​Liahona
ເຮົາ​ຖືກ​ເອີ້ນ​ໃຫ້​ສ້າງ​ຄວາມ​ດີ
ເດືອນ​ມິ​ຖຸ​ນາ 2024


“We Are Called to Do Good,” Liahona, June 2024.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມິ​ຖຸ​ນາ 2024

ເຮົາ​ຖືກ​ເອີ້ນ​ໃຫ້​ສ້າງ​ຄວາມ​ດີ

ເຮົາ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ຍົກ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຂຶ້ນ, ແລະ ຢືນ​ຢູ່​ເພື່ອ​ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ.

ກີ​ເດ​ໂອນ​ຮູ້​ຄຳ​ສອນ​ທີ່​ບໍ່​ຖືກ​ຕ້ອງ​ເມື່ອ​ລາວ​ໄດ້​ຍິນ​ມັນ. ລາວ​ເຄີຍ​ໄດ້​ຍິນ​ເລື່ອງ​ນີ້​ມາ​ກ່ອນ​ຈາກ​ກະ​ສັດ​ໂນ​ອາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ—ປະ​ໂລ​ຫິດ​ທີ່ “ມີ​ຄວາມ​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະ​ນົງ​ໃຈ” ແລະ “ໄດ້​ຮັບ​ການ​ຄ້ຳ​ຈູນ​ຢູ່​ໃນ​ຄວາມ​ກຽດ​ຄ້ານ​ຂອງ​ພວກ​ເຂົາ​ຢູ່​ດັ່ງ​ນັ້ນ, ແລະ ໃນ​ການ​ນັບ​ຖື​ຮູບ​ບູ​ຊາ​ຂອງ​ພວກ​ເຂົາ, ແລະ ໃນ​ການ​ທຳ​ການ​ໂສ​ເພ​ນີ​ຂອງ​ພວກ​ເຂົາ, ໂດຍ​ພາ​ສີ​ຊຶ່ງ​ກະ​ສັດ​ໂນ​ອາ​ເກັບ​ມາ​ຈາກ​ຜູ້​ຄົນ​ຂອງ​ຕົນ” (ໂມ​ໄຊ​ຢາ 11:5–6).

ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ, ກະ​ສັດ​ໂນ​ອາ​ໄດ້​ສັ່ງ​ຂ້າ​ສາດ​ສະ​ດາ​ອະ​ບີ​ນາ​ໄດ ແລະ ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ແອວ​ມາ ແລະ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເພິ່ນ (ເບິ່ງ ໂມ​ໄຊ​ຢາ 17; 18:33–34). ເພື່ອ​ຢຸດ​ຕິ​ຄວາມ​ຊົ່ວ​ຮ້າຍ​ດັ່ງ​ກ່າວ, ກີ​ເດ​ໂອນ​ໄດ້​ປະ​ຕິ​ຍານ​ວ່າ​ຈະ​ຢຸດ​ກະ​ສັດ, ຜູ້​ທີ່​ລາວ​ໄດ້​ໄວ້​ຊີ​ວິດ​ຍ້ອນ​ການ​ຮຸກ​ຮານ​ຂອງ​ຊາວ​ເລ​ມັນ (ເບິ່ງ ໂມ​ໄຊ​ຢາ 19:4–8).

ຕໍ່​ມາ, ກີ​ເດ​ໂອນ​ໄດ້​ກ່າວ​ໂທດ​ພວກ​ປະ​ໂລ​ຫິດ​ຂອງ​ໂນ​ອາ​ຢ່າງ​ຖືກ​ຕ້ອງ ທີ່​ໄດ້​ພາ​ພວກ​ລູກ​ສາວ​ຊາວ​ເລ​ມັນ 24 ຄົນ​ມາ. ລາວ​ໄດ້​ສັງ​ເກດ​ເຫັນ​ວ່າ​ຄຳ​ທຳ​ນາຍ​ຂອງ​ອະ​ບີ​ນາ​ໄດ​ຕໍ່​ຜູ້​ຄົນ​ໄດ້​ສຳ​ເລັດ​ແລ້ວ ເພາະ​ວ່າ​ພວກ​ເຂົາ​ບໍ່​ຍອມ​ກັບ​ໃຈ. (ເບິ່ງ ໂມ​ໄຊ​ຢາ 20:17–22.) ລາວ​ໄດ້​ຊ່ວຍ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ລິມ​ໄຮ, ຜູ້​ທີ່​ຕົກ​ຢູ່​ໃນ​ຄວາມ​ເປັນ​ທາດ​ຂອງ​ຊາວ​ເລ​ມັນ (ເບິ່ງ ໂມ​ໄຊ​ຢາ 22:3–9).

ຕອນ​ນີ້​ມີ​ອາ​ຍຸ​ສູງ​ແລ້ວ, ກີ​ເດ​ໂອນ​ໄດ້​ປະ​ເຊີນ​ກັບ​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຊົ່ວ​ຮ້າຍ​ອີກ​ຄັ້ງ ໃນ​ຂະ​ນະ​ທີ່​ລາວ​ຢືນ​ຢູ່​ຕໍ່​ໜ້າ​ນີ​ຮໍ, ຜູ້​ທີ່​ໄດ້​ແນະ​ນຳ​ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ​ໃນ​ບັນ​ດາ​ຜູ້​ຄົນ. ນີ​ຮໍ​ໄດ້ “ກ່າວ​ຄຳ​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ” ແລະ ພະ​ຍາ​ຍາມ​ນໍາ​ພາ​ຜູ້​ຄົນ​ໃຫ້​ຫລົງ​ທາງ. (ເບິ່ງ ໂມ​ໄຊ​ຢາ 1:3, 7, 12; ເບິ່ງ 2 ນີ​ໄຟ 26:29 ນຳ​ອີກ.)

ໃນ​ການ​ໃຊ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເປັນ​ອາ​ວຸດ​ຂອງ​ລາວ, ກີ​ເດ​ໂອນ​ຜູ້​ກ້າ​ຫານ​ໄດ້​ຕັກ​ເຕືອນ​ນີ​ຮໍ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລາວ. ດ້ວຍ​ຄວາມ​ໃຈ​ຮ້າຍ, ນີ​ຮໍ​ໄດ້​ໂຈມ​ຕີ ແລະ ຂ້າ​ກີ​ເດ​ໂອນ​ດ້ວຍ​ດາບ​ຂອງ​ລາວ. (ເບິ່ງ ແອວ​ມາ 1:7–9.) ສະ​ນັ້ນ​ວັນ​ເວ​ລາ​ຂອງ “ຄົນ​ຊື່​ສັດ​ຜູ້​ໜຶ່ງ” ຜູ້​ທີ່​ໄດ້ “ສ້າງ​ຄວາມ​ດີ​ໄວ້​ຫລາຍ​ທີ່​ສຸດ​ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນີ້” ຈຶ່ງ​ຈົບ​ລົງ (ແອວ​ມາ 1:13).

ຍຸກ​ສຸດ​ທ້າຍ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່​ໄດ້​ເປີດ​ໂອ​ກາດ​ໃຫ້​ເຮົາ​ຢ່າງ​ພຽງ​ພໍ​ທີ່​ຈະ​ເອົາ​ແບບ​ຢ່າງ​ຂອງ​ກີ​ເດ​ໂອນ​ທີ່​ເປັນ “ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ” (ແອວ​ມາ 1:8) ໂດຍ​ການ​ເປັນ “ຜູ້​ຮັບ​ໃຊ້” (ໂມ​ໄຊ​ຢາ 22:4) ຄົນ​ອື່ນ, ຢືນ​ຢູ່​ໃນ​ຄວາມ​ຊອບ​ທຳ ແລະ ທົນ​ກັບ​ການ​ຂົ່ມ​ຂູ່​ຕໍ່​ອິດ​ສະ​ລະ​ພາບ​ຂອງ​ເຮົາ​ທີ່​ຈະ​ນະ​ມັດ​ສະ​ການ ແລະ ຮັບ​ໃຊ້​ພຣະ​ເຈົ້າ. ເມື່ອ​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ທີ່​ຊື່​ສັດ​ຂອງ​ກີ​ເດ​ໂອນ, ເຮົາ​ກໍ​ສາ​ມາດ​ເຮັດ​ຄວາມ​ດີ​ຢ່າງ​ຫລວງ​ຫລາຍ​ເຊັ່ນ​ກັນ.

ຮູບ​ພາບ
ຜູ້​ຍິງ​ທີ່​ມີ​ຖາດ​ອາ​ຫານ​ຢືນ​ຢູ່​ຂ້າງ​ຜູ້​ຍິງ​ທີ່​ນອນ​ຢູ່​ເທິງ​ຕຽງ​

ມີ​ຄວາມ​ສາ​ມັກ​ຄີ​ໃນ​ການ​ຮັບ​ໃຊ້

“ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ເພື່ອນ​ບ້ານ​ຂອງ​ເຮົາ​ຕະ​ຫລອດ​ທົ່ວ​ໂລກ,” ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ກ່າວ. “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກະ​ຕື​ລື​ລົ້ນ​ທີ່​ຈະ​ໃຫ້​ພອນ​ແກ່​ຄົນ​ອື່ນ ແລະ ຊ່ວຍ​ເຫລືອ​ຄົນ​ຂັດ​ສົນ. ເຮົາ​ໄດ້​ຮັບ​ພອນ​ທີ່​ມີ​ຄວາມ​ສາ​ມາດ, ຊັບ​ພະ​ຍາ​ກອນ, ແລະ ການ​ເຊື່ອມ​ຕໍ່​ທົ່ວ​ໂລກ​ທີ່​ເຊື່ອ​ຖື​ໄດ້ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ອັນ​ສັກ​ສິດ​ນີ້.”1

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ການ​ຮັບ​ໃຊ້ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ບໍ່​ເຫັນ​ແກ່​ຕົວ ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ມອບ​ໃຫ້​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ເຮົາ ແລະ ໃນ​ຫວອດ, ສາ​ຂາ, ແລະ ສະ​ເຕກ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຍັງ​ມີ​ຄວາມ​ກະ​ຕັນ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຮັບ​ໃຊ້​ຢູ່​ໃນ​ຊຸມ​ຊົນ, ການ​ສຶກ​ສາ, ແລະ ອົງ​ການ​ກຸ​ສົນ​ຈົນ​ນັບ​ບໍ່​ຖ້ວນ ແລະ ເຂົາ​ເຈົ້າ​ຍັງ​ມີ​ສ່ວນ​ຮ່ວມ​ໃນ​ຫລາຍ​ພັນ​ໂຄງ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຕໍ່​ປີ, ອາ​ສາ​ສະ​ໝັກ​ຫລາຍ​ລ້ານ​ຊົ່ວ​ໂມງ​ໃນ​ເກືອບ 200 ປະ​ເທດ ແລະ ເຂດ​ປົກ​ຄອງ​ຕ່າງໆ.2

ອີກ​ວິ​ທີ​ໜຶ່ງ​ທີ່​ສາດ​ສະ​ໜາ​ຈັກ​ເປີດ​ກວ້າງ​ໂອ​ກາດ​ການ​ຮັບ​ໃຊ້​ໃນ​ຫລາຍ​ປະ​ເທດ​ແມ່ນ​ຜ່ານ​ທາງ JustServe.org. ໂດຍ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສາດ​ສະ​ໜາ​ຈັກ ແຕ່​ມີ​ໃຫ້​ທຸກ​ຄົນ​ທີ່​ຕ້ອງ​ການ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ, JustServe.org “ເຊື່ອມ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ອາ​ສາ​ສະ​ໝັກ​ໃນ​ຊຸມ​ຊົນ​ກັບ​ອາ​ສາ​ສະ​ໝັກ” ຜູ້​ທີ່ “ເສີມ​ຂະ​ຫຍາຍ​ຄຸນ​ນະ​ພາບ​ຊີ​ວິດ​ໃນ​ຊຸມ​ຊົນ.”3

ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ຂອງ​ຕົນ​ຍັງ​ຮ່ວມ​ມື​ກັບ​ອົງ​ການ​ບໍ​ລິ​ການ​ຕະ​ຫລອດ​ທົ່ວ​ໂລກ​ນຳ​ອີກ. ສາດ​ສະ​ໜາ​ຈັກ, ຂອບ​ໃຈ​ສະ​ມາ​ຊິກ​ຂອງ​ຕົນ, ທີ່​ເປັນ “ຜູ້​ປະ​ກອບ​ສ່ວນ​ບໍ​ລິ​ຈາກ​ເລືອດ​ໃຫ້​ແກ່​ສະ​ພາ​ກາ​ແດງ​ຫລາຍ​ທີ່​ສຸດ​ໃນ​ປີ 2022.” ນອກ​ຈາກ​ນັ້ນ, ເມື່ອ​ບໍ່​ດົນ​ມາ​ນີ້, ສາດ​ສະ​ໜາ​ຈັກ​ໄດ້​ບໍ​ລິ​ຈາກ 8.7 ລ້ານ​ໂດ​ລາ ໃຫ້​ແກ່​ສະ​ພາ​ກາ​ແດງ.4

ສາດ​ສະ​ໜາ​ຈັກ​ຍັງ​ຮ່ວມ​ມື​ກັບ​ອົງ​ການ​ຕ່າງໆ​ເພື່ອ​ນຳ​ເອົາ​ໂຄງ​ການ​ນ້ຳ​ສະ​ອາດ ແລະ ສຸ​ຂະ​ອະ​ນາ​ໄມ​ໄປ​ສູ່​ເຂດ​ຕ່າງໆ​ຕະ​ຫລອດ​ທົ່ວ​ໂລກ. ໃນ​ປີ 2022, ສາດ​ສະ​ໜາ​ຈັກ​ໄດ້​ເຂົ້າ​ຮ່ວມ​ໃນ 156 ໂຄງ​ການ.5 ພວກ​ເຮົາ​ຍັງ​ຮ່ວມ​ມື​ກັບ​ໜ່ວຍ​ງານ​ຕ່າງໆ ແລະ ບໍ​ລິ​ຈາກ​ໃຫ້​ໜ່ວຍ​ງານ​ອື່ນໆ ເພື່ອ​ນຳ​ການ​ບັນ​ເທົາ​ທຸກ​ໄປ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ທີ່​ທຸກ​ທໍ​ລະ​ມານ​ນຳ​ອີກ.6

“ເມື່ອ​ພວກ​ເຮົາ​ຮ່ວມ​ມື​ຮັບ​ໃຊ້​ຄົນ​ທີ່​ຂັດ​ສົນ,” ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ, ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຮ່ວມ​ຫົວ​ໃຈ​ຂອງ​ເຮົາ​ເຂົ້າ​ກັນ.”7

ຮູບ​ພາບ
ແສງ​ຕາ​ເວັນ​ໃນ​ໂກບ​ມື

ຍົກ​ຄວາມ​ສະ​ຫວ່າງ​ຂອງ​ທ່ານ​ຂຶ້ນ

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຍັງ​ເປັນ​ພອນ​ໃຫ້​ແກ່​ເພື່ອນ​ບ້ານ​ຂອງ​ເຮົາ​ນຳ​ອີກ ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ພຣະ​ຄຣິດ. ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ວ່າ “ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ” ບໍ່​ພຽງ​ແຕ່​ຕ້ອງ​ເລືອກ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ ແຕ່​ຍັງ​ຕ້ອງ​ເຮັດ​ໃຫ້​ສຽງ​ທີ່​ຊອບ​ທຳ​ຂອງ​ເຂົາ​ເຈົ້າ​ຖືກ​ໄດ້​ຍິນ​ນຳ​ອີກ ຖ້າ​ເຂົາ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ປົກ​ປ້ອງ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ຈະ​ເລີນ​ຮຸ່ງ​ເຮືອງ (ເບິ່ງ ແອວ​ມາ 2:3–7; ເບິ່ງ ໂມ​ໄຊ​ຢາ 29:27). ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ໃຫ້​ເຮົາ​ແບ່ງ​ປັນ​ສັດ​ທາ ແລະ ຄວາມ​ເຊື່ອ​ຂອງ​ເຮົາ ແລະ ຍົກ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຂຶ້ນ. “ຈົ່ງ​ເບິ່ງ​ເຮົາ​ຄື​ຄວາມ​ສະ​ຫວ່າງ​ຊຶ່ງ​ເຈົ້າ​ຈະ​ຍົກ​ຂຶ້ນ” (3 ນີ​ໄຟ 18:24).

“ເຮົາ​ບໍ່​ໄດ້​ຮັບ​ໃຊ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ດີ​ຖ້າ​ວ່າ​ເຮົາ​ຢ້ານ​ກົວ​ມະ​ນຸດ​ຫລາຍ​ກວ່າ​ພຣະ​ເຈົ້າ,” ປະ​ທານ​ດາ​ລິນ ເອັຈ ໂອກສ໌ ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ກ່າວ. ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “ເຮົາ​ຖືກ​ເອີ້ນ​ໃຫ້​ສະ​ຖາ​ປະ​ນາ​ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ແມ່ນ​ໃຫ້​ເຮັດ​ຕາມ​ໂລກ.”8

ບໍ່​ວ່າ​ຈະ​ຢູ່​ທີ່​ໂຮງ​ຮຽນ, ເຮັດ​ວຽກ, ຫລື ໄປ​ຫລິ້ນ, ໄປ​ທ່ຽວ​ພັກ​ຜ່ອນ, ໄປ​ທ່ຽວ​ກັບ​ຄົນ​ຮັກ, ຫລື ຢູ່​ອອນ​ລາຍ,​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່ “ລະ​ອາຍ​ໃຈ​ທີ່​ຍອມ​ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ” (ແອວ​ມາ 46:21). ໂດຍ​ຖ້ອຍ​ຄຳ​ຂອງ​ເຮົາ ແລະ ວຽກ​ງານ​ຂອງ​ເຮົາ, ເຮົາ​ເປັນ​ພະ​ຍານ​ວ່າ​ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ແລະ ເຮົາ​ຕິດ​ຕາມ​ພຣະ​ບຸດ​ຂອງ​ພຣະ​ອົງ.

“ສັດ​ທາ​ຂອງ​ເຮົາ​ບໍ່​ໄດ້​ຖືກ​ແບ່ງ​ແຍກ ຫລື ມັນ​ບໍ່​ຄວນ​ເປັນ​ຢ່າງ​ແນ່​ນອນ. ສັດ​ທາ​ບໍ່​ແມ່ນ​ພຽງ​ແຕ່​ສໍາ​ລັບ​ສາດ​ສະ​ໜາ​ຈັກ, ມັນ​ບໍ່​ແມ່ນ​ພຽງ​ແຕ່​ສໍາ​ລັບ​ບ້ານ​ເຮືອນ, ມັນ​ບໍ່​ແມ່ນ​ພຽງ​ແຕ່​ສໍາ​ລັບ [ໂຮງ​ຮຽນ],” ພອລ​ແລມ​ເບີດ, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ໜຶ່ງ ຜູ້​ຊ່ຽວ​ຊານ​ດ້ານ​ຫລາກ​ຫລາຍ​ສາດ​ສະ​ໜາ​ໄດ້​ສັງ​ເກດ​ເຫັນ. “ມັນ​ແມ່ນ​ສໍາ​ລັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ເຮັດ.”9

ເຮົາ​ບໍ່​ຮູ້​ວ່າ​ປະ​ຈັກ​ພະ​ຍານ, ຕົວ​ຢ່າງ​ທີ່​ດີ, ແລະ ການ​ກະ​ທຳ​ທີ່​ດີ​ຂອງ​ເຮົາ​ອາດ​ມີ​ຜົນ​ກະ​ທົບ​ຕໍ່​ຄົນ​ອື່ນ​ແນວ​ໃດ. ແຕ່​ເມື່ອ​ເຮົາ​ຢືນ​ຢູ່​ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ຍົກ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂຶ້ນ, ແລ້ວ​ຜູ້​ຄົນ​ຈະ​ສັງ​ເກດ​ເຫັນ​ເຮົາ ແລະ ສະ​ຫວັນ​ຈະ​ຮ້ອງ​ເຊຍ​ເຮົາ.

ຮູບ​ພາບ
ຜູ້​ຍິງ​ຢືນ​ຢູ່​ນອກ​ພຣະ​ວິ​ຫານ

ຢືນ​ຢູ່​ເພື່ອ​ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ

ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ​ໃນ​ທຸກ​ວັນ​ນີ້, ດ້ວຍ​ສັງ​ຄົມ​ທາງ​ໂລກ​ທີ່​ນັບ​ມື້​ນັບ​ຖືກ​ຕໍ່​ຕ້ານ​ຜູ້​ມີ​ສັດ​ທາ, ບໍ່​ໄດ້​ແຕກ​ຕ່າງ​ຈາກ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເລີຍ. ສຽງ​ຂອງ​ຜູ້​ທີ່​ຄັດ​ຄ້ານ​ຕໍ່​ບົດ​ບາດ​ອັນ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ໃນ​ວົງ​ການ​ສາ​ທາ​ລະ​ນະ ແລະ ການ​ເມືອງ​ແມ່ນ​ດັງ​ຂຶ້ນ​ເລື້ອຍໆ. ບັນ​ດາ​ນິ​ກາຍ​ນິ​ຍົມ ແລະ ລັດ​ຖະ​ບານ, ລວມ​ທັງ​ໂຮງ​ຮຽນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ຫລາຍ​ແຫ່ງ, ກໍາ​ລັງ​ບີບ​ບັງ​ຄັບ​ໃຫ້​ປະ​ພຶດ​ຕົວ ແລະ ຊັກ​ຈູງ​ການ​ຜິດ​ສິນ​ທໍາ, ຄວາມ​ຕໍ່າ​ຊ້າ, ແລະ ສໍາ​ພັນ​ທະ​ພາບ​ທາງ​ສິນ​ທໍາ.

ການ​ໂຈມ​ຕີ​ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ​ຈະ​ປະ​ສົບ​ຜົນ​ສໍາ​ເລັດ​ຖ້າ​ວ່າ​ເຮົາ​ບໍ່​ຢືນ​ຢູ່​ເພື່ອ​ສິດ​ທິ​ທາງ​ສາດ​ສະ​ໜາ​ຂອງ​ເຮົາ. “ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ,” ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, “ເຮົາ​ຮ່ວມ​ມື​ກັບ​ສາດ​ສະ​ໜາ​ອື່ນໆ​ເພື່ອ​ປົກ​ປ້ອງ​ຜູ້​ຄົນ​ໃນ​ທຸກ​ສາດ​ສະ​ໜາ ແລະ ປົກ​ປ້ອງ​ການ​ຊັກ​ຊວນ ແລະ ສິດ​ທິ​ຂອງ​ພວກ​ເຂົາ​ທີ່​ຈະ​ກ່າວ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພວກ​ເຂົາ.”10

ສົງ​ຄາມ​ໃນ​ສະ​ຫວັນ​ໄດ້​ຕໍ່​ສູ້​ກັນ​ເພື່ອ​ອຳ​ເພີ​ໃຈ​ທາງ​ສິນ​ທຳ—ອິດ​ສະ​ລະ​ພາບ​ຂອງ​ເຮົາ​ທີ່​ຈະ​ເລືອກ. ເພື່ອ​ຮັກ​ສາ​ອຳ​ເພີ​ໃຈ​ຂອງ​ເຮົາ ເຮົາ​ຈະ​ຕ້ອງ​ຂະ​ຫຍັນ​ໝັ່ນ​ພຽນ​ໃນ​ການ​ປົກ​ປ້ອງ​ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ​ຂອງ​ເຮົາ.

ຄວາມ​ສັດ​ທາ​ທາງ​ສາດ​ສະ​ໜາ​ທີ່​ສົດ​ໃສ ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ປົກ​ປ້ອງ​ຄອບ​ຄົວ, ຊຸມ​ຊົນ, ແລະ ປະ​ເທດ​ຊາດ. ມັນ​ຍັງ​ເຮັດ​ໃຫ້​ມີ​ການ​ເຊື່ອ​ຟັງ​ກົດ​ໝາຍ, ປູກ​ຝັງ​ຄວາມ​ເຄົາ​ລົບ​ຕໍ່​ຊີ​ວິດ ແລະ ຊັບ​ສິນ, ແລະ ສິດ​ສອນ​ຄວາມ​ໃຈ​ບຸນ, ຄວາມ​ຊື່​ສັດ, ແລະ ສິນ​ທຳ—ຄຸນ​ນະ​ທຳ​ທີ່​ຈຳ​ເປັນ​ເພື່ອ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ທ່ຽງ​ທຳ, ຄວາມ​ມີ​ອິດ​ສະ​ລະ, ແລະ ປະ​ຊາ​ສັງ​ຄົມ. ເຮົາ​ບໍ່​ຈໍາ​ເປັນ​ຕ້ອງ​ຂໍ​ໂທດ​ສໍາ​ລັບ​ຄວາມ​ເຊື່ອ​ຂອງ​ເຮົາ.

ຄວາມ​ພະ​ຍາ​ຍາມ​ໃນ​ການ​ເຜີຍ​ແຜ່​ຂອງ​ເຮົາ, ວຽກ​ງານ​ການ​ກະ​ທຳ​ແທນ​ຂອງ​ເຮົາ​ໃນ​ພຣະ​ວິ​ຫານ, ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ຄວາມ​ສຸກ​ທີ່​ສຸດ​ຂອງ​ເຮົາ​ຮຽກ​ຮ້ອງ​ໃຫ້​ເຮົາ​ຢືນ​ຂຶ້ນ​ເພື່ອ​ຄວາມ​ເຊື່ອ ແລະ ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ. ເຮົາ​ບໍ່​ສາ​ມາດ​ສູນ​ເສຍ​ອິດ​ສະ​ລະ​ພາບ​ນັ້ນ​ໄປ​ໂດຍ​ບໍ່​ສູນ​ເສຍ​ອິດ​ສະ​ລະ​ພາບ​ອື່ນໆ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, “ຄວາມ​ຮັກ​ເສ​ລີ​ພາບ​ນັ້ນ​ເອງ ທີ່​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ—ເສ​ລີ​ພາບ​ຂອງ​ພົນ​ລະ​ເມືອງ ແລະ ສາດ​ສະ​ໜາ​ຕໍ່​ເຜົ່າ​ພັນ​ມະ​ນຸດ​ທັງ​ປວງ.”11 ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ຈະ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້ ຈິດ​ວິນ​ຍານ ຂອງ​ເຮົາ​ເຊັ່ນ​ກັນ ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະ​ນຳ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ວ່າ:

  • “ຮັບ​ຂ່າວ​ສານ​ກ່ຽວ​ກັບ​ປະ​ເດັນ​ທີ່​ມີ​ຄວາມ​ສໍາ​ຄັນ​ຕໍ່​ສາ​ທາ​ລະ​ນະ, ແລະ ແລ້ວ​ເວົ້າ​ອອກ​ມາ​ດ້ວຍ​ຄວາມ​ກ້າ​ຫານ ແລະ ສຸ​ພາບ.​”12

  • “ຮັບ​ຮູ້​ວ່າ​ການ​ທຳ​ລາຍ​ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ​ເທື່ອ​ລະ​ໜ້ອຍ ຈະ​ສົ່ງ​ຜົນ​ກະ​ທົບ​ອັນ​ໃຫຍ່​ຫລວງ​ຕໍ່​ໂອ​ກາດ​ຂອງ​ເຮົາ​ທີ່​ຈະ​ເຕີບ​ໂຕ​ໃນ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ຮູ້​ພຣະ​ກິດ​ຕິ​ຄຸນ, ທີ່​ຈະ​ໄດ້​ຮັບ​ພອນ​ຈາກ​ພິ​ທີ​ການ​ສັກ​ສິດ, ແລະ ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.”​13

  • “ຢືນ​ຂຶ້ນ ແລະ ກ່າວ​ເພື່ອ​ຢືນ​ຢັນ​ວ່າ​ພຣະ​ເຈົ້າ​ມີ​ຈິງ ແລະ ວ່າ​ມີ​ຄວາມ​ຈິງ​ອັນ​ສົມ​ບູນ​ທີ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ໄດ້​ສະ​ຖາ​ປະ​ນາ.”14

  • “ທ້າ​ທາຍ​ກົດ​ໝາຍ​ທີ່​ທຳ​ລາຍ​ອິດ​ສະ​ລະ​ພາບ​ຂອງ​ເຮົາ​ໃນ​ການ​ນັບ​ຖື​ສາດ​ສະ​ໜາ​ຂອງ​ເຮົາ.”15

  • “ເຂົ້າ​ໄປ​ໃນ​ໂລກ​ເພື່ອ​ເຮັດ​ຄວາມ​ດີ, ເພື່ອ​ສ້າງ​ສັດ​ທາ​ໃນ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ແລະ ເພື່ອ​ຊ່ວຍ​ນຳ​ຄົນ​ອື່ນ​ໄປ​ສູ່​ບ່ອນ​ທີ່​ມີ​ຄວາມ​ສຸກ​ຫລາຍ​ກວ່າ.”16

  • ສຶກ​ສາ​ແຫລ່ງ​ຂໍ້​ມູນ​ທີ່ religiousfreedom.ChurchofJesusChrist.org ແລະ ທີ່ religiousfreedomlibrary.org/documents.

ເຮົາ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເມື່ອ​ເຮົາ​ຮັບ​ໃຊ້​ຜູ້​ອື່ນ, ຍົກ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຂຶ້ນ, ແລະ ຢືນ​ຢູ່​ເພື່ອ​ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ. ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ອວຍ​ພອນ​ເຮົາ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ເຮັດ “ຄວາມ​ດີ​ຢ່າງ​ຫລວງ​ຫລາຍ” ໃນ​ບັນ​ດາ​ຄອບ​ຄົວ, ຊຸມ​ຊົນ, ແລະ ປະ​ເທດ​ຊາດ​ຂອງ​ເຮົາ.

ແຫລ່ງ​ອ້າງ​ອີງ

  1. “A Message from the First Presidency,” ໃນ Caring for Those in Need: 2022 Annual Report of The Church of Jesus Christ of Latter-day Saints, 3, ChurchofJesusChrist.org.

  2. ເບິ່ງ Caring for Those in Need: 2022 Annual Report, 4, ChurchofJesusChrist.org.

  3. Justserve.org/about. JustServe ມີ​ການ​ເຄື່ອນ​ໄຫວ​ຢູ່​ໃນ 17 ປະເທດ. ຫລາຍ​ພັນ​ຄົນ ແລະ ອົງ​ການ​ຕ່າງໆ​ກໍາ​ລັງ​ໄດ້​ຮັບ​ພອນ​ຜ່ານ​ທາງ​ການ​ລິ​ເລີ່ມ​ນີ້.

  4. ເບິ່ງ Kaitlyn Bancroft, “Church Donates $8.7 M as Part of Red Cross Collaboration,” Church News, Apr. 22, 2023, 23.

  5. ເບິ່ງ Mary Richards, “Church Joins with Groups around the World to Tap into the Gift of Water,” Church News, May 27, 2023, 12.

  6. ເບິ່ງ Dallin H. Oaks, “Helping the Poor and Distressed,” Liahona, Nov. 2022, 6–8.

  7. Henry B. Eyring, “Opportunities to Do Good,” Liahona, May 2011, 25.

  8. Dallin H. Oaks, “Unselfish Service,” Liahona, May 2009, 94–95.

  9. Paul Lambert, ໃນ Rachel Sterzer Gibson, “Why Is There a Need for Faith in the Workplace?” Church News, Apr. 22, 2023, 16.

  10. Ronald A. Rasband, “To Heal the World,” Liahona, May 2022, 92.

  11. Teachings of Presidents of the Church: Joseph Smith (2011), 345.

  12. D. Todd Christofferson, “Religious Freedom—A Cherished Heritage to Defend” (ກ່າວ​ຢູ່​ທີ່ Freedom Festival Patriotic Service, ເມືອງ​ໂພຣ​ໂວ, ລັດ​ຢູ​ທາ, ວັນ​ທີ 26 ເດືອນ​ມິ​ຖຸ​ນາ, 2016), 5–6, speeches.byu.edu.

  13. Ronald A. Rasband, “Free to Choose” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 21 ເດືອນ​ມັງ​ກອນ, 2020), 3, speeches.byu.edu.

  14. Dallin H. Oaks, “Truth and Tolerance” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 11 ເດືອນ​ກັນ​ຍາ, 2011), 2, speeches.byu.edu.

  15. Dallin H. Oaks, “Truth and Tolerance” 4.

  16. Ronald A. Rasband, “Free to Choose,” 5, speeches.byu.edu.

ພິມ