ແບບແຜນຂອງການເປັນສານຸສິດ
ການຮຽນຮູ້ກ່ຽວກັບພຣະຄຣິດ ແລະ ວິທີທາງຂອງພຣະອົງເຮັດໃຫ້ເຮົາຮູ້ຈັກ ແລະ ຮັກພຣະອົງ.
ແບບແຜນຂອງສັດທາ
ຕອນເຊົ້າຂອງມື້ນີ້ລູກທັງສອງຄົນ ແລະ ຫລານອີກສາມຄົນຂອງພວກຂ້າພະເຈົ້າຢູ່ອາເມຣິກາເໜືອ, ແລະ ຜູ້ຄົນອີກປະມານເຄິ່ງໜຶ່ງຂອງໂລກ, ເຫັນແສງສະຫວ່າງຂອງດວງຕາເວັນທີ່ລອຍຂຶ້ນຢ່າງສະຫງ່າຜ່າເຜີຍໃນທິດຕາເວັນອອກ. ລູກອີກສາມຄົນ ແລະ ຫລານອີກເຈັດຄົນທີ່ຢູ່ອາຟຣິກາ, ແລະ ອີກເຄິ່ງໜຶ່ງຂອງໂລກ, ເຫັນຄວາມມືດຄ່ອຍໆຄືບຄານເຂົ້າມາຫາພວກເຂົາຂະນະທີ່ດວງຕາເວັນຄ່ອຍໆລັບຂອບຟ້າໃນທາງທິດຕາເວັນຕົກ.
ຄວາມຄົງຢູ່ທີ່ບໍ່ມີຂອບເຂດຂອງເວລາໃນການເລີ່ມຕົ້ນຂອງກາງເວັນ ແລະ ກາງຄືນເປັນເຄື່ອງເຕືອນໃຈທຸກວັນເຖິງຄວາມເປັນຈິງທີ່ຄວບຄຸມຊີວິດຂອງເຮົາວ່າເຮົາບໍ່ສາມາດປ່ຽນແປງ. ເມື່ອເຮົາເຄົາລົບ ແລະ ປັບປ່ຽນສິ່ງທີ່ເຮົາເຮັດກັບຄວາມເປັນຈິງນິລັນດອນເຫລົ່ານີ້, ເຮົາປະສົບກັບຄວາມສະຫງົບ ແລະ ຄວາມປອງດອງພາຍໃນ. ເມື່ອເຮົາບໍ່ເຮັດ, ເຮົາຈະຮູ້ສຶກບໍ່ໝັ້ນຄົງ, ແລະ ສິ່ງຕ່າງໆບໍ່ໄດ້ເປັນຄືທີ່ເຮົາຄາດໄວ້.
ກາງເວັນ ແລະ ກາງຄືນເປັນຕົວຢ່າງໜຶ່ງຂອງແບບແຜນທີ່ພຣະເຈົ້າໄດ້ໃຫ້ໄວ້ກັບທຸກຄົນຜູ້ທີ່ເຄີຍມີຊີວິດເທິງແຜ່ນດິນໂລກ, ໃນສິ່ງທີ່ເປັນຢູ່ແທ້ຈິງ. ມັນຄືຄວາມຈິງທີ່ແນ່ນອນຂອງການເປັນຢູ່ຂອງມະນຸດວ່າເຮົາບໍ່ສາມາດຕໍ່ລອງຕາມຄວາມປາດຖະໜາຂອງເຮົາ ແລະ ໜີພົ້ນໄດ້. ຂ້າພະເຈົ້າຄິດເຖິງສິ່ງນີ້ທຸກຄັ້ງທີ່ຂ້າພະເຈົ້າບິນຈາກອາຟຣິກາເພື່ອມາຮ່ວມກອງປະຊຸມໃຫຍ່ສາມັນ, ຕ້ອງໄດ້ຕັ້ງເວລາຄືນໃໝ່ໄປປະມານ 10 ຊົ່ວໂມງຄືນຫລັງ ໃນມື້ດຽວກັນ.
ເມື່ອໃດກໍຕາມທີ່ເຮົາສົນໃຈທີ່ຈະສັງເກດ, ເຮົາຈະເຫັນວ່າພຣະບິດາເທິງສະຫວັນໄດ້ປະທານພະຍານຢືນຢັນຄວາມຈິງໃຫ້ແກ່ເຮົາພຽງພໍ ເພື່ອນຳພາຊີວິດຂອງເຮົາ ດັ່ງນັ້ນເຮົາຈຶ່ງຮູ້ຈັກພຣະອົງ ແລະ ໄດ້ຮັບພອນແຫ່ງສັນຕິສຸກ ແລະ ຄວາມຊື່ນຊົມ.
ຜ່ານທາງສາດສະດາໂຈເຊັບ ສະມິດ, ພຣະວິນຍານຂອງພຣະຜູ້ເປັນເຈົ້າຢືນຢັນວ່າ, “ແລະ ອີກເທື່ອໜຶ່ງ, ເຮົາຈະມອບແບບແຜນໃນທຸກສິ່ງໃຫ້ແກ່ພວກເຈົ້າ, ເພື່ອວ່າພວກເຈົ້າຈະບໍ່ຖືກຫລອກລວງ; ເພາະຊາຕານມີຢູ່ທົ່ວແຜ່ນດິນ, ແລະ ມັນອອກໄປຫລອກລວງບັນດາປະຊາຊາດ.”1
ໂຄຣິຫໍຜູ້ຕໍ່ຕ້ານພຣະຄຣິດຕົກເປັນເຫຍື່ອຂອງການລໍ້ລວງນັ້ນ, ໂດຍບໍ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ການສະເດັດມາຂອງພຣະຄຣິດ. ສາດສະດາແອວມາໄດ້ເປັນພະຍານຕໍ່ລາວວ່າ, “ທຸກສິ່ງທຸກຢ່າງຊີ້ໃຫ້ເຫັນວ່າ ມັນມີພຣະເຈົ້າ; ແທ້ຈິງແລ້ວ, ເຖິງແມ່ນແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງທີ່ມີໃນຜືນແຜ່ນດິນນີ້, ແທ້ຈິງແລ້ວ, ແລະ ພ້ອມທັງໂລກອື່ນໆນຳອີກ ຊຶ່ງເຄື່ອນໄຫວໃນລັກສະນະຂອງມັນ ຊຶ່ງເປັນປະຈັກພະຍານວ່າມີພຣະຜູ້ສ້າງສູງສຸດ.”2
ເມື່ອໂຄຣິຫໍຂົ່ມຂູ່ເພື່ອຢາກເຫັນເຄື່ອງໝາຍກ່ອນລາວຈຶ່ງຈະເຊື່ອ, ແອວມາເຮັດໃຫ້ລາວເປັນຄົນໄບ້. ໂດຍທີ່ຖ່ອມຕົວລົງຍ້ອນຄວາມທຸກທໍລະມານຂອງລາວ, ໂຄຣິຫໍຈຶ່ງສາລະພາບຕາມເລື່ອງວ່າຖືກລໍ້ລວງໂດຍມານ.
ເຮົາບໍ່ຈຳເປັນຕ້ອງຖືກຫລອກ. ຄວາມອັດສະຈັນຂອງຊີວິດອັນສະຫລຽວສະຫລາດມີຢູ່ຕໍ່ໜ້າເຮົາຕະຫລອດ. ແລະ ພຽງແຕ່ຫລຽວເບິ່ງໜ້ອຍໜຶ່ງ ແລະ ການສະທ້ອນເຖິງຄວາມອັດສະຈັນຂອງສະຫວັນທີ່ປະດັບປະດາດ້ວຍໝູ່ດາວ ແລະ ຈັກກະວານທີ່ນັບບໍ່ຖ້ວນກະຕຸ້ນຈິດວິນຍານແຫ່ງຄວາມເຊື່ອໃຫ້ປະກາດວ່າ, “ໂອ ພຣະເຈົ້າຂ້າ, … ພຣະອົງຍິ່ງໃຫຍ່!”3
ແມ່ນແລ້ວ, ພຣະເຈົ້າຂອງເຮົາພຣະບິດາເທິງສະຫວັນຍັງຊົງພຣະຊົນ, ແລະ ພຣະອົງໄດ້ສະແດງພຣະອົງເອງຕໍ່ເຮົາຕະຫລອດເວລາໃນຫລາຍວິທີ.
ແບບແຜນຂອງການຖ່ອມຕົວ
ແຕ່ເພື່ອທີ່ຈະຍອມຮັບ, ເຊື່ອ, ແລະ ດຳເນີນຕໍ່ໄປໃນພຣະເຈົ້າ, ໃຈຂອງເຮົາຕ້ອງເປີດຮັບພຣະວິນຍານແຫ່ງຄວາມຈິງ. ແອວມາໄດ້ສິດສອນວ່າສັດທາແມ່ນນຳໜ້າໂດຍຄວາມຖ່ອມ.4 ມໍມອນໄດ້ກ່າວຕື່ມວ່າມັນເປັນໄປບໍ່ໄດ້ທີ່ຄົນໃດຄົນໜຶ່ງຜູ້ທີ່ບໍ່ “ອ່ອນໂຍນ ແລະ ຕ່ຳຕ້ອຍໃນໃຈ” ຈະມີສັດທາໃນຄວາມຫວັງ ແລະ ຮັບພຣະວິນຍານຂອງພຣະເຈົ້າ.5 ກະສັດເບັນຢາມິນໄດ້ປະກາດວ່າໃຜກໍຕາມທີ່ໃຫ້ຄວາມສຳຄັນຕໍ່ລັດສະໝີພາບທາງໂລກເປັນ “ສັດຕູຕໍ່ພຣະເຈົ້າ.”6
ໂດຍການຍອມຮັບບັບຕິສະມາເພື່ອເຕີມເຕັມຄວາມຊອບທຳທັງໝົດ ເຖິງແມ່ນວ່າພຣະອົງຈະຊອບທຳ ແລະ ບໍລິສຸດ, ພຣະເຢຊູຄຣິດໄດ້ສະແດງໃຫ້ເຫັນວ່າການຖ່ອມຕົວລົງຕໍ່ພຣະພັກຂອງພຣະເຈົ້າເປັນຄຸນລັກສະນະພື້ນຖານຂອງສານຸສິດຂອງພຣະອົງ.7
ສານຸສິດໃໝ່ທຸກຄົນຕ້ອງສະແດງຄວາມຖ່ອມຕົວລົງຕໍ່ພຣະພັກຂອງພຣະເຈົ້າຜ່ານທາງພິທີການບັບຕິສະມາ ສະນັ້ນ “ທຸກຄົນທີ່ຖ່ອມຕົວລົງຢູ່ຕໍ່ພຣະພັກຂອງພຣະເຈົ້າ, ແລະ ມີຄວາມປາດຖະໜາທີ່ຈະຮັບບັບຕິສະມາ, ແລະ ອອກມາດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ … ຈະໄດ້ຮັບເຂົ້າໃນສາດສະໜາຈັກຂອງພຣະອົງໂດຍການຮັບບັບຕິສະມາ.”8
ການຖ່ອມຕົວລົງເຮັດໃຫ້ຫົວໃຈຂອງສານຸສິດມີແນວໂນ້ມໄປສູ່ການກັບໃຈ ແລະ ການເຊື່ອຟັງ. ແລ້ວພຣະວິນຍານຂອງພຣະເຈົ້າກໍສາມາດນຳເອົາຄວາມຈິງໄປຫາຫົວໃຈນັ້ນ, ແລະ ກໍຈະພົບຫົນທາງເຂົ້າໄປ.9
ການຂາດຄວາມຖ່ອມຕົວເປັນສ່ວນເຮັດໃຫ້ຄຳທຳນາຍຂອງອັກຄະສາວົກໂປໂລເປັນຄວາມຈິງໃນຍຸກສຸດທ້າຍນີ້:
“ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ, ເຫັນແກ່ເງິນຄຳ, ອວດຕົວ, ຈອງຫອງ, ມັກດ່າວ່າ, ບໍ່ເຊື່ອຟັງຄວາມພໍ່ແມ່, ເນລະຄຸນ, ເປັນຄົນບໍ່ມີສິນທຳ,
“ເປັນຄົນຂາດມະນຸດສະທຳ, ບໍ່ຍອມຜ່ອນຜັນຜູ້ໃດ, ໃສ່ຮ້າຍປ້າຍສີກັນ, ບໍ່ຮູ້ຈັກບັງຄັບຕົນ, ມີໃຈໂຫດຮ້າຍ, ເປັນຄົນບໍ່ຮັກການດີ.”10
ການເຊື້ອເຊີນຈາກພຣະຜູ້ຊ່ວຍໃຫ້ລອດໃຫ້ຮຽນຮູ້ຈາກພຣະອົງເປັນການເຊື້ອເຊີນໃຫ້ຫັນໜີຈາກການລໍ້ລວງທາງໂລກ ແລະ ກາຍມາເປັນເໝືອນດັ່ງພຣະອົງ—ອ່ອນໂຍນ ແລະ ຕ່ຳຕ້ອຍໃນໃຈ, ຖ່ອມຕົວ. ແລ້ວເຮົາສາມາດຮັບເອົາແອກຂອງພຣະອົງ ແລະ ພົບວ່າມັນງ່າຍ—ວ່າການເປັນສານຸສິດບໍ່ແມ່ນພາລະ ແຕ່ຄືຄວາມຊື່ນຊົມ, ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາຢ່າງໂວຫານ ແລະ ຊ້ຳໄປຊ້ຳມາ.
ແບບແຜນຂອງຄວາມຮັກ
ການຮຽນຮູ້ກ່ຽວກັບພຣະຄຣິດ ແລະ ວິທີທາງຂອງພຣະອົງເຮັດໃຫ້ເຮົາຮູ້ຈັກ ແລະ ຮັກພຣະອົງ.
ພຣະອົງໄດ້ສະແດງໃຫ້ເຫັນດ້ວຍຕົວຢ່າງວ່າດ້ວຍທັດສະນະຄະຕິຂອງຄວາມຖ່ອມ ມັນເປັນໄປໄດ້ຢ່າງແທ້ຈິງທີ່ຈະຮູ້ຈັກ ແລະ ຮັກພຣະເຈົ້າອົງເປັນພຣະບິດາດ້ວຍສຸດຊີວິດຂອງເຮົາ ແລະ ຮັກຄົນອື່ນເໝືອນຮັກຕົນເອງ, ໂດຍບໍ່ສະຫງວນຫຍັງໄວ້. ການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ, ໃນລະຫວ່າງທີ່ພຣະອົງວາງພຣະປະສົງ ແລະ ພຣະກາຍຂອງພຣະອົງໄວ້ເທິງແທ່ນບູຊາ, ຄືແບບແຜນສຳລັບການນຳໃຊ້ຫລັກທຳເຫລົ່ານີ້ ຊຶ່ງພຣະກິດຕິຄຸນຂອງພຣະອົງໄດ້ຖືກສ້າງຕັ້ງຂຶ້ນ. ຫລັກທຳທັງສອງຄືການເບິ່ງອອກໄປ ແລະ ວິທີທີ່ເຮົາຈະເຂົ້າໃຈຄົນອື່ນ, ທີ່ບໍ່ກ່ຽວກັບຄວາມເພິ່ງພໍໃຈສ່ວນຕົວ ຫລື ກຽດຕິຍົດ.
ໃນຄວາມອັດສະຈັນທີ່ກົງກັນຂ້າມກັບມັນ ຄືເມື່ອເຮົາສຸມຄວາມພະຍາຍາມທີ່ດີທີ່ສຸດຂອງເຮົາໃສ່ໃນການຮັກພຣະເຈົ້າ ແລະ ຄົນອື່ນ, ເຮົາຈະສາມາດຄົ້ນພົບຄຸນຄ່າແຫ່ງສະຫວັນທີ່ແທ້ຈິງຂອງເຮົາເອງ ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ, ດ້ວຍສັນຕິສຸກ ແລະ ຄວາມຊື່ນຊົມອັນສົມບູນທີ່ປະສົບການນີ້ນຳມາ.
ເຮົາກາຍເປັນໜຶ່ງດຽວກັບພຣະເຈົ້າ ແລະ ເປັນໜຶ່ງດຽວກັບຄົນອື່ນຜ່ານທາງຄວາມຮັກ ແລະ ການຮັບໃຊ້. ແລ້ວເຮົາຈະໄດ້ຮັບການເປັນພະຍານຂອງພຣະວິນຍານບໍລິສຸດເຖິງຄວາມຮັກອັນບໍລິສຸດ, ໝາກໄມ້ທີ່ລີໄຮໄດ້ກ່າວເຖິງຊຶ່ງ “ຫວານທີ່ສຸດ, ເໜືອກວ່າທຸກຢ່າງທີ່ [ເພິ່ນ] ເຄີຍກິນມາ.”11
ມົງກຸດທີ່ພຣະຄຣິດໄດ້ຮັບຈາກການໃຫ້ ແລະ ການເຮັດທັງໝົດໃນຄວາມສາມາດຂອງພຣະອົງທີ່ຈະວາງແບບແຜນຂອງການຮັກພຣະບິດາ ແລະ ການຮັກເຮົາຄືການໄດ້ຮັບອຳນາດທັງໝົດ, ແມ່ນແຕ່ທຸກສິ່ງທີ່ພຣະບິດາມີ, ຊຶ່ງກໍຄືຄວາມສູງສົ່ງ.12
ໂອກາດຂອງເຮົາໃນການບຳລຸງລ້ຽງຈິດວິນຍານແຫ່ງຄວາມຮັກອັນໝັ້ນຄົງໃນພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາເລີ່ມຈາກທີ່ບ້ານດ້ວຍນິໄສອັນສັກສິດຂອງການຕິດຕໍ່ກັບພຣະບິດາທຸກມື້ໃນການອະທິຖານສ່ວນຕົວ ແລະ ເປັນຄອບຄົວໃນພຣະນາມຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ຮຽນຮູ້ດ້ວຍກັນກ່ຽວກັບພວກພຣະອົງຜ່ານທາງການສຶກສາພຣະຄຳພີເປັນການສ່ວນຕົວ ແລະ ເປັນຄອບຄົວ, ຮັກສາວັນຊະບາໂຕນຳກັນ, ແລະ ມີໃບຮັບຮອງເຂົ້າພຣະວິຫານສ່ວນຕົວໃນປະຈຸບັນ, ໃຊ້ມັນດ້ວຍກັນເລື້ອຍໆເທົ່າທີ່ຈະສາມາດເຮັດໄດ້.
ເມື່ອເຮົາແຕ່ລະຄົນເຕີບໂຕໃນຄວາມຮູ້ ແລະ ຄວາມຮັກຂອງເຮົາຕໍ່ພຣະບິດາ ແລະ ພຣະບຸດ, ເຮົາເຕີບໂຕໃນຄວາມຊາບຊຶ້ງ ແລະ ຮັກຊຶ່ງກັນແລະກັນ. ຄວາມສາມາດໃນການຮັກ ແລະ ການຮັບໃຊ້ຄົນອື່ນນອກບ້ານແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ສິ່ງທີ່ເຮົາເຮັດຢູ່ທີ່ບ້ານຄືເບົ້າຫລອມທີ່ແທ້ຈິງຂອງການເປັນສານຸສິດທີ່ຍືນຍົງ ແລະ ເຕັມໄປດ້ວຍຄວາມຊື່ນຊົມ. ພອນທີ່ແສນຫວານທີ່ສຸດຂອງພຣະກິດຕິຄຸນທີ່ຖືກຟື້ນຟູທີ່ພັນລະຍາຂອງຂ້າພະເຈົ້າ, ກະແລດີ, ແລະ ຂ້າພະເຈົ້າໄດ້ຮັບໃນຄອບຄົວ ມາຈາກການຮຽນຮູ້ທີ່ຈະຮູ້ຈັກ ແລະ ຖວາຍກຽດແດ່ພຣະເຈົ້າທີ່ບ້ານ ແລະ ແບ່ງປັນຄວາມຮັກຂອງພຣະອົງກັບລູກຫລານຂອງພວກເຮົາ.
ແບບແຜນຂອງການຮັບໃຊ້
ຄວາມຮັກຕໍ່ພຣະເຈົ້າ ແລະ ຮັບໃຊ້ຊຶ່ງກັນແລະກັນ ບຳລຸງລ້ຽງທີ່ບ້ານ ແລະ ຮັບໃຊ້ຄົນອື່ນນອກບ້ານເວລາຜ່ານໄປກໍຈະເຕີບໃຫຍ່ຂຶ້ນເປັນຄຸນລັກສະນະຂອງຄວາມໃຈບຸນ.
ສິ່ງນີ້ສອດຄ່ອງກັບແບບແຜນຂອງການອຸທິດຖວາຍການຮັບໃຊ້ໃນອານາຈັກຂອງພຣະເຈົ້າທີ່ຖືກກຳນົດໄວ້ກ່ອນໜ້າເຮົາໂດຍສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າ. ເຮົາກາຍເປັນໜຶ່ງດຽວກັບພວກເພິ່ນ.
ແລ້ວເຮົາຈະສາມາດເບິ່ງ, ຜ່ານທາງພວກເພິ່ນ, ໄປຍັງພຣະຜູ້ເປັນເຈົ້າ “ໃນທຸກຄວາມນຶກຄິດ,” ເພື່ອວ່າເຮົາຈະ “ບໍ່ສົງໄສ” ແລະ “ບໍ່ຢ້ານ.”13
ເຊັ່ນດຽວກັນກັບສາດສະດາ ແລະ ອັກຄະສາວົກທີ່ມີຊິວິດຢູ່ຂອງພຣະຜູ້ເປັນເຈົ້າ, ເຮົາສາມາດຍ່າງອອກໄປດ້ວຍ “ອຸທອນ … ເຕັມປ່ຽມໄປດ້ວຍຄວາມໃຈບຸນຕໍ່ມະນຸດທັງປວງນຳອີກ, ແລະ ຕໍ່ຄອບຄົວແຫ່ງສັດທາ, [ດ້ວຍ] ຄຸນນະທຳ [ປະດັບຄວາມນຶກຄິດຂອງເຮົາ] ຢ່າງບໍ່ເສື່ອມຄາຍ; … [ແລະ ຄວາມໝັ້ນໃຈຂອງເຮົາ] ຈະ [ແຂງແກ່ນ] ຂຶ້ນໃນທີ່ປະທັບຂອງພຣະເຈົ້າ; ແລະ ຄຳສອນຂອງຖານະປະໂລຫິດ … ຈະ [ກັ່ນລົງມາ] ເທິງ [ຈິດວິນຍານຂອງເຮົາ] ເໝືອນດັ່ງຢາດນ້ຳຄ້າງຈາກສະຫວັນ.”
ໂດຍສາດສະດາ ແລະ ອັກຄະສາວົກທີ່ມີຊິວິດຢູ່ຂອງພຣະຜູ້ເປັນເຈົ້າ, ເຮົາກໍສາມາດເຂົ້າຮ່ວມວົງລ້ອມແຫ່ງສັດທາ ເສີມສ້າງຄວາມເຂັ້ມແຂງໂດຍການອຸທິດຖວາຍການຮັບໃຊ້ ຊຶ່ງ “ພຣະວິນຍານບໍລິສຸດຈະເປັນເພື່ອນຂອງ [ເຮົາ] ສະເໝີ, ໄມ້ຄ້ອນເທົ້າອຳນາດຂອງ [ເຮົາ] ຈະ [ເປັນ] ໄມ້ຄ້ອນເທົ້າອັນບໍ່ປ່ຽນແປງແຫ່ງຄວາມຊອບທຳ ແລະ ຄວາມຈິງ; ແລະ ການຄອບຄອງຂອງ [ເຮົາ] ຈະ [ເປັນ] ການຄອບຄອງອັນເປັນນິດ, ແລະ ປາດສະຈາກການບັງຄັບ ຊຶ່ງໝາຍຄວາມວ່າ ມັນຈະ [ໄຫລ] ມາສູ່ [ເຮົາ] ຕະຫລອດການ ແລະ ຕະຫລອດໄປ.”14 ເພາະນີ້ຄືຄຳສັນຍາໃນແຜນຂອງພຣະບິດາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.