ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄຳ​ສອນ​ຂອງ​ການ​ເປັນ​ພາກ​ສ່ວນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


14:41

ຄຳ​ສອນ​ຂອງ​ການ​ເປັນ​ພາກ​ສ່ວນ

ຄຳ​ສອນ​ຂອງ​ການ​ເປັນ​ພາກ​ສ່ວນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ແມ່ນ​ວ່າ: ເຮົາ​ເປັນ​ໜຶ່ງ​ດຽວ​ກັນ​ກັບ​ພຣະ​ຄຣິດ​ໃນ​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.

ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເອີ້ນ​ວ່າ ຄຳ​ສອນ​ຂອງ​ການ​ເປັນ​ພາກ​ສ່ວນ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຄຳ​ສອນ​ນີ້​ມີ​ສາມ​ພາກ​ສ່ວນ: (1) ບົດ​ບາດ​ຂອງ​ການ​ເປັນ​ພາກ​ສ່ວນ​ໃນ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; (2) ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ໃຊ້ ແລະ ການ​ເສຍ​ສະ​ລະ​ໃນ​ການ​ເປັນ​ພາກ​ສ່ວນ; ແລະ (3) ຄວາມ​ຈຳ​ເປັນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ການ​ເປັນ​ພາກ​ສ່ວນ.

ໃນ​ຕອນ​ເລີ່ມ​ຕົ້ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແມ່ນ​ປະ​ກອບ​ດ້ວຍ​ໄພ່​ພົນ​ຜິວ​ຂາວ​ຊາວ​ອາ​ເມ​ຣິ​ກັນ​ເໜືອ ແລະ ຊາວ​ເອີ​ຣົບ​ພາກ​ເໜືອ ພ້ອມ​ດ້ວຍ​ຊາວ​ອິນ​ເດຍ​ແດງ, ຊາວ​ອາ​ຟຣິ​ກາ​ອາ​ເມ​ຣິ​ກັນ, ແລະ ຊາວ​ເກາະ​ປາ​ຊີ​ຟິກ​ເປັນ​ຈຳ​ນວນ​ນ້ອຍ. ບັດ​ນີ້, ແປດ​ປີ ກ່ອນ​ຈະ​ເຖິງ​ວັນ​ຄົບ​ຮອບ 200 ປີ ນັບ​ຕັ້ງ​ແຕ່​ການ​ກໍ່​ຕັ້ງ, ສາດ​ສະ​ໜາ​ຈັກ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຫລາຍ​ໃນ​ຈຳ​ນວນ​ຄົນ ແລະ ໃນ​ຄວາມ​ຫລາກ​ຫລາຍ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ແລະ ແມ່ນ​ແຕ່​ຫລາຍ​ກວ່າ​ນັ້ນ​ຕະ​ຫລອດ​ທົ່ວ​ໂລກ.

ຂະ​ນະ​ທີ່​ຄຳ​ທຳ​ນາຍ​ອັນ​ຍາວ​ນານ​ຂອງ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ແຮງ​ຜັກ​ດັນ, ສາດ​ສະ​ໜາ​ຈັກ​ກໍ​ຈະ​ປະ​ກອບ​ດ້ວຍ​ສະ​ມາ​ຊິກ​ທີ່​ມາ​ຈາກ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.1 ນີ້​ບໍ່​ແມ່ນ​ຄວາມ​ຫລາກ​ຫລາຍ​ທີ່​ຖືກ​ວາງ​ແຜນ​ໄວ້ ຫລື ຖືກ​ບັງ​ຄັບ ແຕ່​ເປັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຕາມ​ທຳ​ມະ​ຊາດ​ທີ່​ເຮົາ​ຄາດ​ຫວັງ, ໂດຍ​ການ​ຮັບ​ຮູ້​ວ່າ​ດາງ​ແຫ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຈາກ​ທຸກ​ປະ​ຊາ​ຊາດ ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

ເຮົາ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ເຫັນ​ວັນ​ເວ​ລາ​ທີ່​ຊີ​ໂອນ​ກຳ​ລັງ​ຖືກ​ສະ​ຖາ​ປະ​ນາ​ພ້ອມໆ​ກັນ​ໃນ​ທຸກໆ​ທະ​ວີບ ແລະ ໃນ​ໝູ່​ບ້ານ​ຂອງ​ເຮົາ​ເອງ. ດັ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໃນ​ທຸກໆ​ຍຸກ​ສະ​ໄໝ​ໄດ້​ປຸ້ມ​ລຸມ​ກັນ​ໃນ​ຄວາມ​ຄາດ​ຫວັງ​ທີ່​ຊື່ນ​ຊົມ​ສຳ​ລັບ​ວັນ​ເວ​ລາ​ນີ້, ແລະ “ເຮົາ​ເປັນ​ຜູ້​ຄົນ​ທີ່​ໂປດ​ປານ ທີ່​ພຣະ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ກໍ່​ໃຫ້​ລັດ​ສະ​ໝີ​ພາບ​ຍຸກ​ສຸດ​ທ້າຍ​ເກີດ​ຂຶ້ນ.”2

ເພາະ​ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ນີ້, ເຮົາ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ມີ​ການ​ຈຳ​ແນກ​ເຊື້ອ​ຊາດ, ອະ​ຄະ​ຕິ​ລະ​ຫວ່າງ​ຊົນ​ເຜົ່າ, ຫລື ການ​ແບ່ງ​ແຍກ​ອື່ນໆ​ເກີດ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ຄຣິດ. ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ເຮົາ​ວ່າ, “ຈົ່ງ​ເປັນ​ອັນ​ໜຶ່ງ​ດຽວ​ກັນ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ຂອງ​ເຮົາ.”3 ເຮົາ​ຄວນ​ໝັ່ນ​ພຽນ​ໃນ​ການ​ກຳ​ຈັດ​ອະ​ຄະ​ຕິ ແລະ ການ​ຈຳ​ແນກ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ, ຈາກ​ບ້ານ​ເຮືອນ​ຂອງ​ເຮົາ, ແລະ, ສຳ​ຄັນ​ທີ່​ສຸດ​ແມ່ນ​ອອກ​ໄປ​ຈາກ​ຫົວ​ໃຈ​ຂອງ​ເຮົາ. ຂະ​ນະ​ທີ່​ປະ​ຊາ​ກອນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ນັບ​ມື້​ນັບ​ຫລາກ​ຫລາຍ​ຂຶ້ນ, ການ​ຕ້ອນ​ຮັບ​ຂອງ​ເຮົາ​ກໍ​ຕ້ອງ​ເກີດ​ຂຶ້ນ​ໂດຍ​ຕົນ​ເອງ ແລະ ຢ່າງ​ອົບ​ອຸ່ນ​ຫລາຍ​ຂຶ້ນ. ເຮົາ​ຕ້ອງ​ການ​ກັນ​ແລະ​ກັນ.4

ໃນ​ສານ​ສະ​ບັບ​ທຳ​ອິດ​ເຖິງ​ຊາວ​ໂກ​ຣິນ​ໂທ, ໂປ​ໂລ​ປະ​ກາດ​ວ່າ ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ:

“ເຖິງ​ວ່າ​ຮ່າງ​ກາຍ​ເປັນ​ອັນ​ດຽວ ກໍ​ຍັງ​ມີ​ອະ​ໄວ​ຍະ​ວະ​ຫລາຍ​ສ່ວນ, ແລະ ອະ​ໄວ​ຍະ​ວະ​ເຫລົ່າ​ນັ້ນ ແມ່ນ​ຈະ​ມີ​ຫລາຍ​ສ່ວນ ກໍ​ຍັງ​ເປັນ​ກາຍ​ດຽວ​ສັນ​ໃດ ພຣະ​ຄຣິດ​ກໍ​ເປັນ​ສັນ​ນັ້ນ.

“ເພາະ​ວ່າ ເຖິງ​ແມ່ນ​ພວກ​ເຮົາ​ຈະ​ເປັນ​ຊາດ​ຢິວ ຫລື ຄົນ​ຕ່າງ​ຊາດ​ກໍ​ດີ ເປັນ​ຂ້ອຍ​ຂ້າ ຫລື ເປັນ​ອິດ​ສະ​ລະ​ກໍ​ດີ, ເຮົາ​ທັງ​ຫລາຍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ໂດຍ​ພຣະ​ວິນ​ຍານ​ອົງ​ດຽວ ຈຶ່ງ​ເຂົ້າ​ເປັນ​ກາຍ​ອັນ​ດຽວ​ກັນ ແລະ ພຣະ​ວິນ​ຍານ​ອົງ​ດຽວ​ກັນ​ນັ້ນ ເປັນ​ເໝືອນ​ນໍ້າ​ທີ່​ປະ​ທານ​ໃຫ້​ເຮົາ​ທຸກ​ຄົນ​ໄດ້​ດື່ມ. …

“ເພື່ອບໍ່​ໃຫ້​ມີ​ການ​ຍາດ​ແຍ່ງ​ກັນ​ໃນ​ຮ່າງ​ກາຍ, ແຕ່​ໃຫ້​ທຸກ​ພາກ​ສ່ວນ​ຫ່ວງ​ໃຍ​ຊຶ່ງ​ກັນ​ແລະ​ກັນ.

“ຖ້າ​ອະ​ໄວ​ຍະ​ວະ​ອັນ​ໜຶ່ງ​ເຈັບ ອະ​ໄວ​ຍະ​ວະ​ທັງ​ໝົດ​ກໍ​ເຈັບ​ດ້ວຍ​ກັນ, ຖ້າ​ອະ​ໄວ​ຍະ​ວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ ອະ​ໄວ​ຍະ​ວະ​ທັງ​ໝົດ​ກໍ​ຊົມ​ຊື່ນ​ຍິນ​ດີ​ດ້ວຍ​ກັນ.”5

ຄວາມ​ຮູ້​ສຶກ​ຂອງ​ການ​ເປັນ​ພາກ​ສ່ວນ​ແມ່ນ​ສຳ​ຄັນ​ຕໍ່​ຄວາມ​ຜາ​ສຸກ​ທາງ​ຮ່າງ​ກາຍ, ຈິດ​ໃຈ, ແລະ ວິນ​ຍານ​ຂອງ​ເຮົາ. ແຕ່​ມັນ​ກໍ​ເປັນ​ໄປ​ໄດ້​ທີ່​ວ່າ ບາງ​ເທື່ອ​ເຮົາ​ແຕ່​ລະ​ຄົນ​ອາດ​ຮູ້​ສຶກ​ວ່າ​ເຮົາ​ບໍ່​ໄດ້​ເປັນ​ທີ່​ຍອມ​ຮັບ. ໃນ​ຊ່ວງ​ເວ​ລາ​ທີ່​ທໍ້​ຖອຍ​ໃຈ, ເຮົາ​ອາດ​ຮູ້​ສຶກ​ວ່າ​ເຮົາ​ຈະ​ບໍ່​ມີ​ວັນ​ມີ​ຄຸນ​ຄ່າ​ດີ​ພໍ​ສຳ​ລັບ​ມາດ​ຕະ​ຖານ​ທີ່​ສູງ​ສົ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຫລື ຄວາມ​ຄາດ​ຫວັງ​ຂອງ​ຄົນ​ອື່ນ.6 ເຮົາ​ອາດ​ຕັ້ງ​ຄວາມ​ຄາດ​ຫວັງ​ໃຫ້​ແກ່​ຄົນ​ອື່ນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ—ຫລື ແມ່ນ​ແຕ່​ໃຫ້​ແກ່​ຕົວ​ເຮົາ​ເອງ—ທີ່​ບໍ່​ແມ່ນ​ຄວາມ​ຄາດ​ຫວັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ອາດ​ສື່​ສານ​ໃນ​ທາງ​ທີ່​ບໍ່​ຊັດ​ເຈນ​ວ່າ ຄຸນ​ຄ່າ​ຂອງ​ຄົນ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ສຳ​ເລັດ ຫລື ການ​ເອີ້ນ, ແຕ່​ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ເປັນ​ສິ່ງ​ວັດ​ແທກ​ສະ​ຖາ​ນະ​ຂອງ​ເຮົາ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. “ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ພາຍ​ໃນ​ຈິດ​ໃຈ.”7 ພຣະ​ອົງ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຫວັງ​ຂອງ​ເຮົາ ແລະ ສິ່ງ​ທີ່​ເຮົາ​ກຳ​ລັງ​ຈະ​ກາຍ​ເປັນ.8

ຊິດ​ສະ​ເຕີ ໂຈ​ດີ ຄິງ ໄດ້​ຂຽນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ລາວ​ໃນ​ປີ​ທີ່​ຜ່ານ​ມາ​ວ່າ:

“ຂ້ອຍ​ບໍ່​ເຄີຍ​ຮູ້​ສຶກ​ວ່າ​ຂ້ອຍ​ບໍ່​ໄດ້​ເປັນ​ທີ່​ຍອມ​ຮັບ​ຢູ່​ທີ່​ໂບດ​ຈົນ​ກວ່າ​ແຄ​ເມີ​ຣັນ, ສາ​ມີ​ຂອງ​ຂ້ອຍ, ແລະ ຂ້ອຍ​ໄດ້​ເລີ່ມ​ດີ້ນ​ລົນ​ກັບ​ການ​ເປັນ​ໝັນ. ເດັກ​ນ້ອຍ ແລະ ຄອບ​ຄົວ​ທີ່​ເຄີຍ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເມື່ອ​ໄດ້​ເຫັນ​ຢູ່​ທີ່​ໂບດ ບັດ​ນີ້​ໄດ້​ເປັນ​ເຫດ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເຈັບ​ປວດ.

“ຂ້ອຍ​ໄດ້​ຮູ້​ສຶກ​ວ່າ​ເປົ່າ​ປ່ຽວ​ປາດ​ສະ​ຈາກ​ລູກ​ນ້ອຍ​ຢູ່​ໃນ​ອ້ອມ​ແຂນ ຫລື ຖົງ​ໃສ່​ຜ້າ​ອ້ອມ​ຢູ່​ໃນ​ມື. …

“ວັນ​ອາ​ທິດ​ທີ່​ຍາກ​ທີ່​ສຸດ​ແມ່ນ​ວັນ​ອາ​ທິດ​ທຳ​ອິດ​ຂອງ​ພວກ​ເຮົາ​ໃນ​ຫວອດ​ໃໝ່. ເພາະ​ພວກ​ເຮົາ​ບໍ່​ມີ​ລູກ, ພວກ​ເຮົາ​ຈຶ່ງ​ຖືກ​ຖາມ​ວ່າ​ພວກ​ເຮົາ​ເປັນ​ຄູ່​ແຕ່ງ​ງານ​ໃໝ່​ບໍ ແລະ ວ່າ​ເມື່ອ​ໃດ​ພວກ​ເຮົາ​ຈະ​ວາງ​ແຜນ​ສ້າງ​ຄອບ​ຄົວ. ຂ້ອຍ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້​ໄດ້​ດີ​ໂດຍ​ບໍ່​ປ່ອຍ​ໃຫ້​ຄຳ​ຖາມ​ມາ​ກະ​ທົບ​ກະ​ເທືອນ​ໃຈ​ຂ້ອຍ—ຂ້ອຍ​ຮູ້​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ມີ​ເຈດ​ຕະ​ນາ​ຈະ​ເຮັດ​ໃຫ້​ຂ້ອຍ​ເຈັບ​ປວດ.

“ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ວັນ​ອາ​ທິດ​ນີ້​ໂດຍ​ສະ​ເພາະ, ການ​ຕອບ​ຄຳ​ຖາມ​ເຫລົ່າ​ນັ້ນ​ແມ່ນ​ຍາກ​ເປັນ​ພິ​ເສດ. ພວກ​ເຮົາ​ຫາ​ກໍ​ໄດ້​ຮຽນ​ຮູ້​ວ່າ, ຫລັງ​ຈາກ​ໄດ້​ມີ​ຄວາມ​ຫວັງ—ອີກ​ເທື່ອ​ໜຶ່ງ—ພວກ​ເຮົາ​ບໍ່​ໄດ້​ຕັ້ງ​ທ້ອງ.

“ຂ້ອຍ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໂດຍ​ຮູ້​ສຶກ​ທໍ້​ຖອຍ​ໃຈ, ແລະ ການ​ຕອບ​ຄຳ​ຖາມ​ປົກ​ກະ​ຕິ​ຂອງ ‘ການ​ແນະ​ນຳ​ຕົວ​ໃຫ້​ຮູ້​ຈັກ​ກັນ’ ນັ້ນ​ແມ່ນ​ຍາກ​ສຳ​ລັບ​ຂ້ອຍ. …

“ແຕ່​ແມ່ນ​ຫ້ອງ​ຮຽນ​ວັນ​ອາ​ທິດ​ນັ້ນ ທີ່​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ຂ້ອຍ​ແຕກ​ສະ​ຫລາຍ​ແທ້ໆ. ບົດ​ຮຽນ—ທີ່​ມີ​ຈຸດ​ປະ​ສົງ​ໃຫ້​ກ່ຽວ​ກັບ​ບົດ​ບາດ​ອັນ​ສູງ​ສົ່ງ​ຂອງ​ຜູ້​ເປັນ​ແມ່—ກໍ​ໄດ້​ປ່ຽນ​ໄປ​ໄວໆ ແລະ ໄດ້​ກາຍ​ເປັນ​ເວ​ລາ​ແຫ່ງ​ການ​ລະ​ບາຍ​ອາ​ລົມ. ຫົວ​ໃຈ​ຂອງ​ຂ້ອຍ​ຫົດ​ຫູ່ ແລະ ນ້ຳ​ຕາ​ໄດ້​ໄຫລ​ລົງ​ອາບ​ແກ້ມ​ງຽບໆ​ຂະ​ນະ​ທີ່​ຂ້ອຍ​ໄດ້​ຍິນ​ບັນ​ດາ​ຜູ້​ຍິງ​ຈົ່ມ​ກ່ຽວ​ກັບ​ພອນ​ທີ່​ຂ້ອຍ​ພ້ອມ​ຈະ​ສະ​ລະ​ທຸກ​ສິ່ງ ເພື່ອ​ໃຫ້​ໄດ້​ມັນ​ມາ.

“ຂ້ອຍ​ໄດ້​ແລ່ນ​ອອກ​ຈາກ​ໂບດ​ຢ່າງ​ໄວ. ທຳ​ອິດ, ຂ້ອຍ​ບໍ່​ຢາກ​ກັບ​ໄປ​ໂບດ. ຂ້ອຍ​ບໍ່​ຢາກ​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ໂດດ​ດ່ຽວ​ນັ້ນ​ອີກ. ແຕ່​ໃນ​ຄືນ​ນັ້ນ, ຫລັງ​ຈາກ​ໄດ້​ເວົ້າ​ລົມ​ກັບ​ສາ​ມີ​ຂອງ​ຂ້ອຍ​ແລ້ວ, ພວກ​ເຮົາ​ໄດ້​ຮູ້​ວ່າ ພວກ​ເຮົາ​ຈະ​ໄປ​ໂບດ​ຕໍ່​ໄປ ບໍ່​ພຽງ​ແຕ່​ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ໄປ ແຕ່​ເປັນ​ເພາະ​ພວກ​ເຮົາ​ທັງ​ສອງ​ໄດ້​ຮູ້​ວ່າ ຄວາມ​ຊື່ນ​ຊົມ​ທີ່​ມາ​ຈາກ​ການ​ຕໍ່​ພັນ​ທະ​ສັນ​ຍາ ແລະ ຄວາມ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຢູ່​ທີ່​ໂບດ​ນັ້ນ​ແມ່ນ​ເໜືອ​ຄວາມ​ໂສກ​ເສົ້າ​ທີ່​ຂ້ອຍ​ໄດ້​ຮູ້​ສຶກ​ໃນ​ມື້​ນັ້ນ. …

“ຢູ່​ໃນ​ສາດ​ສະ​ໜາ​ຈັກ, ກໍ​ມີ​ສະ​ມາ​ຊິກ​ທີ່​ເປັນ​ໝ້າຍ, ຢ່າ​ຮ້າງ, ແລະ ເປັນ​ໂສດ; ຜູ້​ຄົນ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໄດ້​ຕົກ​ເຮ່ຍ​ໄປ​ຈາກ​ພຣະ​ກິດ​ຕິ​ຄຸນ; ຜູ້​ຄົນ​ທີ່​ເຈັບ​ປ່ວຍ​ຊຳ​ເຮື້ອ ຫລື ດີ້ນ​ລົນ​ທາງ​ການ​ເງິນ; ສະ​ມາ​ຊິກ​ທີ່​ປະ​ສົບ​ການ​ມັກ​ຊອບ​ເພດ​ດຽວ​ກັນ; ສະ​ມາ​ຊິກ​ທີ່​ພະ​ຍາ​ຍາມ​ເອົາ​ຊະ​ນະ​ການ​ຕິດ​ແສດ ຫລື ຄວາມ​ສົງ​ໄສ; ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່; ຄົນ​ຍ້າຍ​ເຂົ້າ​ມາ​ໃໝ່; ຜູ້​ຄົນ​ທີ່​ລູກໆ​ໃຫຍ່​ໝົດ​ແລ້ວ; ແລະ ຍັງ​ມີ​ຜູ້​ຄົນ​ທີ່​ຢູ່​ໃນ​ອີກ​ຫລາຍໆ​ສະ​ຖາ​ນະ. …

“ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ເຮົາ​ໃຫ້​ມາ​ຫາ​ພຣະ​ອົງ—ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ເຮົາ​ມາ​ໂບດ​ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເພື່ອ​ເພີ່ມ​ສັດ​ທາ​ຂອງ​ເຮົາ, ເພື່ອ​ພົບ​ເຫັນ​ຄວາມ​ສະ​ຫງົບ​ສຸກ, ແລະ ເພື່ອ​ຈະ​ກະ​ທຳ​ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ຢ່າງ​ສົມ​ບູນ​ແບບ ໃນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ—ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ຜູ້​ທີ່​ຮູ້​ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ພາກ​ສ່ວນ.”9

ໂປ​ໂລ​ໄດ້​ອະ​ທິ​ບາຍ​ວ່າ ສາດ​ສະ​ໜາ​ຈັກ ແລະ ເຈົ້າ​ໜ້າ​ທີ່​ແມ່ນ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ເຈົ້າ “ເພື່ອ​ຈັດ​ຕຽມ​ໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ອົງ ໃຫ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ເໝາະ​ສົມ ເພື່ອ​ເສີມ​ສ້າງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ:

“ຈົນ​ກວ່າ​ເຮົາ​ທຸກ​ຄົນ​ຈະ​ບັນ​ລຸ​ເຖິງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄວາມ​ເຊື່ອ, ແລະ ໃນ​ຄວາມ​ຮູ້​ເຖິງ​ເລື່ອງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຈົນ​ກວ່າ​ເຮົາ​ຈະ​ເປັນ​ຄົນ​ໃໝ່​ເຕັມ​ສ່ວນ ຄື​ເຕັມ​ເຖິງ​ຂະ​ໜາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ.”10

ມັນ​ເປັນ​ເລື່ອງ​ທີ່​ໂສກ​ເສົ້າ, ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ, ໂດຍ​ທີ່​ຮູ້​ສຶກ​ວ່າ​ເຂົາ​ບໍ່​ເໝາະ​ສົມ​ກັບ​ອຸ​ດົມ​ຄະ​ຕິ​ໃນ​ທຸກໆ​ດ້ານ​ຂອງ​ຊີ​ວິດ, ສະ​ຫລຸບ​ວ່າ​ເຂົາ​ບໍ່​ໄດ້​ເປັນ​ພາກ​ສ່ວນ​ໃນ​ອົງ​ການ​ທີ່​ຖືກ​ອອກ​ແບບ​ໂດຍ​ພຣະ​ເຈົ້າ​ນັ້ນ​ເອງ ເພື່ອ​ຊ່ວຍ​ເຮົາ​ໃຫ້​ກ້າວ​ໜ້າ​ໄປ​ສູ່​ອຸ​ດົມ​ຄະ​ຕິ​ນັ້ນ.

ໃຫ້​ເຮົາ​ວາງ​ການ​ຕັດ​ສິນ​ໄວ້​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ຄົນ​ທີ່​ພຣະ​ອົງ​ໄດ້​ມອບ​ໝາຍ ແລະ ໃຫ້​ເຮົາ​ເພິ່ງ​ພໍ​ໃຈ​ທີ່​ຈະ​ຮັກ ແລະ ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້​ໃຫ້​ດີ​ທີ່​ສຸດ. ໃຫ້​ເຮົາ​ທູນ​ຂໍ​ໃຫ້​ພຣະ​ອົງ​ສະ​ແດງ​ວິ​ທີ​ທາງ​ໃຫ້​ເຮົາ, ແຕ່​ລະ​ວັນ, ເພື່ອ​ຈະ “ພາ … ຄົນ​ຍາກ​ຈົນ, ຄົນ​ພິ​ການ, ຄົນ​ຕາ​ບອດ, ແລະ ຄົນ​ຂາ​ເສັ້ງ​ເຂົ້າ​ມາ​ທີ່​ນີ້”11—ນັ້ນ​ໝາຍ​ຄວາມ​ວ່າ, ທຸກ​ຄົນ—ມາ​ຮ່ວມ​ງານ​ກິນ​ລ້ຽງ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສ່ວນ​ທີ​ສອງ​ຂອງ​ຄຳ​ສອນ​ຂອງ​ການ​ເປັນ​ພາກ​ສ່ວນ​ແມ່ນ​ກ່ຽວ​ກັບ​ສ່ວນ​ປະ​ກອບ​ຂອງ​ເຮົາ. ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຄ່ອຍ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້​ເລື້ອຍໆ, ແຕ່​ການ​ເປັນ​ພາກ​ສ່ວນ​ຂອງ​ເຮົາ​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ການ​ຮັບ​ໃຊ້ ແລະ ການ​ເສຍ​ສະ​ລະ​ຂອງ​ເຮົາ ທີ່​ເຮົາ​ເຮັດ​ເພື່ອ​ຄົນ​ອື່ນ ແລະ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ. ການ​ສຸມ​ໃສ່​ແຕ່​ຄວາມ​ຕ້ອງ​ການ​ສ່ວນ​ຕົວ ຫລື ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ເຮົາ​ເອງ​ຫລາຍ​ເກີນ​ໄປ​ກໍ​ສາ​ມາດ​ທຳ​ລາຍ​ຄວາມ​ຮູ້​ສຶກ​ເຖິງ​ການ​ເປັນ​ພາກ​ສ່ວນ​ນັ້ນ.

ເຮົາ​ພະ​ຍາ​ຍາມ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ວ່າ:

“ຖ້າ​ຜູ້​ໜຶ່ງ​ໃນ​ພວກ​ເຈົ້າ ຢາກ​ເປັນ​ໃຫຍ່, ເຂົາ​ຕ້ອງ​ເປັນ ຜູ້​ຮັບ​ໃຊ້. …

“ເພາະ​ບຸດ​ມະ​ນຸດ​ບໍ່​ໄດ້​ມາ ເພື່ອ​ໃຫ້​ຄົນ​ອື່ນ​ຮັບ​ໃຊ້​ຕົນ, ແຕ່​ປະ​ທານ​ຊີ​ວິດ​ຂອງ​ຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳ​ນວນ​ຫລວງ​ຫລາຍ.”12

ຄວາມ​ຮູ້​ສຶກ​ຂອງ​ການ​ເປັນ​ພາກ​ສ່ວນ​ບໍ່​ໄດ້​ມີ​ມາ​ຂະ​ນະ​ທີ່​ເຮົາ​ລໍ​ຖ້າ​ມັນ ແຕ່​ມີ​ມາ​ຂະ​ນະ​ທີ່​ເຮົາ​ເອື້ອມ​ອອກ​ໄປ​ຊ່ວຍ​ກັນ​ແລະ​ກັນ.

ໜ້າ​ເສຍ​ດາຍ​ທີ່, ໃນ​ວັນ​ເວ​ລາ​ນີ້, ການ​ອຸ​ທິດ​ຖວາຍ​ຕົນ​ຕໍ່​ອຸ​ດົມ​ການ ຫລື ການ​ເສຍ​ສະ​ລະ​ອັນ​ໃດ​ເພື່ອ​ຄົນ​ອື່ນ​ກໍ​ກຳ​ລັງ​ກາຍ​ເປັນ​ວິ​ຖີ​ຊີ​ວິດ​ທີ່​ກົງ​ກັນ​ຂ້າມ​ກັບ​ເລື່ອງ​ປົກ​ກະ​ຕິ​ທາງ​ສັງ​ຄົມ. ໃນ​ບົດ​ຄວາມ​ສຳ​ລັບ​ວາ​ລະ​ສານ Deseret Magazine ໃນ​ປີ​ແລ້ວ​ນີ້, ນັກ​ປະ​ພັນ​ຊື່ ຣອດ ດະ​ເຣ​ເອີ ໄດ້​ບອກ​ເລົ່າ​ການ​ສົນ​ທະ​ນາ​ກັບ​ແມ່​ໜຸ່ມ​ຄົນ​ໜຶ່ງ​ໃນ​ເມືອງ​ບູ​ດາ​ແພັດ ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ລົດ​ລາງ​ກັບ … ເພື່ອນ​ຄົນ​ໜຶ່ງ​ທີ່​ມີ​ອາ​ຍຸ 30 ປີ—ເຮົາ​ຈະ​ເອີ້ນ​ຊື່​ນາງ​ວ່າ ຄຣິດ​ສະ​ຕີ​ນາ—ຂະ​ນະ​ທີ່​ພວກ​ເຮົາ​ເດີນ​ທາງ​ໄປ​ສຳ​ພາດ​ຍິງ​ສູງ​ອາ​ຍຸ [ຊາວ​ຄຣິດ] ຄົນ​ໜຶ່ງ​ຜູ້​ທີ່, ກັບ​ອະ​ດີດ​ສາ​ມີ​ຂອງ​ລາວ, ໄດ້​ທົນ​ທຸກ​ກັບ​ການ​ຂົ່ມ​ເຫັງ​ຈາກ​ລັດ​ຄອມ​ມິວ​ນິດ. ຂະ​ນະ​ທີ່​ພວກ​ເຮົາ​ເດີນ​ທາງ​ຕາມ​ຖະ​ໜົນ​ຂອງ​ເມືອງ, ນາງ​ຄຣິດ​ສະ​ຕີ​ນາ​ເວົ້າ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ນາງ​ຕ້ອງ​ເວົ້າ​ຄວາມ​ຈິງ​ກັບ​ໝູ່​ເພື່ອນ​ລຸ້ນ​ດຽວ​ກັນ​ກັບ​ນາງ​ກ່ຽວ​ກັບ​ຄວາມ​ລຳ​ບາກ​ທີ່​ນາງ​ປະ​ເຊີນ​ຢູ່​ໃນ​ຖາ​ນະ​ພັນ​ລະ​ຍາ ແລະ ແມ່​ຂອງ​ລູກ​ນ້ອຍ.

“ຄວາມ​ຍາກ​ລຳ​ບາກ​ຂອງ​ນາງ​ຄຣິດ​ສະ​ຕີ​ນາ​ເປັນ​ເລື່ອງ​ປົກ​ກະ​ຕິ​ສຳ​ລັບ​ຍິງ​ໜຸ່ມ​ທີ່​ກຳ​ລັງ​ຮຽນ​ຮູ້​ວິ​ທີ​ການ​ເປັນ​ແມ່ ແລະ ພັນ​ລະ​ຍາ—ແຕ່​ທັດ​ສະ​ນະ​ຄະ​ຕິ​ໃນ​ບັນ​ດາ​ຄົນ​ລຸ້ນ​ຂອງ​ນາງ​ນັ້ນ​ແມ່ນ​ວ່າ ຄວາມ​ຍາກ​ລຳ​ບາກ​ຂອງ​ຊີ​ວິດ​ນັ້ນ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ຄວາມ​ຜາ​ສຸກ​ຂອງ​ເຮົາ ແລະ ຄວນ​ຖືກ​ປະ​ຕິ​ເສດ. ນາງ ແລະ ສາ​ມີ​ຂອງ​ນາງ​ຜິດ​ຖຽງ​ກັນ​ບໍ​ເປັນ​ບາງ​ຄັ້ງ​ບາງ​ຄາວ? ສະ​ນັ້ນ​ນາງ​ຄວນ​ປະ​ສາ​ມີ​ໄປ, ເຂົາ​ເຈົ້າ​ເວົ້າ. ລູກໆ​ຂອງ​ນາງ​ເຮັດ​ໃຫ້​ນາງ​ຮູ້​ສຶກ​ລຳ​ຄານ​ບໍ? ແລ້ວ​ນາງ​ຄວນ​ສົ່ງ​ພວກ​ເຂົາ​ໄປ​ສະ​ຖານ​ທີ່​ລ້ຽງ​ເດັກ.

“ນາງ​ຄຣິດ​ສະ​ຕີ​ນາ​ເປັນ​ຫ່ວງ​ວ່າ​ໝູ່​ເພື່ອນ​ຂອງ​ນາງ​ຈະ​ບໍ່​ເຂົ້າ​ໃຈ​ວ່າ​ການ​ທົດ​ລອງ, ແລະ ແມ່ນ​ແຕ່​ຄວາມ​ທຸກ​ທໍ​ລະ​ມານ​ນັ້ນ, ເປັນ​ພາກ​ສ່ວນ​ປົກ​ກະ​ຕິ​ຂອງ​ຊີ​ວິດ—ແລະ ບາງ​ທີ​ກໍ​ແມ່ນ​ແຕ່​ເປັນ​ພາກ​ສ່ວນ​ທີ່​ດີ​ຂອງ​ຊີ​ວິດ, ຖ້າ​ຫາກ​ຄວາມ​ທຸກ​ທໍ​ລະ​ມານ​ນັ້ນ​ສິດ​ສອນ​ວິ​ທີ​ໃຫ້​ເຮົາ​ອົດ​ທົນ, ໃຈ​ດີ ແລະ ຮັກ​ແພງ. …

“… ຄຣິດ​ສະ​ຕຽນ ສະ​ມິດ ນັກ​ສັງ​ຄົມ​ສາດ​ສາດ​ສະ​ໜາ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ໂນ​ເທິ​ດາມ ໄດ້​ຄົ້ນ​ພົບ​ໃນ​ການ​ສຶກ​ສາ​ຜູ້​ໃຫຍ່ [ອາ​ຍຸ] 18 ຫາ 23 ປີ​ວ່າ ເຂົາ​ເຈົ້າ​ສ່ວນ​ຫລາຍ​ເຊື່ອ​ວ່າ​ສັງ​ຄົມ​ບໍ່​ມີ​ຫຍັງ​ຫລາຍ​ໄປ​ກວ່າ ‘ກຸ່ມ​ບຸກ​ຄົນ ທີ່​ປົກ​ຄອງ​ຕົນ​ເອງ​ອອກ​ໄປ​ຫາ​ຄວາມ​ມ່ວນ​ຊື່ນ​ໃນ​ຊີ​ວິດ​ເທົ່າ​ນັ້ນ.’”13

ຕາມ​ປັດ​ຊະ​ຍາ​ນີ້, ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ເຫັນ​ວ່າ​ຍາກ “ກໍ​ເປັນ​ການ​ກົດ​ຂີ່.”14

ກົງ​ກັນ​ຂ້າມ, ບັນ​ພະ​ບຸ​ລຸດ​ຜູ້​ບຸກ​ເບີກ​ຂອງ​ເຮົາ​ໄດ້​ມີ​ຄວາມ​ຮູ້​ສຶກ​ເປັນ​ພາກ​ສ່ວນ​ອັນ​ເລິກ​ເຊິ່ງ, ການ​ເປັນ​ໜຶ່ງ​ດຽວ​ກັນ, ແລະ ຄວາມ​ຫວັງ​ໃນ​ພຣະ​ຄຣິດ ໂດຍ​ການ​ເສຍ​ສະ​ລະ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່, ສ້າງ​ພຣະ​ວິ​ຫານ, ປະ​ຖິ້ມ​ບ້ານ​ເຮືອນ​ທີ່​ສະ​ດວກ​ສະ​ບາຍ​ພາຍ​ໃຕ້​ການ​ບີບ​ບັງ​ຄັບ ແລະ ເລີ່ມ​ຕົ້ນ​ໃໝ່​ອີກ​ຄັ້ງ, ແລະ ໃນ​ອີກ​ຫລາຍໆ​ວິ​ທີ​ທາງ​ອື່ນໆ​ໄດ້​ອຸ​ທິດ​ຖວາຍ​ຕົນ​ເອງ ແລະ ຊັບ​ສິນ​ຂອງ​ເຂົາ​ເຈົ້າ​ໃຫ້​ແກ່​ອຸ​ດົມ​ການ​ຂອງ​ຊີ​ໂອນ. ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະ​ລະ ແມ່ນ​ແຕ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຖ້າ​ຫາກ​ວ່າ​ຈຳ​ເປັນ. ແລະ ເຮົາ​ທຸກ​ຄົນ​ເປັນ​ຜູ້​ຮັບ​ຜົນ​ປະ​ໂຫຍດ​ຂອງ​ຄວາມ​ອົດ​ທົນ​ຂອງ​ເຂົາ​ເຈົ້າ. ເລື່ອງ​ດຽວ​ກັນ​ກໍ​ເປັນ​ຄວາມ​ຈິງ​ສຳ​ລັບ​ຫລາຍໆ​ຄົນ​ໃນ​ທຸກ​ວັນ​ນີ້ ຜູ້​ທີ່​ອາດ​ສູນ​ເສຍ​ຄອບ​ຄົວ ແລະ ໝູ່​ເພື່ອນ, ສູນ​ເສຍ​ໂອ​ກາດ​ທາງ​ວຽກ​ງານ, ຫລື ໄດ້​ທົນ​ທຸກ​ກັບ​ການ​ຈຳ​ແນກ ຫລື ຄວາມ​ບໍ່​ອົດ​ທົນ​ທີ່​ເປັນ​ຜົນ​ສະ​ທ້ອນ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາງ​ວັນ​ຂອງ​ເຂົາ​ເຈົ້າ, ແມ່ນ​ຄວາມ​ຮູ້​ສຶກ​ທີ່​ມີ​ພະ​ລັງ​ຂອງ​ການ​ເປັນ​ພາກ​ສ່ວນ​ໃນ​ບັນ​ດາ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ. ການ​ເສຍ​ສະ​ລະ​ໃດໆ​ທີ່​ເຮົາ​ເຮັດ​ໃນ​ອຸ​ດົມ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ຢືນ​ຢັນ​ບ່ອນ​ຂອງ​ເຮົາ​ກັບ​ພຣະ​ອົງ ຜູ້​ຊຶ່ງ​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ ເພື່ອ​ເປັນ​ການ​ໄຖ່​ໃຫ້​ແກ່​ຄົນ​ທັງ​ຫລາຍ.

ອົງ​ປະ​ກອບ​ສຸດ​ທ້າຍ ແລະ ສຳ​ຄັນ​ທີ່​ສຸດ​ຂອງ​ຄຳ​ສອນ​ຂອງ​ການ​ເປັນ​ພາກ​ສ່ວນ​ແມ່ນ​ບົດ​ບາດ​ຈຸດ​ໃຈ​ກາງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ບໍ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ເພື່ອ​ມິດ​ຕະ​ພາບ​ເທົ່າ​ນັ້ນ, ເຖິງ​ແມ່ນ​ວ່າ​ນັ້ນ​ກໍ​ສຳ​ຄັນ. ເຮົາ​ເຂົ້າ​ຮ່ວມ​ເພື່ອ​ການ​ໄຖ່​ຜ່ານ​ທາງ​ຄວາມ​ຮັກ ແລະ ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ເຂົ້າ​ຮ່ວມ​ເພື່ອ​ຈະ​ໄດ້​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ສຳ​ລັບ​ຕົວ​ເຮົາ​ເອງ ແລະ ຜູ້​ຄົນ​ທີ່​ເຮົາ​ຮັກ ຢູ່​ທັງ​ສອງ​ຟາກ​ມ່ານ. ເຮົາ​ເຂົ້າ​ຮ່ວມ​ເພື່ອ​ຈະ​ເປັນ​ພາກ​ສ່ວນ​ໃນ​ໂຄງ​ການ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ສະ​ຖາ​ປະ​ນາ​ຊີ​ໂອນ ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ຄືນ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສາດ​ສະ​ໜາ​ຈັກ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ທີ່​ພຣະ​ເຈົ້າ​ສະ​ເໜີ​ມອບ​ໃຫ້​ແກ່​ເຮົາ ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ.15 ມັນ​ແມ່ນ​ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ເປັນ​ພາກ​ສ່ວນ​ທີ່​ສູງ​ສຸດ ແລະ ເລິກ​ເຊິ່ງ​ທີ່​ສຸດ. ເມື່ອ​ບໍ່​ດົນ​ມາ​ນີ້ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຂຽນ​ວ່າ:

“ເມື່ອ​ທ່ານ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແລ້ວ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ຈະ​ໃກ້​ຊິດ​ຫລາຍ​ກວ່າ ກ່ອນ​ທີ່​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ. ບັດ​ນີ້ ເຮົາ​ຖືກ​ຜູກ​ມັດ​ເຂົ້າ​ກັນ. ຍ້ອນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ບໍ່​ມີ​ວັນ​ອິດ​ເມື່ອຍ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ, ແລະ ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ອົດ​ທົນ​ທີ່​ເມດ​ຕາ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ໝົດ​ໄປ. ເຮົາ​ແຕ່​ລະ​ຄົນ​ມີ​ບ່ອນ​ພິ​ເສດ​ໃນ​ພຣະ​ໄທ​ຂອງ​ພຣະ​ເຈົ້າ. …

“… ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ຮັບ​ປະ​ກັນ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ (ເບິ່ງ ເຮັບ​ເຣີ 7:22; 8:6).”16

ຖ້າ​ຫາກ​ເຮົາ​ຈະ​ຈື່​ຈຳ​ສິ່ງ​ນີ້​ໄວ້, ຄວາມ​ຫວັງ​ທີ່​ສູງ​ສົ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ເຮົາ​ກໍ​ຈະ​ດົນ​ໃຈ​ເຮົາ ບໍ່​ແມ່ນ​ເຮັດ​ໃຫ້​ເຮົາ​ທໍ້​ຖອຍ​ໃຈ.

ເຮົາ​ສາ​ມາດ​ຮູ້​ສຶກ​ຄວາມ​ຊື່ນ​ຊົມ​ໄດ້​ຂະ​ນະ​ທີ່​ເຮົາ​ຕິດ​ຕາມ​ຫາ, ເປັນ​ສ່ວນ​ບຸກ​ຄົນ ແລະ ສ່ວນ​ຊຸມ​ຊົນ, “ຂະ​ໜາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ.”17 ເຖິງ​ແມ່ນ​ວ່າ​ຈະ​ພົບ​ຄວາມ​ຜິດ​ຫວັງ ແລະ ຄວາມ​ຫຍຸ້ງ​ຍາກ​ລະ​ຫວ່າງ​ທາງ, ມັນ​ກໍ​ຍັງ​ເປັນ​ການ​ສະ​ແຫວງ​ຫາ​ທີ່​ຍິ່ງ​ໃຫຍ່. ເຮົາ​ຊ່ວຍ​ເຫລືອ ແລະ ຊຸກ​ຍູ້​ກັນ​ແລະ​ກັນ ໃນ​ການ​ຕິດ​ຕາມ​ຫາ​ເສັ້ນ​ທາງ​ທີ່​ສູງ​ຂຶ້ນ, ໂດຍ​ທີ່​ຮູ້​ວ່າ ບໍ່​ວ່າ​ຄວາມ​ຍາກ​ລຳ​ບາກ​ຈະ​ເປັນ​ແບບ​ໃດ ແລະ ບໍ່​ວ່າ​ພອນ​ທີ່​ຖືກ​ສັນ​ຍາ​ໄວ້​ຈະ​ຊັກ​ຊ້າ​ຂະ​ໜາດ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ “ເປັນ​ສຸກ​ໄດ້, [ເພາະ​ພຣະ​ຄຣິດ​ໄດ້] ເອົາ​ຊະ​ນະ​ໂລກ​ແລ້ວ,”18 ແລະ ເຮົາ​ກໍ​ຢູ່​ກັບ​ພຣະ​ອົງ. ການ​ເປັນ​ໜຶ່ງ​ດຽວ​ກັບ​ພຣະ​ບິ​ດາ, ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ແນ່​ນອນ​ວ່າ​ຄື​ການ​ເປັນ​ພາກ​ສ່ວນ​ທີ່​ສູງ​ສຸດ.19

ສະ​ນັ້ນ, ຄຳ​ສອນ​ຂອງ​ການ​ເປັນ​ພາກ​ສ່ວນ​ແມ່ນ​ວ່າ—ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ: ພຣະ​ເຢ​ຊູ​ຄຣິດ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ; ພຣະ​ອົງ​ໄດ້​ເຫັນ​ວ່າ​ເຮົາ​ມີ​ຄຸນ​ຄ່າ​ດີ​ພໍ​ສຳ​ລັບ​ໂລ​ຫິດ​ຂອງ​ພຣະ​ອົງ. ພຣະ​ອົງ​ຮັກ​ເຮົາ ແລະ ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ທັງ​ໝົດ​ໃນ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ​ກັບ​ໃຈ, ພຣະ​ຄຸນ​ຂອງ​ພຣະ​ອົງ​ຈະ​ປ່ຽນ​ແປງ​ເຮົາ. ເຮົາ​ເປັນ​ໜຶ່ງ​ດຽວ​ກັນ​ກັບ​ພຣະ​ອົງ​ຢູ່​ໃນ​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ; ເຮົາ​ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ; ແລະ ເຮົາ​ເປັນ​ພາກ​ສ່ວນ​ໃນ​ອຸ​ດົມ​ການ​ຂອງ​ພຣະ​ອົງ​ທີ່​ຈະ​ນຳ​ການ​ໄຖ່​ມາ​ສູ່​ລູກໆ​ຂອງ​ພຣະ​ອົງ​ທຸກໆ​ຄົນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ທ່ານ​ເປັນ​ພາກ​ສ່ວນ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ພຣະ​ນິ​ມິດ 5:9; ເບິ່ງ 1 ນີ​ໄຟ 19:17; ໂມ​ໄຊ​ຢາ 15:28; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:51; 77:8, 11 ນຳ​ອີກ.

  2. Teachings of Presidents of the Church: Joseph Smith (2007), 186.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:27.

  4. ຜູ້​ສັງ​ເກດ​ການ​ທີ່​ຊ່າງ​ສັງ​ເກດ​ໄດ້​ເຫັນ​ວ່າ:

    “ສາດ​ສະ​ໜາ​ເປັນ​ພຽງ​ເລື່ອງ​ສ່ວນ​ຕົວ​ໃນ​ອະ​ດີດ, ຈົນ​ເຖິງ​ວັນ​ເວ​ລາ​ຂອງ​ເຮົາ, ບໍ່​ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ໜັງ​ສື​ປະ​ຫວັດ​ສາດ—ແລະ ເປັນ​ເຫດ​ຜົນ​ທີ່​ດີ. ສາດ​ສະ​ໜາ​ດັ່ງ​ກ່າວ​ກໍ​ສູນ​ຫາຍ​ໄປ​ເປັນ​ຄວາມ​ເພິ່ງ​ພໍ​ໃຈ​ພາຍ​ໃນ, ເປັນ​ງານ​ອະ​ດິ​ເລກ​ຂອງ​ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ, ດັ່ງ​ການ​ອ່ານ​ປຶ້ມ ຫລື ການ​ເບິ່ງ​ໂທ​ລະ​ພາບ. ສະ​ນັ້ນ ມັນ​ບໍ່​ໄດ້​ເປັນ​ເລື່ອງ​ປະ​ຫລາດ​ໃຈ​ທີ່​ການ​ຄົ້ນ​ຫາ​ຝ່າຍ​ວິນ​ຍານ​ໄດ້​ກາຍ​ເປັນ​ເລື່ອງ​ທັນ​ສະ​ໄໝ. ມັນ​ເປັນ​ສິ່ງ​ທີ່​ບຸກ​ຄົນ, ທີ່​ຖືກ​ປົດ​ປ່ອຍ​ຈາກ​ການ​ເຊື່ອ​ຖື​ສາດ​ສະ​ໜາ, ສະ​ແຫວງ​ຫາ​ຢ່າງ​ໝົດ​ຫວັງ​ເພື່ອ​ເປັນ​ການ​ທົດ​ແທນ.

    “ແນ່​ນອນ​ວ່າ​ຝ່າຍ​ວິນ​ຍານ​ເປັນ​ພາກ​ສ່ວນ​ຂອງ​ທຸກໆ​ສາດ​ສະ​ໜາ—ແຕ່​ເປັນ​ພາກ​ສ່ວນ​ນ້ອຍ, ແລະ ມັນ​ບໍ່​ສາ​ມາດ​ເປັນ​ການ​ທົດ​ແທນ​ສ່ວນ​ທັງ​ໝົດ. ສາດ​ສະ​ໜາ​ບໍ່​ແມ່ນ​ການ​ອອກ​ກຳ​ລັງ​ກາຍ​ທາງ​ຈິດ​ໃຈ​ແບບ​ໜຶ່ງ ທີ່​ບາງ​ຄັ້ງ​ບາງ​ຄາວ​ຈະ​ໃຫ້​ມີ​ປະ​ສົບ​ການ​ທາງ​ດ້ານ​ວິນ​ຍານ. ມັນ​ຈະ​ຫລໍ່​ຫລອມ​ຊີ​ວິດ​ຂອງ​ຄົນ—ທັງ​ໝົດ​ຕະ​ຫລອດ​ຊີ​ວິດ—ຫລື ມັນ​ຈະ​ສູນ​ຫາຍ​ໄປ, ປ່ອຍ​ໃຫ້​ຜູ້​ຄົນ​ຢູ່​ຢ່າງ​ກັງ​ວົນ, ຫວ່າງ​ເປົ່າ ທີ່​ບໍ່​ມີ​ການ​ບຳ​ບັດ​ທາງ​ຈິດ​ໃຈ​ໃດໆ​ຈະ​ສາ​ມາດ​ແກ້​ໄຂ​ໄດ້. ແລະ ເພື່ອ​ສາດ​ສະ​ໜາ​ຈະ​ຫລໍ່​ຫລອມ​ຊີ​ວິດ​ຂອງ​ຄົນ, ມັນ​ຕ້ອງ​ເປັນ​ທາງ​ສ່ວນ​ສາ​ທາ​ລະ​ນະ ແລະ ສ່ວນ​ຊຸມ​ຊົນ; ມັນ​ຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ ແລະ ຜູ້​ທີ່​ຍັງ​ບໍ່​ທັນ​ເກີດ​ເທື່ອ” (Irving Kristol, “The Welfare State’s Spiritual Crisis,” Wall Street Journal, Feb. 3, 1997, A14).

  5. 1 ໂກ​ຣິນ​ໂທ 12:12–13, 25–26.

  6. ເບິ່ງ Russell M. Nelson, “Perfection Pending,” Ensign, Nov. 1995, 86–88; Jeffrey R. Holland, “Be Ye Therefore Perfect—Eventually,” Liahona, Nov. 2017, 40–42.

  7. 1 ຊາ​ມູ​ເອນ 16:7.

  8. ດັ່ງ​ທີ່​ກ່າວ​ໂດຍ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ, “‘ຈົ່ງ​ມາ​ຕາມ​ທີ່​ເຈົ້າ​ເປັນ​ຢູ່,’ ພຣະ​ບິ​ດາ​ທີ່​ຊົງ​ຮັກ​ກ່າວ​ຕໍ່​ເຮົາ​ແຕ່​ລະ​ຄົນ, ແຕ່​ພຣະ​ອົງ​ຕື່ມ​ຄຳ​ນີ້​ໃສ່, ‘ຢ່າ​ຄິດ​ເລີຍ​ວ່າ​ເຈົ້າ​ຈະ​ບໍ່​ປ່ຽນ​ແປງ.’ ເຮົາ​ຍິ້ມ ແລະ ຈື່​ຈຳ​ວ່າ ພຣະ​ເຈົ້າ​ມຸ່ງ​ໝັ້ນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ໄປ​ໄດ້​ຫລາຍ​ກວ່າ​ທີ່​ເຮົາ​ໄດ້​ຄິດ​ວ່າ​ເຮົາ​ຈະ​ເປັນ​ໄດ້” (“Songs Sung and Unsung,” Liahona, May 2017, 51).

  9. Jodi King, “Belonging in the Church through the Lens of Infertility,” Liahona, Mar. 2020, 46, 48–49.

  10. ເອ​ເຟ​ໂຊ 4:12–13.

  11. ລູ​ກາ 14:21.

  12. ມາ​ຣະ​ໂກ 10:43, 45; ເນັ້ນ​ຄຳ​ເນີ້ງ.

  13. Rod Dreher, “A Christian Survival Guide for a Secular Age,” Deseret Magazine, Apr. 2021, 68.

  14. Dreher, “A Christian Survival Guide for a Secular Age,” 68.

  15. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–22.

  16. Russell M. Nelson, “The Everlasting Covenant,” Liahona, Oct. 2022, 6, 10.

  17. ເອ​ເຟ​ໂຊ 4:13.

  18. ໂຢ​ຮັນ 16:33.

  19. ເບິ່ງ ໂຢ​ຮັນ 17:20–23. “ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້​ທ່ານ​ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ອົງ​ນີ້ ຜູ້​ຊຶ່ງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ຂຽນ​ໄວ້, ເພື່ອ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ແລະ ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ນຳ​ອີກ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ​ພະ​ຍານ​ເຖິງ​ພວກ​ພຣະ​ອົງ, ເພື່ອ​ຈະ​ຢູ່​ນຳ ແລະ ສະ​ຖິດ​ຢູ່​ໃນ​ທ່ານ​ຕະ​ຫລອດ​ໄປ” (ອີ​ເທີ 12:41).