ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ມໍ​ລະ​ດົກ​ຂອງ​ການ​ໃຫ້​ກຳ​ລັງ​ໃຈ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ມໍ​ລະ​ດົກ​ຂອງ​ການ​ໃຫ້​ກຳ​ລັງ​ໃຈ

ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ ເພື່ອ​ໃຫ້​ເໝາະ​ສົມ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ໄດ້​ມາ​ເຕົ້າ​ໂຮມ​ຮ່ວມ​ກັບ​ທ່ານ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພວກ​ເຮົາ​ຮູ້​ສຶກ​ເຖິງ​ສັດ​ທາ​ຂອງ​ທ່ານ ແລະ ຄວາມ​ຮັກ​ຂອງ​ທ່ານ ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ. ພວກ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ໂດຍ​ການ​ສິດ​ສອນ​ທີ່​ດົນ​ໃຈ, ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ, ແລະ ເພງ​ທີ່​ສະ​ຫງ່າ​ຜ່າ​ເຜີຍ.

ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ ເພື່ອ​ໃຫ້​ເໝາະ​ສົມ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ທ່ານ​ຈະ​ພົບ​ກັບ​ການ​ດີ້ນ​ລົນ​ຈາກ​ການ​ທົດ​ລອງ​ທາງ​ຮ່າງ​ກາຍ​ຂອງ​ຊ່ວງ​ມະ​ຕະ ແລະ ການ​ຕໍ່​ຕ້ານ​ຂອງ​ຊາ​ຕານ.

ດັ່ງ​ທີ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເວ​ລາ​ຂ້າ​ພະ​ເຈົ້າ​ເວົ້າ​ຈົ່ມ​ກັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຍາກ​ຫລາຍ, “ໂອ, ຮາລ໌, ແນ່​ນອນ ມັນ​ຈະ​ຍາກ. ມັນ​ຄວນ​ຈະ​ຍາກ. ຊີ​ວິດ​ເປັນ​ການ​ທົດ​ສອບ.”

ເພິ່ນ​ສາ​ມາດ​ເວົ້າ​ໄດ້​ຢ່າງ​ສະ​ຫງົບ, ແມ່ນ​ແຕ່​ດ້ວຍ​ຮອຍ​ຍິ້ມ, ເພາະ​ເພິ່ນ​ຮູ້​ສອງ​ຢ່າງ. ບໍ່​ວ່າ​ການ​ດີ້ນ​ລົນ​ຈະ​ເປັນ​ແນວ​ໃດ, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຄື​ກັບ​ບ້ານ​ໄປ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ແລະ ເພິ່ນ​ຮູ້​ວ່າ ເພິ່ນ​ສາ​ມາດ​ເຮັດ​ໄດ້​ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເພິ່ນ​ຮູ້​ສຶກ​ວ່າ ພຣະ​ອົງ​ຢູ່​ໃກ້​ເພິ່ນ. ໃນ​ວັນ​ທີ່​ເພິ່ນ​ຮູ້​ວ່າ ເພິ່ນ​ກຳ​ລັງ​ຈະ​ຕາຍ, ເພິ່ນ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ເພິ່ນ​ນອນ​ຢູ່​ໃນ​ຫ້ອງ​ນອນ​ຂອງ​ເພິ່ນ. ມັນ​ມີ​ປະ​ຕູ​ໜຶ່ງ​ໄປ​ຫາ​ອີກ​ຫ້ອງ​ໜຶ່ງ​ໃກ້​ກັບ​ຕຽງ​ນອນ​ຂອງ​ເພິ່ນ. ເພິ່ນ​ຍິ້ມ ແລະ ຫລຽວ​ເບິ່ງ​ທີ່​ປະ​ຕູ ເມື່ອ​ເພິ່ນ​ເວົ້າ​ຢ່າງ​ສະ​ຫງົບ​ວ່າ ເພິ່ນ​ຈະ​ເຫັນ​ພຣະ​ອົງ​ໃນ​ໄວໆ​ນັ້ນ. ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ຫລຽວ​ເບິ່ງ​ປະ​ຕູ ແລະ ຈິນ​ຕະ​ນາ​ການ​ເຫັນ​ຫ້ອງ​ຢູ່​ຂ້າງ​ຫລັງ.

ຕອນ​ນີ້​ເພິ່ນ​ຢູ່​ໃນ​ໂລກ​ວິນ​ຍານ. ເພິ່ນ​ສາ​ມາດ​ຈັບ​ຕາ​ເບິ່ງ​ລາງ​ວັນ​ທີ່​ເພິ່ນ​ຕ້ອງ​ການ​ເຖິງ​ແມ່ນ​ຈະ​ຜ່ານ​ການ​ທົດ​ລອງ​ທາງ​ຮ່າງ​ກາຍ ແລະ ສ່ວນ​ຕົວ​ເປັນ​ເວ​ລາ​ຫລາຍ​ປີ.

ມໍ​ລະ​ດົກ​ຂອງ​ການ​ໃຫ້​ກຳ​ລັງ​ໃຈ​ທີ່​ເພິ່ນ​ປະ​ໄວ້​ໃຫ້​ພວກ​ເຮົາ ບັນ​ຍາຍ​ໄດ້​ດີ​ທີ່​ສຸດ​ໃນ ໂມ​ໂຣ​ໄນ 7, ຊຶ່ງ​ມໍ​ມອນ​ໄດ້​ຊຸກ​ຍູ້​ໂມ​ໂຣ​ໄນ ລູກ​ຊາຍ​ຂອງ​ເພິ່ນ ແລະ ຜູ້​ຄົນ​ຂອງ​ເພິ່ນ. ມັນ​ເປັນ​ມໍ​ລະ​ດົກ​ຂອງ​ການ​ໃຫ້​ກຳ​ລັງ​ໃຈ​ແກ່​ລູກ​ຫລານ ເຊັ່ນ​ດຽວ​ກັນ​ກັບ​ທີ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ມີ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເພິ່ນ. ມໍ​ມອນ​ໄດ້​ສົ່ງ​ຕໍ່​ມໍ​ລະ​ດົກ​ຂອງ​ການ​ໃຫ້​ກຳ​ລັງ​ໃຈ​ເຖິງ​ທຸກ​ຄົນ​ທີ່​ຕັ້ງ​ໃຈ​ໃຫ້​ເໝາະ​ສົມ, ຜ່ານ​ທາງ​ການ​ທົດ​ສອບ​ທຸກ​ຢ່າງ​ໃນ​ຊ່ວງ​ມະ​ຕະ, ເພື່ອ​ຊີ​ວິດ​ນິ​ລັນ​ດອນ.

ມໍ​ມອນ​ເລີ່ມ​ຕົ້ນ​ຂໍ້​ທຳ​ອິດ​ຂອງ ໂມ​ໂຣ​ໄນ 7 ດ້ວຍ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ເຖິງ​ເຫລົ່າ​ທູດ, ແລະ ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ, ຊຶ່ງ​ອະ​ນຸ​ຍາດ​ໃຫ້​ເຮົາ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ ແລະ ເພື່ອ​ຈະ​ສາ​ມາດ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ​ໄດ້.

ເພິ່ນ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ມາ​ກ່ອນ, ເຊັ່ນ​ດຽວ​ກັບ​ທຸກ​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ໃຫ້​ກຳ​ລັງ​ໃຈ​ຜູ້​ທີ່ດີ້ນ​ລົນ ຂຶ້ນ​ໄປ​ເທິງ​ເສັ້ນ​ທາງ​ສູ່​ບ້ານ​ສະ​ຫວັນ​ຂອງ​ພວກ​ເຂົາ:

“ເພາະ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ແລ້ວ, ບໍ່​ມີ​ຜູ້​ໃດ​ຈະ​ລອດ​ໄດ້​ນອກ​ຈາກ​ເຂົາ​ຈະ​ມີ​ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ດັ່ງ​ນັ້ນ, ຖ້າ​ຫາກ​ສິ່ງ​ເຫລົ່າ​ນີ້​ໝົດ​ໄປ, ແລ້ວ​ສັດ​ທາ​ກໍ​ໝົດ​ໄປ​ຄື​ກັນ; ແລະ ສະ​ພາບ​ຂອງ​ມະ​ນຸດ​ຈະ​ເປັນ​ຕາ​ຢ້ານ​ຫລາຍ​ຂະ​ໜາດ​ໃດ, ເພາະ​ເຂົາ​ຈະ​ເປັນ​ຄື​ກັນ​ກັບ​ວ່າ​ບໍ່​ມີ​ການ​ໄຖ່​ກະ​ທຳ​ຂຶ້ນ​ເລີຍ.

“ແຕ່​ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຕັດ​ສິນ​ສິ່ງ​ທີ່​ດີ​ກວ່າ​ນີ້​ຈາກ​ທ່ານ, ເພາະ​ຂ້າ​ພະ​ເຈົ້າ​ຕັດ​ສິນ​ວ່າ ທ່ານ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ​ເພາະ​ຄວາມ​ອ່ອນ​ໂຍນ​ຂອງ​ທ່ານ ເພາະ​ຖ້າ​ຫາກ​ທ່ານ​ບໍ່​ມີ​ສັດ​ທາ​ໃນ​ພຣະ​ອົງ​ແລ້ວ, ທ່ານ​ກໍ​ບໍ່​ເໝາະ​ສົມ​ທີ່​ຈະ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.”1

ມໍ​ມອນ​ໄດ້​ເຫັນ​ຄວາມ​ອ່ອນ​ໂຍນ​ວ່າ​ເປັນ​ຫລັກ​ຖານ​ຂອງ​ຄວາມ​ເຂັ້ມ​ແຂງ​ຂອງ​ສັດ​ທາ​ຂອງ​ພວກ​ເຂົາ. ເພິ່ນ​ໄດ້​ເຫັນ​ວ່າ ພວກ​ເຂົາ​ຮູ້​ສຶກ​ເພິ່ງ​ພາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ຊຸກ​ຍູ້​ພວກ​ເຂົາ​ໂດຍ​ການ​ສັງ​ເກດ​ເບິ່ງ​ສັດ​ທາ ນັ້ນ. ມໍ​ມອນ​ໄດ້​ສືບ​ຕໍ່​ເປັນ​ກຳ​ລັງ​ໃຈ​ໃຫ້​ພວກ​ເຂົາ​ໂດຍ​ການ​ຊ່ວຍ​ພວກ​ເຂົາ​ໃຫ້​ເຫັນ​ວ່າ ສັດ​ທາ ແລະ ຄວາມ​ອ່ອນ​ໂຍນ​ຂອງ​ພວກ​ເຂົາ ຈະ​ສ້າງ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ສຳ​ເລັດ​ຂອງ​ພວກ​ເຂົາ ໃນ​ການ​ຕໍ່​ສູ້​ດີ້ນ​ລົນ​ຂອງ​ພວກ​ເຂົາ:

“ແລະ ອີກ​ຢ່າງ​ໜຶ່ງ, ພີ່​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ກ່ຽວ​ກັບ​ຄວາມ​ຫວັງ. ທ່ານ​ຈະ​ບັນ​ລຸ​ເຖິງ​ສັດ​ທາ​ໄດ້​ແນວ​ໃດ​ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ຫວັງ?

“ແລະ ແມ່ນ​ອັນ​ໃດ​ທີ່​ທ່ານ​ຈະ​ຫວັງ? ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ທ່ານ​ຈະ​ມີ​ຄວາມ​ຫວັງ​ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ໂດຍ​ອຳ​ນາດ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ເພື່ອ​ຖືກ​ຍົກ​ຂຶ້ນ​ສູ່​ຊີ​ວິດ​ນິ​ລັນ​ດອນ, ແລະ ນີ້​ເພາະ​ສັດ​ທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ອົງ​ຕາມ​ສັນ​ຍາ.

“ດັ່ງ​ນັ້ນ, ຖ້າ​ຫາກ​ຜູ້​ໃດ​ມີ​ສັດ​ທາ​ກໍ​ຈຳ​ຕ້ອງ​ມີ​ຄວາມ​ຫວັງ; ເພາະ​ວ່າ​ປາດ​ສະ​ຈາກ​ສັດ​ທາ​ຈະ​ມີ​ຄວາມ​ຫວັງ​ບໍ່​ໄດ້​ເລີຍ.

“ແລະ ອີກ​ຢ່າງ​ໜຶ່ງ, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ມະ​ນຸດ​ຈະ​ມີ​ສັດ​ທາ ແລະ ຄວາມ​ຫວັງ​ບໍ່​ໄດ້, ນອກ​ຈາກ​ວ່າ​ເຂົາ​ຈະ​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ.”2

ແລ້ວ​ມໍ​ມອນ​ໄດ້​ຊຸກ​ຍູ້​ພວກ​ເຂົາ​ໂດຍ​ການ​ເປັນ​ພະ​ຍານ​ວ່າ ພວກ​ເຂົາ​ກຳ​ລັງ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ໃຈ​ຂອງ​ພວກ​ເຂົາ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ. ເພິ່ນ​ສານ​ຄວາມ​ສຳ​ພັນ​ແຫ່ງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ອ່ອນ​ໂຍນ, ຄວາມ​ຖ່ອມ​ຕົວ, ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຄວາມ​ຫວັງ​ອັນ​ໝັ້ນ​ຄົງ​ໃນ​ການ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ ໃຫ້​ແກ່​ພວກ​ເຂົາ. ເພິ່ນ​ຊຸກ​ຍູ້​ພວກ​ເຂົາ​ໃນ​ທາງ​ນີ້:

“ເພາະ​ວ່າ​ຄົນ​ເຊັ່ນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ນອກ​ຈາກ​ຜູ້​ທີ່​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ, ແລະ ຖ້າ​ຫາກ​ຜູ້​ໃດ​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ, ແລະ ສາ​ລະ​ພາບ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ, ຜູ້​ນັ້ນ​ຕ້ອງ​ມີ​ຄວາມ​ໃຈ​ບຸນ, ເພາະ​ຖ້າ​ຫາກ​ເຂົາ​ບໍ່​ມີ​ຄວາມ​ໃຈ​ບຸນ ເຂົາ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ; ດັ່ງ​ນັ້ນ ເຂົາ​ຕ້ອງ​ມີ​ຄວາມ​ໃຈ​ບຸນ.”3

ເມື່ອ​ເບິ່ງ​ຄືນ​ຫລັງ, ບັດ​ນີ້​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຂອງ​ປະ​ທານ​ແຫ່ງ​ຄວາມ​ໃຈ​ບຸນ—ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ—ໄດ້​ເສີມ​ສ້າງ, ນຳ​ພາ, ຄ້ຳ​ຈູນ, ແລະ ປ່ຽນ​ແປງ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ຕໍ່​ສູ້ດີ້ນ​ລົນ​ລະ​ຫວ່າງ​ທາງ​ກັບ​ບ້ານ​ຂອງ​ເພິ່ນ​ແນວ​ໃດ.

“ແລະ ຄວາມ​ໃຈ​ບຸນ​ອົດ​ທົນ​ໄດ້​ດົນ​ນານ, ແລະ ມີ​ຄວາມ​ເມດ​ຕາ, ແລະ ບໍ່​ອິດ​ສາ​ບັງ​ບຽດ, ແລະ ບໍ່​ອວດ​ອົ່ງ, ແລະ ບໍ່​ສະ​ແຫວງ​ຫາ​ເພື່ອ​ຕົນ​ເອງ, ບໍ່​ຄຽດ​ງ່າຍ, ບໍ່​ຄິດ​ຊົ່ວ, ແລະ ບໍ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຊົ່ວ​ຮ້າຍ ແຕ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຈິງ, ທົນ​ແບກ​ຫາບ​ທຸກ​ສິ່ງ, ເຊື່ອ​ທຸກ​ສິ່ງ, ຫວັງ​ທຸກ​ສິ່ງ, ອົດ​ທົນ​ທຸກ​ສິ່ງ.

“ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ໃຈ​ບຸນ, ທ່ານ​ກໍ​ບໍ່​ມີ​ຄ່າ​ອັນ​ໃດ​ເລີຍ, ເພາະ​ຄວາມ​ໃຈ​ບຸນ​ດຳ​ລົງ​ຢູ່​ຕະ​ຫລອດ​ໄປ. ດັ່ງ​ນັ້ນ, ຈົ່ງ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ໃຈ​ບຸນ, ຊຶ່ງ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ທຸກ​ສິ່ງ, ເພາະ​ວ່າ​ທຸກ​ສິ່ງ​ຕ້ອງ​ໝົດ​ສິ້ນ​ໄປ—

“ແຕ່​ຄວາມ​ໃຈ​ບຸນ​ຄື​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ, ແລະ ມັນ​ອົດ​ທົນ​ຕະ​ຫລອດ​ການ; ແລະ ຜູ້​ໃດ​ຖືກ​ພົບ​ວ່າ​ມີ​ມັນ​ໃນ​ວັນ​ສຸດ​ທ້າຍ, ຍ່ອມ​ຈະ​ເປັນ​ການ​ດີ​ກັບ​ຜູ້​ນັ້ນ.

“ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ເພື່ອ​ທ່ານ​ຈະ​ໄດ້​ກາຍ​ມາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ເພາະ​ວ່າ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ເປັນ​ຢູ່​ນັ້ນ, ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ​ນີ້; ຄື​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ຄື​ກັນ​ກັບ​ພຣະ​ອົງ​ທີ່​ບໍ​ລິ​ສຸດ.”4

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ການ​ໃຫ້​ກຳ​ລັງ​ໃຈ ແລະ ການ​ສິດ​ສອນ​ຂອງ​ມໍ​ມອນ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ເຊັ່ນ​ກັນ ຈາກ​ມໍ​ລະ​ດົກ​ຂອງ​ແມ່​ຂອງ​ຂ້າ​ພະ​ເຈົ້າ. ສາດ​ສະ​ດາ​ທັງ​ຫລາຍ​ນັບ​ຈາກ​ອາ​ດາມ​ເຖິງ​ປະ​ຈຸ​ບັນ, ຜ່ານ​ທາງ​ການ​ສິດ​ສອນ ແລະ ຕົວ​ຢ່າງ, ໄດ້​ເສີມ​ກຳ​ລັງ​ຂອງ​ຂ້າ​ພະ​ເຈົ້າ.

ດ້ວຍ​ຄວາມ​ເຄົາ​ລົບ​ຕໍ່​ຜູ້​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເປັນ​ສ່ວນ​ຕົວ ແລະ ຄອບ​ຄົວ​ຂອງ​ພວກ​ເພິ່ນ, ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ບໍ່​ສະ​ແຫວງ​ຫາ​ການ​ກວດ​ສອບ​ລາຍ​ລະ​ອຽດ​ຂອງ​ການ​ຕໍ່​ສູ້​ດີ້ນ​ລົນ​ຂອງ​ພວກ​ເພິ່ນ ຫລື ເວົ້າ​ເຖິງ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເພິ່ນ​ໃນ​ທີ່​ສາ​ທາ​ລະ​ນະ. ແຕ່​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໄດ້​ຊຸກ​ຍູ້​ຂ້າ​ພະ​ເຈົ້າ ແລະ ປ່ຽນ​ແປງ​ຂ້າ​ພະ​ເຈົ້າ​ໃຫ້​ດີ​ຂຶ້ນ.

ໃນ​ການ​ສ່ຽງ​ຕໍ່​ການ​ບຸກ​ລຸກ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ນາງ, ຂ້າ​ພະ​ເຈົ້າ​ຈະ​ເພີ່ມ​ການ​ລາຍ​ງານ​ສັ້ນໆ ກ່ຽວ​ກັບ​ການ​ໃຫ້​ກຳ​ລັງ​ໃຈ​ຂອງ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ. ນາງ​ເປັນ​ຄົນ​ງຽບໆ ຜູ້​ບໍ່​ສະ​ແຫວງ​ຫາ ຫລື ຊື່ນ​ຊົມ​ກັບ​ການ​ສັນ​ລະ​ເສີນ.

ພວກ​ເຮົາ​ໄດ້​ແຕ່ງ​ງານ​ກັນ​ມາ​ໄດ້ 60 ປີ​ແລ້ວ. ເປັນ​ເພາະ​ປະ​ສົບ​ການ​ນັ້ນ ທີ່​ບັດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ເຂົ້າ​ໃຈ​ຄວາມ​ໝາຍ​ຂໍ້​ຄວາມ​ຂອງ​ພຣະ​ຄຳ​ພີ​ເຫລົ່າ​ນີ້: ສັດ​ທາ, ຄວາມ​ຫວັງ, ຄວາມ​ອ່ອນ​ໂຍນ, ຄວາມ​ອົດ​ທົນ, ບໍ່​ສະ​ແຫວງ​ຫາ​ເພື່ອ​ຕົນ​ເອງ, ການ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຈິງ, ບໍ່​ຄິດ​ຊົ່ວ, ແລະ ເໜືອ​ສິ່ງ​ອື່ນ​ໃດ, ຄວາມ​ໃຈ​ບຸນ.5 ເທິງ​ພື້ນ​ຖານ​ຂອງ​ປະ​ສົບ​ການນັ້ນ, ຂ້າ​ພະ​ເຈົ້າ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ ມະ​ນຸດ​ທຳ​ມະ​ດາ​ສາ​ມາດ​ນຳ​ອຸ​ດົມ​ການ​ທີ່​ຍອດ​ຍ້ຽມ​ທັງ​ໝົດ​ເຫລົ່າ​ນັ້ນ​ມາ​ສູ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ພວກ​ເຂົາ ເມື່ອ​ພວກ​ເຂົາ​ລຸກ​ຂຶ້ນ​ຜ່ານ​ຄວາມ​ຍາກ​ລຳ​ບາກ​ຂອງ​ຊີ​ວິດ.

ພວກ​ທ່ານ​ຫລາຍ​ລ້ານ​ຄົນ​ທີ່​ກຳ​ລັງ​ຟັງ​ຢູ່ ຮູ້​ຈັກ​ຄົນ​ເຫລົ່າ​ນີ້. ພວກ​ທ່ານ​ຫລາຍ​ຄົນ​ກໍ ເປັນ ຄົນ​ແບບ​ນີ້. ເຮົາ​ທຸກ​ຄົນ​ຕ້ອງ​ການ​ຕົວ​ຢ່າງ​ທີ່​ໃຫ້​ກຳ​ລັງ​ໃຈ ແລະ ໝູ່​ເພື່ອນ​ທີ່​ຮັກ​ເຊັ່ນ​ນັ້ນ.

ເມື່ອ​ພວກ​ທ່ານ​ນັ່ງ​ກັບ​ບາງ​ຄົນ​ໃນ​ຖາ​ນະ​ເອື້ອຍ​ນ້ອງ ຫລື ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ, ພວກ​ທ່ານ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ຄິດ​ວ່າ​ພຣະ​ອົງ​ຈະ​ເຮັດ​ສິ່ງ​ໃດ ແລະ ກ່າວ​ສິ່ງ​ໃດ. ພຣະ​ອົງ​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມາ​ຫາ​ພຣະ​ອົງ. ພຣະ​ອົງ​ຈະ​ຊຸກ​ຍູ້​ເຂົາ​ເຈົ້າ. ພຣະ​ອົງ​ຈະ​ສັງ​ເກດ​ເຫັນ ແລະ ຍົກ​ຍ້ອງ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ປ່ຽນ​ແປງ​ທີ່​ເຂົາ​ເຈົ້າ​ຈະ​ຕ້ອງ​ເຮັດ. ແລະ ພຣະ​ອົງ​ຈະ​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ສຳ​ລັບ​ເຂົາ​ເຈົ້າ​ເພື່ອ​ຮຽນ​ແບບ.

ບໍ່​ມີ​ໃຜ​ສາ​ມາດ​ເຮັດ​ແນວ​ນັ້ນ​ໄດ້​ທັງ​ໝົດ, ແຕ່​ໂດຍ​ການ​ຟັງ​ກອງ​ປະ​ຊຸມ​ນີ້, ທ່ານ​ຈະ​ສາ​ມາດ​ຮູ້​ວ່າ ທ່ານ​ກຳ​ລັງ​ເຮັດ​ຢູ່. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ການ​ຕໍ່​ສູ້​ດີ້ນ​ລົນ​ຂອງ​ທ່ານ​ຢ່າງ​ລະ​ອຽດ. ພຣະ​ອົງ​ຮູ້​ຈັກ​ສັກ​ກະ​ຍະ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ ທີ່​ຈະ​ເຕີບ​ໂຕ​ໃນ​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ.

ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ທ່ານ ບໍ່​ແມ່ນ​ການ​ທົດ​ສອບ​ເພື່ອ​ຄວບ​ຄຸມ​ທ່ານ. ທັງ​ສອງ​ຢ່າງ​ເປັນ​ຂອງ​ປະ​ທານ​ເພື່ອ​ຍົກ​ທ່ານ​ຂຶ້ນ​ໃຫ້​ຮັບ​ເອົາ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ແລະ ກັບ​ຄືນ​ໄປ​ບ້ານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ ແລະ ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຮັກ​ທ່ານ.

ພຣະ​ເຢ​ຊູ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ. ເຮົາ​ສາ​ມາດ​ທວງ​ເອົາ​ພອນ​ນັ້ນ​ຂອງ​ຊີ​ວິດ​ນິ​ລັນ​ດອນ ຖ້າ​ຫາກ​ເຮົາ​ຈະ​ມີ​ສັດ​ທາ​ໃນ​ພຣະ​ອົງ​ພຽງ​ພໍ​ທີ່​ຈະ​ກັບ​ໃຈ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ, ບໍ​ລິ​ສຸດ ແລະ ພ້ອມ​ທີ່​ຈະ​ຮັບ​ເອົາ​ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ ແລະ ວ່າ​ທ່ານ​ຈະ​ສະ​ເໜີ​ມອບ​ມັນ​ໃຫ້​ກັບ​ລູກໆ​ຄົນ​ອື່ນໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເພື່ອ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຮົາ​ຕະ​ຫລອດ​ທົ່ວ​ໂລກ. ຂໍ​ໃຫ້​ເຂົາ​ເຈົ້າ​ຈົ່ງ​ໄດ້​ຮັບ​ການ​ດົນ​ໃຈ​ເພື່ອ​ຊຸກ​ຍູ້​ແຕ່​ລະ​ຄົນ​ໃຫ້​ຕ້ອງ​ການ ແລະ ເຊື່ອ​ວ່າ​ຄຳ​ເຊື້ອ​ເຊີນ​ນັ້ນ​ມາ​ຈາກ​ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ທີ່​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຂອງ​ພຣະ​ອົງ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ເຈົ້າ ສຳ​ລັບ​ທຸກ​ຄົນ​ຢູ່​ໃນ​ໂລກ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ນັ້ນ​ເປັນ​ຄວາມ​ຈິງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ