ຈົ່ງເບີກບານເຖີດ
ສັດທາທີ່ບໍ່ຫວັ່ນໄຫວຂອງເຮົາໃນຄຳສອນຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ ນຳພາບາດກ້າວຂອງເຮົາ ແລະ ມອບຄວາມສຸກໃຫ້ເຮົາ.
ໃນບັ້ນປາຍພຣະຊົນຊີບໃນຊ່ວງມະຕະຂອງພຣະອົງ, ພຣະເຢຊູຄຣິດໄດ້ບອກອັກຄະສາວົກຂອງພຣະອົງເຖິງການຂົ່ມເຫັງ ແລະ ຄວາມລຳບາກທີ່ພວກເພິ່ນຈະປະເຊີນ.1 ພຣະອົງໄດ້ສະຫລຸບດ້ວຍ ຄຳຮັບປະກັນທີ່ຍິ່ງໃຫຍ່ວ່າ: “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ, ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ” (ໂຢຮັນ 16:33). ນັ້ນຄືຂ່າວສານຂອງພຣະຜູ້ຊ່ວຍໃຫ້ລອດ ຕໍ່ລູກທຸກຄົນຂອງພຣະບິດາເທິງສະຫວັນຂອງເຮົາ. ນັ້ນຄືຂ່າວປະເສີດທີ່ສຸດສຳລັບເຮົາແຕ່ລະຄົນ ໃນຊີວິດມະຕະຂອງເຮົາ.
“ຈົ່ງເບີກບານເຖີດ” ກໍເປັນຄຳຮັບຮອງທີ່ຕ້ອງການໃນໂລກຄືກັນ ຊຶ່ງພຣະຄຣິດທີ່ຟື້ນຄືນພຣະຊົນໄດ້ສົ່ງອັກຄະສາວົກຂອງພຣະອົງມາ. “ພວກເຮົາປະເຊີນກັບຄວາມທຸກລຳບາກຮອບດ້ານ,” ຕໍ່ມາອັກຄະສາວົກໂປໂລໄດ້ບອກຊາວໂກຣິນໂທ, “ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງບໍ່ໝົດທາງອອກ; ຖືກຂົ່ມເຫັງ, ແຕ່ຍັງບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ, ແຕ່ກໍຍັງບໍ່ເຖິງຂັ້ນເສຍຊີວິດ” (2 ໂກຣິນໂທ 4:8–9).
ຫລັງຈາກສອງພັນປີ ເຮົາຍັງ “ປະເຊີນກັບຄວາມທຸກລຳບາກຮອບດ້ານ,” ແລະ ເຮົາກໍຍັງຕ້ອງການຂ່າວສານອັນດຽວກັນນັ້ນຢູ່ ທີ່ວ່າບໍ່ໃຫ້ໝົດຫວັງ ແຕ່ ຈົ່ງເບີກບານເຖີດ. ພຣະຜູ້ເປັນເຈົ້າຮັກ ແລະ ຫ່ວງໃຍທິດາທີ່ປະເສີດຂອງພຣະອົງ. ພຣະອົງຮູ້ເຖິງຄວາມຕ້ອງການ, ຄວາມຈຳເປັນ, ແລະ ຄວາມຢ້ານກົວຂອງທ່ານ. ພຣະຜູ້ເປັນເຈົ້າມີອຳນາດທັງໝົດ. ຈົ່ງໄວ້ວາງໃຈໃນພຣະອົງ.
ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ “ວຽກງານ, ແລະ ແຜນການ, ແລະ ຈຸດປະສົງຂອງພຣະເຈົ້າ ຈະລົ້ມເຫລວບໍ່ໄດ້, ທັງບໍ່ໄຮ້ປະໂຫຍດ” (ຄຳສອນ ແລະ ພັນທະສັນຍາ 3:1). ຕໍ່ລູກໆຂອງພຣະອົງທີ່ກຳລັງດີ້ນລົນ, ພຣະຜູ້ເປັນເຈົ້າໄດ້ມອບຄຳຮັບປະກັນທີ່ຍິ່ງໃຫຍ່ນີ້ໃຫ້:
“ຈົ່ງເບິ່ງ, ນີ້ຄືຄຳສັນຍາຂອງພຣະຜູ້ເປັນເຈົ້າແກ່ພວກເຈົ້າ, ໂອ້ ພວກເຈົ້າຜູ້ຮັບໃຊ້ຂອງເຮົາ.
“ດັ່ງນັ້ນ, ຈົ່ງເບີກບານເຖີດ, ແລະ ຢ່າສູ່ຢ້ານ, ເພາະເຮົາພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າ, ແລະ ຈະຢືນຢູ່ກັບພວກເຈົ້າ; ແລະ ພວກເຈົ້າຈະເປັນພະຍານເຖິງເຮົາ, ແມ່ນແຕ່ພຣະເຢຊູຄຣິດ, ວ່າເຮົາຄືພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” (ຄຳສອນ ແລະ ພັນທະສັນຍາ 68:5–6).
ພຣະຜູ້ເປັນເຈົ້າປະທັບຢືນຢູ່ໃກ້ເຮົາ, ແລະ ພຣະອົງໄດ້ກ່າວວ່າ:
“ສິ່ງໃດກໍຕາມທີ່ເຮົາກ່າວກັບຄົນໜຶ່ງກໍຄືກັນກັບເຮົາກ່າວກັບທຸກຄົນ, ຈົ່ງເບີກບານເຖີດ, ເດັກນ້ອຍໆເອີຍ; ເພາະເຮົາຢູ່ໃນທ່າມກາງພວກເຈົ້າ, ແລະ ເຮົາຈະບໍ່ປະຖິ້ມພວກເຈົ້າ” (ຄຳສອນ ແລະ ພັນທະສັນຍາ 61:36).
“ພອນຈະມາເຖິງຫລັງຈາກຄວາມທຸກຍາກລຳບາກຢ່າງຫລວງຫລາຍ” (ຄຳສອນ ແລະ ພັນທະສັນຍາ 58:4).
ຂ້າພະເຈົ້າເປັນພະຍານວ່າ ຄຳສັນຍາເຫລົ່ານີ້, ຊຶ່ງມອບໃຫ້ທ່າມກາງການຂົ່ມເຫັງ ແລະ ໂຊກຮ້າຍສ່ວນຕົວ, ກ່ຽວຂ້ອງກັບທ່ານແຕ່ລະຄົນ ໃນສະຖານະການທີ່ຫຍຸ້ງຍາກ ໃນປະຈຸບັນ. ມັນເປັນສິ່ງດີເລີດ ທີ່ເຕືອນເຮົາແຕ່ລະຄົນໃຫ້ເບີກບານ ແລະ ມີຄວາມສຸກຢ່າງເຕັມທີ່ໃນຄວາມສົມບູນຂອງພຣະກິດຕິຄຸນ ຂະນະທີ່ເຮົາດຳເນີນໄປໜ້າ ຜ່ານຜ່າການທ້າທາຍຂອງຊ່ວງມະຕະນີ້.
ຄວາມປັ່ນປ່ວນ ແລະ ການທ້າທາຍເປັນປະສົບການທຳມະດາຂອງຊ່ວງມະຕະ. ການກົງກັນຂ້າມເປັນພາກສ່ວນທີ່ຈຳເປັນໃນແຜນແຫ່ງສະຫວັນ ເພື່ອຊ່ວຍເຮົາໃຫ້ເຕີບໂຕ,2 ແລະ ໃນລະຫວ່າງຂະບວນການນັ້ນ, ເຮົາມີຄຳປະກັນຂອງພຣະເຈົ້າ ຊຶ່ງໃນພາບໄກຂອງນິລັນດອນ ການກົງກັນຂ້າມຈະບໍ່ຖືກອະນຸຍາດໃຫ້ເອົາຊະນະເຮົາ. ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ ແລະ ດ້ວຍຄວາມຊື່ສັດ ແລະ ຄວາມອົດທົນຂອງເຮົາ, ເຮົາຈະປະສົບຄວາມສຳເລັດ. ເຊັ່ນດຽວກັບຊີວິດມະຕະ ຊຶ່ງເຮົາເປັນຜູ້ໜຶ່ງໃນນັ້ນ, ຄວາມທຸກຍາກລຳບາກທັງໝົດ ແມ່ນເປັນພຽງຊົ່ວຄາວ. ໃນການຖົກຖຽງທີ່ເກີດຂຶ້ນກ່ອນສົງຄາມທີ່ຫາຍຍະນະ, ທ່ານອັບຣາຮາມ ລິງກັນ ປະທານາທິບໍດີຂອງສະຫະລັດອາເມຣິກາ ໄດ້ເຕືອນຜູ້ຄົນ ດ້ວຍຄຳປັນຍາຈານນີ້ວ່າ “ສິ່ງນີ້ກໍຈະຜ່ານພົ້ນໄປຄືກັນ.”3
ດັ່ງທີ່ທ່ານຮູ້, ຄວາມຍາກລຳບາກຂອງຊ່ວງມະຕະ ທີ່ຂ້າພະເຈົ້າກ່າວເຖິງ—ຊຶ່ງຍາກທີ່ຈະເບີກບານ—ບາງເທື່ອມາສູ່ເຮົາກັບຫລາຍໆຄົນພ້ອມກັນ, ຄືກັບໃນເວລານີ້ ຊຶ່ງຫລາຍລ້ານຄົນກຳລັງປະເຊີນກັບຄວາມຫຍຸ້ງຍາກທີ່ກະທົບກະເທືອນໂດຍການແຜ່ລະບາດຂອງພະຍາດໂຄວິດ-19. ຄ້າຍຄືກັນ, ໃນສະຫະລັດອາເມຣິກາ ຫລາຍລ້ານຄົນກໍໄດ້ຮັບທຸກທໍລະມານເປັນເວລາຫລາຍເດືອນແລ້ວກັບການເປັນສັດຕູ ແລະ ການຂັດແຍ້ງ ທີ່ເບິ່ງຄືວ່າມັກມາກັບການເລືອກຕັ້ງປະທານາທິບໍດີສະເໝີ, ແຕ່ເທື່ອນີ້ ມັນຮ້າຍແຮງຫລາຍທີ່ສຸດ ທີ່ຜູ້ອາວຸໂສສາມາດຈື່ໄດ້.
ຖ້າຈະເວົ້າເປັນສ່ວນບຸກຄົນ, ເຮົາແຕ່ລະຄົນກໍດີ້ນລົນກັບຄວາມຍາກລຳບາກຂອງຄວາມເປັນມະຕະ, ດັ່ງເຊັ່ນຄວາມທຸກຍາກ, ການຈຳແນກເຊື້ອຊາດ, ຄວາມປ່ວຍໂຊ, ການຕົກງານ ຫລື ຄວາມຜິດຫວັງ, ລູກທີ່ອອກນອກທາງ, ການແຕ່ງງານທີ່ລົ້ມເຫລວ ຫລື ການບໍ່ໄດ້ແຕ່ງງານ, ແລະ ຜົນສະທ້ອນຂອງບາບ—ຂອງເຮົາເອງ ຫລື ຂອງຄົນອື່ນ.
ແຕ່, ໃນທ່າມກາງທຸກສິ່ງຢ່າງນີ້, ເຮົາໄດ້ຮັບຄຳແນະນຳນັ້ນຈາກສະຫວັນໃຫ້ເບີກບານ ແລະ ຊອກຫາຄວາມສຸກ ໃນຫລັກທຳ ແລະ ຄຳສັນຍາຂອງພຣະກິດຕິຄຸນ ແລະ ຊື່ນຊົມກັບໝາກຜົນຈາກເຫື່ອແຮງຂອງເຮົາ.4 ຄຳແນະນຳນັ້ນແມ່ນສຳລັບບັນດາສາດສະດາ ແລະ ສຳລັບເຮົາທຸກຄົນສະເໝີມາ. ເຮົາຮູ້ຈັກສິ່ງນີ້ຈາກປະສົບການຂອງຜູ້ມີຊີວິດກ່ອນເຮົາ ແລະ ຈາກສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວກັບເຂົາເຈົ້າ.
ທ່ານຄົງຈື່ສະຖານະການຂອງສາດສະດາໂຈເຊັບ ສະມິດ ໄດ້. ເມື່ອເບິ່ງຜ່ານທາງພາບຂອງຄວາມຍາກລຳບາກ, ຊີວິດຂອງເພິ່ນແມ່ນທຸກຍາກ, ຖືກຂົ່ມເຫັງ, ອຸກອັ່ງໃຈ, ຄອບຄົວໂສກເສົ້າ, ແລະ ໃນທີ່ສຸດຖືກຂ້າຍ້ອນຄວາມເຊື່ອ. ຂະນະທີ່ເພິ່ນຖືກຈຳຄຸກ, ພັນລະຍາ ແລະ ລູກໆຂອງເພິ່ນ ພ້ອມທັງໄພ່ພົນຄົນອື່ນໆ ໄດ້ຮັບທຸກທໍລະມານກັບຊີວິດທີ່ລຳບາກເຫລືອເຊື່ອ ຂະນະທີ່ເຂົາເຈົ້າຖືກຂັບໄລ່ອອກຈາກລັດມີເຊີຣີ.
ເມື່ອໂຈເຊັບໄດ້ອ້ອນວອນຂໍຄວາມຊ່ວຍເຫລືອ, ພຣະຜູ້ເປັນເຈົ້າໄດ້ຕອບວ່າ:
“ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ;
“ແລະ ຈາກນັ້ນ, ຖ້າຫາກເຈົ້າອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ; ເຈົ້າຈະມີໄຊເໜືອສັດຕູທັງໝົດຂອງເຈົ້າ” (ຄຳສອນ ແລະ ພັນທະສັນຍາ 121:7–8).
ນີ້ຄືຄຳແນະນຳນິລັນດອນສ່ວນຕົວ ທີ່ໄດ້ຊ່ວຍສາດສະດາໂຈເຊັບໃຫ້ເບີກບານ ແລະ ຮັກສາຄວາມຮັກ ແລະ ຄວາມຈົງຮັກພັກດີຕໍ່ຜູ້ຄົນຂອງເພິ່ນ. ຄຸນສົມບັດແບບດຽວກັນນີ້ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ຜູ້ນຳ ແລະ ຜູ້ບຸກເບີກທີ່ໄດ້ຕິດຕາມ ແລະ ກໍສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ທ່ານຄືກັນ.
ໃຫ້ຄິດເຖິງສະມາຊິກລຸ້ນທຳອິດ! ເຂົາເຈົ້າໄດ້ຖືກຂັບໄລ່ອອກຈາກບ່ອນນີ້ ບ່ອນນັ້ນ ຫລາຍເທື່ອ. ໃນທີ່ສຸດເຂົາເຈົ້າໄດ້ປະເຊີນກັບການທ້າທາຍຂອງການສ້າງບ້ານເຮືອນ ແລະ ສາດສະໜາຈັກຂຶ້ນໃນຖິ່ນແຫ້ງແລ້ງກັນດານ.5 ສອງປີຫລັງຈາກຜູ້ບຸກເບີກກຸ່ມທຳອິດໄດ້ໄປເຖິງຮ່ອມພູໃຫຍ່ຂອງເມືອງເຊົາເລັກ, ຜູ້ບຸກເບີກຍັງຢູ່ໃນຂັ້ນສ່ຽງເລື່ອງການຢູ່ລອດ ໃນເຂດທີ່ກັນດານນັ້ນ. ສະມາຊິກສ່ວນຫລາຍກໍຍັງກຳລັງເດີນທາງຂ້າມທົ່ງພຽງຢູ່ ແລະ ບາງຄົນກໍຍັງກະກຽມສຳລັບການເດີນທາງ. ແຕ່ຜູ້ນຳ ແລະ ສະມາຊິກກໍຍັງມີຄວາມຫວັງ ແລະ ເບີກບານ.
ເຖິງແມ່ນຍັງບໍ່ທັນໄດ້ຕັ້ງຖິ່ນຖານຢູ່ໃນບ້ານໃໝ່ຂອງເຂົາເຈົ້າເທື່ອ, ແຕ່ຢູ່ໃນກອງປະຊຸມໃຫຍ່ສາມັນເດືອນຕຸລາ ປີ 1849 ຜູ້ສອນສາດສະໜາກຸ່ມໃໝ່ ໄດ້ຖືກສົ່ງອອກໄປທີ່ ສະແກນດິເນເວຍ, ຝຣັ່ງ, ເຢຍລະມັນ, ອີຕາລີ, ແລະ ປາຊີຟິກໃຕ້.6 ໃນເວລາທີ່ຜູ້ບຸກເບີກອາດຮູ້ສຶກໂສກເສົ້າ ແລະ ໝົດຫວັງ, ແຕ່ເຂົາເຈົ້າຍັງບັນລຸຄວາມສຳເລັດໄດ້. ແລະ ພຽງແຕ່ສາມປີຈາກນັ້ນ, 98 ຄົນໄດ້ຖືກເອີ້ນໃຫ້ເລີ່ມຕົ້ນເຕົ້າໂຮມອິດສະຣາເອນ. ຜູ້ນຳຄົນໜຶ່ງຂອງສາດສະໜາຈັກໄດ້ອະທິບາຍໃນເວລານັ້ນວ່າ ຜູ້ສອນສາດສະໜາເຫລົ່ານີ້ “ໂດຍທົ່ວໄປແລ້ວ, ຈະບໍ່ໄດ້ໄປເຜີຍແຜ່ດົນນານ; ບາງທີພຽງແຕ່ 3 ເຖິງ 7 ປີເທົ່ານັ້ນ ທີ່ເຂົາເຈົ້າຈະໄດ້ຈາກຄອບຄົວຂອງເຂົາເຈົ້າໄປ.”7
ເອື້ອຍນ້ອງທັງຫລາຍ, ຝ່າຍປະທານສູງສຸດມີຄວາມຫ່ວງໃຍກັບການທ້າທາຍຂອງທ່ານ. ພວກເຮົາຮັກທ່ານ ແລະ ອະທິຖານເພື່ອທ່ານ. ໃນເວລາດຽວກັນ, ພວກເຮົາກໍໄດ້ຂອບຄຸນເລື້ອຍໆ ທີ່ການທ້າທາຍທາງຮ່າງກາຍ—ນອກເໜືອຈາກ ແຜ່ນດິນໄຫວ, ອັກຄີໄພ, ອຸທົກກະໄພ, ແລະ ພະຍຸເຮີລິເຄນ—ຕາມປົກກະຕິແລ້ວ ແມ່ນໜ້ອຍກວ່າຜູ້ທີ່ມີຊີວິດກ່ອນເຮົາໄດ້ປະເຊີນ.
ໃນທ່າມກາງຄວາມລຳບາກ, ການຮັບປະກັນຈາກສະຫວັນ ຈະເປັນຄຳນີ້ສະເໝີ “ຈົ່ງເບີກບານເຖີດ, ເພາະເຮົາຈະນຳພາເຈົ້າໄປ. ອານາຈັກເປັນຂອງເຈົ້າ ແລະ ພອນໃນນັ້ນເປັນຂອງເຈົ້າ, ແລະ ຄວາມຮັ່ງມີແຫ່ງນິລັນດອນກໍເປັນຂອງເຈົ້າ” (ຄຳສອນ ແລະ ພັນທະສັນຍາ 78:18). ສິ່ງນີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນໄດ້ແນວໃດສຳລັບຜູ້ບຸກເບີກ? ມັນຈະເກີດຂຶ້ນໄດ້ແນວໃດສຳລັບສະຕີຂອງພຣະເຈົ້າໃນທຸກວັນນີ້? ໂດຍການເຮັດຕາມຄຳແນະນຳຂອງສາດສະດາ ທີ່ວ່າ, “ປະຕູແຫ່ງແດນມໍລະນາຈະເອົາຊະນະ [ເຮົາ] ບໍ່ໄດ້,” ພຣະຜູ້ເປັນເຈົ້າໄດ້ກ່າວໂດຍການເປີດເຜີຍໃນເດືອນເມສາ ປີ 1830. “ແທ້ຈິງແລ້ວ,” ພຣະອົງໄດ້ກ່າວ, “… ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ອຳນາດແຫ່ງຄວາມມືດກະຈາຍໄປຕໍ່ໜ້າພວກເຈົ້າ, ແລະ ເຮັດໃຫ້ຟ້າສະຫວັນ ສັ່ນສະເທືອນເພື່ອຄວາມດີຂອງພວກເຈົ້າ, ແລະ ລັດສະໝີພາບຂອງພຣະນາມຂອງພຣະອົງ” (ຄຳສອນ ແລະ ພັນທະສັນຍາ 21:6). “ຢ່າຢ້ານກົວ, ຝູງແກະນ້ອຍເອີຍ; ຈົ່ງເຮັດຄວາມດີ; ໃຫ້ແຜ່ນດິນໂລກ ແລະ ນະລົກລວມກັນຕໍ່ຕ້ານເຈົ້າ, ແຕ່ຖ້າຫາກເຈົ້າຖືກສ້າງຂຶ້ນເທິງດານຫີນຂອງເຮົາ, ແລ້ວມັນຈະເອົາຊະນະເຈົ້າບໍ່ໄດ້” (ຄຳສອນ ແລະ ພັນທະສັນຍາ 6:34).
ດ້ວຍຄຳສັນຍາຂອງພຣະຜູ້ເປັນເຈົ້າ, ເຮົາ “ຈະລື້ນເລີງ ແລະ ປິຕິຍິນດີ” (ຄຳສອນ ແລະ ພັນທະສັນຍາ 25:13), ແລະ “ດ້ວຍຄວາມຍິນດີໃນໃຈ ແລະ ໃບໜ້າທີ່ຊື່ນບານ” (ຄຳສອນ ແລະ ພັນທະສັນຍາ 59:15), ເຮົາດຳເນີນໄປໜ້າໃນເສັ້ນທາງແຫ່ງພັນທະສັນຍາ. ພວກເຮົາສ່ວນຫລາຍບໍ່ໄດ້ປະເຊີນກັບການຕັດສິນໃຈແບບໜັກໜ່ວງ, ດັ່ງເຊັ່ນການຕ້ອງປະຖິ້ມເຮືອນຊານໄປບຸກເບີກດິນແດນບ່ອນທີ່ເຮົາບໍ່ຮູ້ຈັກ. ສ່ວນຫລາຍແລ້ວການຕັດສິນໃຈຂອງເຮົາແມ່ນກ່ຽວກັບສິ່ງທີ່ເຮົາເຮັດໃນແຕ່ລະວັນ, ແຕ່ພຣະຜູ້ເປັນເຈົ້າຍັງໄດ້ບອກເຮົາວ່າ, “ຢ່າເມື່ອຍລ້າໃນການເຮັດວຽກງານດີ, ເພາະພວກເຈົ້າພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ” (ຄຳສອນ ແລະ ພັນທະສັນຍາ 64:33).
ຄຳສອນຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດມີພະລັງທີ່ບໍ່ມີຂອບເຂດ. ສັດທາທີ່ບໍ່ຫວັ່ນໄຫວຂອງເຮົາໃນຄຳສອນນັ້ນ ຈະນຳພາບາດກ້າວຂອງເຮົາ ແລະ ມອບຄວາມສຸກໃຫ້ເຮົາ. ມັນໃຫ້ຄວາມຮູ້ແກ່ຈິດໃຈຂອງເຮົາ ແລະ ໃຫ້ຄວາມເຂັ້ມແຂງ ແລະ ຄວາມໝັ້ນໃຈແກ່ການປະຕິບັດຂອງເຮົາ. ການຊີ້ນຳ ແລະ ຄວາມຮູ້ ແລະ ພະລັງນີ້ ເປັນຂອງປະທານທີ່ໄດ້ສັນຍາໄວ້ ຊຶ່ງເຮົາໄດ້ຮັບຈາກພຣະບິດາເທິງສະຫວັນ. ດ້ວຍຄວາມເຂົ້າໃຈ ແລະ ໂດຍການດຳລົງຊີວິດຕາມຄຳສອນນັ້ນ, ລວມທັງຂອງປະທານແຫ່ງສະຫວັນຂອງການກັບໃຈ, ແລ້ວເຮົາຈະສາມາດເບີກບານ ຂະນະທີ່ເຮົາຮັກສາຕົວເອງຢູ່ໃນເສັ້ນທາງທີ່ພາໄປສູ່ຈຸດໝາຍປາຍທາງນິລັນດອນຂອງເຮົາ—ເພື່ອອາໄສ ແລະ ຮັບຄວາມສູງສົ່ງກັບບິດາມານດາໃນສະຫວັນທີ່ຮັກຂອງເຮົາ.
“ທ່ານອາດກຳລັງປະເຊີນກັບການທ້າທາຍຢ່າງຫລວງຫລາຍ,” ແອວເດີ ຣິເຈີດ ຈີ ສະກາດ ໄດ້ສິດສອນ. “ບາງເທື່ອມັນອາດເຂັ້ມຂຸ້ນ, ບໍ່ຢຸດບໍ່ຢ່ອນ, ຈົນວ່າທ່ານອາດຮູ້ສຶກວ່າ ມັນເກີນກວ່າທີ່ທ່ານຈະສາມາດຄວບຄຸມໄດ້. ຢ່າປະເຊີນກັບໂລກດ້ວຍຕົວຄົນດຽວ. ‘ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າຈົນສຸດໃຈຂອງເຈົ້າ, ແລະ ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ’ [ສຸພາສິດ 3:5]. … ຊີວິດທີ່ມີການທ້າທາຍແມ່ນເຈດຕະນາໃຫ້ເປັນແນວນັ້ນ, ບໍ່ແມ່ນວ່າໃຫ້ທ່ານລົ້ມເຫລວ, ແຕ່ເພື່ອວ່າທ່ານອາດປະສົບຄວາມສຳເລັດໂດຍການເອົາຊະນະມັນ.”8
ມັນແມ່ນພາກສ່ວນໜຶ່ງໃນແຜນຂອງພຣະເຈົ້າ ອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຊຶ່ງຂ້າພະເຈົ້າເປັນພະຍານເຖິງ, ດັ່ງທີ່ຂ້າພະເຈົ້າອະທິຖານວ່າ ເຮົາທຸກຄົນຈະບາກບັ່ນໃນຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.