“Feed Your Soul with Frequent Prayer,” Liahona, Apr. 2024
ຂ່າວສານປະຈຳເດືອນ Liahona, ເດືອນເມສາ 2024
ຫລໍ່ລ້ຽງຈິດວິນຍານຂອງທ່ານ ດ້ວຍການອະທິຖານ ເລື້ອຍໆ
ເຮົາຕ້ອງການການບຳລຸງລ້ຽງທາງວິນຍານຂອງການສື່ສານກັບພຣະບິດາເທິງສະຫວັນຂອງເຮົາ, ເປັນພອນທີ່ມີໃຫ້ເຮົາທຸກຄົນໃນທຸກບ່ອນ ແລະ ທຸກເວລາ.
ເຮົາທຸກຄົນເຄີຍຮູ້ສຶກຫິວໂຫຍມາກ່ອນ. ຄວາມຫິວໂຫຍແມ່ນວິທີຂອງຮ່າງກາຍທີ່ບົ່ງບອກເຮົາວ່າ ມັນຕ້ອງການການບຳລຸງລ້ຽງ. ແລະ ໃນເວລາທີ່ເຮົາຫິວໂຫຍ, ເຮົາຮູ້ວ່າເຮົາຈຳເປັນຕ້ອງເຮັດຫຍັງ—ກິນ.
ວິນຍານຂອງເຮົາກໍມີວິທີທີ່ຈະບອກໃຫ້ເຮົາຮູ້ ເມື່ອເຮົາຕ້ອງການການບຳລຸງລ້ຽງທາງວິນຍານ. ແຕ່ເບິ່ງຄືວ່າ ມັນງ່າຍສຳລັບເຮົາທີ່ຈະບໍ່ສົນໃຈກັບຄວາມຫິວໂຫຍທາງວິນຍານຫລາຍກວ່າຄວາມຫິວໂຫຍທາງຮ່າງກາຍ.
ເຊັ່ນດຽວກັບທີ່ມີອາຫານຫລາຍຊະນິດທີ່ເຮົາສາມາດກິນໄດ້ເມື່ອເຮົາຫິວໂຫຍ, ມັນກໍມີຫລາຍຢ່າງທີ່ເຮົາສາມາດເຮັດໄດ້ ເພື່ອເຕີມເຕັມຄວາມຫິວໂຫຍທາງວິນຍານຂອງເຮົາ. ຕົວຢ່າງເຊັ່ນ, ເຮົາສາມາດ “ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ” (2 ນີໄຟ 32:3) ໃນພຣະຄຳພີ ແລະ ຜ່ານທາງຄຳເວົ້າຂອງສາດສະດາ. ເຮົາສາມາດໄປໂບດເປັນປະຈຳ ແລະ ຮັບສ່ວນສິນລະລຶກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 59:9). ເຮົາສາມາດຮັບໃຊ້ພຣະເຈົ້າ ແລະ ລູກໆຂອງພຣະອົງ (ເບິ່ງ ໂມໄຊຢາ 2:17).
ແຕ່ວ່າຍັງມີແຫລ່ງບຳລຸງລ້ຽງທາງວິນຍານອີກແຫລ່ງໜຶ່ງໃຫ້ເຮົາໄດ້ຕະຫລອດເວລາ, ໃນທຸກຊ່ວງເວລາຂອງຊີວິດຂອງເຮົາ, ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ. ເຮົາສາມາດສື່ສານກັບພຣະບິດາເທິງສະຫວັນຜ່ານທາງການອະທິຖານ.
“ຈິດວິນຍານຂອງຂ້າພະເຈົ້າຫິວໂຫຍ”
ຂະນະທີ່ສາດສະດາເອໂນດລ່າສັດຢູ່ໃນປ່າ, ລາວໄດ້ຄິດກ່ຽວກັບ “ຄຳເວົ້າຊຶ່ງ [ລາວ] ໄດ້ຍິນຈາກບິດາ [ຂອງລາວ] ເລື້ອຍໆ ກ່ຽວກັບຊີວິດນິລັນດອນ, ແລະ ຄວາມສຸກຂອງໄພ່ພົນ.” ຄຳເວົ້າເຫລົ່ານີ້ “ໄດ້ຝັງເລິກຢູ່ໃນໃຈຂອງ [ລາວ]” (ເອໂນດ 1:3).
ເພາະເອໂນດຢູ່ໃນສະພາບຈິດໃຈທາງວິນຍານນີ້, ລາວຈຶ່ງຮູ້ສຶກເຖິງຄວາມຕ້ອງການອັນແຮງກ້າ: “ຈິດວິນຍານຂອງຂ້າພະເຈົ້າ ຫິວໂຫຍ,” ລາວເວົ້າ (ເອໂນດ 1:4; ເນັ້ນຄຳເນີ້ງ).
ເອໂນດໄດ້ເຮັດຫຍັງເມື່ອລາວຮູ້ສຶກຫິວໂຫຍທາງວິນຍານ, ຄວາມຕ້ອງການການບຳລຸງລ້ຽງທາງວິນຍານ? “ຂ້າພະເຈົ້າໄດ້ຄຸເຂົ່າລົງຕໍ່ພຣະພັກຂອງພຣະຜູ້ສ້າງຂອງຂ້າພະເຈົ້າ,” ລາວເວົ້າ, “ແລະ ຂ້າພະເຈົ້າໄດ້ອະທິຖານ ແລະ ອ້ອນວອນຕໍ່ພຣະອົງຢ່າງສຸດກຳລັງເພື່ອຈິດວິນຍານຂອງຂ້າພະເຈົ້າເອງ” (ເອໂນດ 1:4).
ຄວາມຫິວໂຫຍທາງວິນຍານຂອງເອໂນດມີຫລາຍ ຈົນລາວໄດ້ອະທິຖານ “ຕະຫລອດທັງວັນ … ແລະ ເມື່ອເຖິງຕອນກາງຄືນ [ລາວ] ກໍຍັງເປັ່ງສຽງ [ຂອງລາວ] ຂຶ້ນເຖິງຟ້າສະຫວັນ” (ເອໂນດ 1:4). ໃນທີ່ສຸດ, ພຣະເຈົ້າກໍໄດ້ຕອບຄຳອະທິຖານຂອງລາວ ແລະ ໃຫ້ອະໄພບາບລາວ. ເອໂນດຮູ້ສຶກວ່າຄວາມຜິດຂອງລາວຖືກກວາດລ້າງໄປ. ແຕ່ການບຳລຸງລ້ຽງທາງວິນຍານຂອງລາວບໍ່ໄດ້ສິ້ນສຸດລົງພຽງເທົ່ານັ້ນ.
ລາວໄດ້ຮຽນຮູ້ກ່ຽວກັບອຳນາດແຫ່ງສັດທາໃນພຣະເຢຊູຄຣິດ, ແລະ ລາວໄດ້ທຸ້ມເທຈິດວິນຍານທັງໝົດຂອງລາວອອກມາ ເພື່ອຜູ້ຄົນຂອງລາວ—ແມ່ນແຕ່ເພື່ອສັດຕູຂອງລາວ. ລາວໄດ້ເຮັດພັນທະສັນຍາກັບພຣະຜູ້ເປັນເຈົ້າ ແລະ ຮັບຄຳສັນຍາຈາກພຣະອົງ. ແລະ ຫລັງຈາກຄຳອະທິຖານອັນຍິ່ງໃຫຍ່ຂອງເອໂນດ, ລາວໄດ້ອອກໄປໃນບັນດາຜູ້ຄົນຂອງລາວ ເພື່ອທຳນາຍ ແລະ ເປັນພະຍານເຖິງເລື່ອງທີ່ລາວໄດ້ຍິນ ແລະ ໄດ້ເຫັນ. (ເບິ່ງ ເອໂນດ 1:5–19.)
ບໍ່ແມ່ນວ່າທຸກໆຄຳອະທິຖານຈະໄດ້ຮັບຄຳຕອບດ້ວຍວິທີທີ່ໜ້າປະທັບໃຈເຊັ່ນນັ້ນ, ແຕ່ປະສົບການຂອງເຮົາກັບການອະທິຖານສາມາດມີຄວາມໝາຍ ແລະ ປ່ຽນແປງຊີວິດໄດ້. ເຮົາສາມາດຮຽນຮູ້ບາງບົດຮຽນທີ່ສຳຄັນຈາກປະສົບການຂອງເອໂນດກັບການອະທິຖານ. ຕົວຢ່າງເຊັ່ນ:
-
ການພະຍາຍາມດຳລົງຊີວິດຕາມພຣະກິດຕິຄຸນ ສາມາດຊ່ວຍເຮົາໃຫ້ຮູ້ສຶກເຖິງຄວາມຫິວໂຫຍທາງວິນຍານຂອງເຮົາໄດ້.
-
ຄວາມຫິວໂຫຍທາງວິນຍານຂອງເຮົາສາມາດ ແລະ ຄວນນຳເຮົາໃຫ້ຄຸເຂົ່າທູນຂໍຄວາມຊ່ວຍເຫລືອຈາກພຣະບິດາເທິງສະຫວັນ.
-
ການອະທິຖານຫາພຣະບິດາເທິງສະຫວັນສາມາດຊ່ວຍສະໜອງຄວາມຫິວໂຫຍທາງວິນຍານຂອງເຮົາ—ແລະ ແລ້ວເກີນກວ່ານັ້ນອີກ.
-
ເຮົາສາມາດອະທິຖານໄດ້ທຸກບ່ອນ, ທຸກເວລາ.
-
ການອະທິຖານສາມາດຊ່ວຍເຮົາໃຫ້ກັບໃຈ.
-
ການອະທິຖານສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນພຣະເຢຊູຄຣິດ.
-
ເຮົາສາມາດໄດ້ຮັບປະຈັກພະຍານສ່ວນຕົວ ວ່າພຣະບິດາເທິງສະຫວັນຂອງເຮົາໄດ້ຍິນເຮົາ ແລະ ຮູ້ຈັກເຮົາ.
-
ປະຈັກພະຍານ ແລະ ຄວາມເຂັ້ມແຂງທີ່ເຮົາໄດ້ຮັບຜ່ານທາງການອະທິຖານ ສາມາດຊ່ວຍເຮົາໃຫ້ຮັບໃຊ້ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄົນອື່ນ.
ປະສົບການຂອງຂ້າພະເຈົ້າກັບພະລັງຂອງການອະທິຖານ
ເຊັ່ນດຽວກັບເອໂນດ, ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນດຽວກັນເຫລົ່ານີ້ຜ່ານທາງປະສົບການສ່ວນຕົວ. ພໍ່ແມ່ຂອງຂ້າພະເຈົ້າໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຕອນຂ້າພະເຈົ້າຍັງເປັນເດັກນ້ອຍ, ແລະ ຂ້າພະເຈົ້າໄດ້ຮັບບັບຕິສະມາເມື່ອຂ້າພະເຈົ້າອາຍຸແປດປີ. ຂ້າພະເຈົ້າມີຄວາມຮູ້ສຶກທີ່ດີ ແລະ ອົບອຸ່ນຢູ່ໃນໃຈສະເໝີກ່ຽວກັບພຣະບິດາເທິງສະຫວັນ ແລະ ກ່ຽວກັບພຣະເຢຊູຄຣິດ, ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະອົງ, ແລະ ສາດສະໜາຈັກຂອງພຣະອົງ. ຈົນກະທັ້ງຂ້າພະເຈົ້າອາຍຸເກືອບ 16 ປີ ຂ້າພະເຈົ້າຈຶ່ງໄດ້ອະທິຖານກ່ຽວກັບຄວາມຈິງເຫລົ່ານີ້.
ອະທິການທີ່ໄດ້ຮັບການດົນໃຈຂອງຂ້າພະເຈົ້າໄດ້ສິດສອນຫ້ອງຮຽນໂຮງຮຽນວັນອາທິດຂອງຊາວໜຸ່ມ. ຂ້າພະເຈົ້າຄວນສິດສອນບົດຮຽນກ່ຽວກັບວິທີທີ່ເຮົາໄດ້ຮັບປະຈັກພະຍານເຖິງພຣະກິດຕິຄຸນຜ່ານທາງການອະທິຖານ. ການມອບໝາຍຈາກອະທິການຂອງຂ້າພະເຈົ້າໄດ້ເຮັດໃຫ້ຂ້າພະເຈົ້າຄິດຢ່າງເລິກເຊິ່ງກ່ຽວກັບປະຈັກພະຍານຂອງຕົນເອງ. ຂ້າພະເຈົ້າໄດ້ໃຊ້ເວລາເພື່ອສຶກສາພຣະຄຳພີມໍມອນ ແລະ ຮູ້ສຶກສະເໝີວ່າ ສາດສະໜາຈັກເປັນຄວາມຈິງ. ຂ້າພະເຈົ້າເຊື່ອໃນພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດສະເໝີ, ແຕ່ຂ້າພະເຈົ້າບໍ່ເຄີຍເອົາໃຈໃສ່ກັບຄຳສັນຍາຂອງໂມໂຣໄນ ທີ່ພົບເຫັນຢູ່ໃນ ໂມໂຣໄນ 10:4–5. ຂ້າພະເຈົ້າບໍ່ເຄີຍອະທິຖານກ່ຽວກັບຄວາມຈິງຂອງພຣະກິດຕິຄຸນ.
ຂ້າພະເຈົ້າຈື່ຈຳໄດ້ໃນໃຈວ່າ ຖ້າຫາກຂ້າພະເຈົ້າຈະສິດສອນຊາວໜຸ່ມເຫລົ່ານີ້ກ່ຽວກັບວິທີທີ່ຈະໄດ້ຮັບປະຈັກພະຍານຜ່ານທາງການອະທິຖານ, ຂ້າພະເຈົ້າກໍຄວນອະທິຖານຂໍປະຈັກພະຍານດ້ວຍຕົນເອງ. ຈິດວິນຍານຂອງຂ້າພະເຈົ້າຫິວໂຫຍ—ບາງທີໃນທາງທີ່ແຕກຕ່າງຈາກເອໂນດ, ແຕ່ຂ້າພະເຈົ້າກໍຮູ້ສຶກເຖິງຄວາມຕ້ອງການທາງວິນຍານ.
ເມື່ອຂ້າພະເຈົ້າກຽມບົດຮຽນ, ຂ້າພະເຈົ້າໄດ້ຄຸເຂົ່າ ແລະ ສະເໜີຄວາມປາດຖະໜາໃນໃຈຂອງຂ້າພະເຈົ້າຕໍ່ພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ເພື່ອຢືນຢັນຄວາມຈິງທີ່ຂ້າພະເຈົ້າໄດ້ຮູ້ສຶກຢູ່ໃນໃຈ. ຂ້າພະເຈົ້າບໍ່ໄດ້ຄາດຫວັງທີ່ຈະໄດ້ຮັບການສະແດງໃຫ້ປະຈັກອັນຍິ່ງໃຫຍ່ໃດໆ. ແຕ່ເມື່ອຂ້າພະເຈົ້າໄດ້ທູນຖາມພຣະຜູ້ເປັນເຈົ້າວ່າ ພຣະກິດຕິຄຸນເປັນຄວາມຈິງຫລືບໍ່, ຄວາມຮູ້ສຶກທີ່ຫວານຊື່ນໄດ້ເຂົ້າມາສູ່ໃຈຂອງຂ້າພະເຈົ້າ—ເປັນສຽງແຜ່ວເບົາທີ່ຢືນຢັນຕໍ່ຂ້າພະເຈົ້າວ່າ ມັນເປັນຄວາມຈິງ ແລະ ວ່າຂ້າພະເຈົ້າຄວນເຮັດໃນສິ່ງທີ່ຂ້າພະເຈົ້າກຳລັງເຮັດຢູ່ຕໍ່ໄປ.
ຄວາມຮູ້ສຶກນັ້ນແຮງກ້າ ຈົນວ່າຂ້າພະເຈົ້າບໍ່ສາມາດເພີກເສຍຕໍ່ຄຳຕອບນັ້ນ ແລະ ເວົ້າວ່າຂ້າພະເຈົ້າບໍ່ຮູ້. ຂ້າພະເຈົ້າໄດ້ໃຊ້ເວລາທັງໝົດນັ້ນມີຄວາມສຸກກັບມັນ. ຈິດໃຈຂອງຂ້າພະເຈົ້າຢູ່ໃນສະຫວັນໄຕ່ຕອງຄວາມຮູ້ສຶກທີ່ສວຍງາມໃນໃຈຂອງຂ້າພະເຈົ້າ.
ວັນອາທິດຕໍ່ມາ, ຂ້າພະເຈົ້າໄດ້ຢືນຢູ່ຕໍ່ໜ້າເພື່ອນຮ່ວມຫ້ອງຮຽນສາມ ຫລື ສີ່ຄົນ, ຜູ້ທີ່ມີອາຍຸນ້ອຍກວ່າຂ້າພະເຈົ້າ. ຂ້າພະເຈົ້າໄດ້ເປັນພະຍານຕໍ່ພວກເຂົາວ່າ ພຣະບິດາເທິງສະຫວັນຈະຕອບຄຳອະທິຖານຂອງພວກເຂົາ ຖ້າຫາກພວກເຂົາມີສັດທາ.
ຕັ້ງແຕ່ນັ້ນມາ, ປະຈັກພະຍານນີ້ໄດ້ຢູ່ກັບຂ້າພະເຈົ້າ. ມັນໄດ້ຊ່ວຍສິດສອນຂ້າພະເຈົ້າເຖິງວິທີການຕັດສິນໃຈ, ໂດຍສະເພາະໃນຊ່ວງເວລາທີ່ຂ້າພະເຈົ້າໄດ້ປະເຊີນກັບສິ່ງທ້າທາຍ. ການອະທິຖານນັ້ນໃນມື້ນັ້ນ, ພ້ອມກັບພະຍານເພີ່ມເຕີມທີ່ຂ້າພະເຈົ້າໄດ້ຮັບຕະຫລອດຫລາຍປີ, ໄດ້ອະນຸຍາດໃຫ້ຂ້າພະເຈົ້າເປັນພະຍານຕໍ່ຜູ້ຄົນ, ດ້ວຍຄວາມເຊື່ອໝັ້ນ, ວ່າພວກເຂົາສາມາດໄດ້ຮັບຄຳຕອບຈາກພຣະບິດາເທິງສະຫວັນ ຖ້າຫາກພວກເຂົາອະທິຖານດ້ວຍສັດທາ. ສິ່ງນີ້ເປັນຄວາມຈິງເມື່ອຂ້າພະເຈົ້າໄດ້ເປັນພະຍານ ໃນຖານະເປັນຜູ້ສອນສາດສະໜາ, ເປັນຜູ້ນຳຂອງສາດສະໜາຈັກ, ເປັນພໍ່ ແລະ ເປັນສາມີ, ແລະ ແມ່ນແຕ່ໃນທຸກມື້ນີ້ ໃນຖານະເປັນອັກຄະສາວົກ.
ເມື່ອໃດ ແລະ ສິ່ງທີ່ອະທິຖານແມ່ນຫຍັງ
ແນ່ນອນ, ເຮົາບໍ່ໄດ້ອະທິຖານພຽງແຕ່ເມື່ອເຮົາຮູ້ສຶກເຖິງຄວາມຕ້ອງການທາງວິນຍານທີ່ແຮງກ້າເທົ່ານັ້ນ. ສະນັ້ນ, ເມື່ອໃດທີ່ເຮົາຄວນອະທິຖານ? ແລະ ເຮົາຄວນອະທິຖານເພື່ອຫຍັງ? ຄຳຕອບສັ້ນໆແມ່ນໄດ້ທຸກເວລາ ແລະ ເພື່ອທຸກສິ່ງ.
ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ. ການຮູ້ສິ່ງນີ້ຈະປ່ຽນແປງວິທີທີ່ເຮົາອະທິຖານ. ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ: “ການມີຄວາມຮູ້ເລື່ອງພຣະເຈົ້າ, ເຮົາເລີ່ມຮູ້ຈັກວິທີທີ່ຈະເຂົ້າຫາພຣະອົງ, ແລະ ວິທີທີ່ຈະທູນຖາມ ເພື່ອຈະໄດ້ຮັບຄຳຕອບ. … ເມື່ອເຮົາພ້ອມທີ່ຈະມາຫາພຣະອົງ, ພຣະອົງກໍພ້ອມທີ່ຈະມາຫາເຮົາ.”1
ພຣະບິດາເທິງສະຫວັນຂອງເຮົາພ້ອມທີ່ຈະຟັງເຮົາສະເໝີ ແລະ ຢາກໃຫ້ເຮົາອະທິຖານຫາພຣະອົງເປັນປະຈຳ ແລະ ເລື້ອຍໆ. ເຮົາຄວນ “ປຶກສານຳພຣະຜູ້ເປັນເຈົ້າໃນການກະທຳທັງໝົດ [ຂອງເຮົາ]” (ແອວມາ 37:37) ແລະ ອະທິຖານໃນຕອນເຊົ້າ, ກາງເວັນ, ແລະ ກາງຄືນ. ເຮົາຄວນອະທິຖານຢູ່ບ້ານ, ຢູ່ບ່ອນເຮັດວຽກ, ແລະ ຢູ່ໂຮງຮຽນ—ບ່ອນໃດກໍຕາມທີ່ເຮົາອາດຈະຢູ່ ແລະ ໃນຄວາມພະຍາຍາມຂອງເຮົາ (ເບິ່ງ ແອວມາ 34:17–26).
ເຮົາຄວນອະທິຖານໃນຄອບຄົວຂອງເຮົາ (ເບິ່ງ 3 ນີໄຟ 18:21). ເຮົາຄວນອະທິຖານ “ອອກສຽງ ແລະ ໃນໃຈ [ຂອງເຮົາ], ໃນສາທາລະນະ ແລະ ໃນບ່ອນເປັນສ່ວນຕົວ” (ຄຳສອນ ແລະ ພັນທະສັນຍາ 81:3). ແລະ “ເມື່ອ [ເຮົາ] ບໍ່ເອີ້ນຫາພຣະຜູ້ເປັນເຈົ້າ, [ເຮົາຄວນ] ໃຫ້ໃຈ [ຂອງເຮົາ] ອີ່ມເອີບ, ແລະ ອອກມາເປັນການອະທິຖານຫາພຣະອົງຢູ່ສະເໝີ ເພື່ອຄວາມຜາສຸກ [ຂອງເຮົາ], ແລະ ເພື່ອຄວາມຜາສຸກຂອງຄົນທີ່ຢູ່ອ້ອມຮອບ [ເຮົາ] ນຳອີກ” (ແອວມາ 34:27). ແລະ ເຮົາຕ້ອງອະທິຖານຫາພຣະບິດາໃນພຣະນາມຂອງພຣະເຢຊູຄຣິດສະເໝີ (ເບິ່ງ 3 ນີໄຟ 18:19–20).
ການເຂົ້າຫາພຣະບິດາເທິງສະຫວັນຂອງເຮົາ
ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາຕ້ອງການທີ່ຈະໃຫ້ພອນແກ່ເຮົາ. ແລະ ພຣະອົງຈະໃຫ້ພອນແກ່ເຮົາ—ຖ້າຫາກເຮົາທູນຂໍ. ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ, “ຈົ່ງຈື່ຈຳວ່າ ຖ້າເຮົາບໍ່ທູນຂໍ ເຮົາຈະບໍ່ສາມາດໄດ້ຮັບຫຍັງເລີຍ; ສະນັ້ນ, ຈົ່ງທູນຂໍດ້ວຍສັດທາ, ແລະ ທ່ານຈະໄດ້ຮັບພອນດັ່ງທີ່ພຣະເຈົ້າເຫັນວ່າເໝາະສົມທີ່ຈະມອບໃຫ້ກັບທ່ານ.”2
ການອະທິຖານເປັນປະຈຳ ແລະ ເລື້ອຍໆຂອງເຮົາ ເປັນສ່ວນໜຶ່ງທີ່ສຳຄັນຂອງອາຫານທີ່ສົມດູນໃນການບຳລຸງລ້ຽງທາງວິນຍານຕໍ່ຈິດວິນຍານທີ່ຫິວໂຫຍຂອງເຮົາ. ການສື່ສານກັບພຣະບິດາເທິງສະຫວັນຜ່ານທາງການອະທິຖານແມ່ນສາມາດເຮັດໄດ້ທຸກບ່ອນ ແລະ ທຸກເວລາ.
ພຣະຄຳພີຂໍ້ໜຶ່ງທີ່ຂ້າພະເຈົ້າມັກທີ່ສຸດ ສິດສອນວິທີທີ່ເຮົາຄວນເຂົ້າຫາພຣະບິດາເທິງສະຫວັນຂອງເຮົາ ເມື່ອເຮົາຄຸເຂົ່າອະທິຖານ: “ຈົ່ງຖ່ອມຕົວ; ແລະ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ ຈະຈູງມືພາເຈົ້າໄປ, ແລະ ໃຫ້ຄຳຕອບແກ່ຄຳອະທິຖານຂອງເຈົ້າ” (ຄຳສອນ ແລະ ພັນທະສັນຍາ 112:10). ເມື່ອເຮົາຖ່ອມຕົວ ແລະ ເຊື່ອຟັງ, ພຣະບິດາເທິງສະຫວັນຈະສະຖິດຢູ່ກັບເຮົາ. ພຣະອົງຈະຈູງມືພາເຮົາໄປ. ພຣະອົງຈະດົນໃຈເຮົາໃຫ້ຮູ້ວ່າເຮົາຄວນໄປໃສ ແລະ ເຮັດຫຍັງ. ພຣະອົງ ຈະ ຕອບຄຳອະທິຖານຂອງເຮົາຕາມພຣະປະສົງ, ວິທີທາງ, ແລະ ເວລາຂອງພຣະອົງ, ແລະ ດ້ວຍຄວາມຮູ້ອັນແທ້ຈິງວ່າ ສິ່ງໃດດີສຳລັບເຮົາ.
ເຮົາຄວນຈື່ຈຳສິ່ງນີ້ ແລະ ທະນຸຖະໜອມໂອກາດທີ່ຈະເຂົ້າຫາພຣະທີ່ນັ່ງຂອງພຣະເຈົ້າ ແລະ ຮັບເອົາພອນຈາກພຣະຫັດຂອງພຣະອົງ.
© 2024 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, April 2024. Language. 19283 331