ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ
ຈົ່ງເລີ່ມຕົ້ນຂັ້ນຕອນໃນເວລານີ້ ເພື່ອຈະ “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ” ເພື່ອວ່າພຣະວິນຍານຂອງພຣະອົງຈະສະຖິດຢູ່ກັບທ່ານຢ່າງອຸດົມສົມບູນ.
ສະບາຍດີ, ອ້າຍເອື້ອຍນ້ອງທັງຫລາຍ. ໃນຖານະສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຂ້າພະເຈົ້າໄດ້ລໍຖ້າການເຕົ້າໂຮມທາງອອນລາຍຈາກທຸກມຸມຂອງໂລກ ສຳລັບກອງປະຊຸມນີ້.
ປີນີ້ເປັນປີທີ່ຜິດປົກກະຕິແທ້ໆ. ສຳລັບຂ້າພະເຈົ້າແລ້ວ ມັນເລີ່ມຕົ້ນດ້ວຍການມອບໝາຍຈາກຝ່າຍປະທານສູງສຸດ ໃຫ້ໄປອຸທິດພຣະວິຫານສັກສິດແດ່ພຣະຜູ້ເປັນເຈົ້າ ໃນເມືອງເດີບານ, ປະເທດອາຟຣິກາໃຕ້. ຂ້າພະເຈົ້າຈະບໍ່ເຄີຍລືມຄວາມຍິ່ງໃຫຍ່ຂອງອາຄານແຫ່ງນັ້ນ. ແຕ່ຍິ່ງກວ່າສະຖານທີ່, ຂ້າພະເຈົ້າຈະທະນຸຖະໜອມກຽດສັກສີຂອງຜູ້ຄົນສະເໝີ ທີ່ໄດ້ຕຽມຕົວໃຫ້ດີເພື່ອເຂົ້າໄປໃນສະຖານທີ່ສັກສິດບ່ອນນັ້ນ. ເຂົາເຈົ້າໄດ້ມາ ພ້ອມທີ່ຈະຮັບເອົາພອນອັນສູງສຸດຂອງການຟື້ນຟູ: ການອຸທິດພຣະວິຫານຂອງພຣະຜູ້ເປັນເຈົ້າ. ເຂົາເຈົ້າໄດ້ມາດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມຮັກສຳລັບພຣະອົງ ແລະ ການຊົດໃຊ້ຂອງພຣະອົງ. ເຂົາເຈົ້າໄດ້ມາພ້ອມດ້ວຍຄຳຂອບຄຸນອັນປ່ຽມລົ້ນຕໍ່ພຣະບິດາຜູ້ສະຖິດໃນສະຫວັນຂອງເຮົາ ສຳລັບການຈັດຫາພິທີການທີ່ສັກສິດ ຊຶ່ງຈະນຳພາໄປສູ່ຄວາມສູງສົ່ງ. ເຂົາເຈົ້າໄດ້ມາຢ່າງມີຄ່າຄວນ.
ພຣະວິຫານ, ບໍ່ວ່າຈະຕັ້ງຢູ່ໃສ, ຈະສູງສົ່ງກວ່າວິທີທາງຂອງໂລກ. ພຣະວິຫານຂອງໄພ່ພົນຍຸກສຸດທ້າຍແຕ່ລະແຫ່ງຢູ່ໃນໂລກນີ້—ລວມທັງໝົດ ມີ 168 ແຫ່ງ—ຕັ້ງຢູ່ເປັນພະຍານເຖິງສັດທາຂອງເຮົາໃນຊີວິດນິລັນດອນ ແລະ ເຖິງຄວາມຊື່ນຊົມຂອງການໃຊ້ມັນຮ່ວມກັບຄອບຄົວ ແລະ ພຣະບິດາເທິງສະຫວັນຂອງເຮົາ. ການໄປພຣະວິຫານເພີ່ມຄວາມເຂົ້າໃຈເຖິງ ຝ່າຍພຣະເຈົ້າ ແລະ ພຣະກິດຕິຄຸນອັນເປັນນິດ, ເຖິງຄວາມຕັ້ງໃຈຂອງເຮົາທີ່ຈະດຳລົງຊີວິດ ແລະ ສິດສອນຄວາມຈິງ, ແລະ ເຖິງຄວາມເຕັມໃຈຂອງເຮົາທີ່ຈະເຮັດຕາມຕົວຢ່າງຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ.
ຢູ່ດ້ານນອກພຣະວິຫານທຸກແຫ່ງໃນສາດສະໜາຈັກ ມີຖ້ອຍຄຳທີ່ວ່າ “ສັກສິດແດ່ພຣະຜູ້ເປັນເຈົ້າ.” ພຣະວິຫານແມ່ນບ້ານຂອງພຣະຜູ້ເປັນເຈົ້າ ແລະ ບ່ອນຫລົບໄພຈາກໂລກ. ພຣະວິນຍານຂອງພຣະອົງຫຸ້ມລ້ອມຜູ້ທີ່ນະມັດສະການຢູ່ໃນສະຖານທີ່ສັກສິດເຫລົ່ານັ້ນ. ພຣະອົງຕັ້ງມາດຕະຖານໄວ້ ຊຶ່ງເຮົາເຂົ້າໄປໃນຖານະແຂກບ້ານຂອງພຣະອົງ.
ທ່ານບະເລນ ທະວິດໂຊ ພໍ່ເຖົ້າຂອງຂ້າພະເຈົ້າ, ຊາຍທີ່ດີທີ່ສຸດຄົນໜຶ່ງ ທີ່ຂ້າພະເຈົ້າເຄີຍຮູ້ຈັກ, ໄດ້ສິດສອນບົດຮຽນທີ່ຍິ່ງໃຫຍ່ໃຫ້ຂ້າພະເຈົ້າ. ຊິດສະເຕີ ແຣັສ໌ແບນ ແລະ ຂ້າພະເຈົ້າໄດ້ໄປຢ້ຽມຢາມເພິ່ນ ໃນບັ້ນທ້າຍຊີວິດຂອງເພິ່ນ. ຂະນະທີ່ພວກເຮົາເຂົ້າໄປໃນຫ້ອງ, ພວກເຮົາເຫັນວ່າອະທິການຂອງເພິ່ນກຳລັງຈະອອກໄປ. ຂະນະທີ່ພວກເຮົາທັກທາຍກັບອະທິການ, ຂ້າພະເຈົ້າຄິດວ່າ, “ເພິ່ນເປັນອະທິການທີ່ດີແທ້ໆ. ເພິ່ນມານີ້ເພື່ອປະຕິບັດສາດສະໜາກິດຕໍ່ສະມາຊິກທີ່ຊື່ສັດໃນຫວອດຂອງເພິ່ນ.”
ຂ້າພະເຈົ້າໄດ້ເວົ້າກັບທ່ານບະເລນວ່າ, “ຈັ່ງແມ່ນອະທິການດີແທ້ໆເນາະ ທີ່ມາຢ້ຽມຢາມ.”
ທ່ານບະເລນໄດ້ຫລຽວເບິ່ງຂ້າພະເຈົ້າ ແລະ ຕອບວ່າ, “ເພິ່ນມາເພາະເລື່ອງອື່ນອີກ. ຂ້ອຍໄດ້ຂໍໃຫ້ອະທິການມາ ຍ້ອນວ່າຂ້ອຍຢາກຮັບການສຳພາດເອົາໃບຮັບຮອງເຂົ້າພຣະວິຫານ. ຂ້ອຍຢາກໄປແບບ ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ.” ແລະ ເພິ່ນກໍໄດ້ໄປ!
ວະລີທີ່ວ່າ, “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ,” ຍັງຢູ່ກັບຂ້າພະເຈົ້າສະເໝີ. ຄຳນີ້ເຮັດໃຫ້ຂ້າພະເຈົ້າເຫັນທັດສະນະໃໝ່ເລື່ອງຮັບການສຳພາດເປັນປະຈຳ ຈາກຜູ້ນຳໃນສາດສະໜາຈັກຂອງເຮົາ. ໃບຮັບຮອງເຂົ້າພຣະວິຫານແມ່ນສຳຄັນຫລາຍທີ່ສຸດ ຈົນວ່າໃນສະໄໝເລີ່ມຕົ້ນສາດສະໜາຈັກ, ຈົນເຖິງປີ 1891, ໃບຮັບຮອງເຂົ້າພຣະວິຫານແຕ່ລະໃບ ໄດ້ຖືກຮັບຮອງ ໂດຍປະທານຂອງສາດສະໜາຈັກ.1
ບໍ່ວ່າຈະເປັນຊາວໜຸ່ມ ຫລື ຜູ້ໃຫຍ່, ການສຳພາດສຳລັບໃບຮັບຮອງເຂົ້າພຣະວິຫານ ບໍ່ແມ່ນກ່ຽວກັບການເຮັດ ຫລື ບໍ່ເຮັດ. ໃບຮັບຮອງບໍ່ແມ່ນສິ່ງທີ່ຕ້ອງມີໄວ້ຊື່ໆ, ບໍ່ແມ່ນບັດຜ່ານ, ຫລື ບັດສຳລັບບ່ອນນັ່ງພິເສດໃດໆ. ມັນມີຈຸດປະສົງທີ່ສູງກວ່າ ແລະ ສັກສິດກວ່ານັ້ນ. ເພື່ອໃຫ້ເໝາະສົມຕໍ່ໃບຮັບຮອງເຂົ້າພຣະວິຫານທີ່ມີກຽດນີ້, ທ່ານຕ້ອງດຳລົງຊີວິດໃຫ້ສອດຄ່ອງກັບຄຳສອນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ໃນການສຳພາດຂອງທ່ານ, ທ່ານມີໂອກາດທີ່ຈະສຳຫລວດເບິ່ງຈິດວິນຍານຂອງທ່ານກ່ຽວກັບສັດທາສ່ວນຕົວໃນພຣະເຢຊູຄຣິດ ແລະ ໃນການຊົດໃຊ້ຂອງພຣະອົງ. ທ່ານສາມາດສະແດງປະຈັກພະຍານເຖິງພຣະກິດຕິຄຸນທີ່ຖືກຟື້ນຟູ; ຄວາມເຕັມໃຈຂອງທ່ານທີ່ຈະສະໜັບສະໜູນຜູ້ທີ່ພຣະຜູ້ເປັນເຈົ້າເອີ້ນໃຫ້ນຳພາສາດສະໜາຈັກຂອງພຣະອົງ; ເຖິງສັດທາຂອງທ່ານໃນຄຳສອນຂອງພຣະກິດຕິຄຸນ; ເຖິງຄວາມສຳເລັດຜົນໃນໜ້າທີ່ຮັບຜິດຊອບຕໍ່ຄອບຄົວຂອງທ່ານ; ແລະ ເຖິງຄຸນນະພາບຂອງຄວາມສຸດຈະຫລິດ, ພົມມະຈັນ, ຄວາມຊື່ສັດ, ການເຊື່ອຟັງ, ແລະ ການຮັກສາພຣະວາຈາແຫ່ງປັນຍາ, ກົດສ່ວນສິບ, ແລະ ຄວາມສັກສິດຂອງວັນຊະບາໂຕຂອງທ່ານ. ທີ່ກ່າວມານັ້ນຄືຫລັກທຳພື້ນຖານຂອງຊີວິດທີ່ອຸທິດຕົນຕໍ່ພຣະເຢຊູຄຣິດ ແລະ ວຽກງານຂອງພຣະອົງ.
ໃບຮັບຮອງເຂົ້າພຣະວິຫານຂອງທ່ານ ສະທ້ອນໃຫ້ເຫັນຄວາມຕັ້ງໃຈຢ່າງເລິກເຊິ່ງທາງວິນຍານ ວ່າທ່ານພະຍາຍາມດຳລົງຊີວິດຕາມກົດຂອງພຣະຜູ້ເປັນເຈົ້າ ແລະ ຮັກສິ່ງທີ່ພຣະອົງຮັກ ນັ້ນຄື: ຄວາມຖ່ອມຕົວ, ຄວາມອ່ອນນ້ອມ, ການຍຶດໝັ້ນ, ຄວາມໃຈບຸນ, ຄວາມກ້າຫານ, ຄວາມເຫັນອົກເຫັນໃຈ, ການໃຫ້ອະໄພ, ແລະ ການເຊື່ອຟັງ. ແລະ ທ່ານຕັ້ງໃຈທີ່ຈະເຮັດຕາມມາດຕະຖານເຫລົ່ານັ້ນ ເມື່ອທ່ານເຊັນຊື່ລົງໃນເອກະສານທີ່ສັກສິດນັ້ນ.
ໃບຮັບຮອງເຂົ້າພຣະວິຫານຂອງທ່ານເປີດປະຕູສະຫວັນໃຫ້ທ່ານ ແລະ ຄົນອື່ນໆ ດ້ວຍກົດ ແລະ ພິທີການທີ່ສຳຄັນແຫ່ງນິລັນດອນ ລວມທັງການບັບຕິສະມາ, ການຮັບເອົາຂອງປະທານສັກສິດ, ການແຕ່ງງານ, ແລະ ການຜະນຶກ.
ເພື່ອຈະ “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ” ຄືການຖືກເຕືອນໃຈເຖິງສິ່ງທີ່ຄາດໝາຍຈາກໄພ່ພົນຍຸກສຸດທ້າຍ ເພື່ອໃຫ້ຮັກສາພັນທະສັນຍາ. ທ່ານບະເລນ ພໍ່ເຖົ້າຂອງຂ້າພະເຈົ້າໄດ້ເຫັນມັນວ່າເປັນການຕຽມພ້ອມອັນລ້ຳຄ່າ ສຳລັບວັນທີ່ເພິ່ນຈະຢືນຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.
ໃຫ້ພິຈາລະນາຕອນທີ່ໂມເຊໄດ້ຂຶ້ນໄປເທິງພູໂຮເຣັບ ແລະ ພຣະຜູ້ເປັນເຈົ້າ ພຣະເຢໂຮວາໄດ້ປະກົດຕໍ່ເພິ່ນໃນພຸ່ມໄມ້ທີ່ລຸກເປັນໄຟ. ພຣະເຈົ້າໄດ້ບອກເພິ່ນວ່າ, “ຈົ່ງຖອດເກີບອອກສາ ເພາະວ່າເຈົ້າກຳລັງຢືນຢູ່ທີ່ບ່ອນສັກສິດ.”2
ການປົດເກີບຂອງເຮົາຢູ່ທີ່ປະຕູພຣະວິຫານ ຄືການປົດວາງຄວາມປາດຖະໜາ ຫລື ຄວາມສຸກທາງໂລກ ອັນທີ່ລົບກວນເຮົາຈາກການເຕີບໂຕທາງວິນຍານ, ເປັນການປ່ອຍວາງສິ່ງທີ່ກີດກັນຊ່ວງມະຕະທີ່ມີຄ່າຂອງເຮົາ, ເປັນການຂຶ້ນສູງກວ່າການປະພຶດທີ່ຜິດຖຽງກັນ, ແລະ ເປັນການສະແຫວງຫາເວລາເພື່ອຄວາມບໍລິສຸດ.
ໂດຍແບບແຜນຂອງສະຫວັນ, ຮ່າງກາຍທີ່ເປັນເນື້ອໜັງຂອງເຮົາ ຄືການສ້າງຂອງພຣະເຈົ້າ, ພຣະວິຫານແມ່ນສຳລັບວິນຍານຂອງເຮົາ, ແລະ ເຮົາຄວນປະຕິບັດຕໍ່ມັນດ້ວຍຄວາມຄາລະວະ. ເພງຊັ້ນປະຖົມໄວເວົ້າຖືກ ທີ່ວ່າ: “ຮ່າງກາຍຂອງເຮົາເປັນວິຫານ [ທີ່] ຕ້ອງການ ການດູແລ.”3 ເມື່ອພຣະຜູ້ເປັນເຈົ້າໄດ້ມາປະກົດຕໍ່ຊາວນີໄຟ, ພຣະອົງໄດ້ບັນຊາວ່າ, “ຈົ່ງຮັບການຊຳລະໃຫ້ບໍລິສຸດ ໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ໜ້າເຮົາ.”4 “ເຈົ້າຄວນເປັນຄົນແນວໃດ?” ພຣະຜູ້ເປັນເຈົ້າໄດ້ຖາມ ແລະ ຕອບວ່າ, “ເຖິງແມ່ນດັ່ງທີ່ເຮົາເປັນ.”5 ເພື່ອຈະ “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ,” ເຮົາພະຍາຍາມເປັນເໝືອນດັ່ງພຣະອົງ.
ຂ້າພະເຈົ້າຍັງຈື່ໄດ້ຕອນໄດ້ຍິນປະທານຮາວເວີດ ດັບເບິນຢູ ຮັນເທີ ກ່າວເທື່ອທຳອິດຢູ່ໃນກອງປະຊຸມໃຫຍ່ສາມັນ ໃນຖານະປະທານຄົນທີ 14 ຂອງສາດສະໜາຈັກ. ເພິ່ນໄດ້ກ່າວວ່າ: “ມັນເປັນຄວາມປາດຖະໜາອັນເລິກເຊິ່ງໃນໃຈຂອງຂ້າພະເຈົ້າ ທີ່ຢາກໃຫ້ສະມາຊິກທຸກຄົນຂອງສາດສະໜາຈັກສາມາດເຂົ້າໄປໃນພຣະວິຫານ. ມັນຄົງເຮັດໃຫ້ພຣະຜູ້ເປັນເຈົ້າພໍພຣະໄທຫລາຍ ຖ້າຫາກສະມາຊິກຜູ້ໃຫຍ່ທຸກຄົນມີຄ່າຄວນ—ແລະ ມີ—ໃບຮັບຮອງເຂົ້າພຣະວິຫານທີ່ໃຊ້ການໄດ້.”6 ຂ້າພະເຈົ້າຂໍກ່າວຕື່ມວ່າ ໃບຮັບຮອງເຂົ້າພຣະວິຫານທີ່ຈຳກັດ ຈະແປງທາງອັນແຈ່ມແຈ້ງໃຫ້ແກ່ຊາວໜຸ່ມທີ່ປະເສີດຂອງພວກເຮົາ.
ປະທານຣະໂຊ ເອັມ ແນວສັນ ໄດ້ຄິດເຖິງຖ້ອຍຄຳຂອງປະທານຮັນເທີວ່າ, “ໃນມື້ນັ້ນ, ວັນທີ 6 ເດືອນມິຖຸນາ, 1994, ໃບຮັບຮອງເຂົ້າພຣະວິຫານທີ່ເຮົາມີ ໄດ້ກາຍເປັນສິ່ງທີ່ແຕກຕ່າງຢູ່ໃນກະເປົາຂອງຂ້າພະເຈົ້າ. ກ່ອນໜ້ານັ້ນ, ມັນເປັນພຽງສິ່ງສະໜອງຄວາມປາດຖະໜາເທົ່ານັ້ນ. ມັນເປັນສິ່ງທີ່ອະນຸຍາດໃຫ້ຂ້າພະເຈົ້າເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ; ແຕ່ຫລັງຈາກເພິ່ນໄດ້ກ່າວຄຳປະກາດນັ້ນ, ມັນໄດ້ກາຍເປັນຄວາມປາດຖະໜາ. ມັນກາຍເປັນບັດຂອງຄວາມເຊື່ອຟັງຕໍ່ສາດສະດາຂອງພຣະເຈົ້າ.”7
ຖ້າຫາກທ່ານຍັງບໍ່ໄດ້ຮັບໃບຮັບຮອງເທື່ອ ຫລື ຖ້າຫາກໃບຮັບຮອງຂອງທ່ານໝົດອາຍຸແລ້ວ, ໃຫ້ໄປລໍຖ້າຢູ່ປະຕູຫ້ອງການຂອງອະທິການ ຄືກັນກັບໄພ່ພົນລຸ້ນທຳອິດໄດ້ເຮັດ ຢູ່ໜ້າປະຕູພຣະວິຫານນາວູ ໃນປີ 1846.8 ບັນພະບຸລຸດຂອງຂ້າພະເຈົ້າກໍເປັນຄົນໜຶ່ງໃນບັນດາຜູ້ຄົນທີ່ຊື່ສັດເຫລົ່ານັ້ນ. ເຂົາເຈົ້າໄດ້ປະຖິ້ມເມືອງທີ່ສວຍງາມ ແລະ ເດີນທາງໄປຫາພາກຕາເວັນຕົກ, ແຕ່ເຂົາເຈົ້າຮູ້ວ່າ ປະສົບການທີ່ສັກສິດຍັງລໍຖ້າເຂົາເຈົ້າຢູ່ໃນພຣະວິຫານ. ນາງແຊຣາ ຣິຈ໌ ໄດ້ຂຽນຈາກເສັ້ນທາງທີ່ຍາກລຳບາກໃນລັດໄອໂອວາວ່າ, “ຖ້າຫາກບໍ່ແມ່ນເປັນເພາະສັດທາ ແລະ ຄວາມຮູ້ແຈ້ງທີ່ປະທານໃຫ້ແກ່ພວກເຮົາຢູ່ໃນພຣະວິຫານນັ້ນ … , ການເດີນທາງຂອງພວກເຮົາອາດຄົງເປັນເໝືອນດັ່ງ … ການເດີນທາງໄປໃນຄວາມມືດ.”9 ນັ້ນຄືສິ່ງທີ່ເຮົາຂາດຫາຍ ຖ້າຫາກເຮົາກຳລັງດຳເນີນໄປໃນຊີວິດນີ້ ປາດສະຈາກຄຳສັນຍາທີ່ດົນໃຈ ແລະ ສະຫງົບສຸກ ໃນພຣະວິຫານ.
ຈົ່ງເລີ່ມຕົ້ນຂັ້ນຕອນໃນເວລານີ້ ເພື່ອຈະ “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ” ເພື່ອວ່າພຣະວິນຍານຂອງພຣະອົງຈະສະຖິດຢູ່ກັບທ່ານຢ່າງອຸດົມສົມບູນ ແລະ ມາດຕະຖານຂອງພຣະອົງ ຈະນຳ “ຄວາມສະຫງົບໃນຈິດສຳນຶກ” ມາສູ່ທ່ານ.10
ຜູ້ນຳຊາວໜຸ່ມ, ປະທານກຸ່ມແອວເດີ, ປະທານສະມາຄົມສະຕີສົງເຄາະ, ແລະ ອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດຂອງທ່ານ ຈະຊ່ວຍເຫລືອທ່ານກະກຽມ, ແລະ ອະທິການ ຫລື ປະທານສາຂາຂອງທ່ານ ຈະນຳພາທ່ານດ້ວຍຄວາມຮັກ.
ເຮົາກຳລັງປະເຊີນກັບຊ່ວງເວລາ ເມື່ອພຣະວິຫານຖືກປິດ ຫລື ຖືກຈຳກັດ ໃນການໃຫ້ໃຊ້. ສຳລັບປະທານແນວສັນ ແລະ ຜູ້ທີ່ຮັບໃຊ້ຄຽງຂ້າງເພິ່ນ, ການຕັດສິນໃຈທີ່ດົນໃຈ ໃຫ້ປິດພຣະວິຫານແມ່ນ “ເຈັບປວດ” ແລະ “ໜ້າເປັນຫ່ວງ.” ປະທານແນວສັນໄດ້ຖາມຕົວເອງວ່າ, “ເຮົາຊິເວົ້າແນວໃດກັບສາດສະດາໂຈເຊັບ ສະມິດ? ເຮົາຊິເວົ້າແນວໃດກັບບຣິກຳ ຢັງ, ກັບວິວເຝີດ ວູດຣັບ, ແລະ ປະທານຄົນອື່ນໆ, ຈົນເຖິງປະທານທອມມັສ ແອັສ ມອນສັນ?”11
ປະຈຸບັນນີ້, ພວກເຮົາກໍເລີ່ມເປີດພຣະວິຫານຄືນອີກ ສຳລັບການຜະນຶກ ແລະ ການຮັບເອົາຂອງປະທານສັກສິດ ໃນລະດັບທີ່ຈຳກັດຢູ່.
ເຖິງຢ່າງໃດກໍຕາມ, ການມີຄ່າຄວນທີ່ຈະໄປພຣະວິຫານບໍ່ໄດ້ຖືກໂຈະໄວ້. ຂ້າພະເຈົ້າຈະກ່າວເນັ້ນ, ບໍ່ວ່າທ່ານສາມາດເຂົ້າໄປໃນພຣະວິຫານຫລືບໍ່ກໍຕາມ, ແຕ່ທ່ານຕ້ອງມີໃບຮັບຮອງເຂົ້າພຣະວິຫານທີ່ໃຊ້ການໄດ້ ເພື່ອຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ໃນທ້າຍປີແລ້ວນີ້ ຊິດສະເຕີ ແຣັສ໌ແບນ ແລະ ຂ້າພະເຈົ້າໄດ້ຮັບມອບໝາຍໃຫ້ໄປປະເທດນູແວນເຊລັງ ເພື່ອກ່າວກັບຜູ້ໃຫຍ່ໜຸ່ມຢ່າງຫລວງຫລາຍກຸ່ມໜຶ່ງ. ເຂົາເຈົ້າບໍ່ສາມາດໄປພຣະວິຫານໄດ້ສະດວກ, ພຣະວິຫານຢູ່ເມືອງແຮມໂມຕັນກຳລັງຖືກສ້ອມແປງ, ແລະ ເຂົາເຈົ້າກໍກຳລັງລໍຖ້າການອຸທິດທີ່ດິນພຣະວິຫານໃນເມືອງອອກແລນຢູ່. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຮູ້ສຶກໄດ້ຮັບການດົນໃຈໃຫ້ຊຸກຍູ້ເຂົາເຈົ້າ ໃຫ້ຕໍ່ໃບຮັບຮອງ ຫລື ໄປເອົາໃບຮັບຮອງເຂົ້າພຣະວິຫານ.
ເຖິງແມ່ນວ່າເຂົາເຈົ້າບໍ່ສາມາດສະແດງມັນຢູ່ທີ່ພຣະວິຫານ, ແຕ່ເຂົາເຈົ້າສາມາດສະແດງຕົວຕໍ່ພຣະຜູ້ເປັນເຈົ້າດ້ວຍຄວາມບໍລິສຸດ ແລະ ຕຽມພ້ອມທີ່ຈະຮັບໃຊ້ພຣະອົງ. ການມີຄ່າຄວນສຳລັບໃບຮັບຮອງເຂົ້າພຣະວິຫານທີ່ໃຊ້ການໄດ້ ເປັນທັງການປົກປ້ອງຈາກຜູ້ປໍລະປັກ, ເພາະທ່ານໄດ້ເຮັດຄຳໝັ້ນສັນຍາອັນໜັກແໜ້ນນຳພຣະຜູ້ເປັນເຈົ້າກ່ຽວກັບຊີວິດຂອງທ່ານ, ແລະ ເປັນທັງຄຳສັນຍາວ່າພຣະວິນຍານຈະສະຖິດຢູ່ກັບທ່ານ.
ເຮົາເຮັດວຽກງານພຣະວິຫານເມື່ອເຮົາຄົ້ນຫາບັນພະບຸລຸດຂອງເຮົາ ແລະ ສົ່ງລາຍຊື່ຂອງເຂົາເຈົ້າໄປເຮັດພິທີການ. ໃນລະຫວ່າງທີ່ພຣະວິຫານຂອງເຮົາຍັງປິດຢູ່, ເຮົາກໍສາມາດຄົ້ນຫາຄອບຄົວຂອງເຮົາໄດ້. ໂດຍມີພຣະວິນຍານຂອງພຣະເຈົ້າຢູ່ໃນໃຈຂອງເຮົາ, ເຮົາສາມາດກະທຳພິທີແທນເຂົາເຈົ້າໄດ້ໃນການ “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ.”
ຕອນຂ້າພະເຈົ້າຮັບໃຊ້ເປັນຫົວໜ້າບໍລິຫານພະແນກພຣະວິຫານ, ຂ້າພະເຈົ້າເຄີຍໄດ້ຍິນປະທານກໍດອນ ບີ ຮິງລີ ອ້າງເຖິງຂໍ້ພຣະຄຳພີນີ້ຂອງພຣະຜູ້ເປັນເຈົ້າກ່ຽວກັບພຣະວິຫານນາວູວ່າ: “ໃຫ້ວຽກງານຂອງພຣະວິຫານຂອງເຮົາ, ແລະ ວຽກງານທັງໝົດທີ່ເຮົາໄດ້ກຳນົດໃຫ້ພວກເຈົ້າດຳເນີນຕໍ່ໄປ ແລະ ບໍ່ໃຫ້ຢຸດ; ແລະ ໃຫ້ຄວາມພາກພຽນ, ແລະ ຄວາມບາກບັ່ນ, ແລະ ຄວາມອົດທົນ, ແລະ ວຽກງານຂອງພວກເຈົ້າທະວີຄູນສອງເທົ່າ, ແລະ ພວກເຈົ້າຈະບໍ່ມີທາງສູນເສຍລາງວັນຂອງພວກເຈົ້າເລີຍ, ຈອມໂຍທາໄດ້ກ່າວ.”12
ວຽກງານຂອງເຮົາໃນພຣະວິຫານ ແມ່ນຜູກພັນກັບລາງວັນນິລັນດອນຂອງເຮົາ. ເມື່ອບໍ່ດົນມານີ້ເຮົາໄດ້ຖືກທົດສອບ. ພຣະຜູ້ເປັນເຈົ້າໄດ້ເອີ້ນເຮົາໃຫ້ເຮັດວຽກງານຢູ່ໃນພຣະວິຫານດ້ວຍ “ຄວາມພາກພຽນ, … ດ້ວຍຄວາມບາກບັ່ນ, ແລະ ດ້ວຍຄວາມອົດທົນ.”13 ການ “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ” ຮຽກຮ້ອງຄຸນສົມບັດເຫລົ່ານີ້. ເຮົາຕ້ອງດຳລົງຊີວິດຢ່າງພາກພຽນຕາມພຣະບັນຍັດ, ເອົາໃຈໃສ່ຕໍ່ພັນທະສັນຍາໃນພຣະວິຫານຂອງເຮົາ, ແລະ ຮູ້ບຸນຄຸນຕໍ່ສິ່ງທີ່ພຣະຜູ້ເປັນເຈົ້າສືບຕໍ່ສິດສອນເຮົາກ່ຽວກັບສິ່ງເຫລົ່ານັ້ນ ແລະ ອົດທົນລໍຖ້າໃຫ້ພຣະວິຫານເປີດຄືນໃໝ່ເຕັມເວລາ.
ເມື່ອພຣະຜູ້ເປັນເຈົ້າເອີ້ນເຮົາໃຫ້ໃຊ້ຄວາມພະຍາຍາມ “ສອງເທົ່າ”, ພຣະອົງໄດ້ຂໍໃຫ້ເຮົາມີຄວາມຊອບທຳຫລາຍຂຶ້ນກວ່າເກົ່າ. ຍົກຕົວຢ່າງ, ເຮົາອາດຂະຫຍາຍການສຶກສາພຣະຄຳພີ, ການຄົ້ນຄວ້າປະຫວັດຄອບຄົວ, ແລະ ການອະທິຖານດ້ວຍສັດທາອອກຢ່າງກວ້າງຂວາງ ເພື່ອເຮົາຈະໄດ້ແບ່ງປັນຄວາມຮັກຂອງເຮົາສຳລັບບ້ານຂອງພຣະຜູ້ເປັນເຈົ້າກັບຜູ້ທີ່ຕຽມພ້ອມແລ້ວທີ່ຈະຮັບເອົາໃບຮັບຮອງເຂົ້າພຣະວິຫານ, ໂດຍສະເພາະສະມາຊິກໃນຄອບຄົວຂອງເຮົາ.
ຂ້າພະເຈົ້າສັນຍາກັບທ່ານໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າວ່າ ເມື່ອທ່ານໃຊ້ຄວາມພະຍາຍາມທີ່ຊອບທຳຂອງທ່ານຕື່ມອີກສອງເທົ່າ ໃນການອຸທິດຕົນຕໍ່ພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ, ແລ້ວທ່ານຈະຮູ້ສຶກວ່າ ທ່ານໄດ້ຮັບການນຳພາໂດຍພຣະວິນຍານບໍລິສຸດຫລາຍກວ່າເກົ່າ, ທ່ານຈະຮູ້ບຸນຄຸນສຳລັບພັນທະສັນຍາທີ່ສັກສິດຂອງທ່ານ, ແລະ ທ່ານຈະຮູ້ສຶກສະຫງົບ ໂດຍທີ່ຮູ້ວ່າທ່ານ “ຖືກຮັບຮອງໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.