ດ້ວຍສຸດຫົວໃຈ
ເຮົາຄວນເປັນຜູ້ຕິດຕາມຂອງພຣະເຢຊູຜູ້ທີ່ມີຄວາມປິຕິຍິນດີໃນການເດີນທາງສ່ວນຕົວຂອງເຮົາ ໃນການເປັນສານຸສິດດ້ວຍສຸດຫົວໃຈ.
ບາງເທື່ອ, ມັນຈະຊ່ວຍໄດ້ດີຖ້າເຮົາຮູ້ວ່າຈະຄາດຫວັງຫຍັງແດ່.
ໃກ້ບັ້ນທາຍຂອງການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູໄດ້ບອກອັກຄະສາວົກຂອງພຣະອົງວ່າຊ່ວງເວລາທີ່ຍາກລຳບາກຈະມາເຖິງແລ້ວ. ແຕ່ພຣະອົງກໍໄດ້ກ່າວອີກວ່າ, “ຢ່າວຸ້ນວາຍເປັນທຸກໃຈ.”1 ແມ່ນແລ້ວ, ພຣະອົງຈະໜີໄປ, ແຕ່ພຣະອົງຈະບໍ່ປ່ອຍປະໃຫ້ເຂົາເຈົ້າຢູ່ຕາມລຳພັງ.2 ພຣະອົງຈະສົ່ງພຣະວິນຍານຂອງພຣະອົງມາຊ່ວຍໃຫ້ເຂົາເຈົ້າຢືນຢັດຢູ່ຢ່າງໝັ້ນຄົງ, ແລະ ພົບສັນຕິສຸກ. ພຣະຜູ້ຊ່ວຍໃຫ້ລອດໄດ້ບັນລຸຄຳສັນຍາຂອງພຣະອົງທີ່ຈະສະຖິດຢູ່ກັບເຮົາ, ສານຸສິດຂອງພຣະອົງ, ແຕ່ເຮົາຕ້ອງຫລຽວຫາພຣະອົງຢູ່ສະເໝີເພື່ອຊ່ວຍໃຫ້ເຮົາຮັບຮູ້ ແລະ ຊື່ນຊົມກັບການສະຖິດຢູ່ຂອງພຣະອົງ.
ສານຸສິດຂອງພຣະຄຣິດໄດ້ປະເຊີນໜ້າກັບຊ່ວງເວລາຍາກລຳບາກສະເໝີມາ.
ເພື່ອນທີ່ຮັກແພງຄົນໜຶ່ງຂອງຂ້າພະເຈົ້າໄດ້ສົ່ງບົດຄວາມເກົ່າແກ່ມາໃຫ້ຂ້າພະເຈົ້າຈາກ Nebraska Advertiser, ສຳນັກງານໜັງສືພິມເຂດຕາເວັນຕົກພາກກາງຂອງສະຫະລັດ, ລົງວັນທີ 9 ເດືອນກໍລະກົດ, 1857. ມັນອ່ານວ່າ: “ແຕ່ເຊົ້າໆມື້ນີ້ກຸ່ມຊາວມໍມອນໄດ້ຜ່ານເຂດນີ້ໃນການເດີນທາງຂອງເຂົາເຈົ້າໄປສູ່ເມືອງເຊົາເລັກ. ພວກຜູ້ຍິງ (ແນ່ນອນວ່າບໍ່ໄດ້ເປັນຄົນຮ່າງນ້ອຍບອບບາງ) ໂດຍທີ່ກຳລັງລາກກວຽນຄືກັບວ່າເປັນສັດ, (ຜູ້ຍິງ) ຄົນໜຶ່ງໄດ້ລົ້ມລົງໃນຂີ້ຕົມດຳ, ຊຶ່ງເຮັດໃຫ້ຂະບວນການລາກຢຸດສະຫງັກບຶດໜຶ່ງ, ເດັກນ້ອຍກໍໄດ້ຍ່າງຕາມຫລັງ ສວມເສື້ອຜ້າ [ແປກໆ] ທີ່ເບິ່ງຄືວ່າແນ່ວແນ່ຄືກັນກັບແມ່ຂອງພວກເຂົາ.”3
ຂ້າພະເຈົ້າໄດ້ຄິດຫລາຍກ່ຽວກັບຜູ້ຍິງທີ່ລົ້ມໃນຂີ້ຕົມຄົນນັ້ນ. ເປັນຫຍັງນາງຈຶ່ງລາກກວຽນນັ້ນຄົນດຽວ? ນາງເປັນແມ່ລ້ຽງລູກຄົນດຽວບໍ? ແມ່ນຫຍັງໃຫ້ນາງໄດ້ມີຄວາມເຂັ້ມແຂງພາຍໃນ, ຄວາມກ້າຫານ, ຄວາມມານະອົດທົນທີ່ຈະເດີນທາງລຸຍຂີ້ຕົມແບບນັ້ນ, ລາກສົມບັດທັງໝົດຂອງນາງຢູ່ໃນກວຽນ ໄປສູ່ບ້ານທີ່ທະເລຊາຍບ່ອນທີ່ບໍ່ໄດ້ເປັນທີ່ຮູ້ຈັກ—ທີ່ບາງເທື່ອກໍຖືກເຍາະເຍີ້ຍໂດຍຜູ້ສັງເກດການ?4
ປະທານໂຈເຊັບ ແອັຟ ສະມິດ ໄດ້ກ່າວເຖິງຄວາມເຂັ້ມແຂງພາຍໃນຂອງຜູ້ຍິງບຸກເບີກເຫລົ່ານີ້ວ່າ: “ທ່ານຈະສາມາດເຮັດໃຫ້ຜູ້ຍິງເຫລົ່ານີ້ຫັນເຫໄປຈາກຄວາມເຊື່ອໝັ້ນຂອງພວກນາງໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ບໍ? ທ່ານຈະສາມາດເຮັດໃຫ້ພວກນາງສົງໄສປະຈັກພະຍານຂອງພວກນາງໃນພາລະກິດຂອງສາດສະດາໂຈເຊັບ ສະມິດ ໄດ້ບໍ? ຈະມີໃຜຫລອກລວງພວກນາງກ່ຽວກັບພາລະກິດອັນສູງສົ່ງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າໄດ້ບໍ? ບໍ່ເລີຍ, ຈະບໍ່ມີໃຜເຮັດໄດ້ເລີຍ. ເພາະເຫດໃດ? ເພາະວ່າພວກນາງຮູ້ຄວາມຈິງ. ພຣະເຈົ້າໄດ້ເປີດເຜີຍໃຫ້ແກ່ພວກນາງ, ແລະ ພວກນາງໄດ້ເຂົ້າໃຈມັນ, ແລະ ບໍ່ມີອຳນາດໃດຢູ່ເທິງແຜ່ນດິນໂລກທີ່ຈະສາມາດເຮັດໃຫ້ພວກນາງຫັນໜີໄປຈາກສິ່ງທີ່ພວກນາງຮູ້ວ່າເປັນຄວາມຈິງນັ້ນ.”5
ອ້າຍເອື້ອຍນ້ອງທັງຫລາຍ, ການເປັນຜູ້ຊາຍ ແລະ ຜູ້ຍິງແບບນີ້ຄືການເອີ້ນຂອງວັນເວລາຂອງເຮົາ—ເປັນສານຸສິດຜູ້ທີ່ພະຍາຍາມສຸດຄວາມສາມາດເພື່ອຈະພົບເຫັນຄວາມເຂັ້ມແຂງທີ່ຈະພະຍາຍາມຕໍ່ໄປເມື່ອປະເຊີນໜ້າກັບຄວາມຍາກລຳບາກ, ເປັນສານຸສິດດ້ວຍຄວາມເຊື່ອໝັ້ນທີ່ພຣະເຈົ້າໄດ້ເປີດເຜີຍໃຫ້ແກ່ເຮົາ, ເປັນຜູ້ຕິດຕາມຂອງພຣະເຢຊູຄຣິດຜູ້ທີ່ມີຄວາມປິຕິຍິນດີໃນການເດີນທາງສ່ວນຕົວຂອງເຮົາ ໃນການເປັນສານຸສິດດ້ວຍສຸດຫົວໃຈ. ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາເຊື່ອ ແລະ ສາມາດເຕີບໂຕໄດ້ໃນຄວາມຈິງທີ່ສຳຄັນສາມຢ່າງ.
ທຳອິດ, ເຮົາສາມາດຮັກສາພັນທະສັນຍາຂອງເຮົາ, ແມ່ນແຕ່ເມື່ອມັນບໍ່ງ່າຍ
ເມື່ອສັດທາຂອງທ່ານ, ຄອບຄົວຂອງທ່ານ, ຫລື ອະນາຄົດຂອງທ່ານຖືກທ້າທາຍ—ເມື່ອທ່ານສົງໄສວ່າເປັນຫຍັງຊີວິດຄືມາຍາກແທ້ເມື່ອທ່ານກຳລັງເຮັດຈົນສຸດຄວາມສາມາດທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ—ໃຫ້ຈື່ຈຳໄວ້ວ່າ ພຣະຜູ້ເປັນເຈົ້າໄດ້ບອກເຮົາວ່າ ເຮົາຈະປະເຊີນກັບບັນຫາ. ບັນຫາເປັນພາກສ່ວນຂອງແຜນ ແລະ ບໍ່ໄດ້ໝາຍຄວາມວ່າທ່ານຖືກປະຖິ້ມ; ມັນເປັນພາກສ່ວນຂອງການເປັນສານຸສິດຂອງພຣະອົງ.6 ແທ້ຈິງແລ້ວ, ພຣະອົງເຄີຍ, “ທົນທຸກນາໆ ແລະ ທົນຕໍ່ຄວາມເຈັບປວດ.”7
ຂ້າພະເຈົ້າກຳລັງຮຽນຮູ້ວ່າພຣະບິດາເທິງສະຫວັນສົນໃຈນຳ ການເຕີບໂຕ ຂອງຂ້າພະເຈົ້າໃນຖານະສານຸສິດຂອງພຣະເຢຊູຄຣິດຫລາຍກວ່າທີ່ພຣະອົງສົນໃຈເລື່ອງ ຄວາມສຸກສະບາຍ ຂອງຂ້າພະເຈົ້າ. ຂ້າພະເຈົ້າອາດບໍ່ຢາກໃຫ້ມັນເປັນແບບນັ້ນສະເໝີໄປ—ແຕ່ມັນກໍເປັນແບບນັ້ນ!
ການດຳລົງຊີວິດໃນຄວາມສະດວກສະບາຍຈະບໍ່ນຳພະລັງມາໃຫ້. ພະລັງທີ່ເຮົາຕ້ອງການເພື່ອຈະຕໍ່ຕ້ານການທົດລອງໃນວັນເວລາຂອງເຮົາແມ່ນອຳນາດ ຂອງພຣະຜູ້ເປັນເຈົ້າ, ແລະ ອຳນາດຂອງພຣະອົງນັ້ນມາຈາກພັນທະສັນຍາຂອງເຮົາກັບພຣະອົງ.8 ການຕອບຮັບດ້ວຍສັດທາເມື່ອເຮົາປະເຊີນໜ້າກັບການທ້າທາຍທີ່ຍາກລຳບາກ—ທີ່ຈະພະຍາຍາມແຕ່ລະວັນທີ່ຈະ ເຮັດ ສິ່ງທີ່ເຮົາເຮັດພັນທະສັນຍາກັບພຣະຜູ້ຊ່ວຍໃຫ້ລອດວ່າເຮົາຈະ ເຮັດ, ແມ່ນແຕ່ ແລະ ໂດຍສະເພາະເມື່ອເຮົາອິດເມື່ອຍ, ກັງວັນ, ແລະ ດີ້ນລົນກັບຄຳຖາມ ແລະ ບັນຫາທີ່ຍາກ—ເປັນເວລາທີ່ເຮົາຄວນຄ່ອຍໆຮັບເອົາຄວາມສະຫວ່າງຂອງພຣະອົງ, ພະລັງຂອງພຣະອົງ, ຄວາມຮັກຂອງພຣະອົງ, ພຣະວິນຍານຂອງພຣະອົງ, ສັນຕິສຸກຂອງພຣະອົງ.
ເຫດຜົນສຳລັບການກ້າວເດີນໄປໃນເສັ້ນທາງແຫ່ງພັນທະສັນຍາແມ່ນທີ່ຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດ. ພຣະອົງ ເປັນເຫດຜົນນັ້ນ, ບໍ່ແມ່ນຄວາມກ້າວໜ້າທີ່ສົມບູນແບບຂອງເຮົາ. ມັນບໍ່ແມ່ນການແຂ່ງຂັນ, ແລະ ເຮົາກໍບໍ່ຕ້ອງປຽບທຽບການເດີນທາງຂອງເຮົາໃສ່ກັບຂອງຄົນອື່ນ. ແມ່ນແຕ່ເມື່ອເຮົາສະດຸດລົ້ມ, ພຣະອົງກໍສະຖິດຢູ່ທີ່ນັ້ນ.
ທີສອງ, ເຮົາສາມາດລົງມືປະຕິບັດດ້ວຍສັດທາ
ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາເຂົ້າໃຈວ່າສັດທາໃນພຣະອົງຮຽກຮ້ອງການປະຕິບັດ—ໂດຍສະເພາະໃນຊ່ວງເວລາທີ່ຍາກລຳບາກ.9
ເມື່ອຫລາຍປີກ່ອນ, ພໍ່ແມ່ຂອງຂ້າພະເຈົ້າຕັດສິນໃຈປູພົມໃໝ່ໃນບ້ານຂອງພວກເພິ່ນ. ຄືນກ່ອນພົມໃໝ່ຈະມາເຖິງ, ແມ່ຂອງຂ້າພະເຈົ້າໄດ້ຂໍໃຫ້ພວກນ້ອງຊາຍຂອງຂ້າພະເຈົ້າຍົກຍ້າຍເຄື່ອງເຟີນີເຈີ ແລະ ຮື້ພົມເກົ່າໃນຫ້ອງນອນອອກເພື່ອວ່າຈະໄດ້ໃສ່ພົມໃໝ່. ນາງເອັມມະລີ, ນ້ອງສາວຂອງຂ້າພະເຈົ້າ, ໃນຕອນນັ້ນມີອາຍຸເຈັດປີ, ໄດ້ເຂົ້ານອນແລ້ວ. ສະນັ້ນ, ຂະນະທີ່ນາງນອນຢູ່ພວກເຂົາໄດ້ພາກັນຍົກຍ້າຍເຄື່ອງເຟີນີເຈີທັງໝົດຢ່າງງຽບໆ ອອກຈາກຫ້ອງນອນຂອງນາງ, ຍົກເວັ້ນແຕ່ຕຽງນອນຂອງນາງ, ແລະ ແລ້ວຈຶ່ງໄດ້ຮື້ພົມອອກ. ສະນັ້ນ, ດັ່ງທີ່ຜູ້ເປັນອ້າຍມັກຈະເຮັດ, ພວກເຂົາຕັດສິນໃຈແກ້ງນ້ອງ. ພວກເຂົາໄດ້ຂົນເຂົ້າຂອງ ຂອງນາງທັງໝົດອອກໄປຈາກຫ້ອງເກັບເສື້ອຜ້າ, ທັງຈາກຝາ, ປະໃຫ້ຫ້ອງວ່າງເປົ່າ. ແລ້ວພວກເຂົາໄດ້ຂຽນຈົດໝາຍນ້ອຍ ແລະ ຕິດມັນໄວ້ໃນຝາວ່າ: “ເຖິງນ້ອງເອັມມະລີ, ພວກເຮົາໄດ້ຍ້າຍບ້ານແລ້ວ. ພວກເຮົາຈະຂຽນຫາອີກໃນສອງສາມມື້ ແລະ ບອກເຈົ້າວ່າພວກເຮົາຢູ່ໃສ. ດ້ວຍຄວາມຮັກ, ຄອບຄົວຂອງເຈົ້າ.”
ເຊົ້າຕໍ່ມາເມື່ອນາງເອັມມະລີບໍ່ລົງມາກິນເຂົ້າເຊົ້າ, ພວກນ້ອງຊາຍຂອງຂ້າພະເຈົ້າໄດ້ໄປຕາມຫານາງ—ນາງໄດ້ນັ່ງຢູ່ໃນຫ້ອງ, ໂສກເສົ້າ ແລະ ໂດດດ່ຽວ ຢູ່ທາງຫລັງປະຕູທີ່ປິດຢູ່. ຕໍ່ມາ ນາງເອັມມະລີສະທ້ອນຄິດເຖິງປະສົບການນັ້ນວ່າ, “ຂ້ອຍຮູ້ສຶກເຈັບປວດ. ແຕ່ຈະເກີດອັນໃດຂຶ້ນຖ້າຂ້ອຍພຽງແຕ່ເປີດປະຕູ? ຂ້ອຍຈະໄດ້ຍິນຫຍັງ? ຂ້ອຍຈະໄດ້ກິ່ນຫຍັງ? ຂ້ອຍຕ້ອງໄດ້ຮູ້ວ່າຂ້ອຍບໍ່ໄດ້ຢູ່ຄົນດຽວ. ຂ້ອຍຕ້ອງໄດ້ຮູ້ວ່າຂ້ອຍເປັນທີ່ຮັກແທ້ໆ. ຂ້ອຍບໍ່ໄດ້ຄິດເລີຍວ່າຈະຕ້ອງເຮັດສິ່ງໃດສິ່ງໜຶ່ງກ່ຽວກັບສະພາບການຂອງຂ້ອຍ. ຂ້ອຍຍອມແພ້ ແລະ ຢູ່ໃນຫ້ອງເກັບເສື້ອຜ້າ ແລະ ຮ້ອງໄຫ້. ແຕ່ຖ້າຂ້ອຍພຽງແຕ່ເປີດປະຕູ ຂ້ອຍກໍຈະຮູ້ຄວາມຈິງ.”10
ນ້ອງສາວຂອງຂ້າພະເຈົ້າໄດ້ສັນນິຖານອີງຕາມສິ່ງທີ່ນາງໄດ້ເຫັນ, ແຕ່ມັນບໍ່ໄດ້ສະທ້ອນເຖິງສິ່ງທີ່ມັນເປັນຈິງແທ້ໆ. ມັນກໍໜ້າສົນໃຈບໍທີ່ເຮົາ, ຄືກັນກັບນາງເອັມມະລີ, ກໍຈະຮູ້ສຶກໜັກໃຈໃນຄວາມໂສກເສົ້າ ຫລື ຄວາມເຈັບປວດ ຫລື ຄວາມທໍ້ຖອຍໃຈ ຫລື ຄວາມກັງວົນ ຫລື ຄວາມໂດດດ່ຽວ ຫລື ຄວາມໃຈຮ້າຍ ຫລື ຄວາມອຸກໃຈຈົນເຮົາບໍ່ຄິດພຽງແຕ່ຈະເຮັດສິ່ງໃດສິ່ງໜຶ່ງເລີຍ, ຈະເປີດປະຕູ, ຈະລົງມືປະຕິບັດດ້ວຍສັດທາໃນພຣະເຢຊູຄຣິດ?
ພຣະຄຳພີກໍເຕັມໄປດ້ວຍຕົວຢ່າງຂອງບັນດາຊາຍ ແລະ ຍິງ, ສານຸສິດຂອງພຣະຄຣິດ, ຜູ້ທີ່, ເມື່ອປະເຊີນໜ້າກັບການທ້າທາຍທີ່ເປັນໄປບໍ່ໄດ້, ກໍພຽງແຕ່ລົງມືປະຕິບັດ—ຜູ້ທີ່ໄດ້ລຸກຂຶ້ນໃນສັດທາ ແລະ ໄດ້ກ້າວເດີນໄປຕໍ່.11
ຕໍ່ຄົນຂີ້ທູດທີ່ສະແຫວງຫາການປິ່ນປົວ, ພຣະຄຣິດໄດ້ກ່າວວ່າ: “ຈົ່ງໄປຫາປະໂລຫິດໃຫ້ກວດເບິ່ງພວກເຈົ້າເດີ. ຂະນະທີ່, ພວກເຂົາໄປຕາມທາງນັ້ນ, ພວກເຂົາກໍດີສະອາດທັງໝົດ.”12
ພວກເຂົາໄດ້ໄປສະແດງຕົວໃຫ້ປະໂລຫິດເບິ່ງຄືກັນກັບວ່າພວກເຂົາໄດ້ຫາຍດີແລ້ວ, ແລະ ໃນຂະນະທີ່ກຳລັງລົງມືປະຕິບັດຕາມສັດທາ, ພວກເຂົາກໍໄດ້ຫາຍດີ.
ຂ້າພະເຈົ້າຢາກກ່າວນຳອີກວ່າ ຖ້າຫາກຄວາມຄິດທີ່ຈະລົງມືປະຕິບັດໃນທ່າມກາງຄວາມເຈັບປວດຂອງທ່ານຮູ້ສຶກວ່າເປັນໄປບໍ່ໄດ້, ຂໍຈົ່ງໃຫ້ການກະທຳຂອງທ່ານນັ້ນເປັນການເອື້ອມອອກໄປຫາຄວາມຊ່ວຍເຫລືອ—ຫາໝູ່ເພື່ອນ, ສະມາຊິກໃນຄອບຄົວ, ຜູ້ນຳໃນສາດສະໜາຈັກ, ຜູ້ຊ່ຽວຊານມືອາຊີບ. ນີ້ກໍສາມາດເປັນບາດກ້າວທຳອິດທີ່ນຳໄປສູ່ຄວາມຫວັງ.
ສາມ, ເຮົາສາມາດເຮັດໃຫ້ການອຸທິດຕົນຂອງເຮົາປ່ຽມໄປດ້ວຍຄວາມປິຕິຍິນດີ ແລະ ດ້ວຍສຸດຫົວໃຈ13
ເມື່ອຊ່ວງເວລາຍາກລຳບາກມາເຖິງ, ຂ້າພະເຈົ້າພະຍາຍາມຈື່ຈຳວ່າ ຂ້າພະເຈົ້າໄດ້ເລືອກທີ່ຈະຕິດຕາມພຣະຄຣິດກ່ອນຂ້າພະເຈົ້າໄດ້ລົງມາສູ່ແຜ່ນດິນໂລກ ແລະ ວ່າການທ້າທາຍຕໍ່ສັດທາຂອງຂ້າພະເຈົ້າ, ສຸຂະພາບ, ແລະ ຄວາມອົດທົນຂອງຂ້າພະເຈົ້າ ທັງໝົດເປັນພາກສ່ວນຂອງເຫດຜົນທີ່ຂ້າພະເຈົ້າຢູ່ທີ່ນີ້. ແລະ ແນ່ນອນຂ້າພະເຈົ້າບໍ່ຄວນຄິດເລີຍວ່າການທົດລອງຂອງວັນເວລານີ້ຈະເຮັດໃຫ້ຂ້າພະເຈົ້າສົງໄສຄວາມຮັກທີ່ພຣະເຈົ້າມີໃຫ້ຂ້າພະເຈົ້າ ຫລື ປ່ອຍໃຫ້ມັນປ່ຽນສັດທາຂອງຂ້າພະເຈົ້າໃນພຣະເຈົ້າໄປເປັນຄວາມສົງໄສ. ການທົດລອງບໍ່ໄດ້ໝາຍຄວາມວ່າແຜນນັ້ນກຳລັງລົ້ມເຫລວ, ມັນເປັນພາກສ່ວນຂອງແຜນທີ່ຊ່ວຍໃຫ້ຂ້າພະເຈົ້າສະແຫວງຫາພຣະເຈົ້າ. ຂ້າພະເຈົ້າກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນເມື່ອຂ້າພະເຈົ້າອົດທົນ, ແລະ ຫວັງວ່າ, ເໝືອນດັ່ງພຣະອົງ, ເມື່ອມີຄວາມເຈັບປວດ, ຂ້າພະເຈົ້າຈະຕັ້ງໃຈອະທິຖານຫລາຍຂຶ້ນ.14
ພຣະເຢຊູຄຣິດໄດ້ເປັນຕົວຢ່າງທີ່ດີພ້ອມຂອງການຮັກພຣະບິດາຂອງເຮົາດ້ວຍສຸດພະໄທຂອງພຣະອົງ—ຂອງການເຮັດຕາມພຣະປະສົງຂອງພຣະອົງ, ບໍ່ວ່າຈະເກີດອັນໃດຂຶ້ນກໍຕາມ.15 ຂ້າພະເຈົ້າຢາກຕິດຕາມຕົວຢ່າງຂອງພຣະອົງໂດຍການເຮັດແບບດຽວກັນ.
ຂ້າພະເຈົ້າໄດ້ຮັບການດົນໃຈດ້ວຍສຸດຫົວໃຈ, ຂອງການເປັນສານຸສິດດ້ວຍສຸດຈິດວິນຍານຂອງແມ່ໝ້າຍທີ່ໄດ້ປ່ອນເງິນທອງແດງສອງຫລຽນລົງໃນຫີບຖວາຍໃນພຣະວິຫານ. ນາງໄດ້ຖວາຍທຸກສິ່ງທີ່ນາງມີ.16
ພຣະເຢຊູຄຣິດໄດ້ຮັບຮູ້ນ້ຳໃຈເພື່ອແຜ່ຂອງນາງທັງໝົດໃນເມື່ອຄົນອື່ນເຫັນພຽງແຕ່ສິ່ງທີ່ນາງຂາດ. ສິ່ງດຽວກັນນີ້ກໍເປັນຈິງກັບເຮົາທຸກຄົນ. ພຣະອົງບໍ່ໄດ້ເຫັນສິ່ງທີ່ເຮົາຂາດວ່າເປັນຄວາມລົ້ມເຫລວ ແຕ່ເຫັນວ່າເປັນໂອກາດທີ່ຈະໃຊ້ສັດທາ ແລະ ເຕີບໂຕ.
ສະຫລຸບ
ເພື່ອນສານຸສິດຂອງພຣະເຢຊູຄຣິດຂອງຂ້າພະເຈົ້າ, ດ້ວຍສຸດຫົວໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າເລືອກທີ່ຈະຢືນຢູ່ກັບພຣະຜູ້ເປັນເຈົ້າ. ຂ້າພະເຈົ້າເລືອກທີ່ຈະຢືນຢູ່ກັບຜູ້ຮັບໃຊ້ທີ່ພຣະອົງໄດ້ເລືອກ—ປະທານຣະໂຊ ເອັມ ແນວສັນ ແລະ ເພື່ອນອັກຄະສາວົກຂອງເພິ່ນ—ເພາະພວກເພິ່ນກ່າວແທນພຣະອົງ ແລະ ເປັນຜູ້ພິທັກຮັກສາພິທີການ ແລະ ພັນທະສັນຍາທີ່ຜູກມັດຂ້າພະເຈົ້າເຂົ້າກັບພຣະຜູ້ຊ່ວຍໃຫ້ລອດ.
ເມື່ອຂ້າພະເຈົ້າສະດຸດລົ້ມ, ຂ້າພະເຈົ້າຈະລຸກຂຶ້ນອີກ, ຈະເພິ່ງອາໄສພຣະຄຸນ ແລະ ອຳນາດທີ່ເຮັດໃຫ້ເປັນໄປໄດ້ຂອງພຣະເຢຊູຄຣິດ. ຂ້າພະເຈົ້າຈະຊື່ສັດຢູ່ໃນພັນທະສັນຍາຂອງຂ້າພະເຈົ້າກັບພຣະອົງ ແລະ ຫາຄຳຕອບຕໍ່ຄຳຖາມຂອງຂ້າພະເຈົ້າໂດຍການສຶກສາພຣະຄຳຂອງພຣະເຈົ້າ, ໂດຍສັດທາ, ແລະ ດ້ວຍຄວາມຊ່ວຍເຫລືອຂອງພຣະວິນຍານບໍລິສຸດ, ທີ່ຂ້າພະເຈົ້າໄວ້ວາງໃຈການຊີ້ນຳຂອງພຣະອົງ. ຂ້າພະເຈົ້າຈະສະແຫວງຫາພຣະວິນຍານຂອງພຣະອົງທຸກໆມື້ໂດຍການເຮັດສິ່ງເລັກນ້ອຍ ແລະ ລຽບງ່າຍ.
ນີ້ຄືເສັ້ນທາງແຫ່ງການເປັນສານຸສິດຂອງຂ້າພະເຈົ້າ.
ແລະ ຈົນເຖິງວັນທີ່ບາດແຜປະຈຳວັນຂອງຄວາມເປັນມະຕະຖືກປິ່ນປົວ, ຂ້າພະເຈົ້າຈະລໍຖ້າພຣະຜູ້ເປັນເຈົ້າ ແລະ ໄວ້ວາງໃຈໃນພຣະອົງ—ໃນເວລາຂອງພຣະອົງ, ປັນຍາຂອງພຣະອົງ, ແຜນຂອງພຣະອົງ.17
ໂດຍການຮ່ວມມືກັບທ່ານ, ຂ້າພະເຈົ້າຢາກຢືນຢູ່ກັບພຣະອົງຕະຫລອດໄປ. ດ້ວຍສຸດຫົວໃຈ. ໂດຍທີ່ຮູ້ວ່າ ເມື່ອເຮົາຮັກພຣະເຢຊູຄຣິດສຸດຫົວໃຈຂອງເຮົາ, ພຣະອົງຈະປະທານທຸກສິ່ງໃຫ້ແກ່ເຮົາເປັນການຕອບແທນ.18 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.