2023
ອົງ​ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ
ເດືອນ​ຕຸ​ລາ 2023


“The Organization of the Church of Jesus Christ,” Liahona, Oct. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ຕຸ​ລາ 2023

ອົງ​ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ຮູບ​ຂອງ​ພຣະ​ເຢ​ຊູ​ຄຣິດ

The Lord Jesus Christ [ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ], ໂດຍ ແດວ ພາ​ສັນ

ພຣະ​ເຢ​ຊູ​ຄຣິດ​ເປັນ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພຣະ​ອົງ​ດົນ​ໃຈ​ເຫລົ່າ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໃຫ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້, ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ໃໝ່. ພວກ​ເພິ່ນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ນຳ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ໄດ້ “ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ ຊຶ່ງ​ພວກ​ອັກ​ຄະ​ສາ​ວົກ ແລະ [ສາດ​ສະ​ດາ] ໄດ້​ວາງ​ລົງ​ແລ້ວ ພຣະ​ເຢ​ຊູ​ຄຣິດ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ” (ເອ​ເຟ​ໂຊ 2:20). ນີ້​ໝາຍ​ຄວາມ​ວ່າ ພຣະ​ອົງ​ເປັນ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ​ຮາກ​ຖານ. ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ພຣະ​ອົງ​ໄດ້​ເລືອກ​ໃຫ້​ເປັນ​ຜູ້​ນຳ.

ຮູບ​ພາບ
ຝ່າຍ​ປະ​ທານ​ສູງ​ສຸດ

ຝ່າຍ​ປະ​ທານ​ສູງ​ສຸດ

ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ແມ່ນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ເທິງ​ແຜ່ນ​ດິນ​ໂລກ​ໃນ​ທຸກ​ວັນ​ນີ້. ເພິ່ນ​ເປັນ​ອັກ​ຄະ​ສາ​ວົກ​ອາ​ວຸ​ໂສ ແລະ ເປັນ​ຄົນ​ດຽວ​ໃນ​ແຜ່ນ​ດິນ​ໂລກ​ທີ່​ຮັບ​ການ​ເປີດ​ເຜີຍ​ໃນ​ການ​ນຳ​ພາ​ສາດ​ສະ​ໜາ​ຈັກ​ທັງ​ໝົດ. ພຣະ​ຜູ້​ເປັນ​ເຈົ້າ​ດົນ​ໃຈ​ເພິ່ນ​ໃຫ້​ຮູ້​ວ່າ ເພິ່ນ​ຄວນ​ເອີ້ນ​ອັກ​ຄະ​ສາ​ວົກ​ສອງ​ຄົນ​ຄົນ​ໃດ​ໃຫ້​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ຂອງ​ເພິ່ນ. ພວກ​ເພິ່ນ​ປະ​ກອບ​ເປັນ​ຝ່າຍ​ປະ​ທານ​ສູງ​ສຸດ. ທັງ​ສາມ​ທ່ານ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ

ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ກໍ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ເຊັ່ນ​ກັນ. ພວກ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ພະ​ຍານ​ພິ​ເສດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເພິ່ນ​ເດີນ​ທາງ​ໄປ​ທົ່ວ​ໂລກ​ເພື່ອ​ສິດ​ສອນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ອົງ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:23, 33.)

ກຸ່ມ​ສາ​ວົກ​ເຈັດ​ສິບ

ສະ​ມາ​ຊິກ​ຂອງ​ກຸ່ມ​ສາ​ວົກ​ເຈັດ​ສິບ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ເຊັ່ນ​ກັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:25). ພວກ​ເພິ່ນ​ຊ່ວຍ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ສ້າງ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ.

ຮູບ​ພາບ
ບັນ​ດາ​ຜູ້​ນຳ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັນ

ຮູບ​ຖ່າຍ ໂດຍ ມາ​ຈິ​ໂກະ ໂຮ​ຣິ​ອິ

ຜູ້​ນໍາ​ທ້ອງ​ຖິ່ນ

ຝ່າຍ​ປະ​ທານ​ສະ​ເຕກ ຫລື ຝ່າຍ​ປະ​ທານ​ທ້ອງ​ຖິ່ນ, ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສາ​ຂາ, ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ທ່ານ ກໍ​ໄດ້​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ​ເຊັ່ນ​ກັນ. ພວກ​ເພິ່ນ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ທ່ານ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ການ​ເອີ້ນ​ບາງ​ຢ່າງ​ເຫລົ່າ​ນີ້ ໃນ​ບົດ​ຄວາມ ພື້ນ​ຖານ​ພຣະ​ກິດ​ຕິ​ຄຸນ ເດືອນ​ມີ​ນາ 2022, “ການ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ສາດ​ສະ​ໜາ​ຈັກ.”

ພິມ