ໃນການເປັນຫຸ້ນສ່ວນກັບພຣະຜູ້ເປັນເຈົ້າ
ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດປະກາດຫລັກທຳຂອງການເປັນຫຸ້ນສ່ວນໃນທຸກຢ່າງລະຫວ່າງຍິງ ແລະ ຊາຍ, ທັງໃນຊີວິດມະຕະ ແລະ ໃນນິລັນດອນ.
ພາຍໃນສອງສາມເດືອນທຳອິດຂອງການແຕ່ງງານຂອງພວກເຮົາ, ພັນລະຍາທີ່ຮັກຂອງຂ້າພະເຈົ້າມີຄວາມປາດຖະໜາທີ່ຈະຮຽນດົນຕີ. ໂດຍທີ່ຢາກເອົາໃຈລາວ, ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈລັກເຮັດບາງສິ່ງທີ່ໃຫຍ່ໂຕ, ຈາກໃຈເພື່ອທີ່ຮັກຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ໄປຮ້ານຂາຍເຄື່ອງດົນຕີ ແລະ ຊື້ປີອາໂນເປັນຂອງຂວັນໃຫ້ລາວ. ຂ້າພະເຈົ້າໄດ້ເອົາໃບຮັບເງິນໃສ່ໃນກ່ອງ ແລະ ມັດດ້ວຍໂບທີ່ສວຍງາມດ້ວຍຄວາມຕື່ນເຕັ້ນ, ໂດຍທີ່ຄາດຫວັງວ່າ ຈະໄດ້ເຫັນປະຕິກິລິຍາທີ່ກະຕັນຍູຕໍ່ສາມີທີ່ຮັກ ແລະ ເອົາໃຈໃສ່ຂອງລາວ.
ເມື່ອລາວເປີດກ່ອງນ້ອຍໆນັ້ນ ແລະ ເຫັນຂອງຢູ່ໃນກ່ອງ, ລາວໄດ້ຫລຽວເບິ່ງຂ້າພະເຈົ້າດ້ວຍຄວາມຮັກ ແລະ ເວົ້າວ່າ, “ໂອ, ທີ່ຮັກ, ອ້າຍຈັ່ງແມ່ນດີແທ້ໆ! ແຕ່ນ້ອງຂໍຖາມແດ່ວ່າ: ນີ້ແມ່ນຂອງຂວັນ ຫລື ໜີ້ສິນ?” ຫລັງຈາກໄດ້ປຶກສານຳກັນເລື່ອງຂອງຂວັນ, ພວກເຮົາໄດ້ຕັດສິນໃຈຍົກເລີກການຊື້. ພວກເຮົາໄດ້ໃຊ້ຊີວິດຢູ່ໃນງົບປະມານຂອງນັກຮຽນ, ເຊັ່ນດຽວກັບຄູ່ສາມີພັນລະຍາໃໝ່ຄົນໜຸ່ມຈຳນວນຫລາຍ. ປະສົບການນີ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈເຖິງຄວາມສຳຄັນຂອງຫລັກທຳຂອງການເປັນຫຸ້ນສ່ວນໃນທຸກຢ່າງຂອງການແຕ່ງງານ ແລະ ການນຳໃຊ້ມັນສາມາດຊ່ວຍພັນລະຍາ ແລະ ຂ້າພະເຈົ້າເປັນນ້ຳໜຶ່ງໃຈດຽວກັນໄດ້.1
ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດປະກາດຫລັກທຳຂອງການເປັນຫຸ້ນສ່ວນໃນທຸກຢ່າງລະຫວ່າງຍິງ ແລະ ຊາຍ, ທັງໃນຊີວິດມະຕະ ແລະ ໃນນິລັນດອນ. ເຖິງແມ່ນວ່າແຕ່ລະຄົນມີຄຸນລັກສະນະ ແລະ ໜ້າທີ່ຮັບຜິດຊອບທີ່ແຕກຕ່າງກັນ, ຍິງ ແລະ ຊາຍກໍມີບົດບາດທີ່ກ່ຽວຂ້ອງ ແລະ ຈຳເປັນທີ່ເທົ່າທຽມກັນໃນແຜນແຫ່ງຄວາມສຸກຂອງພຣະເຈົ້າສຳລັບລູກໆຂອງພຣະອົງ.2 ມັນເປັນມາຕັ້ງແຕ່ຕອນຕົ້ນ ເມື່ອພຣະຜູ້ເປັນເຈົ້າໄດ້ປະກາດ “ວ່າ ບໍ່ເປັນການສົມຄວນທີ່ຜູ້ຊາຍຕ້ອງຢູ່ໂດດດ່ຽວຢ່າງນີ້; ດັ່ງນັ້ນ [ພຣະອົງຈະ] ສ້າງຜູ້ຊ່ວຍຊູທີ່ເໝາະສົມໃຫ້ລາວ.”3
ໃນແຜນຂອງພຣະຜູ້ເປັນເຈົ້າ, “ຜູ້ຊ່ວຍຊູ” ຄືຄູ່ຄອງທີ່ຈະເດີນຄຽງບ່າຄຽງໄຫລ່ກັບອາດາມ ເປັນຫຸ້ນສ່ວນໃນທຸກຢ່າງ.4 ຕາມຄວາມຈິງແລ້ວ, ເອວາເປັນພອນຈາກສະຫວັນໃນຊີວິດຂອງອາດາມ. ຜ່ານທາງທຳມະຊາດແຫ່ງສະຫວັນ ແລະ ຄຸນລັກສະນະຂອງນາງ, ນາງໄດ້ດົນໃຈອາດາມເພື່ອເຮັດວຽກງານໃນການເປັນຫຸ້ນສ່ວນກັບນາງ ເພື່ອບັນລຸແຜນແຫ່ງຄວາມສຸກຂອງພຣະເຈົ້າເພື່ອມວນມະນຸດ.5
ຂໍໃຫ້ເຮົາພິຈາລະນາຫລັກທຳພື້ນຖານສອງຂໍ້ທີ່ເສີມສ້າງຄວາມເປັນຫຸ້ນສ່ວນລະຫວ່າງ ຊາຍ ແລະ ຍິງ. ຫລັກທຳຂໍ້ທຳອິດຄື ເຮົາທຸກຄົນຄືກັນຕໍ່ພຣະເຈົ້າ.6 ອີງຕາມຄຳສອນພຣະກິດຕິຄຸນ, ຄວາມແຕກຕ່າງລະຫວ່າງຍິງ ແລະ ຊາຍ ບໍ່ໄດ້ແທນທີ່ຄຳສັນຍານິລັນດອນທີ່ພຣະເຈົ້າມີຕໍ່ບຸດ ແລະ ທິດາຂອງພຣະອົງ. ບໍ່ມີທາງເປັນໄປໄດ້ສຳລັບຜູ້ໜຶ່ງທີ່ຈະໄດ້ຮັບລັດສະໝີພາບຊັ້ນສູງ ຫລາຍກວ່າອີກຜູ້ໜຶ່ງໃນນິລັນດອນ.7 ພຣະຜູ້ຊ່ວຍໃຫ້ລອດພຣະອົງເອງເຊື້ອເຊີນເຮົາທຸກຄົນ, ລູກໆຂອງພຣະເຈົ້າ, “ໃຫ້ມາຫາພຣະອົງ, ແລະຮັບເອົາພຣະກະລຸນາທິຄຸນຂອງພຣະອົງ; ແລະ ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງ.”8 ສະນັ້ນ, ໃນເລື່ອງນີ້, ເຮົາທຸກຄົນຈຶ່ງຖືວ່າເທົ່າທຽມກັນຕໍ່ພຣະພັກຂອງພຣະອົງ.
ເມື່ອຄູ່ສາມີພັນລະຍາເຂົ້າໃຈ ແລະ ນຳໃຊ້ຫລັກທຳນີ້, ເຂົາເຈົ້າຈະບໍ່ຕັ້ງຕຳແໜ່ງໃຫ້ຕົວເອງວ່າເປັນປະທານ ຫລື ຜູ້ລອງປະທານໃນຄອບຄົວຂອງຕົນ. ບໍ່ມີຄວາມເໜືອກວ່າ ຫລື ຕ່ຳກວ່າໃນຄວາມສຳພັນຂອງການແຕ່ງງານ, ແລະ ບໍ່ມີໃຜຍ່າງອອກໜ້າ ຫລື ຍ່າງນຳຫລັງ. ເຂົາເຈົ້າຈະຍ່າງຄຽງຄູ່ກັນໄປ, ເທົ່າທຽມກັນ, ເປັນລູກໆແຫ່ງສະຫວັນຂອງພຣະເຈົ້າ. ເຂົາເຈົ້າກາຍເປັນໜຶ່ງໃນຄວາມຄິດ, ຄວາມປາດຖະໜາ, ແລະ ຈຸດປະສົງກັບພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະເຢຊູຄຣິດ,9 ນຳພາ ແລະ ຊີ້ນຳໜ່ວຍຄອບຄົວນຳກັນ.
ໃນການເປັນຫຸ້ນສ່ວນທີ່ເທົ່າທຽມກັນ, “ຄວາມຮັກບໍ່ແມ່ນການຄອບຄອງ, ແຕ່ເປັນການມີສ່ວນຮ່ວມ, … ເປັນສ່ວນໜຶ່ງຂອງການຮ່ວມສ້າງ ຊຶ່ງເປັນການເອີ້ນຂອງມະນຸດ.”10 “ດ້ວຍການມີສ່ວນຮ່ວມຢ່າງແທ້ຈິງ, ສາມີ ແລະ ພັນລະຍາປະສົມປະສານຮ່ວມມືກັນເປັນໜຶ່ງ ໃນ ‘ອຳນາດປົກຄອງອັນເປັນນິດ’ ທີ່ ‘ປາດສະຈາກວິທີການບັງຄັບ’ ຈະໄຫລມາພ້ອມກັບຊີວິດທາງວິນຍານມາຫາເຂົາເຈົ້າ ແລະ ລູກຫລານຂອງເຂົາເຈົ້າ ‘ຕະຫລອດການ ແລະ ຕະຫລອດໄປ.’”11
ຫລັກທຳຂໍ້ທີສອງແມ່ນກົດທອງຄຳ, ສິດສອນໂດຍພຣະຜູ້ຊ່ວຍໃຫ້ລອດໃນຄຳເທດສະໜາຢູ່ເນີນພູ ທີ່ວ່າ: “ເຈົ້າຢາກໃຫ້ຄົນອື່ນເຮັດຢ່າງໃດແກ່ເຈົ້າ, ຈົ່ງເຮັດຢ່າງນັ້ນແກ່ເຂົາເໝືອນກັນ.”12 ຫລັກທຳຂໍ້ນີ້ບົ່ງບອກເຖິງທັດສະນະຄະຕິຂອງກັນແລະກັນ, ການຕອບແທນກັນແລະກັນ, ຄວາມເປັນອັນໜຶ່ງດຽວກັນ, ແລະ ການເພິ່ງອາໄສກັນ ແລະ ອີງຕາມພຣະບັນຍັດຂໍ້ໃຫຍ່ຂໍ້ທີສອງທີ່ວ່າ: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”13 ມັນລວມເຂົ້າກັບຄຸນລັກສະນະອື່ນໆຂອງຊາວຄຣິດ ດັ່ງເຊັ່ນ ຄວາມອົດກັ້ນ, ຄວາມອ່ອນໂຍນ, ຄວາມອ່ອນນ້ອມ, ແລະ ຄວາມເມດຕາ.
ເພື່ອໃຫ້ເຂົ້າໃຈຫລາຍຂຶ້ນກ່ຽວກັບການນຳໃຊ້ຫລັກທຳຂໍ້ນີ້, ເຮົາສາມາດເບິ່ງສາຍສຳພັນອັນສັກສິດ ແລະ ນິລັນດອນ ທີ່ສະຖາປະນາໂດຍພຣະເຈົ້າ ລະຫວ່າງບິດາມານດາຄູ່ທຳອິດຂອງເຮົາ, ອາດາມ ແລະ ເອວາ. ພວກເພິ່ນກາຍເປັນເນື້ອດຽວກັນ,14 ໂດຍສ້າງມິຕິຄວາມເປັນອັນໜຶ່ງດຽວກັນ ທີ່ໃຫ້ທັງສອງເດີນໄປດ້ວຍກັນດ້ວຍຄວາມນັບຖື, ຮູ້ບຸນຄຸນ, ແລະ ຄວາມຮັກ, ບໍ່ຄິດກ່ຽວກັບຕົວເອງ ແລະ ສະແຫວງຫາຄວາມຜາສຸກຂອງກັນແລະກັນໃນເສັ້ນທາງນິລັນດອນຂອງພວກເພິ່ນ.
ແມ່ນບຸກຄະລິກລັກສະນະດຽວກັນນັ້ນທີ່ເຮົາມຸ່ງໝັ້ນໃນການແຕ່ງງານທີ່ເປັນນ້ຳໜຶ່ງໃຈດຽວກັນໃນທຸກວັນນີ້. ຜ່ານທາງການຜະນຶກໃນພຣະວິຫານ, ຍິງ ແລະ ຊາຍໄດ້ເຂົ້າສູ່ລະບຽບການແຕ່ງງານອັນສັກສິດ ໃນພັນທະສັນຍາໃໝ່ ແລະ ເປັນນິດ. ຕາມລະບຽບນີ້ຂອງຖານະປະໂລຫິດ, ເຂົາເຈົ້າໄດ້ຮັບພອນນິລັນດອນ ແລະ ອຳນາດແຫ່ງສະຫວັນໃນການກຳກັບດູແລຄອບຄົວຂອງເຂົາເຈົ້າ ຂະນະທີ່ດຳລົງຊີວິດຕາມພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດ. ຈາກຈຸດນັ້ນ, ເຂົາເຈົ້າໄດ້ກ້າວໄປຂ້າງໜ້າໂດຍເພິ່ງອາໄສກັນແລະກັນ ແລະ ເປັນຫຸ້ນສ່ວນໃນທຸກຢ່າງກັບພຣະຜູ້ເປັນເຈົ້າ, ໂດຍສະເພາະໃນເລື່ອງໜ້າທີ່ຮັບຜິດຊອບທີ່ຖືກມອບໝາຍຈາກສະຫວັນຂອງເຂົາເຈົ້າ ໃນການລ້ຽງດູ ແລະ ການປົກຄອງຄອບຄົວຂອງເຂົາເຈົ້າ.15 ການລ້ຽງດູ ແລະ ປົກຄອງແມ່ນໜ້າທີ່ຮັບຜິດຊອບທີ່ສຳພັນ ແລະ ທັບຊ້ອນ, ຊຶ່ງໝາຍຄວາມວ່າ ແມ່ ແລະ ພໍ່ “ເປັນຫຸ້ນສ່ວນທີ່ເທົ່າທຽມກັນ”16 ແລະ ແບ່ງປັນຄວາມເປັນຜູ້ນຳທີ່ສົມດູນໃນບ້ານເຮືອນຂອງເຂົາເຈົ້າ.
“ການລ້ຽງດູໝາຍເຖິງການບຳລຸງລ້ຽງ, ການສິດສອນ, ແລະ ການສະໜັບສະໜູນ” ສະມາຊິກໃນຄອບຄົວ, ຊຶ່ງກະທຳໂດຍການຊ່ວຍເຫລືອເຂົາເຈົ້າໃຫ້ “ຮຽນຮູ້ຄວາມຈິງພຣະກິດຕິຄຸນ ແລະ ພັດທະນາສັດທາໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ” ໃນສະພາບແວດລ້ອມແຫ່ງຄວາມຮັກ. ການປົກຄອງໝາຍເຖິງການ “ຊ່ວຍນຳພາສະມາຊິກໃນຄອບຄົວກັບຄືນໄປຢູ່ໃນທີ່ປະທັບຂອງພຣະເຈົ້າ. ສິ່ງນີ້ກະທຳໂດຍການຮັບໃຊ້ ແລະ ສິດສອນດ້ວຍຄວາມອ່ອນໂຍນ, ຄວາມອ່ອນນ້ອມ, ແລະ ຄວາມຮັກ.” ສິ່ງນີ້ກໍຍັງລວມທັງ “ການນຳພາສະມາຊິກໃນຄອບຄົວໃນການອະທິຖານ, ການສຶກສາພຣະກິດຕິຄຸນ, ແລະ ການນະມັດສະການໃນດ້ານອື່ນໆເປັນປະຈຳ. ພໍ່ແມ່ທຳງານເປັນນ້ຳໜຶ່ງໃຈດຽວກັນ,” ຕາມຕົວຢ່າງຂອງພຣະເຢຊູຄຣິດ, “ເພື່ອເຮັດໜ້າທີ່ຮັບຜິດຊອບ [ທີ່ຍິ່ງໃຫຍ່ສອງຢ່າງ] ນີ້.17
ມັນສຳຄັນທີ່ຈະສັງເກດເບິ່ງວ່າ ການປົກຄອງໃນຄອບຄົວເປັນຕາມແບບແຜນຜູ້ປົກຄອງ, ຊຶ່ງແຕກຕ່າງຈາກການເປັນຜູ້ນຳຖານະປະໂລຫິດໃນສາດສະໜາຈັກ.18 ແບບແຜນຜູ້ປົກຄອງຮຽກຮ້ອງໃຫ້ພັນລະຍາ ແລະ ສາມີ ມີຄວາມຮັບຜິດຊອບໂດຍກົງຕໍ່ພຣະເຈົ້າ ສຳລັບການເຮັດໜ້າທີ່ຮັບຜິດຊອບຂອງຕົນໃນຄອບຄົວ. ມັນຕ້ອງມີການເປັນຫຸ້ນສ່ວນໃນທຸກຢ່າງ—ການເຕັມໃຈທີ່ຈະເຮັດຕາມຫລັກທຳແຫ່ງຄວາມຊອບທຳ ແລະ ຄວາມຮັບຜິດຊອບທຸກຢ່າງ—ແລະ ໃຫ້ໂອກາດເພື່ອພັດທະນາໃນສະພາບແວດລ້ອມຂອງຄວາມຮັກ ແລະ ການຊ່ວຍເຫລືອກັນແລະກັນ.19 ໜ້າທີ່ຮັບຜິດຊອບພິເສດເຫລົ່ານີ້ບໍ່ໄດ້ໝາຍເຖິງການມີຕຳແໜ່ງສູງກວ່າກັນ ແລະ ແນ່ນອນ ບໍ່ໄດ້ລວມທັງການຂົ່ມເຫັງ ຫລື ການໃຊ້ສິດອຳນາດຢ່າງບໍ່ເໝາະສົມ.
ປະສົບການຂອງອາດາມ ແລະ ເອວາ, ຫລັງຈາກພວກເພິ່ນໄດ້ໜີຈາກສວນເອເດນ, ໄດ້ສະແດງໃຫ້ເຫັນຢ່າງສວຍງາມເຖິງແນວຄິດເລື່ອງການເພິ່ງອາໄສກັນລະຫວ່າງແມ່ ແລະ ພໍ່ ໃນການລ້ຽງດູ ແລະ ປົກຄອງຄອບຄົວຂອງພວກເພິ່ນ. ດັ່ງທີ່ສິດສອນໃນໜັງສືຂອງໂມເຊ, ທັງສອງທຳງານດ້ວຍກັນເພື່ອໄຖດິນຈົນເຫື່ອໄຫລໄຄຍ້ອຍ ເພື່ອຄວາມຜາສຸກທາງໂລກຂອງຄອບຄົວຂອງພວກເພິ່ນ;20 ພວກເພິ່ນໄດ້ມີລູກ;21 ພວກເພິ່ນໄດ້ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້ານຳກັນ ແລະ ໄດ້ຍິນສຸລະສຽງຂອງພຣະອົງ “ມາຈາກທາງສວນເອເດນ”;22 ພວກເພິ່ນໄດ້ຮັບເອົາພຣະບັນຍັດທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ພວກເພິ່ນ ແລະ ໄດ້ມຸ່ງໝັ້ນນຳກັນເພື່ອເຊື່ອຟັງ.23 ແລ້ວພວກເພິ່ນ “ໄດ້ເຮັດໃຫ້ເລື່ອງ [ເຫລົ່ານີ້] ເປັນທີ່ຮູ້ຈັກແກ່ພວກລູກຊາຍ ແລະ ລູກສາວຂອງ [ພວກເພິ່ນ]”24 ແລະ ທັງສອງ “ບໍ່ໄດ້ຢຸດເອີ້ນຫາພຣະເຈົ້າ” ອີງຕາມຄວາມຕ້ອງການຂອງພວກເພິ່ນ.25
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ການລ້ຽງດູ ແລະ ການປົກຄອງເປັນໂອກາດ, ບໍ່ແມ່ນຂໍ້ຈຳກັດສະເພາະ. ຄົນໜຶ່ງອາດມີໜ້າທີ່ຮັບຜິດຊອບໃນບາງສິ່ງ ແຕ່ອາດບໍ່ແມ່ນຄົນດຽວທີ່ເຮັດມັນ. ເມື່ອພໍ່ແມ່ທີ່ຮັກເຂົ້າໃຈໜ້າທີ່ຮັບຜິດຊອບຫລັກສອງຢ່າງເຫລົ່ານີ້ເປັນຢ່າງດີ, ແລ້ວເຂົາເຈົ້າກໍພະຍາຍາມຮ່ວມກັນເພື່ອປົກປ້ອງ ແລະ ດູແລຄວາມຜາສຸກທາງໂລກ ແລະ ທາງວິນຍານຂອງລູກໆຂອງເຂົາເຈົ້ານຳອີກ. ເຂົາເຈົ້າກໍຍັງຊ່ວຍລູກໆປະເຊີນກັບອັນຕະລາຍທາງວິນຍານໃນວັນເວລາຂອງເຮົານຳອີກ ໂດຍການລ້ຽງດູເຂົາເຈົ້າດ້ວຍພຣະຄຳທີ່ດີຂອງພຣະເຈົ້າ ຕາມທີ່ເປີດເຜີຍຕໍ່ສາດສະດາຂອງພຣະອົງ.
ເຖິງແມ່ນວ່າສາມີ ແລະ ພັນລະຍາສະໜັບສະໜູນກັນ ໃນໜ້າທີ່ຮັບຜິດຊອບແຫ່ງສະຫວັນທີ່ຖືກກຳນົດໃຫ້ຂອງເຂົາເຈົ້າ, ແຕ່ “ການພິການ, ການຕາຍ, ຫລື ໃນກໍລະນີອື່ນໆ ອາດເຮັດໃຫ້ໜ້າທີ່ຂອງພໍ່ ຫລື ແມ່ປ່ຽນໄປ.”26 ບາງຄັ້ງຄູ່ແຕ່ງງານຝ່າຍໃດຝ່າຍໜຶ່ງ ຫລື ອີກຝ່າຍໜຶ່ງຕ້ອງໄດ້ເຮັດໜ້າທີ່ຮັບຜິດຊອບທັງສອງບົດບາດພ້ອມໆກັນ, ບໍ່ວ່າຈະເປັນພຽງຊົ່ວຄາວ ຫລື ຖາວອນກໍຕາມ.
ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ພົບກັບເອື້ອຍນ້ອງ ແລະ ອ້າຍນ້ອງຄົນໜຶ່ງ ຊຶ່ງແຕ່ລະຄົນຢູ່ໃນສະພາບແບບນີ້. ໂດຍທີ່ເປັນພໍ່ແມ່ລ້ຽງລູກດ່ຽວ, ແຕ່ລະຄົນ, ພາຍໃນຂອບເຂດຄອບຄົວ ແລະ ໃນການເປັນຫຸ້ນສ່ວນກັບພຣະຜູ້ເປັນເຈົ້າ, ໄດ້ຕັດສິນໃຈອຸທິດຊີວິດຂອງເຂົາເຈົ້າໃຫ້ກັບການດູແລລູກໆຂອງເຂົາເຈົ້າທາງຝ່າຍວິນຍານ ແລະ ຝ່າຍໂລກ. ເຂົາເຈົ້າບໍ່ໄດ້ລືມພັນທະສັນຍາພຣະວິຫານຂອງເຂົາເຈົ້າ ທີ່ໄດ້ເຮັດໄວ້ກັບພຣະຜູ້ເປັນເຈົ້າ ແລະ ຄຳສັນຍານິລັນດອນຂອງພຣະອົງ ເຖິງແມ່ນມີການຢ່າຮ້າງ. ທັງສອງໄດ້ສະແຫວງຫາຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ຂະນະທີ່ເຂົາເຈົ້າສືບຕໍ່ພະຍາຍາມອົດທົນກັບການທ້າທາຍ ແລະ ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ. ເຂົາເຈົ້າໄວ້ວາງໃຈວ່າ ພຣະເຈົ້າຈະດູແລທາງຄວາມຕ້ອງການຂອງເຂົາເຈົ້າ, ບໍ່ພຽງແຕ່ໃນຊີວິດນີ້ເທົ່ານັ້ນ ແຕ່ຕະຫລອດຊົ່ວນິລັນດອນນຳອີກ. ທັງສອງໄດ້ລ້ຽງດູລູກໆຂອງເຂົາເຈົ້າ ໂດຍການສິດສອນພວກເຂົາດ້ວຍຄວາມອ່ອນໂຍນ, ຄວາມອ່ອນນ້ອມ, ແລະ ຄວາມຮັກອັນບໍລິສຸດ, ແມ່ນແຕ່ຂະນະທີ່ປະເຊີນກັບສະຖານະການທີ່ຫຍຸ້ງຍາກໃນຊີວິດ. ຈາກສິ່ງທີ່ຂ້າພະເຈົ້າຮູ້, ພໍ່ແມ່ທີ່ລ້ຽງລູກດ່ຽວສອງຄົນນີ້ບໍ່ໄດ້ໂທດພຣະເຈົ້າເພາະໂຊກຮ້າຍຂອງຕົນ. ກົງກັນຂ້າມ, ເຂົາເຈົ້າຕັ້ງຕາດ້ວຍຄວາມຫວັງ ແລະ ຄວາມໝັ້ນໃຈໃນພອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ເຂົາເຈົ້າ.27
ອ້າຍເອື້ອຍນ້ອງທັງຫລາຍ, ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນຕົວຢ່າງທີ່ສົມບູນແບບກ່ຽວກັບຄວາມເປັນອັນໜຶ່ງດຽວກັນ ແລະ ຄວາມປອງດອງໃນຈຸດປະສົງ ແລະ ຄຳສອນກັບພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ. ພຣະອົງໄດ້ອະທິຖານເພື່ອສານຸສິດຂອງພຣະອົງ, ໂດຍກ່າວວ່າ, “ເພື່ອໃຫ້ພວກເຂົາທັງໝົດເປັນອັນໜຶ່ງອັນດຽວກັນ, ໂອ ພຣະບິດາເຈົ້າເອີຍ, ຂໍໂຜດໃຫ້ພວກເຂົາຢູ່ໃນເຮົາທັງສອງເໝືອນກັນ, ເໝືອນດັ່ງພຣະອົງສະຖິດຢູ່ໃນຂ້ານ້ອຍ, ແລະ ຂ້ານ້ອຍຢູ່ໃນພຣະອົງ, ຂໍໃຫ້ພວກເຂົາເປັນອັນໜຶ່ງອັນດຽວກັນ.”28
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ເມື່ອເຮົາ—ຍິງ ແລະ ຊາຍ—ທຳງານຮ່ວມກັນເປັນຫຸ້ນສ່ວນທີ່ແທ້ຈິງ ແລະ ເທົ່າທຽມກັນ, ແລ້ວເຮົາຈະຊື່ນຊົມກັບຄວາມເປັນອັນໜຶ່ງດຽວກັນ ທີ່ສິດສອນໂດຍພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ເຮົາເຮັດໜ້າທີ່ຮັບຜິດຊອບແຫ່ງສະຫວັນຂອງເຮົາ ໃນຄວາມສຳພັນແຫ່ງການແຕ່ງງານຂອງເຮົາ. ຂ້າພະເຈົ້າສັນຍາກັບທ່ານ, ໃນພຣະນາມຂອງພຣະຄຣິດ, ວ່າຫົວໃຈຈະ “ຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກທີ່ມີຕໍ່ກັນ,”29 ເຮົາຈະພົບຄວາມສຸກຫລາຍຂຶ້ນໃນການເດີນທາງໄປສູ່ຊີວິດນິລັນດອນຂອງເຮົາ, ແລະ ຄວາມສາມາດຂອງເຮົາທີ່ຈະຮັບໃຊ້ຄົນອື່ນ ແລະ ຮັບໃຊ້ກັນແລະກັນຈະທະວີຄູນຍິ່ງຂຶ້ນ.30 ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມອັນສັກສິດຂອງພຣະຜູ້ຊ່ວຍໃຫ້ລອດພຣະເຢຊູຄຣິດ, ອາແມນ.