ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອໍານາດທີ່ຍືນຍົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ອໍານາດທີ່ຍືນຍົງ

ພຽງແຕ່​ສັດທາ ແລະ ພຣະຄໍາ​ຂອງ​ພຣະເຈົ້າ​ທີ່ເຕີມ​ເຕັມ​ຈິດ​ວິນຍານ​ພາຍໃນ​ຂອງເຮົາ ທີ່ພຽງ​ພໍທີ່​ຈະຄໍ້າ​ຈູນເຮົາ—ແລະ ເພື່ອ​ໃຫ້ເຮົາ​ເຂົ້າເຖິງ​ອໍານາດ​ຂອງ​ພຣະອົງ​ໄດ້.

ໃນລະຫວ່າງ​ການທົບ​ທວນຄໍາ​ສອນຂອງ​ສາດສະ​ດາທີ່​ຮັກແພງ​ຂອງ​ພວກ​ເຮົາ, ປະທານ​ຣະໂຊ ເອັມ ແນວສັນ, ຂ້າພະເຈົ້າ​ໄດ້ພົບ​ຄໍາທີ່​ເພິ່ນໃຊ້​ຢູ່​ເລື້ອຍໆ​ໃນ​ຄໍາປາ​ໄສ​ຫລາຍ​ເທື່ອ​ຂອງເພິ່ນ. ຄໍານີ້​ແມ່ນ ອໍານາດ.

ໃນກອງ​ປະຊຸມ​ໃຫຍ່ສາ​ມັນຄັ້ງ​ທໍາອິດ ຫລັງ​ຈາກທີ່​ເພິ່ນໄດ້​ຖືກ​ສະໜັບ​ສະ​ໜູນ​ໃຫ້ເປັນ​ອັກຄະ​ສາວົກ, ປະທານ​ແນວສັນ​ໄດ້ກ່າວ​ປາ​ໄສ​ກ່ຽວກັບ​ອໍານາດ.1 ເພິ່ນໄດ້​ສືບຕໍ່​ສິດສອນ​ກ່ຽວກັບ​ອໍານາດ​ມາເປັນ​ເວລາ​ຫລາຍປີ. ນັບ​ຕັ້ງ​ແຕ່​ພວກເຮົາ​ໄດ້ສະ​ໜັບສະ​ໜູນ​ປະທານ​ແນວສັນ​ໃຫ້ເປັນ​ສາດສະ​ດາຂອງ​ພວກເຮົາ, ເພິ່ນໄດ້​ສອນ​ກ່ຽວ​ກັບ​ຫລັກທໍາ​ຂອງ​ອໍານາດ—ໂດຍ​ສະເພາະ, ອໍານາດ​ຂອງ​ພຣະເຈົ້າ—ແລະ ວິທີທີ່​ພວກເຮົາ​ສາມາດ​ເຂົ້າເຖິງ​ໄດ້. ເພິ່ນໄດ້​ສອນວ່າ ເຮົາ​ຈະ​ສາມາດ​ໃຊ້ອໍານາດ​ຂອງ​ພຣະເຈົ້າ ໃນຂະນະ​ທີ່ປະຕິ​ບັດສາດ​ສະໜາ​ກິດຕໍ່​ຄົນອື່ນ​ໄດ້​ແນວໃດ,2 ວ່າ​ການກັບ​ໃຈຈະ​ເຊື້ອເຊີນ​ໃຫ້​ອໍານາດ​ຂອງ​ພຣະເຢ​ຊູຄຣິດ ແລະ ການ​ຊົດໃຊ້​ຂອງ​ພຣະອົງ​ເຂົ້າມາ​ໃນຊີວິດ​ຂອງ​ເຮົາໄດ້​ແນວໃດ,3 ແລະ ຖານະ​ປະໂລ​ຫິດ—ອໍານາດ ແລະ ສິດ​ອໍານາດ​ຂອງ​ພຣະເຈົ້າ—ຈະເປັນ​ພອນໃຫ້​ແກ່ຜູ້​ທີ່ເຮັດ ແລະ ຮັກສາ​ພັນທະ​ສັນຍາ​ກັບພຣະ​ອົງໄດ້​ແນວໃດ.4 ປະທານ​ແນວສັນ​ໄດ້ເປັນ​ປະຈັກ​ພະຍານ​ວ່າ ອໍານາດ​ຂອງ​ພຣະເຈົ້າ​ຫລັ່ງໄຫລ​ມາສູ່​ທຸກຄົນ​ທີ່ໄດ້​ຮັບຂອງ​ປະທານ​ສັກສິດ​ໃນ​ພຣະ​ວິຫານ ເມື່ອ​ເຂົາເຈົ້າ​ຮັກສາ​ພັນທະ​ສັນຍາ​ຂອງເຂົາ​ເຈົ້າ.5

ຂ້າພະເຈົ້າ​ໄດ້ຮັບ​ການກະ​ຕຸ້ນເປັນ​ພິເສດ​ຈາກການ​ທ້າທາຍ​ທີ່ປະ​ທານ​ແນວສັນ​ໄດ້ມອບ​ໃຫ້ ໃນກອງ​ປະຊຸມ​ໃຫຍ່​ສາມັນ ເດືອນ​ເມສາ ປີ 2020 ນີ້. ເພິ່ນໄດ້​ແນະນໍາ​ເຮົາໃຫ້ “ສຶກ​ສາ ແລະ ອະ​ທິ​ຖານ ເພື່ອ​ຮຽນ​ຮູ້ກ່ຽວ​ກັບ​ອໍານາດ ແລະ ຄວາມ​ຮູ້ທີ່​ທ່ານ​ໄດ້​ຮັບແລ້ວ—ຫລື ທີ່ທ່ານ​ຈະ​ໄດ້​ຮັບ.”6

ເພື່ອ​ຕອບ​ສະໜອງ​ຕໍ່ການ​ທ້າທາຍ​ນີ້, ຂ້າພະເຈົ້າ​ໄດ້ສຶກ​ສາ ແລະ ອະທິ​ຖານ ແລະ ໄດ້ຮຽນ​ຮູ້ສິ່ງ​ທີ່ມີ​ປະໂຫຍດ​ຫລາຍ​ຢ່າງ​ກ່ຽວກັບ​ອໍານາດ ແລະ ຄວາມຮູ້​ທີ່ຂ້າ​ພະເຈົ້າ​ໄດ້ຮັບ​ແລ້ວ—ຫລື ທີ່ຂ້າ​ພະເຈົ້າ​ຈະໄດ້​ຮັບ.

ການເຂົ້າ​ໃຈວ່າ​ເຮົາຕ້ອງ​ເຮັດຫຍັງ ກ່ອນ​ຈະເຂົ້າ​ເຖິງອໍາ​ນາດຂອງ​ພຣະເຈົ້າ​ໃນ​ຊີວິດ​ຂອງເຮົາ​ນັ້ນ ບໍ່ແມ່ນ​ເລື່ອງງ່າຍ, ແຕ່​ຂ້າພະ​ເຈົ້າໄດ້​ພົບວ່າ​ເຮົາ​ສາມາດ​ເຮັດໄດ້ ໂດຍ​ການ​ສຶກສາ​ໃນ​ຈິດໃຈ​ຂອງເຮົາ ແລະ ອະທິ​ຖານເພື່ອ​ໃຫ້ພຣະ​ວິນຍານ​ບໍລິສຸດ​ຊີ້ນໍາ​ເຮົາ.7 ແອວເດີ ຣິ​ເຈີດ ຈີ ສະກາດ ໄດ້ໃຫ້​ນິຍາມ​ທີ່ຊັດ​ເຈນວ່າ ອໍານາດ​ຂອງ​ພຣະເຈົ້າ​ແມ່ນຫຍັງ: ແມ່ນ “ອໍານາດ​ໃນການ​ເຮັດໃຫ້​ໄດ້ຫລາຍ​ກວ່າທີ່​ເຮົາ​ສາມາດ​ເຮັດໄດ້​ດ້ວຍ​ຕົວ​ເຮົາເອງ.”8

ການທີ່​ເຕີມເຕັມ​ຈິດໃຈ ແລະ ແມ່ນ​ແຕ່ຈິດ​ວິນຍານ​ຂອງເຮົາ​ດ້ວຍ​ພຣະຄໍາ​ຂອງ​ພຣະເຈົ້າ ແລະ ພື້ນຖານ​ຂອງ​ສັດທາ​ໃນພຣະ​ເຢຊູ​ຄຣິດ ແມ່ນ​ສໍາຄັນ​ຕໍ່ການ​ໃຊ້ອໍາ​ນາດຂອງ​ພຣະເຈົ້າ ເພື່ອຊ່ວຍ​ເຮົາໃນ​ຊ່ວງ​ເວລາ​ອັນທ້າ​ທ້າຍນີ້. ໂດຍປາດ​ສະຈາກ​ການຮັບ​ເອົາ​ພຣະຄໍາ​ຂອງ​ພຣະເຈົ້າ ແລະ ສັດທາ​ໃນພຣະ​ເຢຊູ​ຄຣິດ​ເຂົ້າເລິກ​ສູ່ຈິດໃຈ​ຂອງເຮົາ, ປະຈັກ​ພະຍານ ແລະ ສັດທາ​ຂອງເຮົາ​ອາດລົ້ມ​ເຫລວໄດ້, ແລະ ເຮົາອາດ​ສູນເສຍ​ການເຂົ້າ​ເຖິງ​ອໍານາດ​ທີ່​ພຣະເຈົ້າ​ຢາກ​ປະທານ​ໃຫ້ເຮົາ. ສັດທາ​ພຽງຜິວ​ເຜີນນັ້ນ ແມ່ນ​ບໍ່ພຽງ​ພໍ. ພຽງແຕ່​ສັດທາ ແລະ ພຣະຄໍາ​ຂອງ​ພຣະເຈົ້າ​ທີ່ເຕີມ​ເຕັມ​ຈິດ​ວິນຍານ​ພາຍໃນ​ຂອງເຮົາ ທີ່ພຽງ​ພໍທີ່​ຈະຄໍ້າ​ຈູນເຮົາ—ແລະ ເພື່ອ​ໃຫ້ເຮົາ​ເຂົ້າເຖິງ​ອໍານາດ​ຂອງ​ພຣະອົງ​ໄດ້.

ໃນ​ຂະນະ​ທີ່ ຊິດ​ສະເຕີ​ ຈອນສັນ ແລະ ຂ້າ​ພະເຈົ້າ​ກຳລັງ​ລ້ຽງລູກ​ຂອງພວກ​ເຮົາ​ຢູ່ນັ້ນ, ພວກເຮົາ​ໄດ້​ຊຸກຍູ້​ໃຫ້​ພວກເຂົາ​ແຕ່ລະ​ຄົນຮຽນ​ຫລິ້ນ​ເຄື່ອງ​ດົນຕີ. ແຕ່ພວກ​ເຮົາຈະ​ອະນຸ​ຍາດໃຫ້​ລູກຂອງ​ພວກເຮົາ​ຮຽນ​ດົນຕີ ກໍຕໍ່​ເມື່ອ​ພວກເຂົາ​ເຮັດໜ້າ​ທີ່ຂອງ​ຕົນ ແລະ ຝຶກຊ້ອມ​ເຄື່ອງ​ດົນຕີ​ຂອງ​ພວກເຂົາ​ແຕ່ລະ​ມື້. ວັນເສົາ​ມື້ໜຶ່ງ, ນາງເຈ​ລີນ ລູກສາວ​ຂອງ​ພວກເຮົາ​ຕື່ນເຕັ້ນ​ທີ່ຈະ​ໄດ້ໄປ​ຫລິ້ນກັບ​ໝູ່ຂອງ​ລາວ, ແຕ່ລາວ​ຍັງບໍ່​ໄດ້ຊ້ອມ​ປີອາ​ໂນ​ເທື່ອ. ເມື່ອຮູ້ວ່າ ລາວຕ້ອງ​ຕັ້ງ​ໃຈ​ຝຶກຊ້ອມ​ເປັນ​ເວລາ 30 ນາທີ, ລາວກໍ​ຕັ້ງໃຈ​ທີ່ຈະ​ຈັບ​ເວລາ ເພາະລາວ​ບໍ່ຢາກ​ຊ້ອມກາຍ​ເວລາ​ທີ່ຖືກ​ກໍານົດໄ​ວ້ແມ່ນ​ແຕ່ນາ​ທີ​ດຽວ.

ໃນຂະ​ນະທີ່​ລາວໄດ້​ຍ່າງກາຍ​ເຕົາ​ໄມໂຄເວບ​ລະຫວ່າງ​ທາງໄປ​ຫາປີ​ອາໂນ​ນັ້ນ, ລາວ​ໄດ້ຢຸດ ແລະ ກົດປຸ່ມ. ແຕ່ແທນ​ທີ່ຈະຕັ້ງ​ໂມງ, ລາວ​ພັດກົດ​ເວລາ​ອຸ່ນ​ອາ​ຫານ​ຢູ່ເຕົາ​ໄມໂຄ​ເວບ 30 ນາທີ ແລະ ກົດ​ເລີ່ມ​ຕົ້ນ. ຫລັງຈາກ​ທີ່ຊ້ອມ​ເປັນ​ເວລາ 20 ນາທີ, ລາວໄດ້​ຍ່າງກັບ​ໄປທີ່​ເຮືອນຄົວ ເພື່ອກວດ​ເບິ່ງວ່າ​ຍັງເຫລືອ​ເວລາ​ເທົ່າໃດ ແລະ ພົບວ່າ​ເຕົາ​ໄມ​ໂຄເວັບ​ຖືກໄຟ​ໄໝ້.

ແລ້ວລາວ​ກໍແລ່ນ​ໄປເດີ່ນ​ຫລັງບ້ານ​ບ່ອນທີ່​ຂ້າພະ​ເຈົ້າກຳ​ລັງເຮັດ​ວຽກ​ສວນຢູ່, ແລະ ຮ້ອງວ່າ​ໄຟໄໝ້​ເຮືອນ. ຂ້າພະເຈົ້າ​ແລ່ນເຂົ້າ​ໄປໃນ​ເຮືອນ, ແລະ ແນ່ນອນ, ຂ້າພະເຈົ້າ​ເຫັນເຕົາ​ໄມໂຄ​ເວບຢູ່​ໃນ​ແປວໄຟ.

ໃນ​ຄວາມ​ພະຍາ​ຍາມທີ່​ຈະຊ່ວຍ​ບໍ່ໃຫ້​ບ້ານຂອງ​ພວກເຮົາ​ຖືກໄຟ​ໄໝ້ນັ້ນ, ຂ້າພະເຈົ້າ​ໄດ້ເອື້ອມ​ມືໄປ​ທາງຫລັງ​ເຕົາໄມ​ໂຄເວບ, ດຶງປັກ​ອອກ, ແລະ ໃຊ້ສາຍ​ໄຟຍົກ​ໄມໂຄ​ເວບທີ່​ກໍາລັງ​ໄໝ້ຢູ່ ອອກຈາກ​ເຄົາເຕີ້. ໂດຍຫວັງ​ວ່າຈະ​ເປັນ​ວິລະ​ບູລຸດ ແລະ ຊ່ວຍກອບ​ກູ້ມື້​ນັ້ນ ພ້ອມທັງ​ບ້ານຂອງ​ພວກເຮົາ, ຂ້າພະເຈົ້າ​ແກວ່ງໄມ​ໂຄເວບ​ທີ່ກຳ​ລັງລຸກ​ເປັນໄຟ​ເປັນວົງ​ມົນດ້ວຍ​ສາຍໄຟ ເພື່ອບໍ່​ໃຫ້ມັນ​ມາໃກ້​​​ຕົວຂອງ​ຂ້າພະເຈົ້າ, ໄປທີ່​ເດີ່ນຫລັງ​ບ້ານ, ແລະ ດ້ວຍການ​ແກວ່ງອີກ​ເທື່ອໜຶ່ງ ກໍໂຍນ​ໄມໂຄ​ເວບ​ອອກໄປ​ເດີ່ນຫຍ້າ. ຢູ່ບ່ອນນັ້ນ ພວກເຮົາ​ສາມາດ​ດັບໄຟ​ທີ່ລຸກ​ໄໝ້ໄດ້​ດ້ວຍສາຍ​ຢາງ.

ແມ່ນຫຍັງ​ທີ່ຜິດ​ພາດໄປ? ເຕົາໄມ​ໂຄເວບ​ຕ້ອງການ​ບາງຢ່າງ​ເພື່ອດູດ​ຊຶມ​ພະລັງ​ງານຂອງມັນ, ແລະ ເມື່ອບໍ່​ມີຫຍັງ​ຢູ່ທາງ​ໃນທີ່​ດູດຊຶມ​ພະລັງ​ງານ, ມັນກໍ​ຈະດູດ​ຊຶມ​ພະລັງ​ງານຂອງ​ມັນເອງ, ເກີດ​ຄວາມ​ຮ້ອນຂຶ້ນ, ແລະ ອາດລຸກ​ເປັນໄຟ, ໂດຍທໍາ​ລາຍ​ໂຕເອງ​ໃນ​ແປວໄຟ ແລະ ຂີ້ເຖົ່າ.9 ເຕົາໄມ​ໂຄເວບ​ຂອງ​ພວກເຮົາ​ລຸກເປັນ​ໄຟ ແລະ ໄໝ້ໝົດ ຍ້ອນວ່າ​ບໍ່ມີ​ຫຍັງຢູ່​ທາງໃນ.

ເຊັ່ນດຽວ​ກັນ, ຜູ້ທີ່​ມີ​ສັດທາ ແລະ ພຣະຄໍາ​ຂອງ​ພຣະເຈົ້າ​ຢູ່ໃນ​ສ່ວນ​ເລິກ​ຂອງ​ຫົວໃຈ​ຂອງ​ເຂົາ​ເຈົ້າ ສາມາດ​ດູດຊຶມ ແລະ ເອົາຊະ​ນະລູກ​ສອນໄຟ ທີ່ສັດ​ຕູຈະ​ສົ່ງມາ​ເພື່ອ​ທໍາລາຍ​ເຮົາຢ່າງ​ແນ່ນອນ.10 ຖ້າບໍ່​ດັ່ງນັ້ນ, ສັດທາ, ຄວາມຫວັງ, ແລະ ຄວາມເຊື່ອ​ໝັ້ນຂອງ​ເຮົາ ອາດ​ບໍ່ຍືນ​ຍົງ, ແລະ ເຊັ່ນດຽວ​ກັບເຕົາ​ໄມໂຄ​ເວບທີ່​ວ່າງເປົ່າ, ເຮົາອາດ​ເປັນຜູ້​ເສຍ​ຊີວິດ​ໄດ້.

ຂ້າພະເຈົ້າ​ໄດ້ຮຽນ​ຮູ້ວ່າ ການມີ​ພຣະຄໍາ​ຂອງ​ພຣະເຈົ້າ​ຢູ່ໃນ​ສ່ວນ​ເລິກ​ຂອງ​ຈິດວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ຮ່ວມ​ດ້ວຍສັດ​ທາໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ແລະ ການ​ຊົດໃຊ້​ຂອງ​ພຣະອົງ, ເຮັດໃຫ້​ຂ້າພະເຈົ້າ​ໃຊ້​ອໍານາດ​ຂອງ​ພຣະເຈົ້າ​ເພື່ອ​ເອົາ​ຊະນະ​ຜູ້​ປໍ​ລະ​ປັກ ແລະ ທຸກ​ສິ່ງທີ່​ມັນອາດ​ໂຍນມາ​ໃສ່​ຂ້າພະເຈົ້າ. ໃນຂະນະ​ທີ່ເຮົາ​ປະເຊີນ​ໜ້າກັບ​ການທ້າ​ທາຍ​ຕ່າງໆ, ເຮົາສາ​ມາດເພິ່ງ​ພາຄໍາ​ສັນຍາ​ຂອງ​ພຣະຜູ້​ເປັນເຈົ້າ​ທີ່ໂປ​ໂລ​ໄດ້​ສິດສອນ ທີ່​ວ່າ: “ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ປະທານ​ໃຈອັນ​ຢ້ານກົວ​ໃຫ້ແກ່​ເຮົາ; ແຕ່ໄດ້​ປະທານ​ໃຈອັນ​ປະກອບ​ດ້ວຍ​ອໍານາດ, ຄວາມຮັກ, ແລະ ການບັງ​ຄັບ​ຕົນເອງ​ໃຫ້ແກ່​ເຮົາ.”11

ເຮົາຮູ້​ວ່າ ໃນ​ໄວ​ເຍົາ ພຣະ​ຜູ້ຊ່ວຍ​ໃຫ້ລອດ “ກໍ​ໃຫຍ່ຂຶ້ນ ແລະ ແຂງແຮງ​ດີ ເຕັມ​ໄປດ້ວຍ​ສະຕິ​ປັນຍາ ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່ນໍາ​ພຣະອົງ.”12 ເຮົາຮູ້​ວ່າ ເມື່ອ​ພຣະອົງ​ເຕີບໃຫຍ່​ຂຶ້ນ, “ພຣະ​ເຢຊູ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນດ້ານ​ສະຕິ​ປັນຍາ ແລະ ໃນດ້ານ​ຮ່າງກາຍ ເປັນທີ່​ພໍ​ພຣະໄທ​ຕໍ່​ພຣະເຈົ້າ ແລະ ຕໍ່​ມະນຸດ​ດ້ວຍ.”13 ແລະ ເຮົາ​ຮູ້ວ່າ ເມື່ອເຖິງ​ເວ​ລາ​ເລີ່ມ​ຕົ້ນ​ປະຕິ​ບັດສາດ​ສະໜາ​ກິດຂອງ​ພຣະອົງ, ຜູ້ທີ່​ໄດ້ຍິນ​ພຣະອົງ “ຕ່າງກໍ​ປະຫລາດ​ໃຈ ໃນ​ຄໍາສອນ​ຂອງ​ພຣະອົງ ເພາະ​ພຣະອົງ​ສອນ​ດ້ວຍ​ອໍານາດ.”14

ຜ່ານ​ທາງ​ການ​ກະກຽມ, ພຣະຜູ້​ຊ່ວຍໃຫ້​ລອດ​ໄດ້ເຕີບ​ໃຫຍ່ໃນ​ອໍານາດ ແລະ ສາມາດ​ຕ້ານທານ​ກັບການ​ຫລອກລວງ​ທັງໝົດ​ຂອງ​ຊາຕານ​ໄດ້.15 ເມື່ອເຮົາ​ຕິດຕາມ​ແບບຢ່າງ​ຂອງພຣະ​ຜູ້ຊ່ວຍ​ໃຫ້ລອດ ແລະ ກະ​ກຽມຜ່ານ​ທາງການ​ສຶກສາ​ພຣະຄໍາ​ຂອງ​ພຣະເຈົ້າ ແລະ ເຮັດໃຫ້​ສັດທາ​ຂອງເຮົາ​ເລິກເຊິ່ງ​ຍິ່ງຂຶ້ນ, ເຮົາຈະ​ສາມາດ​ໃຊ້ອໍານາດ​ຂອງ​ພຣະເຈົ້າ​ເພື່ອຕ້ານ​ທານກັບ​ການ​ຫລອກ​ລວງ​ຕ່າງໆ​ໄດ້ນໍາອີກ.

ໃນຊ່ວງ​ເວລາ​ແຫ່ງການ​ເຕົ້າໂຮມ​ທີ່​ຈໍາກັດ​ນີ້ ທີ່ເຮັດ​ໃຫ້ການ​ເຂົ້າ​ພຣະວິ​ຫານ​ເປັນ​ປະຈໍາ​ເປັນໄປ​ບໍ່ໄດ້, ຂ້າພະ​ເຈົ້າຕັ້ງ​ໃຈທີ່​ຈະສືບ​ຕໍ່​ສຶກສາ ແລະ ຮຽນຮູ້​ເພີ່ມເຕີມ​ກ່ຽວກັບ​ອໍານາດ​ຂອງ​ພຣະເຈົ້າ​ທີ່ມາ​ສູ່ເຮົາ ເມື່ອ​ເຮົາເຮັດ ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະ​ວິຫານ. ດັ່ງທີ່​ໄດ້​ສັນຍາ​ໄວ້ໃນ​ຄໍາ​ອະທິ​ຖານ​ອຸທິດ​ພຣະ​ວິຫານ​ເຄີດແລນ, ເຮົາອອກ​ຈາກ​ພຣະ​ວິຫານ ໂດຍມີ​ອໍານາດ​ຂອງ​ພຣະເຈົ້າ​ເປັນ​ອາ​ວຸດ.16 ບໍ່ມີວັນ​ໝົດ​ອາຍຸ​ສໍາລັບ​ອໍານາດ​ທີ່​ພຣະເຈົ້າ​ປະທານ​ໃຫ້ແກ່​ຜູ້ທີ່​ເຮັດ ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະວິ​ຫານ ຫລື ຂໍ້​ຈໍາກັດ​ບໍ່ໃຫ້​ເຂົ້າ​ເຖິງ​ອໍານາດ​ນັ້ນໃນ​ລະຫວ່າງ​ການ​ແຜ່ລະບາດ. ອໍານາດ​ຂອງ​ພຣະອົງ​ຈະ​ຫລຸດນ້ອຍ​ໃນຊີ​ວິດຂອງ​ເຮົາ ກໍ​ຕໍ່ເມື່ອ​ເຮົາບໍ່​ຮັກສາ​ພັນທະ​ສັນຍາ ແລະ ບໍ່ໃຊ້​ຊີວິດ​ໃນທາງ​ທີ່ເຮັດ​ໃຫ້ເຮົາ​ເໝາະ​ສົມ​ທີ່ຈະ​ໄດ້ຮັບ​ອໍານາດ​ຂອງ​ພຣະອົງ​ຢ່າງ​ຕໍ່ເນື່ອງ.

ຂະນະ​ທີ່ພັນ​ລະຍາ​ສຸດ​ທີ່ຮັກ​ຂອງ​ຂ້າພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ເປັນຜູ້​ນຳ​ເຜີຍ​ແຜ່​ຢູ່ປະ​ເທດ​ໄທ, ລາວ, ແລະ ມຽນ​ມາ, ພວກເຮົາ​ໄດ້ເປັນ​ພະຍານ​ດ້ວຍ​ຕົວ​ເອງ​ເຖິງ​ອໍານາດ​ຂອງ​ພຣະເຈົ້າ ທີ່ມາ​ສູ່ຜູ້​ທີ່ເຮັດ ແລະ ຮັກສາ​ພັນທະ​ສັນຍາ​ອັນສັກ​ສິດໃນ​ພຣະ​ວິຫານ. ກອງທຶນ​ເພື່ອຊ່ວຍ​ເຫລືອ​ຜູ້ເດີນ​ທາງໄປ​ພຣະ​ວິຫານ ສາມາດ​ເຮັດໃຫ້​ເປັນໄປ​ໄດ້​ສໍາລັບ​ໄພ່​ພົນ​ຫລາຍ​ຄົນທີ່​ຢູ່ໃນ​ສາມ​ປະເທດ​ນີ້ ເພື່ອ​ໄປ​ພຣະ​ວິຫານ ຫລັງຈາກ​ທີ່​ໄດ້​ເຮັດ​ທຸກສິ່ງ​ທຸກຢ່າງ​ທີ່ເຂົາ​ເຈົ້າ​ສາມາດ​ເຮັດໄດ້ ຜ່ານ​ທາງ​ການ​ເສຍ​ສະລະ ແລະ ການ​ກະກຽມ​ສ່ວນ​ຕົວ. ຂ້າພະເຈົ້າ​ຈື່ໄດ້​ວ່າ ໄດ້ພົບ​ກັບກຸ່ມ​ໄພ່​ພົນ​ທີ່​ຊື່​ສັດ 20 ຄົນ​ຈາກ​ປະເທດ​ລາວທີ່​ສະໜາມ​ບິນໃນ​ກຸງເທບ, ປະເທດໄທ, ເພື່ອ​ຊ່ວຍເຂົາ​ເຈົ້າໄປ​ຍັງ​ສະໜາມ​ບິນອີກ​ບ່ອນໜຶ່ງ​ໃນກຸງ​ເທບ ເພື່ອຂຶ້ນ​ຍົນໄປ​ຮົງກົງ. ສະມາ​ຊິກ​ເຫລົ່ານີ້​ເຕັມໄປ​ດ້ວຍຄວາມ​ຕື່ນເຕັ້ນ ທີ່ໃນ​ທີ່ສຸດ ເຂົາເຈົ້າ​ຈະໄດ້​ເດີນທາງ​ໄປບ້ານ​ຂອງພຣະ​ຜູ້ເປັນ​ເຈົ້າ.

ຮູບ​ພາບ
ສະ​ມາ​ຊິກ​ໃນ​ປະ​ເທດ​ລາວ

ເມື່ອ​ພວກເຮົາ​ໄດ້ພົບ​ກັບໄພ່​ພົນທີ່​ດີເຫລົ່າ​ນີ້ ຕອນທີ່​ເຂົາເຈົ້າ​ກຳລັງ​ເດີນ​ທາງ​ກັບ, ຄວາມ​ເຕີບ​ໃຫຍ່​ດ້ານພຣະ​ກິດຕິ​ຄຸນ ແລະ ອໍານາດ​ທີ່​ກ່ຽວ​ຂ້ອງ​ເພີ່ມ​ເຕີມ ອັນເປັນ​ຜົນມາ​ຈາກການ​ໄດ້​ຮັບຂອງ​ປະທານ​ສັກສິດ​ຂອງເຂົາ​ເຈົ້າໃນ​ພຣະ​ວິຫານ ແລະ ການເຂົ້າ​ສູ່ພັນ​ທະສັນ​ຍາກັບ​ພຣະເຈົ້າ​ ໄດ້ປະກົດ​ໃຫ້ເຫັນ​ໄດ້​ຢ່າງຊັດ​ເຈນໃນ​ຕົວ​ເຂົາ​ເຈົ້າ. ໄພ່​ພົນ​ເຫລົ່ານີ້​ໄດ້​ອອກ​ຈາກ​ພຣະວິຫານ “ໂດຍມີ​ອໍານາດ​ຂອງ [ພຣະ​ອົງ] ເປັນ​ອາ​ວຸດ.”17 ອໍານາດ​ໃນການ​ເຮັດໃຫ້​ໄດ້ຫລາຍ​ກວ່າທີ່​ເຂົາ​ເຈົ້າ​ສາມາດ​ເຮັດໄດ້​ດ້ວຍຕົວ​ເຂົາ​ເຈົ້າ​ເອງນີ້ ໄດ້ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ອົດ​ທົນ​ຕໍ່ຄວາມ​ທ້າທາຍ​ຕ່າງໆ​ຂອງການ​ເປັນສະ​ມາຊິກ​ຂອງສາດ​ສະໜາ​ຈັກໃນ​ບ້ານເກີດ​ຂອງ​ເຂົາເຈົ້າ ແລະ ອອກ​ໄປ “ສົ່ງຂ່າວສານ​ສໍາຄັນ ແລະ ປະເສີດ, ຕາມຄວາມ​ຈິງ,”18 ໃນ​ຂະນະ​ທີ່ເຂົາ​ເຈົ້າສືບ​ຕໍ່ສ້າງ​ສາອາ​ນາຈັກ​ຂອງພຣະ​ຜູ້ເປັນ​ເຈົ້າໃນ​ປະເທດ​ລາວ.

ໃນຊ່ວງ​ເວລາ​ທີ່ເຮົາ​ຍັງບໍ່​ສາມາດ​ເຂົ້າໄປ​ພຣະວິ​ຫານໄດ້, ເຮົາແຕ່​ລະຄົນ​ເພິ່ງພາ​ພັນທະ​ສັນຍາ​ທີ່ເຮົາ​ໄດ້ເຮັດ​ໃນ​ພຣະ​ວິຫານ ເພື່ອ​ກໍານົດ​ແນວທາງ​ໃນ​ຊີວິດ​ເຮົາທີ່​ຊັດເຈນ ແລະ ບໍ່ປ່ຽນ​ແປງ​ແລ້ວບໍ? ພັນທະ​ສັນຍາ​ເຫລົ່ານີ້, ຖ້າເຮົາ​ຮັກສາ, ຈະໃຫ້​ວິໄສ​ທັດ ແລະ ຄວາມ​ຄາດຫວັງ​ກ່ຽວກັບ​ອະນາ​ຄົດ ແລະ ຄວາມມຸ່ງ​ໝັ້ນທີ່​ຊັດເຈນ ເພື່ອ​ເຮັດໃຫ້​​ເຮົາເໝາະ​ສົມທີ່​ຈະຮັບ​ທຸກສິ່ງ​ທີ່ພຣະ​ຜູ້ເປັນ​ເຈົ້າໄດ້​ສັນຍາ​ໄວ້ ຜ່ານ​ທາງ​ຄວາມ​ຊື່​ສັດ​ຂອງເຮົາ.

ຂ້າພະ​ເຈົ້າ​ຂໍເຊື້ອ​ເຊີນ​ທ່ານ​ໃຫ້ສະ​ແຫວງຫາ​ອໍານາດ​ທີ່ພຣະ​ເຈົ້າຕ້ອງ​ການປະ​ທານໃຫ້​ແກ່​ທ່ານ. ຂ້າພະ​ເຈົ້າເປັນ​ພະຍານ​ວ່າ ເມື່ອເຮົາ​ສະແຫວງ​ຫາອໍາ​ນາດນີ້, ເຮົາຈະ​ໄດ້ຮັບ​ພອນ​ດ້ວຍຄວາມ​ເຂົ້າໃຈ​ທີ່ດີ​ຂຶ້ນ ເຖິງ​ຄວາມຮັກ​ທີ່​ພຣະ​ບິດາ​ເທິງ​ສະຫວັນ​ມີ​ໃຫ້ເຮົາ.

ຂ້າພະ​ເຈົ້າເປັນ​ພະຍານວ່າ ຍ້ອນ​ວ່າ​ພຣະ​ບິດາ​ເທິງ​ສະຫວັນ​ຮັກ​ທ່ານ ແລະ ຂ້າ​ພະເຈົ້າ, ພຣະອົງ​ຈຶ່ງໄດ້​ສົ່ງບຸດ​ທີ່ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ມາ​ເພື່ອ​ເປັນ​ພຣະຜູ້​ຊ່ວຍໃຫ້​ລອດ ແລະ ພຣະຜູ້​ໄຖ່​ຂອງເຮົາ. ຂ້າພະ​ເຈົ້າເປັນ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ, ພຣະອົງ​ຜູ້ມີ​ອໍານາດ​ທັງໝົດ,19 ແລະ ເຮັດ​ເຊັ່ນນັ້ນ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາເມນ.

ພິມ