ຂ້າພະເຈົ້າເຊື່ອໃນເຫລົ່າທູດ
ພຣະຜູ້ເປັນເຈົ້າຮັບຮູ້ການທ້າທາຍຕ່າງໆທີ່ທ່ານປະເຊີນຢູ່. ພຣະອົງຮູ້ຈັກທ່ານ, ພຣະອົງຮັກທ່ານ, ແລະ ຂ້າພະເຈົ້າສັນຍາກັບທ່ານວ່າ, ພຣະອົງຈະສົ່ງເຫລົ່າທູດມາຊ່ວຍເຫລືອທ່ານ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເຊື່ອໃນເຫລົ່າທູດ, ແລະ ຂ້າພະເຈົ້າຈະເລົ່າໃຫ້ທ່ານຟັງກ່ຽວກັບປະສົບການຂອງຂ້າພະເຈົ້າກັບເຫລົ່າທູດ. ໃນການເຮັດດັ່ງນີ້, ຂ້າພະເຈົ້າຫວັງ ແລະ ອະທິຖານວ່າ ເຮົາຈະຮັບຮູ້ຄວາມສຳຄັນຂອງເຫລົ່າທູດໃນຊີວິດຂອງເຮົາ.
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງແອວເດີ ແຈັບຟະຣີ ອາ ຮໍແລນ ຈາກກອງປະຊຸມໃຫຍ່ສາມັນທີ່ຜ່ານມາ: “ເມື່ອເຮົາກ່າວເຖິງຜູ້ຄົນທີ່ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ, ເຮົາຈຳໄດ້ວ່າ ບໍ່ແມ່ນເຫລົ່າທູດທັງໝົດມາຈາກຟາກມ່ານເບື້ອງນັ້ນ. ເຫລົ່າທູດບາງອົງກໍເດີນດິນໄປນຳເຮົາ ແລະ ເວົ້າລົມກັບເຮົາ—ຢູ່ທີ່ນີ້, ດຽວນີ້, ທຸກໆວັນ. ທູດບາງອົງກໍອາໄສຢູ່ໃນໝູ່ບ້ານຂອງເຮົາເອງ. … ແທ້ຈິງແລ້ວ ສະຫວັນເບິ່ງຄືວ່າກໍຢູ່ໃກ້ກວ່າເກົ່າ ເມື່ອເຮົາເຫັນຄວາມຮັກຂອງພຣະເຈົ້າສະແດງໃຫ້ປະຈັກຢູ່ໃນຄວາມເມດຕາ ແລະ ການອຸທິດຕົນຂອງຜູ້ຄົນທີ່ດີ ແລະ ບໍລິສຸດແທ້ໆ ຈົນວ່າເປັນດັ່ງ ທູດ ຄືຄຳດຽວເທົ່ານັ້ນທີ່ເຮົາຄິດອອກໄດ້” (“The Ministry of Angels,” Liahona, Nov. 2008, 30).
ມັນກ່ຽວກັບເຫລົ່າທູດຢູ່ຟາກມ່ານເບື້ອງນີ້ ທີ່ຂ້າພະເຈົ້າຢາກຈະກ່າວເຖິງ. ເຫລົ່າທູດທີ່ເດີນດິນໄປໃນບັນດາພວກເຮົາ ໃນຊີວິດປະຈຳວັນຂອງເຮົາ ເປັນການເຕືອນໃຈທີ່ມີພະລັງເຖິງຄວາມຮັກຂອງພຣະເຈົ້າທີ່ມີໃຫ້ເຮົາ.
ເຫລົ່າທູດສອງອົງທຳອິດທີ່ຂ້າພະເຈົ້າຈະກ່າວເຖິງແມ່ນ ຊິດສະເຕີຜູ້ສອນສາດສະໜາ ຜູ້ທີ່ໄດ້ສອນພຣະກິດຕິຄຸນໃຫ້ຂ້າພະເຈົ້າ ຕອນຂ້າພະເຈົ້າເປັນຊາຍໜຸ່ມ: ຊິດສະເຕີ ວິວມາ ໂມລີນາ ແລະ ຊິດສະເຕີ ອີວອນແນັດ ຣິວິດຕີ. ນ້ອງສາວ ແລະ ຂ້າພະເຈົ້າຖືກເຊື້ອເຊີນໄປຮ່ວມກິດຈະກຳຂອງສາດສະໜາຈັກ ບ່ອນທີ່ພວກເຮົາໄດ້ພົບເຫລົ່າທູດສອງອົງນີ້. ຂ້າພະເຈົ້າບໍ່ເຄີຍຄາດຄິດເລີຍວ່າກິດຈະກຳທີ່ລຽບງ່າຍເທື່ອນັ້ນຈະປ່ຽນແປງຊີວິດຂອງຂ້າພະເຈົ້າ.
ພໍ່ແມ່ ແລະ ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າບໍ່ສົນໃຈຈະຮຽນຮູ້ຫຍັງຫລາຍກ່ຽວກັບສາດສະໜາຈັກໃນເວລານັ້ນ. ພວກເພິ່ນບໍ່ເຕັມໃຈແມ່ນແຕ່ຈະໃຫ້ຜູ້ສອນສາດສະໜາເຂົ້າໄປໃນບ້ານຂອງພວກເຮົາ, ສະນັ້ນຂ້າພະເຈົ້າຈຶ່ງໄດ້ຮຽນບົດຮຽນຂອງຜູ້ສອນສາດສະໜາຢູ່ທີ່ຕຶກໂບດຂອງສາດສະໜາຈັກ. ຫ້ອງນ້ອຍໆຢູ່ຕຶກໂບດນັ້ນໄດ້ກາຍເປັນ “ປ່າສັກສິດ” ຂອງຂ້າພະເຈົ້າ.
ໜຶ່ງເດືອນຫລັງຈາກທູດເຫລົ່ານີ້ໄດ້ແນະນຳຂ້າພະເຈົ້າໃຫ້ຮູ້ຈັກພຣະກິດຕິຄຸນ, ຂ້າພະເຈົ້າກໍໄດ້ຮັບບັບຕິສະມາ. ຕອນນັ້ນຂ້າພະເຈົ້າມີອາຍຸ 16 ປີ. ໜ້າເສຍດາຍ, ຂ້າພະເຈົ້າບໍ່ມີຮູບຂອງເຫດການສັກສິດນັ້ນ, ແຕ່ຂ້າພະເຈົ້າມີຮູບຂອງນ້ອງສາວ ແລະ ຂ້າພະເຈົ້າ ຕອນທີ່ພວກເຮົາໄດ້ໄປຮ່ວມໃນກິດຈະກຳນັ້ນ. ຂ້າພະເຈົ້າອາດຕ້ອງອະທິບາຍວ່າໃຜເປັນໃຜໃນຮູບນີ້. ຂ້າພະເຈົ້າເປັນຜູ້ທີ່ສູງກວ່າໝູ່ຢູ່ດ້ານຂວາມື.
ຕາມທີ່ທ່ານຈະຈິນຕະນາການໄດ້, ການຄົງຢູ່ຢ່າງເຂັ້ມແຂງໃນສາດສະໜາຈັກເປັນເລື່ອງທີ່ທ້າທາຍສຳລັບໄວລຸ້ນ ທີ່ຫາກໍໄດ້ປ່ຽນວິຖີຊີວິດ ແລະ ຜູ້ທີ່ຄອບຄົວບໍ່ໄດ້ເດີນໄປໃນເສັ້ນທາງດຽວກັນ.
ຂະນະທີ່ຂ້າພະເຈົ້າພະຍາຍາມປັບຕົວເຂົ້າກັບຊີວິດໃໝ່, ວັດທະນະທຳໃໝ່, ແລະ ໝູ່ເພື່ອນໃໝ່, ຂ້າພະເຈົ້າໄດ້ຮູ້ສຶກບໍ່ສະບາຍໃຈ. ຫລາຍໆເທື່ອ ຂ້າພະເຈົ້າໄດ້ຮູ້ສຶກໂດດດ່ຽວ ແລະ ທໍ້ຖອຍໃຈ. ຂ້າພະເຈົ້າຮູ້ວ່າສາດສະໜາຈັກຈິງແທ້, ແຕ່ຂ້າພະເຈົ້າບໍ່ຮູ້ສຶກວ່າ ຕົວເອງເປັນພາກສ່ວນ. ເຖິງແມ່ນວ່າບໍ່ສະບາຍໃຈ ແລະ ບໍ່ແນ່ໃຈ ຂະນະທີ່ຂ້າພະເຈົ້າໄດ້ພະຍາຍາມຈະເປັນພາກສ່ວນໃນສາດສະໜາໃໝ່ຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າໄດ້ພົບເຫັນຄວາມກ້າຫານທີ່ຈະໄປຮ່ວມກອງປະຊຸມສາມວັນຂອງຊາວໜຸ່ມ, ຊຶ່ງຂ້າພະເຈົ້າໄດ້ຄິດວ່າຈະຊ່ວຍໃຫ້ຂ້າພະເຈົ້າຜູກມິດກັບຄົນອື່ນ. ໃນຕອນນີ້ແຫລະທີ່ຂ້າພະເຈົ້າໄດ້ພົບທູດທີ່ຊ່ວຍໃຫ້ລອດອົງໜຶ່ງ, ຊື່ວ່າ ໂມນິກາ ບະແຣນດາວ.
ນາງເປັນຄົນໃໝ່ໃນເຂດນັ້ນ, ໂດຍທີ່ໄດ້ຍ້າຍມາຈາກອີກພາກໜຶ່ງຂອງປະເທດບຣາຊິນ. ນາງໄດ້ຮັບຄວາມສົນໃຈຂອງຂ້າພະເຈົ້າໃນທັນທີ ແລະ, ໂຊກດີສຳລັບຂ້າພະເຈົ້າ, ນາງໄດ້ຍອມຮັບຂ້າພະເຈົ້າເປັນເພື່ອນ. ຂ້າພະເຈົ້າຄິດວ່ານາງໄດ້ສົນໃຈນິໄສໃຈຄໍຂອງຂ້າພະເຈົ້າ ຫລາຍກວ່າຮູບຮ່າງພາຍນອກຂອງຂ້າພະເຈົ້າ.
ຍ້ອນການຜູກມິດກັບຂ້າພະເຈົ້າ, ນາງຈຶ່ງໄດ້ແນະນຳຂ້າພະເຈົ້າໃຫ້ຮູ້ຈັກກັບໝູ່ເພື່ອນຂອງນາງ, ຜູ້ທີ່ໄດ້ກາຍມາເປັນໝູ່ເພື່ອນຂອງຂ້າພະເຈົ້າ ຂະນະທີ່ພວກເຮົາໄດ້ມ່ວນຊື່ນກັບກິດຈະກຳຂອງຊາວໜຸ່ມ ທີ່ຂ້າພະເຈົ້າໄດ້ໄປຮ່ວມຕໍ່ຈາກນັ້ນ. ກິດຈະກຳເຫລົ່ານັ້ນແມ່ນສຳຄັນຫລາຍຕໍ່ການມີພາກສ່ວນຂອງຂ້າພະເຈົ້າຢູ່ໃນຊີວິດໃໝ່ນີ້.
ໝູ່ເພື່ອນທີ່ດີເຫລົ່ານີ້ໄດ້ສ້າງຄວາມແຕກຕ່າງຫລາຍ, ແຕ່ການທີ່ບໍ່ໄດ້ຮຽນຮູ້ພຣະກິດຕິຄຸນຢູ່ໃນບ້ານເຮືອນ ໂດຍມີຄອບຄົວທີ່ສະໜັບສະໜູນຍັງເຮັດໃຫ້ຂັ້ນຕອນການປ່ຽນໃຈເຫລື້ອມໃສຂອງຂ້າພະເຈົ້າຕົກຢູ່ໃນຂັ້ນສ່ຽງ. ປະຕິສຳພັນທາງພຣະກິດຕິຄຸນຂອງຂ້າພະເຈົ້າໃນສາດສະໜາຈັກ ຍິ່ງສຳຄັນຫລາຍຂຶ້ນຕໍ່ການປ່ຽນໃຈເຫລື້ອມໃສທີ່ກຳລັງເຕີບໂຕຂອງຂ້າພະເຈົ້າ. ແລ້ວພຣະຜູ້ເປັນເຈົ້າກໍໄດ້ສົ່ງເຫລົ່າທູດອີກສອງອົງມາຊ່ວຍຂ້າພະເຈົ້າ.
ໜຶ່ງໃນນັ້ນແມ່ນ ເລດາ ແວັດໂຕຣີ, ຄູສອນໃນຫ້ອງຮຽນສາດສະໜາຕອນເຊົ້າໆຂອງຂ້າພະເຈົ້າ. ຜ່ານຄວາມຮັກທີ່ຍອມຮັບ ແລະ ຫ້ອງຮຽນທີ່ດົນໃຈຂອງເພິ່ນ, ເພິ່ນໄດ້ມອບ “ພຣະຄຳອັນປະເສີດຂອງພຣະເຈົ້າ” ໃຫ້ແກ່ຂ້າພະເຈົ້າທຸກໆວັນ” (ໂມໂຣໄນ 6:4), ຊຶ່ງຂ້າພະເຈົ້າຕ້ອງການຕະຫລອດທັງວັນຂອງຂ້າພະເຈົ້າ. ສິ່ງນີ້ໄດ້ຊ່ວຍຂ້າພະເຈົ້າໃຫ້ມີພະລັງທາງວິນຍານເພື່ອຈະກ້າວໄປໜ້າ.
ທູດອີກອົງໜຶ່ງທີ່ຖືກສົ່ງມາຊ່ວຍຂ້າພະເຈົ້າແມ່ນປະທານອົງການຊາຍໜຸ່ມ, ມາໂກ ອານໂຕນຽວ ຟູສະໂກ. ເພິ່ນຖືກມອບໝາຍໃຫ້ເປັນຄູ່ສອນປະຈຳບ້ານລຸ້ນອ້າຍ. ເຖິງແມ່ນວ່າຂ້າພະເຈົ້າຂາດປະສົບການ ແລະ ມີການປະກົດຕົວທີ່ແຕກຕ່າງ, ເພິ່ນໄດ້ມອບໝາຍໃຫ້ຂ້າພະເຈົ້າສອນຢູ່ໃນຫ້ອງປະຊຸມຂອງກຸ່ມປະໂລຫິດ ແລະ ໃນການໄປສອນປະຈຳບ້ານ. ເພິ່ນໄດ້ໃຫ້ໂອກາດຂ້າພະເຈົ້າ ເພື່ອຈະປະຕິບັດ ແລະ ຮຽນຮູ້ ແລະ ບໍ່ພຽງແຕ່ໃຫ້ເປັນຄົນສັງເກດເຫັນພຣະກິດຕິຄຸນເທົ່ານັ້ນ. ເພິ່ນໄດ້ໄວ້ວາງໃຈຂ້າພະເຈົ້າ, ຫລາຍກວ່າທີ່ຂ້າພະເຈົ້າໄວ້ວາງໃຈຕົວເອງ.
ຂອບພຣະຄຸນທູດເຫລົ່ານີ້, ແລະ ອີກຫລາຍໆຄົນທີ່ຂ້າພະເຈົ້າໄດ້ພົບປະໃນຊ່ວງປີເລີ່ມຕົ້ນທີ່ສຳຄັນນັ້ນ, ຂ້າພະເຈົ້າໄດ້ຮັບຄວາມເຂັ້ມແຂງພໍທີ່ຈະຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ຂະນະທີ່ຂ້າພະເຈົ້າໄດ້ຮັບພະຍານແຫ່ງຄວາມຈິງທາງວິນຍານ.
ແລະ ມີຫຍັງເກີດຂຶ້ນກັບທູດອົງນັ້ນທີ່ເປັນຍິງໜຸ່ມ, ຊື່ ໂມນິກາ? ຫລັງຈາກພວກເຮົາທັງສອງໄດ້ຮັບໃຊ້ເຜີຍແຜ່ຈົບແລ້ວ, ນາງກໍໄດ້ກາຍເປັນພັນລະຍາຂອງຂ້າພະເຈົ້າ.
ຂ້າພະເຈົ້າບໍ່ຄິດວ່າມັນເປັນເລື່ອງບັງເອີນທີ່ໝູ່ເພື່ອນທີ່ດີ, ໜ້າທີ່ຮັບຜິດຊອບໃນສາດສະໜາຈັກ, ແລະ ການບຳລຸງລ້ຽງດ້ວຍພຣະຄຳອັນປະເສີດຂອງພຣະເຈົ້າໄດ້ເປັນພາກສ່ວນຂອງຂັ້ນຕອນນັ້ນ. ປະທານກໍດອນ ບີ ຮິງລີ ໄດ້ສິດສອນວ່າ: “ມັນບໍ່ເປັນເລື່ອງງ່າຍທີ່ຈະມີການປ່ຽນແປງທີ່ເກີດຂຶ້ນເພື່ອຈະເຂົ້າຮ່ວມສາດສະໜາຈັກນີ້. ມັນໝາຍເຖິງການປະຖິ້ມນິໄສເກົ່າ. ມັນໝາຍເຖິງການປະຖິ້ມໝູ່ເພື່ອນ. ມັນໝາຍເຖິງການປະຖິ້ມຄວາມເຊື່ອຖືທີ່ເຄີຍທະນຸຖະໜອມ. ມັນອາດຮຽກຮ້ອງການປ່ຽນແປງນິໄສເກົ່າ ແລະ ການຄວບຄຸມຄວາມປາດຖະໜາບາງຢ່າງ. ໃນຫລາຍໆກໍລະນີ ມັນໝາຍເຖິງຄວາມໂດດດ່ຽວດຽວດາຍ ແລະ ແມ່ນແຕ່ຄວາມຢ້ານກົວສິ່ງທີ່ເຮົາຍັງບໍ່ຮູ້ຈັກ. ຈຳເປັນຕ້ອງມີການບຳລຸງລ້ຽງ ແລະ ການເສີມຄວາມເຂັ້ມແຂງໃນຊ່ວງເວລາທີ່ຍາກລຳບາກ ໃນຊີວິດຂອງຜູ້ປ່ຽນໃຈເຫລື້ອມໃສ” (“There Must Be Messengers,” Ensign, Oct. 1987, 5).
ຕໍ່ມາເພິ່ນໄດ້ສິດສອນຕື່ມວ່າ, “ເຂົາເຈົ້າທຸກຄົນຕ້ອງການສາມຢ່າງ: ໝູ່ເພື່ອນ, ໜ້າທີ່ຮັບຜິດຊອບ, ແລະ ການບຳລຸງລ້ຽງດ້ວຍ ‘ພຣະຄຳອັນປະເສີດຂອງພຣະເຈົ້າ’”(“Converts and Young Men,” Ensign, May 1997, 47).
ເປັນຫຍັງຂ້າພະເຈົ້າຈຶ່ງແບ່ງປັນປະສົບການເຫລົ່ານີ້ກັບທ່ານ?
ທຳອິດ, ນີ້ກໍເພື່ອຈະສົ່ງຂ່າວສານເຖິງຜູ້ຄົນທີ່ກຳລັງຜ່ານຜ່າຂັ້ນຕອນທີ່ຄ້າຍຄືກັນໃນເວລານີ້. ບາງທີທ່ານກໍເປັນຜູ້ປ່ຽນໃຈເຫລື້ອມໃສໃໝ່, ຫລື ກຳລັງກັບຄືນມາສູ່ສາດສະໜາຈັກຫລັງຈາກໄດ້ລະຫົກລະເຫີນໄປເປັນເວລາດົນນານ, ຫລື ແມ່ນແຕ່ຜູ້ຄົນທີ່ກຳລັງດີ້ນລົນເພື່ອຢາກເປັນພາກສ່ວນ. ກະລຸນາ, ກະລຸນາເຖີດ, ຈົ່ງຢ່າທໍ້ຖອຍໃນຄວາມພະຍາຍາມຂອງທ່ານ ເພື່ອຈະເປັນພາກສ່ວນຂອງຄອບຄົວທີ່ໃຫຍ່ໂຕນີ້. ນີ້ແມ່ນສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດ.
ເມື່ອມັນກ່ຽວກັບຄວາມສຸກ ແລະ ຄວາມລອດຂອງທ່ານ, ຄວາມພະຍາຍາມທີ່ຈະກ້າວໄປໜ້ານັ້ນແມ່ນກຸ້ມຄ່າສະເໝີ. ຄວາມພະຍາຍາມທີ່ຈະປັບປ່ຽນວິຖີຊີວິດ ແລະ ວັດທະນະທຳຂອງທ່ານນັ້ນແມ່ນກຸ້ມຄ່າ. ພຣະຜູ້ເປັນເຈົ້າຮັບຮູ້ການທ້າທາຍຕ່າງໆທີ່ທ່ານປະເຊີນຢູ່. ພຣະອົງຮູ້ຈັກທ່ານ, ພຣະອົງຮັກທ່ານ, ແລະ ຂ້າພະເຈົ້າສັນຍາກັບທ່ານວ່າ, ພຣະອົງຈະສົ່ງເຫລົ່າທູດມາຊ່ວຍເຫລືອທ່ານ.
ໃນພຣະຄຳຂອງພຣະອົງເອງ ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ: “ເຮົາຈະອອກໜ້າພວກເຈົ້າ. ເຮົາຈະຢູ່ທາງຂວາມືພວກເຈົ້າ ແລະ ທາງຊ້າຍພວກເຈົ້າ, ແລະ ວິນຍານຂອງເຮົາຈະຢູ່ໃນໃຈຂອງພວກເຈົ້າ, ແລະ ທູດຂອງເຮົາຈະອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ” (ຄຳສອນ ແລະ ພັນທະສັນຍາ 84:88).
ຈຸດປະສົງທີສອງຂອງຂ້າພະເຈົ້າໃນການແບ່ງປັນປະສົບການເຫລົ່ານີ້ ແມ່ນເພື່ອສົ່ງຂ່າວສານເຖິງສະມາຊິກຂອງສາດສະໜາຈັກທຸກຄົນ—ເຖິງເຮົາທຸກຄົນ. ເຮົາຄວນຈື່ຈຳໄວ້ວ່າ ມັນບໍ່ແມ່ນເລື່ອງງ່າຍສຳລັບຜູ້ປ່ຽນໃຈເຫລື້ອມໃສໃໝ່, ໝູ່ເພື່ອນທີ່ກຳລັງກັບຄືນມາ, ແລະ ຜູ້ຄົນທີ່ມີວິຖີຊີວິດທີ່ແຕກຕ່າງ ທີ່ຈະເປັນພາກສ່ວນໄດ້ທັນທີ. ພຣະຜູ້ເປັນເຈົ້າຮັບຮູ້ເຖິງການທ້າທາຍທີ່ເຂົາເຈົ້າປະເຊີນຢູ່, ແລະ ພຣະອົງກຳລັງຊອກຫາເຫລົ່າທູດທີ່ເຕັມໃຈຈະຊ່ວຍ. ພຣະຜູ້ເປັນເຈົ້າຊອກຫາຜູ້ອາສາສະໝັກທີ່ເຕັມໃຈ ທີ່ຈະເປັນເຫລົ່າທູດໃນຊີວິດຂອງຄົນອື່ນສະເໝີ.
ອ້າຍເອື້ອຍນ້ອງທັງຫລາຍ, ທ່ານເຕັມໃຈທີ່ຈະເປັນເຄື່ອງມືໃນພຣະຫັດຂອງພຣະຜູ້ເປັນເຈົ້າຫລືບໍ່? ທ່ານເຕັມໃຈທີ່ຈະເປັນໜຶ່ງໃນເຫລົ່າທູດເຫລົ່ານີ້ຫລືບໍ່? ເປັນຜູ້ຕາງໜ້າ, ທີ່ພຣະເຈົ້າສົ່ງອອກໄປຈາກຟາກມ່ານເບື້ອງນີ້, ໄປຫາຄົນໃດຄົນໜຶ່ງທີ່ພຣະເຈົ້າເປັນຫ່ວງຫລືບໍ່? ພຣະອົງຕ້ອງການທ່ານ. ເຂົາເຈົ້າຕ້ອງການທ່ານ.
ແນ່ນອນວ່າ, ເຮົາສາມາດເພິ່ງອາໄສຜູ້ສອນສາດສະໜາຂອງເຮົາສະເໝີ. ເຂົາເຈົ້າຢູ່ທີ່ນັ້ນສະເໝີ, ເປັນຜູ້ທຳອິດທີ່ສະໝັກເຂົ້າຮ່ວມວຽກງານເປັນເຫລົ່າທູດນີ້. ແຕ່ເຂົາເຈົ້າກໍບໍ່ມີຈຳນວນພຽງພໍ.
ຖ້າຫາກທ່ານຫລຽວໄປອ້ອມຂ້າງທ່ານຢ່າງລະມັດລະວັງ, ທ່ານຈະພົບເຫັນຫລາຍຄົນທີ່ຕ້ອງການຄວາມຊ່ວຍເຫລືອຂອງເຫລົ່າທູດ. ຜູ້ຄົນເຫລົ່ານີ້ອາດບໍ່ໄດ້ນຸ່ງເສື້ອເຊີດສີຂາວ, ໃສ່ກະໂປ່ງ, ຫລື ນຸ່ງເຄື່ອງແບບໄປໂບດໃນວັນອາທິດ. ເຂົາເຈົ້າອາດນັ່ງຢູ່ຄົນດຽວ, ຢູ່ທ້າຍຫ້ອງນະມັດສະການ ຫລື ຫ້ອງຮຽນ, ບາງເທື່ອເຮົາຮູ້ສຶກວ່າເຂົາເຈົ້າບໍ່ມີຕົວຕົນ. ບາງທີຊົງຜົມຂອງເຂົາເຈົ້າກໍແປກປະຫລາດຫລາຍ ຫລື ຄຳເວົ້າຂອງເຂົາເຈົ້າກໍແຕກຕ່າງ, ແຕ່ເຂົາເຈົ້າກໍຢູ່ທີ່ນັ້ນ, ແລະ ເຂົາເຈົ້າກໍພະຍາຍາມຢູ່.
ບາງຄົນອາດກຳລັງຄິດຢູ່ວ່າ, “ເຮົາຄວນພະຍາຍາມກັບຄືນມາຫລືບໍ່? ເຮົາຄວນພະຍາຍາມຕໍ່ໄປຫລືບໍ່?” ອີກຄົນໜຶ່ງອາດກຳລັງຄິດ ຖ້າຫາກວ່າວັນໜຶ່ງເຂົາເຈົ້າອາດຈະເປັນທີ່ຍອມຮັບ ແລະ ຮັກຫອມ. ເຮົາຕ້ອງການເຫລົ່າທູດ, ໃນເວລານີ້; ເຫລົ່າທູດທີ່ເຕັມໃຈຈະອອກໄປຈາກເຂດທີ່ຕົນສະບາຍໃຈ ເພື່ອໂອບກອດເຂົາເຈົ້າ; “[ຜູ້ຄົນ] ທີ່ດີ ແລະ ບໍລິສຸດແທ້ໆ ຈົນວ່າເປັນດັ່ງ ທູດ ຄືຄຳດຽວເທົ່ານັ້ນທີ່ເຮົາຄິດອອກໄດ້ [ໃນການບັນຍາຍເຖິງເຂົາເຈົ້າ]” (Jeffrey R. Holland, “The Ministry of Angels,” 30).
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເຊື່ອໃນເຫລົ່າທູດ! ເຮົາທຸກຄົນກໍຢູ່ທີ່ນີ້ໃນມື້ນີ້, ເປັນກອງທັບໃຫຍ່ຂອງເຫລົ່າທູດ ຖືກແຕ່ງຕັ້ງສຳລັບວັນເວລາສຸດທ້າຍນີ້, ເພື່ອປະຕິບັດສາດສະໜາກິດຕໍ່ຄົນອື່ນ ເພື່ອເປັນພຣະຫັດຂອງພຣະຜູ້ສ້າງທີ່ຮັກແພງ. ຂ້າພະເຈົ້າສັນຍາວ່າ ຖ້າຫາກເຮົາເຕັມໃຈທີ່ຈະຮັບໃຊ້, ພຣະຜູ້ເປັນເຈົ້າຈະມອບໂອກາດໃຫ້ເຮົາ ເພື່ອເປັນເຫລົ່າທູດທີ່ປະຕິບັດສາດສະໜາກິດ. ພຣະອົງຮູ້ວ່າຜູ້ໃດຕ້ອງການຄວາມຊ່ວຍເຫລືອຂອງເຫລົ່າທູດ, ແລະ ພຣະອົງຈະວາງເຂົາເຈົ້າຢູ່ໃນເສັ້ນທາງຂອງເຮົາ. ພຣະຜູ້ເປັນເຈົ້າວາງຜູ້ຄົນທີ່ຕ້ອງການຄວາມຊ່ວຍເຫລືອ ຂອງເຫລົ່າທູດໄວ້ໃນເສັ້ນທາງຂອງເຮົາທຸກວັນ.
ຂ້າພະເຈົ້າກະຕັນຍູສຳລັບເຫລົ່າທູດທັງຫລາຍ ທີ່ພຣະຜູ້ເປັນເຈົ້າໄດ້ວາງໄວ້ໃນເສັ້ນທາງຂອງຂ້າພະເຈົ້າຕະຫລອດຊີວິດຂອງຂ້າພະເຈົ້າ. ຂ້າພະເຈົ້າຕ້ອງການເຂົາເຈົ້າ. ຂ້າພະເຈົ້າກະຕັນຍູສຳລັບພຣະກິດຕິຄຸນຂອງພຣະອົງນຳອີກ ທີ່ຊ່ວຍເຮົາໃຫ້ປ່ຽນແປງ ແລະ ໃຫ້ໂອກາດເຮົາເພື່ອເປັນຄົນດີກວ່າເກົ່າ.
ນີ້ແມ່ນພຣະກິດຕິຄຸນແຫ່ງຄວາມຮັກ, ພຣະກິດຕິຄຸນແຫ່ງການປະຕິບັດສາດສະໜາກິດ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.