ການບຳລຸງລ້ຽງ ແລະ ການສະແດງປະຈັກພະຍານຂອງທ່ານ
ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ສະແຫວງຫາໂອກາດທີ່ຈະສະແດງປະຈັກພະຍານຂອງທ່ານໃນຄຳວາຈາ ແລະ ການກະທຳ.
ຄຳນຳ
ໂອກາດທີ່ກຳນົດຊີວິດຈະມີມາເລື້ອຍໆ ແລະ ຢ່າງບໍ່ຄາດຄິດ, ແມ່ນແຕ່ເມື່ອເຮົາຍັງໜຸ່ມ. ຂ້າພະເຈົ້າຂໍແບ່ງປັນເລື່ອງລາວກ່ຽວກັບນັກຮຽນຊັ້ນມັດທະຍົມປາຍຊື່, ແຄວິນ, ທີ່ໄດ້ຖືກເລືອກໃຫ້ເດີນທາງໄປຮ່ວມງານຜູ້ນຳນັກຮຽນຢູ່ຕ່າງລັດ, ຕາມຄຳບອກເລົ່າຂອງລາວເອງ.
“ຮອດຄິວຂອງຂ້ານ້ອຍໃນແຖວ, ແລະ ພະນັກງານຈົດທະບຽນທີ່ໜ້າຕາຂຶງຂັງກໍໄດ້ຖາມຊື່ຂອງຂ້ານ້ອຍ. ລາວໄດ້ກວດເບິ່ງລາຍຊື່ ແລະ ໄດ້ເວົ້າວ່າ, ‘ເຈົ້າເປັນຊາຍໜຸ່ມທີ່ມາຈາກລັດຢູທາເນາະ.’
“‘ຂ້ອຍເປັນພຽງຄົນດຽວຊັ້ນບໍ?’ ຂ້ານ້ອຍໄດ້ຖາມ.
“‘ແມ່ນແລ້ວ, ພຽງຄົນດຽວເທົ່ານັ້ນ.’ ລາວໄດ້ຍື່ນປ້າຍຊື່ໃຫ້ຂ້ານ້ອຍດ້ວຍຄຳວ່າ ‘ຢູທາ’ ຢູ່ໃຕ້ຊື່ຂອງຂ້ານ້ອຍ. ເມື່ອຂ້ານ້ອຍໄດ້ເອົາປ້າຍຕິດໃສ່ເສື້ອ, ຂ້ານ້ອຍໄດ້ຮູ້ສຶກວ່າກຳລັງຖືກໝາຍ.
“ຂ້ານ້ອຍໄດ້ບຽດຕົວເຂົ້າໄປໃນລິບຂອງໂຮງແຮມກັບນັກຮຽນມັດທະຍົມປາຍອີກຫ້າຄົນທີ່ມີປ້າຍຊື່ຄືຂ້ານ້ອຍ. ‘ເຮີ້ຍ, ເຈົ້າມາຈາກລັດຢູທາ. ເຈົ້າເປັນຄົນມໍມອນບໍ?’ ນັກຮຽນຄົນໜຶ່ງໄດ້ຖາມ.
“ຂ້ານ້ອຍຮູ້ສຶກວ່າຢູ່ຜິດບ່ອນກັບຜູ້ນຳນັກຮຽນເຫລົ່ານີ້ ທີ່ມາຈາກທົ່ວປະເທດ. ‘ແມ່ນແລ້ວ,’ ຂ້ານ້ອຍໄດ້ຍອມຮັບຢ່າງລັງເລໃຈ.
“‘ພວກເຈົ້າເປັນຜູ້ຄົນທີ່ເຊື່ອໃນໂຈເຊັບ ສະມິດ, ຜູ້ທີ່ໄດ້ເວົ້າວ່າລາວໄດ້ເຫັນທູດສະຫວັນ. ເຈົ້າບໍ່ໄດ້ເຊື່ອເລື່ອງນັ້ນແທ້ໆຕີ້?’
ຂ້ານ້ອຍບໍ່ຮູ້ວ່າ ຈະເວົ້າຫຍັງ. ນັກຮຽນທຸກຄົນຢູ່ໃນລິບກໍຈ້ອງຕາເບິ່ງຂ້ານ້ອຍຢູ່. ຂ້ານ້ອຍຫາກໍມາເຖິງ, ແລະ ທຸກຄົນກໍໄດ້ຄິດວ່າຂ້ານ້ອຍແຕກຕ່າງຢູ່ແລ້ວ. ຂ້ານ້ອຍຮູ້ສຶກຢາກເວົ້າໂຕ້ຕອບເລັກນ້ອຍ ແຕ່ແລ້ວໄດ້ເວົ້າວ່າ, ‘ຂ້ອຍຮູ້ວ່າໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າ.’
“‘ຄຳນັ້ນມາຈາກໃສ?’ ຂ້ານ້ອຍໄດ້ສົງໄສ. ຂ້ານ້ອຍບໍ່ຮູ້ວ່າ ຂ້ານ້ອຍມີຄວາມກ້າຫານພໍ. ແຕ່ຮູ້ສຶກວ່າຖ້ອຍຄຳເຫລົ່ານັ້ນເປັນຄວາມຈິງ.
“‘ເອີ, ມີຄົນເວົ້າວ່າພວກເຈົ້າທຸກຄົນເປັນຄົນບ້າສາດສະໜາ,’ ລາວເວົ້າ.
“ດ້ວຍຖ້ອຍຄຳນັ້ນ, ກໍມີຄວາມງຽບທີ່ອຶດອັດໃຈເກີດຂຶ້ນຂະນະທີ່ປະຕູລິບເປີດ. ໃນຂະນະທີ່ພວກເຮົາໄປເອົາກະເປົາເດີນທາງ, ລາວໄດ້ຍ່າງຫົວໄປຕາມຫ້ອງໂຖງ.
“ແລ້ວ, ມີສຽງໜຶ່ງທາງຫລັງຖາມຂ້ານ້ອຍວ່າ, ‘ເຮີ້ຍ, ຊາວມໍມອນມີພຣະຄຳພີອີກເຫລັ້ມໜຶ່ງບໍ່ແມ່ນບໍ?’
“ໂອຍນໍ. ເອົາອີກແລ້ວຫວາ. ຂ້ານ້ອຍໄດ້ຫັນໄປເຫັນນັກຮຽນອີກຄົນໜຶ່ງທີ່ໄດ້ຢູ່ໃນລິບນຳຂ້ານ້ອຍ, ຊື່ ຄຣິສໂຕເຟີ.
“‘ນັ້ນມີຊື່ວ່າພຣະຄຳພີມໍມອນ,’ ຂ້ານ້ອຍໄດ້ເວົ້າ, ຢາກຈະເລີກເວົ້າເລື່ອງນີ້. ຂ້ານ້ອຍໄດ້ຈັບເອົາກະເປົາເດີນທາງ ແລະ ເລີ່ມຢ່າງໄປຕາມຫ້ອງໂຖງ.
“‘ນັ້ນແມ່ນໜັງສືທີ່ ໂຈເຊັບ ສະມິດ ໄດ້ແປແມ່ນບໍ?’ ລາວຖາມ.
“‘ແມ່ນແລ້ວ,’ ຂ້ານ້ອຍໄດ້ຕອບ. ຂ້ານ້ອຍໄດ້ຍ່າງຕໍ່ໄປ, ຫວັງວ່າຈະຫລີກລ້ຽງຄວາມອັບອາຍ.
“‘ສະນັ້ນ, ເຈົ້າຮູ້ບໍວ່າຂ້ອຍຊິໄດ້ມັນມາແນວໃດ?’
“ໃນທັນໃດນັ້ນຂ້ານ້ອຍກໍຄິດເຖິງຂໍ້ພຣະຄຳພີທີ່ຂ້ານ້ອຍໄດ້ຮຽນຢູ່ໃນຫ້ອງຮຽນສາດສະໜາ. ‘ເພາະວ່າ ເຮົາບໍ່ມີຄວາມລະອາຍໃນຂ່າວປະເສີດ.1 ເມື່ອຄຳນັ້ນໄດ້ເຂົ້າມາໃນຈິດໃຈຂອງຂ້ານ້ອຍ, ຂ້ານ້ອຍໄດ້ຮູ້ສຶກອັບອາຍທີ່ຂ້ານ້ອຍໄດ້ອຶດອັດໃຈ.
“ຕະຫລອດອາທິດນັ້ນຂໍ້ພຣະຄຳພີນັ້ນກໍບໍ່ອອກໄປຈາກຈິດໃຈຂອງຂ້ານ້ອຍ. ຂ້ານ້ອຍໄດ້ຕອບຫລາຍໆຄຳຖາມກ່ຽວກັບສາດສະໜາຈັກເທົ່າທີ່ສາມາດ ແລະ ໄດ້ຜູກມິດກັບຫລາຍຄົນ.
“ຂ້ານ້ອຍໄດ້ຄົ້ນພົບວ່າຂ້ານ້ອຍພາກພູມໃຈໃນສາດສະໜາຂອງຂ້ານ້ອຍ.
“ຂ້ານ້ອຍໄດ້ມອບພຣະຄຳພີມໍມອນໃຫ້ຄຣິສໂຕເຟີ. ຕໍ່ມາລາວໄດ້ຂຽນຫາຂ້ານ້ອຍ, ບອກຂ້ານ້ອຍວ່າລາວໄດ້ເຊື້ອເຊີນຜູ້ສອນສາດສະໜາມາບ້ານລາວ.
“ຂ້ານ້ອຍໄດ້ຮຽນຮູ້ວ່າບໍ່ຕ້ອງລະອາຍທີ່ຈະແບ່ງປັນປະຈັກພະຍານຂອງຂ້ານ້ອຍ.”2
ຂ້າພະເຈົ້າໄດ້ຮັບການດົນໃຈຈາກຄວາມກ້າຫານຂອງທ້າວແຄວິນ ໃນການແບ່ງປັນປະຈັກພະຍານຂອງລາວ. ມັນເປັນຄວາມກ້າຫານທີ່ຖືກໃຊ້ເທື່ອແລ້ວເທື່ອອີກ ທຸກໆມື້ໂດຍສະມາຊິກທີ່ຊື່ສັດຂອງສາດສະໜາຈັກຕະຫລອດທົ່ວໂລກ. ຂະນະທີ່ຂ້າພະເຈົ້າແບ່ງປັນຄວາມຄິດຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສະທ້ອນຄິດເຖິງຄຳຖາມສີ່ຂໍ້ຕໍ່ໄປນີ້:
-
ເຮົາຮູ້ ແລະ ເຂົ້າໃຈບໍວ່າ ປະຈັກພະຍານນັ້ນຄືຫຍັງ?
-
ເຮົາຮູ້ບໍວ່າຈະສະແດງປະຈັກພະຍານຂອງເຮົາແນວໃດ?
-
ແມ່ນຫຍັງຄືອຸປະສັກໃນການແບ່ງປັນປະຈັກພະຍານຂອງເຮົາ?
-
ເຮົາຈະຮັກສາປະຈັກພະຍານຂອງເຮົາໄວ້ແນວໃດ?
ເຮົາຮູ້ ແລະ ເຂົ້າໃຈບໍວ່າປະຈັກພະຍານນັ້ນຄືຫຍັງ?
ປະຈັກພະຍານຂອງທ່ານເປັນສົມບັດອັນລ້ຳຄ່າທີ່ສຸດ, ທີ່ສ່ວນຫລາຍຈະກ່ຽວພັນກັບຄວາມຮູ້ສຶກອັນເລິກເຊິ່ງທາງຝ່າຍວິນຍານ. ຄວາມຮູ້ສຶກເຫລົ່ານັ້ນ ສ່ວນຫລາຍຈະຖືກສື່ສານງຽບໆ ແລະ ຖືກບັນຍາຍວ່າເປັນ “ສຽງທີ່ແຜ່ວເບົາ.”3 ມັນເປັນຄວາມເຊື່ອ ຫລື ຄວາມຮູ້ເຖິງຄວາມຈິງ ປະທານໃຫ້ເປັນພະຍານທາງຝ່າຍວິນຍານ ຜ່ານທາງອິດທິພົນຂອງພຣະວິນຍານບໍລິສຸດ. ການມີພະຍານນີ້ຈະປ່ຽນແປງສິ່ງທີ່ທ່ານກ່າວ ແລະ ວ່າທ່ານປະພຶດແບບໃດ. ອົງປະກອບສຳຄັນຂອງປະຈັກພະຍານຂອງທ່ານ, ຢືນຢັນໂດຍພຣະວິນຍານບໍລິສຸດ, ແມ່ນລວມທັງ:
-
ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງທ່ານ; ທ່ານເປັນລູກຂອງພຣະອົງ. ພຣະອົງຮັກທ່ານ.
-
ພຣະເຢຊູຄຣິດຊົງພຣະຊົນ. ພຣະອົງເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນ ແລະ ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງທ່ານ.
-
ໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າທີ່ຖືກເອີ້ນໃຫ້ຟື້ນຟູສາດສະໜາຈັກຂອງພຣະເຢຊູຄຣິດ.
-
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະເຈົ້າຢູ່ເທິງໂລກ.
-
ສາດສະໜາຈັກຂອງພຣະເຢຊູຄຣິດທີ່ຖືກຟື້ນຟູແມ່ນຖືກນຳພາໂດຍສາດສະດາທີ່ມີຊີວິດຢູ່.
ເຮົາຮູ້ບໍວ່າຈະສະແດງປະຈັກພະຍານຂອງເຮົາແນວໃດ?
ທ່ານສະແດງປະຈັກພະຍານເມື່ອທ່ານແບ່ງປັນຄວາມຮູ້ສຶກທາງຝ່າຍວິນຍານກັບຄົນອື່ນ. ໃນຖານະສະມາຊິກຂອງສາດສະໜາຈັກ, ທ່ານມີໂອກາດທີ່ຈະສະແດງປະຈັກພະຍານຂອງທ່ານໃນກອງປະຊຸມທີ່ເປັນທາງການຂອງສາດສະໜາຈັກ ຫລື ໃນການເວົ້າລົມກັນສອງຕໍ່ສອງທີ່ເປັນກັນເອງກັບຄອບຄົວ, ໝູ່ເພື່ອນ, ແລະ ຄົນອື່ນ.
ວິທີໜຶ່ງທີ່ທ່ານແບ່ງປັນປະຈັກພະຍານຂອງທ່ານແມ່ນຜ່ານທາງພຶດຕິກຳທີ່ຊອບທຳ. ປະຈັກພະຍານຂອງທ່ານໃນພຣະເຢຊູຄຣິດບໍ່ແມ່ນແຕ່ສິ່ງທີ່ທ່ານເວົ້າ—ມັນແມ່ນຜູ້ທີ່ທ່ານເປັນ.
ແຕ່ລະເທື່ອທີ່ທ່ານສະແດງເປັນພະຍານອອກສຽງ ຫລື ສະແດງອອກຜ່ານການກະທຳຂອງທ່ານ ຄຳໝັ້ນສັນຍາຂອງທ່ານທີ່ຈະຕິດຕາມພຣະເຢຊູູຄຣິດ, ທ່ານກໍເຊື້ອເຊີນຄົນອື່ນໃຫ້ “ມາຫາພຣະຄຣິດ.”4
ສະມາຊິກຂອງສາດສະໜາຈັກຢືນເປັນພະຍານເຖິງພຣະເຈົ້າໃນທຸກເວລາ, ໃນທຸກສິ່ງ, ແລະ ໃນທຸກບ່ອນ.5 ໂອກາດທີ່ຈະເຮັດສິ່ງນີ້ທາງອິນເຕີເນັດ ໂດຍການນຳໃຊ້ເນື້ອຫາທີ່ດົນໃຈຂອງເຮົາເອງ ຫລື ໂດຍການແບ່ງປັນເນື້ອຫາທີ່ເຊີດຊູ ທີ່ຄົນອື່ນໄດ້ຈັດຕຽມໄວ້ແລ້ວກໍມີຢ່າງຫລວງຫລາຍ. ເຮົາເປັນພະຍານເມື່ອເຮົາຮັກ, ແບ່ງປັນ, ແລະ ເຊື້ອເຊີນແມ່ນແຕ່ທາງອອນລາຍ. ທວີດ, ຂ່າວສານໂດຍກົງ, ແລະ ໂພດຂອງທ່ານ ຈະມີຈຸດປະສົງທີ່ສູງກວ່າ, ສັກສິດກວ່າ ເມື່ອທ່ານໃຊ້ສື່ສັງຄົມເພື່ອສະແດງວິທີທີ່ພຣະກິດຕິຄຸນຂອງພຣະເຢຊູຄຣິດຫລໍ່ຫລອມຊີວິດຂອງທ່ານແນວໃດ.
ແມ່ນຫຍັງຄືອຸປະສັກໃນການແບ່ງປັນປະຈັກພະຍານຂອງເຮົາ?
ອຸປະສັກໃນການແບ່ງປັນປະຈັກພະຍານຂອງທ່ານອາດລວມທັງຄວາມບໍ່ແນ່ນອນໃຈກ່ຽວກັບສິ່ງທີ່ຈະກ່າວ. ແມດທິວ ຄາວລີ, ອັກຄະສາວົກລຸ້ນທຳອິດ, ໄດ້ແບ່ງປັນປະສົບການນີ້ຂະນະທີ່ເພິ່ນໄດ້ອອກເດີນທາງໄປເຜີຍແຜ່ເປັນເວລາຫ້າປີ ຕອນເພິ່ນມີອາຍຸ 17 ປີ ຢູ່ປະເທດນູແວນເຊລັງ ວ່າ:
“ຂ້າພະເຈົ້າຈະບໍ່ເຄີຍລືມຄຳອະທິຖານຂອງພໍ່ຂອງຂ້າພະເຈົ້າໃນວັນທີ່ຂ້າພະເຈົ້າຈາກໄປ. ຂ້າພະເຈົ້າບໍ່ເຄີຍໄດ້ຍິນຄຳອວຍພອນທີ່ງົດງາມຫລາຍໄປກວ່ານີ້ ໃນຊີວິດຂອງຂ້າພະເຈົ້າ. ແລ້ວຖ້ອຍຄຳສຸດທ້າຍຂອງເພິ່ນຕໍ່ຂ້າພະເຈົ້າຢູ່ທີ່ສະຖານີລົດໄຟແມ່ນ, ‘ລູກເອີຍ, ລູກຈະອອກໄປເຜີຍແຜ່; ລູກຈະສຶກສາ; ລູກຈະພະຍາຍາມກະກຽມຄຳເທດສະໜາຂອງລູກ; ແລະ ບາງເທື່ອເມື່ອລູກຖືກເອີ້ນໃຫ້ກ່າວ, ລູກຈະຄິດວ່າລູກກຽມພ້ອມເປັນຢ່າງດີ, ແຕ່ເມື່ອລູກລຸກຂຶ້ນ ລູກຈະຄິດຫຍັງບໍ່ອອກເລີຍ.’ ຂ້າພະເຈົ້າເຄີຍມີປະສົບການເຊັ່ນນັ້ນຫລາຍກວ່າໜຶ່ງເທື່ອ.
“ຂ້າພະເຈົ້າໄດ້ເວົ້າວ່າ, ‘ເຮົາຈະເຮັດແນວໃດເມື່ອເຮົາຄິດຫຍັງບໍ່ອອກ?’
“ເພິ່ນໄດ້ເວົ້າວ່າ, ‘ລູກຕ້ອງຢືນຢູ່ທີ່ນັ້ນ ແລະ ດ້ວຍສຸດຈິດວິນຍານຂອງລູກ, ລູກກ່າວເປັນພະຍານວ່າ ໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າທີ່ຊົງພຣະຊົນ ແລະ ຄວາມຄິດຈະຫລັ່ງເຂົ້າມາໃນຈິດໃຈຂອງລູກ ແລະ ຖ້ອຍຄຳມາສູ່ປາກຂອງລູກ … ເຂົ້າໄປເຖິງຫົວໃຈຂອງທຸກຄົນທີ່ຮັບຟັງ.’ ສະນັ້ນຈິດໃຈຂອງຂ້າພະເຈົ້າ, ທີ່ສ່ວນຫລາຍແມ່ນວ່າງເປົ່າລະຫວ່າງ … ການເຜີຍແຜ່ຂອງຂ້າພະເຈົ້າ … , ໄດ້ໃຫ້ໂອກາດຂ້າພະເຈົ້າທີ່ຈະກ່າວປະຈັກພະຍານເຖິງເຫດການທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງໂລກ ນັບຕັ້ງແຕ່ການຄຶງຂອງພຣະອາຈານ. ຂໍໃຫ້ລອງເຮັດເບິ່ງເດີ, ຊາຍໜຸ່ມ ແລະ ຍິງໜຸ່ມທັງຫລາຍ. ຖ້າພວກເຈົ້າບໍ່ມີຫຍັງຈະກ່າວ, ໃຫ້ກ່າວເປັນພະຍານວ່າໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າ, ແລະ ປະຫວັດສາດທັງໝົດຂອງສາດສະໜາຈັກຈະຫລັ່ງໄຫລເຂົ້າມາໃນຈິດໃຈຂອງພວກເຈົ້າ.”6
ເຊັ່ນດຽວກັນ, ປະທານດາລິນ ເອັຈ ໂອກສ໌ ໄດ້ແບ່ງປັນວ່າ, “ປະຈັກພະຍານບາງຢ່າງຈະມີມາເມື່ອເຮົາຢືນຂຶ້ນກ່າວມັນອອກໄປ ແທນທີ່ຈະພຽງແຕ່ອະທິຖານທູນຂໍມັນ.”7 ພຣະວິນຍານເປັນພະຍານຕໍ່ຜູ້ກ່າວປາໄສ ແລະ ຜູ້ຮັບຟັງດ້ວຍກັນ.
ອຸປະສັກອີກຢ່າງໜຶ່ງ, ດັ່ງທີ່ເລື່ອງລາວຂອງທ້າວແຄວິນໄດ້ເນັ້ນໜັກ, ແມ່ນຄວາມຢ້ານກົວ. ໂປໂລໄດ້ຂຽນຫາຕີໂມທຽວວ່າ:
“ເພາະວ່າພຣະເຈົ້າບໍ່ໄດ້ປະທານໃຈອັນຢ້ານກົວໃຫ້ແກ່ເຮົາ; ແຕ່ໄດ້ປະທານໃຈອັນປະກອບດ້ວຍອຳນາດ, ແລະ ຄວາມຮັກ. …
“ເຫດສະນັ້ນຢ່າລະອາຍທີ່ຈະເປັນພະຍານຝ່າຍພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ.”8
ຄວາມຮູ້ສຶກຢ້ານກົວບໍ່ໄດ້ມາຈາກພຣະຜູ້ເປັນເຈົ້າ ແຕ່ສ່ວນຫລາຍແມ່ນມາຈາກຜູ້ປໍລະປັກ. ການມີສັດທາ, ດັ່ງທີ່ທ້າວແຄວິນໄດ້ມີ, ຈະອະນຸຍາດໃຫ້ທ່ານເອົາຊະນະຄວາມຮູ້ສຶກເຫລົ່ານັ້ນ ແລະ ໃຫ້ທ່ານແບ່ງປັນສິ່ງທີ່ຢູ່ໃນໃຈຂອງທ່ານໄດ້ຢ່າງສະບາຍ.
ເຮົາຈະຮັກສາປະຈັກພະຍານຂອງເຮົາໄວ້ແນວໃດ?
ຂ້າພະເຈົ້າເຊື່ອວ່າປະຈັກພະຍານແມ່ນມີຢູ່ພາຍໃນຕົວເຮົາ, ແຕ່, ເພື່ອທີ່ຈະຮັກສາ ແລະ ພັດທະນາມັນໃຫ້ເຂັ້ມແຂງ, ແອວມາໄດ້ສິດສອນວ່າເຮົາຕ້ອງບຳລຸງປະຈັກພະຍານຂອງເຮົາ ດ້ວຍຄວາມເອົາໃຈໃສ່.9 ເມື່ອເຮົາເຮັດດັ່ງນັ້ນ, “ມັນຈະແຕກຮາກ, ເພື່ອມັນຈະເຕີບໂຕຂຶ້ນ, ແລະ ອອກຜົນໃຫ້ແກ່ພວກເຮົາ.”10 ປາດສະຈາກສິ່ງນີ້, “ມັນຍ່ອມຫ່ຽວແຫ້ງໄປ.”11
ສະມາຊິກໃນຝ່າຍປະທານສູງສຸດທີ່ຮັກແພງແຕ່ລະທ່ານໄດ້ໃຫ້ຄຳຊີ້ນຳກ່ຽວກັບວິທີຮັກສາປະຈັກພະຍານ.
ປະທານເຮັນຣີ ບີ ໄອຣິງ ໄດ້ສິດສອນເຮົາດ້ວຍຄວາມຮັກວ່າ “ການຊື່ນຊົມກັບພຣະຄຳຂອງພຣະເຈົ້າ, ການອະທິຖານຈາກໃຈຈິງ, ແລະ ການເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ ຈະຕ້ອງຖືກນຳໃຊ້ຢ່າງສະໝ່ຳສະເໝີ ແລະ ຕໍ່ເນື່ອງ ເພື່ອໃຫ້ປະຈັກພະຍານຂອງທ່ານເຕີບໂຕ ແລະ ຮຸ່ງເຮືອງ.”12
ປະທານດາລິນ ເອັຈ ໂອກສ໌ ໄດ້ເຕືອນເຮົາວ່າ ເພື່ອຈະຮັກສາປະຈັກພະຍານຂອງເຮົາ, “ເຮົາຕ້ອງຮັບສ່ວນສິນລະລຶກທຸກອາທິດ (ເບິ່ງ ຄ&ພ 59:9) ເພື່ອໃຫ້ເໝາະສົມກັບຄຳສັນຍາອັນລ້ຳຄ່າທີ່ວ່າ ເຮົາຈະ ‘ມີພຣະວິນຍານຂອງພຣະອົງຢູ່ກັບ [ເຮົາ] ຕະຫລອດເວລາ’ (ຄ&ພ 20:77).”13
ແລະ ປະທານຣະໂຊ ເອັມ ແນວສັນ ໄດ້ແນະນຳເຮົາດ້ວຍຄວາມຍິນດີເມື່ອບໍ່ດົນມານີ້ວ່າ:
“ຈົ່ງບຳລຸງລ້ຽງ [ປະຈັກພະຍານຂອງທ່ານ] ດ້ວຍຄວາມຈິງ. …
ຈົ່ງບຳລຸງລ້ຽງຕົວທ່ານເອງດ້ວຍຖ້ອຍຄຳຂອງສາດສະດາສະໄໝບູຮານ ແລະ ສະໄໝໃໝ່. ທູນຂໍໃຫ້ພຣະຜູ້ເປັນເຈົ້າສິດສອນທ່ານວິທີທີ່ຈະໄດ້ຍິນພຣະອົງດີຂຶ້ນ. ໃຊ້ເວລາຫລາຍຂຶ້ນໃນພຣະວິຫານ ແລະ ໃນວຽກງານປະຫວັດຄອບຄົວ.
“… ເຮັດໃຫ້ປະຈັກພະຍານຂອງທ່ານມີຄວາມສຳຄັນສູງສຸດ.”14
ສະຫລຸບ
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າສັນຍາວ່າ ເມື່ອທ່ານເຂົ້າໃຈຢ່າງເຕັມທີ່ວ່າປະຈັກພະຍານນັ້ນຄືຫຍັງ, ແລະ ເມື່ອທ່ານແບ່ງປັນມັນ, ທ່ານຈະເອົາຊະນະອຸປະສັກຂອງຄວາມບໍ່ແນ່ນອນໃຈ ແລະ ຄວາມຢ້ານກົວ, ຊ່ວຍໃຫ້ທ່ານບຳລຸງ ແລະ ຮັກສາສົມບັດທີ່ລ້ຳຄ່ານີ້ເອົາໄວ້, ປະຈັກພະຍານຂອງທ່ານ.
ເຮົາໄດ້ຮັບພອນທີ່ມີຕົວຢ່າງອັນນັບບໍ່ຖ້ວນຂອງສາດສະດາສະໄໝບູຮານ ແລະ ສະໄໝໃໝ່ ຜູ້ທີ່ໄດ້ກ່າວປະຈັກພະຍານຂອງພວກເພິ່ນຢ່າງອາດຫານ.
ຫລັງຈາກການສິ້ນພຣະຊົນຂອງພຣະຄຣິດ, ເປໂຕໄດ້ຢືນຂຶ້ນ ແລະ ເປັນພະຍານວ່າ:
“ກໍຂໍໃຫ້ພວກທ່ານທຸກຄົນ … ຮູ້ວ່າ ທີ່ຊາຍຄົນນີ້ຖືກໂຜດໃຫ້ດີເປັນປົກກະຕິນັ້ນ ກໍໂດຍລິດເດດແຫ່ງນາມຊື່ຂອງພຣະເຢຊູຄຣິດເຈົ້າໄທນາຊາເຣັດ ຜູ້ທີ່ທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແລະ ຜູ້ທີ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາຈາກຕາຍ. …
“… ດ້ວຍວ່າບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າ ທີ່ຊົງປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ.”15
ຫລັງຈາກການເທດສະໜາຂອງແອວມາເລື່ອງສັດທາ, ແອມມິວເລັກ ໄດ້ກ່າວຢ່າງມີພະລັງວ່າ: “ຂ້າພະເຈົ້າຈະໃຫ້ຖ້ອຍຄຳແກ່ພວກທ່ານດ້ວຍຕົວເອງວ່າ ສິ່ງເຫລົ່ານີ້ເປັນຄວາມຈິງ. ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານ, ວ່າຂ້າພະເຈົ້າຮູ້ວ່າພຣະຄຣິດຈະສະເດັດມາໃນບັນດາລູກຫລານມະນຸດ, … ແລະ ວ່າພຣະອົງຈະຊົດໃຊ້ແທນບາບຂອງໂລກ; ເພາະອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ດັ່ງນີ້.”16
ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ, ເມື່ອໄດ້ເຫັນພາບນິມິດອັນຮຸ່ງໂລດຂອງພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວ, ໄດ້ເປັນພະຍານວ່າ:
“ແລະ ບັດນີ້, ຫລັງຈາກປະຈັກພະຍານຫລາຍຢ່າງທີ່ໃຫ້ໄວ້ເຖິງພຣະອົງ, ນີ້ຄືປະຈັກພະຍານ, ສຸດທ້າຍຂອງທັງໝົດ, ຊຶ່ງພວກເຮົາມອບໃຫ້ເຖິງພຣະອົງ: ວ່າພຣະອົງຊົງພຣະຊົນ!
“ເພາະພວກເຮົາໄດ້ເຫັນພຣະອົງ, ແມ່ນແຕ່ຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າ; ແລະ ພວກເຮົາໄດ້ຍິນສຸລະສຽງກ່າວເປັນພະຍານວ່າ ພຣະອົງເປັນພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ.”17
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ສະແຫວງຫາໂອກາດທີ່ຈະສະແດງປະຈັກພະຍານຂອງທ່ານໃນຄຳວາຈາ ແລະ ການກະທຳ. ໂອກາດດັ່ງກ່າວໄດ້ມາຫາຂ້າພະເຈົ້າເມື່ອບໍ່ດົນມານີ້, ໃນທ້າຍກອງປະຊຸມກັບເຈົ້າເມືອງໃນເມືອງຫລວງແຫ່ງໜຶ່ງທີ່ອະເມຣິກາໃຕ້, ໃນຫ້ອງທຳງານຂອງເພິ່ນ ພ້ອມດ້ວຍເຈົ້າໜ້າທີ່ຂອງເພິ່ນ. ເມື່ອພວກເຮົາປິດກອງປະຊຸມດ້ວຍຄວາມຮູ້ສຶກທີ່ອົບອຸ່ນ, ຂ້າພະເຈົ້າໄດ້ຄິດຢ່າງລັງເລໃຈວ່າຂ້າພະເຈົ້າຄວນແບ່ງປັນປະຈັກພະຍານຂອງຂ້າພະເຈົ້າ. ໂດຍເຮັດຕາມການກະຕຸ້ນ, ຂ້າພະເຈົ້າໄດ້ເປັນພະຍານວ່າພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ທຸກສິ່ງທຸກຢ່າງໄດ້ປ່ຽນໄປໃນເວລານັ້ນ. ຈະປະຕິເສດພຣະວິນຍານທີ່ຢູ່ໃນຫ້ອງນັ້ນບໍ່ໄດ້. ເບິ່ງຄືວ່າທຸກຄົນຖືກສຳຜັດ. “ພຣະຜູ້ປອບໂຍນ … ເປັນພະຍານເຖິງພຣະບິດາ ແລະ ພຣະບຸດ.”18 ຂ້າພະເຈົ້າກະຕັນຍູ ທີ່ຂ້າພະເຈົ້າໄດ້ຮວບຮວມຄວາມກ້າຫານເພື່ອຈະສະແດງປະຈັກພະຍານຂອງຂ້າພະເຈົ້າ.
ເມື່ອຊ່ວງເວລາແບບນີ້ມາເຖິງ, ໃຫ້ສວຍໂອກາດ ແລະ ໂອບຮັບມັນໄວ້. ທ່ານຈະຮູ້ສຶກເຖິງຄວາມອົບອຸ່ນຂອງພຣະຜູ້ປອບໂຍນພາຍໃນຕົວທ່ານເມື່ອທ່ານເຮັດດັ່ງນິ້.
ຂ້າພະເຈົ້າຂໍສະແດງປະຈັກພະຍານ ແລະ ເປັນພະຍານຕໍ່ທ່ານວ່າ—ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ພຣະເຢຊູຄຣິດຊົງພຣະຊົນຢູ່, ແລະ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍເປັນສາດສະໜາຈັກຂອງພຣະເຈົ້າຢູ່ເທິງໂລກໃນທຸກວັນນີ້ ຖືກນຳພາໂດຍສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.