ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສຸມ​ໃຈ​ໃສ່​ພຣະ​ວິ​ຫານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ສຸມ​ໃຈ​ໃສ່​ພຣະ​ວິ​ຫານ

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເວ​ລາ​ທີ່​ເພີ່ມ​ຂຶ້ນ​ໃນ​ພຣະ​ວິ​ຫານ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ ໃນ​ແບບ​ທີ່​ສິ່ງ​ອື່ນ​ບໍ່​ສາ​ມາດ​ເຮັດ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ສະ​ຫງ່າ​ງາມ​ຫ້າ​ພາກ​ນີ້, ພວກ​ເຮົາ​ເຫັນ​ວ່າ ສະ​ຫວັນ​ໄດ້​ເປີດ​ອີກ​ຄັ້ງ! ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ໄດ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້ ແລະ ຈະ​ເຮັດ​ຕາມ​ນັ້ນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ປະ​ທັບ​ຢູ່​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫລືອ​ທ່ານ. ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ເພີ່ມ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫລືອ​ຈາກ​ພວກ​ພຣະ​ອົງ.

ເມື່ອ​ບໍ່​ດົນ​ມາ​ນີ້, ຊິດ​ສະ​ເຕີ ແນວ​ສັນ ກັບ​ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ຮັບ​ຊົມ ວິ​ດີ​ໂອ​ພຣະ​ຄຳ​ພີ​ມໍ​ມອນ ຊຸດ​ໃໝ່ ປີ​ທີ​ສີ່ ກ່ອນ​ອອກ​ເຜີຍ​ແຜ່.1 ພວກ​ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ວິ​ດີ​ໂອ​ເຫລົ່າ​ນັ້ນ! ຂ້າ​ພະ​ເຈົ້າ​ຂໍ​ສາຍ​ຕອນ​ໜຶ່ງ​ສັ້ນໆ ຈາກ​ສາກ​ທີ່​ພັນ​ລະ​ນາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ.

ມັນ​ສຳ​ຄັນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເລືອກ​ທີ່​ຈະ​ປະ​ກົດ​ຕົວ​ຕໍ່​ຜູ້​ຄົນ​ຢູ່​ທີ່​ພຣະ​ວິ​ຫານ. ມັນ​ເປັນ​ບ້ານ​ຂອງ​ພຣະ​ອົງ. ມັນ​ເຕັມ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ຢ່າ​ເບິ່ງ​ຂ້າມ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກະ​ທຳ​ເພື່ອ​ເຮົາ​ໃນ​ເວ​ລາ​ນີ້. ພຣະ​ອົງ​ເຮັດ​ໃຫ້​ພຣະ​ວິ​ຫານ​ຂອງ​ພຣະ​ອົງ ສາ​ມາດ​ເຂົ້າ​ເຖິງ​ໄດ້​ຫລາຍ​ກວ່າ​ເກົ່າ. ພຣະ​ອົງ​ກຳ​ລັງ​ເລັ່ງ​ຄວາມ​ໄວ​ໃນ​ການ​ໃຫ້​ພວກ​ເຮົາ​ສ້າງ​ພຣະ​ວິ​ຫານ. ພຣະ​ອົງ​ກຳ​ລັງ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ພຣະ​ອົງ​ກໍ​ຍັງ​ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ທີ່​ຈະ​ໄດ້​ຮັບ​ການ​ຂັດ​ເກົາ​ທາງ​ວິນ​ຍານ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເວ​ລາ​ທີ່​ເພີ່ມ​ຂຶ້ນ​ໃນ​ພຣະ​ວິ​ຫານ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ ໃນ​ແບບ​ທີ່​ສິ່ງ​ອື່ນ​ບໍ່​ສາ​ມາດ​ເຮັດ​ໄດ້.

ປະ​ຈຸ​ບັນ​ນີ້​ພວກ​ເຮົາ​ມີ​ພຣະ​ວິ​ຫານ​ທີ່​ເປີດ​ບໍ​ລິ​ການ 168 ແຫ່ງ ແລະ ມີ​ພຣະ​ວິ​ຫານ​ໃໝ່ 53 ແຫ່ງ ທີ່​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ສ້າງ ແລະ ອີກ 54 ແຫ່ງ ທີ່​ຢູ່​ໃນ​ຂັ້ນ​ຕອນ​ການ​ວາງ​ແຜນ​ທີ່​ຈະ​ສ້າງ!2 ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ປະ​ກາດ​ແຜນ​ການ​ຂອງ​ພວກ​ເຮົາ ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ໃໝ່​ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ບູ​ຊານ, ເກົາ​ຫລີ; ນາ​ກາ, ຟີ​ລິບ​ປິນ; ຊານ​ຕີ​ອາ​ໂກ, ຟີ​ລິບ​ປິນ; ເອ​ເກັດ, ນີ​ເຊ​ເຣຍ; ຈິ​ຄະ​ລາ​ໂຢ, ເປ​ຣູ; ບວຍ​ໂນສ໌ ອາ​ເຣສ໌ ຊີ​ທີ ເຊັນ​ເທີ, ອາກ​ຊັງ​ຕິນ; ລອນ​ດຣິ​ນາ, ບຣາ​ຊິນ; ຣິ​ເບຍ​ຣາວ ປະ​ເຣ​ໂຕ, ບຣາ​ຊິນ; ຮວຍ​ຮວຍ​ເຕ​ນັງ​ໂກ, ກົວ​ເຕ​ມາ​ລາ; ແຈ໊ກ​ສັນ​ວຽວ, ຟລໍ​ຣິ​ດາ; ແກຣນ ແຣ​ປິສ, ມິ​ຊິ​ກັນ; ພອສ ຊະ​ເປີ, ເທັກ​ຊັດ; ໂລນ ມາວ​ເທນ, ນີ​ວາ​ດາ; ແລະ ທາ​ໂຄ​ມາ, ວໍ​ຊິງ​ຕັນ.

ພວກ​ເຮົາ​ກໍ​ກຳ​ລັງ​ວາງ​ແຜນ​ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ຫລາຍ​ແຫ່ງ​ໃນ​ພື້ນ​ທີ່​ຕົວ​ເມືອງ​ໃຫຍ່ ບ່ອນ​ທີ່​ການ​ເດີນ​ທາງ ແລະ ພຣະ​ວິ​ຫານ​ເປັນ​ເລື່ອງ​ທ້າ​ທາຍ​ຫລາຍ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຍິນ​ດີ​ທີ່​ຈະ​ປະ​ກາດ​ສະ​ຖານ​ທີ່​ສີ່​ແຫ່ງ​ຕື່ມ​ອີກ ທີ່​ຕັ້ງ​ຢູ່​ໃກ້​ເມືອງ ແມັກ​ຊິ​ໂກ ຊີ​ທີ ບ່ອນ​ທີ່​ພຣະ​ວິ​ຫານ​ໃໝ່​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ເມືອງ​ຄວາ​ນາ​ວາ​ກາ, ປາ​ຈູ​ກາ, ໂທ​ລູ​ກາ, ແລະ ທູ​ລາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ທ່ານ​ຈົ່ງ​ສຸມ​ໃຈ​ໃສ່​ພຣະ​ວິ​ຫານ ໃນ​ແບບ​ທີ່​ທ່ານ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ​ໃຫ້​ເຂົ້າ​ໃກ້​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ໃນ​ແຕ່​ລະ​ວັນ. ຂ້າ​ພະ​ເຈົ້າ​ຮັກ​ທ່ານ. ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ສະ​ຖິດ​ຢູ່​ກັບ​ທ່ານ​ຈົນ​ກວ່າ​ພວກ​ເຮົາ​ຈະ​ພົບ​ກັນ​ອີກ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ວິ​ດີ​ໂອ​ໃໝ່​ເຫລົ່າ​ນີ້​ຈະ​ມີ​ໃຫ້​ຮັບ​ຊົມ​ໃນ​ຫລາຍ​ພາ​ສາ ຢູ່​ທີ່​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ຊ້ອງ​ອື່ນໆ. ວິ​ດີ​ໂອ​ຕອນ​ຕ່າງໆ​ຈະ​ມີ​ໃຫ້​ຮັບ​ຊົມ​ອາ​ທິດ​ລະ​ເທື່ອ ເລີ່ມ​ຕົ້ນ​ຈາກ​ມື້​ນີ້ ຫລັງ​ຈາກ​ກອງ​ປະ​ຊຸມ​ໃຫຍ່.

  2. ມາ​ເຖິງ​ວັນ​ທີ 1 ເດືອນ​ຕຸ​ລາ, 2022, ພຣະ​ວິ​ຫານ​ສີ່​ແຫ່ງ​ຕື່ມ​ອີກ​ໄດ້​ຖືກ​ປັງ​ປຸງ​ໃໝ່ (ເຊັ້ນ ຈອດ ຢູ​ທາ, ແມນ​ທາຍ ຢູ​ທາ, ເຊົາ​ເລັກ, ແລະ ໂຄ​ລຳ​ບັສ ໂອ​ໄຮ​ໂອ), ແລະ ສາມ​ແຫ່ງ​ທີ່​ລໍ​ການ​ອຸ​ທິດ (ແຮມ​ໂມ​ຕັນ ນູ​ແວນ​ເຊ​ລັງ, ຄີ​ໂຕ ເອ​ກວາ​ດໍ, ແລະ ເບ​ເລັມ ບຣາ​ຊິນ).

ພິມ