ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ

ມີ​ຄຸນ​ນະ​ທຳ​ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ແລະ ໃນ​ສະ​ໄໝ​ປະ​ຈຸ​ບັນ, ເນື່ອງ​ຈາກ​ວ່າ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ ແມ່ນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ແນ່​ແທ້.

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ອ່ານ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ຄັ້ງ​ສຳ​ຄັນ​ຂອງ​ສາດ​ສະ​ດາ​ແອວ​ມາ ໃນ​ຂໍ້​ພຣະ​ຄຳ​ພີ​ໜຶ່ງ​ອັນ​ເປັນ​ທີ່​ຮັກ. ກ່ອນ​ທີ່​ຈະ​ມາ​ທົບ​ທວນ​ຖ້ອຍ​ຄຳ​ທີ່​ຄຸ້ນ​ເຄີຍ​ເຫລົ່າ​ນັ້ນ, ກະ​ລຸ​ນາ​ພິ​ຈາ​ລະ​ນາ​ນຳ​ຂ້າ​ພະ​ເຈົ້າ ກ່ຽວ​ກັບ​ສະ​ພາບ​ການ​ທີ່​ຍາກ​ລຳ​ບາກ ພາຍ​ໃຕ້​ການ​ຕັດ​ສິນ​ໃຈ​ຄັ້ງ​ນັ້ນ.

ຜູ້​ຄົນ​ກຸ່ມ​ໜຶ່ງ, ທີ່​ເອີ້ນ​ຕົນ​ເອງ​ວ່າ ຊາວ​ໂຊ​ຣຳ, ໄດ້​ແຍກ​ໂຕ​ອອກ​ຈາກ​ຊາວ​ນີ​ໄຟ1 ແລະ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ໃກ້​ກັບ​ຊາວ​ເລ​ມັນ.2 ຊາວ​ນີ​ໄຟ​ຫາ​ກໍ​ໄດ້​ເອົາ​ຊະ​ນະ​ຊາວ​ເລ​ມັນ​ໃນ​ການ​ຕໍ່​ສູ້​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຊຶ່ງ​ຄົນ​ຫລາຍ​ສິບ​ພັນ​ຄົນ​ໄດ້​ຖືກ​ຂ້າ​ຕາຍ,3 ແລະ ມັນ​ເປັນ​ຕາ “ຢ້ານ​ທີ່​ສຸດ​ວ່າ ຊາວ​ໂຊ​ຣຳ​ຈະ​ເຂົ້າ​ໄປ​ຕິດ​ຕໍ່​ກັບ​ຊາວ​ເລ​ມັນ, ແລະ ວ່າ​ມັນ​ອາດ​ຈະ​ເປັນ​ທາງ​ແຫ່ງ​ການ​ສູນ​ເສຍ​ອັນ​ໃຫຍ່​ຫລວງ​ແກ່​ຊາວ​ນີ​ໄຟ.”4 ນອກ​ເໜືອ​ຈາກ​ຄວາມ​ກັງ​ວົນ​ເລື່ອງ​ສົງ​ຄາມ​ແລ້ວ, ແອວ​ມາ​ໄດ້​ຮູ້​ວ່າ ຊາວ​ໂຊ​ຣຳ, ຜູ້​ທີ່ “ເຄີຍ​ໄດ້​ຮັບ​ການ​ສັ່ງ​ສອນ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ກ່ອນ​ແລ້ວ,”5 ໄດ້​ຫັນ​ໄປ​ຂາບ​ໄຫວ້​ຮູບ​ບູ​ຊາ ແລະ “ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”6 ສິ່ງ​ທັງ​ໝົດ​ນີ້​ໄດ້​ເຮັດ​ໃຫ້​ແອວ​ມາ​ໜັກ​ໃຈ​ຫລາຍ ແລະ ໄດ້ “ເປັນ​ສາ​ເຫດ​ຂອງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ທີ່​ສຸດ.”7

ເມື່ອ​ພົບ​ຕົນ​ເອງ​ຢູ່​ໃນ​ສະ​ພາບ​ການ​ທີ່​ຊັບ​ຊ້ອນ ແລະ ທ້າ​ທາຍ​ເຫລົ່າ​ນີ້, ແອວ​ມາ​ໄດ້​ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ຄວນ​ເຮັດ. ໃນ​ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ ເຮົາ​ໄດ້​ອ່ານ​ຖ້ອຍ​ຄຳ​ທີ່​ໄດ້​ຖືກ​ເກັບ​ຮັກ​ສາ​ໄວ້ ເພື່ອ​ດົນ​ໃຈ ແລະ ຊີ້​ນຳ​ເຮົາ ໃນ​ຂະ​ນະ​ທີ່​ເຮົາ​ເດີນ​ທາງ​ໄປ​ຕາມ​ສະ​ພາບ​ການ​ທີ່​ຊັບ​ຊ້ອນ ແລະ ທ້າ​ທາຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ.8

“ແລະ ບັດ​ນີ້, ເມື່ອ​ການ​ສັ່ງ​ສອນ​ພຣະ​ຄຳ​ອັນ​ຍິ່ງ​ໃຫຍ່​ນີ້​ໄດ້​ນຳ​ພາ​ຜູ້​ຄົນ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ແລ້ວ—ແທ້​ຈິງ​ແລ້ວ, ມັນ​ໄດ້​ໃຫ້​ຜົນ​ທີ່​ມີ​ອຳ​ນາດ​ແກ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຍິ່ງ​ກວ່າ​ດາບ, ຫລື ເໜືອ​ກວ່າ​ສິ່ງ​ໃດໆ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພວກ​ເຂົາ—ສະ​ນັ້ນ ແອວ​ມາ​ຈຶ່ງ​ຄິດ​ວ່າ ມັນ​ສົມ​ຄວນ​ແລ້ວ​ທີ່​ພວກ​ເພິ່ນ​ຈະ ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.”9

ໃນ​ທ່າມ​ກາງ​ຫລາຍໆ​ວິ​ທີ​ແກ້​ໄຂ​ບັນ​ຫາ​ທີ່​ເປັນ​ໄປ​ໄດ້, ສັດ​ທາ​ຂອງ​ແອວ​ມາ​ໄດ້​ນຳ​ພາ​ພວກ​ເຂົາ​ໃຫ້​ອາ​ໄສ​ອຳ​ນາດ​ຂອງ​ພຣະ​ຄຳ. ນີ້​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ ທີ່​ຄຳ​ເທດ​ສະ​ໜາ​ທີ່​ມີ​ພະ​ລັງ​ທີ່​ສຸດ​ບາງ​ອັນ​ທີ່​ພົບ​ເຫັນ​ໄດ້​ທຸກ​ບ່ອນ​ໃນ​ພຣະ​ຄຳ​ພີ ໄດ້​ຖືກ​ສັ່ງ​ສອນ​ທັນ​ທີ​ຫລັງ​ຈາກ​ການ​ຕັດ​ສິນ​ໃຈ​ນັ້ນ. ໃນ​ແອວ​ມາ ບົດ​ທີ 32 ແລະ 33 ເຮົາ​ໄດ້​ອ່ານ​ສຸນ​ທອນ​ພົດ​ທີ່​ຊ່ຽວ​ຊານ ເລື່ອງ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ແລະ ໃນ​ບົດ​ທີ 34 ເຮົາ​ພົບ​ຄຳ​ສອນ​ທີ່​ມີ​ອິດ​ທິ​ພົນ​ຂອງ​ແອມ​ມິວ​ເລັກ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພາບ​ປະ​ກອບ​ຂອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ

ແນ່​ນອນ, ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ ເຮົາ​ໄດ້​ອ່ານ​ເຖິງ​ພອນ​ອັນ​ອັດ​ສະ​ຈັນ​ທີ່​ໄດ້​ຫລັ່ງ​ໄຫລ​ມາ​ສູ່​ຜູ້​ທີ່​ເລືອກ​ທີ່​ຈະ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.10 ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ພວກ​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ຕົວ​ຢ່າງ​ສາມ​ອັນ​ກັບ​ຂ້າ​ພະ​ເຈົ້າ ໃນ​ຂະ​ນະ​ທີ່​ເຮົາ​​ສຸມ​ໃຈ​ໃສ່​ທີ່​ພຣະ​ຄຳ​ພີ​ມໍ​ມອນ—ປຶ້ມ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ບັນ​ຍາຍ​ວ່າ​ເປັນ “ປຶ້ມ​ຄູ່​ມື​ຊ່ວຍ​ໃຫ້​ລອດ​ໃນ ຍຸກ​ສຸດ​ທ້າຍ ຂອງ​ເຮົາ.”11

ທຳ​ອິດ, ໂດຍ​ທີ່​ກຳ​ລັງ​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ແນວ​ໃດ, ແອວ​ມາ​ໄດ້​ສິດ​ສອນ​ວ່າ: “ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ປ່ຽນ​ໃຈ​ຂອງ​ເຂົາ​ເຈົ້າ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ປຸກ​ໃຫ້​ເຂົາ​ເຈົ້າ​ຕື່ນ​ຈາກ​ການ​ນອນ​ຫລັບ​ສະ​ໜິດ, ແລະ ເຂົາ​ເຈົ້າ​ໄດ້​ຕື່ນ​ຂຶ້ນ​ມາ​ຫາ​ພຣະ​ເຈົ້າ. ຈົ່ງ​ເບິ່ງ, ເຂົາ​ເຈົ້າ​ຢູ່​ໃນ​ທ່າມ​ກາງ​ຄວາມ​ມືດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ຍັງ​ສະ​ຫວ່າງ​ສະ​ໄຫວ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຳ​ອັນ​ເປັນ​ນິດ.”12 ບາງ​ເທື່ອ​ທ່ານ​ອາດ​ຮູ້​ສຶກ​ຄື​ກັບ​ວ່າ ທ່ານ​ຢູ່​ໃນ​ທ່າມ​ກາງ​ຄວາມ​ມືດ. ຈິດ​ວິນ​ຍານ​ຂອງ​ທ່ານ​ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ແຮງ​ກ້າ​ເຖິງ​ແສງ​ສະ​ຫວ່າງ​ບໍ່? ຖ້າ​ເປັນ​ເຊັ່ນ​ນັ້ນ, ກະ​ລຸ​ນາ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ສອງ, ໂດຍ​ທີ່​ກຳ​ລັງ​ສະ​ທ້ອນ​ຄິດ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຊາວ​ເລ​ມັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ເພິ່ນ​ໄດ້​ເປັນ​ພະ​ຍານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ອຳ​ໂມນ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ເຮົາ​ມີ​ຈັກ​ພັນ​ຄົນ​ແລ້ວ​ທີ່​ພຣະ​ອົງ​ໄດ້​ປົດ​ປ່ອຍ​ອອກ​ຈາກ​ຄວາມ​ເຈັບ​ປວດ​ແຫ່ງ​ນະ​ລົກ ແລະ ນຳ​ມາ​ຮ້ອງ​ສັນ​ລະ​ເສີນ​ຕໍ່​ຄວາມ​ຮັກ​ທີ່​ໄຖ່, ແລະ ນີ້​ເປັນ​ເພາະ​ອຳ​ນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ ຊຶ່ງ​ຢູ່​ກັບ​ເຮົາ.13 ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມີ​ຫລາຍ​ຄົນ​ທ່າມ​ກາງ​ພວກ​ເຮົາ​ທີ່​ກຳ​ລັງ​ໂຫຍ​ຫາ​ຄົນ​ທີ່​ເຮົາ​ຮັກ ໃຫ້​ມາ​ຮ້ອງ​ສັນ​ລະ​ເສີນ​ຕໍ່​ຄວາມ​ຮັກ​ທີ່​ໄຖ່. ໃນ​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ຂອງ​ເຮົາ, ຂໍ​ໃຫ້​ເຮົາ​ຈື່​ຈຳ​ທີ່​ຈະ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ສາມ, ໃນ​ໜັງ​ສື​ຮີ​ລາ​ມັນ ເຮົາ​ອ່ານ​ວ່າ, “ແທ້​ຈິງ​ແລ້ວ, ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ ຜູ້​ໃດ​ກໍ​ຕາມ​ທີ່ ຕັ້ງ​ໃຈ ຍຶດ​ຖື ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຊຶ່ງ​ມີ​ຊີ​ວິດ ແລະ ມີ​ພະ​ລັງ, ຊຶ່ງ​ຈະ​ແຍກ​ເລ່​ຫລ່ຽມ ແລະ ບ້ວງ ແລະ ກົນ​ອຸ​ບາຍ​ຂອງ​ມານ​ອອກ​ໄປ, ແລະ ນຳ​ເອົາ​ຄົນ​ຂອງ​ພຣະ​ຄຣິດ​ໄປ​ໃນ​ທາງ​ຄັບ ແລະ ແຄບ ຂ້າມ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ເປັນ​ນິດ … ແລະ ຈະ​ນຳ​ເອົາ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ມາ​ວາງ​ໄວ້ … ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ອາ​ນາ​ຈັກ​ສະ​ຫວັນ.”14 ທ່ານ​ກຳ​ລັງ​ສະ​ແຫວງ​ຫາ​ທີ່​ຈະ​ຕັດ​ຜ່ານ​ເລ່​ຫລ່ຽມ ແລະ ບ້ວງ ແລະ ກົນ​ອຸ​ບາຍ​ຂອງ​ມານ ທີ່​ແຜ່​ຫລາຍ​ໃນ​ປັດ​ຊະ​ຍາ​ຂອງ​ວັນ​ເວ​ລາ​ຂອງ​ເຮົາ​ຢູ່​ຫລື​ບໍ່? ທ່ານ​ປາດ​ຖະ​ໜາ​ທີ່​ຈະ​ຝ່າ​ຟັນ​ຜ່ານ​ເມກ​ໝອກ​ແຫ່ງ​ຄວາມ​ສັບ​ສົນ ອັນ​ເປັນ​ເຫດ​ຈາກ​ຂໍ້​ມູນ​ທີ່​ຫລາຍ​ເກີນ​ໄປ ເພື່ອ​ຈະ​ໄດ້​ສຸມ​ໃຈ​ໃສ່​ຕໍ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຫລາຍ​ຂຶ້ນ​ຫລື​ບໍ່? ກະ​ລຸ​ນາ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ໃນ​ຖາ​ນະ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໂດຍ​ອຳ​ນາດ​ຂອງ​ພຣະ​ຄຳ, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ດ້ວຍ​ຕົວ​ເອງ​ເຖິງ​ຄວາມ​ຈິງ​ນີ້ ທີ່​ໄດ້​ຖືກ​ສິດ​ສອນ​ຢ່າງ​ງົດ​ງາມ ໂດຍ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ: “ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຊັດ​ເຈນ​ທີ່​ສຸດ​ໃນ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ທີ່​ມາ​ສູ່​ຊີ​ວິດ​ຂອງ​ຜູ້​ທີ່​ອ່ານ​ມັນ ‘ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ.’ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລາຍ​ຄົນ​ໄດ້​ປະ​ຖິ້ມ​ສິ່ງ​ທີ່​ເຂົາ​ເຄີຍ​ຮັກ​ຫລາຍ ເພື່ອ​ຈະ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ເກນ​ຂອງ​ປຶ້ມ​ນັ້ນ. … ມັນ​ຈະ​ເປັນ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ​ໃນ​ການ​ນຳ​ຈິດ​ວິນ​ຍານ​ທັງ​ຫລາຍ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ.”15

ແຫລ່ງ​ຂອງ​ຄຸນ​ນະ​ທຳ

ໃນ​ຕົວ​ຢ່າງ​ເຫລົ່າ​ນີ້ ແລະ ຕົວ​ຢ່າງ​ອື່ນໆ, ເຮົາ​ໄດ້​ເປັນ​ພະ​ຍານ​ເຖິງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ພຣະ​ອົງ. ທ່ານ​ອາດ​ຖາມ​ວ່າ, ແມ່ນ​ຫຍັງ​ຄື​ແຫລ່ງ​ຂອງ​ຄຸນ​ນະ​ທຳ ຫລື ອຳ​ນາດ​ນັ້ນ?

ໃນ​ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາ​ຄຳ​ຖາມ​ນີ້, ເຮົາ​ຈຳ​ເປັນ​ຕ້ອງ​ຈື່​ຈຳ​ໄວ້​ວ່າ ວະ​ລີ​ທີ່​ວ່າ “ພຣະ​ຄຳ,” ຕາມ​ທີ່​ໃຊ້​ໃນ​ພຣະ​ຄຳ​ພີ, ມີ​ຄວາມ​ໝາຍ​ຢ່າງ​ຕໍ່າ​ສອງ​ຄວາມ​ໝາຍ. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ “ໜຶ່ງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ ‘ພຣະ​ທຳ’” ແລະ ວ່າ “ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດັ່ງ​ທີ່​ມີ​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ​ສັກ​ສິດ, ແມ່ນ ‘ພຣະ​ທຳ.’”16

ສາດ​ສະ​ດາ​ນີ​ໄຟ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ພັນ​ລະ​ຫວ່າງ​ສອງ​ຄວາມ​ໝາຍ​ນີ້ ເມື່ອ​ເພິ່ນ​ຂຽນ​ວ່າ: “ຈົ່ງ​ເຊື່ອ​ຟັງ​ຂໍ້​ຄວາມ​ເຫລົ່າ​ນີ້ ແລະ ເຊື່ອ​ໃນ​ພຣະ​ຄຣິດ; ແລະ ຖ້າ​ຫາກ​ພວກ​ທ່ານ​ບໍ່​ເຊື່ອ​ໃນ​ຂໍ້​ຄວາມ​ເຫລົ່າ​ນີ້​ກໍ​ຈົ່ງ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ. ແລະ ຖ້າ​ຫາກ​ພວກ​ທ່ານ ຈະ ເຊື່ອ​ໃນ​ພຣະ​ຄຣິດ ພວກ​ທ່ານ​ຈະ​ເຊື່ອ​ໃນ​ຂໍ້​ຄວາມ​ເຫລົ່າ​ນີ້, ເພາະ​ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ຂ້າ​ພະ​ເຈົ້າ.”17 ດ້ວຍ​ເຫດ​ນີ້, ເຮົາ​ຈຶ່ງ​ຮຽນ​ຮູ້​ວ່າ ມີ​ຄຸນ​ນະ​ທຳ​ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ແລະ ໃນ​ສະ​ໄໝ​ປະ​ຈຸ​ບັນ, ເນື່ອງ​ຈາກ​ວ່າ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ ແມ່ນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢ່າງ​ແນ່​ແທ້.18 ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ການ​ຍອມ​ຮັບ​ຄວາມ​ຈິງ​ທີ່​ເປັນ​ນິ​ລັນ​ດອນ​ນີ້ ເປັນ​ສິ່ງ​ສຳ​ຄັນ​ຫລາຍ​ຕໍ່​ຄວາມ​ຢູ່​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ​ໃນ​ຍຸກ​ສຸດ​ທ້າຍ​ນີ້19 ດັ່ງ​ທີ່​ໄດ້​ມີ​ທຳ​ນາຍ​ໄວ້, ເມື່ອ​ມີ “ການ​ອຶດ​ຢາກ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ, ປະ​ຊາ​ຊົນ​ຈະ​ຫິວ​ເຂົ້າ ແຕ່​ບໍ່​ແມ່ນ​ຫິວ​ເຂົ້າ​ຈີ່; ພວກ​ເຂົາ​ຈະ​ຄໍ​ແຫ້ງ ແຕ່​ບໍ່​ແມ່ນ​ກະ​ຫາຍ​ນໍ້າ; ພວກ​ເຂົາ​ຈະ​ຫິວ​ກະ​ຫາຍ​ຖ້ອຍ​ຄຳ​ທັງ​ຫລາຍ​ຂອງ [ພຣະ​ຜູ້​ເປັນ​ເຈົ້າ].”20

ທ້າຍ​ທີ່​ສຸດ, ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແມ່ນ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.21 ເມື່ອ​ເຮົາ​ເຂົ້າ​ໃຈ​ສິ່ງ​ນີ້​ຢ່າງ​ເຕັມ​ທີ່​ຫລາຍ​ຂຶ້ນ, ເຮົາ​ຈະ​ສາ​ມາດ​ສ້າງ​ຄວາມ​ເຊື່ອມ​ໂຍງ​ທີ່​ສຳ​ຄັນ​ຢ່າງ​ຊົ່ວ​ນິ​ລັນ​ດອນ ລະ​ຫວ່າງ​ບົດ​ບາດ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ ແລະ ພຣະ​ຜູ້​ໄຖ່​ພຣະ​ອົງ​ເອງ. ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ອົງ, ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ໃນ​ການ​ຫຍັບ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ ແລະ ໃນ​ການ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ,22 ຈະ​ຈູງ​ໃຈ​ໃຫ້​ເຮົາ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ໃນ​ຊີ​ວິດ​ຂອງ​ເຮົາ—ທັງ​ຄຸນ​ນະ​ທຳ​ທີ່​ຫລັ່ງ​ໄຫລ​ມາ​ຈາກ​ພຣະ​ອົງ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ສ່ວນ​ຕົວ​ຂອງ​ເຮົາ23 ແລະ ຄຸນ​ນະ​ທຳ​ທີ່​ຫລັ່ງ​ໄຫລ​ມາ​ຈາກ​ພຣະ​ອົງ​ຜ່ານ​ຄຳ​ຂອງ “ພາ​ຊະ​ນະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເລືອກ​ໄວ້.”24 ແລ້ວ​ເຮົາ​ຈະ​ແຍກ​ແຍະ​ໄດ້​ວ່າ, ເຖິງ​ແມ່ນ​ວ່າ​ແຫລ່ງ​ຂໍ້​ມູນ​ອື່ນໆ​ອາດ​ເປັນ​ປະ​ໂຫຍດ​ຕໍ່​ການ​ສຶກ​ສາ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ກໍ​ຕາມ, ແຕ່​ມັນ​ຈະ​ຕ້ອງ​ບໍ່​ມີ​ວັນ​ມາ​ແທນ​ທີ່​ການ​ສຶກ​ສາ​ຂອງ​ເຮົາ ແລະ ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ. ເຮົາ​ຕ້ອງ​ດື່ມ​ດໍ່າ​ຢ່າງ​ເລິກ​ເຊິ່ງ ແລະ ເລື້ອຍໆ25 ໂດຍ​ກົງ​ຈາກ​ແຫລ່ງ.26

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ​ແຕ່​ລະ​ຄົນ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ຄວາມ​ຮັກ​ນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ວິງ​ວອນ​ໃຫ້​ທ່ານ​ປະ​ສົບ​ກັບ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຜ່ານ​ທາງ​ພຣະ​ຄຳ​ພີ​ມໍ​ມອນ, ທຸກໆ​ມື້​ໃນ​ຊີ​ວິດ​ຂອງ​ທ່ານ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ທ່ານ​ຈະ​ປະ​ສົບ​ກັບ​ຄຳ​ສັນ​ຍາ​ນີ້​ຂອງ​ສາດ​ສະ​ດາ​ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ: “ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກ​ວັນ, ທ່ານ​ຈະ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ດີ​ກວ່າ​ເກົ່າ—ໃນ​ທຸກ​ວັນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກ​ວັນ, ທ່ານ​ຈະ​ມີ​ພູມ​ຕ້ານ​ທານ​ສິ່ງ​ຊົ່ວ​ຮ້າຍ​ທຸກ​ວັນ.”27

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ພຣະ​ຄຳ​ໃຫ້​ແກ່​ເຮົາ ເພາະ​ພຣະ​ອົງ​ຮັກ​ເຮົາ​ຢ່າງ​ສົມ​ບູນ​ແບບ ແລະ ຢາກ​ໃຫ້​ເຮົາ​ແຕ່​ລະ​ຄົນ​ກັບ​ຄືນ​ບ້ານ ເພື່ອ​ໄປ​ຢູ່​ກັບ​ພຣະ​ອົງ​ຕະ​ຫລອດ​ໄປ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ “ພຣະ​ທຳ … [ທີ່] ເກີດ​ເປັນ​ມະ​ນຸດ,”28 ຄື​ພຣະ​ເຢ​ຊູ​ຄຣິດ, ແລະ ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ການ​ຊ່ວຍ​ກູ້ ແລະ ໄຖ່​ເຮົາ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ຄຸນ​ນະ​ທຳ​ຂອງ​ພຣະ​ອົງ​ຫລັ່ງ​ໄຫລ​ຜ່ານ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ທັງ​ໃນ​ອະ​ດີດ ແລະ ປະ​ຈຸ​ບັນ.

ນີ້​ແມ່ນ​ຄຳ​ອະ​ທິ​ຖານ​ຈາກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ມີ​ສະ​ຕິ​ປັນ​ຍາ ແລະ ຄວາມ​ອ່ອນ​ໂຍນ​ໃນ​ການ​ຍຶດ​ໝັ້ນ29 ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ນຳ​ພາ​ໄປ​ສູ່​ຄວາມ​ສູງ​ສົ່ງ ແລະ ຊີ​ວິດ​ນິ​ລັນ​ດອນ.30 ຂໍ​ໃຫ້​ເຮົາ​ສືບ​ຕໍ່​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່ ທີ່​ມີ​ໃຫ້​ແກ່​ເຮົາ​ແຕ່​ລະ​ຄົນ ຜ່ານ​ທາງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ.31 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ແອວ​ມາ 30:59.

  2. ເບິ່ງ ແອວ​ມາ 31:3.

  3. ເບິ່ງ ແອວ​ມາ 28:2.

  4. ແອວ​ມາ 31:4. ກະ​ລຸ​ນາ​ສັງ​ເກດ​ວ່າ ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ເຄີຍ​ປະ​ສົບ​ກັບ “ການ​ຕິດ​ຕໍ່​ກັນ” ລະ​ຫວ່າງ​ຊາວ​ອາມ​ລິ​ໄຊ ແລະ ຊາວ​ເລ​ມັນ, ຊຶ່ງ​ນຳ​ໄປ​ສູ່​ຄວາມ​ໂສກ​ເສົ້າ ແລະ ການ​ສູນ​ເສຍ​ຄັ້ງ​ຍິ່ງ​ໃຫຍ່ (ເບິ່ງ ແອວ​ມາ 2:21–38; 3:1–3).

  5. ແອວ​ມາ 31:8.

  6. ແອວ​ມາ 31:1.

  7. ແອວ​ມາ 31:2.

  8. ເບິ່ງ ມໍ​ມອນ 8:34–35.

  9. ແອວ​ມາ 31:5; ເນັ້ນ​ຄຳ​ເນີ້ງ.

  10. ເບິ່ງ, ຍົກ​ຕົວ​ຢ່າງ, 1 ນີ​ໄຟ 15:24; ແອວ​ມາ 32:41–43; 36:26; 37:8, 44–45.

  11. Russell M. Nelson, “Embrace the Future with Faith,” Liahona, Nov. 2020, 75.

  12. ແອວ​ມາ 5:7; ເນັ້ນ​ຄຳ​ເນີ້ງ.

  13. ແອວ​ມາ 26:13; ເນັ້ນ​ຄຳ​ເນີ້ງ.

  14. ຮີ​ລາ​ມັນ 3:29–30; ເນັ້ນ​ຄຳ​ເນີ້ງ.

  15. ຣະ​ໂຊ ເອັມ ແນວ​ສັນ, “The Book of Mormon: A Miraculous Miracle” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ຜູ້​ນຳ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 23 ເດືອນ​ມິ​ຖຸ​ນາ, 2016), ບາງ​ສ່ວນ​ອ້າງ​ອີງ​ໃສ່ ໂມ​ໂຣ​ໄນ 10:4.

  16. David A. Bednar, “But We Heeded Them Not,” Liahona, May 2022, 16.

  17. 2 ນີ​ໄຟ 33:10; ເນັ້ນ​ຄຳ​ເນີ້ງ.

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38.

  19. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:14–18.

  20. ອາ​ໂມດ 8:11.

  21. ເບິ່ງ ແອວ​ມາ 34:6.

  22. ເບິ່ງ ໂຢ​ຮັນ 15:10.

  23. ເບິ່ງ ມາ​ຣະ​ໂກ 5:25–34.

  24. ໂມ​ໂຣ​ໄນ 7:31.

  25. “ມີ​ວິ​ທີ​ກຽມ​ຕົວ​ທີ່​ດີ​ກວ່າ​ນີ້, ເພາະ​ສັດ​ທາ​ທີ່​ຍິ່ງ​ໃຫຍ່​ມີ​ອາ​ຍຸ​ການ​ເກັບ​ຮັກ​ສາ​ທີ່​ສັ້ນ. ເຮົາ​ສາ​ມາດ​ຕັດ​ສິນ​ໃຈ​ທີ່​ຈະ​ສືບ​ຕໍ່​ໃນ​ການ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ໃນ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ນີ້​ຄື​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເຮັດ. ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ຄຳ​ພີ​ມໍ​ມອນ ແລະ ດື່ມ​ດໍ່າ​ຢ່າງ​ເລິກ​ເຊິ່ງ ແລະ ເລື້ອຍໆ” (Henry B. Eyring, “Spiritual Preparedness: Start Early and Be Steady,” Liahona, Nov. 2005, 39).

  26. “ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ການ​ອ່ານ​ພຣະ​ຄຳ​ພີ ບໍ່​ແມ່ນ​ການ​ໄຝ່​ຫາ​ການ​ສຶກ​ສາ. ແຕ່​ມັນ​ແມ່ນ​ເລື່ອງ​ຄວາມ​ຮັກ​ກັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ. …

    “ຂ້າ​ພະ​ເຈົ້າ​ບໍ່​ກັງ​ວົນ​ກັບ​ການ​ອ່ານ​ບົດ​ວິ​ຈານ​ຍາວໆ ຊຶ່ງ​ຖືກ​ອອກ​ແບບ​ມາ​ເພື່ອ​ຂະ​ຫຍາຍ​ຄວາມ​ຍາວ​ໃສ່​ສິ່ງ​ທີ່​ພົບ​ເຫັນ​ໃນ​ພຣະ​ຄຳ​ພີ. ແຕ່​ຂ້າ​ພະ​ເຈົ້າ​ມັກ​ທີ່​ຈະ​ຢູ່​ກັບ​ແຫລ່ງ, ຊິມ​ນໍ້າ​ທີ່​ປາດ​ສະ​ຈາກ​ມົນ​ທິນ​ແຫ່ງ​ພື້ນ​ຖານ​ຂອງ​ຄວາມ​ຈິງ—ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕາມ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້ ແລະ ຕາມ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ​ໜັງ​ສື​ຕ່າງໆ​ທີ່​ເຮົາ​ຍອມ​ຮັບ​ວ່າ​ເປັນ​ພຣະ​ຄຳ​ພີ. ໂດຍ​ຜ່ານ​ການ​ອ່ານ​ພຣະ​ຄຳ​ພີ, ເຮົາ​ສາ​ມາດ​ຮັບ​ຄວາມ​ໝັ້ນ​ໃຈ​ຈາກ​ພຣະ​ວິນ​ຍານ​ວ່າ ສິ່ງ​ທີ່​ເຮົາ​ອ່ານ​ມາ​ຈາກ​ພຣະ​ເຈົ້າ ເພື່ອ​ການ​ຮຽນ​ຮູ້, ພອນ, ແລະ ຄວາມ​ຊົມ​ຊື່ນ​ຂອງ​ລູກໆ​ຂອງ​ພຣະ​ອົງ” (Gordon B. Hinckley, “Feasting upon the Scriptures,” Tambuli, June 1986, 2, 4).

  27. Russell M. Nelson, “The Book of Mormon: What Would Your Life Be Like without It?,” Liahona, Nov. 2017, 62–63.

  28. ໂຢ​ຮັນ 1:14.

  29. ເບິ່ງ 1 ນີ​ໄຟ 8:30.

  30. “ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ເປັນ​ທາງ​ດຽວ ເທົ່າ​ນັ້ນ ທີ່​ນຳ​ໄປ​ສູ່​ຄວາມ​ສູງ​ສົ່ງ ແລະ ຊີ​ວິດ​ນິ​ລັນ​ດອນ” (Russell M. Nelson, “The Power of Spiritual Momentum,” Liahona, May 2022, 98).

  31. ເບິ່ງ ແອວ​ມາ 5:11–13.

ພິມ