ພວກເຮົາຈະພິສູດພວກເຂົາໂດຍວິທີນີ້
ນີ້ຄືເວລາທີ່ຈະຕຽມພ້ອມ ແລະ ພິສູດຕົນເອງວ່າ ເຮົາເຕັມໃຈ ແລະ ສາມາດທີ່ຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຮົາຈະບັນຊາເຮົາ.
ຂ້າພະເຈົ້າອະທິຖານຂໍຄວາມຊ່ວຍເຫລືອຈາກພຣະວິນຍານບໍລິສຸດສຳລັບເຮົາທຸກຄົນ ຂະນະທີ່ຂ້າພະເຈົ້າແບ່ງປັນຄວາມຄິດ ແລະ ຄວາມຮູ້ສຶກທີ່ມາສູ່ຈິດໃຈ ແລະ ຫົວໃຈຂອງຂ້າພະເຈົ້າ ໃນການຕຽມພ້ອມສຳລັບກອງປະຊຸມໃຫຍ່ສາມັນຄັ້ງນີ້.
ຄວາມສຳຄັນຂອງການສອບເສັງ
ເປັນເວລາຫລາຍກວ່າສອງທົດສະວັດ ກ່ອນທີ່ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ຮັບໃຊ້ສາດສະໜາຈັກເຕັມເວລາ, ຂ້າພະເຈົ້າໄດ້ທຳງານເປັນນາຍຄູ ແລະ ເປັນຜູ້ບໍລິຫານຢູ່ມະຫາວິທະຍາໄລແຫ່ງໜຶ່ງ. ໜ້າທີ່ຮັບຜິດຊອບຕົ້ນຕໍຂອງຂ້າພະເຈົ້າ ໃນຖານະນາຍຄູ ແມ່ນເພື່ອຊ່ວຍນັກຮຽນໃຫ້ຮຽນຮູ້ດ້ວຍຕົວເອງ. ແລະ ພາກສ່ວນທີ່ສຳຄັນໃນວຽກງານຂອງຂ້າພະເຈົ້າແມ່ນການສ້າງ, ການກວດສອບ, ແລະ ການຕິຊົມຜົນການສອບເສັງຂອງນັກຮຽນ. ດັ່ງທີ່ທ່ານອາດຮູ້ດີຈາກປະສົບການສ່ວນຕົວ, ໂດຍປົກກະຕິແລ້ວ ການສອບເສັງ ບໍ່ໄດ້ເປັນພາກສ່ວນໜຶ່ງໃນຂັ້ນຕອນຂອງການຮຽນຮູ້ທີ່ນັກຮຽນມັກຫລາຍທີ່ສຸດ!
ແຕ່ການສອບເສັງເປັນສິ່ງສຳຄັນຕໍ່ການຮຽນຮູ້ຫລາຍແທ້ໆ. ການສອບເສັງທີ່ມີປະສິດທິພາບ ຈະຊ່ວຍເຮົາປຽບທຽບສິ່ງທີ່ເຮົາຕ້ອງການຮູ້ ກັບສິ່ງທີ່ເຮົາຮູ້ຢູ່ແລ້ວ ກ່ຽວກັບວິຊາໃດໜຶ່ງໂດຍສະເພາະ; ພ້ອມນີ້ມັນຍັງມີມາດຕະຖານທີ່ເຮົາສາມາດເອົາມາທຽບໃສ່ການຮຽນຮູ້ ແລະ ການພັດທະນາຕົນເອງນຳອີກ.
ການສອບເສັງໃນໂຮງຮຽນແຫ່ງມະຕະ ກໍມີພາກສ່ວນທີ່ສຳຄັນຕໍ່ຄວາມກ້າວໜ້ານິລັນດອນຂອງເຮົາເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈກໍຄື ຄຳວ່າ ການສອບເສັງ ບໍ່ພົບເຫັນຢູ່ໃນພຣະຄຳພີ ຂອງໜັງສືມາດຕະຖານເປັນພາສາອັງກິດ ແມ່ນແຕ່ເທື່ອດຽວ. ແຕ່ຖ້ອຍຄຳເຊັ່ນວ່າ ພິສູດ, ກວດເບິ່ງ, ແລະ ທົດສອບ ໄດ້ຖືກໃຊ້ເພື່ອບັນຍາຍແບບແຜນທີ່ແຕກຕ່າງກັນຂອງການສະແດງຢ່າງເໝາະສົມເຖິງຄວາມຮູ້, ຄວາມເຂົ້າໃຈທາງວິນຍານຂອງເຮົາ, ແລະ ການອຸທິດຕົນຕໍ່ແຜນແຫ່ງຄວາມສຸກນິລັນດອນຂອງພຣະບິດາເທິງສະຫວັນ ແລະ ຄວາມສາມາດຂອງເຮົາທີ່ຈະສະແຫວງຫາພອນແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ພຣະອົງທີ່ສ້າງແຜນແຫ່ງຄວາມລອດໄດ້ບັນຍາຍເຖິງຈຸດປະສົງຕົ້ນຕໍຂອງຊ່ວງມະຕະແຫ່ງການທົດລອງຂອງເຮົາ ໂດຍການໃຊ້ຄຳວ່າ ພິສູດ, ກວດເບິ່ງ, ແລະ ທົດສອບ ຢູ່ໃນພຣະຄຳພີສະໄໝບູຮານ ແລະ ສະໄໝໃໝ່. “ແລະ ພວກເຮົາຈະ ພິສູດ ພວກເຂົາໂດຍວິທີນີ້, ເພື່ອເບິ່ງວ່າພວກເຂົາຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຈະບັນຊາພວກເຂົາຫລືບໍ່.”1
ໃຫ້ເຮົາມາພິຈາລະນາຄຳອ້ອນວອນຂອງດາວິດໃນເພງສັນລະເສີນທີ່ວ່າ:
“ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງກວດເບິ່ງ ແລະ ພິສູດ ຂ້ານ້ອຍດ້ວຍ; ຂໍຊົງໂຜດ ທົດສອບ ເຖິງຄວາມປາດຖະໜາ ແລະ ຄວາມຄິດຈິດໃຈຂອງຂ້ານ້ອຍ.
“ຄວາມຮັກອັນໝັ້ນຄົງຂອງພຣະອົງ ນຳໜ້າຂ້ານ້ອຍຢູ່ສະເໝີ: ແລະ ຄວາມຈິງກໍນຳໜ້າຂ້ານ້ອຍໄປເລື້ອຍໆ.”2
ແລະ ພຣະຜູ້ເປັນເຈົ້າໄດ້ປະກາດ ໃນປີ 1833 ວ່າ, “ສະນັ້ນ, ຢ່າສູ່ຢ້ານສັດຕູຂອງພວກເຈົ້າ, ເພາະເຮົາໄດ້ອອກຄຳສັ່ງຢູ່ໃນໃຈຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ວ່າເຮົາຈະ ພິສູດ ພວກເຈົ້າໃນທຸກສິ່ງທັງປວງ, ວ່າພວກເຈົ້າຈະຢູ່ໃນພັນທະສັນຍາຂອງເຮົາຫລືບໍ່, ແມ່ນແຕ່ຈົນເຖິງຄວາມຕາຍ, ເພື່ອວ່າພວກເຈົ້າຈະຖືກພົບວ່າມີຄ່າຄວນ.”3
ການກວດເບິ່ງ ແລະ ການພິສູດໃນປະຈຸບັນ
ພາກສ່ວນໜຶ່ງຂອງປີ 2020 ນີ້ ໄດ້ຖືກໝາຍໄວ້ດ້ວຍການແຜ່ລະບາດທົ່ວໂລກ ທີ່ພິສູດ, ກວດເບິ່ງ, ແລະ ທົດສອບເຮົາໃນຫລາຍວິທີທາງ. ຂ້າພະເຈົ້າອະທິຖານວ່າ ເຮົາແຕ່ລະຄົນ ແລະ ຄອບຄົວ ຈະຮຽນຮູ້ຄຸນຄ່າຂອງບົດຮຽນ ທີ່ພຽງແຕ່ປະສົບການທີ່ທ້າທາຍເທົ່ານັ້ນ ທີ່ສາມາດສິດສອນເຮົາໄດ້. ຂ້າພະເຈົ້າກໍຫວັງວ່າ ເຮົາທຸກຄົນຈະຮັບຮູ້ທັງໝົດເຖິງ “ຄວາມຍິ່ງໃຫຍ່ຂອງພຣະເຈົ້າ” ແລະ ເຖິງຄວາມຈິງທີ່ “ພຣະອົງໄດ້ຕັ້ງຄວາມທຸກ [ຂອງເຮົາ] ໄວ້ເພື່ອຜົນປະໂຫຍດ [ຂອງເຮົາ] ເອງ.”4
ຫລັກທຳພື້ນຖານສອງຢ່າງທີ່ສາມາດນຳພາ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ ຂະນະທີ່ເຮົາປະເຊີນກັບສະຖານະການທີ່ພິສູດ ແລະ ທົດສອບໃນຊີວິດຂອງເຮົາ, ບໍ່ວ່າມັນຈະເປັນສິ່ງໃດກໍຕາມ: (1) ຫລັກທຳແຫ່ງການຕຽມພ້ອມ, ແລະ (2) ຫລັກທຳແຫ່ງການມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ.
ການພິສູດ ແລະ ການຕຽມພ້ອມ
ໃນຖານະສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາໄດ້ຖືກບັນຊາໃຫ້ “ຕຽມສິ່ງທີ່ຈຳເປັນທຸກຢ່າງ; ແລະ ສະຖາປະນາບ້ານ, ແມ່ນແຕ່ບ້ານແຫ່ງການອະທິຖານ, ບ້ານແຫ່ງການຖືສິນອົດເຂົ້າ, ບ້ານແຫ່ງສັດທາ, ບ້ານແຫ່ງການຮຽນຮູ້, ບ້ານແຫ່ງລັດສະໝີພາບ, ບ້ານແຫ່ງລະບຽບ, ບ້ານຂອງພຣະເຈົ້າ.”5
ເຮົາກໍໄດ້ຮັບຄຳສັນຍາອີກວ່າ “ຖ້າຫາກພວກເຈົ້າຕຽມພ້ອມ ພວກເຈົ້າຈະບໍ່ຢ້ານກົວ.
“ແລະ ເພື່ອພວກເຈົ້າຈະໄດ້ໜີພົ້ນອຳນາດຂອງສັດຕູ, ແລະ ເຕົ້າໂຮມເຂົ້າກັນເປັນຄົນຊອບທຳຂອງເຮົາ, ບໍ່ມີຂໍ້ຕຳນິ ແລະ ມົນທິນ.”6
ຂໍ້ພຣະຄຳພີເຫລົ່ານີ້ມີໂຄງຮ່າງທີ່ສົມບູນແບບ ສຳລັບການຈັດລະບຽບ ແລະ ການຕຽມຊີວິດ ແລະ ຄອບຄົວຂອງເຮົາ ທັງຝ່າຍໂລກ ແລະ ຝ່າຍວິນຍານ. ຄວາມພະຍາຍາມຂອງເຮົາທີ່ຈະຕຽມພ້ອມສຳລັບປະສົບການທີ່ມີໃຫ້ໃນຊ່ວງມະຕະ ຄວນຕິດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ໄດ້ “ຈະເລີນເຕີບໃຫຍ່ຂຶ້ນເທື່ອລະເລັກເທື່ອລະນ້ອຍ ໃນດ້ານສະຕິປັນຍາ ແລະ ໃນດ້ານຮ່າງກາຍ ເປັນທີ່ພໍພຣະໄທຕໍ່ພຣະເຈົ້າ ແລະ ຕໍ່ມະນຸດດ້ວຍ”7—ຊຶ່ງເປັນຄວາມສົມດູນທີ່ເຕີບໂຕໄປນຳກັນດ້ານສະຕິປັນຍາ, ຮ່າງກາຍ, ວິນຍານ, ແລະ ສັງຄົມ.
ໃນຕອນບ່າຍຂອງມື້ໜຶ່ງ ສອງສາມເດືອນຜ່ານມານີ້, ຊູແຊນ ແລະ ຂ້າພະເຈົ້າໄດ້ກວດກາເບິ່ງອາຫານການກິນ ແລະ ອຸປະກອນສຸກເສີນຂອງພວກເຮົາ. ໃນເວລານັ້ນ, ພະຍາດໂຄວິດ-19 ກຳລັງແຜ່ລາມຢ່າງໄວ, ແລະ ກໍມີແຜ່ນດິນໄຫວຫລາຍເທື່ອຕິດຕໍ່ກັນທີ່ເຮັດໃຫ້ເຮືອນຂອງພວກເຮົາຢູ່ລັດຢູທາສັ່ນສະເທືອນ. ພວກເຮົາໄດ້ເຮັດຕາມຄຳແນະນຳຂອງສາດສະດານັບແຕ່ພວກເຮົາໄດ້ແຕ່ງງານກັນມາ ກ່ຽວກັບການຕຽມພ້ອມສຳລັບການທ້າທາຍທີ່ຄາດບໍ່ເຖິງ, ເພື່ອ “ກວດເບິ່ງ” ຄວາມພ້ອມຂອງພວກເຮົາໃນທ່າມກາງໂຣກໄວຣັສ ແລະ ແຜ່ນດິນໄຫວ ທີ່ເບິ່ງຄືວ່າເປັນສິ່ງດີ ແລະ ສົມຄວນທີ່ຈະເຮັດ. ພວກເຮົາຢາກຮູ້ຄະແນນຂອງພວກເຮົາໃນການສອບເສັງທີ່ບໍ່ໄດ້ບອກລ່ວງໜ້າເຫລົ່ານີ້.
ພວກເຮົາໄດ້ຮຽນຮູ້ຫລາຍ. ໃນຫລາຍດ້ານ, ການຕຽມພ້ອມຂອງພວກເຮົາແມ່ນພໍເໝາະພໍດີ. ເຖິງຢ່າງໃດກໍຕາມ, ໃນຫລາຍດ້ານອື່ນອີກ, ກໍມີບາງສິ່ງທີ່ຕ້ອງດັດແປງໃຫ້ດີກວ່າເກົ່າ ເພາະພວກເຮົາບໍ່ໄດ້ຮັບຮູ້ ແລະ ບໍ່ໄດ້ຈັດການໃຫ້ຮຽບຮ້ອຍທັນເວລາ.
ພວກເຮົາກໍພາກັນຫົວນຳອີກ. ຍົກຕົວຢ່າງ, ພວກເຮົາໄດ້ພົບເຫັນອາຫານເກົ່າຫລາຍທົດສະວັດແລ້ວຢູ່ໃນຕູ້ທີ່ຢູ່ຫ່າງໄກ ຢູ່ໃນຫ້ອງເກັບອາຫານຂອງພວກເຮົາ. ຕາມຄວາມຈິງແລ້ວ, ພວກເຮົາບໍ່ກ້າທີ່ຈະເປີດເບິ່ງກະປ໋ອງເຫລົ່ານັ້ນ ຢ້ານວ່າມັນຊິລະເບີດເປັນການແຜ່ລະບາດທົ່ວໂລກອີກຢ່າງໜຶ່ງ! ແຕ່ທ່ານບໍ່ຕ້ອງເປັນຫ່ວງເດີ ເພາະວ່າພວກເຮົາໄດ້ຈັດການກັບສິ່ງອັນຕະລາຍເຫລົ່ານັ້ນຮຽບຮ້ອຍແລ້ວ ແລະ ຜົນຮ້າຍຕໍ່ສຸຂະພາບທົ່ວໂລກກໍຈະບໍ່ເກີດຂຶ້ນ.
ສະມາຊິກຂອງສາດສະໜາຈັກຫລາຍຄົນອາດຮູ້ສຶກວ່າ ແຜນການ ແລະ ອຸປະກອນສຸກເສີນ, ການສະສົມອາຫານ, ເຄື່ອງປະທັງຊີວິດ 72 ຊົ່ວໂມງ ຄົງບໍ່ສຳຄັນອີກແລ້ວ ເພາະເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ບໍ່ໄດ້ກ່າວເຖິງມັນດົນແລ້ວ ແລະ ບໍ່ໄດ້ກ່າວຢ່າງກວ້າງໄກ ກ່ຽວກັບເລື່ອງນີ້ ແລະ ເລື່ອງທີ່ກ່ຽວຂ້ອງກັນ ຢູ່ໃນກອງປະຊຸມໃຫຍ່ສາມັນ. ແຕ່ຄຳແນະນຳເລື່ອງການຕຽມພ້ອມ ໄດ້ຖືກປະກາດເທື່ອແລ້ວເທື່ອອີກ ໂດຍຜູ້ນຳຂອງສາດສະໜາຈັກເປັນເວລາຫລາຍທົດສະວັດ. ຄຳແນະນຳຂອງສາດສະດາຢ່າງສະໝ່ຳສະເໝີເປັນເວລາຫລາຍປີ ເປັນຄຳເຕືອນທີ່ແຈ່ມແຈ້ງດັງກ້ອງແຮງກວ່າຄຳເຕືອນພຽງເທື່ອດຽວ.
ຄືກັນກັບຊ່ວງເວລາທີ່ທ້າທາຍເຮັດໃຫ້ເຮົາເຫັນຄວາມຂາດຕົກບົກພ່ອງເລື່ອງການຕຽມພ້ອມທາງໂລກ, ພະຍາດຂອງຄວາມສະບາຍ ແລະ ຄວາມເພິ່ງພໍໃຈທາງວິນຍານ ກໍຈະສົ່ງຜົນຮ້າຍທີ່ສຸດຂອງມັນອອກມາ ລະຫວ່າງການທົດລອງທີ່ຍາກລຳບາກທີ່ສຸດຄືກັນ. ຍົກຕົວຢ່າງ, ເຮົາຮຽນຮູ້ຢູ່ໃນຄຳອຸປະມາເລື່ອງຍິງສາວບໍລິສຸດສິບຄົນ ທີ່ການຜັດມື້ຜັດວັນ ນຳໄປສູ່ການພິສູດທີ່ບໍ່ສຳເລັດຜົນ. ເຮົາຄົງຈື່ໄດ້ກ່ຽວກັບຍິງສາວບໍລິສຸດຫ້າຄົນ ທີ່ບໍ່ໄດ້ຕຽມພ້ອມໃຫ້ດີສຳລັບການສອບເສັງທີ່ພວກນາງໄດ້ຮັບໃນມື້ທີ່ເຈົ້າບ່າວກຳລັງເດີນທາງມາ.
“ຝ່າຍພວກຄົນໂງ່ ຖື ໂຄມໄຟໄປນຳ, ແຕ່ບໍ່ເອົານ້ຳມັນໄປເພື່ອ:
“ສ່ວນພວກຄົນສະຫລາດນັ້ນຖືໂຄມໄຟໄປນຳ ແລະ ເອົານ້ຳມັນໄປເພື່ອ. …
“ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ເຈົ້າບ່າວມາແລ້ວ ຈົ່ງອອກໄປຮັບເພິ່ນເຖີດ.
“ຍິງສາວທຸກຄົນຈຶ່ງລຸກຂຶ້ນ ແລະ ຈັດຕຽມໂຄມໄຟຂອງຕົນ.
“ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ຂໍປັນນ້ຳມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່ ເພາະໂຄມໄຟຂອງພວກຂ້ອຍໃກ້ຈະມອດແລ້ວ.
“ແຕ່ພວກຄົນສະຫລາດຕອບວ່າ, ບໍ່ໄດ້ດອກ; ນ້ຳມັນມີບໍ່ພຽງພໍສຳລັບພວກຂ້ອຍ ແລະ ພວກເຈົ້າ. ຈົ່ງໄປຫາຄົນຂາຍນ້ຳມັນ ແລະ ຊື້ເອົາສຳລັບພວກເຈົ້າສາ.
“ແລະ ໃນຂະນະທີ່ພວກເຂົາອອກໄປຊື້ນ້ຳມັນນັ້ນ, ເຈົ້າບ່າວກໍມາຮອດ ແລະ ຜູ້ທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມຣົດ ແລະ ປະຕູກໍອັດ.
“ຫລັງຈາກນັ້ນ ພວກຍິງສາວຄົນອື່ນໆກໍມາຮອດ ແລະ ຮ້ອງວ່າ ພຣະອົງເຈົ້າເອີຍ ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍເຂົ້າໄປແດ່ທ້ອນ.”8
“ແຕ່ເພິ່ນໄດ້ຕອບວ່າ ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ພວກເຈົ້າບໍ່ຮູ້ຈັກເຮົາ.”9
ຢ່າງໜ້ອຍໃນການສອບເສັງເທື່ອນີ້, ຍິງສາວບໍລິສຸດຫ້າຄົນໄດ້ພິສູດຕົວເອງວ່າເປັນຜູ້ຟັງເທົ່ານັ້ນ ແຕ່ບໍ່ໄດ້ປະຕິບັດຕາມຄຳເຕືອນ.10
ຂ້າພະເຈົ້າມີເພື່ອນຄົນໜຶ່ງ ເປັນນັກຮຽນກົດໝາຍທີ່ເອົາໃຈໃສ່. ລະຫວ່າງເທີມສຶກສາ, ແຊມໄດ້ໃຊ້ເວລາທຸກມື້ເພື່ອທົບທວນ, ສະຫລຸບ, ແລະ ຮຽນຮູ້ຈາກສິ່ງທີ່ລາວຈົດໄວ້ໃນປຶ້ມສຳລັບແຕ່ລະວິຊາ ທີ່ລາວສຶກສາ. ລາວໄດ້ເຮັດແບບດຽວກັນນີ້ສຳລັບທຸກຫ້ອງໃນທ້າຍອາທິດ ແລະ ໃນທ້າຍເດືອນ. ແບບແຜນຂອງລາວ ຊ່ວຍລາວໃຫ້ຮຽນຮູ້ກົດໝາຍ ແລະ ບໍ່ແມ່ນພຽງແຕ່ຈື່ຈຳລາຍລະອຽດເທົ່ານັ້ນ. ແລະ ເມື່ອວັນສອບເສັງມາເຖິງ, ແຊມກໍພ້ອມແລ້ວ. ຕາມຈິງແລ້ວ, ລາວພົບເຫັນວ່າ ລະຫວ່າງການສອບເສັງນັ້ນ ມັນເປັນເວລາທີ່ມີຄວາມກົດດັນໜ້ອຍທີ່ສຸດ ໃນພາກສ່ວນຂອງການຝຶກຝົນດ້ານກົດໝາຍຂອງລາວ. ການຕຽມພ້ອມທີ່ມີປະສິດທິພາບ ແລະ ທັນເວລາ ຕ້ອງມາກ່ອນການພິສູດທີ່ປະສົບຄວາມສຳເລັດ.
ແບບແຜນການສຶກສາກົດໝາຍຂອງແຊມ ເນັ້ນເຖິງແບບແຜນຕົ້ນຕໍຢ່າງໜຶ່ງຂອງພຣະຜູ້ເປັນເຈົ້າ ສຳລັບຄວາມເຕີບໂຕ ແລະ ການພັດທະນາຕົນເອງ. “ດັ່ງນັ້ນອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ເຮົາຈະໃຫ້ແກ່ລູກຫລານມະນຸດເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ; ແລະ ຜູ້ທີ່ເຊື່ອຟັງກົດເກນຂອງເຮົາ ແລະ ງ່ຽງຫູຟັງຄຳແນະນຳຂອງເຮົາ ຍ່ອມເປັນສຸກ, ເພາະວ່າເຂົາຈະຮຽນຮູ້ເຖິງປັນຍາ; ເມື່ອເຂົາຮັບໄວ້ ເຮົາຈະໃຫ້ເຂົາອີກ.”11
ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນໃຫ້ “ພິຈາລະນາເບິ່ງ [ຕົນເອງ]”12 ແລະ “ກວດເບິ່ງ [ຕົນເອງ], ວ່າ [ເຮົາ] ມີສັດທາຫລືບໍ່; [ແລະ] ພິສູດ [ຕົນເອງ].”13 ເຮົາໄດ້ຮຽນຮູ້ຫຍັງແດ່ໃນເດືອນທີ່ຜ່ານມາບໍ່ດົນນີ້ ທີ່ໄດ້ມີການປ່ຽນແປງຊີວິດ ແລະ ຂໍ້ຈຳກັດ? ເຮົາຕ້ອງການຫຍັງແດ່ເພື່ອປັບປຸງຊີວິດຂອງເຮົາທາງວິນຍານ, ທາງຮ່າງກາຍ, ທາງສັງຄົມ, ທາງອາລົມ, ແລະ ທາງສະຕິປັນຍາ? ນີ້ຄືເວລາທີ່ຈະຕຽມພ້ອມ ແລະ ພິສູດຕົນເອງວ່າ ເຮົາເຕັມໃຈ ແລະ ສາມາດທີ່ຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຮົາຈະບັນຊາເຮົາ.
ການພິສູດ ແລະ ການມຸ້ງໜ້າ
ມີເທື່ອໜຶ່ງ ຂ້າພະເຈົ້າໄດ້ໄປຮ່ວມງານສົ່ງສະການຂອງຜູ້ສອນສາດສະໜາໜຸ່ມຄົນໜຶ່ງ ທີ່ໄດ້ເສຍຊີວິດດ້ວຍອຸປະຕິເຫດ. ພໍ່ຂອງຜູ້ສອນສາດສະໜາຄົນນັ້ນໄດ້ກ່າວຢູ່ໃນພິທີ ແລະ ໄດ້ບັນຍາຍເຖິງຄວາມເຈັບປວດໃຈກ່ຽວກັບການຖືກແຍກອອກຈາກລູກຂອງລາວ ໃນຊ່ວງມະຕະທີ່ບໍ່ຄາດຄິດນັ້ນ. ລາວໄດ້ປະກາດຢ່າງກົງໄປກົງມາວ່າ ລາວບໍ່ເຂົ້າໃຈເຖິງເຫດຜົນ ຫລື ເວລາສຳລັບເຫດການເຊັ່ນນັ້ນ. ແຕ່ຂ້າພະເຈົ້າຈະຈື່ຈຳຊາຍທີ່ດີຄົນນີ້ສະເໝີ ທີ່ລາວໄດ້ປະກາດອີກວ່າ ລາວຮູ້ວ່າພຣະເຈົ້າຮູ້ຈັກເຫດຜົນ ແລະ ເວລາສຳລັບການຈາກໄປຂອງລູກລາວ—ແລະ ສິ່ງນັ້ນກໍພຽງພໍແລ້ວສຳລັບລາວ. ລາວໄດ້ບອກຜູ້ທີ່ມາຮ່ວມພິທີວ່າ ລາວ ແລະ ຄອບຄົວຂອງລາວ, ເຖິງແມ່ນຈະໂສກເສົ້າ, ແຕ່ກໍຈະບໍ່ເປັນຫຍັງ; ປະຈັກພະຍານຂອງເຂົາເຈົ້າຍັງໜັກແໜ້ນ ແລະ ໝັ້ນຄົງຢູ່. ລາວໄດ້ຈົບດ້ວຍຄຳປະກາດນີ້ວ່າ: “ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ ໃນເລື່ອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຄອບຄົວຂອງພວກເຮົາທຸກຄົນຢູ່ໃນນັ້ນ. ພວກເຮົາທຸກຄົນຢູ່ໃນນັ້ນ.”
ເຖິງແມ່ນວ່າ ການສູນເສຍຄົນຮັກ ເປັນສິ່ງເຈັບປວດໃຈ ແລະ ຍາກຫລາຍທີ່ສຸດ, ແຕ່ສະມາຊິກໃນຄອບຄົວທີ່ກ້າຫານນີ້ ໄດ້ຕຽມພ້ອມທາງວິນຍານທີ່ຈະພິສູດວ່າ ເຂົາເຈົ້າສາມາດຮຽນຮູ້ຈາກບົດຮຽນເລື່ອງຄວາມສຳຄັນນິລັນດອນ ຜ່ານທາງຄວາມທຸກທໍລະມານທີ່ເຂົາເຈົ້າໄດ້ຮັບ.14
ຄວາມຊື່ສັດບໍ່ແມ່ນຄວາມໂງ່ຈ້າ ຫລື ຄວາມບ້າຄັ່ງ. ແຕ່ມັນແມ່ນຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນໃນພຣະເຢຊູຄຣິດ ວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ໃນພຣະນາມຂອງພຣະອົງ, ແລະ ໃນຄຳສັນຍາຂອງພຣະອົງ. ຂະນະທີ່ເຮົາ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ,”15 ເຮົາຈະໄດ້ຮັບພອນດ້ວຍທັດສະນະນິລັນດອນ ແລະ ວິໄສທັດອັນກວ້າງຂວາງ ທີ່ເກີນກວ່າຄວາມສາມາດແຫ່ງມະຕະອັນຈຳກັດຂອງເຮົາ. ເຮົາຈະສາມາດ “ເຕົ້າໂຮມກັນ, ແລະ ຢືນຢູ່ໃນສະຖານທີ່ສັກສິດ”16 ແລະ “ບໍ່ຫວັ່ນໄຫວ, ຈົນກວ່າວັນຂອງພຣະຜູ້ເປັນເຈົ້າມາເຖິງ.”17
ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນປະທານມະຫາວິທະຍາໄລບຣິກຳ ຢັງ–ໄອດາໂຮ, ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ໄປທີ່ນັ້ນໃນເດືອນທັນວາ ປີ 1998 ເພື່ອປາໄສຢູ່ໃນກອງປະຊຸມໃຫ້ຄຳດົນໃຈປະຈຳອາທິດຂອງພວກເຮົາ. ຊູແຊນ ແລະ ຂ້າພະເຈົ້າໄດ້ເຊື້ອເຊີນນັກຮຽນກຸ່ມໜຶ່ງໃຫ້ໄປພົບ ແລະ ຢ້ຽມຢາມແອວເດີ ຮໍແລນ ກ່ອນເພິ່ນກ່າວປາໄສ. ໃນທ້າຍການຢ້ຽມຢາມນັ້ນ, ຂ້າພະເຈົ້າໄດ້ຖາມແອວເດີ ຮໍແລນ ວ່າ, “ຖ້າມີສິ່ງໜຶ່ງທີ່ທ່ານຢາກສິດສອນກຸ່ມນັກຮຽນເຫລົ່ານີ້, ທ່ານຈະສອນຫຍັງ?”
ເພິ່ນຕອບວ່າ:
“ພວກເຮົາເຫັນໄດ້ວ່າ ມັນມີຂະບວນການທີ່ຜູ້ຄົນຕ້ອງໄດ້ເລືອກເອົາທາງໃດທາງໜຶ່ງ. ຄວາມເປັນກາງຈະໝົດໄປຈາກພວກເຮົາທີ່ເປັນໄພ່ພົນຍຸກສຸດທ້າຍ. ທາງສາຍກາງຈະຖືກລຶບອອກ.
“ຖ້າຫາກທ່ານລ່ອງລອຍໄປຕາມສາຍນ້ຳ, ທ່ານຈະໄປເຖິງບ່ອນໃດບ່ອນໜຶ່ງ. ທ່ານຈະໄປເຖິງບ່ອນທີ່ກະແສນ້ຳພາທ່ານໄປ. ການໄປຕາມສາຍນ້ຳ, ຕາມຄື້ນນ້ຳ, ລ່ອງລອຍໄປຕາມກະແສນ້ຳ ແມ່ນບໍ່ເໝາະສົມ.
“ຕ້ອງມີການເລືອກ. ການບໍ່ເລືອກແມ່ນທາງເລືອກ. ຕ້ອງຮຽນເລືອກໃນເວລານີ້.”
ຖ້ອຍຄຳຂອງແອວເດີ ຮໍແລນ ກ່ຽວກັບການຕ້ອງເລືອກເອົາທາງໃດທາງໜຶ່ງ ໄດ້ພິສູດວ່າເປັນຄຳຂອງສາດສະດາ ໂດຍແນວໂນ້ມຂອງສັງຄົມ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃນຊ່ວງໄລຍະ 22 ປີ ນັບແຕ່ເພິ່ນໄດ້ຕອບຄຳຖາມຂອງຂ້າພະເຈົ້າ. ການບອກລ່ວງໜ້າເຖິງຊ່ອງວ່າງອັນກວ້າງໃຫຍ່ລະຫວ່າງວິທີທາງຂອງພຣະຜູ້ເປັນເຈົ້າ ແລະ ວິທີທາງຂອງໂລກ, ແອວເດີ ຮໍແລນ ໄດ້ເຕືອນວ່າ ການຢືນຢູ່ກັບສາດສະໜາຈັກທີ່ຟື້ນຟູ ແລະ ການຢືນຢູ່ກັບໂລກພ້ອມກັນ ຈະໝົດໄປໃນໄວໆນີ້. ຜູ້ຮັບໃຊ້ຄົນນີ້ຂອງພຣະເຈົ້າໄດ້ຊຸກຍູ້ຄົນໜຸ່ມໃຫ້ເລືອກ, ຕຽມພ້ອມ, ແລະ ກາຍເປັນສານຸສິດທີ່ອຸທິດຕົນຂອງພຣະຜູ້ຊ່ວຍໃຫ້ລອດ. ເພິ່ນໄດ້ຊ່ວຍເຂົາເຈົ້າໃຫ້ຕຽມພ້ອມ ແລະ ມຸ້ງໜ້າຕໍ່ໄປ ຜ່ານທາງປະສົບການຂອງການພິສູດ, ການກວດເບິ່ງ, ແລະ ການທົດສອບ ໃນຊີວິດຂອງເຂົາເຈົ້າ.
ຄຳສັນຍາ ແລະ ປະຈັກພະຍານ
ຂັ້ນຕອນຂອງການພິສູດຕົວເອງ ເປັນພາກສ່ວນພື້ນຖານໃນແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ. ຂ້າພະເຈົ້າສັນຍາວ່າ ເມື່ອເຮົາຕຽມພ້ອມ ແລະ ມຸ້ງໜ້າດ້ວຍສັດທາໃນພຣະຜູ້ຊ່ວຍໃຫ້ລອດ, ເຮົາທຸກຄົນຈະສາມາດໄດ້ຮັບຄະແນນທີ່ເທົ່າທຽມກັນ ໃນການສອບເສັງອັນສູງສຸດແຫ່ງມະຕະນີ້ ທີ່ວ່າ: “ດີແລ້ວ, ຄົນຮັບໃຊ້ທີ່ດີ ແລະ ສັດຊື່ເອີຍ: ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ, ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ: ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.”18
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າເປັນພຣະບິດານິລັນດອນ ແລະ ເປັນພຣະບິດາຂອງເຮົາ. ພຣະເຢຊູຄຣິດ ເປັນພຣະບຸດອົງດຽວທີ່ຖືກຳເນີດ ແລະ ຊົງພຣະຊົນຢູ່ຂອງພຣະອົງ, ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ດ້ວຍຄວາມປິຕິຍິນດີ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.