​Liahona
ເຊື່ອ​ໃນ​ພຣະ​ຄຣິດ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ
ເດືອນ​ເມ​ສາ 2024


“Believing in Christ before He Comes Again,” For the Strength of Youth, Apr. 2024.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ເມ​ສາ 2024

ເຈ​ຣອມ

ເຊື່ອ​ໃນ​ພຣະ​ຄຣິດ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ ອີກ​ຄັ້ງ

ຊາວ​ນີ​ໄຟ​ມີ​ສັດ​ທາ​ກ່ອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເດັດ​ມາ, ແລະ ເຮົາ​ກໍ​ສາ​ມາດ​ມີ​ສັດ​ທາ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ຢ້ຽມ​ຢາມ​ຊາວ​ນີ​ໄຟ

ເຈົ້າ​ເຄີຍ​ຄິດ​ບໍ​ວ່າ ການ​ເຊື່ອ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ກ່ອນ ພຣະ​ອົງ​ສະ​ເດັດ​ມາ​ສູ່​ແຜ່ນ​ດິນ​ໂລກ​ຈະ​ເປັນ​ແນວ​ໃດ? ຊາວ​ນີ​ໄຟ​ໃນ​ສະ​ໄໝ​ບູ​ຮານ​ຕ້ອງ​ເຮັດ​ແບບ​ນັ້ນ—“ຈົ່ງ​ມຸ້ງ​ຫາ​ພຣະ​ເມ​ຊີ​ອາ, ແລະ ເຊື່ອ​ໃນ​ພຣະ​ອົງ​ທີ່​ຈະ​ສະ​ເດັດ​ມາ ຄື​ກັນ​ກັບ​ພຣະ​ອົງ​ເປັນ​ມາ​ແລ້ວ” (ເຈ​ຣອມ 1:11).

ໃນ​ປະ​ຈຸ​ບັນ, ເຮົາ​ມີ​ບັນ​ທຶກ​ທາງ​ພຣະ​ຄຳ​ພີ ແລະ ປະ​ຫວັດ​ສາດ ທີ່​ເປັນ​ພະ​ຍານ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຊົງ​ພຣະ​ຊົນ, ໄດ້​ສິ້ນ​ພຣະ​ຊົນ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ອີກ​ຄັ້ງ. ເຮົາ​ເຊື່ອ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເດັດ​ມາ​ແລ້ວ. ແຕ່​ເຮົາ​ກໍ​ຍັງ​ເຊື່ອ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສະ​ເດັດ​ມາ ອີກ​ຄັ້ງ.

ກ່ອນ​ພຣະ​ເຢ​ຊູ​ຄຣິດ​ສະ​ເດັດ​ມາ, ຊາວ​ນີ​ໄຟ​ມີ​ສັດ​ທາ​ວ່າ​ຈະ:

ຮູບ​ພາບ
ກະ​ສັດ​ເບັນ​ຢາ​ມິນ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ​ກຳ​ລັງ​ອະ​ທິ​ຖານ

ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ພວກ​ເຂົາ.

“ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ວ່າ ພຣະ​ຄຣິດ​ຈະ​ສະ​ເດັດ​ມາ, ຜູ້​ນັ້ນ​ຈະ​ໄດ້ ຮັບ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ແລະ ປິ​ຕິ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ຍິ່ງ, ຄື​ກັບ​ວ່າ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ໃນ​ບັນ​ດາ​ພວກ​ເຂົາ​ແລ້ວ” (ໂມ​ໄຊ​ຢາ 3:13; ເນັ້ນ​ຄຳ​ເນີ້ງ).

ຮູບ​ພາບ
ເອ​ໂນດ

​ໃຫ້​ອະ​ໄພ​ຕົວ​ເອງ.

“ແລະ ສຸ​ລະ​ສຽງ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ເອ​ໂນດ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ໃຫ້​ແລ້ວ. … ດັ່ງ​ນັ້ນ, ຄວາມ​ຜິດ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖືກ​ກວາດ​ລ້າງ​ໄປ. ແລະ ຂ້າ​ພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ຂ້າ​ແດ່​ພຣະ​ອົງ​ເຈົ້າ, ມັນ​ເປັນ​ໄປ​ໄດ້​ແນວ​ໃດ? ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເພາະ​ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ຄຣິດ, ຜູ້​ທີ່​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ ຫລື ໄດ້​ເຫັນ​ມາ​ກ່ອນ. ແລະ ຫລາຍ​ປີ​ຈະ​ຜ່ານ​ໄປ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ໃນ​ເນື້ອ​ໜັງ; … ສັດ​ທາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ບໍ​ລິ​ບູນ​ແລ້ວ” (ເອ​ໂນດ 1:5–8; ເນັ້ນ​ຄຳ​ເນີ້ງ).

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ສັ່ງ​ສອນ

ປະ​ຕິ​ບັດ​ການ​ມະ​ຫັດ​ສະ​ຈັນ.

“ພວກ​ເຮົາ​ຮູ້​ຈັກ​ພຣະ​ຄຣິດ​ມາ​ກ່ອນ, ແລະ ພວກ​ເຮົາ​ມີ​ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ມາ​ໄດ້​ຫລາຍ​ຮ້ອຍ​ປີ​ແລ້ວ ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ. … ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ສາ​ມາດ ບັງ​ຄັບ​ບັນ​ຊາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ໄດ້​ແທ້ໆ​ຈົນ​ວ່າ​​ຕົ້ນ​ໄມ້, ຫລື ພູ​ເຂົາ, ຫລື ຄື້ນ​ທະ​ເລ​ກໍ​ເຊື່ອ​ຟັງ​ເຮົາ​ແທ້” (ຢາ​ໂຄບ 4:4, 6; ເນັ້ນ​ຄຳ​ເນີ້ງ).

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ຂຽນ​ໃສ່​ເທິງ​ແຜ່ນ​ຈາ​ລຶກ

ໄດ້​ຮັບ​ການ​ເປີດ​ເຜີຍ.

“ມີ​ຫລາຍ​ຄົນ​ທີ່​ມີ​ສັດ​ທາ​ອັນ​ແຮງ​ກ້າ, ແມ່ນ​ແຕ່​ກ່ອນ​ພຣະ​ຄຣິດ​ສະ​ເດັດ​ມາ, ຜູ້ ບໍ່​ສາ​ມາດ​ຖືກ​ກີດ​ກັນ​ຈາກ​ພາຍ​ໃນ​ມ່ານ, ແຕ່​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ” (ອີ​ເທີ 12:19; ເນັ້ນ​ຄຳ​ເນີ້ງ).

ກ່ອນ​ທີ່​ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ, ເຮົາ ສາ​ມາດ​ມີ​ສັດ​ທາ​ວ່າ​ຈະ:

ໄດ້​ຮັບ​ການ​ໃຫ້​ອະ​ໄພ, ໃຫ້​ອະ​ໄພ​ຕົວ​ເອງ, ປະ​ຕິ​ບັດ​ການ​ມະ​ຫັດ​ສະ​ຈັນ, ແລະ ຮັບ​ການ​ເປີດ​ເຜີຍ (ເໝືອນ​ດັ່ງ​ຊາວ​ນີ​ໄຟ).

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ຮ້ອງ​ເພງ​ຢູ່​ໃນ​ໂບດ

ກຽມ​ຕົວ​ເອງ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ກຳ​ລັງ​ກຽມ​ພ້ອມ​ທີ່​ຈະ​ມີ​ຊີ​ວິດ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. “ເພາະ​ຈົ່ງ​ເບິ່ງ, ຊີ​ວິດ​ນີ້​ເປັນ​ເວ​ລາ​ສຳ​ລັບ​ມະນຸດ​ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ວັນ​ແຫ່ງ​ຊີ​ວິດ​ນີ້​ເປັນ​ວັນ​ສຳ​ລັບ​ມະນຸດ​ທີ່​ຈະ​ສະແດງ​ຜົນ​ງານ​ຂອງ​ຕົນ​ເອງ” (ແອວ​ມາ 34:32).

ຮູບ​ພາບ
ຊາວ​ໜຸ່ມ​ຢູ່​ທາງ​ໜ້າ​ພຣະ​ວິ​ຫານ

ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

ເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໂດຍ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງ “ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ”—ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ສະ​ຫງວນ​ດວງ​ວິນ​ຍານ​ທີ່​ດີ​ເລີດ​ທີ່​ສຸດ​ຂອງ​ພຣະ​ອົງ—ບາງ​ທີ, ຂ້າ​ພະ​ເຈົ້າ​ວ່າ, ທີມ​ທີ່​ຍອດ​ຍ້ຽມ​ທີ່​ສຸດ​ຂອງ​ພຣະ​ອົງ—ສຳ​ລັບ​ໄລ​ຍະ​ສຸດ​ທ້າຍ. ດວງ​ວິນ​ຍານ​ທີ່​ດີ​ເລີດ​ເຫລົ່າ​ນັ້ນ—ນັກ​ກິ​ລາ​ທີ່​ຍອດ​ຍ້ຽມ​ເຫລົ່າ​ນັ້ນ, ວິ​ລະ​ຊົນ​ເຫລົ່າ​ນັ້ນ—ຄື ພວກ​ເຈົ້າ ນັ້ນ​ເອງ!”1

ຮູບ​ພາບ
ຍິງ​ໜຸ່ມ​ໂອບ​ກອດ​ກັນ

ມີ​ຄວາມ​ຫວັງ​ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ.

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເດັດ​ມາ​ອີກ​ຄັ້ງ, ຄົນ​ຊອບ​ທຳ​ຈະ​ມີ​ຊີ​ວິດ​ຢູ່​​ຢ່າງ​ສະ​ຫງົບ​ສຸກ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປົກ​ຄອງ, ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ​ຈະ​ຖືກ​ໃຫ້​ເຮັດ​ຖືກ​ຕ້ອງ. “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ຢູ່​ເທິງ​ພວກ​ເຂົາ, ແລະ ພຣະ​ອົງ​ຈະ​ເປັນ​ກະ​ສັດ​ຂອງ​ພວກ​ເຂົາ ແລະ ເປັນ​ຜູ້​ໃຫ້​ກົດ​ຂອງ​ພວກ​ເຂົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:59).

ຮູບ​ພາບ
ຍິງ​ໜຸ່ມ

ໄວ້​ວາງ​ໃຈ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ.

ມະ​ນຸດ​ທັງ​ປວງ​ຈະ​ຟື້ນ​ຄືນ​ຊີ​ວິດ. ເຮົາ​ຈະ​ມີ​ຮ່າງ​ກາຍ​ທີ່​ສົມ​ບູນ ແລະ ອະ​ມະ​ຕະ. ເຮົາ​ສາ​ມາດ​ເຫັນ​ຄົນ​ທີ່​ເຮົາ​ຮັກ​ຜູ້​ໄດ້​ຕາຍ​ໄປ​ແລ້ວ​ອີກ​ຄັ້ງ. “ວິນ​ຍານ​ກັບ​ຮ່າງ​ກາຍ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ​ໃນ​ຮູບ​ລັກ​ສະ​ນະ​ອັນ​ສົມ​ບູນ​ຂອງ​ມັນ; ທັງ​ແຂນ​ຂາ ແລະ ຂໍ້​ຕໍ່​ຈະ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ຖືກ​ຕ້ອງ​ຂອງ​ມັນ, ເໝືອນ​ດັ່ງ​ທີ່​ພວກ​ເຮົາ​ເປັນ​ຢູ່​ໃນ​ເວ​ລາ​ນີ້” (ແອວ​ມາ 11:43).

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ

ຊາວ​ນີ​ໄຟ​ໃນ​ສະ​ໄໝ​ບູ​ຮານ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່ອນ​ທີ່​ພຣະ​ອົງ​ສະ​ເດັດ​ມາ. ເຮົາ​ສາ​ມາດ​ມີ​ສັດ​ທາ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສະ​ເດັດ​ມາ ອີກ​ຄັ້ງ—ເມື່ອ “[ເຮົາ] ເຫັນ [ພຣະ​ອົງ] ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະ​ຫວັນ, ຫຸ້ມ​ຫໍ່​ດ້ວຍ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:44; ເບິ່ງ ກິດ​ຈະ​ການ 1:11 ນຳ​ອີກ). ການ​ທີ່​ຮູ້​ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ​​ຄັ້ງ​ປ່ຽນ​ແປງ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໃນ​ມື້​ນີ້​ແນວ​ໃດ?

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Hope of Israel” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວ​ໜຸ່ມ​ທົ່ວ​ໂລກ, ວັນ​ທີ 3 ເດືອນ​ມິ​ຖຸ​ນາ, 2018), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ພິມ