“Shepherds Visit Baby Jesus,” Friend, Dec. 2023, 46–47.
ຂ່າວສານປະຈຳເດືອນ Friend, ເດືອນທັນວາ 2023
ພວກຜູ້ລ້ຽງແກະຢ້ຽມຢາມກຸມມານນ້ອຍເຢຊູ
ພາບປະກອບໂດຍ ເອໂພ ສະຕ໋ອດ
ຄືນໜຶ່ງ, ທູດອົງໜຶ່ງໄດ້ໄປຢ້ຽມຢາມພວກຜູ້ລ້ຽງແກະຢູ່ຕາມທົ່ງ. ທູດອົງນັ້ນໄດ້ບອກພວກເຂົາວ່າ ກຸມມານນ້ອຍຄົນສຳຄັນຄົນໜຶ່ງໄດ້ກຳເນີດແລ້ວ. ຊື່ຂອງພຣະອົງແມ່ນ ພຣະເຢຊູຄຣິດ. ພຣະອົງຈະເປັນພຣະຜູ້ຊ່ວຍໃຫ້ລອດສຳລັບທຸກຄົນໃນໂລກ. ທູດອົງອື່ນໆໄດ້ມາເພີ່ມ. ພວກເພິ່ນພາກັນຮ້ອງເພງວ່າ, “ພຣະລັດສະໝີຈົ່ງມີແດ່ພຣະເຈົ້າໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກແກ່ມະນຸດທັງປວງ.”
ພວກຜູ້ລ້ຽງແກະກໍໄດ້ຟ້າວໄປຢ້ຽມຢາມກຸມມານນ້ອຍເຢຊູ. ພວກເຂົາດີໃຈຫລາຍທີ່ໄດ້ເຫັນພຣະອົງ!
ພວກຜູ້ລ້ຽງແກະໄດ້ບອກຄົນອື່ນໆກ່ຽວກັບພຣະເຢຊູຄຣິດ. ພວກເຂົາຕ້ອງການໃຫ້ທຸກຄົນໄດ້ຍິນຂ່າວດີນີ້.
ໜ້າລະບາຍສີ
ເຮົາສາມາດຮ້ອງເພງກ່ຽວກັບພຣະເຢຊູຄຣິດໄດ້
ພາບປະກອບໂດຍ ເອໂພ ສະຕ໋ອດ
ເຮົາສາມາດຮ້ອງເພງກ່ຽວກັບພຣະເຢຊູເພື່ອສະຫລອງການກຳເນີດຂອງພຣະອົງ.
© 2023 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, December 2023. Language. 19049 331