ການພົບຄວາມສຸກໃນພຣະຄຣິດ
ວິທີທີ່ແນ່ນອນທີ່ສຸດທີ່ຈະພົບຄວາມສຸກໃນຊີວິດນີ້ ຄືການເຂົ້າຮ່ວມກັບພຣະຄຣິດ ໃນການຊ່ວຍເຫລືອຄົນອື່ນ.
ພຣະຜູ້ເປັນເຈົ້າບໍ່ຂໍໃຫ້ຖານະປະໂລຫິດແຫ່ງອາໂຣນຂອງເຮົາເຮັດທຸກສິ່ງ, ແຕ່ສິ່ງທີ່ພຣະອົງຂໍ ແມ່ນການດົນໃຈທີ່ໜ້າອັດສະຈັນ.
ເມື່ອສອງສາມປີກ່ອນ, ຄອບຄົວນ້ອຍຂອງພວກເຮົາໄດ້ປະເຊີນກັບສິ່ງທີ່ຫລາຍຄອບຄົວໄດ້ປະເຊີນຢູ່ໃນໂລກທີ່ເສື່ອມໂຊມນີ້. ທ້າວແທນເນີ ຄຣິດສະຕຽນ ລັນ, ລູກຊາຍຫລ້າຂອງພວກເຮົາໄດ້ເກີດເປັນມະເລັງ. ລາວເປັນເດັກທີ່ໜ້າອັດສະຈັນ, ຕາມເດັກອາຍຸເກົ້າປີ. ລາວຂີ້ດື້ ແລະ, ໃນເວລາດຽວກັນ, ມີຄວາມຮູ້ສຶກທາງວິນຍານທີ່ໜ້າງຶດງໍ້. ບາງເທື່ອຮ້າຍ ບາງເທື່ອດີ, ບາງເທື່ອເປັນຜີ ບາງເທື່ອເປັນເທບພະເຈົ້າ. ຕອນລາວຍັງນ້ອຍ ແລະ ໂດຍທີ່ທຸກມື້ລາວໄດ້ເຮັດບາງສິ່ງທີ່ສ້າງສັນ ແລະ ບາງສິ່ງກໍບໍ່ມີປະໂຫຍດ, ຈຶ່ງເຮັດໃຫ້ພວກເຮົາສົງໄສວ່າ ຕອນລາວໃຫຍ່ຂຶ້ນ ລາວຊິກາຍເປັນສາດສະດາ ຫລື ເປັນໂຈນປຸ້ນທະນາຄານ. ບໍ່ວ່າຈະເປັນທາງໃດ, ເບິ່ງຄືວ່າ ລາວຈະປະຄວາມປະທັບໃຈໄວ້ຢູ່ເທິງໂລກ.
ແລ້ວລາວໄດ້ລົ້ມປ່ວຍໜັກ. ໃນໄລຍະສາມປີຈາກນັ້ນ, ຝ່າຍແພດໝໍທີ່ດີເລີດກໍພະຍາຍາມປິ່ນປົວລາວ, ລວມທັງການປ່ຽນໄຂກະດູກສອງເທື່ອ, ຊຶ່ງໃນເວລານັ້ນ ລາວພະຍາຍາມຕໍ່ສູ້ກັບໂຣກປອດອັກເສບ, ຊຶ່ງໃຊ້ເວລາ 10 ອາທິດ ນອນໝົດສະຕິ ດ້ວຍເຄື່ອງຊ່ວຍຫາຍໃຈ. ລາວໄດ້ດີຂຶ້ນຊົ່ວໄລຍະໜຶ່ງຢ່າງປະຕິຫານ, ແຕ່ແລ້ວມະເລັງກໍໄດ້ກັບຄືນມາ.
ບໍ່ດົນກ່ອນລາວເສຍຊີວິດ, ໂຣກມະເລັງໄດ້ລາມເຂົ້າກະດູກ, ແລະ ເຖິງແມ່ນໄດ້ກິນຢາແກ້ປວດຊະນິດແຮງໆ, ລາວກໍຍັງເຈັບປວດຢູ່. ຮ່າງກາຍທີ່ອ່ອນເພຍ ເຮັດໃຫ້ລາວຍາກທີ່ຈະລຸກຂຶ້ນຈາກຕຽງນອນ. ວັນອາທິດມື້ໜຶ່ງ, ຄາລີນ ແມ່ຂອງລາວໄດ້ເຂົ້າໄປໃນຫ້ອງຈອບເບິ່ງລາວກ່ອນຄອບຄົວຈະອອກໄປໂບດ. ນາງແປກໃຈທີ່ເຫັນລູກຊາຍກຳລັງແຕ່ງຕົວ ແລະ ນັ່ງຢູ່ສົ້ນຕຽງ, ພະຍາຍາມໃສ່ກະດຸມເສື້ອ. ຄາລີນໄດ້ນັ່ງລົງຢູ່ທາງຂ້າງລາວ. “ແທນເນີ,” ນາງເວົ້າ, “ລູກແນ່ໃຈບໍວ່າ ລູກແຂງແຮງພໍທີ່ຈະໄປໂບດ? ບາງທີລູກຄວນຢູ່ບ້ານ ແລະ ພັກຜ່ອນມື້ນີ້.”
ລາວຫລຽວເບິ່ງພື້ນເຮືອນ. ລາວເປັນມັກຄະນາຍົກ. ລາວມີກຸ່ມຂອງລາວ. ແລະ ລາວມີໜ້າທີ່ມອບໝາຍ.
“ລູກຕ້ອງຢາຍສິນລະລຶກມື້ນີ້.”
“ເອີ, ແມ່ເຊື່ອວ່າ ຄົນອື່ນຄົງເຮັດແທນໄດ້.”
“ແມ່ນຢູ່,” ລາວເວົ້າ, “ແຕ່ … ລູກເຫັນຄົນອື່ນຫລຽວເບິ່ງລູກ ຕອນລູກຢາຍສິນລະລຶກ. ລູກຄິດວ່າ ມັນຊ່ວຍເຂົາເຈົ້າໄດ້.”
ສະນັ້ນ ຄາລີນກໍໄດ້ຊ່ວຍປິດກະດຸມເສື້ອ ແລະ ໃສ່ກາລະວັດໃຫ້, ແລ້ວເຂົາເຈົ້າກໍໄດ້ຂັບລົດໄປໂບດ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ, ບາງສິ່ງທີ່ສຳຄັນໄດ້ເກີດຂຶ້ນ.
ຂ້າພະເຈົ້າໄດ້ໄປໂບດ ຫລັງຈາກການປະຊຸມໃນຕອນເຊົ້າ ແລະ ຕົກຕະລຶງທີ່ເຫັນທ້າວແທນເນີນັ່ງຢູ່ໃນແຖວກຸ່ມມັກຄະນາຍົກ. ຄາລິນໄດ້ເວົ້າຄ່ອຍໆກັບຂ້າພະເຈົ້າເຖິງເຫດຜົນທີ່ລາວຢາກໄປໂບດວ່າ: “ມັນຊ່ວຍຜູ້ຄົນ.”
ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເບິ່ງຕອນພວກມັກຄະນາຍົກກ້າວໄປຫາໂຕະສິນລະລຶກ. ລາວເອົາຕົວໄປເທີ້ງໃສ່ມັກຄະນາຍົກອີກຄົນໜຶ່ງແບບເບົາໆ ຕອນປະໂລຫິດຍື່ນຖາດໃຫ້ພວກເຂົາ. ແລະ ແລ້ວທ້າວແທນເນີໄດ້ຄ່ອຍຍ່າງໄປຫາຈຸດຢາຍ ແລະ ໄດ້ຈັບສົ້ນຕັ່ງແປ້ນມ້າໄວ້ ແລ້ວຢືນຕົງ ຂະນະທີ່ລາວຢາຍສິນລະລຶກ.
ເບິ່ງຄືວ່າ ທຸກຄົນຢູ່ໃນຫ້ອງນັ້ນ ຈັບຕາເບິ່ງລາວ, ຂະນະທີ່ລາວພະຍາຍາມກັ້ນຄວາມເຈັບປວດ ໃນການເຮັດໜ້າທີ່ອັນລຽບງ່າຍຂອງລາວ. ເບິ່ງຄືວ່າ ທ້າວແທນເນີໄດ້ກ່າວເທດສະໜາແບບງຽບໆ ຂະນະທີ່ລາວຍ້າຍຈາກແຖວໜຶ່ງໄປຫາອີກແຖວໜຶ່ງຢ່າງຊ້າໆ—ຫົວທີ່ບໍ່ມີຜົມອີກແລ້ວຂອງລາວປຽກຊຸ່ມ—ເປັນຕົວແທນໃຫ້ພຣະຜູ້ຊ່ວຍໃຫ້ລອດ ໃນວິທີຂອງມັກຄະນາຍົກປະຕິບັດ. ບັດນີ້ ມັກຄະນາຍົກທີ່ຄັ້ງໜຶ່ງເຄີຍເຂັ້ມແຂງ ໄດ້ໃຊ້ຮ່າງກາຍອັນອ່ອນແຮງ ແລະ ຊອກຊ້ຳຂອງລາວ, ເຕັມໃຈທີ່ຈະຮັບໃຊ້ພວກເຮົາ ໂດຍການນຳສິ່ງທີ່ເປັນຕົວແທນຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ມາສູ່ຊີວິດຂອງພວກເຮົາ.
ການທີ່ເຫັນລາວຄິດກ່ຽວກັບການເປັນມັກຄະນາຍົກ ເຮັດໃຫ້ພວກເຮົາຄິດໃນທາງທີ່ແຕກຕ່າງ—ກ່ຽວກັບສິນລະລຶກ, ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ, ແລະ ກ່ຽວກັບມັກຄະນາຍົກ ແລະ ຄູສອນ ແລະ ປະໂລຫິດ.
ຂ້າພະເຈົ້າປະຫລາດໃຈກັບສິ່ງມະຫັດສະຈັນທີ່ຜັກດັນລາວໃນເຊົ້າມື້ນັ້ນໃຫ້ຕອບຮັບຢ່າງກ້າຫານຕໍ່ການເອີ້ນໃຫ້ຮັບໃຊ້ຈາກສຽງແຜ່ວເບົານັ້ນ, ແລະ ກັບຄວາມເຂັ້ມແຂງ ແລະ ຄວາມສາມາດຢ່າງຫລວງຫລາຍຂອງຊາວໜຸ່ມຂອງພວກເຮົາ ຂະນະທີ່ພວກເຂົາຜັກດັນຕົວເອງເພື່ອປະຕິບັດຕາມການເອີ້ນຂອງສາດສະດາໃຫ້ເຂົ້າຮ່ວມກອງທັບຂອງພຣະເຈົ້າ ແລະ ມີພາກສ່ວນໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ.
ທຸກເທື່ອທີ່ມັກຄະນາຍົກຄົນໜຶ່ງຈັບເອົາຖາດສິນລະລຶກ, ພວກເຮົາໄດ້ຖືກເຕືອນເຖິງເລື່ອງລາວສັກສິດຂອງຄາບເຂົ້າເທື່ອສຸດທ້າຍ, ເຄັດເຊມາເນ, ພູກະໂຫລກຫົວ, ແລະ ສວນອຸບມຸງ. ເມື່ອພຣະຜູ້ຊ່ວຍໃຫ້ລອດກ່າວກັບບັນດາອັກຄະສາວົກຂອງພຣະອົງວ່າ, “ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ”1 ພຣະອົງກໍໄດ້ກ່າວກັບທຸກຄົນຕະຫລອດທຸກຍຸກທຸກສະໄໝຄືກັນ. ພຣະອົງໄດ້ກ່າວເຖິງການມະຫັດສະຈັນທີ່ພຣະອົງຈະມອບໃຫ້ມັກຄະນາຍົກ, ຄູສອນ, ແລະ ປະໂລຫິດໃນອະນາຄົດຢ່າງບໍ່ສິ້ນສຸດ ຜູ້ທີ່ຈະມອບເຄື່ອງໝາຍຂອງພຣະອົງ ແລະ ເຊື້ອເຊີນລູກໆຂອງພຣະອົງໃຫ້ຮັບເອົາຂອງປະທານແຫ່ງການຊົດໃຊ້ຂອງພຣະອົງ.
ເຄື່ອງໝາຍທັງໝົດຂອງພິທີສິນລະລຶກຊີ້ບອກເຮົາໄປຫາຂອງປະທານນັ້ນ. ເຮົາຄິດກ່ຽວກັບເຂົ້າຈີ່ທີ່ຄັ້ງໜຶ່ງພຣະອົງໄດ້ຫັກ—ແລະ ເຂົ້າຈີ່ທີ່ປະໂລຫິດຢູ່ຕໍ່ໜ້າເຮົາ, ບັດນີ້, ກຳລັງຫັກຢູ່. ເຮົາຄິດເຖິງຄວາມໝາຍທີ່ສັກສິດຂອງນ້ຳ, ໃນເວລານັ້ນ ແລະ ໃນເວລານີ້, ຂະນະທີ່ປະໂລຫິດໜຸ່ມນຳຄຳອະທິຖານສິນລະລຶກຢ່າງໜັກແໜ້ນເຂົ້າສູ່ໃຈຂອງເຮົາ ແລະ ສູ່ຟ້າສະຫວັນ, ຕໍ່ພັນທະສັນຍາທີ່ເຊື່ອມໂຍງເຮົາໃສ່ກັບອຳນາດແຫ່ງຄວາມລອດຂອງພຣະຄຣິດ. ເຮົາອາດຄິດກ່ຽວກັບຄວາມໝາຍຂອງມັກຄະນາຍົກທີ່ນຳຖາດສິນລະລຶກມາໃຫ້ເຮົາ, ຢືນຢູ່ຄືກັນກັບທີ່ພຣະຄຣິດຈະຢືນຢູ່ ຖ້າຫາກພຣະອົງຢູ່ທີ່ນັ້ນ, ສະເໜີຮັບເອົາພາລະໜັກໜ່ວງ ແລະ ຄວາມເຈັບປວດຂອງເຮົາ.
ໂຊກດີທີ່ຊາຍໜຸ່ມ ແລະ ຍິງໜຸ່ມບໍ່ຈຳເປັນຕ້ອງເຈັບປ່ວຍກ່ອນທີ່ຈະພົບເຫັນຄວາມສຸກ ແລະ ຈຸດປະສົງໃນການຮັບໃຊ້ພຣະຜູ້ຊ່ວຍໃຫ້ລອດ.
ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນວ່າ ເພື່ອຈະເຕີບໂຕ ແລະ ກາຍເປັນຄືກັນກັບຜູ້ສອນສາດສະໜາ ເປັນ, ເຮົາຕ້ອງເຮັດຄືກັນກັບທີ່ຜູ້ສອນສາດສະໜາ ເຮັດ, ແລະ ແລ້ວ, “ເທື່ອລະເລັກເທື່ອລະນ້ອຍ ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ … [ເຮົາ] ຈະສາມາດກາຍເປັນຜູ້ສອນສາດສະໜາ … ຕາມທີ່ພຣະຜູ້ຊ່ວຍໃຫ້ລອດຄາດໝາຍ.”2
ເຊັ່ນດຽວກັນ, ຖ້າຫາກເຮົາປາດຖະໜາ “ທີ່ຈະເປັນເໝືອນດັ່ງພຣະເຢຊູ,”3 ເຮົາຄວນເຮັດສິ່ງທີ່ພຣະເຢຊູກະທຳ, ແລະ ໃນປະໂຫຍກທີ່ອັດສະຈັນໃຈ, ພຣະຜູ້ເປັນເຈົ້າໄດ້ອະທິບາຍເຖິງສິ່ງທີ່ພຣະອົງກະທຳ: ພຣະອົງໄດ້ກ່າວວ່າ, “ຈົ່ງເບິ່ງ, ນີ້ຄືວຽກງານຂອງເຮົາ ແລະ ລັດສະໝີພາບຂອງເຮົາ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”4
ແຕ່ຜ່ານມາ ແລະ ໃນເວລານີ້ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດແມ່ນການຮັບໃຊ້ພຣະບິດາ ໂດຍການຮັບໃຊ້ລູກໆຂອງພຣະອົງ.
ແລະ ວິທີທີ່ແນ່ນອນທີ່ສຸດທີ່ຈະພົບຄວາມສຸກໃນໂລກນີ້ ແມ່ນການເຂົ້າຮ່ວມກັບພຣະຄຣິດເພື່ອຊ່ວຍເຫລືອຄົນອື່ນ.
ນີ້ຄືຄວາມຈິງອັນລຽບງ່າຍ ທີ່ດົນໃຈໂຄງການເດັກ ແລະ ຊາວໜຸ່ມ.
ກິດຈະກຳ ແລະ ການສິດສອນທັງໝົດສຳລັບເດັກນ້ອຍ ແລະ ຊາວໜຸ່ມແມ່ນກ່ຽວກັບການຊ່ວຍເຫລືອຄົນໜຸ່ມໃຫ້ກາຍເປັນເໝືອນດັ່ງພຣະເຢຊູຫລາຍຂຶ້ນກວ່າເກົ່າ ໂດຍການຮ່ວມມືກັບພຣະອົງ ໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະອົງ.
ໂຄງການເດັກ ແລະ ຊາວໜຸ່ມ ເປັນເຄື່ອງມືເພື່ອຊ່ວຍເຫລືອເດັກນ້ອຍປະຖົມໄວ ແລະ ຊາວໜຸ່ມທຸກຄົນໃຫ້ເຕີບໂຕໃນການເປັນສານຸສິດ ແລະ ເພື່ອມີວິໄສທັດທີ່ເຕັມໄປດ້ວຍສັດທາ ຂອງວິທີການມີຄວາມສຸກຄວນເປັນ. ພວກເຂົາສາມາດຄາດຫວັງ ແລະ ຊອກຫາສະຖານີ ແລະ ປ້າຍຄຳແນະນຳ ໃນເສັ້ນທາງແຫ່ງພັນທະສັນຍາ, ໃນບ່ອນທີ່ພວກເຂົາຈະຮັບບັບຕິສະມາ ແລະ ຮັບການຢືນຢັນດ້ວຍຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ບໍ່ດົນເປັນພາກສ່ວນຢູ່ໃນກຸ່ມຖານະປະໂລຫິດ ແລະ ຫ້ອງຮຽນກຸ່ມຍິງໜຸ່ມ, ບ່ອນທີ່ພວກເຂົາຈະຮູ້ສຶກມີຄວາມສຸກ ກັບການຊ່ວຍເຫລືອຄົນອື່ນຜ່ານທາງການຮັບໃຊ້ອັນຕໍ່ເນື່ອງຢ່າງພຣະຄຣິດ. ພວກເຂົາຈະຕັ້ງເປົ້າໝາຍ, ໃຫຍ່ ຫລື ນ້ອຍ, ທີ່ຈະໃຫ້ຄວາມສົມດູນແກ່ຊີວິດຂອງພວກເຮົາ ຂະນະທີ່ພວກເຂົາກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ. ກອງປະຊຸມ ແລະ ວາລະສານ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ວາລະສານ Friend, ແລະ ແອພ Gospel Living ຈະຊ່ວຍພວກເຂົາໃຫ້ພົບເຫັນຄວາມສຸກໃນພຣະຄຣິດ. ພວກເຂົາຈະໄດ້ຮັບພອນໂດຍການມີໃບຮັບຮອງເຂົ້າພຣະວິຫານທີ່ຈຳກັດ, ແລະ ຈະຮູ້ສຶກເຖິງວິນຍານຂອງເອລີຢາ ຜ່ານທາງອິດທິພົນຂອງພຣະວິນຍານບໍລິສຸດ ຂະນະທີ່ພວກເຂົາສະແຫວງຫາພອນຂອງພຣະວິຫານ ແລະ ປະຫວັດຄອບຄົວ. ພວກເຂົາຈະໄດ້ຮັບການນຳພາຈາກປິຕຸພອນ. ເມື່ອເວລາຜ່ານໄປ, ພວກເຂົາຈະເຫັນຕົວເອງເຂົ້າໄປໃນພຣະວິຫານ ເພື່ອຮັບເອົາຂອງປະທານສັກສິດພ້ອມດ້ວຍອຳນາດ ແລະ ເພື່ອພົບຄວາມສຸກ, ເມື່ອພວກເຂົາເຊື່ອມຕໍ່ເຂົ້າກັບຄອບຄົວຂອງພວກເຂົາຊົ່ວນິລັນດອນ ບໍ່ວ່າຈະມີຫຍັງເກີດຂຶ້ນ.
ແມ່ນແຕ່ໃນໄລຍະທີ່ມີການແຜ່ລະບາດ ແລະ ຄວາມສັບສົນວຸ້ນວາຍ, ແຕ່ການນຳຄຳສັນຍາທັງໝົດຢູ່ໃນໂຄງການເດັກ ແລະ ຊາວໜຸ່ມມາໃຫ້ ຍັງເປັນວຽກງານທີ່ຕ້ອງເຮັດຕໍ່ໄປ—ແຕ່ເລັ່ງດ່ວນ. ຊາວໜຸ່ມຂອງພວກເຮົາບໍ່ສາມາດລໍຖ້າໃຫ້ໂລກດີຂຶ້ນກ່ອນ, ກ່ອນທີ່ພວກເຂົາຈະມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ. ບາງຄົນກໍຕັດສິນໃຈໃນເວລານີ້ ຊຶ່ງພວກເຂົາອາດບໍ່ເຮັດ ຖ້າຫາກພວກເຂົາເຂົ້າໃຈເອກະລັກຂອງຕົນ—ແລະ ຂອງພຣະອົງ.
ແລະ ສະນັ້ນ ການເອີ້ນທີ່ຮີບຮ້ອນຈາກກອງທັບຂອງພຣະເຈົ້າ ໃນການຝຶກຝົນທີ່ສຳຄັນແມ່ນໃຫ້ “ທຸກຄົນລົງມືປະຕິບັດ!”
ພໍ່ແມ່ທັງຫລາຍ, ລູກຊາຍຂອງພວກທ່ານຕ້ອງການກຳລັງໃຈໃນເວລານີ້ ຫລາຍກວ່າທີ່ຜ່ານມາ ຕອນເຂົາສົນໃຈກັບສິ່ງທີ່ສຳຄັນໜ້ອຍກວ່າ ດັ່ງເຊັ່ນ ກາສັນຍາລັກ ແລະ ເຂັມກັດ. ພໍ່ແມ່ທັງຫລາຍ, ຜູ້ນຳຖານະປະໂລຫິດ ແລະ ຜູ້ນຳກຸ່ມຍິງໜຸ່ມທັງຫລາຍ, ຖ້າຫາກຄົນໜຸ່ມຂອງທ່ານກຳລັງດີ້ນລົນ, ໂຄງການເດັກ ແລະ ຊາວໜຸ່ມຈະຊ່ວຍນຳພວກເຂົາມາສູ່ພຣະຜູ້ຊ່ວຍໃຫ້ລອດ, ແລະ ພຣະຜູ້ຊ່ວຍໃຫ້ລອດຈະນຳຄວາມສະຫງົບມາສູ່ພວກເຂົາ.5
ຝ່າຍປະທານກຸ່ມ ແລະ ຝ່າຍປະທານຫ້ອງທັງຫລາຍ, ຈົ່ງຂະຫຍັນໃນໜ້າທີ່ຂອງພວກທ່ານ ໃນການເຮັດວຽກງານຂອງພຣະຜູ້ເປັນເຈົ້າ.
ອະທິການທັງຫລາຍ, ຈົ່ງທຳງານຮ່ວມກັບປະທານກຸ່ມເຫລົ່ານັ້ນດ້ວຍຂໍກະແຈຖານະປະໂລຫິດຂອງພວກທ່ານ, ແລ້ວກຸ່ມຖານະປະໂລຫິດຂອງພວກທ່ານ—ແລະ ຫວອດຂອງພວກທ່ານ—ຈະປ່ຽນແປງຕະຫລອດໄປ.
ແລະ ຕໍ່ຜູ້ຄົນລຸ້ນໃໝ່, ຂ້າພະເຈົ້າຂໍເປັນພະຍານ, ໂດຍທີ່ຮູ້ດ້ວຍຕົວເອງ, ວ່າພວກເຈົ້າ ເປັນ ບຸດ ແລະ ທິດາທີ່ຮັກຂອງພຣະເຈົ້າ, ແລະ ພຣະອົງມີວຽກງານໃຫ້ພວກເຈົ້າເຮັດ.
ເມື່ອພວກເຈົ້າເຮັດໜ້າທີ່ມອບໝາຍຂອງພວກເຈົ້າ, ດ້ວຍສຸດໃຈ, ພະລັງ, ຄວາມຄິດ, ແລະ ກຳລັງ, ພວກເຈົ້າຈະຮູ້ສຶກຮັກພຣະເຈົ້າ ແລະ ຮັກສາພັນທະສັນຍາຂອງພວກເຈົ້າ ແລະ ໄວ້ວາງໃຈໃນຖານະປະໂລຫິດຂອງພຣະອົງ ຂະນະທີ່ພວກເຈົ້າທຳງານເພື່ອເປັນພອນໃຫ້ແກ່ຄົນອື່ນ, ເລີ່ມຕົ້ນຈາກບ້ານເຮືອນຂອງພວກເຈົ້າເອງ.
ຂ້າພະເຈົ້າອະທິຖານວ່າ ພວກເຈົ້າຈະມຸ່ງໝັ້ນ, ດ້ວຍພະລັງສອງເທົ່າ, ມີຄ່າຄວນໃນເວລານີ້, ເພື່ອຮັບໃຊ້, ເພື່ອໃຊ້ສັດທາ, ກັບໃຈ, ແລະ ປັບປຸງຕົວເອງໃນແຕ່ລະວັນ, ເພື່ອຈະເໝາະສົມກັບພອນຂອງພຣະວິຫານ ແລະ ມີຄວາມສຸກອັນຍາວນານ ທີ່ພຽງແຕ່ໄດ້ຮັບຜ່ານທາງພຣະກິດຕິຄຸນຂອງພຣະເຢຊູຄຣິດເທົ່ານັ້ນ. ຂ້າພະເຈົ້າອະທິຖານວ່າ ພວກເຈົ້າຈະກະກຽມ ແລະ ກາຍເປັນຜູ້ສອນສາດສະໜາທີ່ພາກພຽນ, ເປັນສາມີ ຫລື ພັນລະຍາທີ່ຊື່ສັດ, ເປັນພໍ່ ຫລື ເປັນແມ່ທີ່ໃຫ້ຄວາມຮັກ ຊຶ່ງພວກເຈົ້າໄດ້ຮັບສັນຍາ ວ່າໃນທີ່ສຸດພວກເຈົ້າຈະກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.
ຂໍໃຫ້ພວກເຈົ້າຈົ່ງຊ່ວຍຕຽມໂລກສຳລັບການສະເດັດມາຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການເຊື້ອເຊີນທຸກຄົນໃຫ້ມາຫາພຣະຄຣິດ ແລະ ຮັບເອົາພອນແຫ່ງການຊົດໃຊ້ຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.