ຈົ່ງໃຫ້ຄວາມອົດທົນຍືນຍົງຕະຫລອດໄປ, ແລະ ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ!
ເມື່ອເຮົາມີຄວາມອົດທົນ, ສັດທາຂອງເຮົາກໍເພີ່ມຂຶ້ນ. ເມື່ອສັດທາຂອງເຮົາເພີ່ມຂຶ້ນ, ຄວາມສຸກຂອງເຮົາກໍເພີ່ມຂຶ້ນເຊັ່ນກັນ.
ເມື່ອສອງປີກ່ອນ, ນ້ອງຊາຍຫລ້າຂອງຂ້າພະເຈົ້າ, ແຊດ, ໄດ້ກ້າວຂ້າມຜ້າມ່ານໄປ. ໃນການທີ່ລາວປ່ຽນໄປສູ່ອີກຟາກໜຶ່ງ ເຮັດໃຫ້ເກີດຊ່ອງວ່າງໃນຫົວໃຈນ້ອງໄພ້ຂອງຂ້າພະເຈົ້າ, ສະແຕະຟານີ, ລູກນ້ອຍສອງຄົນຂອງເຂົາເຈົ້າ, ເບຣເດັນ ແລະ ແບວລາ, ພ້ອມດ້ວຍຄອບຄົວທັງໝົດ. ພວກເຮົາພົບຄໍາປອບໂຍນໃນຖ້ອຍຄໍາຂອງແອວເດີ ນຽວ ແອວ ແອນເດີເຊັນ ໃນກອງປະຊຸມໃຫຍ່ສາມັນ ອາທິດໜຶ່ງກ່ອນທີ່ແຊດຈະເສຍ: “ໃນການທົດລອງຢູ່ໂລກທີ່ເປັນສິ່ງຫລໍ່ຫລອມນີ້, ໃຫ້ດໍາເນີນໄປດ້ວຍຄວາມອົດທົນ, ແລ້ວພະລັງແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດ ຈະນໍາຄວາມສະຫວ່າງ, ຄວາມເຂົ້າໃຈ, ຄວາມສະຫງົບ, ແລະ ຄວາມຫວັງ ມາສູ່ທ່ານ” (“Wounded,” Liahona, Nov. 2018, 85).
ພວກເຮົາມີສັດທາໃນພຣະເຢຊູຄຣິດ; ພວກເຮົາຮູ້ວ່າພວກເຮົາຈະໄດ້ຢູ່ກັບແຊດອີກ, ແຕ່ການບໍ່ມີລາວຢູ່ນຳໃນໂລກນີ້ກໍເຈັບປວດ! ຫລາຍຄົນໄດ້ສູນເສຍຄົນທີ່ຮັກໄປ. ເປັນການຍາກທີ່ຈະອົດທົນ ແລະ ລໍຖ້າເວລາທີ່ເຮົາຈະພົບກັບເຂົາອີກຄັ້ງ.
ປີໜຶ່ງຫລັງຈາກທີ່ລາວເສຍ, ພວກເຮົາຮູ້ສຶກວ່າເມກດໍາໄດ້ປົກຄຸມພວກເຮົາຢູ່. ພວກເຮົາໄດ້ສະແຫວງຫາການປອບໂຍນໂດຍການສຶກສາພຣະຄໍາພີ, ການອະທິຖານຢ່າງແຮງກ້າຫລາຍຂຶ້ນ, ແລະ ໄປພຣະວິຫານຫລາຍຂຶ້ນ. ຂໍ້ຄວາມຈາກເພງສວດນີ້ ໄດ້ປະທັບໃຈພວກເຮົາໃນເວລານັ້ນ ທີ່ວ່າ: “ໃນວັນທີ່ຮຸ່ງອະລຸນກຳລັງເຂົ້າມາ, ໂລກກຳລັງຕື່ນ, ເມກແຫ່ງຄວາມມືດໃນຍາມຄໍ່າຄືນກຳລັງໜີຫາຍໄປ” (“The Day Dawn Is Breaking,” Hymns, no. 52).
ຄອບຄົວຂອງພວກເຮົາຕັ້ງໃຈວ່າ ປີ 2020 ຈະເປັນປີທີ່ສົດຊື່ນ! ໃນຊ່ວງທ້າຍເດືອນພະຈິກ ປີ 2019 ພວກເຮົາກຳລັງສຶກສາບົດຮຽນຈາກປຶ້ມ ຈົ່ງຕາມເຮົາມາ ຂອງພວກເຮົາ ໃນຢາໂກໂບ ຢູ່ໃນພຣະຄຳພີໃໝ່ ເມື່ອຫົວຂໍ້ໜຶ່ງໄດ້ຖືກເປີດເຜີຍແກ່ພວກເຮົາ. ຢາໂກໂບ ບົດທີ 1, ຂໍ້ທີ 2 ກ່າວວ່າ, “ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ ຈົ່ງຖືວ່າເປັນເລື່ອງທີ່ໜ້າຍິນດີທີ່ສຸດ” (ການແປຂອງໂຈເຊັບ ສະມິດ, ຢາໂກໂບ 1:2 [ໃນ ຢາໂກໂບ 1:2, ໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ກ]). ດ້ວຍຄວາມປາດຖະໜາທີ່ຈະເປີດປີໃໝ່, ທົດສະວັດໃໝ່, ດ້ວຍຄວາມຊົມຊື່ນຍິນດີ, ພວກເຮົາຕັດສິນໃຈວ່າ ໃນປີ 2020 ພວກເຮົາຈະ “ຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ.” ພວກເຮົາມີຄວາມຮູ້ສຶກອັນແຮງກ້າກ່ຽວກັບເລື່ອງນີ້ຫລາຍ ຈົນພວກເຮົາເອົາເສື້ອຍືດທີ່ຂຽນເປັນໂຕໜັງສືເຂັ້ມວ່າ “ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ” ໃຫ້ອ້າຍເອື້ອຍນ້ອງຂອງພວກເຮົາເປັນຂອງຂວັນຄຣິດສະມາດ. ປີ 2020 ຈະເປັນປີແຫ່ງຄວາມສຸກ ແລະ ຄວາມປິຕິຍິນດີຢ່າງແນ່ນອນ.
ບັດນີ້, ພວກເຮົາໄດ້ມາເຖິງຈຸດນີ້—ປີ 2020 ໄດ້ນໍາເອົາການແຜ່ລະບາດໃຫຍ່ທົ່ວໂລກຂອງພະຍາດໂຄວິດ-19, ບ້ານເມືອງທີ່ບໍ່ສະຫງົບ, ໄພທຳມະຊາດຫລາຍຂຶ້ນ, ແລະ ການທ້າທາຍທາງດ້ານເສດຖະກິດມາແທນ. ພຣະບິດາເທິງສະຫວັນຂອງພວກເຮົາ ອາດກໍາລັງໃຫ້ເວລາພວກເຮົາເພື່ອສະທ້ອນເຖິງ ແລະ ພິຈາລະນາຄວາມເຂົ້າໃຈຂອງພວກເຮົາກ່ຽວກັບຄວາມອົດທົນ ແລະ ການຕັດສິນໃຈຢ່າງມີສະຕິໃນການເລືອກຄວາມສຸກ.
ພຣະທຳຢາໂກໂບໄດ້ມີຄວາມໝາຍໃໝ່ສໍາລັບພວກເຮົາຕັ້ງແຕ່ນັ້ນມາ. ຢາໂກໂບ ບົດທີ 1, ຂໍ້ທີ 3 ແລະ 4 ກ່າວຕໍ່ວ່າ:
“ເພາະພວກເຈົ້າຮູ້ຢູ່ວ່າ ເມື່ອສັດທາຂອງພວກເຈົ້າທົນຕໍ່ການຖືກທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມອົດທົນ.
“ຈົ່ງໃຫ້ຄວາມອົດທົນຍືນຍົງຕະຫລອດໄປ ເພື່ອວ່າພວກເຈົ້າຈະໄດ້ເປັນຄົນສໍາເລັດ ແລະ ຄົບຖ້ວນ ໂດຍບໍ່ຂາດເຂີນສິ່ງໃດ.”
ໃນຄວາມພະຍາຍາມຂອງເຮົາທີ່ຈະພົບຄວາມສຸກໃນທ່າມກາງການທົດລອງຂອງເຮົາ, ເຮົາໄດ້ລືມໄປວ່າ ການມີຄວາມອົດທົນເປັນສິ່ງສໍາຄັນໃນການປ່ອຍໃຫ້ການທົດລອງເຫລົ່ານັ້ນເຮັດວຽກເພື່ອປະໂຫຍດຂອງເຮົາ.
ກະສັດເບັນຢາມິນໄດ້ສິດສອນວ່າ ໃຫ້ປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ກາຍມາເປັນ “ໄພ່ພົນຂອງພຣະເຈົ້າໂດຍການຊົດໃຊ້ຂອງອົງພຣະຄຣິດ, ແລະ [ກາຍເປັນ] ຄືກັນກັບເດັກນ້ອຍ, ບອກລອນສອນງ່າຍ, ອ່ອນໂຍນ, ຖ່ອມຕົວ, ອົດທົນ, ເຕັມໄປດ້ວຍຄວາມຮັກ, ເຕັມໃຈໃນທຸກສິ່ງ” (ໂມໄຊຢາ 3:19).
ບົດທີ 6 ຂອງປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ສິດສອນກ່ຽວກັບຄຸນລັກສະນະຂອງພຣະຄຣິດ ທີ່ເຮົາສາມາດເຮັດຕາມ ທີ່ວ່າ: “ຄວາມອົດທົນ ຄືຄວາມສາມາດໃນການທົນຕໍ່ຄວາມລ່າຊ້າ, ຄວາມຫຍຸ້ງຍາກ, ການຄັດຄ້ານ, ຫລື ຄວາມທຸກທໍລະມານທີ່ປາດສະຈາກຄວາມໃຈຮ້າຍ, ທໍ້ຖອຍໃຈ, ຫລື ກະວົນກະວາຍ. ມັນຄືຄວາມສາມາດທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ ແລະ ຍອມຮັບເວລາຂອງພຣະອົງ. ເມື່ອທ່ານອົດທົນ, ທ່ານຈະທົນຕໍ່ການທົດສອບໄດ້ ແລະ ສາມາດປະສົບກັບຄວາມລຳບາກໄດ້ຢ່າງໃຈເຢັນ ແລະ ດ້ວຍຄວາມຫວັງ” (ຈົ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການຮັບໃຊ້ຂອງຜູ້ສອນສາດສະໜາ, 147).
ວຽກງານທີ່ສົມບູນແບບຂອງຄວາມອົດທົນ ອາດຖືກສະແດງໃຫ້ເຫັນໃນຊີວິດຂອງຄົນໜຶ່ງໃນບັນດາສານຸສິດລຸ້ນທໍາອິດຂອງພຣະຄຣິດຄື, ຊີໂມນຊາວການາອານ. ຊາວເຊໂລເຕ ແມ່ນກຸ່ມຊາດນິຍົມຊາວຢິວ ຜູ້ທີ່ຕໍ່ຕ້ານກົດຂອງຊາວໂຣມຢ່າງຮຸນແຮງ. ການເຄື່ອນໄຫວຂອງກຸ່ມເຊໂລເຕ ສະໜັບສະໜູນການໃຊ້ຄວາມຮຸນແຮງຕໍ່ຊາວໂຣມ, ຕໍ່ຊາວຢິວທີ່ຮ່ວມມືກັບຊາວໂຣມ, ແລະ ຕໍ່ຊາວຊາດູກາຍ ໂດຍການບຸກໂຈມຕີເພື່ອສະບຽງອາຫານ ແລະ ດໍາເນີນກິດຈະກໍາອື່ນໆເພື່ອຊ່ວຍເຫລືອອຸດົມການຂອງພວກເຂົາ (ເບິ່ງ Encyclopedia Britannica, “Zealot,” britannica.com). ຊີໂມນຊາວການາອານເປັນເຊໂລເຕ (ເບິ່ງ ລູກາ 6:15). ລອງນຶກພາບຊີໂມນກໍາລັງພະຍາຍາມໂນ້ມນ້າວພຣະຜູ້ຊ່ວຍໃຫ້ລອດໃຫ້ສວມອາວຸດ, ນໍາພາກຸ່ມຕໍ່ຕ້ານ ຫລື ສ້າງຄວາມວຸ້ນວາຍໃນກຸງເຢຣູຊາເລັມ. ພຣະເຢຊູໄດ້ສິດສອນວ່າ:
“ຜູ້ໃດມີໃຈອ່ອນຫວານກໍເປັນສຸກ: ເພາະວ່າເຂົາຈະໄດ້ຮັບ ແຜ່ນດິນໂລກເປັນມູນມໍລະດົກ. …
“ຜູ້ໃດມີໃຈກະລຸນາກໍເປັນສຸກ: ເພາະວ່າຜູ້ນັ້ນຈະໄດ້ຮັບພຣະກະລຸນາຕອບ. …
“ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ: ເພາະວ່າພຣະເຈົ້າຈະເອີ້ນຜູ້ນັ້ນວ່າເປັນບຸດ” (ມັດທາຍ 5:5, 7, 9).
ຊີໂມນອາດຍອມຮັບ ແລະ ສົ່ງເສີມປັດຊະຍາຂອງລາວດ້ວຍຄວາມກະຕືລືລົ້ນ ແລະ ຄວາມຫລົງໄຫລ, ແຕ່ພຣະຄໍາພີແນະນໍາວ່າ ຜ່ານທາງອິດທິພົນ ແລະ ຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ຈຸດສຸມຂອງລາວກໍປ່ຽນໄປ. ຄວາມເປັນສານຸສິດຂອງລາວຕໍ່ພຣະຄຣິດ ໄດ້ກາຍເປັນໃຈກາງຈຸດສຸມຂອງຄວາມພະຍາຍາມໃນຊີວິດຂອງລາວ.
ເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ, ພຣະຜູ້ຊ່ວຍໃຫ້ລອດຈະສາມາດຊ່ວຍເຮົາໃຫ້ “ເກີດໃໝ່; ແທ້ຈິງແລ້ວ, ແມ່ນເກີດຈາກພຣະເຈົ້າເພື່ອປ່ຽນຈາກສະພາບແຫ່ງກາມມະລົມ ແລະ ຕົກຕໍ່າ, ມາສູ່ສະພາບແຫ່ງຄວາມຊອບທໍາ, ຖືກໄຖ່ໂດຍພຣະເຈົ້າ, ກາຍເປັນບຸດ ແລະ ທິດາຂອງພຣະອົງ;” (ໂມໄຊຢາ 27:25).
ໃນຄວາມກະຕືລືລົ້ນທັງໝົດຂອງເຮົາກັບເລື່ອງສັງຄົມ, ສາດສະໜາ, ແລະ ການເມືອງໃນສະໄໝຂອງເຮົາ, ຂໍໃຫ້ການເປັນ ສານຸສິດຂອງພຣະເຢຊູຄຣິດ ຂອງເຮົາ ສະແດງອອກຢ່າງຊັດເຈນ ແລະ ໜັກແໜ້ນທີ່ສຸດ. “ເພາະຊັບສົມບັດຂອງເຈົ້າຢູ່ທີ່ໃດ ໃຈຂອງເຈົ້າກໍຢູ່ທີ່ນັ້ນ” (ມັດທາຍ 6:21). ຂໍໃຫ້ເຮົາຢ່າໄດ້ລືມວ່າ ເຖິງແມ່ນຫລັງຈາກທີ່ບັນດາສານຸສິດທີ່ຊື່ສັດໄດ້ “ເຮັດຕາມນໍ້າພຣະໄທຂອງພຣະເຈົ້າ,” ພວກເຂົາ “ຈໍາເປັນຕ້ອງມີຄວາມອົດທົນ” (ເຮັບເຣີ 10:36).
ເຊັ່ນດຽວກັນນັ້ນ ເມື່ອສັດທາຂອງເຮົາທົນຕໍ່ການຖືກທົດລອງກໍເຮັດໃຫ້ເກີດຄວາມອົດທົນ, ເມື່ອເຮົາມີຄວາມອົດທົນ, ສັດທາຂອງເຮົາກໍເພີ່ມຂຶ້ນ. ເມື່ອສັດທາຂອງເຮົາເພີ່ມຂຶ້ນ, ຄວາມສຸກຂອງເຮົາກໍເພີ່ມຂຶ້ນເຊັ່ນກັນ.
ເດືອນມີນາທີ່ຜ່ານມານີ້, ລູກສາວຄົນທີສອງຂອງພວກເຮົາ, ເອມມາ, ເຊັ່ນດຽວກັບຜູ້ສອນສາດສະໜາຫລາຍຄົນໃນສາດສະໜາຈັກ, ຈໍາເປັນຕ້ອງໄດ້ກັກຕົວ. ຜູ້ສອນສາດສະໜາຫລາຍຄົນໄດ້ກັບບ້ານ. ຜູ້ສອນສາດສະໜາຫລາຍຄົນໄດ້ລໍຖ້າການມອບໝາຍໃໝ່. ຫລາຍຄົນບໍ່ໄດ້ຮັບພອນຈາກພຣະວິຫານ ກ່ອນອອກໄປສະໜາມເຜີຍແຜ່. ຂໍຂອບໃຈ, ແອວເດີ ແລະ ຊິດສະເຕີທັງຫລາຍ. ພວກເຮົາຮັກພວກທ່ານ.
ເອມມາ ແລະ ຄູ່ສອນຂອງລາວໃນປະເທດໂຮນລັງລໍາບາກໃນຊ່ວງສອງສາມອາທິດທໍາອິດ—ຈົນຫລັ່ງນໍ້າຕາຫລາຍເທື່ອ. ໂດຍທີ່ມີໂອກາດເລັກນ້ອຍໃນການປະຕິສໍາພັນກັບຄົນອື່ນແບບຕົວຕໍ່ຕົວ ແລະ ການອອກໄປຂ້າງນອກທີ່ຈໍາກັດ, ນາງເອມມາກໍຕ້ອງເພິ່ງອາໄສພຣະເຈົ້າຫລາຍຂຶ້ນກວ່າເກົ່າ. ພວກເຮົາໄດ້ອະທິຖານກັບລາວອອນລາຍ ແລະ ຖາມວ່າພວກເຮົາສາມາດຊ່ວຍຫຍັງໄດ້ແນ່. ລາວຂໍໃຫ້ພວກເຮົາຕິດຕໍ່ກັບໝູ່ເພື່ອນທີ່ລາວກຳລັງສິດສອນທາງອອນລາຍຢູ່.
ຄອບຄົວຂອງພວກເຮົາກໍໄດ້ເລີ່ມເຊື່ອມຕໍ່ອອນລາຍ, ເທື່ອລະຄົນ, ກັບໝູ່ເພື່ອນຂອງນາງເອມມາຢູ່ປະເທດໂຮນລັງ. ພວກເຮົາໄດ້ເຊື້ອເຊີນເຂົາເຈົ້າໃຫ້ເຂົ້າຮ່ວມໃນການສຶກສາປຶ້ມ ຈົ່ງຕາມເຮົາມາ ກັບຄອບຄົວພວກເຮົາທຸກອາທິດທາງອອນລາຍ. ຟຣໍ, ລໍລາ, ເຣັນສະກີ, ຟຣີກ, ເບັນຈາມິນ, ສະຕາລ໌, ແລະ ມູຮາມັດ ທັງໝົດໄດ້ກາຍເປັນໝູ່ເພື່ອນຂອງພວກເຮົາ. ໝູ່ເພື່ອນບາງຄົນຂອງພວກເຮົາຈາກປະເທດໂຮນລັງໄດ້ເຂົ້າໄປໃນ “ທາງປະຕູຄັບ” (3 ນີໄຟ 14:13). ຄົນອື່ນໆໄດ້ຖືກສະແດງໃຫ້ເຫັນເຖິງ “ຄວາມຄັບຂອງທາງ, ແລະ ຄວາມແຄບຂອງປະຕູ, ຊຶ່ງໂດຍທາງນັ້ນ ພວກເຂົາຈະເຂົ້າໄປ” (2 ນີໄຟ 31:9). ເຂົາເຈົ້າເປັນອ້າຍເອື້ອຍນ້ອງຂອງພວກເຮົາໃນພຣະຄຣິດ. ແຕ່ລະອາທິດ ພວກເຮົາ “ຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ” ຂະນະທີ່ພວກເຮົາກ້າວເດີນໄປນຳກັນ ໃນເສັ້ນທາງແຫ່ງພັນທະສັນຍາຂອງພວກເຮົາ.
ສ່ວນພວກເຮົາ “ຈົ່ງໃຫ້ຄວາມອົດທົນຍືນຍົງຕະຫລອດໄປ” (ຢາໂກໂບ 1:4) ໃນຊ່ວງເວລານີ້ ທີ່ພວກເຮົາບໍ່ສາມາດພົບກັນຕົວຕໍ່ຕົວໃນຖານະຄອບຄົວຫວອດ. ແຕ່ພວກເຮົາຖືວ່າເປັນເລື່ອງທີ່ໜ້າຊົມຊື່ນຍິນດີທີ່ສັດທາຂອງຄອບຄົວພວກເຮົາເພີ່ມຂຶ້ນ ຜ່ານທາງການເຊື່ອມຕໍ່ທາງເທັກໂນໂລຈີໃໝ່ ແລະ ປຶ້ມ ຈົ່ງຕາມເຮົາມາ ເພີ່ມຂຶ້ນຕໍ່ກັນແລະກັນ ຜ່ານທາງການສຶກສາພຣະຄໍາພີມໍມອນ.
ປະທານຣະໂຊ ເອັມ ແນວສັນ ໄດ້ສັນຍາວ່າ, “ຄວາມພະຍາຍາມຢ່າງສະໝ່ຳສະເໝີຂອງທ່ານໃນເລື່ອງນີ້—ແມ່ນແຕ່ໃນຊ່ວງໄລຍະ ທີ່ທ່ານຮູ້ສຶກວ່າ ທ່ານບໍ່ປະສົບຄວາມສຳເລັດ—ຈະປ່ຽນຊີວິດຂອງທ່ານ, ຂອງຄອບຄົວທ່ານ, ແລະ ໂລກ” (“Go Forward in Faith,” Liahona, May 2020, 114).
ບ່ອນທີ່ພວກເຮົາເຮັດພັນທະສັນຍາອັນສັກສິດກັບພຣະເຈົ້າ—ພຣະວິຫານ—ໄດ້ຖືກປິດຊົ່ວຄາວ. ບ່ອນທີ່ພວກເຮົາຮັກສາພັນທະສັນຍາກັບພຣະເຈົ້າ—ບ້ານ—ກໍເປີດ! ພວກເຮົາມີໂອກາດທີ່ຈະສຶກສາ ແລະ ໄຕ່ຕອງກ່ຽວກັບຄວາມງົດງາມ ທີ່ພິເສດຂອງພັນທະສັນຍາພຣະວິຫານຢູ່ບ້ານ. ເຖິງແມ່ນວ່າເຮົາບໍ່ສາມາດເຂົ້າໄປໃນສະຖານທີ່ສັກສິດນັ້ນກໍຕາມ, ແຕ່ “ຫົວໃຈຂອງພວກເຮົາ … ຈະປິຕິຍິນດີເຫລືອລົ້ນ ອັນເປັນຜົນຈາກພອນຊຶ່ງຈະຖອກເທລົງມາ” (ຄຳສອນ ແລະ ພັນທະສັນຍາ 110:9).
ຫລາຍຄົນໄດ້ສູນເສຍການງານ; ຫລາຍຄົນອື່ນອີກໄດ້ສູນເສຍໂອກາດ. ເຖິງຢ່າງໃດກໍຕາມ, ພວກເຮົາກໍຊົມຊື່ນຍິນດີຢູ່ຄຽງຂ້າງປະທານແນວສັນ, ຜູ້ທີ່ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: “ການບໍລິຈາກດ້ວຍການຖືສິນອົດເຂົ້າໂດຍຄວາມສະໝັກໃຈ ຈາກສະມາຊິກຂອງພວກເຮົາໄດ້ເພີ່ມຂຶ້ນແທ້ໆ, ພ້ອມທັງການບໍລິຈາກໂດຍຄວາມສະໝັກໃຈ ແກ່ກອງທຶນຊ່ວຍເຫລືອມະນຸດສະທຳ. … ພວກເຮົາຈະເອົາຊະນະຊ່ວງເວລາທີ່ຍາກລໍາບາກນີ້ນໍາກັນ. ພຣະຜູ້ເປັນເຈົ້າຈະອວຍພອນທ່ານ ເມື່ອທ່ານສືບຕໍ່ເປັນພອນໃຫ້ຄົນອື່ນ” (Russell M. Nelson’s Facebook page, post from Aug. 16, 2020, facebook.com/russell.m.nelson).
“ຈົ່ງດີໃຈເຖີດ” ແມ່ນພຣະບັນຍັດຈາກພຣະຜູ້ເປັນເຈົ້າ, ບໍ່ແມ່ນ ຈົ່ງຢ້ານກົວເຖີດ (ມັດທາຍ 14:27).
ບາງເທື່ອພວກເຮົາກໍບໍ່ມີຄວາມອົດທົນ ເມື່ອພວກເຮົາຄິດວ່າ ພວກເຮົາ “ກຳລັງເຮັດທຸກຢ່າງ ຢ່າງຖືກຕ້ອງແລ້ວ” ແລະ ພວກເຮົາຍັງບໍ່ໄດ້ຮັບພອນທີ່ພວກເຮົາປາດຖະໜາ. ເອນົກໄດ້ຍ່າງຢູ່ກັບພຣະເຈົ້າເປັນເວລາ 365 ປີ ກ່ອນທີ່ເພິ່ນ ແລະ ຜູ້ຄົນຂອງເພິ່ນໄດ້ຖືກຮັບຂຶ້ນສູ່ສະຫວັນທັງເປັນ. ສາມຮ້ອຍຫົກສິບຫ້າປີດ້ວຍຄວາມພະຍາຍາມເຮັດທຸກຢ່າງ ຢ່າງຖືກຕ້ອງ, ແລະ ແລ້ວມັນກໍເກີດຂຶ້ນ! (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:49.)
ການຈາກໄປຂອງແຊດ ນ້ອງຊາຍຂອງຂ້າພະເຈົ້າ ໄດ້ມາເຖິງພຽງແຕ່ບໍ່ເທົ່າໃດເດືອນ ຫລັງຈາກທີ່ພວກເຮົາຖືກປົດຈາກການຄວບຄຸມເຂດເຜີຍແຜ່ຢູທາ ອອກເດັນ. ຊ່າງໜ້າອັດສະຈັນຫລາຍ ຕອນພວກເຮົາອາໄສຢູ່ພາກໃຕ້ຂອງລັດແຄລີໂຟເນຍ ຈາກເຂດເຜີຍແຜ່ທັງໝົດ 417 ແຫ່ງທີ່ພວກເຮົາຄວນຈະຖືກມອບໝາຍ ໃນປີ 2015, ແຕ່ພວກເຮົາໄດ້ຖືກມອບໝາຍໃຫ້ໄປຫາພາກເໜືອຂອງລັດຢູທາ. ຫ້ອງການເຜີຍແຜ່ຫ່າງຈາກບ້ານຂອງແຊດປະມານ 30 ນາທີດ້ວຍລົດ. ມະເລັງຂອງແຊດໄດ້ຖືກກວດພົບຫລັງຈາກທີ່ພວກເຮົາໄດ້ຮັບການມອບໝາຍ. ແມ່ນແຕ່ໃນສະພາບການທີ່ລໍາບາກທີ່ສຸດ, ພວກເຮົາຮູ້ວ່າ ພຣະບິດາເທິງສະຫວັນເອົາໃຈໃສ່ຕໍ່ພວກເຮົາ ແລະ ຊ່ວຍໃຫ້ພວກເຮົາພົບຄວາມສຸກ.
ຂ້າພະເຈົ້າເປັນພະຍານເຖິງອໍານາດແຫ່ງການໄຖ່, ການຊໍາລະ, ການຖ່ອມຕົວ, ແລະ ຄວາມຊື່ນຊົມ ຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາອະທິຖານຫາພຣະບິດາເທິງສະຫວັນໃນພຣະນາມຂອງພຣະເຢຊູ, ພຣະອົງຈະຕອບເຮົາ. ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາໄດ້ຍິນ, ຮັບຟັງ, ແລະ ເອົາໃຈໃສ່ຕໍ່ສຸລະສຽງຂອງພຣະຜູ້ເປັນເຈົ້າ ແລະ ຂອງສາດສະດາທີ່ມີຊີວິດຢູ່ຂອງພຣະອົງ, ປະທານຣະໂຊ ເອັມ ແນວສັນ, ແລ້ວເຮົາຈະສາມາດ “ໃຫ້ຄວາມອົດທົນຍືນຍົງຕະຫລອດໄປ,” ແລະ “ຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.