ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ

ພຽງແຕ່​ດ້ວຍຄວາມ​ຊ່ວຍເຫລືອ​ແຫ່ງ​ສະຫວັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ ເຮົາທຸກ​ຄົນຈະ​ສາມາດ​ກ້າວໜ້າ​ໄປສູ່​ການກາຍ​ເປັນເໝືອນ​ດັ່ງ​ພຣະອົງ.

ແມ່ນແຕ່​ຕໍ່ຜູ້​ຄົນທີ່​ສຶກສາ​ພຣະຊົນ​ຊີບ ແລະ ການປະ​ຕິບັດ​ສາດສະ​ໜາກິດ​ຂອງພຣະ​ເຢຊູ​ຄຣິດຢ່າງ​ລະອຽດ, ຄຳແນະ​ນຳຂອງ​ພຣະຜູ້​ຊ່ວຍໃຫ້​ລອດວ່າ​ໃຫ້ເປັນ “ດັ່ງທີ່​ເຮົາເປັນ”1 ເປັນສິ່ງ​ທີ່ເປັນ​ຕາຢ້ານ ແລະ ເບິ່ງຄື​ວ່າຈະ​ບໍ່ສາ​ມາດບັນ​ລຸໄດ້. ບາງທີ​ທ່ານອາດ​ເປັນຄື​ກັນກັບ​ຂ້າພະ​ເຈົ້າ—ຮັບຮູ້​ຄວາມຜິດ​ພາດ ແລະ ຄວາມບົກ​ພ່ອງຂອງ​ຕົນທັງ​ໝົດ, ແລ້ວທ່ານ​ອາດພົບ​ເຫັນວ່າ​ມັນຈະ​ສະບາຍ​ກວ່າ ທີ່ຈະ​ດຳລົງ​ຊີວິດ​ແບບບໍ່​ຮຽກຮ້ອງ​ໃຫ້ຂຶ້ນ​ສູງ ຫລື ມີການ​ເຕີບໂຕ​ຫລາຍ. “ແນ່ນອນ​ວ່າ, ຄຳສອນ​ນີ້ບໍ່​ເປັນ​ຄວາມຈິງ ແລະ ເປັນການ​ເສີມແຕ່ງ,” ເຮົາ​ຈະ​ຫາ​ຄຳ​ແກ້​ຕົວ​ວ່າ ຂະນະ​ທີ່ເຮົາ​ເລືອກເສັ້ນ​ທາງເດີນ​ທີ່ມີ​ການຕໍ່​ຕ້ານໜ້ອຍ​ທີ່ສຸດ, ດັ່ງນັ້ນ​ຈຶ່ງສູນ​ເສຍແຮງ​ໜ້ອຍທີ່​ສຸດຈາກ​ການ​ປ່ຽນແປງ​ທີ່ຈຳ​ເປັນ.

ແຕ່ຈະ​ເປັນແນວ​ໃດຖ້າ​ຫາກວ່າ ການ​ກາຍເປັນ “ດັ່ງທີ່ [ພຣະອົງ] ເປັນ” ນັ້ນບໍ່​ໄດ້ເປັນ​ຄຳສົມ​ທຽບ, ແມ່ນແຕ່​ໃນສະ​ພາບການ​ຂອງເຮົາ​ໃນຊ່ວງ​ມະຕະ​ນີ້? ຈະເປັນ​ແນວໃດ​ຖ້າຫາກ​ວ່າ, ໃນ​ລະດັບ​ໃດລະ​ດັບໜຶ່ງ, ເຮົາບັນ​ລຸເຖິງ​ໄດ້ໃນ​ຊີວິດ​ນີ້ ແລະ, ແທ້ໆ​ແລ້ວ, ວ່າເປັນ​ເງື່ອນໄຂ​ທີ່ຈະ​ໄດ້ຢູ່​ກັບພຣະ​ອົງອີກ? ຈະເປັນ​ແນວໃດ​ຖ້າຫາກ​ວ່າ “ດັ່ງທີ່​ເຮົາເປັນ” ຄືຄວາມ​ໝາຍທີ່​ແທ້ຈິງ ແລະ ຢ່າງ​ແນ່ນອນ​ຂອງພຣະ​ຜູ້ຊ່ວຍ​ໃຫ້ລອດ? ແລ້ວຈະ​ເປັນແນວ​ໃດລະ? ເຮົາຈະ​ເຕັມໃຈ​ໃຊ້ຄວາມ​ພະຍາ​ຍາມເຖິງ​ລະດັບ​ໃດ ເພື່ອຈະ​ເຊື້ອເຊີນ​ອຳນາດ​ມະຫັດ​ສະຈັນ​ຂອງພຣະ​ອົງໃຫ້​ເຂົ້າມາ​ສູ່ຊີ​ວິດຂອງ​ເຮົາ ເພື່ອວ່າ​ເຮົາຈະ​ສາມາດ​ປ່ຽນແປງ​ທຳມະ​ຊາດຂອງ​ເຮົາໄດ້?

ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ສິດ​ສອນວ່າ: “ຂະນະ​ທີ່ເຮົາ​ຄິດໄຕ່​ຕອງເຖິງ​ການຖືກ​ບັນຊາ​ຈາກພຣະ​ເຢຊູ​ວ່າໃຫ້​ກາຍເປັນ​ເໝືອນດັ່ງ​ພຣະອົງ, ເຮົາກໍ​ເຫັນໄດ້​ວ່າສະ​ຖານະ​ການຂອງ​ເຮົາໃນ​ປະຈຸບັນ​ກໍເປັນ​ຢູ່ແບບ​ທີ່ເຮົາ​ກໍບໍ່​ໄດ້ຊົ່ວ​ຮ້າຍ, ແຕ່, ເປັນ​ແບບທີ່​ເຮົາບໍ່​ຈິງໃຈ ແລະ ຂາດ​ຄວາມຕື່ນ​ເຕັ້ນສຳ​ລັບອຸ​ດົມການ​ຂອງ​ພຣະອົງ—ຊຶ່ງເປັນ​ອຸດົມ​ການຂອງ​ເຮົາດ້ວຍ! ເຮົາສັນ​ລະເສີນ ແຕ່ບໍ່​ຄ່ອຍເຮັດ​ຕາມຕົວ​ຢ່າງຂອງ​ພຣະອົງ.”2 ທ່ານຊາສ໌ ເອັມ ແຊວດອນ ຄຸນພໍ່​ໜຸ່ມຄົນ​ໜຶ່ງ, ໄດ້ສະແດງ​ຄວາມຮູ້​ສຶກຄ້າຍ​ຄືກັນ​ໃນທຳ​ນອງນີ້​ວ່າ: “ຄວາມເປັນ​ຊາວຄຣິດ​ຂອງເຮົາ​ມັກ​ຊີວິດ​ທີ່ງ່າຍ ແລະ ສະດວກ​ສະບາຍ​ຈົນວ່າ​ເຮົາບໍ່​ຢາກເຮັດ​ອັນໃດ​ທີ່ໜັກ​ໜ່ວງ.”3

ແທ້ຈິງ​ແລ້ວ, ທຸກຄົນ​ກໍຢູ່​ພາຍໃຕ້​ຄຳສັ່ງ​ໃຫ້ກາຍ​ເປັນເໝືອນ​ດັ່ງ​ພຣະອົງ, ດັ່ງທີ່​ພຣະເຢ​ຊູຄຣິດ​ໄດ້ກາຍ​ເປັນເໝືອນ​ດັ່ງພຣະ​ບິດາ.4 ເມື່ອເຮົາ​ຈະເລີນ​ກ້າວໜ້າ, ເຮົາກໍ​ຈະສົມ​ບູນ, ສຳເລັດ​ຫລາຍຂຶ້ນ, ແລະ ພັດທະ​ນາຕົນ​ຢ່າງເຕັມ​ທີ່.5 ຄຳສອນ​ດັ່ງກ່າວ​ບໍ່ໄດ້​ຂຶ້ນຢູ່​ກັບຄຳ​ສອນຈາກ​ນິກາຍ​ໃດໜຶ່ງ ແຕ່ມາ​ຈາກພຣະ​ອາຈານ​ເອງໂດຍ​ກົງ. ມັນແມ່ນ​ຜ່ານທັດ​ສະນະ​ນີ້ທີ່​ເຮົາຄວນ​ດຳລົງ​ຊີວິດ, ພິຈາ​ລະນາ​ການ​ສື່ສານ, ແລະ ຖະໜອມ​ຄວາມ​ສຳພັນ. ແທ້ຈິງ​ແລ້ວ, ບໍ່ມີ​ທາງອື່ນ​ໃດເລີຍ ທີ່ຈະ​ປິ່ນປົວ​ບາດແຜ​ຂອງຄວາມ​ສຳພັນ​ທີ່ແຕກ​ສະຫລາຍ ຫລື ສັງຄົມ​ທີ່ຖືກ​ແຕກແຍກ​ໄດ້ດີ​ກວ່າ​ທີ່ໃຫ້​ເຮົາແຕ່​ລະຄົນ ເຮັດຕາມ​ຕົວຢ່າງ​ຂອງອົງ​ສັນຕິ​ລາດຢ່າງ​ເຕັມປ່ຽມ.6

ໃຫ້ເຮົາ​ພິຈາ​ລະນາ​ວ່າຈະ​ເລີ່ມຕົ້ນ​ການຕາມ​ຫາການ​ກາຍເປັນ​ດັ່ງທີ່​ພຣະອົງ​ເປັນ ດ້ວຍ​ຄວາມຮອບ​ຄອບ, ມີເຈດ​ຕະນາ, ແລະ ດ້ວຍ​ຄວາມ​ຕັ້ງໃຈ ໂດຍ​ມີຄຸນ​ສົມບັດ​ຂອງພຣະ​ເຢຊູ​ຄຣິດ​ແທ້ໆ​ແນວໃດ.

ຕັດສິນ​ໃຈ ແລະ ໃຫ້ຄຳ​ໝັ້ນ​ສັນຍາ

ເມື່ອສອງ​ສາມປີ​ກ່ອນ, ພັນ​ລະຍາ ແລະ ຂ້າພະ​ເຈົ້າໄດ້​ຢືນຢູ່​ທີ່ຕົ້ນ​ທາງ ຢູ່ພູ​ຟູ​ຈິ, ພູທີ່​ສູງທີ່​ສຸດໃນ​ປະເທດ​ຍີ່ປຸ່ນ. ຂະນະ​ທີ່​ພວກເຮົາ​ປີນຂຶ້ນ​ໄປ ພວກເຮົາ​ໄດ້​ຫລຽວຂຶ້ນ​ໄປຫາ​ຈອມພູ​ທີ່ຢູ່​ໄກໆ ແລະ ໄດ້ສົງ​ໄສຖ້າ​ຫາກວ່າ​ພວກເຮົາ​ຈະຂຶ້ນ​ໄປເຖິງ​ຫລືບໍ່.

ຮູບ​ພາບ
ພູ​ຟູຈິ

ຂະນະ​ທີ່ພວກ​ເຮົາກ້າວ​ໜ້າໄປ, ຄວາມ​ອິດເມື່ອຍ, ກ້າມເນື້ອ​ທີ່ເຈັບ​ປວດ, ແລະ ຜົນກະ​ທົບຂອງ​ຄວາມສູງ​ກໍໄດ້​ເລີ່ມ​ຮູ້​ສຶກ. ທາງດ້ານ​ຈິດໃຈ, ມັນກໍ​ສຳຄັນ​ສຳລັບ​ພວກເຮົາ​ທີ່ຈະ​ເອົາໃຈ​ໃສ່ບາດ​ກ້າວ​ຕໍ່ໄປ. ພວກເຮົາ​ຈະເວົ້າ​ວ່າ, “ເຮົາອາດ​ຈະບໍ່​ໄປເຖິງ​ຈອມພູ​ໃນໄວ​ໆນີ້, ແຕ່ເຮົາ​ສາມາດ​ຍ່າງໄປ​ເຖິງບາດ​ກ້າວໜ້າ​ໄດ້​ດຽວນີ້.” ເມື່ອ​ເວລາ​ຜ່ານໄປ ໃນທີ່​ສຸດສິ່ງ​ທີ່ໜ້າ​ຢ້ານກົວ​ກໍບັນ​ລຸເຖິງ​ໄດ້—ເທື່ອ​ລະບາດ​ກ້າວ.

ບາດກ້າວ​ທຳອິດ​ຢູ່ໃນ​ເສັ້ນທາງ​ທີ່ຈະ​ກາຍເປັນ​ເໝືອນດັ່ງ​ພຣະເຢຊູ​ຄຣິດແມ່ນ​ຄວາມປາດ​ຖະໜາ​ທີ່ຈະ​ກ້າວເດີນ​ໄປ. ການ​ເຂົ້າ​ໃຈ​ຄຳ​ຕັກ​ເຕືອນ​ໃຫ້​ເປັນ​ເໝືອນ​ພຣະ​ອົງ​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ດີ, ແຕ່​ຄວາມ​ເຂົ້າ​ໃຈ​ນັ້ນ​ຈຳ​ເປັນ​ຕ້ອງ​ຄຽງ​ຄູ່​ໄປ​ກັບ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ ເທື່ອ​ລະ​ບາດ​ກ້າວ, ທີ່​ເກີນກວ່າ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ.7 ເພື່ອຈະ​ພັດທະ​ນາຄວາມ​ປາດຖະ​ໜາ, ເຮົາຕ້ອງ​ຮູ້ວ່າ​ພຣະ​ເຢ​ຊູ​ຄຣິດ​ເປັນໃຜ. ເຮົາຕ້ອງ​ຮູ້ບາງ​ຢ່າງກ່ຽວ​ກັບຄຸນ​ລັກສະ​ນະຂອງ​ພຣະອົງ,8 ແລະ ເຮົາຕ້ອງ​ຊອກຫາ​ຄຸນສົມ​ບັດຂອງ​ພຣະອົງ​ຢູ່ໃນ​ພຣະຄຳ​ພີ, ການນະ​ມັດສະ​ການ, ແລະ ໃນ​ສະຖານ​ທີ່ສັກ​ສິດແຫ່ງ​ອື່ນໆ. ເມື່ອເຮົາ​ເລີ່ມຮູ້​ຈັກ​ພຣະອົງ​ຫລາຍຂຶ້ນ, ເຮົາຈະ​ເຫັນຄຸນ​ສົມບັດ​ຂອງ​ພຣະອົງ​ສະທ້ອນ​ໃຫ້ເຫັນ​ຢູ່ໃນ​ຄົນອື່ນ. ສິ່ງນີ້​ຈະຊຸກ​ຍູ້ເຮົາ​ຕໍ່ໄປ​ໃນການ​ສະແຫວງ​ຫາຂອງ​ເຮົາເອງ, ເພາະຖ້າ​ຫາກຄົນ​ອື່ນສາ​ມາດບັນ​ລຸເຖິງ​ຄຸນສົມ​ບັດຂອງ​ພຣະອົງ​ໄດ້ ໃນ​ທາງໃດ​ທາງໜຶ່ງ ເຮົາກໍ​ສາມາດ​ເຮັດໄດ້​ຄືກັນ.

ຖ້າຫາກ​ເຮົາຊື່​ສັດກັບ​ຕົວເຮົາ​ເອງ, ຄວາມສະ​ຫວ່າງຂອງ​ພຣະຄຣິດ9 ທີ່ຢູ່​ພາຍໃນ​ຕົວເຮົາ​ຈະກະ​ຕຸ້ນວ່າ​ມີຄວາມ​ຫ່າງໄກ ລະຫວ່າງ​ບ່ອນທີ່​ເຮົາເປັນ​ຢູ່ເມື່ອ​ປຽບທຽບ​ໃສ່ກັບ​ຄຸນລັກ​ສະນະ​ທີ່ເພິ່ງ​ປາດ​ຖະໜາ​ຂອງພຣະ​ຜູ້ຊ່ວຍ​ໃຫ້ລອດ.10 ຄວາມ​ຊື່ສັດ​ແບບນີ້​ແມ່ນຈຳ​ເປັນ ຖ້າຫາກ​ເຮົາຈະ ຈະເລີນ​ກ້າວໜ້າ ໃນການ​ກາຍເປັນ​ເໝືອນດັ່ງ​ພຣະອົງ. ແທ້ຈິງ​ແລ້ວ, ຄວາມ​ຊື່ສັດ​ຄືໜຶ່ງ​ໃນຄຸ​ນສົມບັດ​ທັງ​ໝົດ​ຂອງ​ພຣະອົງ.

ຮູບ​ພາບ
ແວ່ນບິດ​ບ້ຽວໃນ​ສວນ​ສະໜຸກ

ບັດນີ້, ພວກເຮົາ​ທີ່ກ້າຫານ​ພໍ ອາດຄິດ​ຈະຖາມ​ສະມາ​ຊິກຄົນ​ໜຶ່ງໃນ​ຄອບຄົວ​ທີ່ເຮົາ​ໄວ້ວາງ​ໃຈ, ຄູ່ຄອງ, ໝູ່ເພື່ອນ, ຫລື ຜູ້ນຳ​ທາງວິນ​ຍານວ່າ ເຮົາຈຳ​ເປັນຕ້ອງ​ມີຄຸນ​ສົມບັດ​ໃດແດ່​ຂອງ​ພຣະ​ເຢ​ຊູ​ຄຣິດ—ແລະ ເຮົາ​ອາດຕ້ອງ​ກຽມຮັບ​ຄຳຕອບ​ນັ້ນ! ບາງເທື່ອ​ເຮົາຈະ​ເຫັນຕົວ​ເຮົາເອງ​ດ້ວຍແວ່ນ​ບິດ​ບ້ຽວ​ໃນສວນ​ສະໜຸກ ທີ່​ສະແດງ​ໃຫ້ເຫັນ​ວ່າເຮົາ​ອ້ວນ ຫລື ຈ່ອຍ​ຫລາຍເກີນ​ກວ່າທີ່​ເຮົາເປັນ​ຢູ່​ແທ້ໆ.

ໝູ່ເພື່ອນ ແລະ ຄອບຄົວ​ທີ່ໄວ້​ວາງໃຈ​ສາມາດ​ຊ່ວຍເຮົາ​ໃຫ້ເຫັນ​ຕົວເຮົາ​ເອງຢ່າງ​ຖືກຕ້ອງ​ຫລາຍກວ່າ​ໄດ້, ແຕ່​ເຖິງແມ່ນ​ເຂົາເຈົ້າ​ຮັກ ແລະ ຢາກ​ຊ່ວຍເຫລືອ​ເຮົາ​ເທົ່າ​ທີ່​ເຂົາ​ເຈົ້າ​ສາ​ມາດ, ແຕ່ກໍ​ຍັງຫລຽວ​ເຫັນສິ່ງ​ຕ່າງໆ​ໄດ້​ຢ່າງ​ບໍ່ສົມ​ບູນ. ເພາະເຫດ​ນັ້ນ, ມັນ​ສຳຄັນ​ທີ່ສຸດ​ທີ່ເຮົາ​ຕ້ອງທູນ​ຖາມ​ພຣະບິ​ດາເທິງ​ສະຫວັນ​ທີ່ຮັກ​ຂອງເຮົາ​ນຳອີກ ເຖິງສິ່ງ​ທີ່ເຮົາ​ຕ້ອງການ ແລະ ວ່າເຮົາ​ຄວນ​ເຈາະຈົງ​ຄວາມ​ພະຍາ​ຍາມຂອງ​ເຮົາໃສ່​ບ່ອນໃດ. ພຣະອົງ​ເຫັນເຮົາ​ດ້ວຍທັດ​ສະນະ​ທີ່ສົມ​ບູນແບບ ແລະ ຈະສະ​ແດງໃຫ້​ເຮົາເຫັນ​ຄວາມ​ອ່ອນແອ​ຂອງເຮົາ​ດ້ວຍ​ຄວາມຮັກ.11 ບາງທີ​ທ່ານຈະ​ໄດ້​ຮຽນຮູ້​ວ່າທ່ານ​ຕ້ອງການ​ຄວາມ​ອົດທົນ, ຄວາມ​ຖ່ອມຕົວ, ຄວາມ​ໃຈບຸນ, ຄວາມຮັກ, ຄວາມຫວັງ, ຄວາມ​ພາກພຽນ, ຫລື ການເຊື່ອ​ຟັງ​ຫລາຍຂຶ້ນ.12

ເມື່ອ​ບໍ່ດົນ​ມານີ້, ຂ້າພະ​ເຈົ້າໄດ້​ມີປະ​ສົບການ​ທີ່ຊ່ວຍ​ໃຫ້ເຕີບ​ໂຕ ເມື່ອ​ຜູ້ນຳ​ຂອງສາດ​ສະໜາ​ຈັກທີ່​ມີຄວາມ​ຮັກຄົນ​ໜຶ່ງໄດ້​ແນະນຳ​ຢ່າງກົງ​ໄປກົງ​ມາວ່າ ຂ້າພະ​ເຈົ້າຄວນ​ມີຄຸນ​ສົມບັດ​ຢ່າງໜຶ່ງ​ຫລາຍຂຶ້ນ. ເພິ່ນໄດ້​ກ່າວຄວາມ​ຈິງທັງ​ໝົດດ້ວຍ​ຄວາມຮັກ. ໃນຄ່ຳ​ຄືນນັ້ນ, ຂ້າພະ​ເຈົ້າໄດ້​ເລົ່າປະ​ສົບການ​ນີ້ໃຫ້​ພັນລະ​ຍາຂອງ​ຂ້າພະ​ເຈົ້າຟັງ. ນາງກໍ​ມີຄວາມ​ໃຈບຸນ​ທີ່ເມດ​ຕາ ແມ່ນ​ແຕ່ເມື່ອ​ນາງກໍ​ໄດ້ເຫັນ​ດ້ວຍກັບ​ຄຳແນະ​ນຳຂອງ​ເພິ່ນ. ພຣະວິນ​ຍານບໍ​ລິສຸດ​ໄດ້ຢືນ​ຢັນຕໍ່​ຂ້າພະ​ເຈົ້າວ່າ ຄຳ​ແນະນຳ​ຂອງພວກ​ເພິ່ນໄດ້​ມາຈາກ​ພຣະບິດາ​ເທິງສະ​ຫວັນທີ່​ຊົງຮັກ.

ມັນອາດ​ຈະຊ່ວຍ​ໄດ້ຫລາຍ​ທີ່ຈະ​ສຳເລັດ​ກິດຈະ​ກຳດ້ວຍ​ຄວາມ​ຈິງໃຈ ເລື່ອງຄຸນ​ສົມບັດ​ເໝືອນດັ່ງ​ພຣະຄຣິດ​ຢູ່ໃນ​ບົດທີ 6 ຂອງປຶ້ມ ຈົ່ງສອນ​ພຣະ​ກິດຕິ​ຄຸນ​ຂອງເຮົາ.13

ເມື່ອທ່ານ​ໄດ້ປະ​ເມີນຢ່າງ​ຈິງໃຈ ແລະ ໄດ້ຕັ້ງ​ໃຈທີ່​ຈະເລີ່ມ​ພະຍາ​ຍາມເປັນ​ເໝືອນດັ່ງ​ພຣະຄຣິດ, ທ່ານຕ້ອງ​ກັບໃຈ. ປະທານ​ຣະໂຊ ເອັມ ແນວສັນ ໄດ້ສິດ​ສອນດ້ວຍ​ຄວາມຮັກ​ວ່າ: “ເມື່ອເຮົາ​ເລືອກທີ່​ຈະ​ກັບໃຈ, ເຮົາເລືອກ​ທີ່ຈະ​ປ່ຽນແປງ! ເຮົາ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປ່ຽນ​ເຮົາ​ເປັນ​ບຸກ​ຄົນ​ທີ່​ດີ​ທີ່​ສຸດ. ເຮົາ​ເລືອກ​ທີ່​ຈະ​ເຕີບ​ໂຕ​ທາງວິນ​ຍານ ແລະ ຮັບ​ເອົາ​ຄວາມ​ຊື່ນ​ຊົມ—ເປັນ​ຄວາມ​ຊື່ນ​ຊົມ​ຂອງ​ການ​ໄຖ່ໃນ​ພຣະ​ອົງ. ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ, ເຮົາ​ເລືອກ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ.”14

ການກາຍ​ເປັນດັ່ງ​ທີ່ພຣະ​ເຢຊູ​ຄຣິດ​ເປັນ ຈະ​ຮຽກຮ້ອງ​ການປ່ຽນ​ແປງ​ຫົວໃຈ ແລະ ຈິດໃຈ, ແທ້ຈິງ​ແລ້ວ, ປ່ຽນຄຸນ​ລັກສະ​ນະ​ຂອງເຮົາ, ແລະ ການ​ເຮັດສິ່ງ​ນີ້ແມ່ນ​ເປັນໄປ​ໄດ້ພຽງ​ແຕ່ຜ່ານ​ທາງ​ພຣະຄຸນ ທີ່ຊ່ວຍ​ໃຫ້ລອດ​ຂອງພຣະ​ເຢຊູ​ຄຣິດ​ເທົ່ານັ້ນ.15

ລະບຸ ແລະ ກະທຳ

ບັດນີ້​ເມື່ອທ່ານ​ໄດ້ຕັ້ງ​ໃຈທີ່​ຈະ​ປ່ຽນແປງ ແລະ ກັບໃຈ ແລະ ໄດ້ສະ​ແຫວງ​ຫາການ​ຊີ້ນຳ​ຜ່ານທາງ​ການອະ​ທິຖານ, ການໄຕ່​ຕອງຢ່າງ​ຈິງໃຈ, ແລະ ບາງທີ​ການ​ປຶກ​ສາກັບ​ຄົນອື່ນ, ທ່ານຈະ​ຕ້ອງເລືອກ​ຄຸນສົມ​ບັດທີ່​ຈະກາຍ​ເປັນຈຸດ​ສົນ​ໃຈ​ຂອງທ່ານ. ທ່ານຈະ​ຕ້ອງໃຫ້​ຄຳໝັ້ນ​ສັນຍາ​ທີ່ຈະ​ນຳໃຊ້​ຄວາມ​ພະຍາ​ຍາມທີ່​ມີຄວາມ​ໝາຍ. ຄຸນສົມ​ບັດ​ເຫລົ່ານີ້​ຈະບໍ່​ມີມາ​ຢ່າງງ່າຍ​ດາຍ ແລະ ໃນທັນ​ທີທັນ​ໃດ, ແຕ່ຜ່ານ​ທາງ​ພຣະຄຸນ​ຂອງ​ພຣະອົງ ມັນຈະ​ມີມາ​ເທື່ອລະ​ເລັກເທື່ອ​ລະນ້ອຍ​ຂະນະ​ທີ່ໃຊ້​ຄວາມ​ພະຍາ​ຍາມ.

ຄຸນສົມ​ບັດເໝືອນ​ດັ່ງ​ພຣະຄຣິດ​ເປັນຂອງ​ປະທານ​ຈາກ​ພຣະບິ​ດາເທິງ​ສະຫວັນ​ທີ່ຮັກ ເພື່ອເປັນ​ພອນໃຫ້​ແກ່ເຮົາ ແລະ ຜູ້ຄົນ​ທີ່ຢູ່​ອ້ອມຮອບ​ເຮົາ. ຕາມນັ້ນ, ຄວາມ​ພະຍາ​ຍາມຂອງ​ເຮົາທີ່​ຈະມີ​ຄຸນສົມ​ບັດ​ເຫລົ່ານີ້ ຈະຮຽກ​ຮ້ອງການ​ອ້ອນວອນ​ທີ່ຈິງໃຈ​ເພື່ອທູນ​ຂໍຄວາມ​ຊ່ວຍເຫລືອ​ຈາກ​ສະຫວັນ. ຖ້າຫາກ​ເຮົາສະ​ແຫວງຫາ​ຂອງປະ​ທານ​ເຫລົ່ານີ້ ເພື່ອຈະ​ຮັບໃຊ້​ຄົນອື່ນ​ໃຫ້ດີ​ຂຶ້ນ, ພຣະອົງ​ຈະອວຍ​ພອນເຮົາ​ໃນຄວາມ​ພະຍາ​ຍາມຂອງ​ເຮົາ. ການຕາມ​ຫາຂອງ​ປະທານ​ຈາກພຣະ​ເຈົ້າຢ່າງ​ເຫັນແກ່​ຕົວ ຈະ​ຈົບລົງ​ໃນຄວາມ​ຜິດຫວັງ ແລະ ຄວາມອຸກ​ອັ່ງໃຈ.

ໂດຍການ​ເອົາໃຈ​ໃສ່ຕໍ່​ຄຸນສົມ​ບັດຢ່າງ​ໜຶ່ງ​ທີ່​ຈຳ​ເປັນ​ໃຫ້​ຫລາຍ​ທີ່​ສຸດ, ຂະນະ​ທີ່ທ່ານ​ຈະເລີນ​ກ້າວໜ້າ​ໃນການ​ບັນລຸ​ເຖິງຄຸນ​ສົມບັດ​ນັ້ນ, ຄຸນສົມ​ບັດ​ອື່ນໆ​ກໍ​ຈະເລີ່ມ​ເພີ່ມຂຶ້ນ​ໃຫ້ແກ່​ທ່ານ. ຄົນທີ່​ເອົາໃຈ​ໃສ່​ຕໍ່​ຄວາມໃຈ​ບຸນຢ່າງ​ເລິກ​ເຊິ່ງຈະ​ບໍ່ສາ​ມາດເພີ່ມ​ທະວີ​ຂຶ້ນໃນ​ຄວາມຮັກ ແລະ ຄວາມຖ່ອມ​ຕົວບໍ? ຄົນທີ່​ເອົາໃຈ​ໃສ່​ຕໍ່ການ​ເຊື່ອຟັງ​ຈະບໍ່​ສາມາດ​ມີຄວາມ​ພາກພຽນ ແລະ ຄວາມຫວັງ​ຫລາຍຂຶ້ນ​ບໍ? ຄວາມ​ພະຍາ​ຍາມທີ່​ສຳຄັນ​ຂອງທ່ານ ເພື່ອຈະ​ມີຄຸນ​ສົມບັດ​ຢ່າງໜຶ່ງ ຈະກາຍ​ເປັນເໝືອນ​ດັ່ງກະ​ແສນ້ຳ​ທີ່ຍູ້​ເຮືອທຸກ​ລຳເຂົ້າ​ໄປ​ຫາ​ທ່າເຮືອ.

ບັນທຶກ ແລະ ກະທຳ​ຕໍ່ໄປ

ມັນສຳ​ຄັນສຳ​ລັບຂ້າ​ພະເຈົ້າ ຂະນະ​ທີ່ຂ້າ​ພະເຈົ້າ​ພະຍາ​ຍາມກາຍ​ເປັນເໝືອນ​ດັ່ງ​ພຣະອົງ ທີ່ຈະ​ບັນທຶກ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າ ແລະ ສິ່ງທີ່​ຂ້າພະ​ເຈົ້າກຳ​ລັງຮຽນ​ຮູ້ເອົາ​ໄວ້. ເມື່ອຂ້າ​ພະເຈົ້າ​ຕັ້ງໃຈ​ສຶກສາ​ຄຸນສົມ​ບັດຢ່າງ​ໜຶ່ງຂອງ​ພຣະອົງ, ຂ້າພະ​ເຈົ້າກໍ​ຈະຮຽນ​ຮູ້ສິ່ງ​ໃໝ່ໆ​ຈາກພຣະ​ຄຳພີ ເມື່ອ​ຂ້າພະ​ເຈົ້າ​ເຫັນຕົວ​ຢ່າງຂອງ​ຄຸນສົມ​ບັດນີ້​ຢູ່ໃນ​ຄຳສອນ​ຂອງ​ພຣະອົງ, ຢູ່​ໃນການ​ປະຕິ​ບັດສາດ​ສະໜາ​ກິດຂອງ​ພຣະອົງ, ແລະ ຢູ່​ໃນ​ສານຸ​ສິດຂອງ​ພຣະອົງ. ຂ້າພະເຈົ້າກໍມີຄວາມຕັ້ງໃຈຫລາຍຂຶ້ນໃນການຮັບຮູ້ຄຸນສົມບັດນັ້ນໃນຕົວຄົນອື່ນນຳອີກ. ຂ້າພະ​ເຈົ້າໄດ້​ສັງເກດ​ເຫັນຜູ້​ຄົນທີ່​ດີເລີດ​ທັງພາຍ​ໃນ ແລະ ນອກ​ສາດສະ​ໜາຈັກ ຜູ້ທີ່​ມີຄຸນ​ສົມບັດ​ທີ່ຈະ​ເຮັດຕາມ​ຕົວຢ່າງ​ຂອງ​ພຣະອົງ. ເຂົາເຈົ້າ​ເປັນ​ຕົວຢ່າງ​ທີ່ມີ​ພະລັງ​ວ່າ ຄຸນສົມ​ບັດ​ເຫລົ່ານັ້ນ​ສາມາດ​ສະແດງ​ໃຫ້ປະ​ຈັກໃນ​ຕົວຜູ້​ຄົນທຳ​ມະດາ​ໄດ້ແນວ​ໃດ ຜ່ານ​ທາງ​ພຣະຄຸນ​ແຫ່ງ​ຄວາມຮັກ​ຂອງ​ພຣະອົງ.

ເພື່ອຈະ​ເຫັນຄວາມ​ກ້າວໜ້າ​ທີ່ແທ້​ຈິງ, ທ່ານຈະ​ຕ້ອງໃຊ້​ຄວາມ​ພະຍາ​ຍາມທີ່​ທົນທານ. ຄ້າຍຄື​ກັນກັບ​ການປີນ​ພູທີ່​ຮຽກຮ້ອງ​ການກະ​ກຽມລ່ວງ​ໜ້າ, ແລະ ຄວາມທົນ​ທານ ແລະ ມານະ​ອົດທົນ​ລະຫວ່າງ​ການປີນ​ຂຶ້ນ, ການກາຍ​ເປັນເໝືອນ​ດັ່ງພຣະ​ຄຣິດກໍ​ຮຽກຮ້ອງ​ຄວາມພະ​ຍາຍາມ ແລະ ການເສຍ​ສະລະ​ທີ່ແທ້​ຈິງ​ຄື​ກັນ. ຄວາມເປັນ​ຊາວຄຣິດ​ທີ່ແທ້​ຈິງ, ຊຶ່ງເຮົາ​ພະຍາ​ຍາມທີ່​ຈະກາຍ​ເປັນເໝືອນ​ດັ່ງພຣະ​ອາຈານ​ຂອງເຮົາ, ຮຽກຮ້ອງ​ຄວາມ​ພະຍາ​ຍາມທີ່​ດີທີ່​ສຸດຂອງ​ເຮົາ​ສະເໝີ.16

ບັດນີ້​ຄຳເຕືອນ​ສັ້ນໆ. ພຣະບັນ​ຍັດທີ່​ໃຫ້ເປັນ​ດັ່ງພຣະ​ອົງເປັນ ບໍ່ໄດ້​ມີເຈດ​ຕະນາ​ຈະເຮັດ​ໃຫ້ທ່ານ​ຮູ້ສຶກ​ຜິດ, ບໍ່ມີ​ຄ່າຄວນ, ຫລື ບໍ່ເປັນ​ທີ່ຮັກ. ປະສົບ​ການມະ​ຕະທັງ​ໝົດຂອງ​ເຮົາແມ່ນ​ກ່ຽວກັບ​ຄວາມກ້າວ​ໜ້າ, ຄວາມພະ​ຍາຍາມ, ຄວາມລົ້ມ​ເຫລວ, ແລະ ການບັນ​ລຸຜົນ​ສຳເລັດ. ເຖິງແມ່ນ​ວ່າພັນ​ລະຍາ ແລະ ຂ້າພະ​ເຈົ້າຢາກ​ຈະຫລັບ​ຕາ ແລະ ຍ້າຍຕົວ​ເອງຢ່າງ​ມະຫັດ​ສະຈັນ​ຂຶ້ນໄປ​ເຖິງ​ຈອມພູ, ແຕ່​ຊີວິດ​ກໍບໍ່​ໄດ້ເປັນ​ແບບນັ້ນ.

ທ່ານດີພໍ, ທ່ານເປັນ​ທີ່ຮັກ, ແຕ່ນັ້ນ​ບໍ່ໄດ້​ໝາຍຄວາມ​ວ່າ ທ່ານ​ສົມບູນ​ຄົບຖ້ວນ​ແລ້ວ. ຍັງມີ​ວຽກງານ​ທີ່ຕ້ອງ​ເຮັດໃຫ້​ສຳເລັດ​ໃນ​ຊີວິດ​ນີ້ ແລະ ຊີວິດ​ໜ້າ. ພຽງແຕ່​ດ້ວຍ​ຄວາມ​ຊ່ວຍເຫລືອ​ແຫ່ງ​ສະຫວັນ​ຂອງ​ພຣະອົງ​ເທົ່າ​ນັ້ນ ເຮົາທຸກ​ຄົນຈະ​ສາມາດ​ກ້າວໜ້າ​ໄປສູ່​ການກາຍ​ເປັນເໝືອນ​ດັ່ງ​ພຣະອົງ.

ໃນຊ່ວງ​ເວລາ​ເຫລົ່ານີ້, ເມື່ອ “ທຸກສິ່​ງທັງປວງ [ປະກົດ​ວ່າ] ຢູ່ໃນ​ຄວາມສັບ​ສົນ​ວຸ້ນວາຍ; ແລະ … ຄວາມ​ຢ້ານກົວ [ຄືວ່າ] ຈະມາ​ສູ່ທຸກ​ຜູ້ຄົນ,”17 ຢາແກ້​ພິດ​ພຽງ​ຊະ​ນິດດຽວ, ຢາບັນ​ເທົາພຽງ​ຊະ​ນິດດຽວ, ແມ່ນທີ່​ຈະພະ​ຍາຍາມ​ເປັນ​ເໝືອນດັ່ງ​ພຣະຜູ້​ຊ່ວຍໃຫ້​ລອດ,18 ພຣະຜູ້​ໄຖ່19 ຂອງ​ມະນຸດ​ທັງປວງ, ຄວາມ​ສະຫວ່າງ​ຂອງໂລກ,20 ແລະ ສະແຫວງ​ຫາພຣະ​ອົງ ທີ່ໄດ້​ປະກາດ​ວ່າ, “ເຮົາເປັນ​ທາງນັ້ນ.”21

ຮູບ​ພາບ
ພຣະ​ຜູ້​ໄຖ່

ຂ້າພະ​ເຈົ້າຮູ້​ວ່າການ​ກາຍເປັນ​ເໝືອນດັ່ງ​ພຣະອົງ ຜ່ານ​ທາງຄວາມ​ຊ່ວຍເຫລືອ ແລະ ພະລັງ​ແຫ່ງ​ສະຫວັນ​ຂອງ​ພຣະອົງ ແມ່ນ ບັນລຸ​ເຖິງໄດ້​ເທື່ອລະ​ບາດກ້າວ. ຖ້າບໍ່​ເປັນ​ດັ່ງນັ້ນ, ພຣະອົງ​ຈະບໍ່​ປະທານ​ພຣະບັນ​ຍັດຂໍ້​ນີ້ໃຫ້​ແກ່ເຮົາ.22 ຂ້າພະ​ເຈົ້າຮູ້​ສິ່ງນີ້—ສ່ວນໜຶ່ງ​ກໍເປັນ​ເພາະຂ້າ​ພະເຈົ້າ​ເຫັນຄຸນ​ສົມບັດ​ຂອງ​ພຣະອົງ​ຢູ່ໃນ​ຕົວຂອງ​ທ່ານ​ຫລາຍຄົນ. ຂ້າພະເຈົ້າ​ເປັນພະ​ຍານເຖິງ​ສິ່ງ​ເຫລົ່ານີ້ ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. 3 ນີ​ໄຟ 27:27. ສຳລັບ​ຄຳແນະ​ນຳທີ່​ກ່ຽວພັນ ຈາກ​ພຣະ​ຜູ້ຊ່ວຍ​ໃຫ້ລອດ, ໃຫ້ເບິ່ງ ມັດທາຍ 5:48 (“ດ້ວຍ​ເຫດນັ້ນ ເຈົ້າ​ທັງຫລາຍ​ຕ້ອງ​ເປັນຄົນ​ດີ​ທີ່ສຸດ ເໝືອນຢ່າງ​ພຣະບິ​ດາຂອງ​ເຈົ້າ​ຜູ້ສະ​ຖິດຢູ່​ໃນສະ​ຫວັນ​ເປັນຜູ້​ດີທີ່​ສຸດ”); 1 ໂຢ​ຮັນ 2:6 (“ຜູ້ໃດ​ທີ່ເວົ້າ​ວ່າຕົນ​ຢູ່ໃນ​ພຣະອົງ ຜູ້ນັ້ນ​ກໍຄວນ​ດຳເນີນ​ຊີວິດ​ຕາມທາງ​ທີ່​ພຣະອົງ​ຊົງດຳ​ເນີນ​ນັ້ນເໝືອນ​ກັນ”); ໂມ​ໄຊ​ຢາ 3:19 (“ເພາະ​ມະນຸດ​ທີ່ມີຈິດ​ໃຈທຳ​ມະດາ​ເປັນ​ສັດຕູ​ກັບ​ພຣະເຈົ້າ, ແລະ ເປັນມາ​ແລ້ວຕັ້ງ​ແຕ່ການ​ຕົກຂອງ​ອາດາມ, ແລະ ຈະເປັນ​ໄປຕະ​ຫລອດການ ແລະ ຕະຫລອດ​ໄປ, ເວັ້ນເສຍ​ແຕ່ພວກ​ເຂົາຈະ​ຍອມຕໍ່​ການຊັກ​ຈູງຂອງ​ພຣະວິນ​ຍານ​ສັກສິດ, ແລະ ປະຖິ້ມ​ມະນຸດ​ທີ່ມີ​ຈິດໃຈ​ທຳ​ມະດາ ແລະ ກາຍມາ​ເປັນໄພ່​ພົນຂອງ​ພຣະເຈົ້າ​ໂດຍການ​ຊົດໃຊ້​ຂອງອົງ​ພຣະຄຣິດ, ແລະ ກາຍເປັນ​ຄືກັນ​ກັບ​ເດັກນ້ອຍ, ບອກລອນ​ສອນງ່າຍ, ອ່ອນໂຍນ, ຖ່ອມຕົວ, ອົດທົນ, ເຕັມໄປ​ດ້ວຍ​ຄວາມຮັກ, ເຕັມໃຈ​ໃນທຸກສິ່ງ​ທີ່ພຣະ​ຜູ້ເປັນ​ເຈົ້າເຫັນ​ສົມຄວນ​ທີ່ຈະ​ໃຫ້ເກີດ​ກັບ​ພວກເຂົາ, ເໝືອນດັ່ງ​ເດັກນ້ອຍ​ຍິນຍອມ​ຕໍ່ບິດາ​ຂອງຕົນ”); ແອວ​ມາ 5:14 (“ແລະ ບັດນີ້​ຈົ່ງເບິ່ງ, ຂ້າພະເຈົ້າ​ຂໍຖາມ​ພວກທ່ານ​ພີ່ນ້ອງ​ຂອງຂ້າ​ພະເຈົ້າ​ໃນສາດ​ສະໜາ​ຈັກວ່າ, ພວກທ່ານ​ໄດ້ເກີດ​ຈາກ​ພຣະເຈົ້າ​ທາງ​ວິນຍານ​ແລ້ວບໍ? ພວກທ່ານ​ໄດ້ຮັບ​ເງົາຂອງ​ພຣະອົງ​ໄວ້ໃນ​ໃບໜ້າ​ຂອງພວກ​ທ່ານ​ແລ້ວບໍ?”); 3 ນີ​ໄຟ 12:48 (“ສະນັ້ນ ເຮົາຈຶ່ງ​ຢາກໃຫ້​ເຈົ້າດີ​ພ້ອມຄື​ກັນ​ກັບເຮົາ, ຫລື ພຣະບິດາ​ຂອງເຈົ້າ ຜູ້ປະທັບ​ຢູ່ໃນ​ສະຫວັນ​ຊົງດີ​ພ້ອມ”).

  2. Neal A. Maxwell, Even as I Am (1982), 16.

  3. Charles M. Sheldon, In His Steps (1979), 185.

  4. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:12–17.

  5. ເບິ່ງ ​ມັດ​ທາຍ 5:48, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ

  6. ເບິ່ງ ເອ​ຊາ​ຢາ 9:6; 2 ນີ​ໄຟ 19:6.

  7. ເບິ່ງ 1 ໂກ​ຣິນ​ໂທ 2:14; ໂມ​ໄຊ​ຢາ 3:19.

  8. ເບິ່ງ ມັດ​ທາຍ 7:23; 25:12; ໂມ​ໄຊ​ຢາ 26:24; ເບິ່ງ​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ​ສຳ​ລັບ​ພ​ຣະ​ຄຳ​ພີ​ແຕ່​ລະ​ຂໍ້​ນຳ​ອີກ; David A. Bednar, “If Ye Had Known Me,” Liahona, Nov. 2016, 102–5.

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:2.

  10. ເບິ່ງ ໂມ​ໂຣ​ໄນ 7:12–19.

  11. ເບິ່ງ ອີເທີ 12:27.

  12. ເບິ່ງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ ບົດ​ທີ 6, “ເຮົາ​ຈະ​ພັດ​ທະ​ນາ​ຄຸນ​ສົມ​ບົດ​ໃຫ້​ເປັນ​ຄື​ກັນ​ກັບ​ພຣະ​ຄຣິດ​ໄດ້​ແນວ​ໃດ?” ຄຳອ້າງ​ເຖິງຄຸນ​ສົມບັດ​ອື່ນໆ​ຂອງ​ພຣະ​ຜູ້ຊ່ວຍ​ໃຫ້ລອດ​ແມ່ນ​ເຕັມ​ຢູ່ໃນ​ຂໍ້ພຣະ​ຄຳພີ. ຕົວຢ່າງ​ສອງສາມ​ຢ່າງ​ຮ່ວມດ້ວຍ ໂມ​ໄຊ​ຢາ 3:19; ແອວ​ມາ 7:23; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:13.

  13. ເບິ່ງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 144.

  14. Russell M. Nelson, “We Can Do Better and Be Better,” Liahona, May 2019, 67.

  15. ເບິ່ງ Bible Dictionary, “Grace”; ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ຄຸນ,” scriptures.ChurchofJesusChrist.org ນຳ​ອີກ.

  16. ເບິ່ງ Sheldon, In His Steps, 246: “ຖ້າຫາກ​ນິຍາມ​ຂອງເຮົາ​ເຖິງການ​ເປັນ​ຊາວຄຣິດ​ນັ້ນແມ່ນ​ພຽງແຕ່​ທີ່ຈະ​ມີສິດ​ທິທີ່​ຈະນະ​ມັດ​ສະການ, ເພື່ອແຜ່​ໂດຍທີ່​ເຮົາ​ບໍ່ຕ້ອງ​ຈ່າຍ​ຄ່າຫຍັງ, ມີຊີ​ວິດທີ່​ງ່າຍດີ, ອ້ອມຮອບ​ຕົວດ້ວຍ​ໝູ່ເພື່ອນ​ທີ່ດີ ແລະ ດ້ວຍສິ່ງ​ຂອງທີ່​ສະດວກ​ສະບາຍ, ດຳລົງ​ຊີວິດ​ຢ່າງໜ້າ​ນັບຖື ແລະ ໃນ​ເວລາ​ດຽວກັນ​ຫລີກເວັ້ນ​ຈາກ​ຄວາມຕຶງ​ຄຽດຈາກ​ບາບ ແລະ ບັນຫາ​ເພາະວ່າ​ຕ້ອງທົນ​ຢູ່ກັບ​ຄວາມ​ເຈັບປວດ—ຖ້ານີ້​ຄື​ນິ​ຍາມຂອງ​ການເປັນ​ຊາວຄຣິດ, ແນ່ນອນ​ວ່າເຮົາ​ແມ່ນຢູ່​ໄກຈາກ​ການຕິດ​ຕາມຮອຍ​ພຣະບາດ​ຂອງ​ພຣະອົງ ທີ່ເດີນ​ໄປໃນ​ເສັ້ນທາງ​ດ້ວຍສຽງ​ຮ້ອງຄາງ ແລະ ນ້ຳຕາ ແລະ ສຽງຮ້ອງ​ໄຫ້ຈາກ​ຄວາມເຈັບ​ປວດໃຈ​ເພາະ​ຄວາມເປັນ​ມະນຸດ​ທີ່ໄດ້​ສູນເສຍ​ໄປ; ທີ່​ໄດ້​ອອກເຫື່ອ, ແມ່ນ​ແຕ່​ຫລັ່ງ​ໂລຫິດ​ຢ່າງ​ຫລວງຫລາຍ, ທີ່ໄດ້​ຮ້ອງ​ອອກມາ​ຢູ່ເທິງ​ໄມ້ກາງ​ແຂນວ່າ, ‘ພຣະອົ​ງເຈົ້າເອີຍ, ພຣະອົງ​ເຈົ້າເອີຍ, ເປັນຫຍັງ​ພຣະອົງ​ຈຶ່ງໄດ້​ປະຖິ້ມ​ຂ້າ​ພຣະອົງໄປ.’”

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:91.

  18. ເບິ່ງ ເອຊາຢາ 43:3.

  19. ເບິ່ງ ໂຢບ 19:25.

  20. ເບິ່ງ ໂຢຮັນ 8:12.

  21. ໂຢຮັນ 14:6.

  22. ເບິ່ງ 1 ນີໄຟ 3:7.

ພິມ