ໂອ້ ຊີໂອນ, ຈົ່ງສວມກຳລັງຂອງເຈົ້າ
ເຮົາແຕ່ລະຄົນຄວນປະເມີນລຳດັບຄວາມສຳຄັນທາງໂລກ ແລະ ທາງວິນຍານຂອງເຮົາຢ່າງຈິງໃຈ ແລະ ດ້ວຍການອະທິຖານ.
ຄຳອຸປະມາເປັນຄຸນລັກສະນະທີ່ສຳຄັນໃນການສິດສອນທີ່ມີພະລັງຂອງອົງພຣະເຢຊູຄຣິດເຈົ້າ. ໂດຍສະຫລຸບແລ້ວ, ຄຳອຸປະມາຂອງພຣະຜູ້ຊ່ວຍໃຫ້ລອດແມ່ນເລື່ອງລາວທີ່ຖືກໃຊ້ເພື່ອປຽບທຽບຄວາມຈິງທາງວິນຍານກັບສິ່ງຂອງ ແລະ ປະສົບການມະຕະ. ຍົກຕົວຢ່າງ, ພຣະທຳໃນພຣະຄຳພີໃໝ່ກໍເຕັມໄປດ້ວຍຄຳສອນ ທີ່ປຽບທຽບອານາຈັກສະຫວັນກັບເມັດຜັກກາດ,1 ກັບໄຂ່ມຸກເມັດໜຶ່ງທີ່ມີຄ່າແພງຫລາຍທີ່ສຸດ,2 ກັບພໍ່ເຮືອນຜູ້ໜຶ່ງອອກໄປແຕ່ເຊົ້າໆ ເພື່ອຈ້າງຄົນມາເຮັດວຽກໃນສວນອະງຸ່ນຂອງຕົນ,3 ກັບຍິງສາວບໍລິສຸດສິບຄົນ,4 ແລະ ອີກຫລາຍໆເລື່ອງ. ໃນລະຫວ່າງການປະຕິບັດສາດສະໜາກິດຂອງພຣະຜູ້ເປັນເຈົ້າກັບຊາວຄາລີເລ, ພຣະຄຳພີຊີ້ບອກວ່າ “ພຣະອົງບໍ່ໄດ້ກ່າວກັບພວກເຂົາໂດຍໃຊ້ຄຳອຸປະມາເທົ່ານັ້ນ.”5
ຄວາມໝາຍ ຫລື ຂ່າວສານທີ່ມີຈຸດປະສົງຂອງຄຳອຸປະມາ ໂດຍປົກກະຕິແລ້ວຈະບໍ່ຖືກກ່າວອອກມາຢ່າງຈະແຈ້ງ. ກົງກັນຂ້າມ, ເລື່ອງລາວພຽງແຕ່ສະເໜີຄວາມຈິງແຫ່ງສະຫວັນໃຫ້ແກ່ຜູ້ທີ່ຮັບ ຕາມອັດຕາສ່ວນສັດທາຂອງເຂົາເຈົ້າໃນພຣະເຈົ້າ, ການກະກຽມສ່ວນຕົວທາງວິນຍານ, ແລະ ຄວາມເຕັມໃຈທີ່ຈະຮຽນຮູ້. ດັ່ງນັ້ນ, ບຸກຄົນຕ້ອງນຳໃຊ້ອຳເພີໃຈທາງສິນທຳ ແລະ ໝັ່ນທີ່ຈະ “ຂໍ, ຊອກຫາ, ແລະ ເຄາະ”6 ເພື່ອຈະຄົ້ນພົບຄວາມຈິງທີ່ມີຢູ່ໃນຄຳອຸປະມາ.
ຂ້າພະເຈົ້າອະທິຖານຢ່າງແຮງກ້າວ່າ ພຣະວິນຍານບໍລິສຸດ ຈະໃຫ້ຄວາມຮູ້ແກ່ເຮົາແຕ່ລະຄົນ ໃນຂະນະທີ່ເຮົາພິຈາລະນາຄວາມສຳຄັນຂອງຄຳອຸປະມາຂອງງານກິນລ້ຽງສົມຣົດ.
ງານກິນລ້ຽງສົມຣົດຂອງກະສັດ
“ອີກຄັ້ງໜຶ່ງ ພຣະເຢຊູ … ໄດ້ໃຊ້ຄຳອຸປະມາກ່າວກັບປະຊາຊົນວ່າ,
“ອານາຈັກສະຫວັນປຽບເໝືອນກະສັດຜູ້ໜຶ່ງ ຕຽມງານກິນລ້ຽງເນື່ອງໃນພິທີສົມຣົດລູກຊາຍຂອງຕົນ,
“ເພິ່ນໄດ້ໃຊ້ບັນດາຜູ້ຮັບໃຊ້ໄປເອີ້ນພວກທີ່ຖືກເຊີນໃຫ້ມາໃນງານ: ແຕ່ພວກທີ່ຖືກເຊີນນັ້ນບໍ່ຢາກມາ.
“ດັ່ງນັ້ນ, ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ພວກອື່ນອີກອອກໄປໂດຍສັ່ງວ່າ, ຈົ່ງບອກພວກທີ່ຖືກເຊີນວ່າ ບັດນີ້ງານກິນລ້ຽງຂອງເຮົາກໍຈັດຕຽມໄວ້ພ້ອມແລ້ວ: ງົວເຖິກ ແລະ ສັດທີ່ຕຸ້ຍພີດີງາມກໍມີຄົນຂ້າໄວ້ແລ້ວ, ແລະ ທຸກສິ່ງກໍຕຽມໄວ້ພ້ອມແລ້ວ: ຈົ່ງມາຮ່ວມງານສົມຣົດນີ້ເຖີດ.
“ແຕ່ພວກທີ່ຖືກເຊີນບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຊີນນັ້ນເລີຍ, ແລະ ສົນໃຈນຳແຕ່ທຸລະກິດຂອງຕົນ, ຄົນໜຶ່ງໄປໄຮ່ໄປນາຂອງຕົນ, ອີກຄົນໜຶ່ງໄປເຮັດຄ້າຂາຍຂອງຕົນ.”7
ໃນສະໄໝບູຮານ, ງານທີ່ໜ້າຊື່ນຊົມທີ່ສຸດໃນຊີວິດຂອງຊາວຢິວແມ່ນການສະຫລອງການສົມຣົດ—ງານທີ່ສະຫລອງກັນນານເຖິງໜຶ່ງອາທິດ ຫລື ແມ່ນແຕ່ສອງອາທິດ. ງານດັ່ງກ່າວຕ້ອງໄດ້ມີການວາງແຜນທີ່ດົນນານ, ແລະ ແຂກກໍໄດ້ແຈ້ງບອກກ່ອນລ່ວງໜ້ານານໆ, ພ້ອມທັງຄຳເຕືອນແຈ້ງບອກອີກໃນວັນເປີດງານກິນລ້ຽງ. ການເຊີນທີ່ມາຈາກກະສັດເຖິງປະຊາຊົນຂອງເພິ່ນ ດັ່ງໃນເວລານີ້ແມ່ນຖືວ່າເປັນຄຳບັນຊາ. ແຕ່, ແຂກທີ່ຖືກຮັບເຊີນຢູ່ໃນຄຳອຸປະມານີ້ບໍ່ໄດ້ມາຮ່ວມງານ.8
“ການປະຕິເສດຈະບໍ່ໄປຮ່ວມງານກິນລ້ຽງຂອງກະສັດເປັນການກະບົດໂດຍເຈດຕະນາ ທີ່ຕໍ່ຕ້ານ … ສິດອຳນາດຂອງກະສັດ ແລະ ເປັນການໝິ່ນປະໝາດສ່ວນຕົວຕໍ່ຕ້ານທັງກະສັດ ແລະ ລູກຊາຍຂອງເພິ່ນ. … ການທີ່ຜູ້ຊາຍຄົນໜຶ່ງໜີໄປໄຮ່ໄປນາຂອງຕົນ ແລະ ອີກຄົນໜຶ່ງໄປຄ້າຂາຍ [ຫາຜົນປະໂຫຍດທາງທຸລະກິດ]” ຂອງຕົນ9 ສະທ້ອນໃຫ້ເຫັນລຳດັບຄວາມສຳຄັນທີ່ຜິດພາດ ແລະ ການບໍ່ນັບຖືພຣະປະສົງຂອງກະສັດ.10
ຄຳອຸປະມາກ່າວຕໍ່ໄປວ່າ:
“ແລ້ວເພິ່ນກໍເອີ້ນບັນດາຜູ້ຮັບໃຊ້ຂອງຕົນມາ, ແລະ ກ່າວແກ່ພວກເຂົາວ່າ, ງານກິນລ້ຽງສົມຣົດຂອງເຮົາກໍພ້ອມແລ້ວ, ແຕ່ຄົນທີ່ຖືກເຊີນນັ້ນບໍ່ສົມກັບງານນີ້.
“ບັດນີ້ ຈົ່ງອອກໄປຖະໜົນໃຫຍ່ບ່ອນທາງແຍກ, ແລະ ເຊີນທຸກຄົນທີ່ພວກເຈົ້າພົບໃຫ້ມາຮ່ວມໃນງານນີ້.
“ສະນັ້ນ ພວກຜູ້ຮັບໃຊ້ຈຶ່ງອອກໄປຕາມຖະໜົນຫົນທາງ, ແລະ ຮວບຮວມເອົາຄົນທັງຫລາຍ ບໍ່ວ່າດີ ຫລື ຊົ່ວທີ່ພວກເຂົາໄດ້ພົບ: ແລະ ຫ້ອງທີ່ຈັດໄວ້ສຳລັບງານສົມຣົດນັ້ນກໍເຕັມໄປດ້ວຍແຂກຄົນ.”11
ທຳນຽມໃນຍຸກນັ້ນແມ່ນວ່າເຈົ້າພາບຂອງງານສົມຣົດ—ໃນຄຳອຸປະມານີ້ ແມ່ນກະສັດ—ຈັດຫາເສື້ອຜ້າໃຫ້ແກ່ແຂກຂອງງານສົມຣົດ. ເສື້ອຜ້າດັ່ງກ່າວເປັນເສື້ອຄຸມທີ່ລຽບງ່າຍ, ບໍ່ຈຳແນກ ທີ່ຜູ້ມາຮ່ວມງານທຸກຄົນສວມໃສ່. ໃນວິທີທາງນີ້, ຍົດຖາບັນດາສັກ ແລະ ຖານະຖືກກຳຈັດ, ແລະ ທຸກຄົນທີ່ຢູ່ໃນງານລ້ຽງຈະໂອ້ລົມຢ່າງເທົ່າທຽມກັນ.12
ຜູ້ຄົນທີ່ຖືກເຊີນມາຈາກຖະໜົນຫົນທາງໃຫ້ມາຮ່ວມງານຈະບໍ່ມີເວລາ ຫລື ຊ່ອງທາງຈະຫາເສື້ອຜ້າທີ່ເໝາະສົມໃນການກະກຽມສຳລັບງານນັ້ນ. ສະນັ້ນ, ກະສັດອາດໄດ້ເອົາເສື້ອຜ້າຂອງຕົນໃຫ້ແກ່ແຂກທີ່ມາຮ່ວມງານ. ທຸກໆຄົນໄດ້ຮັບໂອກາດ ທີ່ຈະໄດ້ສວມເສື້ອຜ້າຂອງກະສັດ.13
ເມື່ອກະສັດໄດ້ເຂົ້າໄປໃນຫໍສົມຣົດ, ເພິ່ນໄດ້ສຳຫລວດເບິ່ງແຂກທີ່ມາຮ່ວມງານ ແລະ ກໍໄດ້ເຫັນຢ່າງຊັດເຈນໃນທັນທີວ່າ ມີແຂກຄົນໜຶ່ງບໍ່ໄດ້ນຸ່ງເຄື່ອງສຳລັບງານສົມຣົດ. ຊາຍຄົນນັ້ນກໍຖືກນຳມາ, ແລະ ກະສັດໄດ້ຖາມວ່າ, “ສະຫາຍເອີຍ ເຫດໃດເຈົ້າຈຶ່ງເຂົ້າມາທີ່ນີ້ ໂດຍບໍ່ນຸ່ງເຄື່ອງສຳລັບພິທີງານສົມຣົດ? ແຕ່ຜູ້ນັ້ນບໍ່ຕອບປະການໃດເລີຍ.”14 ແທ້ໆແລ້ວ, ກະສັດໄດ້ຖາມວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ນຸ່ງເສື້ອຜ້າສຳລັບພິທີງານສົມຣົດ, ໃນເມື່ອເສື້ອຜ້ານັ້ນຖືກຈັດຫາໄວ້ໃຫ້ເຈົ້າແລ້ວ?”15
ກໍເຫັນໄດ້ດີວ່າ ຊາຍຄົນນັ້ນບໍ່ໄດ້ນຸ່ງເສື້ອຜ້າທີ່ເໝາະສົມສຳລັບງານພິເສດນັ້ນ, ແລະ ວະລີທີ່ວ່າ, “ແຕ່ຜູ້ນັ້ນບໍ່ຕອບປະການໃດເລີຍ” ກໍໝາຍຄວາມວ່າຊາຍຄົນນັ້ນບໍ່ມີຂໍ້ແກ້ຕົວ.16
ແອວເດີ ເຈມສ໌ ອີ ທາເມດ ໃຫ້ຄຳອະທິບາຍທີ່ເປັນປະໂຫຍດກ່ຽວກັບຄວາມສຳຄັນຂອງການກະທຳຂອງຊາຍຄົນນັ້ນວ່າ: “ຊາຍທີ່ບໍ່ໄດ້ນຸ່ງເສື້ອຜ້ານັ້ນໄດ້ເຮັດຜິດທາງການລະເລີຍ, ການບໍ່ໃຫ້ຄວາມເຄົາລົບໂດຍເຈດຕະນາ, ຫລື ການກະທຳຜິດທີ່ຮ້າຍແຮງກວ່າ, ກໍຊັດເຈນດີຈາກບົດຄວາມ. ທຳອິດກະສັດກໍໃຫ້ຄວາມເກງໃຈ, ພຽງແຕ່ສອບຖາມວ່າຊາຍຄົນນັ້ນເຂົ້າມາໃນງານໂດຍບໍ່ໄດ້ນຸ່ງເຄື່ອງສຳລັບພິທີສົມຣົດໄດ້ແນວໃດ. ຖ້າຫາກແຂກຜູ້ນັ້ນສາມາດອະທິບາຍການປະກົດຕົວທີ່ແຕກຕ່າງຂອງລາວ, ຫລື ຖ້າຫາກລາວມີຂໍ້ແກ້ຕົວທີ່ມີເຫດຜົນ, ລາວກໍຈະໄດ້ຕອບ; ແຕ່ເຮົາຖືກບອກວ່າລາວບໍ່ໄດ້ຕອບປະການໃດເລີຍ. ຄຳເຊື້ອເຊີນຂອງກະສັດຖືກສະເໜີໃຫ້ແກ່ທຸກໆຄົນທີ່ຜູ້ຮັບໃຊ້ຂອງເພິ່ນໄດ້ພົບເຫັນໂດຍບໍ່ຄິດຄ່າ; ແຕ່ ແຕ່ລະຄົນໃນບັນດາພວກເຂົາຕ້ອງເຂົ້າໄປໃນວັງຜ່ານປະຕູ; ແລະ ກ່ອນຈະໄປເຖິງຫ້ອງກິນລ້ຽງ, ໃນບ່ອນທີ່ກະສັດຈະມາປະກົດຕົວ, ແຕ່ລະຄົນຕ້ອງນຸ່ງເສື້ອຜ້າທີ່ເໝາະສົມ; ແຕ່ຜູ້ທີ່ປາດສະຈາກເຄື່ອງນູ່ງ, ໂດຍທາງໃດທາງໜຶ່ງໄດ້ເຂົ້າໄປໃນງານຜ່ານທາງອື່ນ; ແລະ ໂດຍທີ່ບໍ່ໄດ້ຜ່ານຜູ້ຍາມຢູ່ທີ່ປະຕູ, ລາວໄດ້ເປັນຄົນບຸກລຸກງານ.”17
ນັກປະພັນຊາວຄຣິດຊື່, ຈອນ ໂອ ຣີດ, ໄດ້ສັງເກດເຫັນວ່າ ການປະຕິເສດບໍ່ນຸ່ງເຄື່ອງສຳລັບພິທີສົມຣົດຂອງຊາຍຄົນນັ້ນສະແດງໃຫ້ເຫັນ “ການຂາດຄວາມເຄົາລົບທີ່ເປີດເຜີຍຕໍ່ກະສັດ ແລະ ລູກຊາຍຂອງເພິ່ນ.” ລາວບໍ່ພຽງແຕ່ຂາດເຄື່ອງນຸ່ງສຳລັບພິທີສົມຣົດ; ແຕ່, ລາວໄດ້ເລືອກທີ່ຈະບໍ່ນຸ່ງມັນ. ລາວໄດ້ປະຕິເສດຢ່າງກະບົດທີ່ຈະແຕ່ງຕົວໃຫ້ເໝາະສົມສຳລັບງານນັ້ນ. ປະຕິກິລິຍາຂອງກະສັດກໍວ່ອງໄວ ແລະ ຕັດສິນວ່າ: “ຈົ່ງມັດມື ແລະ ຕີນຂອງມັນໄວ້ ແລະ ໂຍນມັນຖິ້ມອອກໄປຂ້າງນອກທີ່ມືດໆ; ໃນທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ.”18
ການຕັດສິນຂອງກະສັດກັບຜູ້ຊາຍຄົນນັ້ນບໍ່ໄດ້ຂຶ້ນຢູ່ກັບພຽງແຕ່ການຂາດເຄື່ອງນຸ່ງສຳລັບພິທີສົມຣົດເທົ່ານັ້ນ—ແຕ່ “ເປັນເພາະວ່າ, ຕາມຈິງແລ້ວ, ລາວຕັ້ງໃຈຈະບໍ່ນຸ່ງມັນ. ຊາຍຄົນນັ້ນ … ຢາກໄດ້ຮັບກຽດຂອງການໄປຮ່ວມງານກິນລ້ຽງສົມຣົດ ແຕ່ … ບໍ່ຢາກເຮັດຕາມຂະນົບທຳນຽມຂອງກະສັດ. ລາວຢາກເຮັດຕາມວິທີທາງຂອງລາວເອງ. ການທີ່ລາວຂາດເຄື່ອງນຸ່ງທີ່ເໝາະສົມໄດ້ເປີດເຜີຍໃຫ້ເຫັນການກະບົດພາຍໃນໃຈຂອງລາວ ຕໍ່ຕ້ານກະສັດ ແລະ ຄຳສັ່ງຂອງເພິ່ນ.”19
ຫລາຍຄົນຖືກເຊີນມາ, ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້.
ຄຳອຸປະມາໄດ້ສິ້ນສຸດລົງດ້ວຍຂໍ້ພຣະຄຳພີທີ່ຊາບຊຶ້ງນີ້ວ່າ: “ດ້ວຍວ່າມີຫລາຍຄົນຖືກເຊີນມາ, ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້.”20
ໜ້າສົນໃຈທີ່, ໂຈເຊັບ ສະມິດ ໄດ້ແກ້ໄຂຂໍ້ຕໍ່ໄປນີ້ຈາກມັດທາຍ ໃນການແປທີ່ດົນໃຈຂອງເພິ່ນຈາກພຣະຄຣິສຕະທຳຄຳພີວ່າ: “ດ້ວຍວ່າມີຫລາຍຄົນຖືກເຊີນມາ, ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້; ສະນັ້ນບໍ່ແມ່ນທຸກຄົນທີ່ໄດ້ນຸ່ງເຄື່ອງສຳລັບພິທີສົມຣົດ.”21
ການເຊີນໃຫ້ໄປ ຮ່ວມງານກິນລ້ຽງສົມຣົດ ແລະ ການເລືອກທີ່ຈະມີສ່ວນຮ່ວມໃນ ງານກິນລ້ຽງກ່ຽວຂ້ອງກັນ ແຕ່ແຕກຕ່າງກັນ. ການເຊີນນັ້ນແມ່ນສຳລັບຊາຍ ແລະ ຍິງທຸກຄົນ. ບຸກຄົນໜຶ່ງອາດຮັບເອົາການເຊີນ ແລະ ໄປນັ່ງຮ່ວມໃນງານ—ແຕ່ເລືອກທີ່ຈະບໍ່ມີສ່ວນຮ່ວມເພາະເຂົາບໍ່ມີເສື້ອຜ້າທີ່ເໝາະສົມສຳລັບພິທີສົມຣົດຂອງການປ່ຽນໃຈເຫລື້ອມໃສສັດທາໃນອົງພຣະເຢຊູຄຣິດເຈົ້າ ແລະ ພຣະຄຸນແຫ່ງສະຫວັນຂອງພຣະອົງ. ສະນັ້ນ, ເຮົາມີທັງການເອີ້ນຂອງພຣະເຈົ້າ ແລະ ການຕອບສະໜອງຂອງເຮົາແຕ່ລະຄົນຕໍ່ການເອີ້ນນັ້ນ, ແລະ ຫລາຍຄົນໄດ້ຖືກເອີ້ນ ແຕ່ໜ້ອຍຄົນທີ່ໄດ້ຖືກເລືອກ.22
ການຖືກເລືອກ ຫລື ຈະຖືກເລືອກບໍ່ແມ່ນສະຖານະສະເພາະຕົວທີ່ຖືກມອບໝາຍໃຫ້ແກ່ເຮົາ. ກົງກັນຂ້າມ, ທ່ານ ແລະ ຂ້າພະເຈົ້າສາມາດເລືອກ ທີ່ຈະໄດ້ຮັບການເລືອກໃນທີ່ສຸດຜ່ານການໃຊ້ຄວາມຊອບທຳຂອງອຳເພີໃຈທາງສິນທຳຂອງເຮົາ.
ຂໍໃຫ້ສັງເກດເບິ່ງການໃຊ້ຄຳວ່າ ຖືກເລືອກ ໃນຂໍ້ທີ່ຄຸ້ນເຄີຍຕໍ່ໄປນີ້ ຈາກຄຳສອນ ແລະ ພັນທະສັນຍາ:
“ຈົ່ງເບິ່ງ, ມີຫລາຍຄົນໄດ້ຖືກເອີ້ນ, ແຕ່ມີໜ້ອຍຄົນໄດ້ ຖືກເລືອກ. ແລະ ເປັນຫຍັງພວກເຂົາຈຶ່ງບໍ່ ຖືກເລືອກ?
“ເພາະໃຈຂອງພວກເຂົາໝົກໝຸ້ນຢູ່ກັບສິ່ງທີ່ເປັນຂອງໂລກນີ້ຫລາຍ, ແລະ ສະແຫວງຫາກຽດຕິຍົດຈາກມະນຸດ.”23
ຂ້າພະເຈົ້າເຊື່ອວ່າຜົນສະທ້ອນຂອງບົດເຫລົ່ານີ້ກໍກົງໄປກົງມາດີ. ພຣະເຈົ້າບໍ່ມີລາຍຊື່ຂອງຜູ້ທີ່ໂປດປານທີ່ເຮົາຕ້ອງຫວັງວ່າຊື່ຂອງເຮົາຈະຖືກຕື່ມໃສ່ໃນວັນໃດວັນໜຶ່ງ. ພຣະອົງບໍ່ໄດ້ຈຳກັດ “ຜູ້ທີ່ຖືກເລືອກ” ໄວ້ໃຫ້ຄົນພຽງສ່ວນໜ້ອຍ. ແທນນັ້ນ, ຫົວໃຈ, ຂອງເຮົາ, ຄວາມປາດຖະໜາ ຂອງເຮົາ, ການໃຫ້ກຽດພັນທະສັນຍາ ແລະ ພິທີການສັກສິດຂອງພຣະກິດຕິຄຸນ ຂອງເຮົາ, ການເຊື່ອຟັງພຣະບັນຍັດ ຂອງເຮົາ, ແລະ ສຳຄັນທີ່ສຸດ, ແມ່ນພຣະຄຸນ ແລະ ຄວາມເມດຕາແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ກຳນົດວ່າເຮົາຖືກນັບວ່າເປັນຄົນໜຶ່ງທີ່ພຣະເຈົ້າໄດ້ເລືອກ.24
“ເພາະພວກເຮົາເຮັດການຢ່າງພາກພຽນທີ່ຈະບັນທຶກ ແລະ ຈະຊັກຊວນລູກຫລານຂອງພວກເຮົາ ແລະ ພີ່ນ້ອງຂອງພວກເຮົາອີກໃຫ້ເຊື່ອໃນພຣະຄຣິດ ແລະ ໃຫ້ທຳຕົນປອງດອງກັບພຣະເຈົ້າ ເພາະພວກເຮົາຮູ້ວ່າ ຫລັງຈາກພວກເຮົາເຮັດທຸກຢ່າງໄດ້ແລ້ວ ໂດຍພຣະຄຸນພວກເຮົາຈຶ່ງລອດ.”25
ໃນຄວາມຫຍຸ້ງຍາກຂອງຊີວິດປະຈຳວັນຂອງເຮົາ ແລະ ຄວາມວຸ້ນວາຍຂອງໂລກໃນຍຸກສະໄໝທີ່ເຮົາອາໄສຢູ່, ເຮົາອາດຖືກດຶງໄປຈາກສິ່ງທີ່ເປັນທາງຝ່າຍວິນຍານທີ່ສຳຄັນທີ່ສຸດ ໂດຍການເຮັດໃຫ້ຄວາມພໍໃຈ, ຄວາມຈະເລີນຮຸ່ງເຮືອງ, ຄວາມນິຍົມ, ແລະ ຊື່ສຽງ, ເປັນລຳດັບຄວາມສຳຄັນຫລັກຂອງເຮົາ. ການໝົກໝຸ້ນຊົ່ວຄາວຂອງເຮົາກັບ “ສິ່ງທີ່ເປັນຂອງໂລກນີ້” ແລະ “ກຽດຕິຍົດຈາກມະນຸດ” ອາດພາໃຫ້ເຮົາສູນເສຍສິດທິອ້າຍກົກທາງວິນຍານເພື່ອແລກກັບແກງໝາກຖົ່ວທີ່ມີຄ່າໜ້ອຍກວ່າ.26
ຄຳສັນຍາ ແລະ ປະຈັກພະຍານ
ຂ້າພະເຈົ້າຂໍກ່າວຊ້ຳຄຳແນະນຳຂອງພຣະຜູ້ເປັນເຈົ້າຕໍ່ຜູ້ຄົນຂອງພຣະອົງ ທີ່ໄດ້ປະກາດຜ່ານທາງສາດສະດາຮັກກາຍໃນພຣະຄຳພີເດີມວ່າ: “ພຣະເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ກ່າວວ່າ: ພວກເຈົ້າບໍ່ເຫັນຫລືວ່າ ແມ່ນຫຍັງກຳລັງເກີດຂຶ້ນກັບພວກເຈົ້າ.”27
ເຮົາແຕ່ລະຄົນຄວນປະເມີນລຳດັບຄວາມສຳຄັນທາງຝ່າຍໂລກ ແລະ ຝ່າຍວິນຍານຂອງເຮົາຢ່າງຈິງໃຈ ແລະ ດ້ວຍການອະທິຖານ ເພື່ອຈະກຳນົດສິ່ງຕ່າງໆໃນຊີວິດຂອງເຮົາທີ່ອາດກີດກັນພອນທີ່ອຸດົມສົມບູນທີ່ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດເຕັມພຣະໄທຈະປະທານໃຫ້ເຮົາ. ແລະ ແນ່ນອນພຣະວິນຍານບໍລິສຸດຈະຊ່ວຍເຮົາໃຫ້ເຫັນຕົວເຮົາເອງດັ່ງທີ່ເຮົາເປັນຢູ່ແທ້ໆ.28
ເມື່ອເຮົາສະແຫວງຫາຂອງປະທານທາງຝ່າຍວິນຍານຢ່າງເໝາະສົມຂອງຕາທີ່ຈະເຫັນ ແລະ ຫູທີ່ຈະໄດ້ຍິນ,29 ຂ້າພະເຈົ້າສັນຍາວ່າ ເຮົາຈະໄດ້ຮັບພອນດ້ວຍຄວາມສາມາດ ແລະ ການຕັດສິນເພື່ອຈະເຮັດໃຫ້ການເຊື່ອມໂຍງພັນທະສັນຍາຂອງເຮົາກັບພຣະເຈົ້າເຂັ້ມແຂງຂຶ້ນ. ເຮົາຈະໄດ້ຮັບອຳນາດຂອງຄວາມເປັນພຣະເຈົ້າໃນຊີວິດຂອງເຮົານຳອີກ26—ແລະ ໃນທີ່ສຸດຈະຖືກເອີ້ນ ແລະ ຖືກເລືອກສຳລັບງານກິນລ້ຽງຂອງພຣະຜູ້ເປັນເຈົ້າ.
“[ໂອ້ ຊີໂອນ, ຕື່ນເຖີດ, ຕື່ນເຖີດ; ຈົ່ງສວມກຳລັງຂອງເຈົ້າ].”31
“ເພາະຊີໂອນຕ້ອງເພີ່ມພູນໃນຄວາມສວຍງາມ, ແລະ ໃນຄວາມສັກສິດ; ເຂດແດນຂອງນາງຕ້ອງຂະຫຍາຍອອກໄປໃຫ້ກວ້າງ; ສະເຕກຂອງນາງຕ້ອງຖືກເຮັດໃຫ້ເຂັ້ມແຂງຂຶ້ນ; ແທ້ຈິງແລ້ວ, ຕາມຄວາມຈິງ ເຮົາກ່າວກັບພວກເຈົ້າວ່າ ຊີໂອນຕ້ອງລຸກຂຶ້ນ ແລະ ສວມອາພອນອັນງົດງາມຂອງນາງ.”32
ຂ້າພະເຈົ້າຂໍປະກາດດ້ວຍຄວາມປິຕິຍິນດີ ເຖິງຄວາມສູງສົ່ງ ແລະ ຄວາມຈິງແທ້ຂອງພຣະເຈົ້າ, ພຣະບິດານິລັນດອນ ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ຄືພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ແລະ ວ່າພຣະອົງຊົງພຣະຊົນ. ແລະ ຂ້າພະເຈົ້າເປັນພະຍານນຳອີກວ່າ ພຣະບິດາ ແລະ ພຣະບຸດໄດ້ມາປະກົດຕໍ່ຊາຍໜຸ່ມ ໂຈເຊັບ ສະມິດ, ຊຶ່ງໄດ້ລິເລີ່ມການຟື້ນຟູພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດໃນຍຸກສຸດທ້າຍນີ້. ຂໍໃຫ້ເຮົາແຕ່ລະຄົນຈົ່ງສະແຫວງຫາ ແລະ ໄດ້ຮັບພອນດ້ວຍຕາທີ່ຈະເຫັນ ແລະ ຫູທີ່ຈະໄດ້ຍິນ, ຂ້າພະເຈົ້າອະທິຖານໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.