2023
ໃຫ້​ພຣະ​ວິນ​ຍານ​ເປັນ​ຜູ້​ນຳ​ທາງ​ຂອງ​ເຈົ້າ
ເດືອນ​ຕຸ​ລາ 2023


“Take the Spirit for Your Guide,” For the Strength of Youth, Oct. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ຕຸ​ລາ 2023

ໃຫ້​ພຣະ​ວິນ​ຍານ​ເປັນ​ຜູ້​ນຳ​ທາງ​ຂອງ​ເຈົ້າ

ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ຮູ້​ວ່າ ໃນ​ຄວາມ​ເປັນ​ມະ​ຕະ ເຮົາ​ຈະ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ, ຄວາມ​ທຸກ​ຍາກ​ລຳ​ບາກ, ແລະ ຄວາມ​ວຸ້ນ​ວາຍ; ພຣະ​ອົງ​ຮູ້​ວ່າ​ເຮົາ​ຈະ​ຕ້ອງ​ຕໍ່​ສູ້​ກັບ​ຄຳ​ຖາມ, ຄວາມ​ຜິດ​ຫວັງ, ການ​ລໍ້​ລວງ, ແລະ ຄວາມ​ອ່ອນ​ແອ. ເພື່ອ​ມອບ​ກຳ​ລັງ​ທາງ​ມະ​ຕະ ແລະ ການ​ນຳ​ພາ​ແຫ່ງ​ສະ​ຫວັນ​ໃຫ້​ແກ່​ເຮົາ, ພຣະ​ອົງ​ໄດ້​ປະ​ທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໂດຍ​ວຽກ​ງານ​ມອບ​ໝາຍ​ແຫ່ງ​ສະ​ຫວັນ, ພຣະ​ວິນ​ຍານ​ດົນ​ໃຈ, ເປັນ​ພະ​ຍານ, ສິດ​ສອນ, ແລະ ກະ​ຕຸ້ນ​ເຕືອນ​ເຮົາ​ໃຫ້​ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ໃນ​ການ​ຮຽນ​ຮູ້​ທີ່​ຈະ​ຮູ້​ຈັກ​ອິດ​ທິ​ພົນ​ຂອງ​ພຣະ​ອົງ ໃນ​ຊີ​ວິດ​ຂອງ​ເຮົາ ແລະ ຕອບ​ສະ​ໜອງ.

ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ຢ່າງ​ໃດ?

ກ່ອນ​ອື່ນ, ເຮົາ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ຕໍ່​ພຣະ​ວິນ​ຍານ.

ສອງ, ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ວິນ​ຍານ.

ສາມ, ເຮົາ​ຕ້ອງ​ຮູ້​ຈັກ​ພຣະ​ວິນ​ຍານ​ເມື່ອ​ພຣະ​ອົງ​ມາ.

ສີ່, ເຮົາ​ຕ້ອງ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເຕືອນ​ເທື່ອ ທຳ​ອິດ.

ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ການ​ເອີ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຈິງ​ໃຈ ແລະ “ເບີກ​ບານ​ເຖີດ, ເພາະ​ເຮົາ​ຈະ​ນຳ​ພາ​ເຈົ້າ​ໄປ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 78:18). ພຣະ​ອົງ​ນຳ​ພາ​ເຮົາ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂໍ​ໃຫ້​ເຮົາ​ຈົ່ງ​ດຳ​ລົງ​ຊີ​ວິດ​ຢ່າງ​ໃກ້​ຊິດ​ກັບ​ພຣະ​ວິນ​ຍານ, ເຮັດ​ຕາມ​ການ​ກະ​ຕຸ້ນ​ເຕືອນ​ທຳ​ອິດ​ຂອງ​ເຮົາ​ຢ່າງ​ວ່ອງ​ໄວ, ໂດຍ​ຮູ້​ວ່າ​ມັນ​ມາ​ຈາກ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ການ​ນຳ​ທາງ​ເຮົາ, ປົກ​ປ້ອງ​ເຮົາ, ແລະ ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ.

ພິມ