ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໂດຍ​ມີ​ຄວາມ​ຮູ້​ສຶກ​ທີ່​ເໝືອນ​ກັນ ເຮົາ​ຈະ​ມີ​ພະ​ລັງ​ຮ່ວມ​ກັບ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


10:6

ໂດຍ​ມີ​ຄວາມ​ຮູ້​ສຶກ​ທີ່​ເໝືອນ​ກັນ ເຮົາ​ຈະ​ມີ​ພະ​ລັງ​ຮ່ວມ​ກັບ​ພຣະ​ເຈົ້າ

ເມື່ອ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຮູ້​ສຶກ​ທີ່​ເໝືອນ​ກັນ, ເຮົາ​ຈະ​ໄດ້​ຮັບ​ພະ​ລັງ​ຈາກ​ພຣະ​ເຈົ້າ ເພື່ອໃຫ້​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ສົມ​ບູນ.

ແມ່​ຂອງ​ທ້າວກໍ​ດອນບອກວ່າ ຖ້າ​ຫາກ​ລາວ​ເຮັດ​ວຽກ​ບ້ານ​ໃຫ້​ແລ້ວ, ແລ້ວ​ແມ່​ຊິ​ເຮັດ​ເຂົ້າ​ໜົມ​ໃຫ້​ລາວ​ກິນ. ອັນ​ທີ່​ລາວ​ມັກ​ທີ່​ສຸດ. ສຳ​ລັບ​ລາວ​ເທົ່າ​ນັ້ນ. ທ້າວ​ກໍ​ດອນ​ກໍ​ໄດ້​ໄປ​ເຮັດ​ວຽກບ້ານ​ໃຫ້​ແລ້ວ, ແລະ ແມ່​ຂອງ​ລາວ​ກໍ​ໄດ້ເຮັດ​ເຂົ້າ​ໜົມ​ໃຫ້​ລາວ. ນາງ​ແຄ​ຕີ້ ເອື້ອຍ​ຂອງ​ລາວ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ພ້ອມ​ກັບ​ໝູ່​ຄົນ​ໜຶ່ງ. ນາງ​ເຫັນ​ເຂົ້າ​ໜົມ ແລະ ໄດ້​ຖາມວ່າ ນາງ​ກັບ​ໝູ່ຂອງ​ນາງ​ຊິ​ກິນ​ຈັກປ່ຽງ​ສອງ​ປ່ຽງໄດ້ບໍ່.

“ບໍ່,” ທ້າວ​ກໍ​ດອນ​ຕອບ, “ມັນ​ແມ່ນ​ຂອງ​ຂ້ອຍ. ແມ່​ໄດ້​ອົບ​ມັນ​ໃຫ້​ຂ້ອຍ, ແລະ ຂ້ອຍ​ກໍ​ໄດ້​ເຮັດ​ວຽກ​ແລກ​ກັບ​ມັນ.”

ນາງ​ແຄ​ຕີ້​ໄດ້​ໃຈ​ຮ້າຍ​ໃຫ້​ນ້ອງ​ຊາຍ. ລາວ​ເຫັນ​ແກ່​ຕົວ​ຫລາຍ ແລະ ບໍ່​ມີ​ໃຈ​ເພື່ອ​ແຜ່. ລາວ​ຊິ​ກິນ​ຄົນ​ດຽວ​ໄດ້​ຈັ່ງ​ໃດ?

ຫລາຍ​ຊົ່ວ​ໂມງ​ຈາກນັ້ນ ຕອນ​ນາງ​ແຄ​ຕີ້​​ເປີດ​ປະ​ຕູ​ລົດ​ເພື່ອພາໝູ່​ກັບ​ບ້ານ, ຢູ່​ເບາະ​ນັ່ງມີ​ເຈ້ຍ​ເຊັດ​ປາກ​ສອງ​ແຜ່ນພັບ​ໄວ້ຢ່າງ​ສວຍ​ງາມ, ສ້ອມ​ສອງ​ກ້ານ​ຢອງ​ຢູ່​ເທິງ, ແລະ ເຂົ້າ​ໜົມ​ສອງ​ປ່ຽງ​ໃຫຍ່​ວາງ​ຢູ່ເທິງ​ຈານ. ນາງ​ແຄ​ຕີ້​ໄດ້​ເລົ່າ​ເລື່ອງນີ້​ຢູ່​ທີ່​ງານ​ສົ່ງ​ສະ​ການ​ຂອງ​ທ້າວ​ກໍ​ດອນ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຕັມ​ໃຈ​ຂອງ​ລາວ​ທີ່​ຈະ​ປ່ຽນ​ແປງ ແລະ ສະ​ແດງ​ຄວາມ​ເມດ​ຕາ​ຕໍ່​ຜູ້​ທີ່ບໍ່​ສົມ​ຄວນ​ຈະ​ໄດ້ຮັບ.

ໃນ​ປີ 1842, ໄພ່​ພົນ​ໄດ້​ທຳ​ງານ​ຢ່າງ​ໜັກ​ເພື່ອ​ສ້າງ​ພຣະ​ວິ​ຫານ​ນາ​ວູ. ຫລັງ​ຈາກ​ທີ່​ໄດ້​ຈັດ​ຕັ້ງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂຶ້ນ​ໃນ​ເດືອນ​ມີ​ນາ, ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ໄປຮ່ວມ​ການ​ປະ​ຊຸມ​ຂອງ​ເຂົາ​ເຈົ້າ​ເລື້ອຍໆ ເພື່ອ​ກະ​ກຽມ​ເຂົາ​ເຈົ້າ​ສຳ​ລັບ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ແລະ ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ທີ່​ເຂົາ​ເຈົ້າ​ຈະ​ໄດ້​ເຮັດ​ຢູ່​ໃນ​ພຣະ​ວິ​ຫານບໍ່​ດົນຈາກ​ນັ້ນ.

ໃນ​ວັນ​ທີ 9 ເດືອນ​ມິ​ຖຸ​ນາ, ສາດ​ສະ​ດາ “ໄດ້​ກ່າວວ່າ ເພິ່ນ​ຈະສັ່ງ​ສອນ​ກ່ຽວ​ກັບ​ຄວາມ​ເມດ​ຕາ[.] ສົມ​ມຸດ​ວ່າ​ພຣະ​ເຢ​ຊູ​ຄຣິດ ແລະ ເຫລົ່າ​ທູດບໍ່​ເຫັນ​ດ້ວຍ​ກັບ​ເຮົາ​ໃນ​ເລື່ອງ​ທີ່ບໍ່​ສຳ​ຄັນ, ແລ້ວ​ເຮົາ​ຈະ​ເປັນ​ຢ່າງ​ໃດ? ເຮົາ​ຕ້ອງ​ມີ​ເມດ​ຕາ​ຕໍ່​ກັນ​ແລະ​ກັນ ແລະ ເບິ່ງ​ຂ້າມ​ເລື່ອງ​ເລັກ​ນ້ອຍ.” ປະ​ທານ​ສະ​ມິດ​ໄດ້​ກ່າວ​ຕື່ມ​ວ່າ, “ຂ້າ​ພະ​ເຈົ້າ​ເສົ້າ​ໃຈ​ທີ່ບໍ່​ມີ​ຄວາມ​ສຳ​ພັນ​ທະ​ໄມ​ຕີ​ຫລາຍກວ່ານີ້—ຖ້າ​ຫາກ​ສະ​ມາ​ຊິກ​ຄົນ​ໜຶ່ງ​ເປັນ​ທຸກ ສະ​ມາ​ຊິກ​ຄົນ​ອື່ນ​ໆກໍ​ເປັນ​ທຸກ​ດ້ວຍ—ໂດຍ​ມີ​ຄວາມ​ຮູ້​ສຶກ​ທີ່​ເໝືອນ​ກັນ ເຮົາ​ຈະ​ມີ​ພະ​ລັງ​ຮ່ວມ​ກັບ​ພຣະ​ເຈົ້າ.”1

ປະ​ໂຫຍກ​ສັ້ນໆ​ນັ້ນ ຟາດ​ລົງ​ໃສ່​ຂ້າ​ພະ​ເຈົ້າ​ຄື​ກັນ​ກັບ​ຟ້າ​ຜ່າ. ໂດຍ​ມີ​ຄວາມ​ຮູ້​ສຶກ​ທີ່​ເໝືອນ​ກັນ ເຮົາ​ຈະ​ມີ​ພະ​ລັງ​ຮ່ວມ​ກັບ​ພຣະ​ເຈົ້າ. ໂລກນີ້ບໍ່​ໄດ້​ເປັນ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ມັນ​ເປັນ. ມັນ​ມີ​ຫລາຍ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ມີ​ອິດ​ທິ​ພົນ​ຕໍ່ ແລະ ເຮັດ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ. ແລະ ຕາມ​ຈິງ​ແລ້ວ, ມັນ​ມີ​ການ​ກົງ​ກັນ​ຂ້າມ​ຫລາຍ​ ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄາດ​ຫວັງ, ແລະ ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ບໍ່​ສາ​ມາດ​ເຮັດ​ຫຍັງເລີຍ. ໃນ​ລະ​ຫວ່າງນີ້, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຕົວ​ເອງ​ກັບ​ຄຳ​ຖາມຂ້ອງ​ໃຈ​ນີ້​ວ່າ: ເຮົາ​ຈະ​ສາ​ມາດ​ເຂົ້າ​ໃຈ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ໃຫ້​ດີກວ່າ​ເກົ່າ​ໄດ້​ແນວ​ໃດ? ເຮົາ​ຈະ​ສ້າງ “ຄວາມ​ຮູ້​ສຶກ​ທີ່​ເໝືອນ​ກັນ” ນັ້ນ​ໄດ້​ແນວ​ໃດ ເມື່ອ​ທຸກ​ຄົນ​ກໍ​ແຕກ​ຕ່າງ​ກັນ​ຫລາຍ​ແທ້ໆ? ພະ​ລັງ​ຢ່າງ​ໃດແດ່​ຈາກ​ພຣະ​ເຈົ້າ​ທີ່​ເຮົາ​ສາ​ມາດ​ເຂົ້າ​ເຖິງ ຖ້າ​ຫາກ​ເຮົາ​ມີ​ຄວາມ​ຮູ້​ສຶກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນກັບ​ຄົນ​ອື່ນ? ຈາກ​ການ​ຄົ້ນ​ຫາ, ຂ້າ​ພະ​ເຈົ້າ​ມີ​ຄຳ​ແນະ​ນຳຢູ່​ສາມ​ຢ່າງ. ບາງ​ທີມັນ​ຈະ​ຊ່ວຍ​ທ່ານ​ໄດ້​ຄື​ກັນ.

ມີ​ຄວາມ​ເມດ​ຕາ

ຢາ​ໂຄບ 2:17 ກ່າວ​ວ່າ, “ຈົ່ງ​ຄິດ​ວ່າ ພີ່​ນ້ອງ​ຂອງ​ພວກ​ທ່ານ​ກໍ​ເໝືອນ​ກັນ​ກັບ​ຕົວ​ຂອງ​ພວກ​ທ່ານ​ເອງ, ແລະ ຄຸ້ນ​ເຄີຍ​ກັບ​ທຸກ​ຄົນ ແລະ ແຈກ​ຢາຍເຂົ້າ​ຂອງ ຂອງ​ພວກ​ທ່ານ, ເພື່ອພວກ​ເຂົາ​ຈະ​ໄດ້​ຮັ່ງ​ມີ​ເໝືອນ​ດັ່ງ​ພວກ​ທ່ານ. ໃຫ້​ເຮົາ​ປ່ຽນ​ຄຳ​ວ່າ ເຂົ້າ​ຂອງ ເປັນ​ຄຳ​ວ່າ ຄວາມເມດ​ຕາ—ໃຫ້​ແຈກ​ຢາຍ ​ຄວາມ​ເມດ​ຕາ ຂອງ​ທ່ານ ເພື່ອ​ວ່າ​ເຂົາເຈົ້າ​ຈະ​ໄດ້​ຮັ່ງ​ມີ​ເໝືອນ​ດັ່ງ​ພວກ​ທ່ານ.

ເຮົາ​ມັກ​ຄິດ​ກ່ຽວ​ກັບ​ເຂົ້າ​ຂອງ​ໃນ​ທາງ​ທີ່​ເປັນອາ​ຫານ ຫລື ເງິນ​ຄຳ, ແຕ່​ບາງ​ທີ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ຫລາຍກວ່າ​ນັ້ນ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ​ແມ່ນ​ຄວາມ​ເມດ​ຕາ.

ເມື່ອບໍ່​ດົນ​ມານີ້ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ຂ້າ​ພະ​ເຈົ້າ ໄດ້ກ່າວ​ວ່າ: “ສິ່ງ​ທີ່​ຂ້າ​ພະ​ເຈົ້າ … ສັນ​ຍາ … ກັບພວກ​ທ່ານ​ແມ່ນ ຂ້າ​ພະ​ເຈົ້າ​ຈະ​ບໍ່​ເວົ້າ​ສິ່ງ​ໃດ​ທີ່​ນຳ​ຄວາມ​ເສື່ອມ​ເສຍ​ມາ​ໃຫ້​​ພວກທ່ານ… ຂ້າ​ພະ​ເຈົ້າ​ຈະ​ເຫັນ​ແຕ່​ແນວ​ດີໆ​ກ່ຽວ​ກັບ​ພວກ​ທ່ານ. … ຂ້າ​ພະ​ເຈົ້າ​ຈະ​ບໍ່​ເວົ້າ​ຫຍັງ​ທີ່ບໍ່​ດີກ່ຽວ​ກັບພວກ​ທ່ານ, ທີ່ບໍ່​ຊ່ວຍ​ຍົກ​ພວກ​ທ່ານ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພວກ​ທ່ານ​ເຮັດ​ແບບ​ດຽວ​ກັນ​ນີ້ກັບ​ຂ້າ​ພະ​ເຈົ້າ ເພາະ​ວ່າ, ຕາມ​ຄວາມ​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຢ້ານວ່າ​ຈະເຮັດ​ໃຫ້​ພວກ​ທ່ານ​ຜິດ​ຫວັງ.”

ໂຈ​ເຊັບ ສະ​ມິດ ໄດ້​ບອກ​ບັນ​ດາ​ເອື້ອຍ​ນ້ອງ​ໃນມື້ນັ້ນ​ຂອງ​ເດືອນ​ມິ​ຖຸ​ນາ ປີ 1842 ວ່າ:

“ເມື່ອ​ຜູ້​ຄົນ​ສະ​ແດງ​ຄວາມເມດ​ຕາ ແລະ ຄວາມ​ຮັກ​ຕໍ່​ຂ້າ​ພະ​ເຈົ້າ, ໂອ້ ສິ່ງນັ້ນ​ຊ່າງ​ມີ​ອຳ​ນາດ​ເໜືອຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ແທ້ໆ. …

“… ເມື່ອ​ເຮົາ​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຍິ່ງ​ຈະ​ມັກ​ເບິ່ງ​ຈິດ​ວິນ​ຍານ​ທີ່​ໃກ້​ພິ​ນາດ ດ້ວຍ​ຄວາມ​ສົງ​ສານ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ—[ເຮົາ​ຮູ້​ສຶກວ່າ ເຮົາ​ຢາກ] ແບກ​ເຂົາ​ໄວ້​ເທິງ​ບ່າ ແລະ ໂຍນ​ບາບ​ຂອງ​ເຂົາ​ຖິ້ມ​ໄວ້​ຂ້າງ​ຫລັງ​ຂອງ​ເຮົາ. [ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ມີ​ເຈດ​ຕະ​ນາ​ສຳ​ລັບ] ທຸກ​ຄົນ​ໃນ​ສະ​ມາ​ຄົມ​ນີ້—ຖ້າ​ຫາກພວກທ່ານ​ຢາກ​ໃຫ້​ພຣະ​ເຈົ້າ​ມີ​ເມດ​ຕາຕໍ່​ພວກທ່ານ, ຈົ່ງ​ມີ​ເມດ​ຕາ​ຕໍ່​ກັນ​ແລະກັນ.”2

ຄຳ​ແນະ​ນຳ​ນີ້​ແມ່ນ​ສຳ​ລັບ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໂດຍ​ສະ​ເພາະ. ຢ່າ​ຕັດ​ສິນ​ກັນ​ແລະ​ກັນ ຫລື ເວົ້າ​ຄຳ​ເຈັບ​ປວດ​ໃຫ້​ກັນ. ຢ່າ​ເວົ້າ​ສິ່ງ​ໃດທີ່ບໍ່​ດີ​ກ່ຽວ​ກັບ​ກັນ​ແລະ​ກັນ ແລະ ໃຫ້ມອບ​ຂອງ​ປະ​ທານ​ແຫ່ງ​ຄວາມ​ເມດ​ຕາ​ໃຫ້​ກັນ.3

ເຮັດ​ໃຫ້​ເຮືອ ແກວ່ງ

ໃນ​ປີ 1936, ມີ​ທີມ​ພາຍ​ເຮືອ​ກຸ່ມ​ໜຶ່ງ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ວໍ​ຊິງ​ຕັນ ໄດ້​ເດີນ​ທາງ​ໄປ​ປະ​ເທດ​ເຢຍ​ລະ​ມັນ ເພື່ອ​ເຂົ້າ​ຮ່ວມ​ການແຂ່ງ​ຂັນ​ໂອ​ລິມ​ປິກ. ມັນ​ເປັນ​ຊ່ວງ​ໄລ​ຍະ​ທີ່​ເສດ​ຖະ​ກິດ​ຕົກຕ່ຳ. ເຂົາ​ເຈົ້າ​ເປັນພະ​ນັກ​ງານ​ກຳ​ມະ​ກອນ ໃນ​ເມືອງ​ນ້ອຍ​ ບ່ອນທີ່ບໍ່​ແຮ່ ແລະ ໂຮງ​ເລື່ອຍ​ໄດ້​ບໍ​ລິ​ຈາກ​ເງິນ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເດີນ​ທາງ​ໄປ​ເມືອງ​ເບີ​ລິນ. ທຸກໆ​ດ້ານ​ຂອງ​ການແຂ່ງ​ຂັນ​ເບິ່ງ​ຄື​ວ່າ ຈະ​ບໍ່​ມີ​ທາງ​ໄດ້​ໄຊ​ຊະ​ນະ, ແຕ່​ບາງ​ສິ່ງ​ໄດ້​ເກີດ​ຂຶ້ນ​ໃນ​ການ​ແຂ່ງ​ຂັນ. ຜູ້​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເອີ້ນ​ສິ່ງນີ້​ວ່າ “ແກວ່ງ.” ໃຫ້​ເຮົາ​ມາ​ຟັງ​ການ​ບັນ​ຍາຍ​ດັ່ງ​ຕໍ່​ໄປ​ນີ້ ອີງ​ຕາມ​ປຶ້ມ The Boys in the Boat [ນັກ​ພາຍ​ເຮືອ​ໜຸ່ມ]:

ມີ​ບາງ​ສິ່ງ​ໄດ້​ເກີດ​ຂຶ້ນ ຊຶ່ງ​ຍາກ​ທີ່​ຈະສາ​ທິດ ແລະ ຍາກ​ທີ່​ຈະ​ນິ​ຍາມ. ມັນ​ເອີ້ນ​ວ່າ “ແກວ່ງ.” ມັນ​ເກີດ​ຂຶ້ນ​ພຽງ​ແຕ່​ເມື່ອ​ທຸກ​ຄົນ​ພາຍ​ເຮືອ​ໄປ​ພ້ອມໆ​ກັນແບບ​ເປັນ​ເອ​ກະ​ສັນ.

ຜູ້​ພາຍເຮືອ​ຈະຕ້ອງ​ຄວບ​ຄຸມ​ຄວາມ​ເປັນ​ອິດ​ສະ​ລະ​ທີ່​ຮຸນ​ແຮງ​ຂອງ​ຕົນ ແລະ ໃນ​ເວ​ລາ​ດຽວ​ກັນ​ຕ້ອງ​ຍຶດ​ໝັ້ນ​ໃນ​ຄວາມ​ສາ​ມາດ​ຂອງ​ແຕ່ລະ​ຄົນ. ການ​ແຂ່ງ​ຂັນ​ບໍ່​ໄດ້​ໄຊ​ຊະ​ນະ​ດ້ວຍຜູ້​ພາຍ​ເຮືອ​​ຄົນ​ດຽວ​ທີ່​ຖືກ​ຂະ​ຫຍາຍ​ເປັນ​ຫລາຍໆ​ຄົນ. ທີມ​ດີເປັນ​ທີມ​ທີ່​ປະ​ສົມ​ປະ​ສານ​ດ້ວຍ​ຫລາຍໆ​ຄົນ​ທີ່​ແຕກ​ຕ່າງ​ກັນ—ມີຜູ້​ນຳ​ພາ, ມີ​ຜູ້​ຖືກຮັກ​ສາ​ໄວ້​ຊ່ວຍ​​ເຫລືອທີ​ຫລັງ, ມີ​ຜູ້ອອກ​ແຮງ​ໜັກກ່ອນ, ມີ​ຜູ້​ຮັກ​ສາ​ຄວາມ​ສະ​ຫງົບ. ບໍ່​ມີ​ລູກ​ເຮືອ​ຄົນ​ໃດ​ທີ່​ສຳ​ຄັນ​ຫລາຍກວ່າ​ກັນ, ທຸກ​ຄົນ​ມີ​ຄ່າ​ຕໍ່​ເຮືອ, ແຕ່​ຖ້າ​ຫາກ​ເຂົາ​ເຈົ້າ​ຈະ​ພາຍ​ເຮືອ​ໄດ້​ດີ, ແຕ່​ລະ​ຄົນ​ຕ້ອງ​ປັບ​ຕົວ​ເຂົ້າ​ກັບ​ຄວາມ​ຕ້ອງ​ການ ແລະ ຄວາມ​ສາ​ມາດ​ຂອງ​ຄົນ​ອື່ນ—ຜູ້​ທີ່ແຂນ​ສັ້ນ​ຕ້ອງ​ເອື້ອມ​ອອກ​ໄປ​ໄກ​ແດ່​ຈັກ​ໜ່ອຍ, ຜູ້​ທີ່ແຂນ​ຍາວ​ກໍ​ຕ້ອງ​ຫົດ​ແຂນ​ເຂົ້າ​ແດ່​ໜ້ອຍ​ໜຶ່ງ.

ຄວາມ​ແຕກ​ຕ່າງ​ກັນອາດ​ເປັນ​ສິ່ງໄດ້​ປຽບ ແທນ​ທີ່​ຈະ​ເສຍ​ປຽບ. ພຽງ​ແຕ່ເທົ່າ​ນັ້ນ​ທີ່​ເຮືອ​ຈະ​ລ່ອງ​ໄປ​ດ້ວຍຕົວ​ມັນ​ເອງ. ພຽງ​ແຕ່​ເທົ່າ​ນັ້ນ​ທີ່​ຄວາມ​ເຈັບ​ປວດ​ທັງ​ໝົດ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ. ການ “ແກວ່ງ” ທີ່​ດີ ຈະ​ຮູ້​ສຶກ​ຄື​ກັນ​ກັບ​ບົດ​ກະ​ວີ.4

ເຖິງ​ແມ່ນໄດ້​ປະ​ເຊີນ​ກັບ​ອຸ​ປະ​ສັກ​ຕ່າງໆ​ນາໆ, ແຕ່​ທີມນີ້ທີ່​ແກວ່ງໄປ​ຢ່າງ​ສົມ​ບູນ​ແບບ ໄດ້ໄຊ​ຊະ​ນະ. ຫລຽນ​ຄຳ​ໂອ​ລິມ​ປີກ​ກໍ​ໜ້າ​ຕື່ນ​ເຕັ້ນ​ທີ່​ສຸດ, ແຕ່​ຄວາມ​ເປັນ​ອັນ​ໜຶ່ງ​ອັນດຽວ​ກັນ​ຂອງ​ຜູ້​ພາຍ​ໃນ​ມື້ນັ້ນ ໄດ້ເປັນ​ປະ​ສົບ​ການ​ທີ່​ຢູ່​ກັບ​ເຂົາ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.

ຈົ່ງ​ຕັດ​ງ່າບໍ່​ດີ​ອອກ ຕາບ​ໃດ​ທີ່​ງ່າ​ດີ​ໃຫຍ່​ຂຶ້ນ

ໃນ​ຄຳ​ປຽບ​ທຽບ​ທີ່​ດີ​ເລີດ​ຢູ່​ໃນ ຢາ​ໂຄບ 5, ເຈົ້າ​ນາຍ​ຂອງ​ສວນ​ໄດ້​ປູກ​ຕົ້ນ​ໄມ້​ທີ່ດີ​ຕົ້ນ​ໜຶ່ງ​ໄວ້ໃນ​ບ່ອນ​ທີ່​ມີ​ດິນ​ດີ, ແຕ່ເມື່ອ​ເວ​ລາ​ຜ່ານ​ໄປ ມັນ​ກັບ​ເສຍ​ຫາຍ ແລະ ໄດ້​ເກີດ​ໝາກ​ຂົມ. ເຈົ້າ​ນາຍ​ຂອງ​ສວນ​ໄດ້​ເວົ້າ​ແປດ​ເທື່ອ​ວ່າ: “ມັນ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ [ທີ່​ຈະ] ສູນ​ເສຍ​ຕົ້ນ​ໄມ້​ນີ້​ໄປ.”

ຄົນ​ໃຊ້​ໄດ້​ກ່າວ​ກັບ​ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ວ່າ: “ຈົ່ງ​ປ່ອຍປະ [ຕົ້ນ​ໄມ້] ໄວ້​ຈັກ​ຊົ່ວ​ໄລ​ຍະ​ໜຶ່ງ​ກ່ອນ​ເຖີດ. ແລະ ເຈົ້າ​ນາຍໄດ້​ເວົ້າ​ວ່າ: ແທ້​ຈິງ​ແລ້ວ, ເຮົາ​ຈະ​ປະ​ມັນ​ໄວ້​ຊົ່ວ​ໄລ​ຍະ​ໜຶ່ງ.”5

ແລະ ແລ້ວ​ໄດ້​ມີ​ຄຳ​ແນະ​ນຳ ທີ່​ເຮົາ​ສາ​ມາດ​ນຳ​ໃຊ້ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະພວນ​ດິນ ແລະ ໄດ້ໝາກ​ດີ​ຢູ່​ໃນ​ສວນ​ອະ​ງຸ່ນ​ນ້ອຍໆ​ຂອງ​ເຮົາ​ເອງ ທີ່​ວ່າ: “ຈົ່ງ​ຕັດ​ງ່າບໍ່​ດີ​ອອກ ຕາບ​ໃດ​ທີ່​ງ່າ​ດີ​ໃຫຍ່​ຂຶ້ນ.”6

ຄວາມ​ເປັນ​ອັນ​ໜຶ່ງ​ອັນດຽວ​ກັນ​ຈະ​ບໍ່​ເກີດ​ຂຶ້ນ​ແບບ​ປະ​ຕິ​ຫານ; ມັນຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ມັນ​ອາດ​ຮົກເຮື້ອ, ບາງ​ເທື່ອບໍ່​ສະ​ບາຍ​ໃຈ, ແລະ ເກີດ​ຂຶ້ນ​ເລື້ອຍໆ​ເມື່ອ​ເຮົາ​ຕັດ​ງ່າບໍ່​ດີ​ອອກ ຕາບ​ໃດ​ທີ່​ງ່າ​ດີ​ໃຫຍ່​ຂຶ້ນ.

ເຮົາບໍ່​ໄດ້​ຢູ່​ຄົນ​ດຽວ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນດຽວ​ກັນ. ຢາ​ໂຄບ 5 ກ່າວ​ຕື່ມ​ວ່າ, “ພວກ​ຄົນ​ໃຊ້​ໄດ້​ອອກ​ໄປ ແລະ ອອກ​ແຮງ​ງານ​ດ້ວຍ​ກຳ​ລັງ​ຂອງ​ຕົນ.”7

ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ປະ​ສົບ​ການ​ທີ່ເປັນ​ແຜ​ເລິກ, ກັບສິ່ງ​ທີ່ບໍ່​ຄວນ​ເກີດ​ກັບ​ເຮົາ. ໃນ​ຊ່ວງ​ເວ​ລາ​ຕ່າງໆ, ເຮົາ​ແຕ່​ລະ​ຄົນ​ກໍ​ຍັງຈະ​ປ່ອຍ​ໃຫ້​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ເລີດ​ລອຍ​ທຳ​ລາຍ​ຜົນ​ທີ່​ເຮົາ​ໄດ້​ປູກ. ແຕ່​ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ທຸກ​ສິ່ງ​ທັງ​ປວງ. ອຳ​ນາດ​ຂອງ​ພຣະ​ອົງ​ໄປ​ເຖິງ​ບ່ອນຕ່ຳ​ສຸດ ແລະ ສາ​ມາດ​ເພິ່ງ​ອາ​ໄສ​ໄດ້​ເວ​ລາ​ເຮົາ​ເອີ້ນ​ຫາ​ພຣະ​ອົງ. ເຮົາ​ທຸກ​ຄົນທູນ​ຂໍ​ຄວາມ​ເມດ​ຕາ​ສຳລັບບາບ ແລະ ຄວາມ​ຜິດ​ພາດຂອງ​ເຮົາ. ພຣະ​ອົງ​ໄດ້ມອບ​ຄວາມ​ເມດ​ຕາ​ໃຫ້​ຟຣີ. ແລະ ພຣະ​ອົງ​ຂໍ​ໃຫ້​ເຮົາມອບ​ຄວາມ​ເມດ​ຕາ ແລະ ຄວາມ​ເຂົ້າ​ໃຈ​ຢ່າງ​ດຽວ​ກັນ​ນັ້ນ ໃຫ້​ກັນ​ແລະ​ກັນ.

ພຣະ​ເຢ​ຊູ​ກ່າວ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: “ຈົ່ງເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ; ແລະ ຖ້າຫາກ​ພວກ​ເຈົ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ຂອງ​ເຮົາ.”8 ແຕ່​ຖ້າ​ຫາກ​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ—ຖ້າ​ຫາກ​ເຮົາ​ສາ​ມາດ​ແບ່ງ​ປັນ​ເຂົ້າ​ໜົມ​ຂອງ​ເຮົາ​ຈັກ​ປ່ຽງ​ສອງ​ປ່ຽງ ຫລື ໃຊ້​ພອນ​ສະ​ຫວັນ​ຂອງ​ເຮົາ​ແຕ່​ລະ​ຄົນ ເພື່ອ​ຊ່ວຍ​ໃຫ້​ເຮືອ​ແກວ່ງ​ໄປ​ຢ່າງ​ເປັນ​ເອ​ກະ​ສັນ—ແລ້ວ​ເຮົາ​​ແມ່ນຂອງ​ພຣະ​ອົງ. ແລະ ພຣະ​ອົງ​ຈະ​ຊ່ວຍ​ຕັດ​ງ່າບໍ່​ດີ​ອອກ ຕາບ​ໃດ​ທີ່​ງ່າ​ດີ​ໃຫຍ່​ຂຶ້ນ.

ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ

ເຮົາ​ອາດ​ຍັງ​ບໍ່​ໄປ​ເຖິງ​ບ່ອນ​ທີ່​ເຮົາຢາກ​ໄປຫາ, ແລະ ເຮົາອາດບໍ່​ໄດ້​ຢູ່​ໃນ​ຈຸດ​ທີ່​ເຮົາ​ຢາກ​ຈະຢູ່. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ປ່ຽນ​ແປງ​ທີ່ເຮົາ​ສະ​ແຫວງ​ຫາ​ໃນ​ຕົວ​ເຮົາ​ເອງ ແລະ ໃນ​ກຸ່ມທີ່​ເຮົາ​ມີ​ພາກ​ສ່ວນ​ດ້ວຍ ຈະ​ມາ​ເຖິງ​ໜ້ອຍກວ່າ​ໂດຍ​ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ແລະ ຈະມາ​ເຖິງ​ຫລາຍກວ່າ​ໂດຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ທຸກວັນ ເພື່ອ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ເປັນຫຍັງ? ເພາະ​ວ່າ​ເຮົາ​ກຳ​ລັງ​ສ້າງ​ສາ​ຊີ​ໂອນ—ເປັນ​ຜູ້​ຄົນ​ທີ່ “ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ.”9

ໃນ​ຖາ​ນະສະ​ຕີ​ແຫ່ງ​ພັນ​ທະ​ສັນ​ຍາ, ເຮົາ​ມີ​ອິດທິ​ພົນ​ອັນ​ກວ້າງ​ຂວາງ. ອິດ​ທິ​ພົນ​ນັ້ນ​ກ່ຽວ​ຂ້ອງ​ກັບ​ທຸກ​ໂອ​ກາດ​ໃນ​ທຸກວັນ ເມື່ອ​ເຮົາ​ສຶກ​ສາ​ກັບ​ໝູ່​ເພື່ອນ, ເອົາ​ລູກ​ເຂົ້າ​ນອນ, ນັ່ງ​ໃກ້​ບາງ​ຄົນ​ຢູ່​ໃນ​ລົດ​ເມ, ກະກຽມ​ແຜນ​ນຳ​ສະ​ເໜີ​ກັບ​ເພື່ອນ​ຮ່ວມ​ງານ. ເຮົາ​ມີ​ພະ​ລັງ​ທີ່​ຈະ​ກຳ​ຈັດ​ອະ​ຄະ​ຕິ ແລະ ເສີມ​ສ້າງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ກຸ່ມ​ຍິງ​ໜຸ່ມ ບໍ່​ແມ່ນ​ພຽງ​ຫ້ອງ​ຮຽນ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ຍັງ​ສາ​ມາດ​ມີ​ປະ​ສົບ​ການ​ທີ່ບໍ່​ສາ​ມາດ​ລືມ​ໄດ້​ນຳ​ອີກ ບ່ອນ​ທີ່​ຜູ້​ຍິງ​ທີ່​ແຕກ​ຕ່າງ​ກັນ​ຢູ່​ໃນ​ເຮືອ​ລຳ​ດຽວ ແລະ ພາຍ​ໄປ​ນຳ​ກັນ ຈົນ​ກວ່າ​ພວກເຮົາ​ຈະ ແກວ່ງ ຢ່າງ​ເປັນ​ເອ​ກະ​ສັນ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ: ໃຫ້​ເຂົ້າ​ຮ່ວມພະ​ລັງ​ເປັ​ນ​ກຸ່ມ​ໃຫຍ່ ຊຶ່ງ​ຈະ​ປ່ຽນ​ແປງ​ໂລກ​ໃຫ້​ດີກວ່າ​ເກົ່າ. ໜ້າ​ທີ່ມອບ​ໝາຍ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ຄື​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຍົກ​ມື​ທີ່​ຕົກ, ຍົກຜູ້​ທີ່ດີ້ນ​ລົນ​ຂຶ້ນ​ໃສ່​ບ່າ ຫລື ອູ້ມ​ເຂົາ​ໄປ. ມັນ​ບໍ່​ຍາກ​ທີ່​ຈະ​ຮູ້​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ, ແຕ່​ມັນ​ຕໍ່​ຕ້ານ​ກັບ​ຄວາມ​ເຫັນ​ແກ່​ຕົວ​ຂອງ​ເຮົາ, ແລະ ເຮົາ​ຕ້ອງພະ​ຍາ​ຍາມ. ຜູ້​ຍິງ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ມີ​ສັກ​ກະ​ຍະ​ພາບ​ທີ່ບໍ່​ມີ​ຂອບ​ເຂດ ໃນ​ການ​ປ່ຽນ​ແປງ​ສັງ​ຄົມ. ຂ້າ​ພະ​ເຈົ້າ​ມີ​ຄວາມໝັ້ນ​ໃຈ​ທາງວິນ​ຍານ​ຢ່າງ​ເຕັມ​ທີ່​ວ່າ, ເມື່ອ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຮູ້​ສຶກ​ທີ່​ເໝືອນ​ກັນ, ເຮົາ​ຈະ​ໄດ້​ຮັບ​ພະ​ລັງ​ຈາກ​ພຣະ​ເຈົ້າ ເພື່ອໃຫ້​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ສົມ​ບູນ.

ຕອນ​ສາດ​ສະ​ໜາ​ຈັກ​ໄດ້​ສະ​ເຫລີມ​ສະ​ຫລອງ​ການ​ເປີດ​ເຜີຍ​ເລື່ອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ປີ 1978, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້ມອບ​ພອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ພະ​ລັງ​ດັ່ງ​ນີ້: “ມັນ​ເປັນ​ຄຳ​ອະ​ທິ​ຖານ ແລະ ພອນ ຂອງ​ຂ້າ​ພະ​ເຈົ້າ ທີ່ມອບ​ໃຫ້​ທຸກ​ຄົນ​ທີ່​ກຳ​ລັງ​ຮັບ​ຟັງ​ວ່າ ພວກ​ເຮົາ​ຈະສາ​ມາດ​ເອົາ​ຊະ​ນະ​ພາ​ລະ​ໜັກໜ່ວງ​ເລື່ອງ​ອະ​ຄະ​ຕິ ແລະ ເດີນ​ໄປດ້ວຍ​ຄວາມ​ຊື່​ສັດ​ກັບ​ພຣະ​ເຈົ້າ—ແລະ ນຳ​ກັນ—ໃນ​ຄວາມ​ສະ​ຫງົບ ແລະ ຄວາມ​ຖືກ​ຕ້ອງ​ປອງດອງໄດ້.”10

ຂໍ​ໃຫ້​ເຮົາຈົ່ງ​ເຮັດ​ຕາມຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ໃຊ້​ຄວາມ​ພະ​ຍາ​ຍາມ​ເປັນ​ສ່ວນ​ຕົວ ແລະ ເປັນ​ກຸ່ມ​​ໃຫຍ່ ເພື່ອ​ເພີ່ມ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢູ່​ໃນ​ໂລກ. ຂ້າ​ພະ​ເຈົ້າ​ຂໍ​ມອບ​ປະ​ຈັກ​ພະ​ຍານ ດ້ວຍ​ຄຳ​ອະ​ທິ​ຖານ​ທີ່ຖ່ອມ​ຕົວ ແລະ ເປັນ​ນິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ທີ່​ວ່າ: “ຂໍ​ໂຜດ​ໃຫ້​ພວກ​ເຂົາ​ທັງ​ໝົດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ພຣະ​ບິ​ດາ​ເຈົ້າ​ເອີຍ, ຂໍ​ໃຫ້​ພວກ​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ, ເໝືອນ​ດັ່ງ​ພຣະ​ອົງ​ສະ​ຖິດ​ຢູ່​ໃນ​ຂ້າ​ນ້ອຍ ແລະ ຂ້າ​ນ້ອຍ​ຢູ່​ໃນ​ພຣະ​ອົງ.”11 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.