດ້ອະທິຖານທູນຂໍ ກ່ອນພຣະອົງຖືກທໍລະຍົດ ແລະ ຖືກຄຶງ.
ໃນປີທຳອິດຫລັງຈາກການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊຶ່ງບັນທຶກຢູ່ໃນ ພາກທີ 38 ຂອງ ຄຳສອນ ແລະ ພັນທະສັນຍາ, ພຣະຜູ້ເປັນເຈົ້າກ່າວເຖິງສົງຄາມ ແລະ ຄວາມຊົ່ວຮ້າຍ ແລະ ປະກາດວ່າ, “ເຮົາກ່າວກັບພວກເຈົ້າວ່າ, ຈົ່ງເປັນອັນໜຶ່ງອັນດຽວກັນ; ແລະ ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນ ພວກເຈົ້າກໍບໍ່ແມ່ນຂອງເຮົາ.”30
ວັດທະນະທຳຂອງສາດສະໜາຈັກຂອງເຮົາມາຈາກພຣະກິດຕິຄຸນຂອງພຣະເຢຊູຄຣິດ. ສານຂອງອັກຄະສາວົກໂປໂລເຖິງຊາວໂຣມ ແມ່ນເລິກເຊິ່ງ.31 ສາດສະໜາຈັກສະໄໝກ່ອນໃນກຸງໂຣມມີທັງຊາວຢິວ ແລະ ຄົນຕ່າງຊາດ. ຊາວຢິວສະໄໝກ່ອນມີວັດທະນະທຳຂອງຊາວຢູດາ ແລະ “ໄດ້ຮັບການປົດປ່ອຍ, ແລະ ເລີ່ມຕົ້ນຂະຫຍາຍເຜົ່າພັນ ແລະ ຈະເລີນຮຸ່ງເຮືອງ.”32
ຄົນຕ່າງຊາດໃນກຸງໂຣມມີວັດທະນະທຳຕາມຊາວກຣີກ, ຊຶ່ງອັກຄະສາວົກໂປໂລຮູ້ຈັກດີ ເພາະປະສົບການຂອງເພິ່ນນຳຊາວອາແຖນ ແລະ ຊາວໂກຣິນໂທ.
ໂປໂລໄດ້ກຳນົດພຣະກິດຕິຄຸນຂອງພຣະເຢຊູຄຣິດໃນແບບທີ່ກວ້າງຂວາງ. ເພິ່ນບັນທຶກທັດສະນະທີ່ກ່ຽວຂ້ອງກັບວັດທະນະທຳຂອງຊາວຢູດາ ແລະ ຄົນຕ່າງຊາດ33 ວ່າມັນຂັດກັບຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເພິ່ນຂໍໃຫ້ພວກເຂົາປະຖິ້ມວັດທະນະທຳທີ່ຕ້ານກັບຄວາມເຊື່ອ ແລະ ວັດທະນະທຳທີ່ບໍ່ສອດຄ່ອງກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໂປໂລໄດ້ແນະນຳຊາວຢິວ ແລະ ຄົນຕ່າງຊາດໃຫ້ຮັກສາພຣະບັນຍັດ ແລະ ຮັກກັນແລະກັນ ແລະ ໃຫ້ຄວາມຊອບທຳນຳພາໄປສູ່ຄວາມລອດ.34
ວັດທະນະທຳແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດບໍ່ແມ່ນວັດທະນະທຳຂອງຄົນຕ່າງຊາດ ຫລື ວັດທະນະທຳຂອງຊາວຢູດາ. ມັນບໍ່ຂຶ້ນກັບຜິວພັນຂອງຜູ້ຄົນ ຫລື ການໃຊ້ຊີວິດຂອງຜູ້ຄົນ. ຂະນະທີ່ເຮົາປິຕິຍິນດີໃນວັດທະນະທຳທີ່ໂດດເດັ່ນ, ເຮົາຄວນປະຖິ້ມທັດສະນະຂອງວັດທະນະທຳທີ່ຂັດກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ສະມາຊິກ ແລະ ຜູ້ປ່ຽນໃຈເຫລື້ອມໃສໃໝ່ຂອງເຮົາ ສ່ວນຫລາຍມາຈາກຫລາຍເຊື້ອຊາດ ແລະ ວັດທະນະທຳທີ່ແຕກຕ່າງກັນ. ຖ້າຫາກເຮົາຕິດຕາມຄຳແນະນຳຂອງປະທານແນວສັນ ເພື່ອເຕົ້າໂຮມອິດສະຣາເອນ, ແລ້ວເຮົາຈະພົບເຫັນວ່າເຮົາແຕກຕ່າງຄືກັນກັບຊາວຢິວ ແລະ ຄົນຕ່າງຊາດ ໃນວັນເວລາຂອງໂປໂລ. ແຕ່ເຮົາກໍສາມາດເປັນອັນໜຶ່ງດຽວກັນໄດ້ໃນຄວາມຮັກ ແລະ ສັດທາຂອງເຮົາໃນພຣະເຢຊູຄຣິດ. ສານຂອງໂປໂລເຖິງຊາວໂຣມ ສະຖາປະນາຫລັກທຳວ່າເຮົາຕິດຕາມວັດທະນະທຳ ແລະ ຄຳສອນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ມັນເປັນແບບຢ່າງໃຫ້ເຮົາຈົນເຖິງທຸກວັນນີ້.35 ພິທີການຂອງພຣະວິຫານລວມເຮົາເຂົ້າກັນໃນວິທີທາງທີ່ພິເສດ ແລະ ໃຫ້ເຮົາເປັນອັນໜຶ່ງອັນດຽວກັນໃນທຸກໆວິທີທາງທີ່ສຳຄັນຊົ່ວນິລັນດອນ.
ເຮົາໃຫ້ກຽດແກ່ສະມາຊິກຜູ້ບຸກເບີກຂອງເຮົາຕະຫລອດທົ່ວໂລກ ບໍ່ແມ່ນຍ້ອນວ່າເຂົາເຈົ້າດີພ້ອມທຸກຢ່າງ ແຕ່ຍ້ອນວ່າເຂົາເຈົ້າເອົາຊະນະຄວາມຍາກລຳບາກ, ໄດ້ເສຍສະລະ, ປາດຖະໜາຈະເປັນເໝືອນດັ່ງພຣະຄຣິດ, ແລະ ພະຍາຍາມສ້າງສັດທາ ແລະ ກາຍເປັນອັນໜຶ່ງອັນດຽວກັນກັບພຣະຜູ້ຊ່ວຍໃຫ້ລອດ. ຄວາມເປັນອັນໜຶ່ງອັນດຽວກັນຂອງເຂົາເຈົ້າກັບພຣະຜູ້ຊ່ວຍໃຫ້ລອດ ເຮັດໃຫ້ເຂົາເຈົ້າເປັນອັນໜຶ່ງອັນດຽວກັນ. ຫລັກທຳນີ້ແມ່ນຈິງແທ້ສຳລັບທ່ານ ແລະ ຂ້າພະເຈົ້າໃນທຸກວັນນີ້.
ຄຳຮຽກຮ້ອງຕໍ່ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຄືໃຫ້ພະຍາຍາມເປັນຜູ້ຄົນຂອງຊີໂອນ ທີ່ມີໃຈດຽວ ແລະ ມີຄວາມຄິດດຽວ ແລະ ຢູ່ນຳກັນດ້ວຍຄວາມຊອບທຳ.36
ມັນແມ່ນຄຳອະທິຖານຂອງຂ້າພະເຈົ້າວ່າ ເຮົາຈະເປັນຄົນຊອບທຳ ແລະ ເປັນອັນໜຶ່ງດຽວກັນ ແລະ ເອົາໃຈໃສ່ຕໍ່ການຮັບໃຊ້ ແລະ ການນະມັດສະການພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຜູ້ຊຶ່ງຂ້າພະເຈົ້າເປັນພະຍານເຖິງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.