ຂອງຂວັນທີ່ໃຫຍ່ຫລວງຈາກພຣະບຸດ
ຜ່ານທາງພຣະເຢຊູຄຣິດ, ເຮົາສາມາດຫລົບໜີຈາກຄວາມທຸກທໍລະມານທີ່ສົມຄວນໄດ້ຮັບ ຈາກຄວາມລົ້ມເຫລວທາງສິນທຳຂອງເຮົາ ແລະ ເອົາຊະນະຄວາມທຸກທໍລະມານທີ່ບໍ່ສົມຄວນໄດ້ຮັບ ຈາກໂຊກຮ້າຍໃນຊ່ວງມະຕະຂອງເຮົາ.
ຂະນະທີ່ອ່ານພຣະຄຳພີມໍມອນສຳລັບບົດຮຽນໃນປຶ້ມ ຈົ່ງຕາມເຮົາມາ ໃນລະດູແລ້ງຜ່ານມານີ້, ຂ້າພະເຈົ້າແປກໃຈກັບການລາຍງານຂອງແອວມາ ວ່າເມື່ອເພິ່ນສຳນຶກຕົວໄດ້ແລ້ວ ເຖິງບາບຂອງເພິ່ນ, ມັນ “ບໍ່ມີອັນໃດຈະ ໃຫຍ່ຫລວງ ແລະ ຂົມຂື່ນ ໄດ້ເທົ່າກັບຄວາມເຈັບປວດ [ຂອງເພິ່ນ].”1 ຂ້າພະເຈົ້າສາລະພາບວ່າ ຄຳສັບ ໃຫຍ່ຫລວງ ມີຄວາມໝາຍໂດດເດັ່ນສຳລັບຂ້າພະເຈົ້າໃນອາທິດນັ້ນ ເພາະພາກສ່ວນໜຶ່ງເປັນຍ້ອນວ່າ ຂ້າພະເຈົ້າໄດ້ພະຍາຍາມເອົາໜິ້ວໝາກໄຂ່ຫລັງກ້ອນນ້ອຍໆອອກ. ຂ້າພະເຈົ້າບໍ່ເຄີຍປະເຊີນກັບຄວາມເຈັບປວດອັນ “ໃຫຍ່ຫລວງ” ຈາກ “ສິ່ງເລັກນ້ອຍ” ເຊັ່ນນັ້ນມາກ່ອນ ທີ່ມັນ “ນຳເລື່ອງໃຫຍ່ມາ.”2
ພາສາຂອງແອວມາກໍໂດດເດັ່ນຕໍ່ຂ້າພະເຈົ້າ ເພາະຄຳວ່າ ໃຫຍ່ຫລວງ, ໃນການແປພຣະຄຳພີມໍມອນເປັນພາສາອັງກິດ, ບັນຍາຍເຖິງສິ່ງທີ່ສວຍງາມຢ່າງຍິ່ງ ຫລື ຄວາມງົດງາມທີ່ບໍ່ມີສິ່ງໃດທຽບເທົ່າ. ຍົກຕົວຢ່າງ, ໂຈເຊັບ ສະມິດ ໄດ້ສັງເກດເຫັນວ່າ ທູດໂມໂຣໄນໄດ້ນຸ່ງເສື້ອຄຸມທີ່ “ຂາວຂະໜາດ,” ຊຶ່ງຄວາມຂາວນັ້ນແມ່ນ “ຍິ່ງກວ່າສິ່ງໃດໆໃນໂລກທີ່ [ເພິ່ນ] ເຄີຍເຫັນມາກ່ອນ.”3 ແຕ່ຄຳວ່າ ໃຫຍ່ຫລວງ ກໍສາມາດອ້າງເຖິງສິ່ງທີ່ຮຸນແຮງທີ່ສຸດ ແມ່ນແຕ່ເປັນສິ່ງທີ່ໜ້າຢ້ານຫລາຍຂະໜາດ. ດັ່ງນັ້ນ ແອວມາ ແລະ ວັດຈະນະນຸກົມທີ່ໂດ່ງດັງ ໄດ້ເຊື່ອມຕໍ່ ຄວາມເຈັບປວດອັນໃຫຍ່ຫລວງ “ທໍລະມານ,” “ຄວາມທໍລະມານ,” ແລະ “ເຈັບປວດ” “ສຸດຂີດ” ໃສ່ນຳ.4
ພາບບັນຍາຍຂອງແອວມາສະທ້ອນເຖິງຄວາມຈິງແທ້ ໃນຈຸດໃດຈຸດໜຶ່ງ, ເຮົາຈະຕ້ອງຮູ້ສຶກເຈັບປວດຢ່າງໃຫຍ່ຫລວງກັບຄວາມຜິດບາບຂອງເຮົາ. ຄວາມຍຸດຕິທຳຮຽກຮ້ອງ ແລະ ພຣະເຈົ້າເອງກໍບໍ່ສາມາດປ່ຽນແປງມັນ.5 ເມື່ອແອວມາຈື່ຈຳບາບ “ທັງໝົດ” ຂອງເພິ່ນ—ໂດຍສະເພາະສິ່ງທີ່ໄດ້ທຳລາຍສັດທາຂອງຄົນອື່ນ—ເພິ່ນເຈັບປວດຈົນເກືອບຈະທົນບໍ່ໄຫວ, ແລະ ຄວາມຄິດທີ່ຈະຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າ ເຮັດໃຫ້ເພິ່ນເຕັມໄປດ້ວຍ “ຄວາມຢ້ານກົວຢ່າງບໍ່ອາດສາມາດຈະວັດແທກໄດ້.” ເພິ່ນຢາກ “ໃຫ້ຖືກກຳຈັດອອກໄປທັງຈິດວິນຍານ ແລະ ຮ່າງກາຍໃຫ້ສູນຫາຍໄປ.”6
ເຖິງຢ່າງໃດກໍຕາມ, ແອວມາໄດ້ເວົ້າວ່າ ທຸກສິ່ງເລີ່ມປ່ຽນແປງ ໃນທັນທີທີ່ເພິ່ນ “ໄດ້ລະນຶກ” ເຖິງຄຳທຳນາຍກ່ຽວກັບ “ການສະເດັດມາຂອງພຣະເຢຊູຄຣິດ … ເພື່ອຊົດໃຊ້ແທນບາບຂອງໂລກ,” ແລະ ເພິ່ນ “ຮ້ອງໄຫ້ຢູ່ໃນໃຈ [ຂອງເພິ່ນ] ວ່າ: ໂອ້ ພຣະເຢຊູເຈົ້າເອີຍ, ພຣະບຸດຂອງພຣະເຈົ້າ, ຂໍຊົງມີເມດຕາປານີຕໍ່ຂ້ານ້ອຍ.” ດ້ວຍຄວາມຄິດ ແລະ ຄຳອ້ອນວອນນັ້ນ, ແອວມາໄດ້ເຕັມໄປດ້ວຍຄວາມສຸກອັນ “ໃຫຍ່ຫລວງ” ທີ່ເກີນກວ່າຄວາມເຈັບປວດ [ຂອງເພິ່ນ].”7
ຂໍໃຫ້ເຮົາຢ່າລືມຈັກເທື່ອວ່າ ຈຸດປະສົງຕົ້ນຕໍຂອງການກັບໃຈ ແມ່ນເພື່ອປ່ຽນຄວາມທຸກໃຈ ໃຫ້ກາຍເປັນຄວາມສຸກທີ່ບໍລິສຸດ. ເປັນຍ້ອນ “ພຣະກະລຸນາທິຄຸນທັນທີ” ຂອງພຣະອົງ,8 ເມື່ອ ທັນທີທີ່ ເຮົາມາຫາພຣະຄຣິດ—ສະແດງສັດທາໃນພຣະອົງ ແລະ ດ້ວຍການປ່ຽນແປງໃນໃຈຢ່າງແທ້ຈິງ—ແລ້ວບາບທີ່ໜັກໜ່ວງຂອງເຮົາຈະເລີ່ມຍ້າຍອອກຈາກເຮົາ ໄປຫາພຣະອົງທັນທີ. ສິ່ງນີ້ເປັນໄປໄດ້ພຽງແຕ່ເປັນເພາະພຣະອົງທີ່ປາດສະຈາກບາບ ໄດ້ຮັບທຸກທໍລະມານ “ຄວາມທຸກທໍລະມານອັນເປັນນິດ ແລະ ເກີນກວ່າທີ່ຈະເວົ້າໄດ້”9 ຂອງບາບແຕ່ລະຢ່າງໃນຈັກກະວານແຫ່ງການສ້າງຂອງພຣະອົງ, ສຳລັບທຸກສິ່ງທີ່ພຣະອົງໄດ້ສ້າງ—ຄວາມທຸກທໍລະມານແມ່ນສາຫັດທີ່ສຸດ, ຈົນໂລຫິດໄດ້ໄຫລອອກມາຈາກທຸກຂຸມຂົນຂອງພຣະອົງ. ຈາກປະສົບການໂດຍກົງ ແລະ ສ່ວນຕົວຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນເຮົາ, ຢູ່ໃນພຣະຄຳພີສະໄໝໃໝ່, ວ່າ “ຄວາມທຸກທໍລະມານ” ຂອງເຮົາຈະ “ໃຫຍ່ຫລວງ” ຫລາຍຂະໜາດໃດ ຖ້າຫາກເຮົາບໍ່ກັບໃຈ. ແຕ່ດ້ວຍຄວາມເອື້ອອາລີທີ່ບໍ່ອາດຢັ່ງເຖິງໄດ້ ພຣະອົງໄດ້ບອກຢ່າງແຈ່ມແຈ້ງວ່າ “ເຮົາ, ພຣະເຈົ້າ, ໄດ້ທົນທຸກທໍລະມານກັບສິ່ງເຫລົ່ານີ້ແທນທຸກຄົນ, ເພື່ອວ່າພວກເຂົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກພວກເຂົາຈະກັບໃຈ”10—ການກັບໃຈທີ່ຊ່ວຍເຮົາໃຫ້ “ຊີມລົດຊາດ” ຂອງ “ຄວາມສຸກແທ້ໆ” ທີ່ແອວມາໄດ້ຊີມ.11 ພຽງຄຳສອນນີ້ເທົ່ານັ້ນ ກໍເຮັດໃຫ້, “ຂ້າເຝົ້າພິສະຫວົງ” ແລ້ວ.12 ເຖິງປານນັ້ນ, ພຣະຄຣິດຍັງໄດ້ສະເໜີມອບສິ່ງທີ່ປະຫລາດໃຈໃຫ້ເຮົາອີກ.
ບາງເທື່ອຄວາມເຈັບປວດອັນໃຫຍ່ຫລວງເກີດຂຶ້ນ ບໍ່ແມ່ນຍ້ອນບາບ ແຕ່ແມ່ນຍ້ອນຄວາມຜິດພາດທີ່ຊື່ສັດ, ຍ້ອນການກະທຳຂອງຄົນອື່ນ, ຫລື ຍ້ອນສິ່ງທີ່ເຮົາຄວບຄຸມບໍ່ໄດ້. ໃນເວລາເຫລົ່ານີ້, ທ່ານອາດຮ້ອງຄ້ຳຄວນຄືກັນກັບຜູ້ຂຽນເພງສັນລະເສີນທີ່ຊອບທຳ ໄດ້ຄ້ຳຄວນວ່າ:
“ຂ້ານ້ອຍຈຶ່ງສະທ້ານຢ້ານກົວ: ແລະ ຄວາມຢ້ານຕາຍກໍບີບຄັ້ນຢູ່.
“… ແລະ ຄວາມຢ້ານໃຫຍ່ກໍຄຸມຂ້ານ້ອຍໄວ້.
“… ຂ້ານ້ອຍຢາກມີປີກດັ່ງນົກເຂົາ ແລະ ຈະບິນໜີໄປຫາທີ່ພັກຜ່ອນ.”13
ຝ່າຍວິທະຍາສາດການແພດ, ຝ່າຍຜູ້ໃຫ້ຄຳປຶກສາທີ່ຊຳນານ, ຫລື ຝ່າຍຜູ້ແກ້ໄຂທາງກົດໝາຍ ກໍສາມາດຊ່ວຍບັນເທົາຄວາມທຸກທໍລະມານໄດ້ຢູ່. ແຕ່ຈົ່ງຮູ້ໄວ້ວ່າ, ສິ່ງທີ່ດີໆທັງໝົດ—ລວມທັງສິ່ງເຫລົ່ານີ້—ມາຈາກພຣະຜູ້ຊ່ວຍໃຫ້ລອດ.14 ບໍ່ວ່າແມ່ນຫຍັງເປັນສາເຫດຂອງຄວາມເຈັບ ແລະ ຄວາມປວດໃຈທີ່ສຸດຂອງເຮົາ, ແຕ່ແຫລ່ງສູງສຸດທີ່ສາມາດບັນເທົາຄວາມເຈັບປວດຂອງເຮົາໄດ້ ແມ່ນຄືກັນ: ນັ້ນຄື ພຣະເຢຊູຄຣິດ. ພຣະອົງເທົ່ານັ້ນທີ່ມີອຳນາດ ແລະ ຫວ້ານຢາປິ່ນປົວ ທີ່ສາມາດສ້ອມແປງຄວາມຜິດທັງໝົດ, ດັດແປງຄວາມຂາດຕົກບົກພ່ອງທັງຫລາຍ, ພັນແຜທຸກບ່ອນ, ແລະ ນຳພອນທີ່ມາເຖິງຊ້າ ທຸກຢ່າງມາໃຫ້. ຄືກັນກັບພະຍານໃນສະໄໝກ່ອນ, ຂ້າພະເຈົ້າເປັນພະຍານວ່າ “ພວກເຮົາບໍ່ໄດ້ມີມະຫາປະໂລຫິດ ທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອຂອງພວກເຮົາ”15 ແຕ່ເຮົາມີພຣະຜູ້ໄຖ່ທີ່ໄດ້ຈາກພຣະບັນລັງຂອງພຣະອົງມາ ແລະ ໄດ້ອອກໄປ “ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງທຸກຢ່າງ …, ເພື່ອພຣະອົງຈະຮູ້ຈັກ … ວ່າຈະຊ່ວຍເຫລືອຜູ້ຄົນຂອງພຣະອົງໄດ້ແນວໃດ.”16
ສຳລັບທຸກຄົນທີ່ຮູ້ສຶກມີຄວາມເຈັບປວດຫລາຍ ຫລື ແຕກຕ່າງທີ່ສຸດໃນທຸກວັນນີ້ ຈົນວ່າທ່ານອາດຮູ້ສຶກວ່າ ບໍ່ມີໃຜເຂົ້າໃຈໄດ້, ທ່ານອາດເວົ້າຖືກ. ອາດບໍ່ມີສະມາຊິກໃນຄອບຄົວຄົນໃດ, ໝູ່ເພື່ອນຄົນໃດ, ຫລື ຜູ້ນຳຖານະປະໂລຫິດຄົນໃດ—ເຖິງແມ່ນແຕ່ລະຄົນຈະລະອຽດອ່ອນ ແລະ ມີເຈດຕະນາດີ—ສາມາດຮູ້ສຶກດັ່ງທີ່ທ່ານຮູ້ສຶກ ຫລື ມີຄຳໃດໂດຍສະເພາະທີ່ຊ່ວຍທ່ານໃຫ້ສະບາຍຂຶ້ນໄດ້. ແຕ່ໃຫ້ຮູ້ວ່າ: ຍັງມີຜູ້ໜຶ່ງທີ່ເຂົ້າໃຈເປັນຢ່າງດີ ວ່າທ່ານກຳລັງປະເຊີນກັບສິ່ງໃດຢູ່, ຜູ້ທີ່ “ມີອານຸພາບຍິ່ງກວ່າຊາວໂລກທັງໝົດ”17 ແລະ ຜູ້ທີ່ “ສາມາດກະທຳການນອກເໜືອສາລະພັດທຸກສິ່ງ ເກີນກວ່າທີ່ [ທ່ານ] ຈະຂໍ ຫລື ຄິດໄດ້.”18 ຂັ້ນຕອນຈະເປີດເຜີຍວິທີທາງ ແລະ ຕາຕະລາງເວລາຂອງພຣະອົງ, ແຕ່ພຣະຄຣິດຈະພ້ອມຢູ່ ສະເໝີ ທີ່ຈະປິ່ນປົວຄວາມທຸກທໍລະມານທຸກຢ່າງຂອງທ່ານ.
ເມື່ອທ່ານອະນຸຍາດໃຫ້ພຣະອົງເຮັດແນວນັ້ນ, ທ່ານຈະພົບເຫັນວ່າ ຄວາມທຸກທໍລະມານຂອງທ່ານບໍ່ໄດ້ໄຮ້ປະໂຫຍດ. ເມື່ອກ່າວເຖິງບຸກຄົນທີ່ດີເດັ່ນຫລາຍຄົນ ແລະ ຄວາມໂສກເສົ້າຂອງພວກເພິ່ນ ຢູ່ໃນພຣະຄຣິສຕະທຳຄຳພີ, ອັກຄະສາວົກໂປໂລໄດ້ກ່າວວ່າ “ພຣະເຈົ້າ … ໄດ້ຈັດແຈງສິ່ງທີ່ປະເສີດກວ່າສຳລັບພວກເຂົາ ເພາະວ່ານອກຈາກພວກເຂົາ ພວກເພິ່ນຈະບໍ່ເຖິງທີ່ສຳເລັດໄດ້.”19 ທ່ານເຫັນບໍ່, ທຳມະຊາດຂອງພຣະເຈົ້າ ແລະ ຈຸດເປົ້າໝາຍຂອງການມີຊີວິດຢູ່ໃນໂລກນີ້ຄື ຄວາມສຸກ,20 ແຕ່ເຮົາບໍ່ສາມາດກາຍເປັນຄົນດີພ້ອມທີ່ມີຄວາມສຸກອັນສູງສົ່ງໄດ້ ປາດສະຈາກການທົດສອບ, ບາງເທື່ອເຮົາຕ້ອງໃຊ້ພະລັງທັງໝົດ. ໂປໂລເວົ້າວ່າ ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດເອງກໍຍັງໄດ້ຖືກເຮັດ “ໃຫ້ເຖິງທີ່ສຳເລັດ [ຫລື ສົມບູນແບບ] ໂດຍການທົນທຸກທໍລະມານ.”21 ຈົ່ງລະວັງຕໍ່ຄຳສື່ມຂອງມານທີ່ຈະບອກວ່າ ຖ້າເຈົ້າເປັນຄົນດີ, ເຈົ້າຈະຫລີກເວັ້ນຈາກການທົດລອງເຊັ່ນນັ້ນໄດ້.
ທ່ານກໍຄືກັນ ຈະຕ້ອງລະວັງຕໍ່ຄຳຕົວະຄືກັນນັ້ນທີ່ວ່າ ຖ້າທ່ານໄດ້ຮັບທຸກທໍລະມານ ກໍໝາຍຄວາມວ່າທ່ານຢູ່ນອກກຸ່ມຂອງຜູ້ທີ່ຖືກເລືອກໄວ້ຂອງພຣະເຈົ້າ, ຜູ້ທີ່ເບິ່ງຄືວ່າໄດ້ຮັບພອນຢູ່ຕະຫລອດເວລາ. ແຕ່ໃຫ້ເຫັນຕົນເອງດັ່ງທີ່ໂຢຮັນຜູ້ເປີດເຜີຍເຫັນທ່ານ ໃນພາບນິມິດທີ່ສະຫງ່າລາສີຂອງເພິ່ນ ກ່ຽວກັບຍຸກສຸດທ້າຍ. ເພາະໂຢຮັນໄດ້ເຫັນ “ປະຊາຊົນຫລວງຫລາຍຈົນນັບບໍ່ຖ້ວນ, ພວກເຫລົ່ານີ້ ມາຈາກທຸກປະເທດ, ທຸກເຜົ່າ, ທຸກຊົນຊາດ, ທຸກພາສາ, [ຜູ້ທີ່] ໄດ້ຢືນຢູ່ຕໍ່ໜ້າບັນລັງ ແລະ ຊ້ອງໜ້າພຣະເມສານ້ອຍ, ນຸ່ງເສື້ອຄຸມສີຂາວ, … [ຜູ້ທີ່] ໄດ້ເປັ່ງສຽງຮ້ອງວ່າ, ຄວາມລອດຢູ່ກັບພຣະເຈົ້າຂອງພວກເຮົາ.”22
ເມື່ອຖາມວ່າ: “ພວກທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນໃຜ ແລະ ມາແຕ່ໃສ? ໂຢຮັນໄດ້ຮັບຄຳຕອບວ່າ: “ຄົນເຫລົ່ານີ້ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງ ຢ່າງໜັກ, ແລະ ພວກເຂົາໄດ້ຊຳລະເສື້ອລ່າມຂອງພວກເຂົາໃຫ້ຂາວສະອາດ ດ້ວຍໂລຫິດຂອງພຣະເມສານ້ອຍ.”23
ອ້າຍເອື້ອຍນ້ອງທັງຫລາຍ, ການຮັບທຸກທໍລະມານໃນຄວາມຊອບທຳ ຈະຊ່ວຍທ່ານໃຫ້ເໝາະສົມທີ່ຈະເປັນຜູ້ທີ່ພຣະເຈົ້າເລືອກໄວ້, ແທນທີ່ຈະແຍກທ່ານອອກຈາກພຣະອົງ. ແລະ ມັນຈະເຮັດໃຫ້ຄຳສັນຍາຂອງເຂົາເຈົ້າ ກາຍເປັນຄຳສັນຍາຂອງທ່ານ. ດັ່ງທີ່ໂຢຮັນປະກາດ, ທ່ານ “ຈະບໍ່ອຶດເຂົ້າຢາກນ້ຳອີກຕໍ່ໄປຈັກເທື່ອ, ຕາເວັນ ຫລື ແສງແດດອັນຮ້ອນກ້າ ຈະບໍ່ເຜົາໄໝ້ [ທ່ານ]. ເພາະພຣະເມສານ້ອຍທີ່ປະທັບຢູ່ທ່າມກາງພຣະບັນລັງນັ້ນ ຈະເປັນຜູ້ລ້ຽງຂອງ [ທ່ານ]. ພຣະອົງຈະນຳ [ທ່ານ] ໄປເຖິງບໍ່ນ້ຳພຸແຫ່ງຊີວິດ: ແລະ ພຣະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາ [ຂອງທ່ານ].”24
“ແລະ ຄວາມຕາຍຈະບໍ່ມີອີກຕໍ່ໄປ, ຄວາມໂສກເສົ້າ, ການຮ້ອງໄຫ້ ແລະ ຄວາມເຈັບປວດ ຈະບໍ່ມີອີກຕໍ່ໄປ.”25
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ຜ່ານທາງພຣະກະລຸນາທິຄຸນອັນຍິ່ງໃຫຍ່ ແລະ ການເສຍສະລະຊົດໃຊ້ອັນເປັນນິດຂອງພຣະເຢຊູຄຣິດ, ເຮົາຈຶ່ງສາມາດຫລົບໜີຈາກຄວາມທຸກທໍລະມານທີ່ສົມຄວນໄດ້ຮັບ ຈາກຄວາມລົ້ມເຫລວທາງສິນທຳຂອງເຮົາ ແລະ ເອົາຊະນະຄວາມທຸກທໍລະມານທີ່ບໍ່ສົມຄວນໄດ້ຮັບ ຈາກໂຊກຮ້າຍໃນຊ່ວງມະຕະຂອງເຮົາ. ພາຍໃຕ້ການຊີ້ນຳຂອງພຣະອົງ, ຈຸດໝາຍປາຍທາງແຫ່ງສະຫວັນຂອງທ່ານ ຈະເປັນຄວາມສຸກທີ່ສະຫງ່າລາສີ ແລະ ເກີນກວ່າຈະພັນລະນາໄດ້—ເປັນຄວາມສຸກທີ່ເລິກເຊິ່ງ ແລະ ພິເສດຕໍ່ທ່ານ, “ເທົ່າຖ່ານ” ຂອງທ່ານໂດຍສະເພາະ ຈະກັບກາຍສວຍງາມ “ຍິ່ງກວ່າສິ່ງໃດໆໃນໂລກ.”26 ເພື່ອວ່າທ່ານຈະໄດ້ຊີມລົດຊາດຂອງຄວາມສຸກໃນເວລານີ້ ແລະ ເຕັມໄປດ້ວຍຄວາມສຸກຕະຫລອດໄປ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເຮັດສິ່ງທີ່ແອວມາໄດ້ເຮັດ ນັ້ນຄື: ປ່ອຍໃຫ້ຈິດໃຈຂອງທ່ານຮັບເອົາຂອງຂວັນທີ່ ໃຫຍ່ຫລວງ ຈາກພຣະບຸດຂອງພຣະເຈົ້າ ດັ່ງທີ່ເປີດເຜີຍຜ່ານທາງພຣະກິດຕິຄຸນຂອງພຣະອົງໃນສາດສະໜາຈັກນີ້ ທີ່ດຳລົງຢູ່ຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.