ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເກັບເງິນທອນໄວ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ເກັບເງິນທອນໄວ້

ຜ່ານທາງ​ພຣະເຢ​ຊູຄຣິດ, ເຮົາໄດ້​ຮັບ​ກຳລັງ​ໃນ​ການ​ປ່ຽນ​ແປງ​ທີ່​ຍືນ​ຍົງ. ເມື່ອເຮົາ​ຫັນໄປ​ຫາ​ພຣະອົງ​ຢ່າງ​ຖ່ອມຕົວ, ແລ້ວ​ພຣະອົງ​ຈະ​ເພີ່ມຄວາມ​ສາມາດ​ໃນການ​ປ່ຽນແປງ​ໃຫ້ເຮົາ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ຊ່າງ​ເປັນ​ສິ່ງ​ຊົມຊື່ນ​ຍິນ​ດີ​ຫລາຍ ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ.

ຮູບ​ພາບ
ຈ່າຍ​ຂອງ​ຕະ​ຫລາດ

ລອງຈິນ​ຕະນາ​ການ​ວ່າ ມີຄົນ​ໜຶ່ງ​ໄປ​ຕະ​ຫລາດ ແລະ ຊື້ບາງ​ຢ່າງ​ລາຄາ $.75 ເຊັນ. ຖ້າ​ຫາກ​ລາວ​ເອົາ​ເງິນ​ໃຫ້​ຜູ້​ຂາຍ​ຫລາຍ​ກວ່າ​ລາ​ຄາ​ຂອງ​ສິນ​ຄ້າ, ແລ້ວ​ຜູ້​ຂາຍ​ຈະ​ທອນ​ເງິນ​ໃຫ້​ລາວ.

ຮູບ​ພາບ
ຮັບ​ເງິນ​ທອນ

ກະສັດ​ເບັນ​ຢາມິນ​ໄດ້​ສິດສອນ​ຜູ້ຄົນ​ຂອງເພິ່ນ​ໃນ​ອາເມ​ຣິກາ​ສະ​ໄໝ​ບູຮານ ກ່ຽວກັບ​ພອນທີ່​ລົ້ນເຫລືອ ທີ່ເຮົາ​ໄດ້ຮັບ​ຈາກ​ພຣະຜູ້​ຊ່ວຍໃຫ້​ລອດ, ພຣະເຢ​ຊູຄຣິດ. ພຣະອົງ​ໄດ້ສ້າງ​ຟ້າ​ສະ​ຫວັນ, ແຜ່ນດິນ​ໂລກ, ແລະ ຄວາມ​ງົດງາມ​ທັງໝົດ​ທີ່ເຮົາ​ເຊີຍຊົມ.1 ຜ່ານ​ທາງ​ການ​ຊົດໃຊ້​ອັນເປັນ​ທີ່ຮັກ​ຂອງ​ພຣະອົງ, ພຣະອົງ​ໄດ້ຈັດ​ກຽມວິ​ທີເພື່ອ​ໃຫ້ເຮົາ​ໄດ້​ຮັບ​ການ​ໄຖ່​ຈາກ​ບາບ ແລະ ຄວາມ​ຕາຍ.2 ເມື່ອເຮົາ​ສະແດງ​ຄວາມຮູ້​ບຸນຄຸນ​ຂອງເຮົາ​ຕໍ່​ພຣະອົງ ໂດຍ​ການ​ດໍາລົງ​ຊີວິດ​ຕາມພຣະ​ບັນຍັດ​ຂອງ​ພຣະອົງ​ຢ່າງ​ພາກ​ພຽນ, ພຣະອົງ​ຈະອວຍ​ພອນເຮົາ​ໂດຍ​ທັນທີ, ໂດຍທີ່​ເຮົາຈະ​ເປັນໜີ້​ພຣະອົງ​ຢູ່​ສະເໝີ.

ພຣະອົງ​ປະ​ທານ​ໃຫ້ເຮົາ​ຫລາຍ, ຫລາຍຍິ່ງ​ກວ່າ​ຄຸນຄ່າ​ຂອງສິ່ງ​ທີ່ເຮົາ​ສາມາດ​ແທນຄືນ​ພຣະອົງ​ໄດ້. ສະນັ້ນ, ເຮົາ​ສາມາດ​ໃຫ້ຫຍັງ​ແກ່​ພຣະອົງ, ຜູ້ທີ່​ໄດ້ຈ່າຍ​ລາ​ຄາທີ່​ເກີນກວ່າ​ຈະ​ຄິດ​ໄລ່​ໄດ້ ເພື່ອບາບ​ຂອງເຮົາ? ເຮົາ​ສາມາດ​ໃຫ້ ເງິນທອນ ແກ່​ພຣະອົງ​ໄດ້. ເຮົາ​ສາມາດ​ໃຫ້ ການ​ປ່ຽນແປງ ຂອງເຮົາ​ແກ່​ພຣະອົງ​ໄດ້. ອາດເປັນ​ການປ່ຽນ​ແປງ​ຄວາມຄິດ, ການປ່ຽນ​ແປງ​ນິໄສ, ຫລື ການ​ປ່ຽນແປງ​ທິດທາງ​ທີ່ເຮົາ​ມຸ້ງໜ້າ​ໄປ. ໃນ​ການ​ຕອບ​ແທນ​ສຳ​ລັບ​ການ​ໃຊ້​ໜີ້​ອັນລົ້ນ​ຄ່າ​ໃຫ້​ເຮົາ​ແຕ່​ລະ​ຄົນ, ພຣະ​ຜູ້ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ປ່ຽນໃຈ. ການ​ປ່ຽນ​ແປງ​ທີ່​ພຣະ​ອົງ​ຮຽກ​ຮ້ອງ​ຈາກ​ເຮົາ ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພຣະ​ອົງ, ແຕ່​ສຳ​ລັບ​ເຮົາ. ສະ​ນັ້ນ, ບໍ່​ຄື​ກັນ​ກັບ​ຜູ້​ຊື້​ສິ່ງ​ຂອງ​ຢູ່​ຕະ​ຫລາດ ທີ່ຈະຮັບ​ເອົາ​ເງິນ​ທອນ​ຄືນ, ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ເມດ​ຕາ​ກະ​ລຸ​ນາ ຈະ​ບອກ​ເຮົາ, ໃຫ້​ເກັບ​ເງິນ​ທອນ​ໄວ້.

ຫລັງຈາກ​ທີ່ໄດ້​ຍິນຖ້ອຍ​ຄໍາທີ່​ກ່າວໂດຍ​ກະສັດ​ເບັນຢາ​ມິນ, ຜູ້ຄົນ​ຂອງເພິ່ນ​ໄດ້ຮ້ອງ​ຂຶ້ນວ່າ, “ເພາະ​ພຣະວິນ​ຍານຂອງ​ພຣະຜູ້​ເປັນເຈົ້າ​ອົງຊົງ​ລິດ​ອໍານາດ​ຍິ່ງໃຫຍ່ ໄດ້​ກະທໍາ​ໃຫ້ມີ​ການປ່ຽນ​ແປງອັນ​ໃຫຍ່ຫລວງ​ໃນ​ພວກເຮົາ, … ພວກເຮົາ​ບໍ່ມີ​ໃຈທີ່​ຈະກະ​ທໍາຄວາມ​ຊົ່ວອີກ​ຕໍ່ໄປ, ແຕ່ປາດ​ຖະໜາ​ຈະເຮັດ​ແຕ່ຄວາມ​ດີໂດຍ​ຕະຫລອດ.”3 ພຣະຄໍາ​ພີບໍ່​ໄດ້ກ່າວ​ວ່າ ພວກເຂົາ​ກາຍ​ເປັນ​ຄົນ​ດີ​ພ້ອມ​ໂດຍ​ທັນທີ; ແຕ່, ຄວາມປາດ​ຖະໜາ​ທີ່ຈະ​ປ່ຽນແປງ​ບັງຄັບ​ໃຫ້​ພວກເຂົາ​ລົງມື​ເຮັດ. ການ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຂົາ ໝາຍເຖິງ​ການປະ​ຖິ້ມ​ຄວາມ​ເປັນມະນຸດ​ຊາຍ ຫລື ຍິງ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ຍອມ​ຕໍ່​ພຣະ​ວິນ​ຍານ ຂະ​ນະ​ທີ່ພະ​ຍາຍາມ​ກາຍເປັນ​ເໝືອນດັ່ງ​ພຣະເຢ​ຊູຄຣິດ​ຫລາຍຂຶ້ນ.

ປະທານ​ເຮັນຣີ ບີ ໄອຣິງ ສິດສອນ​ວ່າ: “ການປ່ຽນ​ໃຈເຫລື້ອມ​ໃສທີ່​ແທ້ຈິງ ແມ່ນຂຶ້ນ​ຢູ່ກັບ​ການສະ​ແຫວງຫາ​ຢ່າງເປັນ​ອິດ​ສະລະ​ໃນ​ສັດທາ, ດ້ວຍ​ຄວາມ​ພະຍາ​ຍາມອັນ​ໃຫຍ່ຫລວງ ແລະ ຄວາມ​ເຈັບປວດ​. ຫລັງຈາກ​ນັ້ນ ແມ່ນ​ພຣະຜູ້​ເປັນເຈົ້າ​ເປັນຜູ້​ປະທານ … ອັດ​ສະຈັນ​ຂອງການ​ຊໍາ​ລະລ້າງ ແລະ ການປ່ຽນ​ແປງ.”4 ໂດຍການ​ລວມຄວາມ​ພະຍາ​ຍາມ​ຂອງເຮົາ​ເຂົ້າກັບ​ຄວາມ​ສາມາດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດໃນ​ການປ່ຽນ​ແປງເຮົາ, ເຮົາ​ສາມາດ​ກາຍເປັນ​ສິ່ງມີ​ຊີວິດ​ໃໝ່ໄດ້.

ຕອນທີ່​ຂ້າພະ​ເຈົ້າຍັງ​ນ້ອຍ, ຂ້າພະ​ເຈົ້າໄດ້​ນຶກພາບ​ຕົວເອງ​ກຳລັງ​ຍ່າງຂຶ້ນ​ໄປຕາມ​ທາງຕັ້ງ ສູ່ເປົ້າ​ໝາຍແຫ່ງ​ຊີວິດ​ນິລັນ​ດອນ. ແຕ່ລະ​ເທື່ອທີ່​ຂ້າພະ​ເຈົ້າເຮັດ ຫລື ເວົ້າບາງ​ຢ່າງຜິດ​ໄປ, ຂ້າພະ​ເຈົ້າຮູ້​ວ່າ​ຕົວເອງ​ກໍາລັງ​ເລື່ອນລົງ​ຈາກທາງ, ແລ້ວຕ້ອງ​ໄດ້ເລີ່ມ​ຕົ້ນການ​ເດີນທາງ​ຂອງຂ້າ​ພະເຈົ້າ​ໃໝ່ອີກ​ຄັ້ງ. ມັນເປັນ​ຄືກັນ​ກັບເກມ​ກະດານ​ປີນ​ຂຶ້ນ​ຂັ້ນ​ໄດ​ຂອງ​ເດັກ​ນ້ອຍ ທີ່ເລື່ອນ​ທ່ານ​ຈາກ​ຫົວ​ຂັ້ນ​ໄດ​ລົງ​ເຖິງ​ຕີນ​ຂັ້ນ​ໄດ! ມັນໜ້າ​ທໍ້ໃຈ​ຫລາຍ! ແຕ່ເມື່ອ​ຂ້າພະ​ເຈົ້າເລີ່ມ​ເຂົ້າໃຈ​ຄໍາສອນ​ຂອງ​ພຣະຄຣິດ5 ແລະ ວິທີ​ໃຊ້ຄໍາ​ສອນໃນ​ຊີວິດ​ປະຈໍາ​ວັນຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າໄດ້​ພົບຄວາມ​ຫວັງ.

ຮູບ​ພາບ
ຂະ​ບວນ​ການ​ປ່ຽນ​ແປງ​ແມ່ນ​ລວມ​ດ້ວຍ​ຄວາມ​ອົດ​ທົນ

ພຣະເຢ​ຊູຄຣິດ​ໄດ້ປະ​ທານແບບ​ແຜນ​ອັນ​ຕໍ່ເນື່ອງ​ສໍາລັບ​ການ​ປ່ຽນແປງ​ໃຫ້​ເຮົາ. ພຣະອົງ​ເຊື້ອເຊີນ​ເຮົາໃຫ້​ໃຊ້​ສັດທາ​ໃນ​ພຣະອົງ, ຊຶ່ງດົນ​ໃຈເຮົາ​ໃຫ້​ກັບໃຈ—“ຊຶ່ງ​ສັດທາ ແລະ ການກັບ​ໃຈນັ້ນ​ໄດ້ນໍາ​ການປ່ຽນ​ແປງມາ​ສູ່ໃຈ.”6 ເມື່ອ​ເຮົາ​ກັບ​ໃຈ ແລະ ຫັນ​ຫົວ​ໃຈ​ມາ​ຫາ​ພຣະ​ອົງ, ເຮົາ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ຫລາຍ​ຂຶ້ນ. ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ໂດຍ​ການ​ສືບ​ຕໍ່​ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ ແລະ ໂດຍ​ການ​ເຊື້ອ​ເຊີນພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ປ່ຽນ​ແປງ​ເຮົາ. ການອົດ​ທົນຈົນ​ເຖິງທີ່​ສຸດໝາຍ​ເຖິງ ການ​ປ່ຽນແປງ ຈົນເຖິງ​ທີ່ສຸດ. ບັດນີ້, ຂ້າພະເຈົ້າ​ເຂົ້າໃຈ​ແລ້ວວ່າ ຂ້າພະເຈົ້າ​ບໍ່ໄດ້​ເລີ່ມຕົ້ນ​ໃໝ່ກັບ​ຄວາມ​ພະຍາ​ຍາມ​ທີ່ລົ້ມ​ເຫລວ​ແຕ່​ລະ​ຄັ້ງ, ແຕ່ໃນ​ຄວາມ​ພະຍາ​ຍາມ​ແຕ່ລະ​ຄັ້ງ, ຂ້າພະ​ເຈົ້າກຳ​ລັງສືບ​ຕໍ່​ໃນ​ຂະ​ບວນການ​ປ່ຽນແປງ​ຂອງ​ຂ້າ​ພະ​ເຈົ້າ.

ມີ​ວະ​ລີ​ຂໍ້ໜຶ່ງ​ທີ່ໃຫ້​ການດົນ​ໃຈ ໃນຄຳ​ຂວັນ​ຂອງ​ກຸ່ມຍິງ​ໜຸ່ມ ທີ່ກ່າວ​ວ່າ, “ເຮົາ​ຈະທະ​ນຸ​ຖະ​ໜອມ​ຂອງ​ປະ​ທານ​ແຫ່ງ​ການ​ກັບໃຈ ແລະ ສະແຫວງ​ຫາທີ່​ຈະພັດ​ທະ​ນາ​ຕົວ​ເອງ​ໃນແຕ່​ລະ​ວັນ.”7 ຂ້າພະ​ເຈົ້າອະ​ທິ​ຖານ​ວ່າ ເຮົາຈະ​ທະນຸ​ຖະໜອມ​ຂອງ​ປະ​ທານ​ອັນ​ງົດງາມ​ນີ້ ແລະ ຕັ້ງໃຈ​ທີ່ຈະ​ສະແຫວງ​ຫາການ​ປ່ຽນແປງ. ບາງເທື່ອ​ການປ່ຽນ​ແປງທີ່​ເຮົາຕ້ອງ​ເຮັດ ກ່ຽວຂ້ອງ​ກັບການ​ບາບທີ່​ຮ້າຍແຮງ. ແຕ່ສ່ວນ​ຫລາຍ, ເຮົາ​ພະຍາ​ຍາມທີ່​ຈະຂັດ​ເກົາ​ອຸປະ​ນິໄສ​ຂອງເຮົາ ໃຫ້ສອດ​ຄ່ອງກັບ​ຄຸນລັກ​ສະນະ​ຂອງພຣະ​ເຢຊູ​ຄຣິດ. ການຕັດ​ສິນໃຈ​ໃນແຕ່​ລະ​ວັນ​ຂອງເຮົາ​ອາດຈະ​ຊ່ວຍ ຫລື ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ຂອງເຮົາ. ການ​ປ່ຽນແປງ​ເລັກນ້ອຍ ແຕ່ຕັ້ງໃຈແນ່ວ​ແນ່ ຈະຊ່ວຍ​ໃຫ້ເຮົາ​ພັດ​ທະ​ນາ​ຕົວ​ເອງ. ຢ່າໄດ້​ທໍ້ໃຈ​ເລີຍ. ການ​ປ່ຽນແປງ​ເປັນ​ຂະບວນ​ການ​ຕະຫລອດ​ຊີວິດ. ຂ້າພະ​ເຈົ້າ​ຂອບຄຸນ​ທີ່ໃນ​ການ​ດີ້ນລົນ​ທີ່ຈະ​ປ່ຽນ​ຂອງ​ເຮົາ, ພຣະຜູ້​ເປັນເຈົ້າ​ຈະອົດ​ທົນ​ກັບເຮົາ.

ຜ່ານທາງ​ພຣະເຢ​ຊູຄຣິດ, ເຮົາໄດ້​ຮັບ​ກຳລັງ​ໃນການ​ປ່ຽນແປງ​ທີ່​ຍືນຍົງ. ເມື່ອເຮົາ​ຫັນໄປ​ຫາ​ພຣະອົງ​ຢ່າງ​ຖ່ອມຕົວ, ແລ້ວ​ພຣະອົງ​ຈະ​ເພີ່ມຄວາມ​ສາມາດ​ໃນການ​ປ່ຽນແປງ​ໃຫ້ເຮົາ.

ນອກເໜືອ​ຈາກ​ອໍານາດ​ແຫ່ງການ​ປ່ຽນແປງ​ຂອງ​ການ​ຊົດໃຊ້​ຂອງພຣະ​ຜູ້ຊ່ວຍ​ໃຫ້ລອດ​ຂອງເຮົາ​ແລ້ວ, ພຣະ​ວິນຍານ​ບໍລິ​ສຸດຈະ​ສະໜັບ​ສະໜູນ ແລະ ນໍາ​ພາເຮົາ​ເມື່ອເຮົາ​ພະຍາ​ຍາມ. ພຣະອົງ​ຍັງ​ສາມາດ​ຊ່ວຍໃຫ້​ເຮົາຮູ້​ວ່າ ເຮົາ​ຄວນປ່ຽນ​ຫຍັງແດ່. ເຮົາຍັງ​ສາມາດ​ຊອກຄວາມ​ຊ່ວຍເຫລືອ ແລະ ກໍາລັງ​ໃຈຜ່ານ​ທາງພອນ​ຂອງ​ຖານະ​ປະໂລ​ຫິດ, ການ​ອະທິ​ຖານ, ການຖື​ສິນ​ອົດ​ເຂົ້າ, ແລະ ການ​ໄປພຣ​ະວິຫານ​ນຳ​ອີກ.

ເຊັ່ນດຽວ​ກັນ, ສະມາ​ຊິກ​ໃນ​ຄອບຄົວ, ຜູ້ນໍາ, ແລະ ໝູ່ເພື່ອນ​ທີ່ເຮົາ​ໄວ້​ວາງໃຈ ກໍ​ສາມາດ​ຊ່ວຍເຮົາ​ໃນຄວາມ​ພະຍາ​ຍາມ​ຂອງ​ເຮົາ​ທີ່ຈະ​ປ່ຽນ. ຕອນທີ່​ຂ້າພະ​ເຈົ້າ​ອາຍຸ​ແປດປີ, ອ້າຍ​ຂອງ​ຂ້າພະ​ເຈົ້າຊື່, ລີ, ແລະ ຂ້າ​ພະເຈົ້າ ໄດ້ໃຊ້​ເວລາ​ກັບໝູ່​ຂອງ​ພວກເຮົາ ຫລິ້ນຢູ່​ກິ່ງງ່າ​ຕົ້ນໄມ້​ຂອງ​ເພື່ອນບ້ານ. ພວກເຮົາ​ມັກຫລິ້ນ​ຢູ່ກັບ​ໝູ່ຂອງ​ພວກເຮົາ ໃນຮົ່ມ​ຂອງຕົ້ນ​ໄມ້ຕົ້ນ​ນັ້ນ. ມີມື້​ໜຶ່ງ, ອ້າຍລີ​ໄດ້ຕົກ​ລົງຈາກ​ຕົ້ນໄມ້​ນັ້ນ ແລະ ແຂນຫັກ. ການທີ່​ແຂນຫັກ ເຮັດໃຫ້​ເປັນການ​ຍາກ​ສໍາລັບ​ລາວທີ່​ຈະປີນ​ຕົ້ນໄມ້​ດ້ວຍ​ຕົວ​ລາວເອງ. ແຕ່​ຊີວິດ​ຢູ່ຕົ້ນ​ໄມ້ບໍ່​ຄືເກົ່າ ໂດຍທີ່​ບໍ່ມີ​ລາວຢູ່​ຫັ້ນ. ດັ່ງນັ້ນ, ບາງ​ຄົນ​ໃນພວກ​ເຮົາ​ຈຶ່ງ​ຊຸກ​ລາວ​ຂຶ້ນ​ຈາກ​ດ້ານຫລັງ ໃນ​ຂະນະ​ທີ່ຄົນ​ອື່ນໆ​ດຶງແຂນ​ດີຂອງ​ລາວຂຶ້ນ, ແລະ ໂດຍ​ທີ່ບໍ່​ຕ້ອງ​ອອກ​ແຮງຫລາຍ, ອ້າຍລີ​ກໍກັບ​ຂຶ້ນໄປ​ເທິງຕົ້ນ​ໄມ້​ອີກຄັ້ງ. ແຂນຂອງ​ລາວຍັງ​ບໍ່​ດີເທື່ອ, ແຕ່ລາວ​ກໍຢູ່​ກັບ​ພວກເຮົາ​ຢູ່​ຄື​ເກົ່າ ໂດຍທີ່​ມ່ວນຊື່ນ​ໄປກັບ​ມິດຕະ​ພາບຂອງ​ພວກເຮົາ ໃນ​ຂະນະ​ທີ່ລາວ​ເລີ່ມ​ຫາຍດີ.

ຂ້າພະ​ເຈົ້າມັກ​ຈະຄິດ​ວ່າ ປະສົບ​ການຂອງ​ຂ້າພະ​ເຈົ້າໃນ​ການຫລິ້ນ​ຢູ່​ຕົ້ນໄມ້ ເປັນກິດ​ຈະກໍາ​ປະເພດ​ໜຶ່ງໃນ​ພຣະກິດ​ຕິຄຸນ​ຂອງພຣະ​ເຢຊູ​ຄຣິດ. ໃນຮົ່ມ​ຂອງ​ກິ່ງງ່າ​ແຫ່ງ​ພຣະກິດ​ຕິຄຸນ, ເຮົາຊື່ນ​ຊົມ​ກັບພອນ​ທັງຫລາຍ​ທີ່ກ່ຽວ​ຂ້ອງກັບ​ພັນທະ​ສັນຍາ​ຂອງເຮົາ. ບາງຄົນ​ອາດຕົກ​ລົງຈາກ​ຄວາມ​ປອດໄພ​ແຫ່ງພັນ​ທະສັນ​ຍາຂອງ​ເຂົາເຈົ້າ ແລະ ຕ້ອງການ​ຄວາມຊ່ວຍ​ເຫລືອ​ຈາກເຮົາ​ທີ່ຈະ​ປີນກັບ​ຄືນສູ່​ຄວາມປອດ​ໄພ​ແຫ່ງ​ກິ່ງ​ງ່າ​ພຣະກິດ​ຕິຄຸນ​ອີກ. ອາດເປັນ​ການຍາກ​ສໍາລັບ​ເຂົາເຈົ້າ​ທີ່ຈະ​ກັບຄືນ​ມາດ້ວຍ​ຕົວເອງ. ເຮົາ​ສາມາດ​ຄ່ອຍໆ​ດຶງ​ບ່ອນນີ້​ໜ້ອຍໜຶ່ງ ແລະ ຍົກ​ບ່ອນນັ້ນ​ຂຶ້ນ​ເລັກນ້ອຍ ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ຫາຍດີ ໃນ​ຂະນະ​ທີ່ເຂົາ​ເຈົ້າ​ກຳລັງ​ຊື່ນ​ຊົມ​ໃນ​ມິດຕະ​ພາບຂອງ​ເຮົາ​ໄດ້ບໍ່?

ຖ້າທ່ານ​ກໍາລັງ​ທົນທຸກ​ກັບບາດ​ແຜຈາກ​ການຕົກ, ກະ​ລຸນາ​ໃຫ້ຄົນ​ອື່ນ​ຊ່ວຍທ່ານ​ກັບຄືນ​ມາສູ່​ພັນທະ​ສັນຍາ​ຂອງທ່ານ ແລະ ຮັບພອນ​ທີ່ເຂົາ​ເຈົ້າ​ມອບໃຫ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ປິ່ນ​ປົວ ແລະ ປ່ຽນ​ແປງ​ທ່ານ​ໄດ້, ໃນ​ຂະນະ​ທີ່​ຖືກ​ອ້ອມຮອບ​ໄປດ້ວຍ​ຄົນທີ່​ຮັກທ່ານ.

ບາງ​ເທື່ອ​ຂ້າພະ​ເຈົ້າຈະ​ເຈິກັບ​ໝູ່ທີ່​ບໍ່ໄດ້​ພົບກັນ​ເປັນ​ເວລາ​ຫລາຍປີ. ບາງເທື່ອ​ເຂົາ​ເຈົ້າ​ກໍ​ເວົ້າວ່າ, “ໂຕ​ຍັງ​ບໍ່​ປ່ຽນ​ເນາະ!” ແຕ່ລະ​ເທື່ອທີ່​ຂ້າພະ​ເຈົ້າໄດ້​ຍິນ​ແນວນັ້ນ, ຂ້າພະ​ເຈົ້າ​ເຂີນ​ໜ້ອຍ​ໜຶ່ງ, ເພາະຂ້າ​ພະເຈົ້າ​ຫວັງວ່າ ຂ້າພະ​ເຈົ້າໄດ້​ປ່ຽນແປງ ໃນຊ່ວງ​ເວລາ​ຫລາຍປີ​ທີ່​ຜ່ານມາ. ຂ້າພະ​ເຈົ້າຫວັງ​ວ່າ ແຕ່​ມື້ວານມານີ້​ກໍ​ໄດ້​ປ່ຽນ​ແປງ​ໜ້ອຍ​ໜຶ່ງ! ຂ້າພະ​ເຈົ້າຫວັງ​ວ່າ ຂ້າພະ​ເຈົ້າຈະ​ໃຈດີ​ກວ່າເກົ່າ​ໜ້ອຍ​ໜຶ່ງ, ວິຈານ​ໜ້ອຍລົງ, ແລະ ມີ​ຄວາມເຫັນ​ອົກເຫັນ​ໃຈ​ຫລາຍຂຶ້ນ. ຂ້າພະ​ເຈົ້າ​ຫວັງວ່າ ຂ້າພະ​ເຈົ້າຈະ​ຕອບ​ສະໜອງ​ຕໍ່​ຄວາມ​ຕ້ອງ​ການ​ຂອງຄົນ​ອື່ນໄວ​ຂຶ້ນ, ແລະ ຫວັງວ່າ​ຂ້າພະ​ເຈົ້າຈະ​ມີຄວາມ​ອົດທົນ​ຫລາຍຂຶ້ນ​ໜ້ອຍ​ໜຶ່ງ.

ຂ້າພະ​ເຈົ້າ​ມັກປີນ​ເຂົາ​ຢູ່ພູ​ໃກ້ບ້ານ​ຂອງ​ຂ້າພະ​ເຈົ້າ. ຫລາຍ​ເທື່ອ, ຈະມີ​ຫີນ​ນ້ອຍໆ​ຢູ່ໃນ​ເກີບ​ຂອງ​ຂ້າພະ​ເຈົ້າ ໃນຂະ​ນະທີ່​ຂ້າພະ​ເຈົ້າຍ່າງ​ໄປຕາມ​ທາງ. ໃນທີ່​ສຸດ, ຂ້າພະ​ເຈົ້າກໍ​ຢຸດ ແລະ ຖົກ​ມັນອອກ​ຈາກເກີບ​ຂອງຂ້າ​ພະເຈົ້າ. ແຕ່ຊ່າງ​ໜ້າ​ປະຫລາດ​ໃຈ​ຫລາຍ ທີ່​ຂ້າພະ​ເຈົ້າປ່ອຍ​ໃຫ້ຕົວ​ເອງຍ່າງ​ຂຶ້ນພູ​ດ້ວຍຄວາມ​ເຈັບປວດ ກ່ອນທີ່​ຂ້າພະ​ເຈົ້າ​ຈະຢຸດ ແລະ ກໍາຈັດ​ສິ່ງທີ່​ລະຄາຍ​ເຄືອງ​ອອກໄປ.

ໃນ​ຂະນະ​ທີ່ເຮົາ​ເດີນທາງ​ໄປຕາມ​ເສັ້ນທາງ​ແຫ່ງພັນ​ທະສັນ​ຍາ, ບາງເທື່ອ​ເຮົາກໍ​ມີຫີນ​ຢູ່ໃນ​ເກີບ​ຂອງເຮົາ ຢູ່ໃນ​ຮູບແບບ​ຂອງ​ນິໄສ​ທີ່​ບໍ່ດີ, ບາບ, ຫລື ທ່າ​ທີທີ່​ບໍ່ດີ. ຍິ່ງເຮົາ​ຖົກມັນ​ອອກຈາກ​ຊີວິດ​ຂອງເຮົາ​ໄວ​ເທົ່າໃດ, ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະຂອງ​ເຮົາກໍ​ຍິ່ງມີ​ຄວາມ​ສຸກ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ການຮັກ​ສາ​ການ​ປ່ຽນແປງ​ຕ້ອງໃຊ້​ຄວາມ​ພະຍາ​ຍາມ. ຂ້າພະ​ເຈົ້າ​ບໍ່​ສາມາດ​ຈິນ​ຕະນາ​ການ​ເຖິງການ​ຢຸດ​ລະຫວ່າງ​ທາງ ພຽງ​ເພື່ອ​ເກັບເອົາ​ຫີນທີ່​ໜ້າລໍາ​ຄານ ແລະ ເຈັບປວດ​ທີ່ຂ້າ​ພະເຈົ້າ​ຫາ​ກໍເອົາ​ອອກ ມາໃສ່​ໃນເກີບ​ອີກ. ຂ້າພະ​ເຈົ້າບໍ່​ຢາກເຮັດ​ແບບນັ້ນ​ອີກ ເຊັ່ນ​ກັນ​ກັບແມງ​ກະເບື້ອ​ທີ່ງົດ​ງາມທີ່​ເລືອກ​ບໍ່ກັບ​ຄືນສູ່​ຮັງໄໝ​ຂອງມັນ.

ຂ້າພະ​ເຈົ້າເປັນ​ພະຍານ​ວ່າ ຍ້ອນ​ພຣະເຢ​ຊູຄຣິດ, ເຮົາຈຶ່ງ ສາມາດ ປ່ຽນ​ແປງໄດ້. ເຮົາສາ​ມາດ​ປັບ​ນິໄສ​ຂອງເຮົາ, ປັບປ່ຽນ​ຄວາມຄິດ​ຂອງເຮົາ, ແລະ ຂັດເກົາ​ອຸປະ​ນິໄສ​ຂອງເຮົາ ເພື່ອ​ໃຫ້ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ. ແລະ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະອົງ, ເຮົາ​ຈຶ່ງ​ສາມາດ ເກັບເງິນ​ທອນໄວ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ