ຈິງໃຈຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ
ເຮົາຕ້ອງສະແຫວງຫາປະຈັກພະຍານຂອງເຮົາເອງເຖິງພຣະເຢຊູຄຣິດ, ຄວບຄຸມກິເລດຕັນຫາຂອງເຮົາ, ກັບໃຈຈາກບາບຂອງເຮົາ, ແລະ ຈິງໃຈຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ.
ເດືອນຕຸລາແລ້ວນີ້, ຂ້າພະເຈົ້າໄດ້ຖືກມອບໝາຍ, ພ້ອມກັບປະທານເອັມ ຣະໂຊ ບາເລີດ ແລະ ແອວເດີ ແຈັບຟະຣີ ອາ ຮໍແລນ, ໃຫ້ໄປຢ້ຽມສະຫະອານາຈັກອັງກິດ, ບ່ອນທີ່ສາມຄົນພວກເຮົາເຄີຍໄດ້ຮັບໃຊ້ຕອນເປັນຜູ້ສອນສາດສະໜາໜຸ່ມ. ພວກເຮົາມີສິດທິພິເສດໃນການສິດສອນ ແລະ ເປັນພະຍານ, ຕະຫລອດທັງການໄດ້ກັບຄືນໄປເບິ່ງປະຫວັດສາດໃນກຸ່ມເກາະອັງກິດ ບ່ອນທີ່ພໍ່ຕູ້ທວດຂອງຂ້າພະເຈົ້າ ຮີເບີ ຊີ ຄິມໂບ ແລະ ເພື່ອນຮ່ວມງານຂອງເພິ່ນໄດ້ເປັນຜູ້ສອນສາດສະໜາກຸ່ມທຳອິດ.1
ປະທານຣະໂຊ ເອັມ ແນວສັນ, ໄດ້ເວົ້າຢອກພວກເຮົາກ່ຽວກັບການມອບໝາຍນີ້, ຊຶ່ງສັງເກດເຫັນວ່າ ມັນເປັນເລື່ອງແປກທີ່ໄດ້ມອບໝາຍອັກຄະສາວົກສາມຄົນໃຫ້ໄປຢ້ຽມຢາມພາກພື້ນບ່ອນທີ່ເຂົາເຈົ້າໄດ້ຮັບໃຊ້ເປັນຜູ້ສອນສາດສະໜາຕອນຄາວເປັນໜຸ່ມ. ເພິ່ນຍອມຮັບວ່າ ທຸກຄົນກໍປາດຖະໜາທີ່ຈະຖືກມອບໝາຍໃຫ້ໄປຢ້ຽມຢາມເຂດເຜີຍແຜ່ດັ້ງເດີມຂອງເຂົາເຈົ້າ. ດ້ວຍຮອຍຍິ້ມກວ້າງຢູ່ເທິງໃບໜ້າຂອງເພິ່ນ, ເພິ່ນໄດ້ອະທິບາຍສັ້ນໆກ່ຽວກັບການມອບໝາຍທີ່ບໍ່ເຄີຍເປັນມາກ່ອນ ຖ້າຫາກມີອັກຄະສາວົກສາມຄົນອີກທີ່ເຄີຍຮັບໃຊ້ໃນເຂດເຜີຍແຜ່ດຽວກັນຫລາຍກວ່າ 60 ປີຜ່ານມາແລ້ວ, ພວກເພິ່ນກໍຄົງໄດ້ຮັບການມອບໝາຍທີ່ເໝືອນກັນນີ້.
ໃນການກະກຽມສຳລັບການມອບໝາຍນັ້ນ, ຂ້າພະເຈົ້າໄດ້ອ່ານ Life of Heber C. Kimball [ຊີວິດຂອງຮີເບີ ຊີ ຄິມໂບ], ຂຽນໂດຍຫລານຊາຍຂອງເພິ່ນ, ອໍສັນ ແອັຟ ວິດນີ, ຜູ້ຊຶ່ງຕໍ່ມາໄດ້ຖືກເອີ້ນໃຫ້ເປັນອັກຄະສາວົກ. ປຶ້ມເຫລັ້ມນີ້ໄດ້ຖືກມອບໃຫ້ຂ້າພະເຈົ້າຈາກແມ່ທີ່ປະເສີດຂອງຂ້າພະເຈົ້າ ຕອນຂ້າພະເຈົ້າມີອາຍຸໄດ້ເກືອບເຈັດປີ. ຕອນນັ້ນພວກເຮົາກຳລັງກະກຽມໄປຮ່ວມການອຸທິດອານຸສາວະລີ ນີ້ຄືສະຖານທີ່ ໃນວັນທີ 24 ເດືອນກໍລະກົດ, 1947, ໂດຍ ປະທານຈອດ ອາເບີດ ສະມິດ.2 ແມ່ຢາກໃຫ້ຂ້າພະເຈົ້າຮູ້ຕື່ມອີກກ່ຽວກັບບັນພະບຸລຸດຂອງຂ້າພະເຈົ້າ, ຮີເບີ ຊີ ຄິມໂບ.
ປຶ້ມເຫລັ້ມນີ້ບັນຈຸຂໍ້ຄວາມທີ່ເລິກເຊິ່ງຂອງປະທານຄິມໂບ ທີ່ມີຄວາມສຳຄັນຕໍ່ວັນເວລາຂອງເຮົາ. ກ່ອນແບ່ງປັນຂໍ້ຄວາມນີ້, ຂ້າພະເຈົ້າຂໍເລົ່າຄວາມເປັນມາຈັກໜ່ອຍ.
ຂະນະທີ່ສາດສະດາໂຈເຊັບ ສະມິດ ຖືກຂັງຢູ່ໃນຄຸກລີເບີຕີ, ອັກຄະສາວົກບຣິກຳ ຢັງ ແລະ ອັກຄະສາວົກຮີເບີ ຊີ ຄິມໂບ ມີໜ້າທີ່ຮັບຜິດຊອບ, ພາຍໃຕ້ສະຖານະການທີ່ຮ້າຍແຮງ, ໃຫ້ດູແລການອົບພະຍົບຂອງໄພ່ພົນຈາກລັດມີເຊີຣີ. ສ່ວນໃຫຍ່ຂອງການອົບພະຍົບເປັນເພາະຄຳສັ່ງໃຫ້ລ້າງຜານໂດຍເຈົ້າລັດ ລຽວເບີນ ດັບເບິນຢູ ບອກສ໌.3
ເກືອບເຖິງ 30 ປີຕໍ່ມາ ຮີເບີ ຊີ ຄິມໂບ, ຕອນນັ້ນຢູ່ໃນຝ່າຍປະທານສູງສຸດ, ໄດ້ສະທ້ອນເຖິງປະຫວັດສາດນີ້ກັບຄົນລຸ້ນໃໝ່, ສິດສອນວ່າ, “ຂ້າພະເຈົ້າຂໍບອກທ່ານທັງຫລາຍ, ວ່າພວກທ່ານຫລາຍຄົນຈະໄດ້ເຫັນເວລາທີ່ພວກທ່ານມີບັນຫາ, ການທົດລອງ ແລະ ການຂົ່ມເຫັງທັງໝົດ ວ່າທ່ານສາມາດຢືນຢັດໄດ້, ແລະ ມີໂອກາດຢ່າງຫລວງຫລາຍທີ່ຈະສະແດງວ່າທ່ານ ຈິງໃຈຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ.”4
ທ່ານຮີເບີໄດ້ກ່າວຕື່ມວ່າ: “ເພື່ອຮັບມືກັບຄວາມຫຍຸ້ງຍາກທີ່ກຳລັງຈະເກີດຂຶ້ນ, ຈຳເປັນຕ້ອງມີຄວາມຮູ້ກ່ຽວກັບຄວາມຈິງຂອງວຽກງານນີ້ດ້ວຍຕົວທ່ານເອງ. ຄວາມຫຍຸ້ງຍາກຈະເປັນລັກສະນະຂະໜາດທີ່ຊາຍ ຫລື ຍິງທີ່ບໍ່ມີຄວາມຮູ້ ຫລື ພະຍານດ້ວຍຕົວເອງຢ່າງນີ້ຈະລົ້ມໄດ້. ຖ້າທ່ານຍັງບໍ່ໄດ້ຮັບປະຈັກພະຍານ, ຈົ່ງດຳລົງຊີວິດຢ່າງຖືກຕ້ອງ, ແລະ ເອີ້ນຫາພຣະຜູ້ເປັນເຈົ້າ ແລະ ຢ່າຢຸດຈົນກວ່າທ່ານຈະໄດ້ຮັບມັນ. ຖ້າທ່ານບໍ່ມີ ທ່ານຈະຢືນຢັດບໍ່ໄດ້. … ເວລາຈະມາເຖິງເມື່ອບໍ່ມີຊາຍ ຫລື ຍິງຄົນໃດຈະສາມາດຍືນຍົງກັບແສງທີ່ຢືມໃຊ້. ທຸກຄົນຈະຕ້ອງຖືກນຳພາໄປໂດຍແສງພາຍໃນຕົວເຂົາເອງ. … ຖ້າທ່ານບໍ່ມີມັນ ທ່ານຈະຢືນຢັດບໍ່ໄດ້, ສະນັ້ນ ຈົ່ງສະແຫວງຫາປະຈັກພະຍານເຖິງພຣະເຢຊູ ແລະ ແນບສະໜິດຢູ່ໃນນັ້ນ, ເພື່ອວ່າເມື່ອເວລາຍາກລຳບາກມາເຖິງ ທ່ານຈະບໍ່ສະດຸດ ແລະ ລົ້ມ.”5
ເຮົາແຕ່ລະຄົນຕ້ອງການປະຈັກພະຍານສ່ວນຕົວເຖິງວຽກງານຂອງພຣະເຈົ້າ6 ແລະ ບົດບາດສູນກາງຂອງພຣະເຢຊູຄຣິດ. ພາກທີ 76 ຂອງ ຄຳສອນ ແລະ ພັນທະສັນຍາ ອ້າງເຖິງລັດສະໝີພາບສາມແຫ່ງ ແລະ ປຽບທຽບລັດສະໝີພາບຊັ້ນສູງໃສ່ກັບດວງຕາເວັນ. ແລ້ວປຽບທຽບອານາຈັກຊັ້ນກາງໃສ່ກັບດວງເດືອນ.7
ເປັນໜ້າສົນໃຈທີ່ດວງຕາເວັນມີແສງຂອງມັນເອງ, ແຕ່ດວງເດືອນໃຊ້ແສງທີ່ສະທ້ອນ ຫລື “ແສງທີ່ຢືມໃຊ້.” ໃນການກ່າວເຖິງອານາຈັກຊັ້ນກາງ, ຂໍ້ທີ 79 ກ່າວວ່າ, “ຜູ້ຄົນເຫລົ່ານີ້ຄືຜູ້ທີ່ບໍ່ກ້າຫານໃນປະຈັກພະຍານເຖິງພຣະເຢຊູ.” ເຮົາບໍ່ສາມາດຮັບເອົາອານາຈັກຊັ້ນສູງ ແລະ ຢູ່ກັບພຣະເຈົ້າອົງເປັນພຣະບິດາດ້ວຍແສງທີ່ຢືມໃຊ້; ເຮົາຕ້ອງມີປະຈັກພະຍານຂອງຕົວເອງເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.
ເຮົາມີຊີວິດຢູ່ໃນໂລກທີ່ມີຄວາມຊົ່ວຮ້າຍຢ່າງຫລວງຫລາຍ8 ແລະ ໃຈຫັນເຫຈາກພຣະເຈົ້າ ຍ້ອນຄຳສັ່ງສອນຂອງມະນຸດ.9 ຕົວຢ່າງໜຶ່ງທີ່ໜ້າສົນໃຈທີ່ສຸດຢູ່ໃນພຣະຄຳພີທີ່ ຮີເບີ ຊີ ຄິມໂບ ກັງວົນ ແມ່ນກ່ຽວກັບການສະແຫວງຫາປະຈັກພະຍານເຖິງວຽກງານຂອງພຣະເຈົ້າ ແລະ ພຣະເຢຊູຄຣິດ ໄດ້ຖືກອະທິບາຍໄວ້ຢູ່ໃນຄຳແນະນຳຂອງແອວມາ ຕໍ່ລູກຊາຍສາມຄົນຂອງເພິ່ນ—ຮີລາມັນ, ຊິບລັນ, ແລະ ໂຄຣິອານທັນ.10 ລູກຊາຍສອງຄົນຂອງເພິ່ນໄດ້ ຈິງໃຈຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ. ແຕ່ລູກຊາຍຄົນໜຶ່ງໄດ້ຕັດສິນໃຈເຮັດສິ່ງບໍ່ດີເທື່ອແລ້ວເທື່ອອີກ. ຕໍ່ຂ້າພະເຈົ້າແລ້ວ ສິ່ງສຳຄັນທີ່ສຸດໃນຄຳແນະນຳຂອງແອວມາຄື ເພິ່ນມອບໃຫ້ໃນຖານະພໍ່ສຳລັບຜົນປະໂຫຍດຂອງລູກໆຂອງເພິ່ນເອງ.
ຄວາມກັງວົນທຳອິດຂອງເພິ່ນ, ເຊັ່ນດຽວກັບຮີເບີ ຊີ ຄິມໂບ, ຄືແຕ່ລະຄົນຄວນມີປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ຈິງໃຈຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ.
ໃນຄຳສິດສອນທີ່ໂດດເດັ່ນຂອງແອວມາຕໍ່ຮີລາມັນລູກຊາຍຂອງເພິ່ນ, ເພິ່ນໄດ້ສັນຍາຢ່າງເລິກເຊິ່ງວ່າ ຜູ້ໃດ “ທີ່ໄວ້ວາງໃຈໃນພຣະເຈົ້າ, ຜູ້ນັ້ນຈະໄດ້ຮັບການອູ້ມຊູໃນເວລາຂັດສົນຂອງພວກເຂົາ, ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ແລະ ຄວາມທຸກຂອງພວກເຂົາ, ແລະ ພວກເຂົາຈະຖືກຍົກຂຶ້ນໃນວັນສຸດທ້າຍ.”11
ເຖິງແມ່ນແອວມາໄດ້ຮັບການສະແດງໃຫ້ປະຈັກຕອນເພິ່ນໄດ້ເຫັນທູດສະຫວັນ, ແຕ່ເລື່ອງແບບນີ້ເກີດຂຶ້ນໜ້ອຍທີ່ສຸດ. ຄວາມປະທັບໃຈທີ່ເກີດຈາກພຣະວິນຍານບໍລິສຸດແມ່ນເກີດຂຶ້ນຫລາຍກວ່າ. ຄວາມປະທັບໃຈເຫລົ່ານີ້ສາມາດມີຄວາມສຳຄັນເທົ່າກັບການສະແດງໃຫ້ປະຈັກຈາກທູດສະຫວັນໄດ້. ປະທານໂຈເຊັບ ຟຽວດິງ ສະມິດ ໄດ້ສິດສອນວ່າ: “ຄວາມປະທັບໃຈຕໍ່ຈິດວິນຍານທີ່ມາຈາກພຣະວິນຍານບໍລິສຸດ ແມ່ນສຳຄັນຫລາຍກວ່າພາບນິມິດ. ເມື່ອພຣະວິນຍານກ່າວກັບວິນຍານ, ຮອຍປະທັບເທິງຈິດວິນຍານນັ້ນຍາກທີ່ຈະລົບລ້າງໄດ້.”12
ສິ່ງນີ້ນຳພາເຮົາມາຫາຄຳແນະນຳຂອງແອວມາຕໍ່ລູກຊາຍຄົນທີສອງຂອງເພິ່ນ, ຊິບລັນ. ຊິບລັນເປັນຄົນຊອບທຳ, ຄືກັນກັບຮີລາມັນອ້າຍຂອງລາວ. ຄຳແນະນຳທີ່ຂ້າພະເຈົ້າຢາກເນັ້ນແມ່ນ ແອວມາ 38:12, ຊຶ່ງບາງສ່ວນອ່ານວ່າ, “ຈົ່ງເບິ່ງອີກວ່າ ລູກຕ້ອງຄວບຄຸມກິເລດຕັນຫາທັງໝົດຂອງລູກ, ເພື່ອລູກຈະເຕັມໄປດ້ວຍຄວາມຮັກ.”
ຄວບຄຸມ ເປັນຄຳທີ່ໜ້າສົນໃຈ. ເມື່ອເຮົາຂີ່ມ້າ, ເຮົາຕ້ອງໃຊ້ບັງຫຽນເພື່ອຄວບຄຸມມັນ. ຄຳສັບຄ້າຍຄືກັນທີ່ດີ ອາດແມ່ນການຊີ້ນຳ, ການບັງຄັບ, ຫລື ການຫັກຫ້າມ. ພຣະຄຳພີເດີມບອກເຮົາວ່າ ເຮົາໄດ້ຮ້ອງຂຶ້ນດ້ວຍຄວາມຊື່ນຊົມເມື່ອເຮົາໄດ້ຍິນວ່າ ເຮົາຈະໄດ້ຮັບຮ່າງກາຍທີ່ເປັນເນື້ອໜັງ.13 ຮ່າງກາຍບໍ່ແມ່ນສິ່ງຊົ່ວຮ້າຍ—ມັນສວຍງາມ ແລະ ຈຳເປັນ—ແຕ່ກິເລດຕັນຫາບາງຢ່າງ, ຖ້າຫາກໃຊ້ບໍ່ຖືກຕ້ອງ ແລະ ຄວບຄຸມຢ່າງບໍ່ເໝາະສົມ, ສາມາດແຍກເຮົາອອກຈາກ ພຣະເຈົ້າ ແລະ ວຽກງານຂອງພຣະອົງ ແລະ ສົ່ງຜົນເສຍຕໍ່ປະຈັກພະຍານຂອງເຮົາໄດ້.
ໃຫ້ເຮົາມາເວົ້າກ່ຽວກັບກິເລດຕັນຫາສອງຢ່າງໂດຍສະເພາະ—ທຳອິດ, ຄວາມໃຈຮ້າຍ ແລະ ທີສອງ ຄວາມໄຝ່ຝັນ.14 ມັນເປັນເລື່ອງໜ້າສົນໃຈວ່າ ຖ້າຫາກທັງສອງລະເລີຍ ຫລື ຄວບຄຸມບໍ່ໄດ້ ຊຶ່ງສາມາດກໍ່ໃຫ້ເກີດຄວາມເຈັບປວດໃຈຢ່າງໜັກ, ລົດອິດທິພົນຂອງພຣະວິນຍານ, ແລະ ແຍກເຮົາຈາກພຣະເຈົ້າ ແລະ ວຽກງານຂອງພຣະອົງ. ຜູ້ປໍລະປັກຈະໃຊ້ທຸກໂອກາດເພື່ອເຕີມເຕັມຊີວິດຂອງເຮົາດ້ວຍຄວາມຮຸນແຮງ ແລະ ຄວາມອະທຳ.
ໃນບາງຄອບຄົວ, ມັນບໍ່ແມ່ນເລື່ອງແປກທີ່ຜົວ ຫລື ເມຍທີ່ໃຈຮ້າຍຈະຕີຄູ່ຄອງ ຫລື ລູກ. ໃນເດືອນກໍລະກົດນີ້ ຂ້າພະເຈົ້າໄດ້ໄປຮ່ວມການປະຊຸມລັດຖະສະພາຂອງ United Kingdom All Party Parliamentary Forum ໃນກຸງລອນດອນ.15 ຄວາມຮຸນແຮງຕໍ່ຜູ້ຍິງ ແລະ ຊາວໜຸ່ມໄດ້ຖືກເນັ້ນວ່າເປັນບັນຫາສຳຄັນລະດັບໂລກ. ນອກເໜືອຈາກຄວາມຮຸນແຮງແລ້ວ, ຄົນອື່ນໆຍັງມີສ່ວນຮ່ວມໃນການຂົ່ມເຫັງດ້ວຍຄຳເວົ້າ. ການປະກາດເລື່ອງຄອບຄົວບອກເຮົາວ່າ “ຜູ້ໃດທີ່ທຳຮ້າຍລູກເມຍຈະຖືກຕັດສິນໃສ່ໂທດຢູ່ຕໍ່ພຣະພັກຂອງພຣະເຈົ້າໃນມື້ໜຶ່ງ.”16
ມື້ເຊົ້າວານນີ້ ປະທານແນວສັນໄດ້ເນັ້ນໜັກກ່ຽວກັບເລື່ອງນີ້.17 ກະລຸນາຕັດສິນໃຈບໍ່ວ່າພໍ່ແມ່ຂອງທ່ານເຄີຍ ຫລື ບໍ່ເຄີຍທຳຮ້າຍທ່ານ, ທ່ານຈະບໍ່ທຳຮ້າຍຮ່າງກາຍ ຫລື ຂົ່ມເຫັງດ້ວຍຄຳເວົ້າ ຫລື ທາງຄວາມຮູ້ສຶກ ຕໍ່ຄູ່ຄອງ ຫລື ລູກໆຂອງທ່ານ.
ໃນວັນເວລາຂອງເຮົາ ການທ້າທາຍທີ່ສຳຄັນທີ່ສຸດຄືການຂັດແຍ້ງ ແລະ ການຂົ່ມເຫັງດ້ວຍຄຳເວົ້າ ທີ່ກ່ຽວຂ້ອງກັບບັນຫາໃນສັງຄົມ. ໃນຫລາຍກໍລະນີ ຄວາມໃຈຮ້າຍ ແລະ ການຂົ່ມເຫັງດ້ວຍຄຳເວົ້າໄດ້ມາແທນທີ່ເຫດຜົນ, ການສົນທະນາ, ແລະ ຄວາມສຸພາບຮຽບຮ້ອຍ. ຫລາຍຄົນໄດ້ປະຖິ້ມຄຳຕັກເຕືອນຂອງເປໂຕ ອັກຄະສາວົກອາວຸໂສຂອງພຣະຜູ້ຊ່ວຍໃຫ້ລອດ, ເພື່ອໃຫ້ສະແຫວງຫາຄຸນສົມບັດເໝືອນພຣະຄຣິດດັ່ງເຊັ່ນ ການຮູ້ຈັກຫັກຫ້າມຕົນເອງ, ຄວາມອົດທົນ, ຄວາມເປັນເໝືອນພຣະເຈົ້າ, ຄວາມເປັນອ້າຍນ້ອງກັນ, ແລະ ຄວາມໃຈບຸນ.18 ພວກເຂົາຍັງໄດ້ປະຖິ້ມຄຸນສົມບັດທີ່ຖ່ອມເໝືອນພຣະຄຣິດນຳອີກ.
ນອກເໜືອໄປຈາກການຄວບຄຸມຄວາມໃຈຮ້າຍ ແລະ ຄວບຄຸມກິເລດຕັນຫາອື່ນໆແລ້ວ, ເຮົາຍັງຕ້ອງດຳລົງຊີວິດທີ່ມີສິນທຳ ໂດຍການຄວບຄຸມແນວຄິດ, ພາສາ, ແລະ ການກະທຳຂອງເຮົານຳອີກ. ເຮົາຕ້ອງຫລີກເວັ້ນຈາກສິ່ງລາມົກ, ປະເມີນຄວາມເໝາະສົມກັບສິ່ງທີ່ເຮົາສະຕຣີມ ໃນບ້ານເຮືອນຂອງເຮົາ, ແລະ ຫລີກເວັ້ນຈາກການກະທຳທີ່ເປັນບາບໃນທຸກຮູບແບບ.
ສິ່ງນີ້ນຳພາເຮົາໄປສູ່ຄຳແນະນຳຂອງແອວມາຕໍ່ໂຄຣິອານທັນລູກຊາຍຂອງເພິ່ນ. ບໍ່ເໝືອນພວກອ້າຍຂອງລາວ, ຮີລາມັນ ແລະ ຊິບລັນ, ໂຄຣິອານທັນໄດ້ມີສ່ວນຮ່ວມໃນການລ່ວງລະເມີດທາງສິນທຳ.
ເພາະໂຄຣິອານທັນໄດ້ມີສ່ວນຮ່ວມໃນການເຮັດຜິດສິນທຳ, ມັນຈຶ່ງຈຳເປັນທີ່ແອວມາຕ້ອງໄດ້ສິດສອນລາວກ່ຽວກັບການກັບໃຈ. ເພິ່ນໄດ້ສິດສອນລາວເຖິງຄວາມຮ້າຍແຮງຂອງບາບ ແລະ ແລ້ວເຖິງການກັບໃຈ.19
ສະນັ້ນ, ຄຳແນະນຳໃນການປ້ອງກັນຂອງແອວມາຈຶ່ງເປັນການຄວບຄຸມກິເລດຕັນຫາ, ແຕ່ຄຳແນະນຳຂອງເພິ່ນສຳລັບຜູ້ທີ່ໄດ້ລ່ວງລະເມີດແມ່ນໃຫ້ກັບໃຈ. ປະທານແນວສັນໄດ້ໃຫ້ຄຳແນະນຳທີ່ເລິກເຊິ່ງຕໍ່ສະມາຊິກເລື່ອງການກັບໃຈ ຢູ່ກອງປະຊຸມໃຫຍ່ສາມັນ ເດືອນເມສາ ປີ 2019. ເພິ່ນບອກຢ່າງແຈ່ມແຈ້ງວ່າ ການກັບໃຈທຸກວັນເປັນສ່ວນສຳຄັນໃນຊີວິດຂອງເຮົາ. “ການກັບໃຈ ບໍ່ແມ່ນເຫດການໃດໜຶ່ງ; ມັນເປັນຂັ້ນຕອນ. ມັນເປັນສິ່ງທີ່ນຳເຮົາໄປສູ່ຄວາມສຸກ ແລະ ຄວາມສະຫງົບໃນຈິດໃຈ,” ເພິ່ນສິດສອນ. “ການກັບໃຈທຸກວັນ ເປັນເສັ້ນທາງທີ່ນຳໄປສູ່ຄວາມບໍລິສຸດ, ແລະ ຄວາມບໍລິສຸດຈະນຳພະລັງມາໃຫ້.”20 ຖ້າຫາກໂຄຣິອານທັນໄດ້ເຮັດຕາມສິ່ງທີ່ປະທານແນວສັນໄດ້ແນະນຳ, ແລ້ວລາວຄົງກັບໃຈທັນທີທີ່ລາວເລີ່ມມີຄວາມຄິດທີ່ບໍ່ສະອາດ. ການລ່ວງລະເມີດຄັ້ງໃຫຍ່ຈະບໍ່ເກີດຂຶ້ນ.
ຄຳແນະນຳສຸດທ້າຍທີ່ແອວມາໄດ້ມອບໃຫ້ແກ່ພວກລູກຊາຍຂອງເພິ່ນແມ່ນຄຳສອນທີ່ສຳຄັນທີ່ສຸດໃນພຣະຄຳພີ. ມັນກ່ຽວຂ້ອງກັບການຊົດໃຊ້ທີ່ກະທຳໂດຍພຣະເຢຊູຄຣິດ.
ແອວມາໄດ້ເປັນພະຍານວ່າ ພຣະຄຣິດຈະຮັບເອົາບາບໄປ.21 ປາດສະຈາກການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ຫລັກທຳນິລັນດອນຂອງຄວາມຍຸດຕິທຳຈະຮຽກຮ້ອງການລົງໂທດ.22 ເພາະການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ຄວາມເມດຕາສາມາດໄຊຊະນະສຳລັບຜູ້ທີ່ໄດ້ກັບໃຈ ແລະ ຄວາມເມດຕາສາມາດອະນຸຍາດໃຫ້ເຂົາເຈົ້າກັບຄືນສູ່ທີ່ປະທັບຂອງພຣະເຈົ້າ. ມັນຈະເປັນການດີສຳລັບເຮົາທີ່ຈະໄຕ່ຕອງຄຳສອນທີ່ດີເລີດນີ້.
ບໍ່ມີຄົນໃດສາມາດກັບຄືນໄປຫາພຣະເຈົ້າໂດຍວຽກງານດີຂອງຕົນໂດຍລຳພັງ; ເຮົາທຸກຄົນຕ້ອງການຜົນປະໂຫຍດຈາກການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ. ທຸກຄົນເຄີຍເຮັດບາບ, ແລະ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດເທົ່ານັ້ນທີ່ເຮົາຈະສາມາດໄດ້ຮັບຄວາມເມດຕາ ແລະ ຢູ່ກັບພຣະເຈົ້າໄດ້.23
ແອວມາກໍຍັງໄດ້ໃຫ້ຄຳແນະນຳທີ່ດີເລີດສຳລັບເຮົາທຸກຄົນນຳອີກ ຜູ້ເຄີຍກັບໃຈ ຫລື ຈະຜ່ານຂັ້ນຕອນການກັບໃຈ, ບໍ່ວ່າບາບນັ້ນຈະນ້ອຍ ຫລື ຮ້າຍແຮງເທົ່າກັບທີ່ໂຄຣິອານທັນໄດ້ເຮັດກໍຕາມ. ຂໍ້ທີ 29 ຂອງແອວມາ 42 ອ່ານວ່າ, “ແລະ ບັດນີ້, ລູກຂອງພໍ່, ພໍ່ບໍ່ຢາກໃຫ້ສິ່ງເຫລົ່ານີ້ເປັນທີ່ກັງວົນໃຈຕໍ່ລູກອີກຕໍ່ໄປ, ແລະ ຂໍໃຫ້ບາບຂອງລູກເທົ່ານັ້ນເປັນສິ່ງທີ່ກັງວົນໃຈລູກ, ດ້ວຍຄວາມກັງວົນນັ້ນ ມັນຈະນຳລູກລົງມາສູ່ການກັບໃຈ.”
ໂຄຣິອານທັນໄດ້ເອົາໃຈໃສ່ຕໍ່ຄຳແນະນຳຂອງແອວມາ ແລະ ທັງສອງໄດ້ກັບໃຈ ແລະ ຮັບໃຊ້ຢ່າງມີກຽດ. ເພາະການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ການປິ່ນປົວຈຶ່ງມີໃຫ້ທຸກຄົນ.
ໃນວັນເວລາຂອງແອວມາ, ໃນວັນເວລາຂອງຮີເບີ, ແລະ ແນ່ນອນໃນວັນເວລາຂອງເຮົາ, ເຮົາຕ້ອງສະແຫວງຫາປະຈັກພະຍານຂອງເຮົາເອງເຖິງພຣະເຢຊູຄຣິດ, ຄວບຄຸມກິເລດຕັນຫາຂອງເຮົາ, ກັບໃຈຈາກບາບຂອງເຮົາ, ແລະ ຊອກຫາສັນຕິສຸກຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ຈິງໃຈຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ.
ໃນຄຳປາໄສລ່າສຸດ ແລະ ໃນມື້ເຊົ້ານີ້ອີກ, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວໃນທາງນີ້ວ່າ: “ຂ້າພະເຈົ້າວິງວອນທ່ານໃຫ້ດູແລປະຈັກພະຍານຂອງທ່ານເຖິງພຣະເຢຊູຄຣິດ. ທຳງານເພື່ອມັນ. ເປັນເຈົ້າຂອງມັນ. ດູແລມັນ. ບຳລຸງລ້ຽງໃຫ້ມັນເຕີບໂຕ. ແລ້ວເຝົ້າເບິ່ງການອັດສະຈັນທີ່ຈະເກີດຂຶ້ນໃນຊີວິດຂອງທ່ານ.”24
ຂ້າພະເຈົ້າກະຕັນຍູທີ່ບັດນີ້ເຮົາຈະໄດ້ຍິນຈາກປະທານແນວສັນ. ຂ້າພະເຈົ້າເປັນພະຍານວ່າ ປະທານແນວສັນ ເປັນສາດສະດາຂອງພຣະເຈົ້າໃນວັນເວລາຂອງເຮົາ. ຂ້າພະເຈົ້າຮັກ ແລະ ທະນຸຖະໜອມການດົນໃຈ ແລະ ການຊີ້ນຳທີ່ເຮົາໄດ້ຮັບຜ່ານທາງເພິ່ນ.
ໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ, ຂ້າພະເຈົ້າເປັນພະຍານຢ່າງແນ່ນອນເຖິງຄວາມເປັນພຣະເຈົ້າຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ເຖິງຄວາມຈິງຂອງການຊົດໃຊ້ຂອງພຣະອົງ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.