ຕາທີ່ເຫັນໄດ້
ຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ, ພຣະຄຣິດຈະຊ່ວຍເຮົາໃຫ້ເຫັນຕົວເອງ ແລະ ເຫັນຄົນອື່ນດັ່ງທີ່ພຣະອົງເຫັນ.
ການເຫັນພຣະຫັດຂອງພຣະເຈົ້າ
ຂ້າພະເຈົ້າມັກເລື່ອງລາວໃນພຣະຄຳພີເດີມກ່ຽວກັບຊາຍໜຸ່ມຄົນໜຶ່ງຜູ້ຮັບໃຊ້ສາດສະດາເອລີຊາ. ເຊົ້າມືດຂອງມື້ໜຶ່ງຊາຍໜຸ່ມໄດ້ຕື່ນຂຶ້ນ, ອອກໄປທາງນອກເຮືອນ, ແລະ ເຫັນກອງທັບໃຫຍ່ອ້ອມເມືອງຢູ່ ເພື່ອຈະທຳລາຍເຂົາເຈົ້າ. ລາວໄດ້ແລ່ນໄປຫາເອລີຊາ ເວົ້າວ່າ: “ນາຍເອີຍ, ຕາຍແລ້ວບັດນີ້ ພວກເຮົາຈະເຮັດຢ່າງໃດ?”
ເອລີຊາໄດ້ຕອບວ່າ, “ບໍ່ຕ້ອງຢ້ານ: ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.”
ເອລີຊາຮູ້ວ່າ ຊາຍໜຸ່ມຕ້ອງການຫລາຍກວ່າຄຳປອບໃຈ; ລາວຕ້ອງການພາບນິມິດ. ແລະ ສະນັ້ນ “ເອລີຊາຈຶ່ງໄດ້ອະທິຖານວ່າ, … ຂ້າແດ່ພຣະຜູ້ເປັນເຈົ້າ, … ຂໍພຣະອົງເປີດຕາຄົນຮັບໃຊ້ຂອງຂ້ານ້ອຍຄົນນີ້. ພຣະຜູ້ເປັນເຈົ້າໄດ້ເປີດຕາຄົນຮັບໃຊ້ຂອງເພິ່ນ: ເມື່ອຄົນຮັບໃຊ້ຂອງເພິ່ນຫລຽວຂຶ້ນໄປທີ່ເທິງພູ ລາວກໍເຫັນຝູງມ້າ ແລະ ລົດຮົບເປັນໄຟຢູ່ອ້ອມລ້ອມເອລີຊາ.”1
ອາດມີເວລາເມື່ອທ່ານ, ຄືກັນກັບຜູ້ຮັບໃຊ້ຄົນນີ້, ຈະພົບເຫັນຕົນເອງດີ້ນລົນຢາກເຫັນວິທີທີ່ພຣະເຈົ້າທຳງານໃນຊີວິດຂອງທ່ານ—ເວລາທີ່ເມື່ອ ທ່ານ ຮູ້ສຶກຖືກລ້ອມ—ເມື່ອການທົດລອງຂອງຄວາມເປັນມະຕະເຮັດໃຫ້ທ່ານຕ້ອງຍອມຄຸເຂົ່າ. ຈົ່ງລໍຖ້າ ແລະ ໄວ້ວາງໃຈໃນພຣະເຈົ້າ ແລະ ລໍຖ້າເວລາຂອງພຣະອົງ, ເພາະວ່າທ່ານສາມາດໄວ້ວາງໃຈໃນພຣະໄທຂອງພຣະອົງ ດ້ວຍສຸດໃຈຂອງທ່ານ. ແຕ່ມັນມີບົດຮຽນຢ່າງທີສອງໃນນີ້. ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ທ່ານກໍຄືກັນ, ສາມາດອະທິຖານຂໍໃຫ້ພຣະຜູ້ເປັນເຈົ້າເປີດຕາທ່ານ ເພື່ອຈະໄດ້ເຫັນສິ່ງທີ່ທ່ານບໍ່ສາມາດຫລຽວເຫັນດ້ວຍຕາທຳມະດາ.
ການເຫັນຕົວເອງດັ່ງທີ່ພຣະເຈົ້າເຫັນເຮົາ
ບາງທີສິ່ງທີ່ສຳຄັນທີ່ສຸດສຳລັບເຮົາທີ່ຈະເຫັນຢ່າງແຈ່ມແຈ້ງວ່າ ພຣະເຈົ້າແມ່ນໃຜ ແລະ ເຮົາແມ່ນໃຜແທ້ໆ—ເຮົາເປັນບຸດ ແລະ ທິດາຂອງພຣະບິດາມານດາເທິງສະຫວັນ ພ້ອມດ້ວຍ “ທຳມະຊາດແຫ່ງສະຫວັນ ແລະ ຈຸດໝາຍປາຍທາງນິລັນດອນ.”2 ຈົ່ງທູນຂໍໃຫ້ພຣະເຈົ້າເປີດເຜີຍສິ່ງເຫລົ່ານີ້ຕໍ່ທ່ານ, ພ້ອມທັງຄວາມຮູ້ສຶກຂອງພຣະອົງກ່ຽວກັບທ່ານ. ເມື່ອທ່ານເຂົ້າໃຈ, ເຂົ້າໃຈແທ້ໆ, ເຖິງເອກະລັກ ແລະ ຈຸດປະສົງທີ່ແທ້ຈິງຂອງທ່ານຫລາຍຂຶ້ນເທົ່າໃດ, ແລ້ວມັນຈະມີອິດທິພົນໃນຊີວິດຂອງທ່ານຫລາຍຂຶ້ນເທົ່ານັ້ນ.
ການເຫັນຄົນອື່ນ
ຄວາມເຂົ້າໃຈເຖິງວິທີທີ່ພຣະເຈົ້າເຫັນເຮົາ ຈະຕຽມທາງເພື່ອຊ່ວຍເຮົາໃຫ້ເຫັນຄົນອື່ນດັ່ງທີ່ພຣະອົງເຫັນ. ເດວິດ ບຣຸກສ໌ ນັກຂຽນເລື່ອງປະຈຳໃນໜັງສືພິມ ໄດ້ກ່າວວ່າ: “ບັນຫາຫລາຍຢ່າງໃນສັງຄົມຂອງເຮົາ ແມ່ນມາຈາກຜູ້ຄົນທີ່ບໍ່ຮູ້ສຶກວ່າ ເຂົາເຈົ້າເຫັນ ແລະ ຮູ້ຈັກ. … [ມັນມີ] ຈຸດສຳຄັນ … ຄຸນລັກສະນະທີ່ເຮົາທຸກຄົນຕ້ອງ … ພັດທະນາໃຫ້ດີກວ່າເກົ່າ[, ແລະ ນັ້ນ] ຄືຄຸນລັກສະນະຂອງການເຫັນຄົນອື່ນຢ່າງເລິກເຊິ່ງ ແລະ ຖືກເຫັນຢ່າງເລິກເຊິ່ງ.”3
ພຣະເຢຊູຄຣິດເຫັນຜູ້ຄົນຢ່າງເລິກເຊິ່ງ. ພຣະອົງເຫັນບຸກຄົນ, ເຫັນຄວາມຕ້ອງການຂອງເຂົາ, ແລະ ຜູ້ທີ່ເຂົາສາມາດກາຍເປັນ. ເມື່ອຄົນອື່ນເຫັນຊາວປະມຸງ, ຄົນບາບ, ຫລື ຄົນເກັບພາສີ, ພຣະເຢຊູເຫັນສານຸສິດ; ເມື່ອຄົນອື່ນເຫັນຊາຍທີ່ຜີມານຮ້າຍສິງ, ພຣະເຢຊູເບິ່ງກາຍຄວາມທຸກພາຍນອກ, ໄດ້ຮັບຮູ້ລາວ, ແລະ ປິ່ນປົວລາວ.4
ແມ່ນແຕ່ໃນຊີວິດທີ່ຫຍຸ້ງຍາກຂອງເຮົາ, ເຮົາກໍຍັງສາມາດເຮັດຕາມຕົວຢ່າງຂອງພຣະເຢຊູ ແລະ ເຫັນບຸກຄົນໄດ້—ຄວາມຕ້ອງການຂອງເຂົາ, ສັດທາຂອງເຂົາ, ການດີ້ນລົນຂອງເຂົາ, ແລະ ຜູ້ທີ່ເຂົາສາມາດກາຍເປັນ.5
ຂະນະທີ່ຂ້າພະເຈົ້າອະທິຖານຂໍໃຫ້ພຣະຜູ້ເປັນເຈົ້າເປີດຕາຂ້າພະເຈົ້າ ເພື່ອຈະໄດ້ເຫັນສິ່ງທີ່ໂດຍປົກກະຕິ ຂ້າພະເຈົ້າບໍ່ສາມາດຫລຽວເຫັນ, ຂ້າພະເຈົ້າມັກຈະຖາມຕົວເອງໃນຄຳຖາມສອງຂໍ້ ແລະ ເອົາໃຈໃສ່ກັບຄວາມປະທັບໃຈ ທີ່ໄດ້ຮັບ: “ແມ່ນຫຍັງທີ່ເຮົາເຮັດຢູ່ ທີ່ເຮົາຄວນເຊົາເຮັດ?” ແລະ “ແມ່ນຫຍັງທີ່ເຮົາບໍ່ໄດ້ເຮັດ ທີ່ເຮົາຄວນເລີ່ມຕົ້ນເຮັດ?”6
ຫລາຍເດືອນຜ່ານມານີ້, ລະຫວ່າງພິທີສິນລະລຶກ, ຂ້າພະເຈົ້າໄດ້ຖາມຄຳຖາມເຫລົ່ານີ້ ແລະ ຕົກໃຈເມື່ອໄດ້ຮັບຄວາມປະທັບໃຈ. “ຢ່າຫລຽວເບິ່ງແຕ່ມືຖື ຕອນຢືນລຽນແຖວລໍຖ້າ.” ການຫລຽວເບິ່ງມືຖືຕອນຢືນລຽນແຖວລໍຖ້າ ໄດ້ກາຍເປັນສິ່ງທີ່ເຮັດແບບອັດຕະໂນມັດ; ຂ້າພະເຈົ້າເຫັນຕົວເອງວ່າສາມາດເຮັດຫລາຍແນວພ້ອມກັນໄດ້, ເພື່ອກວດເບິ່ງອີເມວ, ອ່ານຫົວຂໍ້ຂ່າວ, ຫລື ກວດເບິ່ງສື່ສານມວນຊົນ.
ເຊົ້າຕໍ່ມາ, ຂ້າພະເຈົ້າພົບເຫັນຕົວເອງຢືນລຽນແຖວລໍຖ້າຈ່າຍເງິນຢູ່ຕະຫລາດ. ຂ້າພະເຈົ້າໄດ້ດຶງເອົາມືຖືອອກມາ ແລະ ແລ້ວຈື່ຄວາມປະທັບໃຈທີ່ຂ້າພະເຈົ້າໄດ້ຮັບ. ຂ້າພະເຈົ້າໄດ້ເອົາມືຖືເກັບໄວ້ ແລະ ຫລຽວເບິ່ງອ້ອມຮອບ. ຂ້າພະເຈົ້າໄດ້ເຫັນພໍ່ຕູ້ຄົນໜຶ່ງຢືນລຽນແຖວຢູ່ທາງໜ້າ. ລໍ້ລາວບໍ່ມີຫຍັງຫລາຍ ມີແຕ່ອາຫານແມວສອງສາມກະປ໋ອງ. ຂ້າພະເຈົ້າຮູ້ສຶກເຂີນໆ, ແຕ່ໄດ້ເວົ້າບາງຢ່າງທີ່ສະຫລາດ ແທ້ໆ ເຊັ່ນ, “ຂ້ອຍເຫັນວ່າເຈົ້າມີແມວ.” ລາວເວົ້າວ່າ ຟ້າຝົນກຳລັງຊິມາ, ແລະ ລາວບໍ່ຢາກຂາດອາຫານແມວ. ພວກເຮົາໄດ້ເວົ້າລົມກັນບຶດໜຶ່ງ, ແລະ ແລ້ວລາວຫັນໜ້າກັບມາ ແລະ ເວົ້າວ່າ, “ເຈົ້າຮູ້ບໍ່, ຂ້ອຍຍັງບໍ່ໄດ້ບອກໃຜເທື່ອ, ແຕ່ມື້ນີ້ແມ່ນວັນເກີດຂອງຂ້ອຍ.” ຫົວໃຈຂອງຂ້າພະເຈົ້າລະລາຍທັນທີ. ຂ້າພະເຈົ້າໄດ້ອວຍພອນວັນເກີດລາວ ແລະ ໄດ້ກ່າວຄຳອະທິຖານຂອບຄຸນຢູ່ໃນໃຈ ທີ່ຂ້າພະເຈົ້າບໍ່ໄດ້ເບິ່ງມືຖື ແລະ ພາດໂອກາດທີ່ຈະໄດ້ເຫັນ ແລະ ຕິດຕໍ່ກັບຄົນອື່ນຜູ້ຕ້ອງການ.
ເວົ້າແທ້ໆແລ້ວ ຂ້າພະເຈົ້າບໍ່ຢາກເປັນຄືກັນກັບປະໂລຫິດ ຫລື ຄົນເລວີຢູ່ໃນເສັ້ນທາງໄປຫາເມືອງເຢຣີໂກ—ຜູ້ໄດ້ຍ່າງເວັ້ນຂ້າມທາງຟາກອື່ນກາຍໄປ.7 ແຕ່ສ່ວນຫລາຍຂ້າພະເຈົ້າຄິດວ່າ ຂ້າພະເຈົ້າເປັນ.
ການເຫັນວຽກງານຂອງພຣະເຈົ້າສຳລັບຂ້າພະເຈົ້າ
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນອັນມີຄ່າກ່ຽວກັບການເຫັນຢ່າງເລິກເຊິ່ງຈາກຍິງໜຸ່ມຄົນໜຶ່ງຊື່ ໂຣສະລິນ.
ເພື່ອນຄົນໜຶ່ງໄດ້ເລົ່າເລື່ອງນີ້ໃຫ້ຂ້າພະເຈົ້າຟັງ ຜູ້ເສຍໃຈຫລາຍທີ່ສຸດເມື່ອສາມີຂອງນາງເປັນເວລາ 20 ປີໄດ້ຍ້າຍໜີ. ໃນວັນອາທິດທີ່ລູກຂອງນາງຢູ່ກັບພໍ່ຂອງພວກເຂົາ, ການໄປໂບດຄົນດຽວແມ່ນເປັນຕາຢ້ານຫລາຍສຳລັບນາງ. ນາງໄດ້ເລົ່າວ່າ:
“ຢູ່ໃນໂບດບ່ອນທີ່ຄອບຄົວມີຄວາມສຳຄັນຫລາຍທີ່ສຸດ, ການນັ່ງຢູ່ຄົນດຽວແມ່ນເຈັບປວດຫລາຍ. ວັນອາທິດທຳອິດມື້ນັ້ນ ຂ້ອຍຍ່າງໄປພ້ອມທັງອະທິຖານຂໍໃຫ້ບໍ່ມີໃຜມາເວົ້າລົມກັບຂ້ອຍ. ຂ້ອຍພະຍາຍາມຕັ້ງສະຕິ, ແລະ ນ້ຳຕາກໍພ້ອມທີ່ຈະໄຫລອອກມາ. ຂ້ອຍຍ່າງໄປນັ່ງຢູ່ຕັ່ງແປ້ນມ້າບ່ອນເກົ່າດັ່ງທີ່ເຄີຍ, ຫວັງວ່າຄົນອື່ນຈະບໍ່ສັງເກດເຫັນຕັ່ງທີ່ເປົ່າວ່າງ.
“ຍິງໜຸ່ມຄົນໜຶ່ງຢູ່ໃນຫວອດໄດ້ຫັນມາເບິ່ງຂ້ອຍ. ຂ້ອຍໄດ້ຝືນຍິ້ມກັບນາງ. ນາງກໍຍິ້ມຕອບ. ຂ້ອຍເຫັນໄດ້ວ່າ ນາງເປັນຫ່ວງນຳຂ້ອຍ. ຂ້ອຍອ້ອນວອນຢູ່ໃນໃຈຫວັງວ່ານາງຈະບໍ່ມາເວົ້າລົມກັບຂ້ອຍ—ຂ້ອຍບໍ່ມີເລື່ອງໃດທີ່ຈະເວົ້າໃນທາງບວກ ແລະ ຮູ້ວ່າຕົນເອງຊິຮ້ອງໄຫ້. ຂ້ອຍກົ້ມໜ້າລົງເບິ່ງຕັກ ແລະ ຫລີກລ້ຽງຈາກການສົບຕາ.
“ລະຫວ່າງຊົ່ວໂມງຕໍ່ໄປ, ຂ້ອຍໄດ້ສັງເກດເຫັນນາງຫລຽວຄືນມາເບິ່ງຂ້ອຍເປັນບາງຄັ້ງ. ທັນທີທີ່ກອງປະຊຸມສິ້ນສຸດລົງ, ນາງໄດ້ຍ່າງຕົງມາຫາຂ້ອຍ. ‘ສະບາຍໂຣສະລິນ,’ ຂ້ອຍເວົ້າຄ່ອຍໆ. ນາງໄດ້ໂອບກອດຂ້ອຍ ແລະ ເວົ້າວ່າ, ‘ຊິດສະເຕີ ສະມິດ, ຂ້ອຍບອກໄດ້ວ່າ ມື້ນີ້ບໍ່ດີປານໃດສຳລັບເຈົ້າເນາະ. ຂ້ອຍຂໍສະແດງຄວາມເສຍໃຈນຳເດີ້. ຂ້ອຍຮັກເຈົ້າ. ເປັນດັ່ງທີ່ຄາດຄິດ, ນ້ຳຕາໄດ້ໄຫລອອກມາ ຂະນະທີ່ນາງໂອບກອດຂ້ອຍອີກ. ແຕ່ໃນຂະນະທີ່ຂ້ອຍຍ່າງອອກໄປ, ຂ້ອຍຄິດຢູ່ໃນໃຈວ່າ, ‘ບາງທີຂ້ອຍເຮັດສິ່ງນີ້ໄດ້ ໃນທີ່ສຸດ.’
“ຍິງໜຸ່ມອາຍຸ 16 ປີຄົນນີ້, ອາຍຸນ້ອຍຫລາຍກວ່າຂ້ອຍເຄິ່ງໜຶ່ງ, ໄດ້ພົບເຫັນຂ້ອຍທຸກວັນອາທິດໃນປີນັ້ນ ເພື່ອໂອບກອດຂ້ອຍ ແລະ ຖາມວ່າ, ‘ເຈົ້າສະບາຍດີບໍ?’ ມັນສ້າງຄວາມແຕກຕ່າງຫລາຍແທ້ໆ ໃນຄວາມຮູ້ສຶກຂອງຂ້ອຍກ່ຽວກັບການໄປໂບດ. ຕາມຄວາມຈິງແລ້ວ ຂ້ອຍໄດ້ເລີ່ມ ເພິ່ງອາໄສ ການໂອບກອດເຫລົ່ານັ້ນ. ມີຄົນສັງເກດເຫັນຂ້ອຍ. ມີຄົນຮູ້ວ່າຂ້ອຍຢູ່ທີ່ນັ້ນ. ມີຄົນຫ່ວງໃຍ.”
ໃນຂອງປະທານທັງໝົດທີ່ພຣະບິດາເຕັມພຣະໄທທີ່ຈະມອບໃຫ້, ການເຫັນຢ່າງເລິກເຊິ່ງ ຮຽກຮ້ອງເຮົາໃຫ້ ທູນຂໍຈາກພຣະອົງ—ແລະ ແລ້ວ ກະທຳຕາມ. ທູນຂໍ ເພື່ອຈະໄດ້ເຫັນຄົນອື່ນດັ່ງທີ່ພຣະອົງເຫັນ—ບຸດ ແລະ ທິດາທີ່ແທ້ຈິງຂອງພຣະອົງ ພ້ອມດ້ວຍສັກກະຍະພາບອັນເປັນນິດ ແລະ ສູງສົ່ງ. ແລ້ວ ກະທຳຕາມ ດ້ວຍຄວາມຮັກ, ການຮັບໃຊ້, ແລະ ຢືນຢັນຄຸນຄ່າ ແລະ ສັກກະຍະພາບຂອງເຂົາ ຕາມທີ່ໄດ້ຮັບການຊົງນຳ. ເມື່ອສິ່ງນີ້ກາຍເປັນແບບແຜນໃນຊີວິດຂອງເຮົາ, ເຮົາຈະພົບເຫັນຕົນເອງກາຍເປັນ “ຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ.”8 ຄົນອື່ນຈະສາມາດເຊື່ອໃຈເຮົາດ້ວຍໃຈຂອງເຂົາ. ແລະ ໃນແບບແຜນນີ້ ເຮົາກໍຈະຄົ້ນພົບເອກະລັກ ແລະ ຈຸດປະສົງ ຂອງເຮົາເອງ.
ເພື່ອນຂອງຂ້າພະເຈົ້າໄດ້ເລົ່າປະສົບການໜຶ່ງອີກ ຂະນະທີ່ນັ່ງຢູ່ໃນຕັ່ງແປ້ນມ້າບ່ອນດຽວກັນນັ້ນ, ຄົນດຽວ, ສົງໄສວ່າ ຄວາມພະຍາຍາມດຳລົງຊີວິດຕາມພຣະກິດຕິຄຸນໃນບ້ານເຮືອນຂອງນາງເປັນເວລາ 20 ປີ ກັບມາໄຮ້ສາລະໄດ້ແນວໃດ. ນາງຕ້ອງການຫລາຍກວ່າຄຳປອບໃຈ; ນາງຕ້ອງການພາບນິມິດ. ນາງຮູ້ສຶກວ່າ ຄຳຖາມໄດ້ສຽບແທງເຂົ້າໄປໃນໃຈຂອງນາງ: “ເປັນຫຍັງເຈົ້າຈຶ່ງເຮັດສິ່ງເຫລົ່ານັ້ນ? ເຈົ້າເຮັດສິ່ງເຫລົ່ານັ້ນເພື່ອຢາກໄດ້ລາງວັນ, ເພື່ອຢາກໃຫ້ຄົນຍ້ອງຍໍ, ຫລື ຢາກເຫັນຜົນທີ່ຕ້ອງການບໍ?” ນາງລັງເລໃຈຢູ່ບຶດໜຶ່ງ, ໄຕ່ຕອງຢູ່ໃນໃຈ, ແລະ ໄດ້ຕອບຄຳຖາມຢ່າງໝັ້ນໃຈວ່າ, “ຂ້ານ້ອຍເຮັດສິ່ງເຫລົ່ານັ້ນ ເພາະວ່າຂ້ານ້ອຍຮັກພຣະຜູ້ຊ່ວຍໃຫ້ລອດ. ແລະ ຂ້ານ້ອຍຮັກພຣະກິດຕິຄຸນຂອງພຣະອົງ.” ພຣະຜູ້ເປັນເຈົ້າໄດ້ເປີດຕາ ແລະ ຊ່ວຍນາງໃຫ້ເຫັນ. ພາບນິມິດທີ່ລຽບງ່າຍແຕ່ມີພະລັງນີ້ ໄດ້ຊ່ວຍນາງໃຫ້ສືບຕໍ່ດຳເນີນໄປໜ້າດ້ວຍສັດທາໃນພຣະຄຣິດ, ເຖິງແມ່ນສະຖານະການຂອງນາງຈະເປັນແນວໃດກໍຕາມ.
ຂ້າພະເຈົ້າເປັນພະຍານວ່າພຣະເຢຊູຄຣິດຮັກເຮົາ ແລະ ສາມາດມອບຕາທີ່ເຫັນໄດ້ໃຫ້ແກ່ເຮົາ—ແມ່ນແຕ່ ຕອນທີ່ມັນຍາກ, ແມ່ນແຕ່ ຕອນທີ່ເຮົາເມື່ອຍ, ແມ່ນແຕ່ ຕອນທີ່ເຮົາໂດດດ່ຽວ, ແລະ ແມ່ນແຕ່ ຕອນທີ່ຜົນສະທ້ອນບໍ່ໄດ້ເປັນດັ່ງທີ່ເຮົາຄາດຫວັງ. ຜ່ານທາງພຣະຄຸນຂອງພຣະອົງ, ພຣະອົງຈະອວຍພອນ ແລະ ເພີ່ມຄວາມສາມາດໃຫ້ເຮົາ. ຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ, ພຣະຄຣິດຈະຊ່ວຍເຮົາໃຫ້ສາມາດ ເຫັນ ຕົນເອງ ແລະ ເຫັນ ຄົນອື່ນດັ່ງທີ່ພຣະອົງເຫັນ. ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ, ເຮົາຈະສາມາດຫລິງເຫັນສິ່ງທີ່ຕ້ອງການຫລາຍທີ່ສຸດ. ເຮົາສາມາດເລີ່ມເຫັນພຣະຫັດຂອງພຣະຜູ້ເປັນເຈົ້າທຳງານໃນຊີວິດ ແລະ ຜ່ານທາງລາຍລະອຽດທຳມະດາຂອງຊີວິດເຮົາ—ເຮົາຈະເຫັນຢ່າງເລິກເຊິ່ງ.
ແລະ ແລ້ວ, ໃນວັນທີ່ຍິ່ງໃຫຍ່ນັ້ນ “ເມື່ອພຣະອົງສະເດັດມາ ເຮົາຈະເປັນເໝືອນດັ່ງພຣະອົງ ເພື່ອວ່າ ເຮົາ ຈະ ເຫັນພຣະອົງ ຢ່າງທີ່ພຣະອົງເປັນຢູ່ນັ້ນ; ເພື່ອເຮົາຈະມີຄວາມຫວັງນີ້”9 ນັ້ນຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.